ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ເສຍ​ຢ່າ​ໄຫ້ ​ໄດ້ຢ່າ​ຫົວ

      ຄົນ​ເຮົາ​ເທື່ອ​​ໂຊກ​ຂື້ນ         ຂາຍ​ຂີ້ກໍ່​ຍັງ​ລວຍ

ບາດວ່າ​ເຖິງ​ຄາວ​ຊວຍ              ​ເຮັດ​ຫຍັງ​ກໍ່​ເສຍ​ລ້າ

ຫາກ​ວ່າ​ຍາມ​ລວຍ​ນັ້ນ               ຢ່າ​ມີ​ໃຈ​ອວດອົງ

​ເຖິງ​ຍາມ​ລົງ​ສຸດ​ສ້ວຍ               ກໍ່​ຢ່າ​ຟ້າວ​ຫງ່ວມ​ເຫງົາ

          ຊາຕາ​ຄົນພຶກ​ປີ້ນ         ບໍ່​ມີ​ຢູ່​ຕາມ​ເດີມ

ຈົ່ງ​ເພີ່ມ​ແຮງ​ໃຈ​ລໍ                        ​ເພື່ອ​ຮັບ​ມື​ວັນ​ໜ້າ

ຊາຕາ​ລົງ​ຫຼື​ຂື້ນ                    ​ໃຫ້​ທຳ​​ໃຈ​ໄວ້​ກ່ອນ

ຫລອນ​ວ່າ​ຄາວ​ຕໍ່ໜ້າ                ຊາຕາ​ນັ້ນ​ຂະໜັ້ນຄົງ​ດອກ​ນາ

 

 

ເກັບ ມາແຕ່ ໜັງສືພິມ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຄອງກະວີ   ໜັງສືພິມ ເສດຖະກິດ-ສັງຄົມ
ໄວປາກທຶນໂຫດຮ້າຍ      ຫມາຍດ່າດັນເຂົາ
ໃຈບີ່ນເບົາເສຍສິນ    ເພີ່ນນິນທາເວົ້າ
ໄວຕີນປີນໄປເຂົ້າ        ເຮືອນຮັງງູເຫົ່າ
ບອກວ່າສົບຄາບເຈົ້າ    ນອນເນົ່າປູປາກຖ້ຳ ຈຳໄວ້ຢ່າຊິລືມ
            ໂດຍ ດຣ ທອງຄຳ ອ່ອນມະນີສອນ
ເອົາມາຂະຫຍາຍ ຢູ່ນີ້ອີກທອດໜື່ງ ອິອິ