ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 18, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ການແອບຮັກໃຜຂ້າງດຽວກະປຽບເໝືອນ “ຜ້າອານາໄມ”  ເພາະທຸ້ມເທເທົ່າໃດກໍ່ບໍ່ມີວັນໄຫຼຢ້ອນກັບ “““ໂອ!!!!!!!!!!!!

2. DNA ຢູ່ໃບໜ້າ ນີ້ຄືທີ່ມາຂອງຄຳວ່າ “ເບິ່ງໜ້າຫາພໍ່...ຫວາ?”

3. ຄົນທີແມ່ນ....ມາບໍ່ບ່ອຍ. ຄົນທີ່ຄອຍ....ມາບໍ່ຖີ່. ຄົນທີ່ຮັກ....ມາສັກທີ. ຄົນທີ່ຮັກບໍ່ດີ....ຈະມາເຮັດຫຍັງ.

4. ຄວາມຮັກມັນບໍ່ແມ່ນແຕ່ເລື່ອງບົນຕຽງ  ລອງທີ່ລະບຽງກໍ່ໄດ້ ““““ພັດວ່າ

5. “ເສືອກ” ກັບ “ເລືອກ” ມັນສະກົດຄ້າຍໆຄືກັນ ຖ້າເຈົ້າບໍ່ຖືກ “ເລືອກ” ເຈົາກໍ່ຈະກາຍເປັນຄົນທີ່ “ເສືອກ” ໄປທັນທີ່

6. ເງິນຖ້າມີນ້ອຍກໍ່ຕ້ອງໃຊ້ສອຍຢ່າງປະຢັດ ແຕ່ຖ້າເວລາມີຈຳກັດ ບໍ່ຕ້ອງປະຢັດແຕ່ “ຈັດເຕັມ”

7. ເຈົ້າຊູ້ເປັນພຽງການ ໂປຣໂມດ ແຕ່ເລື່ອງຄວາມໂສດຢູ່ໃນກະແສ

8. “ເປັນໂສດ” ກໍ່ເໝືອນກັບ “ຂອງສົດ” ລາຄາບໍ່ໄດ້ລົດແຖມມີແຕ່ຄົນຢາກໄດ້

9.  ທີ່ເຄີຍ “ເສຍກັນ” ບໍ່ເຄີຍເຫຼົ່າ ແລ້ວທີ່ “ເສົ້າ“ ນີ້ເຫຼົ່າດີຈັງ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ເຈມສ໌ ບອນດ໌ ພະເອກໜັງ 007  ຊ໊ອກຄາສະໝາມກິລາ ພາຍຫຼັງທີ່ນັ່ງເຊຍທີມຮັກທີມຫວງ ຫົງແດງ ລີເວີພູ

ບຸກໄປຢາມເສຍໃຫ້ QPR ແບບໜ້າແຕກສຸດໆ ເພາະຍິງນຳໄປກ່ອນ 2 ປະຕູ ແລະ ຍັງເຫຼືອເວລາອີກ 13 ນາທີ

ປ່ອຍໃຫ້ QPR ຊັດໄປ 3ລູກລວດ ເຮັດໃຫ້ ກອງເຊຍຊ໊ອກຄາສະໜາມເຕະບານ ໂດຍສະເພາະແມ່ນ ພະເອກໜັງຊື່ດັງ ຢ່າງ 007

ລາຍລະອຽດທີ:​   http://www.siamsport.co.th/Sport_Football/120323_002.html

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ຖ້າທ່ານຄິດວ່າຈະເປັນຜູ້ນຳທີ່ດີໄດ້ທ່ານຕ້ອງມີຄຸນລັກສະນະດັ່ງຕໍ່ໄປນີ້:

1. ໃຈພຣະ

2. ສະຫຼະເວລາ

3. ຮູ້ລິເລີ່ມ

4. ຮູ້ເສີມກຳລັງໃຈ

5. ໃຫ້ຄວາມແຈ່ມແຈ້ງ

6. ຍິ້ມແຍ້ມທຸກວຽກງານ

7. ປະສານສາມັກຄີ

8. ມີວິທີການໃໝ່

9. ໄດ້ຮັບການອົບຮົມ

10. ເສີມໂສມຄຸນະທັມ

11. ເປັນຜູ້ນຳວິຊາການ

12. ປະສານວິທີແກ້

12. ຍອມແທ້ໃຫ້ເປັນ (ເອົາໃຈເພິ່ນມາໃສ່ໃຈເຮົາ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຖ້າ​ຫາກ​ວ່າ​ໃນ​ແຕ່​ລະ​ມື້​ທ່ານ​ໄດ້​ຮັບ​ເງິນ​ໂອນ​ເຂົ້າ​ບັນຊີ​ມື້​ລະ 86400 ບາດ​ໃນ​ທຸກໆມື້ ​

ໂດຍ​ມີ​ກະຕິ​ກາ​ວ່າ​ທ່ານ​ຈະ​ຕ້ອງ​ໃຊ້​ເງິນ​ດັ່ງກ່າວ​ນັ້ນ​ໃຫ້ໝົດ​ໃນ​ມື້​ດຽວ

ຖ້າ​ທ່ານ​ໃຊ້​ບໍ່ໝົດ​ເງິນ​ດັ່ງກ່າວ​ນັ້ນ​ຈະ​ຖືກ​ລົບ​ອອກ​ທັນທີ

 

ຄຳ​ຖາມ​ຄື: ທ່ານ​ຄິດ​ວ່າ​ຈະ​ໃຊ້ໝົດບໍ່ ​ແລະ ມີ​ປະ​ໂຫຍ​ດບໍ່?

 

 

ວັນ​ນີ້​ຕື່ນ​ເຊົ້າ​ຂື້ນ​ມາ​ພຣະ​ເຈົ້າ​ປະທານ​ເວລາ​ໃຫ້​ເຮົາ​ຄົນ​ລະ 86400 ວິ​ນາທີ

ທ່ານ​ຕ້ອງ​ໃຊ້​ໃຫ້ໝົດ ຖ້າ​ທ່ານ​ໃຊ້​ບໍ່ໝົດ 86400 ວິນາທີ

ເວລາ​ທີ່​ເຫຼືອນັ້ນ​ກໍ່ຈະ​ບໍ່ສາມາດ​ກໍ່​ໃຫ້​ເກີດ​ປະ​ໂຫຍ​ດ​ໃດໆ ​ແລະ ກໍ່ຈະ​ຖືກ​ລົບ​ອອກ​ໄປ ບໍ່ສາມາດ​ສະສົມ​ໄວ້​ໃຊ້​​ໃນ​ມື້ຕໍ່​ໄປ​ໄດ້

ເວລາ​ຄື​ສິ່ງ​ດຽວທີ່​ມະນຸດສະ​ສົມບໍ່​ສາມາດໄດ້ (ອາກາດ​ຍັງ​ສາມາດ​ເກັບ​ຮັກສາ​ໄວ້​ໃນ​ກິ​ປ໋ອງ​ໄດ້)

ມື້​ນີ້​ທ່ານ​ມີ​ເວລາ​ເຫຼືອຈາກ​ການທ່ຽວຫຼິ້ນ 4 ຊົ່ວ​ໂມງ

ມື້​ອື່ນ​ເຫຼືອອີກ 4 ຊົ່ວ​ໂມງ ມັນ​ບໍ່​ໄດ້​ສະ​ສົມ​ເປັນ 8 ຊົ່ວ​ໂມງ

ສິ່ງ​ທີ່​ມະນຸດສະ​ສົມ​ໄດ້​ຄື: “ຄຸນຄ່າ ​ແລະ ມູນ​ຄ່າ​ເພີ່ມ” ​ເມື່ອ​ເວລາ​ມັນ​ຜ່ານ​ໄປ

    ທຸກ​ຄົນ​ໄດ້​ຮັບ​ເວລາ​ 86400 ວິນາທີ/ມື້ ​ເທົ່າ​ກັນ ຫາກ​ບໍ່​ໃຊ້​ກໍ່ໝົດສະ​ສົມບໍ່​ໄດ້

ມື້​ນີ້​ທ່ານ​ໄດ້​ໃຊ້​ຈ່າຍ​ເວລາ 86400 ວິນາທີ​ ທີ່​ມີ​ຄຸນຄ່າ​ຂອງ​ທ່ານ​ແລ້ວຫຼືຍັງ

(ສ່ວນ ຂພຈ ຍັງ​ເທື່ອ ອິອິອິອິອິ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ບໍ່ວ່າ​ຈະ​ເປັນ​ຄົນ​ເຊື້ອ​ຊາດ​ໃດ ສາສະໜາ​ໃດ ມີ​ລັດທິ​ການ​ເມືອງ​ແບບ​ໃດ

ຈະ​ເປັນ​ຄົນ​ລ້ຳລວຍຫຼືຍາກຈົນປານໃດເຮົາກໍ່ລ້ວນແຕ່ໄດ້ຮັບເວລາເທົ່າກັນໃນແຕ່ລະມື້

ຕ່​ເປັນ​ຫຍັງ​ບາງ​ຄົນ​ຈື່ງ​ປະສົບ​ຜົນສຳ​ເລັດ​ຢ່າງ​ມາກ​ມາຍ​ມະຫາສານ ​ແຕ່​ບາງ​ຄົນ​ກັບຫຼົ້ມ​ເຫຼວລົ້ມ​ຈົ

ຄົນ​ທີ່​ປະສົບ​ຄວາມ​ສຳ​ເລັດ​ນັ້ນ​ຈະ​ຮູ້​ດີ​ວ່າ​ “ເວລາ​ນັ້ນ​ແສນ​ສັ້ນ” ຈື່ງ​ຕ້ອງ​ຈັດ​ເວລາ​ໃຫ້​ເໝາະສົມ​ຢ່າງ​ມີ​ລະບຽບວິ​ໄນ ​ແລະ ຈະ​ໃຊ້​ເວລາ​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ.

ຄົນ​ທີ່​ບໍ່ປະສົບ​ຄວາມ​ສຳ​ເລັດ​ນັ້ນ​ມັກຈະຈົ່ມ​ວ່າ “ຕົນ​ເອງ​ບໍ່ມີ​ເວລາ” ​ແລະມັກ​ຈະ​ນຳ​ຄຳ​ນີ້​ມາ​ເປັນ​ຂໍ້​ອ້າງ​ເພື່ອ​ຈະ​ບໍ່ຕ້ອງຕໍ່ສູ້​ດີ້ນຮົນຫຼາຍ​ໃຫ້​ກັບ​ຊີວິດ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

​ເຈົ້າ​ຄິດ​ວ່າ​ເວລາ​ຂອງ​ໃຜ​ສຳຄັນ​ກວ່າ​ກັນ?

ຄຳ​ຖາມ​ນີ້​ເຈົ້າ​ຂອງ​ໄດ​ອາຣີ່ ກະ​ຕອບ​ບໍ່​ໄດ້​ຄື​ກັນ

​ແຕ່ ຂພຈ ກ້າ​ຢືນຢັນ​ທີ່​ສຸດ​ຄື ​ເວລາ​ຂອງ​ຜູ້​ທີ່​ຮູ້ຈັກ​ຄຸນຄ່າຂອງ​ມັນ

 ຫຼື ຮູ້ຈັກ​ຈັດການ​ກັບ​ມັນ… ​ເວລາ​ຂອງ​ຄົນ​ນັ້ນ​ແຫຼະສຳຄັນ​ກວ່າໝູ່

 

ເວລາ ​ແລະ ສາຍ​ນ້ຳບໍ່ໄດ້ຖ້າໃຜ

 

Time and Tide wait for no man

 

The River has no return

ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ທ່ານ​ຄິດ​ວ່າ​ເງິນ​ກັບ​ເວລາ​ອັນ​ໃດ​ສຳຄັນ​ກວ່າ​ກັນ

​ເງິນ 10 ລ້ານ​ກີບ ທີ່​ເສຍ​ໄປ​ສຳລັບ​ບາງ​ຄົນ

ອາດ​ຈະ​ຫາ​ກັບ​ມາ​ໄດ້​ໃນ​ບໍ່ທໍ​ເທົ່າ​ໃດ​ມື້

​ແຕ່​ຖ້າ​ຫາກ​ວ່າ​ເວລາ​ຜ່ານ​ໄປ 10 ປີ ຈະ​ບໍ່ສາມາດ​ຫວນ​ກັບ​ຄືນ​ມາ​ໄດ້​ອີກ

​ເງິນ​ຄຳ​ເຮັດ​ເສຍ​ໄປ​ ກໍ່ສາມາດ​ຫາ​ກັບ​ຄືນ​ມາ​ໄດ້​ອີກຄັ້ງ

ແຕ່​ຖ້າ​ເວລາໝົດ​ໄປ…​ຈະ​ບໍ່ສາມາດ​ຫາ​ຊື້​ກັບ​ມາ​ໄດ້​ອີກ​ຢ່າງ​ແນ່ນອນ

“ກະ​ແຈ​ດອກສຳຄັນ ສູ່​ຄວາມ​ຮັ່ງມີ​ສົມບູນ

ບໍ່​ແມ່ນ​ວ່າ​ເຈົ້າ​ຈະ​ລົງທຶນ​ດ້ວຍ​ເງິນ​​ແນວ​ໃດ

ແຕ່​ມັນ​ຄື​ເຈົ້າ​ລົງທຶນ​ດ້ວຍ​ເວລາ​ຂອງ​ເຈົ້າ​ແນວ​ໃດ”

“(The key wealth isn’t in how you invest your money.

IT is in how you invest your time)

ຄັດຈາກ​: ປື້​ມ​ຖອດ​ລະຫັດ​ຄວາມ​ຄິດ ​ເພື່ອ​ຊີວິດ​ທີ່​ມີ​ຄຸນຄ່າ. ​ໂດຍ: ຮສ.ດຣ. ​ໄຊ​ນະຣົງ ວົງສິນຊັບ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 29, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ມີ​ສອງອ້າຍນ້ອງ​ກຳລັງ​ຢືນ​ຖຽງກັນຢູ່​ຕໍ່ໜ້າຫ້ອງ​ໄອ​ຊີ​ຢູ ​ກ່ຽວກັບ​ເລື່ອງ​ວ່າ​ໃຜ​ຈະ​ເປັນ​ຄົນ​ອອກ​ເງິນ​ຄ່າ​ຜ່າຕັດ​ຂອງ​ຜູ້​ເປັນ​ແມ່

​ເຄີ່ງ​ຊົ່ວໂມງ​ຕໍ່ມາ ທ່ານໝໍກໍ່​ເດີນ​ອອກ​ມາ​ຈາກຫ້ອງ​ໄອ​ຊີ​ຢູ ​ແລ້ວ​ເວົ້າ​ວ່າ: “​ພວກເຈົ້າຕັດສິນ​ໃຈ​ຊ້າ​ເກີນ​ໄປ ​ແມ່​ຂອງ​ພວກເຈົ້າ​ເສຍ​ຊີວິດ​ໄປ​ແລ້ວ”

ຄັດຈາກ​: ປື້​ມ​ຖອດ​ລະຫັດ​ຄວາມ​ຄິດ ​ເພື່ອ​ຊີວິດ​ທີ່​ມີ​ຄຸນຄ່າ. ​ໂດຍ: ຮສ.ດຣ. ​ໄຊ​ນະຣົງ ວົງສິນຊັບ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 29, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ມີຊາຍສູງ​ອາຍຸ 4 ຄົນ​ເປັນ​ເພື່ອນ​ສະໜິດກັນ ​ໄດ້​ນັດ​ກັນ​ໄປ​ກິນລ້ຽງສ້າງສັນ ພໍ​ເວລາ​ຜ່ານ​ໄປຈົນ​ເດິກກໍ່​ເລີຍ​ໄດ້​ຊວນ​ກັນ​ໄປ​ນອນ​ຢູ່​ຫ້ອງ​ເຊົ່າ​ຂອງ​ສ່ຽວຜູ້​ທີ່ 4 ​ເຊິ່ງຢູ່​ຫ້ອງ​ພັກ​ຊັ້ນ​ທີ 60

ພໍດີ​ມື້ນນັ້ນ​ລິບ​ຕາຍຊາຍ​ສູງ​ອາຍຸ​ທັງ 4 ຈື່ງ​ຕົກລົງ​ໃຈ​ກັນ​ຍ່າງ​ຂື້ນ​ຂັ້ນ​​ໄດ ​ແຕ່​ເພື່ອ​ບໍ່​ໃຫ້​ເຫງົາ​ພວກ​ເຂົາ​ຈື່ງ​ໄດ້​ຕົກລົງ​ກັນ​ເລົ່າ​ເລື່ອງ​ຕ່າງໆ

ຊາຍ​ຄົນທີ 1: ອາສາ​ເ​ລົ່າ​ເລື່ອງ​ “ຕະຫຼົກ” ຕ່າງ​ຄົນ​ຕ່າງ​ກໍ່ມີ​ຄວາມ​ສະໜຸກສະໜານ ​​ແລະ​ແລ້ວ​ພໍ​ຮອດ​ຊັ້ນ​ທີ 20 ​ເລື່ອງ​ກໍ່ຈົບ​ພໍດີ

ຊາຍ​ຄົນທີ 2: ອາສາ​ເ​ລົ່າ​ເລື່ອງ​ “ປະສົບ​ການ​ຊີວິດ” ຕ່າງ​ຄົນ​ຕ່າງ​ກໍ່ມີ​ຄວາມ​ຕື່ນ​ເຕັ້ນ​ກັບ​ການ​ປະ​ເຊີນ​ກັບ​ອຸປະສັກຂອງໝູ່​ໃນ​ອະ​ດີດ ຈົນຮອດ​ຊັ້ນ​ທີ 40 ​ເລື່ອງ​ກໍ່ຈົບ​ພໍດີ

ຊາຍ​ຄົນທີ 3: ອາສາ​ເ​ລົ່າ​ເລື່ອງ​ “ເສົ້າ” ​ແລ້ວ​ຕ່າງ​ຄົນ​ຕ່າງ​ກໍ່​ເສົ້າ​ຈົນ​ນ້ຳ​າຕາຈະຕົກ ຈົນຮອດ​ຊັ້ນ​ທີ 60 ​ເລື່ອງ​ກໍ່ຈົບ​ພໍດີ. ຊາຍ​ທັງ 3 ຄົນ​ຕ່າງ​ກໍ່​ຫຼຽວ​ໄປ​ທາງ​ຄົນທີ 4 (ຊຶ່ງ​ກຳລັງ​ຢືນ​ຢູ່ໜ້າຫ້ອງ​ແລ້ວ)

ຊາຍ​ຄົນທີ 4: ບອກ​ວ່າ​ຕົນ​ເອງ​ຈະ​ເ​ລົ່າ​ເລື່ອງ​ “​ເສົ້າ” ອີກ​ເລື່ອງໜື່ງ​ໃຫ້​ຟັງ​ ​ເລື່ອງ​ມີ​ຢູ່​ວ່າ “​ເຂົາ​ລືມ​ຈັບ​ກະ​ແຈ​ຫ້ອງ​ຂື້ນມາ​ນຳ”

     ຫາກ​ມື້​ນີ້​ຫາກ​ບໍ່​ແມ່ນ​ການ​ຂື້ນ​ຂັ້ນ​ໄດ​ຕຶກ 60 ຊັ້ນ ​ແລ້ວ​ລືມ​ກະ​ແຈ​ຫ້ອງ ​ແຕ່​ຫາກ​ເປັນ​ການ​ລືມ​ເວລາ 60 ​ເດືອນ ຫຼື 60 ​ປີ​ລະ ​ແລ້ວ​ລືມ​ອິຫຍັງບາງ​ຢ່າງ

     ​ເວລາ​ເດີນທາງ​ຜ່ານ​ໄປ​ເປັນ​ປີໆ ບາງ​ຄົນ​ອາດ​ຈະ​ເດີນທາງ​ໄປ​ຮອດ 60 ປີ​ແລ້ວ​ຈື່ງ​ຄິດ​ອອກ​ວ່າ​ລືມ​ເຮັດ​ຫຍັງ​ບາງ​ຢ່າງ ​ເຖີງ​ເວລາ​ນັ້ນ​ຈະ​ຢ້ອນ​ກັບ​ມາບໍ່​ໄດ້​ອີກ​ແລ້ວ ພຽງ​ແຕ່​ລົງ​ຂັ້ນ​ໄດ​ໄປ​ເອົາ​ກະ​ແຈ​ພຽງ 60 ຊັ້ນ​ກະ​ຍັງ​ຖື​ວ່າ​ເປັນ​ເລື່ອງ​ເສົ້!ຫຼາຍ​ແລ້ວ ​ແຕ່​ລອງ​ຄິດ​ເບິ່ງ​ວ່າ​ຖ້າ​ເປັນ​ເວລາ 60 ປີ ທີ່​ບໍ່ສາມາດ​ກັບ​ຄືນ​ມາ​ໄດ້ ​ແລ້ວ​ມັນ​ຈະ​ເສົ້າ​ເທົ່າ​ໃດ?

     ຈາກ​: ໜັງສື​ຖອດ​ລະຫັດ​ຄວາມ​ຄິດ ​ເພື່ອ​ຊີວິດ​ທີ່​ມີ​ຄຸນຄ່າ. ​ໂດຍ: ຮສ.ດຣ. ​ໄຊ​ນະຣົງ ວົງສິນຊັບ

 

 

     ຂໍ​ໂທດ​ເດີ​ຖ້າ​ຫາກ​ມັນ​ຊ້ຳກັບຄົນອື່ນເພາະບໍ່ຮູ້ມາກ່ອນ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ຢ້ານລູກມີເຊກສໃນໄວຮຽນຄວນເຮັດແນວໃດດີ?

ບໍ່ຢາກໃຫ້ເກີດ ຕ້ອງເອົາປັນຍາໃສ່ໃນມືລູກ

ໃຫ້ເງິນລູກນ້ອຍໆ ໃຫ້ຄວາມຮູ້ແກ່ລູກຫຼາຍໆ

ດ່າລູກນ້ອຍໆ ໃຫ້ຄຳສອນແກ່ລູກຫຼາຍໆ

2. ຈັບໄດ້ວ່າແຟນມີກິກເຮັດແນວໃດດີ?

ຖາມຕົວເອງວ່າເຮົາດີກັບເຂົາພໍຫຼືຍັງ?

ລະຫວ່າງເຮົາກັບກິກມີຂໍ້ດີຂໍ້ເສຍຕ່າງກັນບ່ອນໃດ?

ຖາມແຟນວ່າຈະເລືອກໃຜກໍ່ຮີບເລືອກ ຖ້າບໍ່ຮັກເຮົາຢ້າເຮັດໃຫ້ເຮົາເສຍເວລາໄປຫຼາຍກວ່ານີ້

3. ຜິດກັບແຟນຈົນບໍ່ມີສຳມະທິເຮັດວຽກງານເຮັດແນວໃດດີ?

ວຽກສ່ວນວຽກ ແຟນສ່ວນແຟນ

ຮູ້ຈັກແບ່ງເວລາໃຫ້ວຽກງານ ຮູ້ຈັກແບ່ງເວລາໃຫ້ແຟນ

ຢ່າເສຍວຽກງານເພາະແຟນ ຢ່າເສຍແຟນເພາະວຽກງານ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ພໍຮອດຊ່ວງບຸນປີໃໝ່ລາວລູກຊາຍທັງ 3 ກໍ່ໄດ້ກັບມາຢ້ຽມຢາມພໍ່ແມ່ຜູ້ບັງເກີດເກົ້າ

ພາຍຫຼັງທີ່ຖາມຫຼາຍເລື່ອງລາວກ່ຽວກັບຄອບຄົວ ແລະ ການດຳເນີນຊີວິດຂອງລູກໆແລ້ວ

ຜູ້ເປັນພໍ່ກໍ່ເລີຍຢາກຮູ້ວ່າພວກລູກໆຂອງຕົນເອງມີໃຜແດ່ທີ່ຢ້ານເມຍ ເລີຍຖາມຂື້ນວ່າ

ພໍ່: ເອີ!!! ພວກລູກນີ້ກະຢ້ານເມຍຢູ່ຫວາ?

ລູກຊາຍກົກ: ໂອ!!!! ເຮົານີ້ຢ້ານແທ້ພໍເອີຍ ເມຍເຮົານີ້ມັນລະຮ້າຍເອົາແທ້ເອົາວ່າ

ພໍ່:​ ອືມ!!! ແລ້ວພວກລູກເດຊັ້ນນະ?

ລູກຊາຍກາງ: ລູກນີ້ບໍ່ຢ້ານແຕ່ກະບໍ່ຖຽງຄວາມດອກ

ລູກຊາຍຫຼ້າ: ໂອຍ!! ພໍ່ເຮົານີ້ບໍ່ໄດ້ວ່າຊິຢ້ານມັນເມຍນະ

ພໍ່: ດີໆໆໆໆໆໆໆໆ ຖືກໃຈພໍ່ຫຼາຍບັກຫຼ້າພໍ່ຊິເອົາຄວາຍເຖິກໃຫ້ເປັນຂອງຂວັນລູກໂຕໜື່ງ

ພາຍຫຼັງທີ່ລູກຊາຍຫຼ້າໄດ້ຄວາຍແລ້ວກໍ່ເອົາກັບບ້ານ  2-3 ມື້ຜ່ານໄປລາວກໍ່ໄດ້ນຳຄວາຍກັບມາ ຜູ້ເປັນພໍ່ແປກໃຈເລີຍຖາມຂື້ນ

ພໍ່: ອ໊າວ!!! ບັກຫຼ້າມືງເປັນຫຍັງຄືເອົາຄວາຍກັບມາ?

ລູກຊາຍຫຼ້າ: ຄືວ່າ ເມຍຂອງເຮົາຮ້າຍໃຫ້ເຮົາ ມັນວ່າມັນຢາກໄດ້ໂຕແມ່ມັນຈັ່ງຊິໄດ້ແຜ່ພັນຊັ້ນນາ ເຮົາກະເລີຍເອົາມາປ່ຽນ

ຜູ້ເປັນພໍ່ໄດ້ຍິນແນວນັ້ນກະເລີຍເອົາຄວາຍຄືນເລີຍທັນທີ

ຈັກຊິເປັນຕາຢາກຫົວຫຼືບໍ່ກະບໍ່ຮູ້ ແນວໃດກະຢ່າຫົວໃຫ້ແດ່ເດີ 55555555555

ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເພື່ອນທີດີ                   ມີໜື່ງ                        ເຖີງຈະນ້ອຍ

ດີກວ່າຮ້ອຍ                ເພື່ອນຄິດ                   ລິດສະຫຍາ

ເໝືອນເກືອກິນ            ມີນ້ອຍ                      ດ້ອຍລາຄາ

ຍັງດີກວ່າ                   ນ້ຳເຄັມ                      ເຕັມທະເລ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

.....................................ເພື່ອນກິນຫາງ່າຍ ເພື່ອຕາຍເອົາໄປເຜົາ.................................................

..............................................................................................................................

.......................ເດັກດີມີສີແກ່ຊາດ ເດັກສະອາດຕ້ອງປາສະຈາກຂີ້ມູກ ແລະ ຂີ້ຕາ...............................

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

Where so ever you go, go with all your heart.

ບໍ່ວ່າຈະໄປທາງໃດ ເອົາຫົວໃຈໄປນຳ

Love makes time pass. Time makes love pass.)

ຄວາມຮັກເຮັດໃຫ້ເວລາຜ່ານໄປ ເວລາກໍ່ເຮັດໃຫ້ຄວາມຮັກຜ່ານໄປເຊັ່ນດຽວກັນ

Though a tree grow ever so high, the falling leaves return to the ground.

ຕົ້ນໄມ້ສູງປານໃດ ໃບຂອງມັນກໍ່ຫຼົ່ນລົງດິນເຊັ່ນດຽວກັນ

Words must be weighed, not counted.

ຄຳເວົ້າສຳຄັນທີ່ນ້ຳໜັກ ບໍ່ແມ່ນທີ່ຈຳນວນ

By learning you will teach; by teaching you will learn.

ຈາກການຮຽນເຈົ້າຈະສອນໄດ້ ແລະ ຈາກການສອນເຈົ້າຈະໄດ້ຮຽນ

Don’t open a shop unless you know how to smile.

ຢ່າເປີດຮ້ານຂາຍເຄື່ອງ ຖ້າເຈົ້າຫາກຍັງບໍ່ທັນຮູ້ຍິ້ມ

Good men must die, but death cannot kill their names.

ຄົນດີກໍ່ຕ້ອງຕາຍ ແຕ່ຄວາມຕາຍບໍ່ໄດ້ທຳລາຍຄວາມດີຂອງເຂົາ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ຄວາມງາມບໍ່ດີສະເໝີ ແຕ່ຄວາມດີນັ້ນງາມສະເໝີ
Beautiful isn't always Good but Good is always Beautiful

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2012 | ມີ 19 ຄຳເຫັນ ແລະ 0 trackback(s)

ໃນວັນທີ 04/02/2012 ມີເຫດການເສົ້າສະຫຼົດໃຈເກີດຂື້ນຢູ່ບ້ານດອນໜູນ

ເລື່ອງມີຢູ່ວ່າເວລາປະມານ 1 ໂມງ ຕອນສວາຍມີຜູ້ຍິງຄົນໜື່ງໄດ້ອອກລູກ ລູກຂອງລາວເປັນຜູ້ຊາຍ

ແຕ່ນີ້ບໍ່ແມ່ນປະເດັນດອກ ປະເດັນສຳຄັນມັນຄື ພາຍຫຼັງທີ່ໄດ້ໃຫ້ກຳເນີດລູກແລ້ວເລືອດຂອງຜູ້ເປັນແມ່ໄຫຼບໍ່ຢຸດ

ເວລາຜ່ານໄປ 2-3 ຊົ່ວໂມງລາວກໍ່ໄດ້ເສຍຊີວິດດ້ວຍການທີ່ລາວເສຍເລືອດຫຼາຍໂພດ

ສຸດທ້າຍລາວກໍ່ໄດ້ຈາກລູກຂອງລາວໄປໂດຍບໍ່ມີວັນກັບມາອີກ

ສ່ວນຜູ້ເປັນລູກນ້ອຍກໍ່ບໍ່ເຫັນໜ້າແມ່ຊ້ຳ

ຂ້າພະເຈົ້າຢ້ານວ່າເວລາລາວໃຫຍ່ຂື້ນມາ ພໍຮອດມື້ວັນເກີດມາລາວຊິຊື້ເຄັກ ແລະ ເຄື່ອງດື່ມຕ່າງໆມາສະຫຼອງ “ວັນແຫ່ງຄວາມຕາຍຂອງແມ່ລາວ”

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບໍ່ມີຫຍັງຫລາຍດອກ

ຢາກບອກວ່າ “ເຫງົາ” ຊື່ໆເດີ

ຢາກມີຄົນຮູ້ໃຈຈັກຄົນເດ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ອັນຄວາມຈິງ         ຄົນເຂົາ                   ຢາກໃຫ້ເຮົາທຳດີ

ແຕ່ຖ້າເດັ່ນ            ຂື້ນທຸກທີ                ເຂົາມັນໄສ້

ຈົ່ງທຳດີ                ແຕ່ຢ່າເດັ່ນ              ຈະເປັນໄພ

ບໍ່ມີໃຜ                  ຢາກຈະເຫັນ           ເຮົາເດັ່ນເກີນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ລາບແລະຍົດ         ຫາບໄປ           ບໍ່ໄດ້ແນ່

ມີພຽງແຕ່              ຕົ້ນທຶນ            ບຸນກຸສົນ

ຊັບສົມບັດ             ປະໄວ້              ໃຫ້ປວງຊົນ

ແມ່ນຮ່າງຕົນ         ເຂົາກໍ່ເອົາ            ໄປເຖົາໄຟ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ການສູນເສຍທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ    ຄືການສູນເສຍເວລາ

ເພາະບໍ່ສາມາດຮຽກຮ້ອງເວລາທີ່ເສຍໄປ  ໃຫ້ກັບຄືນມາໄດ້

ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ມີໄປເຮັດຫຍັງ?

ເງິນເປັນ100ເປັນ1000ລ້ານກີບ ແຕ່ໃຊ້ຈິງມື້ລະ1000ກີບ

ມີໄປເຮັດຫຍັງ?

ຕຽງທີ່ໃຫຍ່ໂຕມະໂຫລານ ແຕ່ນອນພຽງແຕ່ເຕັມແທ່ນຫຼັງ

ມີໄປເຮັດຫຍັງ?

ບ້ານທີ່ໃຫຍ່ໂຕປານກັບວັງ ແຕ່ຢູ່ພຽງແຕ່ 3 ຄົນ ພໍ່ແມ່ລູກ

ມີໄປເຮັດຫຍັງ?

ໂມງທີ່ແສນຈະແພງ ແຕ່ບໍ່ເຄີຍເຮັດຫຍັງກົງກັບເວລາ

ມີໄປເຮັດຫຍັງ?

ລົດເປັນສິບສິບຄັນ ແຕ່ໃຊ້ແທ້ໆພຽງຄົນດຽວ

ມີໄປເຮັດຫຍັງ?

ເວລາຢູ່ໃນໂລກບໍ່ເຖີງ100ປີ ແຕ່ກັບແບ່ງເວລາໄປອິດສາຫຼິຍສະຫຍາຄົນອື່ນ...............


ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໄດ້............ອັນໃດກໍ່ບໍ່ເທົ່າ..............ໄດ້ດີ

ເສຍ..........ອັນໃດກໍ່ບໍ່ເທົ່າ..............ເສຍໃຈ

ມີ..............ອັນໃດກໍ່ບໍ່ເທົ່າ..............ມີບຸນ

ຮູ້..............ອັນໃດກໍ່ບໍ່ເທົ່າ..............ຮູ້ສຶກຕົວ

ເຈັບ..........ອັນໃດກໍ່ບໍ່ເທົ່າ..............ເຈັບໃຈ

ຢ້ານ.........ອັນໃດກໍ່ບໍ່ເທົ່າ..............ຢ້ານໃຈຕົວເອງ

ສູງ............ອັນໃດກໍ່ບໍ່ເທົ່າ..............ສູງຄວາມຮູ້(ຄວາມຮູ້ສູງ)

ຮ້ອນ.........ອັນໃດກໍ່ບໍ່ເທົ່າ..............ຮ້ອນໃຈ

ກິນ...........ອັນໃດກໍ່ບໍ່ເທົ່າ..............ກິນສິນບົນ

ຈົນ............ອັນໃດກໍ່ບໍ່ເທົ່າ..............ຈົນປັນຍາ

ບ້າ............ອັນໃດກໍ່ບໍ່ເທົ່າ..............ບ້າອຳນາດ

ຕິດ............ອັນໃດກໍ່ບໍ່ເທົ່າ..............ຕິດການພະນັນ

ຂາດ..........ອັນໃດກໍ່ບໍ່ເທົ່າ..............ຂາດຄວາມຮູ້

ຫຼົງ............ອັນໃດກໍ່ບໍ່ເທົ່າ..............ຫຼົງຕົວເອງ

ເຫັນ..........ອັນໃດກໍ່ບໍ່ເທົ່າ..............ເຫັນຜິດເປັນຖືກ

ຕອບ.........ອັນໃດກໍ່ບໍ່ເທົ່າ..............ຕອບບຸນແທນຄຸນ

ໃຫ້............ອັນໃດກໍ່ບໍ່ເທົ່າ..............ໃຫ້ອະໄພ, ໃຫ້ທັມເປັນທານ

ສຸກ............ອັນໃດກໍ່ບໍ່ເທົ່າ..............ສຸກໃຈ(ສຸຂ............ອັນໃດກໍ່ບໍ່ເທົ່າ..............ສຸຂະພາບ)

ຂອບ..........ອັນໃດກໍ່ບໍ່ເທົ່າ..............ຂອບໃຈທ່ານມາອ່ານ ແລະ ໃຫ້ຄຳເຫັນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຍາມປົກກະຕິ                         ໃຫ້ເມດຕາ

ຍາມມີບັນຫາ                          ໃຫ້ຊ່ວຍເຫຼື

ຍາມໄດດີ                               ໃຫ້ອະນຸໂມທະນາ

ຍາມທຳຜິດ                            ໃຫ້ລົງທັນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ອັກສອນ​ ກ-ຮ

1)  ກ: ​ເກັບ​ເຈົ້າ​ໄວ້​ໃນ​ໃຈ

2)  ຂ: ​ເຂົ້າ​ໃຈ​ເຈົ້າ

3)  ຄ: ຄອຍ​ສະໜັບສະໜູນ​ເຈົ້າ

4)  ງ: ງໍ້​ເຈົ້າ​ເມື່ອ​ຮູ້​ວ່າ​ຜິດ

5)  ຈ: ຈັບ​ມື​ເຈົ້າ…ເມື່ອ​ເຈົ້າ​ຕ້ອງການ​....ກຳລັງ​ໃຈ

6)  ສ: ​ເສີຍ​ຊາກັບ​ຄວາມ​ໃຈຮ້ອນ​ຂອງ​ເຈົ້າ

7)  ຊ: ຊ່ວຍ​ເຫຼືອ ​ແລະ ຊື່ສັດ​ກັບ​ເຈົ້າ

8)  ຍ: ຍິນ​ດີ​ກັບ​ສິ່ງ​ທີ່​ເຈົ້າ​ເຮັດສະ​ເໝີ ​ແລະ ຍົກ​ໂທດ​ເມື່ອ​ເຈົ້າ​ເຮັດ​ຜິດ

9)  ດ: ​ເດີ​ນຄຽງຂ້າ​ເຈົ້າ

10)  ຕ: ຕິດຕາມ​ເຈົ້າ​ໄປ​ໃນ​ທຸກ​ສະຖານ​ທີ່​ທີ່​ເຈົ້!ຕ້ອງການ

11)  ຖ: ຖາມ​ຂ່າວ​ຄາວ​ຂອງ​ເຈົ້າ

12)  ທ: ທັມມະ​ທັມ​ໂມ​ກັບ​ເຈົ້າ ຫຼື ທຳ​ໃຫ້​ເຈົ້າມີ​ຄວາມສຸກ

13)  ນ: ນັບຖື​ເຈົ້າ

14)  ບ: ບອກ​ຄວາມ​ຈິງ​ກັບ​ເຈົ້າ

15)  ປ: ປອບ​ໃຈ​ເມື່ອ​ເຈົ້າ​ທໍ້

16)  ຜ: ຜະຈົນ​ໄພ​ກັບ​ເຈົ້າ​ໄດ້​ຕະຫຼອດ​ເວລາ

17)  ຝ: ​ເຝົ້າ​ດູ​ແລ​​ເຈົ້າ

18)  ພ: ​ເພີ່ມ​ກຳລັງ​ໃຈ​ໃຫ້​ເຈົ້າ ​ແລະ ພູມ​ໃຈ​ໃນ​ຕົວ​ເຈົ້າ

19)  ຟ: ຟັງ​ເຈົ້າ

20)  ມ: ມອບ​ໃສ່​ດີໆ​ໃຫ້​ກັບ​ເຈົ້າ

21)  ຢ: ຢູ່​ກັບ​ເຈົ້າ​ຕະຫຼອດ​ເວລາ

22)  ລ: ລະອຽດອ່ອນ​ກັບ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ

23)  ວ: ​ໄວ້​ໃຈ​ເຈົ້າ

24)  ຫ: ​ເຫັນ​ຄຸນຄ່າ​ຂອງ​ເຈົ້າ

25)  ອ: ອະທິບາຍ​ໃນ​ສິ່ງ​ທີ່​ເຈົ້າ​ບໍ່​ເຂົ້າ​ໃຈ

26)  ຮ: ​ເຮ​ຮາ​ກັບ​ເຈົ້າ​ໄດ້​ທຸກ​ເວລາ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ມີຊາຍສອງ (ປຶກ ແລະ ສະຫຼາດ) ຄົນຂີ່ລົດມາຕຳກັນ ຕ່າງຝ່າຍຕ່າງກໍ່ບໍ່ມີໃຜຍອມກັນເລີຍຫາເຫດຜົນມາເວົ້າໃສ່ກັນ

ປຶກ: ມຶງຮູ້ບໍ່ວ່າກູເປັນລູກໃຜ?

ສະຫຼາດ: ຂະໜາດມຶງຍັງໄກ້ມາຖາມກູເລີຍວ່າມຶງເປັນລູກໃຜລະກູຊິຮູ້ໄດ້ແນວໃດ? ລະມຶງເປັນລູກໃຜຊັ້ນ?

ປຶກ: ກູເປັນລູກຫົວໜ້າໂຮງຮຽນທີ່ມຶງກຳລັງຮຽນຢູ່

ສະຫຼາດ: ລະມຶງຮູ້ບໍ່ວ່າເປັນລູກໃຜຊັ້ນ? ຄັນມຶງຮູ້ຈັກພໍ່ກູລະມຶງຊິໜາວ!!!!!

ປຶກ: ລະມຶງເປັນລູກໃຜຊັ້ນ?

ສະຫຼາດ: ກູເປັນລູກເຈົ້າຂອງໂຮງງານນຳກ້ອນ ຮາຮາຮາຮາຮາ ໜາວບໍ່ມຶງ5555555555555

ຂໍໂທດຖ້າໃຊ້ຄຳບໍ່ສຸພາບແຕ່ເພື່ອຢາກເຮັດໃຫ້ມັນມ່ວນຂື້ນຊື່ໆເດີ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ມີສອງຜົວເມຍທີ່ແຕ່ງງານກັນມາໄດ້ 20 ກວ່າປີ ແຕ່ເຫດການບໍຄາດຄິດກໍ່ເກີດຂື້ນເມື່ອຜູ້ເປັນເມຍສົງໃສວ່າຜົວມີຊູ້ ເລີຍເຂົ້າມາຫາສານເພື່ອຂໍຢ່າງຮ້າງ

ສານ: ເປັນຫຍັງເຈົ້າຈື່ງຢາກປະຜົວ?

ຜູ້ຮ້ອງຂໍ (ເມຍ): ກະຜົວຂອງຂ້ອຍນອກໃຈຂ້ອຍໄປມີເມຍນ້ອຍເດ

ສານ: ເຈົ້າຮູ້ໄດ້ແນວໃດວ່າຜົວເຈົ້າມີເມຍນ້ອຍ?

ຜູ້ຮ້ອງຂໍ (ເມຍ): ເປັນຫຍັງຊິບໍ່ຮູ້ ກະລູກຂອງພວກເຮົາທັງ 4 ຄົນໜ້າຕາມັນບໍ່ຄືພໍ່ຈັກຄົນ

ສານ: ອ໊າວ!!!!! ຊັ້ນມັນໄປຄືໃຜຊັ້ນນະ?

ຜູ້ຮ້ອງຂໍ (ເມຍ): ໜ້າຕາແຕ່ລະຄົນມັນໄປຄືຄົນຂ້າງບ້ານໝົດ ບໍ່ມີຜູ້ໃດຄືພໍ່ຈັກຄົນ

ສານ: ເອີ!!!!! ຊັ້ນໃຫ້ເຈົ້າໄປຖາມຜົວເອົາເອງເດີວ່າຊິຢ່າງຮ້າງ ຫຼື ບໍ່?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2012 | ມີ 22 ຄຳເຫັນ ແລະ 0 trackback(s)

ສອງພໍ່ລູກນັ່ງລົມກັນຢູ່ດີໆຜູ້ເປັນລູກພັດຖາມຂື້ນວ່າ:

ລູກ: ພໍ່ໆ!!! ລະຫວ່າງພໍ່ກັບລູກຜູ້ໃດສະຫຼາດກວ່າກັນ?

ພໍ່: ມຶງກະຖາມແນວບໍ່ຖາມເນາະບັກອັນນິກະຕ້ອງແມ່ນພໍ່ຢູ່ແລ້ວ

ລູກ: ລູກວ່າບໍ່ແມ່ນ

ພໍ່: ເປັນຫຍັງມັນຊິບໍ່ແມ່ນ!!!

ລູກ: ຊັ້ນພໍ່ຮູ້ບໍ່ວ່າໃຜເປັນປານາທິບໍດີຂອງສະຫາລັດຊັ້ນນະ?

ພໍ່: ໂອຍອັນຊ່ຳນີ້ນະ ກະບາຣັກໂອບາມາຫັ້ນເດໃຜຊິບໍ່ຮູ້!!!!!!!!!

ລູກ:ອ໊າວ......!!!! ຄັນພໍ່ສະຫຼາດກວ່າລູກ ເປັນຫຍັງພໍ່ຂອງ ບາຣັກໂອບາມາຄືບໍ່ໄດ້ເປັນຊັ້ນນະ?!!!!!!!!!!!!!!!!!!!!!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຕຳຫຼວດໄດ້ຈັບຊາຍຄົນໜື່ງມາສອບປາກຄຳໃນຂໍ້ຫາຍາດຊິງເມຍຝຣັ່ງ

ຕຳຫຼວດ: ເປັນຫຍັງເຈົ້າຈື່ງໄປຍາດເອົາເມຍຝຣັ່ງ? ເຈົ້າຮູ້ບໍ່ວ່າມັນຜິດນະ?

ປຶກ: ອ໊າວ!!!! ມັນຜິດຊັ້ນຫວາທີ່ຂ້ອຍຟັງຄວາມແມ່ຂອງຂ້ອຍນະ?

ຕຳຫຼວດງົງຢູ່ດົນເຕີບ ແລ້ວຖາມຂື້ນວ່າ: ທີ່ເຈົ້າໄປຍາດເອົາເມຍຄົນອື່ນຫັ້ນມັນກ່ຽວກັບຟັງຄວາມແມ່ບ່ອນໃດ?

ປຶກ: ມັນຫຍັງຊິບໍ່ກ່ຽວ!! ກະແມ່ຂ້ອຍສອນຂ້ອຍມາແຕ່ຕອນຂ້ອຍຍັງນ້ອຍໆວ່າ: ບາດໃຫຍ່ມາໃຫ້ມຶງໄປຫາເອົາເມຍຝຣັ່ງເດີ ມຶງຊິບໍ່ໄດ້ທຸກຍາກ. ແລ້ວຕອນນີ້ຂ້ອຍກະໄດ້ເຮັດຕາມຄຳສອນຂອງແມ່ຂ້ອຍແລ້ວມັນຜິດຊັ້ນຫວະ? !!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2012 | ມີ 25 ຄຳເຫັນ ແລະ 0 trackback(s)

ສອງສ່ຽວອື່ງ ແລະ ກົບກຳລັງນັ່ງກິນອາຫານຢູ່ໃນຮ້ານອາຫານແຫ່ງໜື່ງ ທັນໃດນັ້ນກໍ່ໄດ້ມີຜູ້ຊາຍຕຸ້ຍຄົນໜື່ງຢ່າງເຂົ້າມາໃນຮ້ານນັ້ນ

ອື່ງຫຼຽວເຫັນເລີຍທ້ວງຂື້ນວ່າ:

ອື່ງ: ເຮີຍສ່ຽວ!! ເບິ່ງແມນັກເລງກຳລັງຍ່າງມາພຸ້ນນະ!!!

ກົບ: ຮ໊ວຍ!!! ນັກເລງຫວະ!!!!! ໂອຊັ້ນເຮົາກະຮີບກິນຮີບໜີຕິຊັນ ເຮົາບໍ່ຢາກມີເລື່ອງໃດນິສ່ຽວ

ອື້ງ: ຢ່າຢ່າຢ່າຢ່າ..........!!!!! ໂຕຢ່າຟ້າວເຂົ້າໃຈຜິດສ່ຽວ ບັກນັ້ນມັນນັກເລງຕ່ອນ!!! 555555555555555555