ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

 ເຫັນວ່າ ເພິ່ນກວ່າ ໄດ້ ໂດນ ເລີຍ ເອົາ ມາ ຝາກ

-ເມື່ອໃຈຮ້າຍຫລາຍ ຢ່າຟ້າວ ຕອບຂໍ້ຄວາມໃຜ ເມືອດີໃຈ ຢ່າຟ້າວໃຫ້ສັນຍາ ເມື່ອເສົ້າຫນັກຫນາ ຢ່າຟ້າວຕັດສິນໃຈ

-ມັນບໍ່ຈຳເປັນຕ້ອງມີ ແຕ່ຄົນສະຫລາດ ທີ່ໄດ້ດີ ແລະມີຄຸນນະພາບຊີວິດທີ່ດີ .

ທຸກໄລຍະຊີວິດ ມີໂອກາດມີບັນຫາ ແຕ່ການນຳພາຕົນເອງອອກມາຈາກຈຸດທີ່ເປັນບັນຫາຫນ້າຊື່ນຊົມ

-ຖ້າໂລກນີ້ບໍ່ມີຄຳວ່າອຸປະສັດ ມະນຸດຈະບໍ່ຮູ້ຈັກຄຳທີ່ ເອີ້ນວ່າ ຄວາມພະຍາຍາມ

- ການຈະຂ້າມຜ່ານໄລຍະເວລາທີ່ໂຫດຮ້າຍຄົງບໍ່ມີອີຫັຍງດີກວ່າ ອົດທົນ ແລະສູ້ກັບມັນ

 

ທີ່ ມາ ໜັງສືພິມ ແຮງງານ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 ຄຳເຕືອນໃຈ

พระพุทธพจน์
นะ ชัจจา วะสะโล โหติ นะ ชัจจา โหติ พราหมโณ กัมมุนา วะสะโล โหติ พราหมโณ      ( ອ່ານ ພາສາໄທບໍ່ເປັນ ເລີຍພິມຕາມປື້ມ)

ແປລວ່າ 
ບໍ່ມີໃຜຊົ່ວໂດຍກຳເນີດ ແລະບໍ່ມີໃຜດີໂດຍກຳເນີດ ຊົ່ວຢູ່ທີ່ທຳເອົາ ແລະດີກໍ່ຢູ່ທີ່ທຳເອົາເທົ່ານັ້ນ, ດັ່ງນັ້ນເພື່ອນຮວ່ມເກີດ ແກ່,ເຈັບ,ຕາຍ, ທັງຫລາຍເມື່ອທ່ານເກີດໃນດວງດີບໍ່ໄດ້ ທ່ານຈົ່ງທຳດີເອົາເຖີດ ແລ້ວທ່ານຈະໄດ້ສີ່ງທີ່ດີ ທີ່ທ່ານຕ້ອງການ ຢ່າໃຫ້ຫມໍດູ ກຳຫນົດໂຊກຊະຕາທ່ານ.ທ່ານຈົ່ງກຳຫນົດມັນເອງໂດຍຄວາມບໍ່ປະຫມາດເຖີດ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

 (ເບີ່ງແຕ່ສີ່ງດີໆ ເຖີດ)
ເຂົາມີສ່ວນ   ຊົ່ວແນ່  ຊ່າງຫົວເຂົາ
ຈົ່ງເລືອກເອົາ     ສ່ວນທີ່ດີ     ເຂົາມີຢູ່
ເປັນປະໂຫຍດ    ເບີ່ງໃຫ້ເຫັນ  ໃຊ້ເປັນຄູ
ສ່ວນທີ່ຊົ່ວ  ຢ່າໄປຮູ້   ຂອງເຂົາເລີຍ
ຈະຫາຄົນມີດີ  ໂດຍສ່ວນດຽວ
ຢ່າມົວທ່ຽວ  ຄົ້ນຫາ  ສະຫາຍ ເອີຍ
ເຫນືອນທ່ຽວຫາ  ຫນວດເຕົ່າ   ຕາຍຢ່າເລີຍ
ຝຶກໃຫ້ເຄີຍ  ເບີ່ງແຕ່ສີ່ງດີ  ມີຄຸນຈິງ;

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

 (ເບີ່ງແຕ່ສີ່ງດີໆ ເຖີດ)
ເຂົາມີສ່ວນ   ຊົ່ວແນ່  ຊ່າງຫົວເຂົາ
ຈົ່ງເລືອກເອົາ     ສ່ວນທີ່ດີ     ເຂົາມີຢູ່
ເປັນປະໂຫຍດ    ເບີ່ງໃຫ້ເຫັນ  ໃຊ້ເປັນຄູ
ສ່ວນທີ່ຊົ່ວ  ຢ່າໄປຮູ້   ຂອງເຂົາເລີຍ
ຈະຫາຄົນມີດີ  ໂດຍສ່ວນດຽວ
ຢ່າມົວທ່ຽວ  ຄົ້ນຫາ  ສະຫາຍ ເອີຍ
ເຫນືອນທ່ຽວຫາ  ຫນວດເຕົ່າ   ຕາຍຢ່າເລີຍ
ຝຶກໃຫ້ເຄີຍ  ເບີ່ງແຕ່ສີ່ງດີ  ມີຄຸນຈິງ;

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

1)ເວລາ ວຽກ​ງານ​ໜັກ ​ໃຫ້​ບອກ​ຕົນ​ເອງ​ວ່າ ນີ້​ຄື​ໂອກາດ ກຽມພ້ອມ​ສູ່​ຄວາມ​ເປັນ​ມື​ອາຊີບ

2)   ເວລາ​ພົບ​ບັນຫາ​ສັບ​ຊ້ອນ ​ໃຫ້​ບອກ​ຕົນ​ເອງ​ວ່າ ນີ້​ຄື​ບົດຮຽນ​ທີ່​ຈະ​ສ້າງ​ປັນຍາ​ໄດ້​ຢ່າງ​ວິ​ເສດ

3)   ​ເວລາ​ພົບ​ກັບ​ຄວາມທຸກ​ໜັກ​ໃຫ້​ບອກ​ໂຕ​ເອງ​ວ່າ ນີ້​ຄື​ແບບ​ຝຶກ​ຫັດ​ທີ່​ຈະ​ຊ່ວຍ​ໃຫ້​ເກີດ​ທັກ​ສະ​ໃນ​ການ​ດຳ​ເນີນ​ຊີວິດ

4)   ເວລາ​ພົບ​ຫົວໜ້າ​ຈອມ​ເຫັນ​ແກ່​ຕົວ ​ໃຫ້​ບອກ​ວ່າ ນີ້​ຄື​ການ​ຝຶກ​ຕົນ​ໃຫ້​ເປັນ​ຄົນ​ທີ່ສົມບູນ​ແບບ

5)  ​ເວລາ​ພົບ​ຄຳ​ຕຳນິ ​ໃຫ້​ບອກ​ຕົນ​ເອງ​ວ່າ ນີ້​ຄື​ການ​ຊີ້​ບອກ​ຂຸມ​ຊັບ​ສົມບັດ

6)   ເວລາ​ພົບ ຄຳ​ກ່າວ​ຂັວນນິນທາ ​ໃຫ້​ບອກ​ຕົນ​ເອງ​ວ່າ ນີ້​ຄື​ການ​ສະທ້ອນ ວ່າ​ເຮົາ​ຍັງ​ຄົງ​ເປັນ​ຄົນ​ທີ່​ມີ​ຄວາມ​ໝາຍ

7)   ເວລາ​ພົບ​ຄວາມ​ຜິດ​ຫັວງ ​ໃຫ້​ບອກ​ວ່າ​ນີ້​ຄື​ວິທີ​ທຳ​ມະ​ຊາດ ພວມ​ສ້າງ​ພູມ​ຄຸ້ມ​ກັນ​ໃຫ້​ແກ່​ຊີວິດ

8)   ເວລາ​ພົບ​ຄວາມ​ເຈັບ​ໄຂ້​ໄດ້​ປ່ວຍ ​ໃຫ້​ບອກ​ໂຕ​ເອງ​ວ່າ ນີ້​ຄື​ການ​ເຕືອນ​ໃຫ້​ເຫັນ​ຄຸນຄ່າ​ຂອງ​ການ​ຮັກສາ ສຸຂະພາບ​ໃຫ້​ດີ

9)  ​ເວລາ​ພັດ​ພາກ​ຈາກ​ຄົນ​ຮັກ ຂອງ​ຮັກ ​ໃຫ້​ບອກ​ຕົນ​ເອງ​ວ່າ ນີ້​ຄື​ບົດຮຽນ​ຂອງ​ການ​ຮູ້ຈັກ​ຢືນ ດ້ວຍ​ແຂ່ງ​ຂາ​ຂອງ​ຕົນ​ເອງ

10)ເວລາ​ພົບ​ລູກ​ຂີ້​ດື້ ​ໃຫ້​ບອກ​ຕົນ​ເອງ​ວ່າ​ນີ້​ຄື​ໂອກາດ​ການ​ເປັນ​ພໍ່​ແມ່ນ​ທີ່​ແທ້​ຈິງ

11)ເວລາ​ພົບ​ຄົນ​ຮັກ​ປະ​ຖີ້ມ ​ໃຫ້​ບອກ​ຕົນ​ເອງ​ວ່າ​ນີ້​ຄື​ຄວາມ​ເປັນ​ອະນິຈັງ ທີ່​ທຸກ​ຊີ​ວິດ​ມີ​ໂອກາດ​ພານ​ພົບ

12) ​ເວລາ​ພົບ​ຄົນ​ທີ່​ຮັກ​ເຮົາ ​ແຕ່​ເຂົາ​ມີ​ຄູ່​ຄອງ​ແລ້​ວ ​ໃຫ້​ບອກ​ຕົນ​ເອງ​ວ່າ​ນີ້​ຄື​ປະຈັກ​ພະຍານວ່າ​ບໍ່ມມີ​ໃຜ ​ໄດ້​ທຸກ​ສີ່​ງທຸກ​ຢ່າງ​ດັ່ງ​ຕັ້ງ​ໃຈ​ຫັວງ​.

ຄັດ​ຈາກ​ໜັງສືພິມ ການ​ຄ້າ