ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 

ວາຈາສອນໃຈ ໜັງສືພິມລາຍອາທິດ ສະຫັວນພັດທະນາ

*      ຄວາມຊົ່ວຂອງຄົນ ມີອຳນາດຮັ່ງມີ ເອີ້ນວ່າ ຈຸດອ່ອນແຕ່ຖ້າເປັນຄວາມຜິດຂອງຄົນຍາກຈົນ ເອີ້ນວ່າ ອາດສະຍາກຳ

*      ທຸກຄົນເກີດມາ ຈະມີໝໍທຳມະຊາດ ທີ່ດີທີ່ສຸດຕິດຕົວມານຳຄື: ກິນອາຫານຢ່າງເໜາະສົມ,ອອກກຳ ລັງກາຍ ພັກຜ່ອນ ເຮັດໃຫ້ໃຈສົດຊື່ນ

*      ບໍ່ມີໃຜຕັດສິນວ່າເຮົາດີຫຼືຊົ່ວໄດ້,ຈະດີຫຼືຈະຊົ່ວຢູ່ທີ່ຕົວເຮົາທຳ ຈະສູງຫຼືຈະຕ່ຳຢູ່ທີ່ເຮົາທຳຕົວ.

*      ສຸຂະພາບຄືຊັບສົມບັດອັນລ້ຳຄ່າ ບໍ່ມີສີ່ງໃດຈະທຳລາຍອະນາຄົດຂອງຄົນຜູ້ໜື່ງໄດ້ ຢ່າງໂຫດຫ້ຽມ ເທົ່າກັບສຸຂະພາບທີ່ຊຸດໂຊມຂອງຂອງເຂົາ

*      ຄົນ,ຄືຊັບພະຍາກອນທີ່ມີຄ່າສູງສຸດ ໄດ້ຊັບພະຍາກອນບຸກຄົນທີ່ດີແລ້ວ ບໍ່ມີກໍ່ຈະມີ ມີໜ້ອຍກໍ່ເປັນ ມີຫຼາຍ ຍາກກໍ່ກາຍເປັນງ່າຍ ໜັກກໍ່ເປັນເບົາ ຍາວກໍ່ເປັນສັ້ນ

ກະລຸນນາຕິດຕາມ ສະບັບຕໍ່ໄປ