ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 24, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ພໍ່ກະດວດໃນປີ ພ.ສ 2442 ຕຣົງກັບ ຄ.ສ 1899 ໃນໄລຍະ ນີ້ລາວເຮົາຕົກເປັນຫົວເມືອງຂື້ນຂອງຝັ່ຣງເສດ ແລ້ວພວກຝັ່ຣງໃດ້ກົດຂີ່ປະຊາຊົນລາວໃຫ້ເປັນພາຫະນະຂົນສົ່ງເຊ່ນ:ເວລາພວກຝັ່ຣງເດີນທາງ ແຕ່ພູຊຸນ ຫາ ສວັນນະເຂຕ ໂດຍຜ່ານເສັ້ນທາງ ເຊໂປນ, ເມືອງພີນ, ເມືອງພ້ອງ, ສອງຄອນ ລະຫານໍ້າ ນາຄໍາ ສົ້ມປ່ອຍ ສວັນນະເຂຕແມ່ນໃຊ້ຄົນຫາມທັງນັ້ນ ໃນແຕ່ລະຄັ້ງຕ້ອງໃຊ້ຄົນຫາມຄັ້ງລະ ບໍ່ຕໍ່າກ່ວາ 200 ຫາ 300 ຮ້ອຍຄົນ ດ້ວຍເຫຕນີ້ ຈຶ່ງສ້າງຄວາມຄຽດແຄ້ນໃຫ້ແກ່ ປະຊາຊົນລາວເປັນຢ່າງມາກຈົນເກີດມີຂະບວນການຕໍ່ຕ້ານ ຝັ່ຣງຂືື້ນ ໂດຍພາຍໃຕ້ ການນໍາຂອງທ້າວ ອະຢີ່ ຊົນເຜົ່າລາວເທິງ ໂດຍຖືເອົາເຂຕບ້ານ ຄໍາສີດາ ໂຄກຜາມພຽງ ເປັນທີ່ໝັ້ນ ເພື່ອເຕົ້າໂຮມກໍາລັງ(ທ້າວ ອະຢີ່ ເອົາເມັຽຄົນບ້ານ ພະລູພະລອງ ແລະໃດ້ລູກນໍາກັນສອງຄົນ ລູກສາວ ກົກຊື່ ນາງ ກະລ້ວຍ ແລະ ລູກຊາຍ ຊື່ ທ້າວ ກະດວດ ແຕ່ຍ້ອນວ່າຊົນເຜົ່າລາວເທິງ ຖືຜູ້ຊາຍສໍາຄັນກ່ວາຜູ້ຍິງ ອະຢີ່ ຈຶ່ງຖືກເອີ້ນ ຕາມຊື່ລູກວ່າ ພໍ່ກະດວດ) ເບື້ອງຕົ້ນ ທ້າວ ອະຢີ່ ຫຼື ພໍ່ກະດວດ ໃດ້່ຊັກຊວນເອົາ ໝູ່ເຂຕ ເມືອງພີນ, ເຊໂປນ ເພື່ອຕໍ່ສູ້ ກັບຝັ່ຣງເສດແຕ່ບໍ່ມີຜູ້ຮ່ວມມືນໍາ ແລະ ຍັງແຖມປະນາມວ່າ ທ້າວ ອະຢີ່ ເປັນຕົນເສັຽສະຕິ. ແຕ່ຍ້ອນຄວາມຄຽດແຄ້ນຂອງ ທ້າວ ອະຢີ່ ທີ່ບໍ່ຕ້ອງການໃຫ້ ຝັ່ຣງເສດມາບັງຄັບຂົ່ມເຫັງຄົນລາວ ອະຢີ່ ຈື່ງເດີນທາງມາຊັກຊວນ ອວນຕ້ານ ເອົາໝູ່ ຢູ່ເຂຕເມືອງ ລໍາເນົາ ໂດຍສະເພາະ ຢູ່ເຂຕບ້ານ ຄໍາສີດາ ຫຼື ໜອງກະດັນ, ເຫຼົ່າໝາດ, ຫ້ວຍຊາຍ,ກະດານ ແກ້ງກອກ ແລະບ້ານຕ່າງໆ ໃນເຂຕເມຶອງ ລໍາເນົາ ຊຶ່ງໃນ ເວລານັ້ນ ແມ່ນທ້າວ ຊຽງຄໍາ ຫຼື ທ້າວ ອຸປະສິທ ເປັນຕາແສງ ສ່ວນບ້ານ ເຫຼົ່າໜາດ ແມ່ນ ທ້າວມາດມະນີວົງສ໌ ເປັນຕາແສງ ພາຍຫຼັງ ອະຢີ່ ໃດ້ທ້ອນໂຮມກໍາລັງແລ້ວ ກໍ່ໃດ້ຍົກໄຜ່ພົລ ເຂົ້າໂຈມຕີ ຝັ່ຣງເສດ ທີ່ຫ້ວຍ ລົງກົງ ສວັນນະເຂຕ ແຕ່ກໍ່ຜ່າຍແພ້ໃຫ້ກັບ ທະຫານ ຝັ່ຣງເສດເພາະ ໃຊ້ ອາວຸທທີ່ທັນສມັຍກ່ວາ ຣະດົມຍິງໃສ່ ທັບຂອງ ທ້າວອະຢີ່ ຫຼື ພໍ່ ກະດວດ ແລະ ແຖມ ຍິງຖລົ່ມດ້ວຍປືນໃຫ່ຽອີກດ້ວຍ.    ຕົຣງກັນຂ້າມ ພໍ່ກະດວດ ມີກໍາລັງພົລນ້ອຍກ່ວາ ແລະ ແຖມຍັງຂາດຄວາມຊໍານານໃນ ຍຸທວິທີຣົບ ໃນທີ່ສຸດ ອະຢີ່ ກໍ່ຖືກຝັ່ຣງເສດ ຈັບໃດ້ ແລະ ກໍ່ຖືກປະຫານຊີວິດເສັຽ

ໝາຍເຫຕ: ຂະບວນການ ຕໍ່ສູ້ ຂອງພໍ່ ກະດວດ ເລີ້ມແຕ່ ປີ ຄ.ສ 1901 ເຖິງ 1911

Delicious Digg Fark Twitter