ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຖ້າ​ຫາກ​ວ່າ​ໃນ​ແຕ່​ລະ​ມື້​ທ່ານ​ໄດ້​ຮັບ​ເງິນ​ໂອນ​ເຂົ້າ​ບັນຊີ​ມື້​ລະ 86400 ບາດ​ໃນ​ທຸກໆມື້ ​

ໂດຍ​ມີ​ກະຕິ​ກາ​ວ່າ​ທ່ານ​ຈະ​ຕ້ອງ​ໃຊ້​ເງິນ​ດັ່ງກ່າວ​ນັ້ນ​ໃຫ້ໝົດ​ໃນ​ມື້​ດຽວ

ຖ້າ​ທ່ານ​ໃຊ້​ບໍ່ໝົດ​ເງິນ​ດັ່ງກ່າວ​ນັ້ນ​ຈະ​ຖືກ​ລົບ​ອອກ​ທັນທີ

 

ຄຳ​ຖາມ​ຄື: ທ່ານ​ຄິດ​ວ່າ​ຈະ​ໃຊ້ໝົດບໍ່ ​ແລະ ມີ​ປະ​ໂຫຍ​ດບໍ່?

 

 

ວັນ​ນີ້​ຕື່ນ​ເຊົ້າ​ຂື້ນ​ມາ​ພຣະ​ເຈົ້າ​ປະທານ​ເວລາ​ໃຫ້​ເຮົາ​ຄົນ​ລະ 86400 ວິ​ນາທີ

ທ່ານ​ຕ້ອງ​ໃຊ້​ໃຫ້ໝົດ ຖ້າ​ທ່ານ​ໃຊ້​ບໍ່ໝົດ 86400 ວິນາທີ

ເວລາ​ທີ່​ເຫຼືອນັ້ນ​ກໍ່ຈະ​ບໍ່ສາມາດ​ກໍ່​ໃຫ້​ເກີດ​ປະ​ໂຫຍ​ດ​ໃດໆ ​ແລະ ກໍ່ຈະ​ຖືກ​ລົບ​ອອກ​ໄປ ບໍ່ສາມາດ​ສະສົມ​ໄວ້​ໃຊ້​​ໃນ​ມື້ຕໍ່​ໄປ​ໄດ້

ເວລາ​ຄື​ສິ່ງ​ດຽວທີ່​ມະນຸດສະ​ສົມບໍ່​ສາມາດໄດ້ (ອາກາດ​ຍັງ​ສາມາດ​ເກັບ​ຮັກສາ​ໄວ້​ໃນ​ກິ​ປ໋ອງ​ໄດ້)

ມື້​ນີ້​ທ່ານ​ມີ​ເວລາ​ເຫຼືອຈາກ​ການທ່ຽວຫຼິ້ນ 4 ຊົ່ວ​ໂມງ

ມື້​ອື່ນ​ເຫຼືອອີກ 4 ຊົ່ວ​ໂມງ ມັນ​ບໍ່​ໄດ້​ສະ​ສົມ​ເປັນ 8 ຊົ່ວ​ໂມງ

ສິ່ງ​ທີ່​ມະນຸດສະ​ສົມ​ໄດ້​ຄື: “ຄຸນຄ່າ ​ແລະ ມູນ​ຄ່າ​ເພີ່ມ” ​ເມື່ອ​ເວລາ​ມັນ​ຜ່ານ​ໄປ

    ທຸກ​ຄົນ​ໄດ້​ຮັບ​ເວລາ​ 86400 ວິນາທີ/ມື້ ​ເທົ່າ​ກັນ ຫາກ​ບໍ່​ໃຊ້​ກໍ່ໝົດສະ​ສົມບໍ່​ໄດ້

ມື້​ນີ້​ທ່ານ​ໄດ້​ໃຊ້​ຈ່າຍ​ເວລາ 86400 ວິນາທີ​ ທີ່​ມີ​ຄຸນຄ່າ​ຂອງ​ທ່ານ​ແລ້ວຫຼືຍັງ

(ສ່ວນ ຂພຈ ຍັງ​ເທື່ອ ອິອິອິອິອິ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ບໍ່ວ່າ​ຈະ​ເປັນ​ຄົນ​ເຊື້ອ​ຊາດ​ໃດ ສາສະໜາ​ໃດ ມີ​ລັດທິ​ການ​ເມືອງ​ແບບ​ໃດ

ຈະ​ເປັນ​ຄົນ​ລ້ຳລວຍຫຼືຍາກຈົນປານໃດເຮົາກໍ່ລ້ວນແຕ່ໄດ້ຮັບເວລາເທົ່າກັນໃນແຕ່ລະມື້

ຕ່​ເປັນ​ຫຍັງ​ບາງ​ຄົນ​ຈື່ງ​ປະສົບ​ຜົນສຳ​ເລັດ​ຢ່າງ​ມາກ​ມາຍ​ມະຫາສານ ​ແຕ່​ບາງ​ຄົນ​ກັບຫຼົ້ມ​ເຫຼວລົ້ມ​ຈົ

ຄົນ​ທີ່​ປະສົບ​ຄວາມ​ສຳ​ເລັດ​ນັ້ນ​ຈະ​ຮູ້​ດີ​ວ່າ​ “ເວລາ​ນັ້ນ​ແສນ​ສັ້ນ” ຈື່ງ​ຕ້ອງ​ຈັດ​ເວລາ​ໃຫ້​ເໝາະສົມ​ຢ່າງ​ມີ​ລະບຽບວິ​ໄນ ​ແລະ ຈະ​ໃຊ້​ເວລາ​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ.

ຄົນ​ທີ່​ບໍ່ປະສົບ​ຄວາມ​ສຳ​ເລັດ​ນັ້ນ​ມັກຈະຈົ່ມ​ວ່າ “ຕົນ​ເອງ​ບໍ່ມີ​ເວລາ” ​ແລະມັກ​ຈະ​ນຳ​ຄຳ​ນີ້​ມາ​ເປັນ​ຂໍ້​ອ້າງ​ເພື່ອ​ຈະ​ບໍ່ຕ້ອງຕໍ່ສູ້​ດີ້ນຮົນຫຼາຍ​ໃຫ້​ກັບ​ຊີວິດ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ທ່ານ​ຄິດ​ວ່າ​ເງິນ​ກັບ​ເວລາ​ອັນ​ໃດ​ສຳຄັນ​ກວ່າ​ກັນ

​ເງິນ 10 ລ້ານ​ກີບ ທີ່​ເສຍ​ໄປ​ສຳລັບ​ບາງ​ຄົນ

ອາດ​ຈະ​ຫາ​ກັບ​ມາ​ໄດ້​ໃນ​ບໍ່ທໍ​ເທົ່າ​ໃດ​ມື້

​ແຕ່​ຖ້າ​ຫາກ​ວ່າ​ເວລາ​ຜ່ານ​ໄປ 10 ປີ ຈະ​ບໍ່ສາມາດ​ຫວນ​ກັບ​ຄືນ​ມາ​ໄດ້​ອີກ

​ເງິນ​ຄຳ​ເຮັດ​ເສຍ​ໄປ​ ກໍ່ສາມາດ​ຫາ​ກັບ​ຄືນ​ມາ​ໄດ້​ອີກຄັ້ງ

ແຕ່​ຖ້າ​ເວລາໝົດ​ໄປ…​ຈະ​ບໍ່ສາມາດ​ຫາ​ຊື້​ກັບ​ມາ​ໄດ້​ອີກ​ຢ່າງ​ແນ່ນອນ

“ກະ​ແຈ​ດອກສຳຄັນ ສູ່​ຄວາມ​ຮັ່ງມີ​ສົມບູນ

ບໍ່​ແມ່ນ​ວ່າ​ເຈົ້າ​ຈະ​ລົງທຶນ​ດ້ວຍ​ເງິນ​​ແນວ​ໃດ

ແຕ່​ມັນ​ຄື​ເຈົ້າ​ລົງທຶນ​ດ້ວຍ​ເວລາ​ຂອງ​ເຈົ້າ​ແນວ​ໃດ”

“(The key wealth isn’t in how you invest your money.

IT is in how you invest your time)

ຄັດຈາກ​: ປື້​ມ​ຖອດ​ລະຫັດ​ຄວາມ​ຄິດ ​ເພື່ອ​ຊີວິດ​ທີ່​ມີ​ຄຸນຄ່າ. ​ໂດຍ: ຮສ.ດຣ. ​ໄຊ​ນະຣົງ ວົງສິນຊັບ