ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ວັນພັກ ທາງລັດຖະການ ປະຈຳປີ 2012

 

1.ວັນທີ 2 ມັງກອນ ວັນຈັນ :ພັກຊົດເຊີຍ ປີໃໝ່ ສາກົນ

2. ວັນທີ 8 ມີນາ ວັນພະຫັດ : ພັກວັນ ແມ່ຍິງສາກົນ

3. 13 ເມສາ ວັນສຸກ ພັກ ຊົດເຊີຍ ບຸນປີໃໝ່ລາວ

4. 16 ເມສາ ວັນຈັນ ພັກ ຊົດເຊີຍ ບຸນປີໃໝ່ລາວ

5. 17 ເມສາ ວັນອັງຄານ ພັກ ຊົດເຊີຍ ບຸນປີໃໝ່ລາວ

6. 1 ພຶດສະພາ ວັນອັງຄານ ພັກວັນກຳມະກອນ ສາກົນ

7. 8 ຕຸລາ ວັນ ຈັນ ພັກຊົດເຊີຍ ວັນຄູ ແຫ່ງຊາດ,ວັນສ້າງຕັ້ງ ທະນາ ຄານ ແຫ່ງ ສ ປ ປ ລາວ

8. 3 ທັນວາ ວັນຈັນ ພັກຊົດເຊີຍ ວັນຊາດລາວ.

ປີນີ້ ກະໄດ້ ພັກຫລາຍ ວັນ ເອີໆໆໆໆ

ໃນມື້ ພັກ ໃຜຈະໄປເຮັດຫັຍງ ກະຢ່າລືມ ຊວນແນ່ ເດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ເພືອ່ເປັນການ ຄຳນັບຮອບຕ້ອນວັນ ຊາດ ຄົບຮອບ 36 ປີ

ທະນາຄານ ແຫ່ງ ສປປ ລາວ ໄດ້ ຈັດພິມທະນະບັດມູນຄ່າ 2000 ພັນ ອອກຈໍລະຈອນ

ສາມາດແລກປ່ຽນໄດ້ ທີ່ ທະນາຄານ ແຫ່ງສປປລາວ ທຸກສາຂາ ແລະ ທະນາຄານທຸລະກິດ ທຸກແຫ່ງທີ່ຕັ້ງ ຢູ່ ສປປລາວ

ໂດຍບໍ່ເສຍຄ່າບໍລິການ ເລີ່ມ ຕັ້ງແຕ່ ວັນທີ 1 ທັນວາ 2011 ເປັນຕົ້ນໄປ

ຂໍອະໄພ ບໍ່ມີ ຮູບໃຫ້ເບີ່ງ

ເຫັນວ່າມີ ໃນ Facebook

ແລະ ເວບ Manager ຂອງໄທ ເພີ່ນເອົາລົງ ແບບວ່າ ອັບເດດໄວ ກວ່າ ເວບ ຂອງທະນາຄານ ອີກ

ປລ ສວ່ນ ທະນາບັດໃບ 1000 ກີບ ທີ່ເພີ່ນ ພິມຮູບ ສາມນາງສາວນັ້ນ ໃຜມີ ກໍ່ສາມາດເອົາໄປ ແລກປ່ຽນໄດ້ທີ່ ທະນາຄານເຊັ່ນກັນ ແລກໄດ້ຕາມມູນຄ່າ ແລະ ບໍຜິດກົດໝາຍ

ແລ້ວ ທ ຫລ ຈະນຳໄປທຳລາຍ ເອງ