ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຊິເຮັດແນວໃດດີເມື່ອເພື່ອນຫັກຫຼັງ
ສ້າງເມື່ອ ກ.ພ.. 28, 2012 24 ຄົນໂຫວດ, 30 ຄຳເຫັນ, ອ່ານ 939 ເທື່ອ
ຂ້າພະເຈົ້າມີໝູ່ຄົນໜື່ງທີ່ສະໜິດສະໜົມກັນມາແຕ່ຕອນຢູ່ປີທີ 1 ຂ້າພະເຈົ້າເຊື່ອໃຈ ແລະ ໝັ້ນໃຈໃນຄວາມມີມິດຕະພາບຕໍ່ກັນມາແຕ່ດົນນານ ແຕ່ມາບໍ່ດົນເທົ່າໃດເຫດການທີ່ບໍ່ຄາດຄິດກະເກີດຂື້ນ ມື້ນັ້ນຂ້າພະເຈົ້າກຳລັງກຽມຕົວຈະຂື້ນລາຍງານບົດລາຍງານແຕ່ກຸ່ມຂອງຂ້າພະເຈົ້າຖືກລາຍງານເປັນກຸ່ມທີ 2 ໂດຍກຸ່ມທີ 1 ແມ່ນກຸ່ມຂອງໝູ່ຂ້າພະເຈົ້າ ໃນຂະນະນັ້ນເອງຂ້າພະເຈົ້າແທບຈະບໍ່ເຊື່ອໃນສິ່ງທີ່ຂ້າພະເຈົ້າເຫັນ “ບົດລາຍງານທີ່ຂ້າພະເຈົ້າກຳລັງຈະລາຍງານນັ້ນຖືກໝູ່ຂອງຕົນເອງທີ່ຮູ້ຈັກກັນມາເປັນເວລາ 4 ປີ ກຳລັງລາຍງານຢູ່” ເຫດການນີ້ເຮັດໃຫ້ຂ້າພະເຈົ້າອຶ້ງ ແລະ ຕ້ອງໄດ້ຂໍເລື່ອນເວລາລາຍງານຕໍ່ໄປ ຂ້າພະເຈົ້າຈຳໄດ້ວ່າຄືນນັ້ນຂ້າພະເຈົ້າໄດ້ນອນພຽງແຕ່ 1 ຊົ່ວໂມງເພາະຕ້ອງໄດ້ຮີບເຮັດບົດລາຍງານໃໝ່ເພື່ອຈະຂື້ນລາຍງານໃນມື້ຕໍ່ມາ
ຂ້າພະເຈົ້າຢາກຖາມວ່າຖ້າທ່ານເປັນຂ້າພະເຈົ້າທ່ານຈະເຮັດແນວໃດກັບເພື່ອນຄົນນີ້?