ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

1.ລອງໄປເບິ່ງຕາເວັນຕົກດິນຢ່າງຕັ້ງໃຈຢ່າງນ້ອຍປີລະຫນື່ງຄັ້ງ.

2.ຢ່າດູຖູກຄົນອື່ນ.

3.ເວົ້າຄຳວ່າ*ຂອບໃຈ*ໃຫ້ຫລາຍໆ.

4.ຊີວິດຢູ່ພາຍໃຕ້ຈຸດມຸ່ງຫມາຍຂອງຕົນເອງ.

5.ປະຕິບັດນຳຄົນອື່ນຄືກັບຄົນອື່ນປະຕິບັດນຳຕົນເອງ.

6.ບໍລິຈາກເລືອດ.

7.ຄົບຫາເພື່ອນໃຫມ່ເເລະລຳລຶກເຖິງເພື່ອນເກົ່າສະເຫມີ.

8.ຮູ້ຈັກເກັບຄວາມລັບ.

9.ຍອມຮັບຄວາມຜິດພາດຂອງຕົນ.

10.ຈົງສະເເດງຄວາມກ້າຫານເຖິງວ່າຈະບໍ່ໃດ້ເປັນຄົນກ້າຫານ.

11.ຢ່າເປັນຄົນຂີ້ລັກ.

12.ອ່ານຫນັງສືທຳມະຢ່າງຈິງຈັງຢ່າງນ້ອຍປີລະຫນື່ງຄັ້ງ.

13.ຮຽນຮູ້ທີ່ຈະຟັງ.

14.ຢ່າຫມົດຄວາມຫວັງກັບຊີວິດ.

15.ຢ່າສວດມົນເພື່ອຂໍສິ່ງໃດ.

16.ຮູ້ຈັກເກັບອາລົມເມື່ອໂມໂຫ.

17.ມີບຸກຄະລິກທີ່ດີເມື່ອຢ່າງເຂົ້າຫ້ອງເຮັດວຽກ.

18.ຍອມເສຍສິ່ງນ້ອຍໆເພື່ອຫວັງໃນສິ່ງທີ່ດີກ່ວາ.

19.ຢ່າຄົບຫາກັບບຸກຄົນທີ່ບໍ່ເຄີຍສູນເສຍໃດໆເລີຍ.

20.ຢ່ານິນທາຫລັບຫລັງ.

21.ເມື່ອຜະເຊີນຫນ້າກັບງານຫນັກ ຈົ່ງປະຕິບັດກັບມັນຄືກັບວ່າເປັນໄປບໍ່ໃດ້ທີ່ມັນຈະຫລົ້ມເຫລວ.

22.ຢ່າຄຶດວ່າຊີວິດນີ້ຈະຍຸດຕິທຳສະເຫມີໄປ.

23.ຢ່າປະເມີນອຳນາດຂອງການໃຫ້ອະໄພຕໍ່າເກີນໄປ.

24.ເລື່ອງຂອງມື້ນີ້ກໍ່ຕ້ອງເຮັດໃຫ້ເເລ້ວໃນມື້ນີ້.

25.ບໍ່ຕ້ອງຍ້ານທີ່ຈະກ່ວາຄຳວ່າ*ຂໍໂທດ*.

26.ບໍ່ຕ້ອງຍ້ານທີ່ຈະກ່ວາຄໍາວ່າເຮາ*ບໍ່ຮູ້*.

27.ຂຽນເລື່ອງທີ່ເຮົາຢາກຮູ້ກ່ອນຕາຍ 25 ຂໍ້ ເເລະນຳມັນຕິດຕົວໄປຕະຫລອດ.

28.ໂທລະສັບຫາ ພໍ່ເເມ່ ເເດ່ ບໍ່ເເມ່ນໂທຫາເເຕ່ຜູ້ສາວ....55555+++

 

Delicious Digg Fark Twitter