ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2013 | ມີ 6 ຄຳເຫັນ ແລະ 0 trackback(s)
**********
                ແຕ່ກີ້ແຕ່ກ່ອນ ໃນໝູ່ບ້ານແຫ່ງໜຶ່ງໄດ້ມີການຈັດງານແຂ່ງຂັນ ປີນຜາຫາເນື້ອຄູ່ ໂດຍຢູ່ເທິງໜ້າຜາຈະມີຄົນເອົາທຸງໄປປັກໄວ້ ຖ້າໃຜປິນໄປເອົາທຸງນັ້ນໄດ້ ຈະມີສິດເລືອກເອົາສາວງາມທີ່ຕົນເອງມັກຢູ່ພາຍໃນບ້ານນັ້ນ
               ການແຂ່ງຂັນມີຜູ້ເຂົ້າຮ່ວມຫຼາຍຄົນ ແລະ ມີຊາວບ້ານເຊຍຢູ່ດ້ານລຸ່ມ ເມື່ອການແຂ່ງຂັນເລີ່ມຂຶ້ນ ຊາວໜຸ່ມທຸກຄົນກໍ່ເລີ່ມພາກັນປີນຜາທັນທີ ແຕ່ວ່າການປີນຜານັ້ນບໍ່ແມ່ນເລື່ອງງ່າຍໆ ທັງຝົນຕົກ ທັງໝື່ນ ແຕ່ທຸກຄົນກໍ່ພະຍາຍາມປິນ ເວລາຜ່ານໄປດົນເຕີມ ປະກົດວ່າບໍ່ມີທ່າທີຈະມີຄົນປີນຮອດຍອດທຸງ ແລະ ເວລາກໍ່ຜ່ານໄປຫຼາຍຊົ່ວໂມງ ຊາວບ້ານຈຶ່ງເອີ້ນໃສ່ ໃຫ້ທຸກຄົນກັບລົງມາ ເວລານັ້ນກໍ່ມີທັງຄົນປີນລົງມາຄືນ ແລະ ມີທັງຄົນລະແວງວ່າສິປີນຕໍ່ໄປ ຫຼື ກັບລົງມາດີກ່ວາ ແຕ່ປະກົດວ່າມີຊາຍໜຸ່ມຄົນໜຶ່ງ ທີ່ບໍ່ຍອມປີນລົງມາຄືນ ທັງທີ່ຊາວບ້ານກໍ່ເອີ້ນໃສ່ໃຫ້ບໍ່ຕ້ອງພະຍາຍາມດອກ ມັນຍາກປານນັ້ນ ແຕ່ລາວກໍ່ຍັງປີນໄປຈົນຮອດຍອດທຸງ ພໍກັບລົງມາ ໃຜໆກໍ່ຖາມລາວວ່າ "ເຈົ້າເຮັດແນວໃດຈຶ່ງປີນໄປຮອດ ທັງທີ່ຊາວບ້ານບອກໃຫ້ກັບລົງມາ" ປະກົດວ່າຊາຍໜຸ່ມຄົນນັ້ນເປັນຄົນຫູຫນວກ ຈຶ່ງບໍ່ໄດ້ຍິນສຽງຂອງຊາວບ້ານເອີ້ນໃສ່ ເລີຍເຮັດໃຫ້ລາວກ້າວໄປເຖິງຈຸດທີ່ຫວັງໄດ້ຢ່າງສຳເລັດ.
               ເລື່ອງນີ້ສອນໃຫ້ຮູ້ວ່າ ການທີ່ຄົນເຮົາປິດຫູເຮັດໃນສິ່ງທີ່ບໍ່ຜິດ ກໍ່ບໍ່ຈຳຕ້ອງຟັງເຫດຜົນດ້ານລົບຈາກຄົນ ເພາະມັນຈະເຮັດໃຫ້ເຮົາໝົດກຳລັງໃຈກັບສິ່ງທີ່ເຮົາເຮັດຢູ່...
 
            ຂຽນຂຶ້ນດ້ວຍແຮງບັນດານໃຈຈາກເລື່ອງເລົ່າຂອງຜູ້ເຖົ້າ
 
            ຂໍອະໄພທີ່ຫຼົງໄປລົບໂດຍບໍ່ເຈັດຕະນາ ແຕ່ວ່າ ຕັ້ງໃຈກົດຜິດ ອິອິອິ ແຕ່ກໍ່ໄດ້ຂຽນຂຶ້ນມາແທນແລ້ວ
 

 

Delicious Digg Fark Twitter