ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສົມຄວນແລ້ວບໍ່? ບ້ານໃດ ເມືອງໃດ ເປັນແນວນີ້
ສ້າງເມື່ອ ມ.ສ.. 27, 2012 27 ຄົນໂຫວດ, 35 ຄຳເຫັນ, ອ່ານ 733 ເທື່ອ
ເມືອງທົ່ງມີໄຊ ເປັນເມືອງໜື່ງທີ່ນອນຢູ່ໃນແຂວງໄຊຍະບູລີ ເຊີ່ງເປັນເມືອງທີ່ມີການເກັບພາສີອາກອນທີ່ແປກທີ່ສຸດທີ່ເຄີຍພົບເຄີຍເຫັນມາ ເລື່ອງມີຢູ່ວ່າ:
ໃນເມືອງດັ່ງກ່າວນີ້ໄດ້ເກັບພາສີອາກອນນຳປະຊາຊົນຜູ້ທີ່ມີອຸປະກອນສື່ມວນຊົນນັບຕັ້ງແຕ່ວິທະຍຸ-ເທຍ,ໂທລະພາບ, ໂທລະສັບ, ເຄື່ອງຫຼີ້ນວີດີໂອ,ເຄື່ອງຫຼິ້ນຊີດີ ແລະ ລວມທັງ ພັດລົມ, ຕູ້ເຢັນ, ລົດຖີບ, ໄດນ້ຳ, ແລະ ອື່ນໆ... ຖ້າຫາກວ່າຜູ້ໃດມີແລ້ວແຕ່ບໍ່ໄດ້ໄປຂື້ນທະບຽນ ແລະ ເສຍພາສີອາກອນຖືວ່າເຄື່ອງດັ່ງກ່າວນັ້ນບໍ່ຖືກຕ້ອງຕາມກົດໝາຍ
ນອກຈາກນີ້ໃນກໍລະນີທີ່ມີການແລກປ່ຽນຊື້ຂາຍກັນຕ້ອງໄດ້ໃຫ້ອຳນາດການປົກຄອງບ້ານຢັ້ງຢືນໃຫ້ກ່ອນຈື່ງສາມາດຊື້ຂາຍກັນໄດ້ .
ຂ້າພະເຈົ້າເລີຍຢາກຈະຖາມພວກທ່ານວ່າການເຮັດແບບນີ້ມັນສົມຄວນບໍ່? ແລະ ຖ້າບໍ່ໄປຂື້ນທະບຽນຕາມແຈ້ງການນັ້ນຈະຜິດກົດໝາຍແທ້ບໍ່? ແລະ ບ້ານໃດ ເມືອງໃດເປັນຄືແນວນີ້?