ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ພາສາຈາ ພາສາໃຈ     ກອບ​ມາ​ຈາກ (ໜັງສືພິມປະຊາຊົນ)

ໂດຍ: ດຣ. ທອງຄຳອ່ອນມະນີສອນ

      ຄົນຈະດີແລະຮ້າຍ           ສຸດຢູ່ກັບໃຈ ທ່ານເອີຍ!

ຄັນໃຈດີໃສສີ                     ສະອາດງາມຈິງນັ້ນ

ປັ້ນແຕ່ງການກະທຳໃຫ້              ດີໄປໝົດທຸກຢ່າງ

ຄັນໃຈຄົນໂຫດຮ້າຍ                ວາຈາໂວວຶດຮ້ອນ

            ຜົນສະທ້ອນດັ່ງໄຟ ຫັ້ນແລ້ວ!!

      ໃຈດີປາກກ່າວເວົ້າ           ຈາມ່ວນນວນຫູ

ຊວນຫມູ່ ປີນພູສູງ                 ດຸ່ງເຖິງສະຖິດໄດ້

ວາຈາ-ໃຈນວນນິ້ມ                 ປຸກລະດົມຊ່ວນເຊື່ອ

ເຮືອໃຫຍ່ລົມຖະຫລົ່ມຫລົ້ມ           ຈົມນ້ຳກໍ່ບໍ່ຕາຍ

      ວາຈາ-ໃຈຈອດຝັ້ນ           ພັນຜູກສະເຫນ່ຫາ

ວາຈາພາມີມິດ                    ຫມູ່ສະຫາຍຫລາຍລົ້ນ

ຄົນທັງຫລາຍລຽນລ້ອມ              ຫອມນິຍົມຄວາມປາກ

ປາກຊ່ວຍໂຮມຮັກຫຸ້ມ               ປະຊຸມສັນຕິພາບໄດ້

                        ເພາະໃຈເວົ້າຄ່ອງກັນນີ້ແລ້ວ!

      ອອ້ຍຕານ​ຫວານ​ແຊບ​ຊ້ອຍ     ກໍ່​ພຽງ​ແຕ່​ຊິວຫາ

ຈາງຈືດ​ຫມົດ​ຄວາມ​ຫວານ                  ກໍ່​ຢູ່​ພຽງ​ປາຍ​ລີ້ນ

ລົມປາກ​ຫວານ​ຫູນັ້ນ                ບໍ່​ມີ​ວັນ​ເຫີ​ຍງ່າຍ

ຫວນຮໍ່າຮອນ​ຄິດ​ຮອດ​ເລື້ອຍ          ບໍ່​ມີ​ເມື່ອຍ​ຄະນິງ

      ​ເຈັບ​ອື່ນ​ແສນ​ຫມື່ນ​ແຄ້ນ        ຄາ​ຄັບ​ເຄືອງ​ອົກ

ກໍ່​ເລົ່າ​ແຄນ​ຄາຍ​ມຸດ                ມອດ​ປົງ​ໄປ​ໄດ້

​ແຕ່​ວ່າ​ເຈັບ​ໃຈ​ຊ້ຳ                        ນຳ​ຄຳ​ຄົນ​ດ່າ

ວາຈາ​ສຸມ​ສຽບຈີ້ມ                        ​ເຈັບ​ຮ້າຍ​ຕະຫລອດ​ຕາຍ ​ແທ້​ໃດ!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ປາ​ແດກ       ( ໜັງສືພິມ​ຊາວ​ໜຸ່ມ​ລາວ) ແຕ່ງເອງບໍເປັນ ກອບມາບອກຕໍ່ ເພາະວ່າເປັນ ແນວມັກຕ້ອງໄດ້ກິນທຸກມື້ ຂາດບໍ່ໄດ້

​ໂດຍ: ດອກ​ສະ​ເລ​ເຕ​ແດນ​ໜາວ

      ປາ​ແດກ​ສຸດ​ເລີດ​ລໍ້າ          ມີຄ່າ​ທາງ​ອາຫານ

ຄັນ​ຫາກ​ແມ່ນ​ຄົນ​ລາວ               ຢູ່​ໃສ​ກໍ່​ຄົງ​ຮູ້

ຫ່ອນ​ຫາກ​ຫລົງ​ລືມ​ໄດ້               ນຳ​ປາ​ດິບຕາຍ​ເນົ່າ

ຊາວ​ເກືອ​ຮຳ​ແກບ​ເຂົ້າ               ​ໃສ່​ໄຫ​ໄວ້​ແຊ່​ດົນ

      15 ວັນ​ຈຶ່ງ​ໄດ້              ​ເກືອ​ຕື່ມ​ລົງ​ເຕີມ

ຮຳ​ອ່ອນ​ວາງ​ປາກ​ໄຫ               ອັດ​ແຈບ​ດີ​ແປງ​ໄວ້

ກັນ​ແມງວັນ​ເຈາະ​ເຂົ້າ               ວາງ​ຂີ້​ຂາງ​ລົງ​ໃສ່

​ເສັດ​ສູດ​ປາ​ແດກ​ໄດ້                ກິນ​ໃຊ້​ໄວ້​ເຫິງ​ນານ

      ປາ​ແດກ​ມີ​ກິ່ນ​ເອົ້າ                  ​ເໝັນ​ເນົ່າ​ຕິດ​ມື

ອ.ຍ ຢາ​ບໍ່​ຈົດ​ເປັນ                 ບອກ​ອາຫານ​ເປີ​ເປື້ອນ

​ເຖິງ​ຈະ​ມີ​ໝອນ​ເຕົ້າ                ມວນ​ແມງວັນ​ຂີ້​ໃສ່

​ໃຜ​ຜູ້​ກິນ​ປາ​ແດກ​ເຂົ້າ               ​ເຫັນ​ຍົກ​ເວົ້າ​ວ່າ​ຕາຍ

      ຮູ້​ແຕ່!​ໂລກ​ຍົກ​ອ້າງ           ອາຫານ​ແຫ່ງ​ລາວ​ຫລັກ

ລ້ານ​ຊ້າງ​ມີນາ​ມ​ເຫີ​ງ                ​ເກີດ​ມາ​ກໍ່​ເຫັນ​ພໍ້

ສາລະພັນ​ຄິດ​ປຸງ​ໃຊ້                ປະສົມ​ຫຍັງ​ກໍ​ຄວນ​ຄ່ອງ

ນົວ​ປາ​ແດກ​ວ່າ​ນີ້                  ​ເດັດ​ເຄັມ​ແທ້​ແນ່ນອນ

      ຂື້ນ​ວຽກ​ງານ​ເມື່ອຍ​ລ້າ         ​ເທື່ອ​ແຂກ​ແວ່​ເຮືອນ​ຢາມ

ບໍ່​ທ່ວງທັນ​ແນວ​ກິນ                 ຄິດ​ໃສ່​ໄຫ​ທຳ​ໄດ້

ປາ​ແດກ​ຈົກ​ອອກ​ມາ​ຈ້ຳ              ກັບ​ຜັກ​ນາງ​ແນວ​ໜໍ່

​ໃສ່​ພາ​ໂຕກ​ສູ່​ຕ້ອນ                 ປັ້ນ​ເຂົ້າໜຽວ​ໜໍ່າຄຸ້ຍ ຄະນິງ​ໃຫ້​ຄິດ​ເຖິງ.....

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເສດຖະກິດ -ສັງຄົມ

ຄວາມຮັກຄວາມຮູ້ບຸນຄຸນ

ໂດຍ: ລູກບັງບົດ

      ຄວາມຮັກທີ່ແທ້              ດູແລຮໍ່ແຫນຫອມ

ຖະຫນອມພົວແພງພັນ               ໃຫ້ກຳລັງໃຈນັ້ນ

ສຸດແສນຫວານແວວຕາສິ້ງ           ຫລິງກັນຍາມຍາກ

ຮັກຮໍ່ແຮງຮ່ວມຫຸ້ມ                  ຊູຊວ້ານຊ່ວຍກັນ ແທ້ນາ.

      ຮູ້ຄຸນຄ່າເງິນຫມື່ນລ້ານ        ຕື້ຕິ່ວພັນແສນ

ແຕ່ບໍ່ຮູ້ຄຸນບິດາມານດາ              ຊົ່ວຊາມເລວຮ້າຍ

ຮູ້ຕາຍໆຕາມບ້າ                   ເທວະດາຊິຍ້ອງກ່າວຊັ້ນບໍ

ຮູ້ຢ່າງນີ້ເຊົາເອີ້ນວ່າບໍ່ຮູ້              ປັນຍາປູ້ຍີ່ງກວ່າຄວາຍ

      ສັດບໍ່ເຄີຍຕອບຕ້ານ          ຄຸນແມ່ນມານດາ

ສັດສາບໍ່ເຄີຍກະທຳເສຍ             ໃຫ້ພໍ່ແມ່ນ້ຳຕາຍ້ອຍ

ຄົນເຮົາໃສວ່າໃຈສູງຊັ້ນ             ປັນຍາດີແສນປະເສີດ

ຄືເຮັດໃຫ້ພໍ່ແມ່ຫລັ່ງນ້ຳຕາຍັ່ງຍ້ອຍ            ເປັນທຸກນຳລູກເຕົ້າ

                              ແລງເຊົ້າບໍ່ສະບາຍຫັ້ນເດ!!!!

      ບາງຄົນເກີນເກ່ງແທ້          ຕອບແຕ່ຄຳຖາມ     

ຖາມຫຍັງຕອບສະບາຍ              ແມ່ນບໍ່ຄາພໍຫນ້ອຍ

ແຕ່ບໍ່ເຄີຍຫລິງເບື້ອງ               ຕອບແທນຄຸນແຜນດິນຢູ່

ບໍ່ມີໃຈຕໍ່ສູ້ເພື່ອແຜ່ນດິນຢູ່ນີ້           ໃຜຊິວ່າທ່ານດີ ເດນໍ

      ຮູ້ຫລາຍສີ່ງໃນໂລກກ້ວາງ            ວິຊາສາດສິລະປະ

ແຕ່ບໍ່ມີທຳມະ                     ຮູ້ຄ່າຄຸນເມືອງບ້ານ

ມີແຕ່ຫາແນວຕ້ານ                 ການງານບໍ່ຕັ້ງຕໍ່

ບໍ່ມີໃຈກໍ່ສ້າງ                     ເມືອງບ້ານບໍ່ຫ່ອນເປັນ ແທ້ດາຍ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຫນັກເອົາ ເບົາສູ້

ຢາກໃຫ້ສຳເລັດໄດ້           ໃນຫນ້າທີ່ການງານ

ຕ້ອງມີໃຈທົນທານ           ຫນົກເອົາເບົາສູ້

ເປັນຜູ້ໃຈເຂັ້ມແຂງ           ທຳງານຢ່າງດຸຫມັ່ນ

ສາມາດຟັນຜ່າມ້າງ           ງານຫຍຸ້ງຍາກເຂັນ

      ເປັນຄົນໃຈເກ່ງກ້າ     ຜ່ານຜ່າອຸປະສັກ

ຫນັກເອົາໃຫ້ມັນສຳເລັດ       ເບົາເຮັດມັນຈົນແລ້ວ

ບໍ່ເປັນຄົນແອວຕັ້ງ           ຫລັງຍາວມັກງ່າຍ

ຈິດໃຈບຸກບັ່ນກ້າວ           ເດີນຫນ້າຢູ່ບໍ່ເຊົາແທ້ດາຍ.

ເສດຖະກິດ -ສັງຄົມ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ໄຂປິດສະຫນາສຸພາສິດ

ຄົນລາຍໃນ ເສືອລາຍນອກ

      ເສືອລາຍນອກບອກຮູ້         ເຫັນແຕ່ທາງໄກ

ແຕ່ວ່າໃຈຂອງຄົນ                 ເບີ່ງບໍ່ເຫັນກະຈະແຈ້ງ

ບາງຄົນແຍງແນມຫນ້າ        ທັງວາຈາກໍ່ຜຸດຜ່ອງ

ຫລາຍຄົນຫລົງຍົກຍ້ອງ       ວ່າດີແທ້ຊູ່ອັນ

      ບາດວ່າໃຈແດງອອກນັ້ນ       ບໍ່ເຫມືອນດັ່ງວາຈາ

ບໍ່ເຫມືອນຫນ້າຕາຄົນດີໆ            ທີ່ຫລາຍຄົນຫລົງຍ້ອງ

ໃຈຈອງຫອງເມົາມົ້ວ                ພົວພັນແຕ່ແນວເຖືອ່ນ

ຊອກເຄື່ອນໄຫວຕວະຕົ້ມ             ບໍ່ສົມແທ້ດັ່ງຈາ ນັ້ນນາ.

ເສດຖະກິດ -ສັງຄົມ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເສດຖະກິດ -ສັງຄົມ  ສະບັບ ຕັ້ງແຕ່ ເດືອນ ມີນາ ພຸ້ນ ຢ່າວ່າ ກັນເດີ

ຄົນງາມຍຸກໃຫມ່

ໂດຍ:ລູກບັງບົດ

ຄົນງາມບໍ່ແມ່ນງາມແຕ່ຫນ້າ     ຮູບຮ່າງຜີວພັນ

ບໍ່ແມ່ນງາມຄົບຂັນ           ແຕ່ກາຍາເນື້ອ

ຄົນທີ່ງາມໆແທ້              ມີສິນນະທຳອັນປະເສີດ

ງາມທັງກາຍໃຈກໍ່ໃຫ້          ເຂົາຈື່ງຮ້ອງວ່າງາມແທ້ດາຍ

      ງາມພຽງກາຍເພີ່ນບໍ່ເວົ້າ       ຍໍຍື່ນສັນລະເສີນ

ບໍ່ແມ່ນງາມເຜີນໆ                        ກໍ່ກ່າວກັນວ່າງາມແລ້ວ

ແນວທີເຂົາຍໍຍ້ອງ                        ງາມກາຍ ວາຈາໃຈສະອາດ

ມາລະຍາດພຽບພ້ອມ               ຖະຫນອມຫ້ອຍຫໍ່ໃຈ

      ງາມຂອງຄົນບໍ່ແມ່ນຢູ່ທີ່ຫນ້າ    ຮູບຫລໍ່ງາມຕາ

ໂອບເອ້ເງິນຄຳເພັດນິນຈິນດາ         ໂລດຊິງາມໄປໄດ້

ສີ່ງທີ່ງາມເຂົາໃຊ້                        ວາຈາໃຈແຈບຈິ່ງ

ນີ້ແຫລະສີ່ງເອກອ້າງ               ທາງເຄົ້າຄ່າຄົນ

      ບາງຄົນງາມແຕ່ຫນ້າ         ຄຸນຄ່າບໍ່ເຄີຍມີ

ເປັນຄົນເສຍສັກສີ                 ເພາະມີໃຈປວ່ງບ້າ

ຄວາມຕັນຫາພາໂລລ້ຽວ       ຫາເງິນໃນທາງເຖື່ອນ

ຊີວິດເປິເປື້ອນຮ້າຍ           ຊິງາມໄດ້ຈັ່ງໃດນັ້ນເດ

      ເຫືນອຄົນສວມສອດໄດ້  ເພັດຄ່າລາຄາແພງ

ມາເຍືອງແຍງປະດັບ         ຄ່າມັນຫລາຍລ້ານ

ແຕ່ທາງໃນໃຈເປື້ອນ          ແຍງໄປຫນ້າເບື່ອ

ງາມເຫມືອນເດືອນອກກ້ຽງ           ໃນນັ້ນບໍ່ງາມນັ້ນນາ

      ຈຳປາລາວກິ່ນກົ້ວ     ຫອມບໍ່ຫນ່າຍຄາຍສີ

ຫອມໄປມີຄວາມຫມາຍ        ອ່ອນນອນນູມນິ້ມ

ຫອມໄປທຸກຫົນຫ້ອງ          ເວຫາບົນອາກາດ

ທຳມະຊາດດອກຈຳປາສະອາດອ້າງ           ນາງຜູ້ງາມຢາດຍ້ອຍ ແນວນີ້ລະແມ່ນງາມແທ້ນາ.

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄອງກະວີ ສີວາຈາ

ໂດຍ: ບຸນທະວີ ຈຳປາທອງ

ບໍ່ແມ່ນເຮືອນໃຫຍ່ກ້ວາງ            ງາມງົດທັນສະໄໝ

ໄສ່ວ່າຈະແສນສຸກ                 ຊື່ນຊວງສຳລານຍີ້ມ

ຄັນຄົນໃນເຮືອນຫ້ອງ               ບໍ່ປອງດອງເອກະພາບ

ມີຫລືຈະມ່ວນແມ້ງ                 ແຫນງວ່າຢູ່ຕູບນ້ອຍ

                                           ກໍ່ສຸກໄດ້ຫາກຮັກກັນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຖິ່ນຖານບ້ານຂ້ອຍ

ໜັງສືພຶມ ເສດຖະກິດ-ສັງຄົມ

ໂດຍ: ສ.ສີນົນທອງ

      ດິນຖິ່ນຖານແຫ່ງນີ້           ເປັນທີ່ຢູ່ອາໄສ

ຢູ່ໄດ້ມາຫລາຍປີ                  ແຕ່ມື້ລາງຄາວກີ້

ດິນດີມີດົງກ້ວາງ            ພືດພັນພໍ່ແມ່ປູກ

ໃຫ້ລູກຫລານສືບສ້າງ               ເຖິງເທົ້າປັດຈຸບັນ

      ສຳຄັນໄປກວ່ານັ້ນ           ທຳມະຊາດງາມຕາ

ສາຍທາລາໃສເຢັນ                ລ່ອງລິນແຄມບ້ານ

ຊົນລະປະທານພຽງພໍນ້ຳ            ໄຫລລິນລົງເຂົ້າທົ່ງ

ໃກ້ບ້ານຂົງເຂດອ້ອມ               ມີນາກ້ວາງສຸດສາຍຕາ

      ຕາມທົ່ງນາຖິ່ນນີ້            ຍາມເຂົ້າສຸກເຫລືອງນາ

ວາໂຍປີວໂພຍພັດ                 ສົ່ງກິ່ນຫອມຫວນເອົ້າ

ໜ້າອອນຊອນເຫັນເຂົ້າ             ໃນນາເຫລືອງກ່ອງ

ຄືດັ່ງຟອງຍວກຍູ້                  ຍາມລົມຕ້ອງພັດປີວ

      ທີວວະທັດຢູ່ໃກ້             ທາງທິດບົວລະພາ

ມີພູຜາສູງຊັນ                    ຕ່ຳສູງລຽນຊ້ອນ

ໜ້າສະອອນສັກກຸນາມັນຮ້ອງ         ວີວອນຫາຄູ່

ບິນເປັນຫມູ່ສູ່ທ້ອງຟ້າ              ບິນເຈີດເຈີ້ຍສົ່ງສຽງ

      ຕາມດົງດອນປ່າໄມ້          ມີສັດສີ່ງກວາງຟານ

ມີທັງສັດເລືອຄານ                 ຮອກກະແຕແລນຈ້ອນ

ໜ້າສະອອນຄາວໄມ້               ລົມຕີພັດທັ່ງ

ສຽງດັງປະສານສຽງນັກຮ້ອງ          ດັງກ້ອງເສບງັນ

      ບ້ານຂ້ອຍມີພຽບພ້ອມ        ອຸດົມດ້ວຍຊັບສີນ

ຊັບໃນດິນສິນໃນດົງ                ຮັ່ງມີບໍ່ອຶດໄຮ້

ເຂົ້າໃນນາປາໃນນ້ຳ                ຕາມດົງມີສັດປ່າ

ໄມ້ມີລາຄາແພງບໍ່ອຶດໄຮ້            ຫາໄດ້ຄູ່ຍາມແທ້ນາ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ລຳຂອງສະອື້ນ

ນ້ຳຂອງຮ້ອງຮ່ຳໄຫ້                ອາໄລໝູ່ປູປາ

ອາໄລຫີນຜາຮຽງ                  ຫາກຊາຍຮົນຮ້ອນ

ເມື່ອກ່ອນເຄີຍນອນນີ້ງ              ໃນນະທີສະຫງົບງຽບ

ເພາະນ້ຳຂອງລຽບຕັ້ງ               ເຕັມຕື້ງຕາຝັ່ງຊັນ

ນ້ຳຂອງຜັນປ່ຽນປີ້ນ                ລາຕາຝັ່ງລົງໂກນ

ຫາດຊາຍເປັນໂນນຂາວ             ໄຫງ່ຜົງຜານຮ້ອນ

ກ້ອນຫີນເຄີຍຄຽງນ້ຳ               ທົນລະກຳແລ້ງດ່າງ

ແດດເຜົາຜານແຜດຮ້ອນ      ນ້ຳຕານອງອາບແກ້ມ

                              ເພາະນາແລ້ງເຂົ້າຫ່ຽວຕາຍ

ຄົນຮ້ອນຮົນ ພືດຫ່ຽວແຫ້ງ           ນ້ຳຂອງຈາກຈອນວັງ

ຫລືມີຫຍັງອຸດຕັນ                  ຮ່ອມຮູທາງນ້ຳ

ເຮັດໃຫ້ລຳຂອງແຫ້ງ               ໄຫລບໍ່ແຮງຄືຄາວກ່ອນ

ນ້ຳຂອງນອນແນບນີ້ງ               ຄີງສະອື້ນເອີ່ຍໃສ່ປາ

ຄັນວ່າສາຍແມ່ນ້ຳ                 ຫາກລາລົດບົກລົງ

ມີຫລືສາຍລຳເຊ                  ຊິຕື່ງເຕັມຄືຄາວກີ້

ຫາກນ້ຳໜີໄລທ້າງ                 ທາງສາຂາບັນດາເຂື່ອນ

ຫາຍານະຊິມາເຢືອນ               ຄັນເຂື່ອນເຂີນຂາດນ້ຳ

                              ຊິນຳໂທດໃສ່ຜູ້ໃດ

ຄັນຊິໄຂຄ່າສ້າງ                   ຜະລິດແຫລ່ງພະລັງງານ

ເປັນຫມໍ້ໄຟອາຊຽນ                ກໍຫາກລົງມືໄດ້

ຄັນຫມໍ້ໄຟນ້ຳກົດແຫ້ງ              ຊິແຍງເຫັນພໍພຸ່ມພູ່

ປຽບດັ່ງລຳແມ່ນ້ຳ                  ນັບວັນເຂີນຂາດແຫ້ງ

                              ຊິລາແກ້ງເຂື່ອນເຂີນຊັ້ນໃດ.

ຄັດຈາກໜັງສືພິມ ເສດຖະກິດ- ສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄອງກະວີ: ບຸນທະວີ ຈຳປາທອງ

ຕອນຢູ່ສັນສືບສ້າງ           ວາງມອບກາຍໃຈ

ໃຫ້ຄອບຄົວສັງຄົມລວມ             ຮ່ວມຊົນຜົນງານເຈົ້າ

ຕອນຢູ່ຄົນຊົມຍ້ອງ                 ຕອນຕາຍອາໄລ່ຫວ່ງ

ເພາະຄວາມດີທີ່ສ້າງ               ປະດັບອ້າງບໍ່ເສື່ອນຫາຍ

ໜັງສືພິມ ເສດຖະກິດ -ສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໄຂຄຳຄົມ ບົ່ມປັນຍາ 5/12/11

ໜັງສືພິມ ເສດຖະກິດ- ສັງຄົມ 5/12/11

v  ບໍ່ມີນາຍພົນຄົນໃດຈະຕໍ່ສູ້ສົງຄາມພຽງຕົວຄົນດຽວໄດ້ ເຂົາຈະມີທະຫານຫລາຍສິບຫລາຍຮ້ອຍຄົນ ຮ່ວມຕໍ່ສູ້ນຳ ແຕ່ຄວາມສຳເລັດຂອງເຂົາຂຶ້ນຢູ່ກັບການໄດ້ຄົນທີ່ຖຶກຕ້ອງ ແລະຮັບໜ້າຢູ່ບ່ອນຖຶກ ຕ້ອງ.

v  ສ່ວນທຳອິດຂອງຄວາມສຳເລັດຄື ເລີ່ມຕົ້ນດ້ວຍຄວາມຄິດໃຫມ່ໆ ສ່ວນທີ ສອງຄື: ເກາະຕິດຢູ່ກັບ ຄວາມຄິດໃໝ່ອັນນັ້ນ,

v  ຄວາມໃຝ່ຝັນຂອງຄົນຄືໂຕຊີ້ບອກເຖິງຄວາມຍິງໃຫຍ່ຂອງເຂົາ ສ່ວນຄວາມພະຍາຍາມ ແລະອົດ ທົນຄືຕົວຊີ້ບອກເຖິງຄວາມສຳເລັດ.

v  ການອ່ານໂດຍທີ່ບໍ່ຮີ່ນຕອງປຽບເໝືອນການກິນອາຫານບໍ່ໄດ້ຍ່ອຍ

v  ຍີ່ງຮຽນຫລາຍເທົ່າໃດ ກໍ່ຍິງພົບວ່າເຮົາໂງ່ເທົ່ານັ້ນ

v  ບໍ່ມີຄວາມບັນເທີງໃດ ຫຼືຄວາມເພີດເພີນໃດໆ ຈະລາຄາຖືກ ແລະຍາວນານເໝືອນການ ອ່ານ

v  ການອະພິປາຍເປັນການແລກປ່ຽນທາງປັນຍາ ແຕ່ການຖົກຖຽງເປັນການແລກປ່ຽນຄວາມ ໂງ່

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄິດຮອດບ້ານ

                              ໂດຍ: ບຸນສົງດວງປະເສີດ

v  ຊີວິດຄົນເຮົານີ້        ມີຫລາຍອັນແຕ່ກໍ່ຕ່າງ

ບາງຄົນເມົາສືບສ້າງ                ຢູ່ທາງບ້ານເກົ່າຫຼັງ
ບາງຄົນເດີນໄປກ້ຳ                 ເມື່ອງໃຫຍ່ທັນສະໄໝ

ມີແສງໄຟເຮືອງສີ                        ຕະຫຼອດວັນບໍ່ມີມົ້ວ

ບາງຄົນກໍ່ເດີນໄປຢັ້ງ               ປະເທດໃຫຍ່ແດນໄກ

ໃຊ້ຊີວິດໃນເມືອງເຂົາ               ທີ່ຈະເລີນມາແລ້ວ

ແຕ່ແນວໃດບໍ່ຢຸດຢັ້ງ                ຍັງຄິດເຖີງບ້ານເກົ່າ

ບ້ານທີ່ຝັງສາຍແຮ່                 ບ້ານທີ່ແຫ່ສາຍບື

ບ້ານທີ່ພືຜ້າອອ້ມ                        ຖະຫນອມເຈົ້າໃຫ້ໃຫຍ່ມາ

ຄິດຮອດບ້ານເຄົ້າ                       ຄາວເນາຢູ່ເວລາເຍົາ

ນອນຫລັບຕາຍັງຝັນເຫັນ            ທຸກຮ່ອມເຮືອນແຄມຮົ້ວ

ຄິດຮອດພົງຄະນາເຊື້ອ              ອາວອາ ແລະ ພໍ່ແມ່

ປານນີ້ທັງສືບສ້າງ                 ສະບາຍບ້າງຢູ່ບໍນໍ

ໃຫ້ເຈົ້າອົດສາສູ້                   ການງານໃຫ້ລຸລ່ວງ

ເມື່ອໃດມີໂອກາດພ້ອມ              ຊິເມືອຢື້ຢ່ອງຢາມ

ໃຫ້ມັນສົມໃຈແມ້ງ                  ມະໂນໃນຊ້ອຍຊື່ນ

ທຸກອື່ນໃດກໍ່ບໍ່ຢ້ານ                 ຊິກັບບ້ານໃຫ້ມວ່ນໃຈກ່ອນນາ

ໜັງສື ພິມ ເສດຖະກິດ- ສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ອະນາຄົດ

ໂດຍ: ສ.ສີນົນທອງ

ອະນາຄົດໝາຍເຖິງວັນເວລາຕໍ່ຫນ້າ ເຮົາພວມດຸ່ງເດີນໄປ

ຕັ້ງແຕ່ວິນາທີເຮົາເນົາ              ສືບຕໍ່ໄປພາຍໜ້າ

ອະດີດຕະການນັ້ນ                 ເປັນວັນເວລາເຮົາຜ່ານ

ດີຮ້າຍເຮົາໄດ້ຮູ້                   ເຫັນກາຍແລ້ວລ່ວງມາ

ອະນາຄົດຕໍ່ຫນ້າ                  ຍັງເບີ່ງບໍ່ທັນເຫັນ

ບໍ່ຮູ້ວ່າ ເປັນແນວໃດ               ໂຊກ ຫລືຊວຍທາງຫນ້າ

ຫາກວ່າອະດີດນັ້ນ                 ເປັນຫົນທາງຊີ້ຂາດ

ຜົນທີ່ເຮົາຍາດໄດ້                 ສະຫນອງໄວ້ເມື່ອລຸນ

ບຸນກຸສົນເຮົາສ້າງໄວ້               ອະດີດຜ່ານກາຍມາ

ຈະພາເຮົາມີສຸກ                   ຕໍ່ໄປວັນໜ້າ

ການສຶກສາຮຽນຮູ້                 ຄາວເຮົາຍັງໄວໜຸ່ມ

ຈະອູ້ມຊູຊຸກຍູ້                    ເຮົາວັນໜ້າຕໍ່ໄປ

ຊີວິດຈະສົດໃສສຸກຍ້ອນ             ຄາວຍັງໝຸ່ມເຮົາອົດສາ

ມີຈິດໃຈພະຍາຍາມ                ສະແຫວງຫາຮຽນຮູ້

ຍາມໄວຮຽນຫາກບໍ່ມີໃຈສູ້           ການສຶກສາບໍ່ໄດ້ຜ່ານ

ອະດີດຕະການປະປ່ອຍເສຍເວລາລ້າໆ  ພາຍໜ້າຈະມືດມົນ

ຄົນໃດຍັງຫນຸ່ມນ້ອຍ               ບໍ່ຟັງຖ້ອຍພໍ່ແມ່ຈາ

ບໍ່ຟັງຄູ-ອາຈານສອນ               ໃຫຍ່ມາເປັນປູ້

ແຖມຕິດໝູ່ເມົາຢາບ້າ              ສຸລາເມຂະໂມຍເຖືອນ

ຊີວິດຈະສຸດແສນເປິເປື້ຶອນ           ຫມອງມົ້ວຕ່ຳຊາມ ແທ້ດາຍ

ໜັງສື ພິມ ເສດຖະກິດ-ສັງຄົມ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຈາກໃຈຄູ

ຊີວິດມີຄ່າລົ້ນ         ອະນັນເນກນາມມະນຸດ

ອຸທິດມວນມາເຖິງ            ເພື່ອສີ່ງດຽວແດດີ້ນ

ຊີວິດກາຍໃຈຂ້ອຍ     ທຸກອິນຊີອະນຸພາກ

ຝາກໃຫ້ອາຊີບນີ້      ນາມຊັ້ນຊື່ວ່າຄູ

      ສູ້ເພື່ອອາຊີບ   ແສນຍາກຍັງກະຍັງອົດ

ຈຸດປະສົງບໍ່ຫວັງສູງ    ເພື່ອໄດ້ສອນຊຸມນ້ອຍ

ເວົ້າເຖິງຄວາມຂັດຂ້ອງ  ຂັດສົນແສນຍາກ

ປາກນີ້ແລ່ງຈີກຈ້ຳ     ຈຳກະດົ້ນບໍ່ເຄີ່ງເກີນ

      ຄິດຢາກເດີນຜີກຜ້ຽນ   ແປປ່ຽນຊີວິດ

ຈິດວິນຍານຈັນຍາບັນ         ບອກບົນແບຊີ້

ບອກວ່າຊີວິດນີ້             ໜີໄປໃສບໍ່ຮ່ອນຄ່ອງ

ຕ້ອງຢູ່ສອນພວກນ້ອງ        ທາງນີ້ຈີ່ງຄ່ອງຄື

      ຊາດນີ້ຊີວິດນີ້        ມອບໃຫ້ແກ່ການສອນ.

ອາທອນຫວງແຫນຮັກ         ສີ່ງດຽວດາຊີ້

ຊາດໜ້າມີຍັງຂໍໄວ້           ຕາຍຊາດໃດຄັນຍັງເກີດ

ອາຊີບຄູປະເສີດລ້ຳ          ບໍ່ຂໍປິ້ນປ່ຽນແປງ

      ຄວາມຮັກແພງຜູກໝັ້ນ  ສິດຄູ່ຄຽງຄູ

ຄືກະໂປະກັບຄັນ                  ຕໍ່ເປັນກະບວຍໃຊ້

ຄັນກະບວຍບໍ່ມີດ້ານ          ຊິເອົາຫຍັງຄ້າງແອ່ງ

ເຂົາເອີ້ນໂປະໃຄ່ໝາກພ້າວ     ບໍ່ມີເອີ້ນວ່າກະບວຍດອກນາ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ກອນຈາກໃຈຂອງເຂີຍທ່າເມືອງ

(ປະເພດຄວາມຮັກ)

ດວງໃຈແມ່

ທຸກສີ່ງໃນໂລກນີ້      ມວນມອບບຸດຕາ

ເກົ້າເດືອນຖືພາຄອງ          ຄິດຄະນິງນຳຕຸ້ມ

ສຸມທຸກຈິດໃຈປ້ອງ           ປົກປັກຮັກຮໍ່

ລູກຫຼຸດອອກຈາກທ້ອງ        ໃຈແກ້ວຊື່ນຊົມ

ສຸດຮັກສຸດຫ່ວງແກ້ວ          ສະເໝີເນດດວງຕາ

ອາສາວິງວຽນອົດ                  ເພື່ອອີ່ມອວນອົງໄທ້

ຍອມສະລະໂລຫິດໃຫ້         ເປັນນົມແນວປະເສີດ

ເລືອດກາຍແມ່ມອບມ້ວນ       ຂໍພຽງເຈົ້າໃຫ່ຍສູງ

ລູກໃຫຍ່ສົມສ່ວນສ້າງ         ແມ່ຊົມຊື່ນມະໂນນຶກ

ເຊາະຊອກແຊມຊຸມສຸກ        ມອບອວນອົງເຈົ້າ

ເອົາຊີວິດເປັນແນວຄ້ຳ        ແນມນຳທຸກບາດຍ່າງ

ມີໜີ້ສິນແມ່ບໍ່ເວົ້າ            ຂໍພຽງເຈົ້າຊື່ນມະໂນ

ລູກຜິດຫວັງແຕ່ລະນ້ອຍ       ນ້ຳຕາແມ່ລິນຕົກ

ລູກຕຶກຕອງຜິດເພ           ແມ່ໃຈຊ້ຳຟາດໄປ

ລູກທຳໄປຜິດແພ້                  ອຸກໃຈແມ່ອຸກລື່ນ

ຍາມລູກພົບເຫດຮ້າຍ         ໃຈແກ້ວແມ່ທະລາຍ

ລູກຜິດຫຼາຍຮ້ອຍຊັ້ນ         ແມ່ຂັນຮັບຮອງຕາງ

ຕິດຕະລາງຢາກຕິດແທນ      ເພາະແມ່ຫວງແຫນເຈົ້າ

ເອົາຈິດໃຈອະໄພພ້ອມ        ປົກປິດຄວາມເພພາດ

ຜິດສ່ຳໃດແມ່ຮັບໄດ້          ຂໍພຽງເຈົ້າປ່ຽນແປງ

ແມ່ເຮັດໄດ້ສ່ຳນີ້             ເພື່ອລູກຮັກແພງຂວັນ

ບໍ່ໄດ້ຫວັງໃຫ້ມາທົດ          ທອດແທນຄຸນຄ້ຳ

ຂໍແຕ່ຄຳແພງຂ້ອຍ           ຟັງຄວາມແມ່ນສອນສັ່ງ

ຄວາມຫັວງໄດ້ເທົ່ານີ້          ແມ່ສຸກລ້ຳລື່ນຄົນລູກເອີຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ກອນຈາກໃຈ ຂອງເຂີຍທ່າງເມືອງ

(ປະເພດ ສຸພາສິດກ້ອມ)

ຫາກຂໍຄວາມສະຫຼາດໄດ້       ຄົນໂງ່ຈະສູນພັນ

ຫາກຂໍເອົາຄວາມລວຍ        ຜູ້ທຸກຈະສູນສິ້ນ

ຫາກຂໍຄວາມສຸກໄດ້          ສຽງຄວນຄາງຄົງຫາຍເຫືອດ

ສາມສີ່ງນີ້ຂໍບໍ່ໄດ້            ຕ້ອງເສີມສ້າງຊອກສະແຫວງ

ຄວາມສະຫຼາດຄວາມລວຍ ຄວາມສຸກ ຂໍໃຜບໍ່ໄດ້ ຕ້ອງຊອກຕ້ອງຫາ ດວ້ຍບັນຍາ ສະໝອງ ແລະ ສອງມື

ນົກທີ່ເຂີນຂາດຂ້ອນ          ຫາງປີກແປນຂົນ

ຄົນບໍ່ມີພົງສາ               ເຜົ່າພັນພົງເຊື້ອ

ບໍ່ຫ່ອນບິນໄດ້              ເຖິງຈຸດສູງສຸດຍອດ

ຍ່ອມຈະມຸດມອດມ້ຽນ         ຄາຄ້າງເຄີ່ງທາງ

( ນົກບໍ່ມີຂົນ ຄົນບໍ່ມີໝູ່ ຂື້ນສູ່ທີ່ສູງບໍ່ໄດ້ )

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

((ພໍ່ແກ່- ແມ່ເຖົ້າ))
ພໍ່ແມ່ ກໍ່ແກ່ເຖົ້າ ຈຳຈາກເຈົ້າບໍ່ຢູ່ນານ
ຈະພົບຈະພ້ອງພານ ພຽງສ້ຽວວານຂອງຄືນວັນ
ໃຈຈິງບໍ່ຢາກຈາກ ເພາະຍັງຢາກເຫັນລູກຫລານ
ແຕ່ຊີນມິທົນທານ ຕ້ອງຣ້າວຣານສະຫລາຍໄປ
ຂໍເຖີດຖ້າສົງສານ ຢ່າກ່ວຂານໃຫ້ຊ້ຳໃຈ
ຄົນແກ່ຊະລາໄວ ຄິດເຜີໄຜ່ເປັນແນ່ນອນ
ບໍ່ຮັກກໍ່ບໍ່ວ່າ ພຽງເມດຕາຊ່ວຍອາທອນ
ໃຫ້ກິນ ແລະ ໃຫ້ນອນ ຄາຍທຸກຜ່ອນພໍສຸກໃຈ
ເມື່ອຍາມເຈົ້າໂກດຂືງ ໃຫ້ນຶກເຖິງເມືອ່ເຍົາໄວ
ຮ້ອງໄຫ້ຍາມປວດໄຂ້ ໄດ້ໃຜເບີ່ງເຝົ້າຄ່ອຍປອບໂຍນ
ເຝົ້າລ້ຽງຈົນໂຕໃຫ່ຍ ແມ້ເຫມື່ອຍກາຍກໍ່ຍອມທົນ
ຫວັງພຽງຈະໄດ້ຍົນ ເຕີບໂຕຈົນສະງ່າງາມ
ຂໍໂທດຖ້າທຳຜິດ ຂໍໃຫ້ຄິດທຸກໆຍາມ
ໃຈແທ້ມີແຕ່ຄວາມ ຫວັງຕິດຕາມຊ່ວຍອວຍໄຊ
ຕົ້ນໄມ້ທີ່ໃກ້ຝັ່ງ ມິຫລື ຫັວງຢູ່ນານໄດ້
ວັນຫນຶ່ງຄົງລົ້ມໄປ ປະຝັ່ງໄວ້ໃຫ້ວັງເວງ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

((ມົງຄຸນຊີວິດ))
ຢ່ານອນຕື່ນສວຍ ຢ່າອາຍທຳກິນ
ຢ່າມິນເງິນນ້ອຍ ຢ່າຄອຍວາດສະໜາ
ຢ່າເສວະນາຄົນຊົ່ວ ຢ່າມົ້ວອະບາຍຍະມຸກ
ຢ່າສູກກ່ອນຫ້າມ ຢ່າພ່າມກ່ອນທຳ
ຢ່າລຳກ່ອນເພງ ຢ່າຂົ່ມເຫັງຜູ້ນ້ອຍ
ຢ່າຄອຍແຕ່ປະຈົບ ຢ່າຄົບແຕ່ເສດຖີ
ຢ່າດີແຕ່ຕົວ ຢ່າຊົ່ວແຕ່ຄົນອື່ນ
ຢ່າຝ່າຝືນກົດລະບຽບ ຢ່າເອົາປຽບສັງຄົມ
ຢ່າຊື່ນຊົມຄົນຜິດ ຢ່າຄິດເອົາແຕ່ໄດ້
ຢ່າໃສ່ຮ້າຍຄົນດີ ຢ່າກ່າວວະຈີມຸສາ
ຢ່ານິນທາພະເຈົ້າ ຢ່າໂງ່ງາວເມື່ອມີທຸກ
ຢ່າສຸກຈົນລືມຕົວ ຢ່າກົວງານໜັກ
ຢ່າພິທັກພານຊົນ ຢ່າລືມຕົນເມື່ອມັ່ງມີ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂອງເກົ່າ ປະປ່ອຍຖິ້ມ    ຂອງໃຫ່ມມາແຮງ
ແລ່ນແຊງຊິງກະແສ      ເຫີ່ເຫີມນຳກົ້ນ
ຢ້ານເປັນ ຄົນຫລັງຫລ້າ   ປາຊົມນະທີລ່ອງ
ເບີ່ງເພິ່ນເດາະດອງເຕັ້ນ    ຫັນຫ້າວຊື່ນຊົມ


ກອບຈາກ ຫນັງສືພິມ ສະຫວັນພັດທະນາ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຄອງກະວີ (ເສດຖະກິດ -ສັງຄົມ 25 oct 11)

 

ຫີບຄຳຖຶກງັດໄງ້           ເຈົ້າຂອງຫີບອາໄລເຫັນ

ກະແຈເປັນຂອງເຂົາ         ສ່ວນຫີບເຮົາຮັກສາໄວ້

ຖືກເຂົາໄຂຂູດຟ້າວ         ຊາວມືນຳເສຍດາຍລູບ

ເຫລືອພຽງຮູບຫີບຮ້າງ       ເຂົາວາງຫນີຈາກຈ້ອຍນຳຕາຍ້ອຍຫວ່ງຫາ

                  ໂດຍ: ບຸນທະວີ ຈຳປາທອງ

(ບໍ່ເຂົ້າໃຈ ຫີບຫມາຍເຖິງຫັຍງ ຜູ້ແຕ່ງຕ້ອງການປຽບເຖິງຫັຍງ ?ເລືອ່ງໃດໃນສັງຄົມ? ກອນ ບົດນີ້ ອ່ານແລະຍັງງົງໆໆໆ))

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຄອງກະວີ ( ເສດຖະກິດ-ສັງຄົມ 24/10/11)

ຮັກເພາະຮູບຮ່າງເນື້ອ          ຜີວຜ່ອງພັນງາມ

ທັກທາຍພົວພັນຫາ                  ຄ່າຄົນເຫັນຮູ້

ດູກັນພຽງພາຍເນື້ອ                  ພະລັນເຫັນພຽງເປືອກ

ບັດຄາວຮຽງຮ່ວມຊ້ອນ         ອອນຊອນຊົມ ແກ່ນແທ້ ແລເບື້ອງບ່ອນໃຈ.

                         ໂດຍ ບຸນທະວີ ຈຳປາທອງ

ຂພຈ  Sumo ເອົາມາຂະຫຍາຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

Ø  ຄອງກະວີ      ( ຄັດຈາກ ໜັງສືພິມ ເສດຖະກິດສັງຄົມ ວັນທີ 21/10/ 11)

ຄັນຊິໄຂຄ່າສ້າງ       ຜະລິດແຫລ່ງຜະລິດແຫລ່ງພະລັງງານ

ເປັນຫມໍ້ໄຟອາຊຽນ                ກໍ່ລົງມືໄດ້

ຄັນຫມໍ້ໄຟນ້ຳກົດແຫ້ງ              ຊິແຍງເຫັນພໍພຸມພູ່

ປຽບດັ່ງສາຍແມ່ນ້ຳ               ນັບວັນເຂີນຂາດແຫ້ງ ຊິລາແກ້ງເຂືອນເຂີນຊັ້ນໃດ

                       ໂດຍ: ບຸນທະວີ ຈຳປາທອງ

ປລ ສວ່ນ ຂພຈ ກອັບມາລົງ ເວບ ອິ ອິ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ກອນສຸພາສິດ((  ສະຫວັນພັດທະນາ 18-24 oct)))

ນ້ຳເຢັນປາອັ່ງຂ້ອນ         ອໍຊວ່າແຊວສຽງ

ຕຸ້ມຕ້າມໂຕນຕຳຫີນ         ຟາດຟອງລອຍຫລິ້ນ

ບ່ອນຮຸນແຮງຮົນຮ້ອນ        ເມີນຫມາງຫນີຫນ່າຍ

ບໍ່ຢາກຝັນພົບພໍ້                  ພໍສຽ້ວທໍ່ໄຍພຸ້ນແລ້ວ,

((ເພີ່ນບໍ່ໄດ້ບອກວ່າ ໃຜເປັນຜູ້ແຕ່ງ))

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

*                                                           ຄອງກະວີ ຄັດຈາກ ໜັງສືພິມ ເສດຖະກິດສັງຄົມ ສະບັບ ວັນທີ 20/10/ 11

 

o   ເຮັດຫັຍງຄວນເຮັດແທ້        ປາກວ່າມືໄປ

ຫົວໃຈຈິງຈັງຄິດ             ເບີ່ງການໄກກ້າວ

ຄັນທາວໃຍຄືມ້ອນ           ກິນນອນເມົາແຊບ

ແລບລີ້ນລໍເລືອ່ນຖ້າ          ຄອຍຊາຕາໂຊກໃຫ້ ບໍ່ຄອງໄດ້ດັ່ງຄະນິງ

            ໂດຍ ດຣ ທອງຄຳ ອອ່ນມະນີສອນ (ຜູ້ປະພັນ: ແຕ່ງ ) ສວ່ນ ຂພຈ ອ່ານແລະ ກອບ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

*                                                           ຄອງກະວີ ຄັດຈາກ ໜັງສືພິມ ເສດຖະກິດສັງຄົມ ສະບັບ ວັນທີ 3/10/ 11

 

ໂອ້ອວດເອງເກັ່ງກ້າ      ຜະຫຍາເລີດລືດັງ

ບໍ່ມັກຟັງຄວາມໃຜ        ໃຝ່ຄຸຍຄະນອງໂມ້

ສາດແຕ່ໂວຫານຫ້າວ            ທາວທວງຫາຕຳແໜ່ງ

ແຂງບໍ່ອ່ຽງອອ່ນນອ້ຍ           ເຂົາຊິຍ້ອມດັ່ງແມວ ແທ້ໃດ

ໂດຍ ດຣ ທອງຄຳ ອອ່ນມະນີສອນ (ຜູ້ປະພັນ: ແຕ່ງ ) ສວ່ນ ຂພຈ ອ່ານແລະ ກອບ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

v  ຄອງກະວີ ສີວາຈາ

ໜັງສືພິມ ເສດຖະກິດ-ສັງຄົມ

ຊີວິດມີແຕ່ສຸກຊືນຊ້ອຍ              ບໍ່ຄ່ອຍເຄ່ງເຄືອງໃຈ

ຂາດກຳໄລຊີວິດ                        ຄ່າຄົນບໍ່ຫວນຮູ້

ດູດັ່ງຫວານກັບສົ້ມ                       ຈົມກັບພູຄວບຄູ່

ຜູ້ມີສຸກທຸກບໍ່ຮູ້                          ບໍ່ສົມຊັ້ນຊື່ຄົນດອກນາ

ໂດຍ ດຣ ທອງຄຳ ອ່ອນມະນີສອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

v  ຄອງກະວີ ສີວາຈາ(ຄອຍແຕ່ບຸນມາຄ້ຳ ບໍ່ທຳເອັາມັນບໍ່ແມ່ນ)

ໜັງສືພິມ ເສດຖະກິດ-ສັງຄົມ

 

ວັນນີ້ທ່ານບໍ່ສ້າງ      ວັນອື່ນຊິມັວໝອງ

ຫລົງນັ່ງຄອງຄອຍບຸນ         ວາດສະຫນາເປືອນບ້ຽວ

ວັນຫ່ມລວງຫລາຍຖ້ຽວ        ຄືດຽວກັບອາດີດ

ຂີດຊາຕາຜູ້ຄ້ານ            ປະຫານຄົນນັ່ງລ້າ ຄອຍຖ້າໂຊກບໍ່ມາ

                                    ໂດຍ ດຣ ທອງຄຳ ອ່ອນມະນີສອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

&  ກອນສຸພາສິດ ຄົມໆໆໆບາດໆໆໆ

& ໜັງສືພິມ ສະຫັວນພັດທະນາ

ທົ່ງໃດ ຮວງກ່ອງກົ້ມ   ເຫຼືອງອະຫລ່າມດົກໜາ

ຜູ້ຄົນແຊວໆ ຖາມ     ໜໍ່ແນວພັນເຂົ້າ

ຄົນເຮົາສັນໃດແທ້            ລູກດີຖາມໄຖ່

ໃຜເປັນພົງພີ່ນ້ອງ            ພຽນສ້າງສັ່ງສອນ ແທ້ແລ້ວ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ພົງເຜົ່າພັນຊາດເຊື້ອ    ແນວໜໍ່ຕະກຸນລາວ ເຮົານາ
ຢ່າໄດ້ລືມໄລປະ      ຄ່າເງີນເດີມເຄົ້າ
ເງິນກີບລາວເຮົາໃຊ້     ເປັນເງີນປະຈຳຊາດ
ໂລກປະກາດຮັບຮູ້      ເປັນເຈົ້າແມ່ນລາວ
ຍາມເມືອ່ເຮົາໃຊ້ຈ່າຍ      ຊື້ເຄືອ່ງຂາຍຂອງ
ທຸກລາຍການຈົ່ງຕິດ      ຄ່າຂອງສິນຄ້າ
ທັງລາຄາວາງໄວ້       ໃຫ້ເປັນເງີນກີບ
ປວງຊົນລາວຮີບຟ້າວ      ຊົມໃຊ້ຈ່າຍເງີນລາວທ້ອນ

ເຫັນວ່າ ມັກໃຊ້ສະກຸນເງິນ ອື່ນກັນຫລາຍ ເລີຍຢ້ານວ່າພາກັນລືມ ເງີນປະຈຳຊາດ

ປລ ເຫັນຢູ່ເທີງປົກປື້ມຂຽນເລີຍ ເອົາມາຂະຫຍາຍ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສະບາຍດີ
ບໍ່ໄດ້ ເຂົ້າມາດົນແລ້ວ ມື້ນີ້ເອົາກອນ ມາຝາກ ປລ ໄປພໍ້ ໃນໜັງສືພິມ ສະຫວັນພັດທະນາ ມັນໂດນໃຈດີ ເລີຍເອົາມາຂະຫຍາຍ
ເຂົ້າເລືອ່ງເລີຍ
" ເຮືອບໍ່ພາຍນໍ່າຈ້ຳ    ລຸຍຜ່າເວີນວັງ
ຢ່າຫວັງຄຸງປາຍທາງ    ຕະຫຼີ່ງແຄມຄາຈັ້ງ
ຄັນວ່າ ເປັນນາຍແລ້ວ      ພຽນແພງ ພວກໄພ່ ແດ່ເນີ
ຜູ້ຊິເສີມຊ່ວຍຍູ້        ການບ້ານຮຸ່ງຈະເລີນ ແທ້ແລ້ວ



ຈົບແລ້ວ ໃຜມີຫັຍງກໍ່ຕໍ່ໄດ້ ຕາມສະບາຍ
ຮັກຄົນອ່ານ