ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຖ້າ​ຫາກ​ວ່າ​ໃນ​ແຕ່​ລະ​ມື້​ທ່ານ​ໄດ້​ຮັບ​ເງິນ​ໂອນ​ເຂົ້າ​ບັນຊີ​ມື້​ລະ 86400 ບາດ​ໃນ​ທຸກໆມື້ ​

ໂດຍ​ມີ​ກະຕິ​ກາ​ວ່າ​ທ່ານ​ຈະ​ຕ້ອງ​ໃຊ້​ເງິນ​ດັ່ງກ່າວ​ນັ້ນ​ໃຫ້ໝົດ​ໃນ​ມື້​ດຽວ

ຖ້າ​ທ່ານ​ໃຊ້​ບໍ່ໝົດ​ເງິນ​ດັ່ງກ່າວ​ນັ້ນ​ຈະ​ຖືກ​ລົບ​ອອກ​ທັນທີ

 

ຄຳ​ຖາມ​ຄື: ທ່ານ​ຄິດ​ວ່າ​ຈະ​ໃຊ້ໝົດບໍ່ ​ແລະ ມີ​ປະ​ໂຫຍ​ດບໍ່?

 

 

ວັນ​ນີ້​ຕື່ນ​ເຊົ້າ​ຂື້ນ​ມາ​ພຣະ​ເຈົ້າ​ປະທານ​ເວລາ​ໃຫ້​ເຮົາ​ຄົນ​ລະ 86400 ວິ​ນາທີ

ທ່ານ​ຕ້ອງ​ໃຊ້​ໃຫ້ໝົດ ຖ້າ​ທ່ານ​ໃຊ້​ບໍ່ໝົດ 86400 ວິນາທີ

ເວລາ​ທີ່​ເຫຼືອນັ້ນ​ກໍ່ຈະ​ບໍ່ສາມາດ​ກໍ່​ໃຫ້​ເກີດ​ປະ​ໂຫຍ​ດ​ໃດໆ ​ແລະ ກໍ່ຈະ​ຖືກ​ລົບ​ອອກ​ໄປ ບໍ່ສາມາດ​ສະສົມ​ໄວ້​ໃຊ້​​ໃນ​ມື້ຕໍ່​ໄປ​ໄດ້

ເວລາ​ຄື​ສິ່ງ​ດຽວທີ່​ມະນຸດສະ​ສົມບໍ່​ສາມາດໄດ້ (ອາກາດ​ຍັງ​ສາມາດ​ເກັບ​ຮັກສາ​ໄວ້​ໃນ​ກິ​ປ໋ອງ​ໄດ້)

ມື້​ນີ້​ທ່ານ​ມີ​ເວລາ​ເຫຼືອຈາກ​ການທ່ຽວຫຼິ້ນ 4 ຊົ່ວ​ໂມງ

ມື້​ອື່ນ​ເຫຼືອອີກ 4 ຊົ່ວ​ໂມງ ມັນ​ບໍ່​ໄດ້​ສະ​ສົມ​ເປັນ 8 ຊົ່ວ​ໂມງ

ສິ່ງ​ທີ່​ມະນຸດສະ​ສົມ​ໄດ້​ຄື: “ຄຸນຄ່າ ​ແລະ ມູນ​ຄ່າ​ເພີ່ມ” ​ເມື່ອ​ເວລາ​ມັນ​ຜ່ານ​ໄປ

    ທຸກ​ຄົນ​ໄດ້​ຮັບ​ເວລາ​ 86400 ວິນາທີ/ມື້ ​ເທົ່າ​ກັນ ຫາກ​ບໍ່​ໃຊ້​ກໍ່ໝົດສະ​ສົມບໍ່​ໄດ້

ມື້​ນີ້​ທ່ານ​ໄດ້​ໃຊ້​ຈ່າຍ​ເວລາ 86400 ວິນາທີ​ ທີ່​ມີ​ຄຸນຄ່າ​ຂອງ​ທ່ານ​ແລ້ວຫຼືຍັງ

(ສ່ວນ ຂພຈ ຍັງ​ເທື່ອ ອິອິອິອິອິ)

Delicious Digg Fark Twitter