ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 

ການ​ໃຫ້​ອະ​ໄພ​ຄື​ໄຊຊະນະ​ຂອງ​ຜູ້​ມີ​ປັນຍາ,

ຍອມ​ກັນ​ແນ່​ກໍ່​ເປັນຄວາມ​ສຸກອີກ​ຢ່າງ​ໜຶ່ງ​ການ​ປານີ​ປານ​ອມອາດ​ໝາຍ​ເຖິງ​ໄຊຊະນະ​ອັນ​ຍິງ​ໃຫຍ່​ຄື ການ​ໃຫ້​ອະ​ໄພ,ການ​ໃຫ້​ອະ​ໄພ ​ເບີ່​ງຄື​ວ່າ​ເຮົາ​ຍອມ,ບໍ່​ໃສ່​ໃຈ,ບໍ່​ເອົາ​ເລື່ອງ​ແລ້ວ​ເຂົາ​ຈະ​ກຳ​ເລີບ​ເຕີບ​ສານ.ສວ່ນ​ເຮົາ​ເສຍປຽບ.

      ຕາມ​ຄວາມ​ເປັນ​ຈິງ​ແລ້ວ,ບໍ່​ເປັນ​ເຊັ່ນ​ນັ້ນ​ມັນ​ເປັນ​ໄລຍະ​ທີ່​ເຮົາ​ກຳລັງ​ບຳ​ເພັນ​ບາ​ລະ​ມີ​ຄື:”ອະ​ໄພ​ຍະ​ທານ” ອັນ​ເປັນ ທານ​ທີ່​ມີ​ບາ​ລະ​ມີ​ທີ່​ສູງ​ສົ່ງ.ຜົນ​ຂ​ອງການ​ບໍ່​ໃຫ້​ອະ​ໄພ​ກໍ່​ເໜືອນກັບ​ການ​ຜູກ​ສີ່​ງທີ່​ເຮົາ​ບໍ່​ມັກ​ໄວ້​ກັບ​ຕົນ​ເອງ​ຕະຫລອດ,ຄ້າຍ​ກັບ​ການ​ຜູກ​ເວນ​ຈອງ​ເວນ​ບໍ່​ມີ​ທີ່​ສິ້ນ​ສຸດ.

      ການ​ໃຫ້​ອະ​ໄພ​ເປັນ​ການ​ຝຶກ​ຈິດ​ໃຈ,ອົບຮົມ​ຈິດ,​ເປັນ​ການ​ຊຳລະ​ໃຈ​ເປັນ​ການ​ຍຸຕິ​ບັນຫາ​ຕ່າງໆ ​ເປັນ​ການສະ​ແດງ​ກຳລັງ​ໃຈ​ທີ່​ຍິ່ງ​ໃຫຍ່​ບໍ່​ແມ່ນ​ການ​ເສຍຫນ້າ​ຫລື​ບໍ່​ແມ່ນ​ການ​ໄດ້​ປຽບ​ເສຍປຽບ​ແຕ່​ເປັນ​ການ​ຊຳລະ​ລ້າງ​ສີ່​ງທີ່​ບໍ່​ດີ​ອອກ​ຈາກ​ໃຈ​ເຫມືອນ​ການ​ລ້າງ​ພາຊະນະ​ທີ່​ສົກກະປົກ.

      ການ​ໃຫ້​ອະ​ໄພ,​ເວົ້າ​ງ່າຍ​ແຕ່​ເຮັດ​ຍາກ​ເຖິງ​ແມ່ນ​ຈະ​ຍາກ​ເພາະ​ໃຈ​ບໍ່​ຢາກ​ເຮັດ​ກໍ່​ຕ້ອງ​ຝືນ​ໃຈ​ເພາະ​ຄວາມ​ເມດ​ຕາ​ແລະ​ການ​ໃຫ້​ອະ​ໄພ​ເປັນ​ຄຸນ​ປະ​ໂຫຍ​ດ​ແກ່​ພວກ​ເຮົາ​ເປັນຄວາມ​ສຸກ​ຮົ່ມ​ເຢັນ​ຂອງ​ພວກ​ເຮົາ​ເອງ,ບໍ່​ແມ່ນ​ຂອງ​ຄົນ​ອື່ນ ສະ​ນັ້ນ​ການ​ໃຫ້ ອະ​ໄພ​ຈຶ່ງ​ເປັນ​ໄຊຊະນະ​ຂອງ​ຜູ້​ມີ​ປັນຍາ

 

 

ທີ່ມາ ໜັງສືພິມແຮງງານ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 

ແກ່ນ​ໝາກຂາມ​ເສີມ​ພູມຕ້ານທານ-ຢຸດ​ຢັ້ງ​ເຊ​ວມະ​ເຮັງ  ເກັບມາຈາກຫນງັສືພິມ

ຜົນ​ວິ​ໄຈກ່າວ​ວ່າ​ແກ່ນ​ໝາກຂາມ​ມີ​ປະ​ໂຫຍ​ດຫລາຍ​ຊ່ວຍ​ເສີມ​ພູມ​ຕ້ານທານ​ຕໍ່ສູ້​ກັບ​ເຊື້ອ​ໄວຣັສ ​ແລະ ຢຸດ​ຢັ້ງ​ເຊ​ວມະ​ເຮັງ​ໄດ້

ນຳ​ເຊີ່​ງຜົນ​ການ​ວິ​ໄຈ​ຢືນຢັນ​ວ່າ ບໍ່​ເປັນອັນຕະລາຍ​ຕໍ່​ຮ່າງ​ກາຍ.

      ​ໃນ​ງານ​ວິ​ໄຈ​ຂອງ​ຕ່າງປະ​ເທດ ຫລາຍ​ຢ່າງ​ທີ່​ໄດ້​ວິ​ໄຈ​ກ່ຽວ​ກັບ​ແກ່ນ​ຫມາກຂາມ​ພົບ​ວ່າ​ໃນ​ເນື້ອ​ແກ່ນ​ຫມາກຂາມ​ມີ​ໄຂມັນ ​ແລະ ສານ​ໂພ​ລີ​ແຊດ​ຄາ​ໄລ ​ເຊີ່ງ​ມີ​ລິດ​ເສີມ​ພູມ​ຕ້ານທານ​ໃນ​ຮ່າງກາຍ ​ໂດຍ​ໄຂມັນ​ຈະ​ໄປ​ກະ​ຕຸ້ນ​ໃຫ້​ພູມ​ຕ້ານທານ ​ໃນ​ຮ່າງກາຍ​ສູງ​ຂຶ້ນ​ເພື່ອ​ຕໍ່ສູ້​ກັບ​ເຊື້ອ​ພະຍາດ​ແລະ ສີ່​ງ​ແປກ​ປອມ ຕ່າງໆ​ທີ່​ເຂົ້າ​ສູ່​ຮ່າງກາຍ ​ໂດຍ​ສະ​ເພາະ​ເຊື້ອ​ໄວຣັສ.

      ນອກຈາກ​ນີ້​ສານ​ໂພ​ລີ​ແຊດ ຄາ​ໄລ ຍັງ​ເປັນນ້ຳຕາ​ໂມ​ເລ​ກຸນ​ດ່ຽວ​ທີ່​ບໍ່​ກໍ່​ໃຫ້​ເກີດ​ພະຍາດ​ເບົາຫວານ ຄື​ກັບ​ນ້ຳຕານ​ໂມ​ເລ​ກຸນ​ຄູ່ ​ເປັນ​ຕົ້ນ​ວ່າ ກລູ​ໂຄສ ​ໂດຍ​ຈາກ​ການ​ທົດ​ລອງ​ພົບ​ວ່າ​ແກ່ນ​ຂອງ​ຫມາກຂາມ​ສາມາດ​ປີ່​ນປົວ​ພາວະ​ເບົາຫວານ​ຂອງ​ໜູ ທົດ​ລອງ​ໄດ້​ສ່ວນ​ເປືອກ​ແກ່ນ​ຫມາກຂາມ​ທີ່​ມີ​ສີ​ນ້ຳຕານ​ນັ້ນ​ຈະ​ມີ​ສານ​ແທນ​ນິນ​ທີ່​ບໍ່​ລະລາຍ​ນ້ຳ​ເປັນ​ສ່ວນ​ປະກອບ​ເຖິງ35% ສາມາດ​ນຳ​ມາ​ພັດທະນາ​ເປັນ​ຢາ​ປິ່ນປົວ​ພະຍາດ​ໄດ້.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

ເຕືອນ: ຊາ​ນົມ​ເຢັນ-ກາ​ເຟນົມ​ເຢັນ ​ເຮັດ​ໃຫ້​ມີຫນ້າ​ທ້ອງ​ໃຫຍ່  (ກັບມາແຕ່ຫັນງສືພິມ ບໍ່ຈື່ວ່າສະບັບໃດ)

ນັກວິຊາການຈາກ​ປະ​ເທດ​ເຢຍລະ​ມັນ ​ໄດ້​ອອກ​ມາ​ເຕືອນ​ວ່າ​ຈຳພວກ​ຊາ​ໄຂ່​ມຸກ,ຊາ​ນົມ​ເຢັນ,ກາ​ເຟນົມ​ເຢັນ ​ເປັນ​ອີກ​ປັດ​ໄຈ ໜຶ່ງ​ທີ່​ເຮັດ​ໃຫ້​ຕຸ້ຍ​ໂດຍ​ສະ​ເພາະ​ຫນຸ່ມ​ສາວ​ນິຍົມ​ດື່ມ​ກັນ,ຫລາຍ​ບາງ​ຄົນ​ວັນ​ລະ 3 ຈອກ​ກໍ່​ມີ​ການ​ສຳ​ຫລວດ​ຫາ​ຂໍ້​ມູນ​ທີ່​ແຈ່ມ​ແຈ້ງຂໍ​ແນະນຳ​ໃຫ້​ຫລີກ​ເວັ້ນ ຫລຸດ​ການ​ດື່ມ ຊາ​ນົມ​ເຢັນ,ຊາ​ຂຽວ​ສີ​ເຂັ້ມໆ ​ເພາະ​ຄາດ​ວ່າ​ຈະ​ເປັນ ຊາ​ຂຽວ​ໃສ່​ສີ​ອາດ​ເປັນອັນ ຕະລາຍ​ຕໍ່​ຮ່າງ​ກາຍ.

      ວິທີ​ປ້ອງ​ກັນ​ຄື​ດື່ມ​ໃຫ້​ຫນ້ອຍ​ລົງ ບໍ່​ຄວນ​ດື່ມ​ໃຫ້​ຫນ້ອຍ​ລົງ ບໍ່​ຄວນ​ດື່ມ​ຕິດ​ກັນ​ເປັນ​ເວລາ​ດົນໆ ​ເພາະ​ເຄື່ອງ​ດື່ມ​ປະ​ເພດ​ນີ້​ມີ​ຄວາມ​ຫວານ​ຫລາຍ​ມີ​ທັງ​ນົມ ມີ​ທັງ​ນ້ຳຕານ ​ແລະ​ອື່ນໆ​ທີ່​ສຳຄັນ​ເດັກ​ອາຍຸ​ຕໍ່າ​ກວ່າ 4 ປີ​ບໍ່​ຄວນ​ໃຫ້​ດື່ມ​ເດັດຂາດ ​ໂດຍ​ສະ​ເພາະ​ຊາ​ໄຂ່​ມຸກ ​ເພາະ​ຫລາຍ​ຄົນ​ຄິດ​ວ່າ​ບໍ່​ເປັນ​ອັນຕະລາຍ​ແຕ່​ຊາ​ໄຂ່​ມຸກ​ທີ່​ເຮັດ​ຈາກ​ແປ້ງ​ມັນ​ຕົ້ນ​ຈະ​ມີ​ຄວາມ​ຫນຽວ​ຫລາຍ​ການ​ດູດ​ໂດຍ​ໃສ່​ທໍ່ດູດ​ໃຫຍ່​ເດັກນ້ອຍ​ອາດ​ດູດ​ແຮງ​ຈົນ​ຄາ​ຄໍ​ກໍ່​ເປັນ​ໄດ້.

      ຈາກ​ການ​ສອບ​ຖາມ​ຄົນ​ທີ່​ຫລຸດ​ນ້ຳໜັກ​ຕົວ​ພົບ​ວ່າ​ຄົນ​ທີ່​ມີ​ນ້ຳໜັກ​ຕົວ​ຫລາຍຈະມັກດື່ມກາເຟນົມເຢັນ ວັນລະ 3 ຈອກ

ນອກຈາກ​ເລື່ອງ​ຄ່າ​ໃຊ້​ຈ່າຍ​ແລ້ວ​ຍັງ​ເຮັດ​ໃຫ້​ນ້ຳຫນັກ​ເພີ່ມ​ຫລາຍ​ຂຶ້ນ ຜູ້​ຊ່ຽວຊານ​ແນະນຳ​ໃຫ້​ດື່ມ​ວັນ​ລະ1 ຈອກ ປະກົດ​ວ່າ ນ້ຳໜັກ​ຕົວ​ຫລຸດ​ລົງ 5 ກິ​ໂລກຣາມ ​ໃນ 1 ​ເດືອນ ​ແລະ​ຍັງ​ປະ​ຫຍັດ​ເງິນ​ນຳ​ອີກ ດັ່ງ​ນັ້ນ​ຜູ້​ຊ່ຽວຊານ​ຈິ່ງ​ຢາກ​ໃຫ້​ທຸກ​ທ່ານຄຳ​ນຶງ​ເຖິງ​ຄ່າ​ໃຊ້​ຈ່າຍ ​ແລະ​ພາວະ​ນ້ຳໜັກ​ເກີນ​ ດ້ວຍ​ເຫດ​ນີ້​ນັກວິ​ໄຈ​ກຳລັງ​ຈະ​ທຳ​ການ​ສຳ​ຫລວດ​ການ​ບໍ​ລິ​ໂພ​ກກາ​ເຟວ່າ​ມີ​ຄວາມ​ສຳພັນ​ກັບ​ພາວ​ະນ້ຳຫນັກ​ໂຕ​ເກີນ ຂອງ​ຄົນ​ຫລື ບໍ່.

      ​ໃຜ​ທີ່​ຮູ້​ຕົວ​ວ່າ​ດື່ມ​ວັນ​ລະ​ຫລາຍ​ຈອກ​ຄວນ​ຫລຸດ​ປະລິມານ​ລົງ ​ເພາະວ່າ​ເຄື່ອງ​ດື່ມ​ປະ​ເພດ​ນີ້​ຈະ​ມີ​ທັງ​ຄວາມ​ຫວານ ​ແລະ​ຄວາມ​ມັນ​ສູງ ຄວນ​ຈະ​ຫັນ​ມາ​ດື່ມ​ນ້ຳ​ສະອາດ​ແທນດີກ​ວ່າ ຮ່າງກາຍ​ຈະ​ໄດ້​ຫ່າງ​ໄກ​ຈາກ​ພະຍາດ​ຕ່າງໆ​ທີ່​ຈະ​ຕາມ​ມາ​ກັບ ຄວາມ​ຕຸ້ຍ​ຂອງ​ຮ່າງກາຍ​ທ່ານ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

 

4. VOLUME
Volume is the amount of space occupied by an object or
enclosed in a container. It is 3-dimensional. Volume is
often expressed using the word "cubic" + the distance. For
example, if a room is 5 metres long, 3 metres wide and
3 metres high, it is 45 cubic metres (45 cu. m). But we can
also use the distance + the figure 3. So we write 45m3.

Other measurements of volume are:
- 1000 cubic centimetres (cc) = 1 litre (L or l)
- gallon (approx. 4.6 litres in UK, approx. 3.8 liters in US)

We use litres to talk about fluids like drinks and petrol.
We also use gallons to talk about petrol and other fluids.

 

ຫັວງວ່າ ຄົງເປັນປະໂຫຍດ ໃຫ້ ທ່ານຜູ້ອ່ານ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

3. AREA
Area is the extent of a surface. It is 2-dimensional. Area
is often expressed using the word "square" + the distance.
For example, if a room is 10 metres long and 5 metres wide,
it is 50 square metres (50 sq. m). But we can also use the
distance + the figure 2. Then we would write 50m2.

Here are two examples:

My table is 3 metres long x 2 metres wide:
area = 6 sq.m, or
area = 6m2

My town is 3 miles x 4 miles:
area = 12 sq. miles

We often measure the area of land using:
hectare = 10,000 square metres
acre = 4,840 square yards

Warning!
There is a difference between "square metres" and "metres
square". If my room is 10 feet x 10 feet, it is 100 square
feet but 10 feet square. We can only say this when the
length and the width are the same.

ກັອບມາ ຈາກ ກ່ອງເມວ

ບໍ່ຮູ້ ເປັນຫັຍງ ອ່ານ ແລ້ວ ບໍ່ຈື່

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

2. DISTANCE
There are two systems for measuring distance in the English-
speaking world:

a) metric
10 millimetres (mm) = 1 centimetre (cm)
100 centimetres = 1 metre (m)
1000 metres = 1 kilometre (km)

b) imperial/US
12 inches (in) = 1 foot (ft)
3 feet = 1 yard (yd) (approximately 1 metre)
1760 yards = 1 mile (approximately 1.6 km)

 

ຢ່າຟ້າວເບື່ອເດີ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

 

1. TIME

1000 milliseconds = 1 second (sec)
60 seconds = 1 minute (min)
60 minutes = 1 hour (hr)
24 hours = 1 day
7 days = 1 week (wk)
28, 30 or 31 days = 1 month (mth)
12 months = 1 year (yr)
365 days = 1 year
BUT every 4th year = 366 days (a leap year)

Also note:
52 weeks = 1 year (approximately)

People often use the following terms:
48 hours (2 days)
72 hours (3 days)

 

ກອບມາ ຕາມເຄີຍ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ລະຫັດ          ສະກຸນເງີນ                                            ໂຕຫຍໍ້

16               ໂດລາ ບຣູນາຍ                                       BND              

17            ໂດລາ ໄຕ້ ຫັວນ                                       TWD

18            ຈາດ ມຽນມາ                                          MMK

19           ຣຽວກຳປູເຈຍ                                        KHR

20              ໂດລາ ການາດາ                                 CAD

21          ຝຣັງ ແບນຊິກ                                        BEF

22            ຣຸເປຍ ອິນໂດເນເຊຍ                              IDR 

23              ວອນເກົາຫລີ ໃຕ້                           KRW

24            ກຣອນ ເດນມາກ                           DDK

25             ຊິນລິງ ໂອຕຣິດສ                                AUST.FCH

26             ໂຄຣນາສະວີເດັນ                            SEK

27            ກຣອນໂນເວ                                NOK

28           ເປໂຊ ຟີລິປິນ                                    PHP

29            ເອີໂຣ                                              EURO

30           ແອສ ດີອາສ                                   SDR

ປິດບໍລິການ                                                                 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ລະຫັດ    ສະກຸນເງິນ                                        ໂຕຫຍໍ້

00     ກີບ                                                      LAk

01 ໂດລາ ສະຫະລັດ                                    USD

02 ບາດໄທ                                                  THB

03 ປອນ ສະເຕີລິງ ອັງກິດ                              GBP 

04 ຝຣັງ ຝຣັ່ງ                                                  FRF

05 ມາກ ເຢຍລະມັນ                                       DEM

06   ຝຣັ່ງສວິດ                                               CHF

07    ເຢັນຍີ່ ປຸ່ນ                                                JPY

08 ໂດລາ ຮົງກົງ                                          HKD

09   ໂດລາ ອົດສະຕາລີ                              AUD

10  ຢວນ ສປຈີນ                                       CHY

11  ຣິນກິດ ມາເລເຊຍ                                MYR

12  ໂດລາ ສິງກະໂປ                                   SGD

13 ດົງຫວຽດນາມ                                   VND

14  ໂດລາ ນີວຊີແລນ                            NZD

15 ຣຸບລັດເຊຍ                                      RUB

 

ພໍກ່ອນ ຈັກໜ່ອຍ ເມື່ອຍ ອ່ານ

ມີທັງໜົດ ສາມ ສິບ ສະກຸນ ເງິນ ມື້ ອື່ນ ຈະເອົາລົງ ອີກ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

7 PROVERBS AND THEIR MEANINGS

A "proverb" is a short, traditional saying in general use. It
usually expresses some obvious truth or familiar experience.
Here are some proverbs that are well known in English, though
some of them come from other languages. The meanings given are
generally accepted meanings, though other interpretations may be
possible.

1. "Don't cross your bridges before you come to them."
Don't worry about problems before they arrive.

2. "Soon learnt, soon forgotten."
Something that is easy to learn is easy to forget.

3. "Even a worm will turn."
Everybody will revolt if driven too far.
* worm (noun) = small thin animal with soft body and no legs
* turn (verb) = revolt, fight back

4. "It was the last straw that broke the camel's back."
There is a limit to everything.
* straw (noun) = dried stalk of grain (like grass)
* camel (noun) = large long-necked animal in the desert

5. "The way to a man's heart is through his stomach."
Many women have won a man's love by cooking good meals.
* way (noun) = path; route

6. "Where there's a will there's a way."
If we are determined to do something, we can do it.
* will (noun) = strong determination, desire.
* way (noun) = path, method

7. "The best advice is found on the pillow."
We may find the answer to a problem after sleeping.
* advice (noun) = recommendation as to what to do
* pillow (noun) = cushion to rest your head on sleeping

ກັອບມາ ແຕ່ ກ່ອງ ເມວ

ບອກຕັວເອງ ວ່າ ຕ້ອງຫມັ່ນ ອ່ານ ແລະ ທົບທວນບົດຮຽນ ເອີ່ຍ ປານໃດສິເກັ່ງເນາະ???

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

7 HOMOPHONES

Different spelling - same sound

Many words in English have different spellings but are
pronounced exactly the same. These words are called
"homophones". Here are 7 examples:

1. sea, see
2. for, four
3. hear, here
4. one, won
5. knight, night
6. him, hymn
7. to, too, two

What can we learn from all this? We can learn that the *sound*
of a word is more important than the spelling. English is not
"phonetic". That means that the spelling and the sound do not
always match.

Of course, it is good to spell correctly. But to help you
understand spoken English and many rules of English, you should
think first about the sound of the words. Do not worry too much
at first about the spelling.

ກອັບມາຈາກ ກ່ອງເມວ ເຄັດລັບ ເລັກໆໆ ນ້ອຍໆໆໆ

ຄ່ອຍໆໆໆຝຶກໄປ

ຢາກ ເກັ່າ ກໍ່ຕ້ອງຂະຫຍັ່ນດຸຫມັ່ນ ຝຶກຜົນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

7 Days of the Week

Everybody knows that there are 7 "days of the week".

But do you know that there are only 5 "weekdays"?

And of course there are 2 days at the "weekend".

The days of the week come from the Names of mythical figures,
so the first letter of each day must be a CAPITAL letter.

Days of the Week:
Monday = associated with the Moon
Tuesday = from the god Tiw, associated with Mars
Wednesday = from Germanic god Odin
Thursday = from Germanic god of thunder Thor
Friday = from Germanic goddess Frigga associated with Venus
Saturday = associated with Saturn
Sunday = associated with the Sun

Weekdays:
Monday, Tuesday, Wednesday, Thursday, Friday

Weekend:
Saturday, Sunday

Here are the abbreviations:

Mo., Mon.
Tu., Tue., Tues.
We., Wed.
Th., Thu., Thur., Thurs.
Fr., Fri.
Sa., Sat.
Su., Sun.

ກັອບມາ ຈາກກ່ອງ ເມວ

ທຸກຄຳສັບ ຕ່າງກໍ່ມີ ຄວາມເປັນ ມາຂອງມັນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

A "proverb" is a short, traditional saying in general use.
It usually expresses some obvious truth or familiar
experience. There are proverbs in all languages. Here are
7 proverbs that are well known in English.

--

"You can't tell a book by its cover."

We need to read a book to know if it's good or bad. We
cannot know what it's like just by looking at the front or
back cover. This proverb is applied to everything, not only
books.

--

"Where there's a will there's a way."

If we have the determination (the will) to do something, we
can always find the path or method to do it.

--

"Don't cross your bridges before you come to them."

Don't worry about problems before they arrive.

--

"It was the last straw that broke the camel's back."

There is a limit to everything. We can load the camel with
lots of straw, but finally it will be too much and the
camel's back will break. And it is only a single straw that
breaks its back - the last straw. This can be applied to
many things in life. People often say "That's the last
straw!" when they will not accept any more of something.


--

"Bad news travels fast."

"Bad news" means news about "bad" things like accidents,
death, illness etc. People tend to tell this type of news
quickly. But "good news" (passing an exam, winning some
money, getting a job etc) travels more slowly.

--

"You can't take it with you when you die."

When we die we leave everything on earth. We don't take
anything with us. Even the richest people cannot take their
money with them after death. This proverb reminds us that
some material things are not really so valuable as we think.

--

"Still waters run deep."

Some rivers have rough surfaces with waves. That's usually
because the water is shallow and there are rocks near the
surface. But deep rivers have no rocks near the surface and
the water is smooth and still. This proverb means that
people who are calm and quiet on the outside, often have
a strong, "deep" personality inside.

 

ເຫັນວ່າ ເນື້ອຫາ ມັນ ດີ ກະ ເລີຍ ກອບ ມາ ຈາກ ກ່ອງເມວ

ຄິດວ່າ ອາດຈະ ເປັນ ປະ ໂຫຍດສຳລັບ ຜູ້ ທີ່ ກຳລັງຮຽນ ພາສາ ອັງກິດ

ຫລື ກຳລັງເຮັດວຽກບ້ານ ສົງ ອາຈານ ຢູ່

ປລ ໃຜ ຮູ້ ຊ່ວຍ ແປໃຫ້ ຜູ້ ຂ້າທແນ່ (ຂອບ ໃຈ) ລ່ວງ ໜ້າ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ທາເປຍ ເຈົ້າພໍ່ ອູຄູເລເລ່ ຫລື ກີຕ່ານ້ອຍ ເສຍຊີວິດຢ່າງສະຫງົບ


ບິລ ທາເປຍ ຜູ້ລິເລີ່ມນຳເຄື່ອງດົນຕີກີຕ່ານ້ອຍ (ອູຄູເລເລ່)ໃຫ້ກັບຄົນທົ່ວໂລກຮູ້ຈັກກັນຕອນນີ້ລາວໄດ້ ເສຍຊີວິດຢ່າງສະຫງົບງຽບທ່າມກາງພັນລະຍາ ແລະລູກສາວພາຍໃນເຮືອນຂອງລາວ ລວມອາຍຸໄດ້ 103 ປີ,ບິລ ທາເປຍ ຢູ່ໃນວົງການດົນຕີມາດົນເຖິງ 90 ປີຈົນໄດ້ຊື່ວ່າເປັນສິລະປິນດົນຕີ ທີ່ມີອາຍຸຍືນຍາວທີ່ສຸດ ໃນໂລກທີ່ຍັງສາມາດບັນເລງດົນຕີເທີງເວທີໄດ້ ແລະລາວຍັງເຄີຍໄດ້ສະແດງກັບວົງດົນຕີ ແຈສ ຊື່ດັງຂອງ ໂລກໄດ້ແກ່: ຫລຸຍ ອາມສະຕອງ ບິງຄໍບີ້,ບີລລີ່ ຮໍລິເດຍ ໂດຍລາວໄດ້ນຳເອົາ ກີຕ່ານ້ອຍມາສະແດງເທີງ ເວທີເປັນເທື່ອທຳອິດຕັ້ງແຕ່ລາວ ອາຍຸ 7 ປີ

ບີລ ທາເປຍ ເກີດເມື່ອວັນທີ 1 ມັງກອນ ປີ 1908 ທີ່ເກາະຮາວາຍໄດ້ຊື້ ກີຕ່ານ້ອຍຕົວທຳອິດ ໃນຊີວິດ ດ້ວຍເງິນ 75 ເຊັນ ຈາກຄົນປອກຕຸຍການ ທີ່ລອງເຮືອມາ ຮາວາຍຕໍ່ມາໃນຍຸກ 1920 ເປັນຍຸກສະໄໝ ທີ່ດົນຕີແຈສເລີ່ມມີອິດທິພົນ ແລະລາວກໍ່ເປັນຄົນທຳອິດທີ່ປະສົມປະສານການຫລີ້ນດົນຕີແຈສ ເຂົ້າກັບ ອູຄູເລເລ່ ດ້ວຍການປະສົມປະສານເຕັກນິກການດີດ,ການເກົາ.ການພິກ ສາຍກີຕ່າ ຈົນເຮັດໃຫ້ເຄື່ອງດົນຕີ ຊະນິດນີ້ເປັນທີ່ຮູ້ຈັກຂອງຄົນທົ່ວໂລກ ແລະໄດ້ຮັບຄວາມນິຍົມມາເຖິງປະຈຸບັນນີ້.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

10 ວິທີ ເບີ່ງແຍງຜົມ ງາມໃຫ້ມີສຸຂະພາບດີ ຄູ່ເຮົາໄປໄດ້ດົນໆໆ

 

 

໑      ຫວີຜົມ: ກ່ອນສະຜົມເພືອ່ກຳຈັດສີ່ງສົກກະປົກ ທີ່ຕິດຢູ່ນຳເສັ້ນຜົມ ແລະສາງເສັ້ນຜົມທີ່ຜັນກັນທອອກກ່ອນ

໑      ສະຜົມ: ຄວນໃຊ້ແຊມພູ ແລະຄີມນວດທີ່ປະສົມອາຫານຊີວະພາບ ເພື່ອກຳຈັດສີ່ງສົກກະປົກແລະ ບຳລຸງ ເສັ້ນຜົມໄປດ້ວຍໃນຕົວເພາະສານອາຫານຊີວະພາບຈະຖຶກດູດຊຶມແລ້ວເຂົ້າເຖິງຮາກຕະຫລອດເສັ້ນຜົມ

໑      ນວດຫົວ: ນວດໜັງຫົວ ຂະນະອາບນ້ຳ ໃຕ້ຝັກບົວ ເພືອ່ກະຕຸ້ນລະບົບໜຸນວຽນຊ່ວຍໃຫ້ມີສຸຂະພາບຜົມທີ່ດີ ຂຶ້ນ ແລະຊ່ວຍຫລຸດຄວາມຄຽດ ໃຊ້ປາຍນິ້ວນວດໜັງຫົວຄ່ອຍໆ ໂດຍເລີ່ມຈາກດ້ານໜ້າແລ້ວລົງໄປເຖິງ ກົກຄໍ

໑      ເພີ່ມຄວາມຊຸ່ມຊື່ນ: ດ້ວຍຄອນດີຊັນເນີ້ ສະເພາະບໍລິເວນປາຍຜົມ ແລະສ່ວນທີ່ເລີຍປາຍຜົມຂື້ນມາເຄີ່ງໜຶ່ງ ຂອງຄວາມຍາວ(ເພາະເສັ້ນຜົມສ່ວນທີ່ຍູ່ໃກ້ໜັງຫົວ ຈະມີນ້ຳມັນໃຫ້ຄວາມຊຸ່ມຊີ່ນຕາມທຳມະຊາດຢູ່ແລ້ວ) ການທາຄອນດີຊັ້ນເນີ ໃກ້ໆ ຮາກຜົມຈະເຮັດໃຫ້ຮູ້ສຶກວ່າ ເສັ້ນຜົມເປັນມັນເຍີ້ມຫັລງສະຜົມແລ້ວບໍ່ດົນ

໑      ໃຊ້ນ້ຳສົ້ມສາຍຊູ: ເພີ່ມຄວາມເງົາງາມແກ່ ເສັ້ນຜົມ ແລະກຳຈັດເສັ້ນຜົມທີ່ຜັນກັນດ້ວຍການໃຊ້ນ້ຳສົ້ມສາຍຊູ 1 ບ່ວງ ປະສົມກັບນ້ຳ ອຸ່ນ 600 ມິລີລີດ ແລ້ວ ຖອກລົງເທີງເສັ້ນຜົມໃຊ້ຫວີສາງໃຫ້ທົ່ວແລ້ວລ້າງອອກ ດ້ວຍນ້ຳອຸ່ນ

໑      ລ້າງດ້ວຍນ້ຳເຢັນ: ເພາະນ້ຳຮ້ອນເຮັດໃຫ້ ຕ່ອມຮາກຜົມຂະຫຍາຍ ແລະສູນເສຍນ້ຳມັນຕາມທຳມະຊາດໄປ ເຮັດໃຫ້ຜີວຜົມແຫ້ງຫຍາບເບີ່ງບໍ່ມີ ຊີວິດຊີວາ ໃຊ້ນ້ຳເຢັນລ້າງຜົມຈະດີກວ່າ ຄວາມເຢັນຂອງນ້ຳຈະຊ່ວຍ ໃຫ້ຕ່ອມຮາກຜົມປິດຕົວເສັ້ນຜົມຈະເງົາງາມທົ່ວທັງຫົວ

໑      ເຊັດຄ່ອຍ: ຢ່າໃຊ້ຜ້າຂົນໜູເຊັດຜົມ ເພາະຜ້າຂົນໜູ ຈະລັກຄວາມຊຸ່ມຊື່ນ ແລະທຳລາຍຄວາມຍືດຍຸ່ນ ຂອງເສັ້ນຜົມ ໃຫ້ໃຊ້ປາຍນີ້ວ ບີບນ້ຳເທີ່ງເສັ້ນຜົມອອກ ແລ້ວໃຊ້ຜ້າຂົນໜູ່ເຊັດເບົາໆ ວິທີນີ້ຈະຊ່ວຍເກັບກັກ ຄວາມຊຸມຊື່ນເທີງເສັ້ນຜົມໄວ້ໄດ້

໑      ສາງຜົມ: ຢ່າຫັວຜົມໃນຂະນະທີ່ ຜົມປຽກເດັດຂາດ ເພາະຂະນະທີ່ປຽກເສັ້ນຜົມຈະໂພງໃຫ່ຍກວ່າປັກກະຕິ ສອງເທົ່າ ແລະຈະເຮັດໃຫ້ຜົມເສຍໄດ້ງ່າຍໃຊ້ຫວີຊີ່ຫ່າງໆສາງຜົມປຽກທີ່ແບ່ງເປັນສ່ວນໆ ໂດຍເລີ່ມສາງ ຈາກປາຍຜົມ

໑      ປ່ອຍໃຫ້ແຫ້ງ: ປ່ອຍໃຫ້ແຫ້ງຕາມທຳມະຊາດເພາະ ເຄື່ອງມືແຕ່ງຜົມທີ່ໃຊ້ຄວາມຮ້ອນ ຈະເຮັດໃຫ້ແກນຜົມ ເສຍ ບິດຜົມຍາວໆຂຶ້ນໄປລວບເປັນມວຍ ເສັ້ນຜົມຈະເຊັດຕົວເອງເມື່ອແຫ້ງແລ້ວ ຖ້າຜົມສັ້ນກໍທາເຈວແລ້ວ ຫວີໃຫ້ທົ່ວ

໑      ກຳຈັດຜົມທີ່ຕັ້ງຊື່: ເມື່ອຜົມແຫ້ງແລ້ວສີດສະເປລົງເທີງຫວີ ແລ້ວຫວີຜົມໃຫ້ທົ່ວ ວິທີນີ້ ຈະເຮັດໃຫ້ປາຍຜົມທີ່ ຕັ້ງຊີ້ລົບລົງໄປເຮັດໃຫ້ເສັ້ນຜົມເບີ່ງເງົາງາມ ເປັນລະບຽບແລະຊ່ວຍໃຫ້ເສັ້ນຜົມຢູ່ຊົງໄດ້ດີຂຶ້ນ,

ຂໍ້ມູນຈາກ ວາລະສານ: ມະຫາຊົນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

ບົດຄວາມຈາກ :ວາລະສານ ມະຫາຊົນ

ບົດຄວາມຈາກ :ວາລະສານ ມະຫາຊົນ

ນາງ ເມກຂະຫລາ

ນາງ ເມກຂະຫລາ ເປັນນາງໃນ ວັນນະຄະດີເລື່ອງ ເມກຂະຫລາ - ລາມະສູນ

ນາງ ເມກຂະຫລາ ເປັນເທວະດາ ທີ່ມີລິດເດດ ມີສິນທຳ ປະຈຳຈິດໃຈ ຈິດໃຈເມດຕາປານີ ແລະທີ່ສຳຄັນແມ່ນນາງ ເປັນສັນຍາລັກແຫ່ງການປົກປັກຮັກສາ ທຳມະຊາດ ສາຍນ້ຳລຳທານ ແລະດິນຟ້າອາກາດ ຢາກເຫັນທ້ອງຟ້າອາ ກາດແລະຫ້ວຍນ້ຳລຳທານ ທີ່ສວຍງາມແລະອຸດົມສົມບູນ ຕ້ອງຢ່າລືມໄປທ່ຽວຕ່າງແຂວງ ເຊັ່ນ ໄປທ່ຽວວັງວຽງ ໄປ ທ່ຽວຫລັກຊາວ ໄປຊົມປ່າຫີນໜາມ ໜໍ່ຕາມເສັ້ນທາງ ເລກ ແປດ ແລະ ສະຖານທີ່ອື່ນໆທົ່ວປະເທດລາວ.

ເມກຂະຫລາ ບັນດົນ ຝົນຟ້າອາກາດ

ນາງ ເມກຂະຫລາ ເປັນນາງໃນ ວັນນະຄະດີເລື່ອງ ເມກຂະຫລາ - ລາມະສູນ

ນາງ ເມກຂະຫລາ ເປັນເທວະດາ ທີ່ມີລິດເດດ ມີສິນທຳ ປະຈຳຈິດໃຈ ຈິດໃຈເມດຕາປານີ ແລະທີ່ສຳຄັນແມ່ນນາງ ເປັນສັນຍາລັກແຫ່ງການປົກປັກຮັກສາ ທຳມະຊາດ ສາຍນ້ຳລຳທານ ແລະດິນຟ້າອາກາດ ຢາກເຫັນທ້ອງຟ້າອາ ກາດແລະຫ້ວຍນ້ຳລຳທານ ທີ່ສວຍງາມແລະອຸດົມສົມບູນ ຕ້ອງຢ່າລືມໄປທ່ຽວຕ່າງແຂວງ ເຊັ່ນ ໄປທ່ຽວວັງວຽງ ໄປ ທ່ຽວຫລັກຊາວ ໄປຊົມປ່າຫີນໜາມ ໜໍ່ຕາມເສັ້ນທາງ ເລກ ແປດ ແລະ ສະຖານທີ່ອື່ນໆທົ່ວປະເທດລາວ.

ເມກຂະຫລາ ບັນດົນ ຝົນຟ້າອາກາດ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

ບົດຄວາມຈາກ :ວາລະສານ ມະຫາຊົນ

ນາງ ກິນນາລີ

ນາງ ກິນນາລີ ເປັນນາງໃນວັນນະຄະດີ ເລື່ອງ ສີທົນ - ມະໂນລາ

ນາງ ມະໂນລາ ແມ່ນນາງກິນນາລີ ທີ່ເປັນເທບທິດາ ແຫ່ງປ່າດົງວົງກົດ,ຫ້ວຍນ້ຳ ລຳທານທີ່ສວຍງາມແລະອຸດົມສົມ ບູນ

ຢູ່ປະເທດເຮົາມີທຳມະຊາດ ທີ່ເປັນດັ່ງທີ່ຢູ່ອາໄສຂອງບັນດານາງກິນນາລີ ຢູ່ຫລວງຫລາຍ ທົ່ວປະເທດ ເຊັ່ນ: ຕາດ ແສ້,ຕາດກວາງຊີ,ຕາດຊ້າງ,ຕາດມູນ,ຕາດຟານ,ຕາດຜາສ້ວມ,ຄອນພະເພັງ,ຫລີ່ຜີ ແລະສະຖານທີ່ທ່ອງທ່ຽວທາງທຳ ມະຊາດທີ່ອຸດົມສົມບູນຕ່າງໆຢ່າງຫລວງຫລາຍ.

ກິນນະລີ ງາມເລີດ ເກີດໄພສົນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ບົດຄວາມຈາກ :ວາລະສານ ມະຫາຊົນ

ນາງ ສັງຂານ

ນາງສັງຂານ ເປັນນາງໃນວັນນະຄະດີ ເລື່ອງ ປະຫວັດບຸນປີໃໝ່ລາວ

ນາງສັງຂານນອກຈາກຈະມີຮູບໂສມທີ່ສວຍງາມແລ້ວ,ສີ່ງທີ່ສຳຄັນແມ່ນຄວາມກະຕັນຍູຕໍ່ຜູ້ມີບຸນຄຸນ ດັ່ງເຮົາຈະເຫັນ ໃນປີໃໝ່ແຕ່ລະປີ ຈະເຫັນນາງສັງຂານ ທັງເຈັດ ຜັດປ່ຽນກັນໄປຫົດສົງພໍ່ຂອງເຂົາ ໃນຂະນະດຽວກັນ ນາງສັງຂານ ກໍ່ເປັນຕົວແທນທາງດ້ານ ສືບທອດ ຮີດຄອງປະເພນີ ອັນດີງາມ ຂອງລາວເຊັ່ນການແຕ່ງຕົວ ການເຮັດບຸນປີໃໝ່ ລາວ

ທ່ານຜູ້ອ່ານ ທ່ານໃດຢາກເຫັນກິດຈະກຳຕ່າງໆ ຂອງນາງສັງຂານຢ່າງແທ້ຈິງຕ້ອງອົດໃຈລໍຖ້າ ແລະຕ້ອງໄປເບີ່ງ ໃຫ້ໄດ້ທີ່ ເມືອງຫລວງພະບາງ ໃນໄລຍະບຸນປີໃໝ່ລາວເທົ່ານັ້ນ ແລ້ວທ່ານຈະໄດ້ຮ່ວມເຮັດກິດຈະກຳຕ່າງໆກັບນາງ ສັງຂານຢ່າງແນ່ນອນ

ສັງຂານມີ ກະຕັນຍູ ຄູ່ປະເພນີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ວາລະສານ ມະຫາຊົນ

ງາມເລີດລ້ຳ ນາງໃນວັນນະຄະດີ

ນາງ ສີດາ

ນາງ ສີດາ ເປັນນາງໃນວັນນະຄະດີເລື່ອງ ”ລາມະກຽນ”

ນາງ ສີດາ ເປັນບຸກຄົນ ທີ່ມີຮູບໂສມສວຍງາມ ຍີ່ງກ່ວາ ນາງຟ້າເທີ່ງສະຫັວນ ແລະສີ່ງສຳຄັນແມ່ນນາງເປັນຄົນທີ່ມີ ຄວາມຊື່ສັດ ຕໍ່ຄູ່ຊີວິດ ຂອງຕົນທີ່ສຸດ,ມີຄວາມຮັກນວນສະຫງວນຕົວ ມີຄວາມກ້າຫານ ມີຄວາມສະຫລາດ ມີຄວາມ ກະຕັນຍູ, ອ່ອນນ້ອມຖ່ອມໂຕ ແລະເປັນຍິງທີ່ ຢູ່ໃນອຸດົມຄະຕິ ຂອງຜູ້ຊາຍສະໄໝກ່ອນ.

ເວົ້າເລືອ່ງນາງ ສີດາ ເຮົາຈະນຶກເຫັນ ພາບ ຫໍໂຮງ ຫຼື ເມືອງໃນສະໄໝບູຮານ ທີ່ມີຄວາມຍີ່ງໃຫຍ່ ປານີດ ສວຍ ງາມ… ຈຶ່ງສະເໝຖ້າທ່ານຢາກໄປທ່ອງທ່ຽວສະຖານທີ່ ທີ່ຄ້າຍຄືໃນ ວັນນະຄະດີ ເລື່ອງ ລາມະກຽນ ກໍເຊີນໄປທ່ຽວ ຫລວງພະບາງ ຮັບຮອງວ່າທ່ານ ຈະໄດ້ສຳຜັດກັບບັນຍາກາດ ໃນວັງຂອງນາງ ສີດາ ແນ່ນອນ

ສີດາເທບ ເທພັນ ວັນນະຄະດີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ໄຂຄຳຄົມບົ່ມປັນຍາ

( ໜັງສືພິມ ເສດຖະກິດສັງຄົມ)

໑      ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑      ຄົນສະຫລາດຍ່ອມຮູ້ວ່າຕົນບໍ່ທັນຮູ້ ເທົ່າທີ່ຄວນ ແຕ່ຄົນໂງ່ພັດຄິດວ່າໂຕຮູ້ໄປທຸກສີ່ງທຸກຢ່າງແລ້ວ

໑      ການຮຽນຮູ້ເປັນດວງຕາຂອງຈິດໃຈ.

໑      ຄວາມບົກຜ່ອງຂອງຄົນອື່ນ ຍ່ອມເປັນບົດຮຽນຂອງເຮົາ

໑      ແມ່ນແຕ່ສັດຕູ ກໍ່ອາດເປັນຄູເຮົາໄດ້

໑      ການຮຽນຮູ້ທີ່ຂົມຂື່ນນັ້ນມັກໃຫ້ຜົນທີ່ຫອມຫວານ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ອັນຕະລາຍຈາກໝາກໄມ້ດອງ

ວາລະສານ ມະຫາຊົນ

ຫລາຍຄົນມັກກິນໝາກໄມ້ດອງ ເປັນທີ່ສຸດທັງໝາກມ່ວງ ໝາກຍົມ ແລະໝາກໄມ້ດອງຊະນິດອື່ນໆ ທີ່ມີຂາຍຢູ່ທົ່ວໄປ ແຕ່ໝາກໄມ້ດອງເຫລົ່ານີ້ ລ້ວນແລ້ວແຕ່ມີອັນຕະລາຍ ເພາະບິນ້ຳຕານ ເປັນສານທີ່ ຊ່ວຍເພີ່ມຄວາມຫວານ ຊຶ່ງໃຫ້ຄວາມຫວານຫລາຍກວ່ານ້ຳຕານເຖິງ 300 ເທົ່າແລະທີ່ສຳຄັນລາຄາກໍ່ແສນ ທີ່ຈະຖຶກກວ່ານ້ຳຕານທົ່ວໄປ ບັນດາພໍຄ້າ ແມ່ຂາຍ ຈຶ່ງນິຍົມນຳມາໃສ່ ໃນໝາກໄມ້ ອັນຕະລາຍຂອງບີນ້ຳ ຕານຄືສ່ຽງຕໍ່ການເກີດພະຍາດມະເຮັງ ກະເພາະຍຽ່ວໄດ້ຫາກສານນີ້ເຂົ້າໄປໃນຮ່າງກາຍຫລາຍໆ ເຮັດໃຫ້ຫລາຍປະເທດ ທົ່ວໂລກປະກາດຫ້າມໃຊ້ສານຕົວນີ້ ເພາະສະນັ້ນຄວນຫຼີກລຽງການກິນໝາກໄມ້ ດອງທັງຫຼາຍ ແລ້ວລອງປ່ຽນມາກິນໝາກໄມ້ສົດເພື່ອສຸຂະພາບທີ່ດີກັນດີກວ່າ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

ວາລະສານ ມະຫາຊົນ    (ແຕ່ບໍ່ບອກວ່າ ສະບັບທີເທົ່າໃດ ໄປຊອກອ່ານເອງ ອິອິ)

ວິທີຄິດຢ່າງຄົນເກັ່ງ: ໃຜທີ່ຢາກເປັນຄົນເກັ່ງມີວິທີ ຄິດຢ່າງຄົນເກັ່ງມາບອກ.

  1. ເບີ່ງໂລກໃນແງ່ດີ ແລະ ເຮັດທຸກສີ່ງຢ່າງເຕັມກຳລັງດ້ວຍຮອຍຍີ້ມແລະຄວາມເບີກບານ ເຮັດຕົວໃຫ້ສົດຊື່ນ ມີຊີວິດຊີວາ ແລະກະຕືລືລົ້ນຢູ່ສະເໝີພ້ອມທີ່ຈະປະເຊີນກັບທຸກສະຖານະການ ຈະຊວ່ຍໃຫ້ສາມາດຈັດການ ກັບທຸກເລືອ່ງທີ່ຜ່ານເຂົ້າມາໄດ້.
  2. ມີສັດທາໃນຕົວເອງ ຈົ່ງເຊື່ອໃນຄວາມເກັ່ງຂອງຕົວເອງ
  3. ຂໍທ້າຄວາມຝັນຄວາມຕັ້ງໃຈຈິງ ແລະທຸ່ມເທສຸດແຮງ ຈະເປັນແຮງຊຸກຍູ້ທີ່ຈະເຮັດໃຫ້ສານຝັນສູ່ຄວາມຈິງໄດ້
  4. ຄົ້ນຫາບຸກຄົນຕົ້ນແບບ ເພື່ອເປັນມາດຕະຖານທີ່ດີໃນການດຳເນີນຮອຍຕາມ ສຶກສາແນວຄິດແລະ ວິທີການ ເຮັດວຽກ ຈຸດເດັ່ນແລ້ວອາດນຳມາປັບໃຊ້ໃຫ້ເຂົ້າກັບຊີວິດໄດ້ນຳ
  5. ເລີ່ມຕົ້ນງານໃໝ່ທຸກມື້ດ້ວຍຮອຍຍີ້ມສົດໃສ ເພາະຮອຍຍີ້ມເຮັດໃຫ້ໃຜໆ ຢາກເຂົ້າມາຄົບຫາດ້ວຍການເຈລະ ຈາ ຕິດຕໍງານກໍມັກຈະລົງເອີຍດ້ວຍຄວາມສຳເລັດ

ບໍ່ວ່າຈະເປັນໄວຮຽນ ໄວເຮັດວຽກ ຫຼືໄວໃດໆ ຖ້າຢາກເປັນຄົນເກັ່ງ ລອງນຳວິທີຄິດເຫຼົ່ານີ້ໄປລອງໃຊ້ກັນເບີ່ງ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ໜັງສືພິມ ເສດຖະກິດ - ສັງຄົມ

ຮູ້ບໍຟັງເພງໄວໆ ເຮັດໃຫ້ກິນອາຫານໄດ້ຫຼາຍ

ຮຽບຮຽງໂດຍ: ຕາດຳ

ຫຼາຍຄົນເຄີຍໄດ້ຍິນຜູ້ຊ່ຽວຊານ ດ້ານການອອກກຳລັງກາຍມັກຈະແນະນຳໃຫ້ຟັງເພງ ຈັງຫວະໄວໆ ຂະນະທີ່ທ່ານ ກຳລັງອອກກຳລັງກາຍ ເພື່ອທີ່ຈະເຮັດໃຫ້ທ່ານຮູ້ສຶກຈິງຈັງ ແລະຫ້າວຫັນໃນການອອກກຳລັງກາຍຫຼາຍຂຶ້ນ ເພາະ ສຽງດົນຕີໄວໆຈະເຮັດໃຫ້ຮູ້ສຶກເບົາຕົວຂຶ້ນ ມາທັນທີຢາກອອກກຳລັງກາຍເຮັດນັ້ນເຮັດນີ້ຕະຫຼອດເວລາ ໂດຍບໍ່ຮູ້ສຶກ ອິດເມື່ອຍ ໃນການອອກກຳລັງກາຍເລີຍ ມີແຕ່ຈະເຮັດໃຫ້ທ່ານຮູ້ສຶກມ່ວນ ແລະເພີດເພີນໄປກັບສຽງເພງນັ້ນໆ.

ທ່ານເຄີຍສັງເກດບໍ່ວ່າເປັນຫັຍງເວລາຄົນນັ່ງເຮັດວຽກຢູ່ເຮືອນມັກຈະເປີດເພງ ຫຼື ເປີດວິທະຍຸໄປນຳ ເພາະວ່າສຽງ ເພງຈະເຮັດໃຫ້ຄົນທີ່ເຮັດວຽກເພີດເພີນ ແລະສະບາຍໃຈ ບໍ່ຕ້ອງກັງວົນໃຈ ແລະເຄັ່ງຄຽດກັບວຽກທີ່ກຳລັງເຮັດຢູ່ນັ້ນ

ດຽວນີ້ໃນໂຮງຈັກໂຮງງານ ຫຼາຍແຫ່ງມັກຈະເປີດວິທະຍຸໃຫ້ພະນັກງານຟັງໃນເວລາ ເຮັດວຽກນຳ ເພື່ອເປັນການ ຜ່ອນຄາຍໃຫ້ພະນັກງານ ແລະເຮັດໃຫ້ພະນັກງານມີກຳລັງໃຈໃນການເຮັດວຽກຫຼາຍຂື້ນ.

ຖ້າປ່ຽນການອອກກຳລັງກາຍແລະການເຮັດວຽກ ມາເປັນການຮັບປະທານອາຫານແທນອາລົມ ແລະຄວາມຮູ້ສຶກສົດ ໃສຫ້າງຫັນກໍ່ຈະເກີດຂຶ້ນເຊີ່ງບໍ່ໄດ້ຕ່າງກັນເລີຍ ແຕ່ຜົນທີ່ໄດ້ຮັບຄົງບໍ່ເປັນທີ່ພໍໃຈຂອງຫຼາຍຄົນແນ່ນອນ.

ຈັງຫວະເພງທີໄວຂຶ້ນຈະເຮັດໃຫ້ທ່ານຮັບປະທານອາຫານໄດ້ຫຼາຍຂຶ້ນເພາະວ່າເພງຈະຊ່ວຍເລ່ງອັດຕາການຮັບປະ ທານຂອງທ່ານໃຫ້ໄວຂື້ນ ເຮັດໃຫ້ທ່ານຂາດສະຕິໃນການຮັບປະທານອາຫານໄດ້ງ່າຍ,ທ່ານລອງຄິດເຖິງບັນດາ ຮ້ານອາຫານແລະສະຖານທີ່ບັນເທີງທັງຫຼາຍທີ່ມັກຈະເປີດເພງໄວເປັນປະຈຳ ເມື່ອທ່ານນັ່ງສົນທະນາກັບໝູ່ແລະຟັງ ເພງໄປນັ້ນປາກຂອງທ່ານກໍ່ຈະຄ່ອຍຫຍໍ້ານັ້ນຫຍ້ຳນີ້ຕະຫຼອດເວລາ ບໍ່ວ່າຈະສັ່ງອາຫານປະເພດໃດມາວາງທີ່ໂຕະໃນ ເວລາບໍ່ດົນກໍ່ເຮັດໃຫ້ ອາຫານນັ້ນໜົດໄປ,

ໃນທາງກົງກັນຂ້າມຖ້າທ່ານລອງ ສັງເກດໃນຮ້ານອາຫານ ໃຫ່ຍພວກພັດຕາຄານຫລູໆສວ່ນຫລາຍມັກຈະເປີດເພງ ຊ້າໆຈະເຮັດໃຫ້ທ່ານ ຮັບປະທານອາຫານ ແບບບໍ່ຮີບຮ້ອນຄ່ອຍຮັບປະທານ ໄປເທື່ອລະໜ້ອຍ ແລະເພີດເພີນ ກັບອາຫານທີ່ທ່ານຮັບປະທານນັ້ນຢ່ງມີຄວາມສຸກ ການທີ່ຄົນເຮົາຄ່ອຍໆຮັບປະທານຄ່ອຍໆຫຍໍ້ ອາຫານນັ້ນຈະເຮັດໃຫ້ຮູ້ສຶກອີ່ມໄວທັງທີ່ຮັບປະທານ ໃນປະລິມານບໍ່ຫລາຍຈິ່ງເຮັດໃຫ້ບໍ່ຕຸ້ຍງ່າຍ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ຕຳລາຮັກສາສຸຂະພາບດ້ວຍ ຕົວ ອ ຫ້າຕົວ ຄື:

1 ອ. ອາລົມ ພວກເຮົາຄວນມີອາລົມເບີກບານຢູ່ສະເໝີ,ຫຼື ມອງໂລກໃນແງ່ດີ,ບໍ່ຄວນອຸກອັ່ງຄັ່ງແຄ້ນ,ບໍ່ຄວນຢ້ານວ່າ ຈະບໍ່ມີອັນຢູ່ອັນກິນ.ພວກເຮົາມີແຕ່ປາກດຽວ,ແຕ່ມີມືສອງເບື້ອງ. ສັດມີແຕ່ປາກ,ບໍ່ມີມື ມັນກໍ່ຍັງ ມີຊີວິດຢູ່ໄດ້.

2 ອ ແອບກາຍ ແຕ່ລະວັນ ຢ່າງຕຳພວກເຮົາຕ້ອງແກວ່ງແຂນ ແກວ່ງຂາ ຫ້າຮ້ອຍເທື່ອ.

3 ອ ອາຫານ ພວກເຮົາກິນອາຫານໃຫ້ຄົບ ຫ້າໝວດ,ໃຫ້ຖຶກເວລາ ແລະຕາມຊ່ຳອາຍຸ ເຊັ່ນຜູ້ອາຍຸແກ່ ຕ້ອງກິນປາ ເປັນຫຼັກ ແລະກິນຜັກເປັນປະຈຳ.

4 ອ ອາກາດ ສ້າງສະພາບແວດລ້ອມ ໃນເຮືອນແລະເຂດອ້ອມແອ້ມໃຫ້ມີອາກາດ ປອດໃສແລະເຂດອອ້ມແອ້ມໃຫ້ ມີອາກາດ ປອດໃສ ແລະສົດຊື່ນ.

5 ອ ອາຈົມ ຕໍ່ຄຳຖາມທີ່ວ່າ: ເມື່ອຕື່ນແຕ່ນອນ ໃນຕອນເຊົ້າ,ແມ່ນຫຍັງ ພາໃຫ້ເຈົ້າມີຄວາມສຸກກວ່າສີ່ງອື່ນ? ຄຳ ຕອບຂອງຊາວເອີຣົບ ກາຍ 50% ແມ່ນຖ່າຍປົກກະຕິ ແລະ ກອ່ນອອກເຮືອນໄປການ.ດັ່ງນັ້ນນາຍແພດ ບາງທ່ານ ຈຶ່ງສອນລູກໃຫ້ຖ່າຍແຕ່ເວລາຕື່ນນອນດ້ວຍວິທີ ເອົາບາຫຼອດແຍ່.ສຸກຂະພາບຂອງພວກເຮົາ ຈະດີຕະຫຼອດໄປ ຖ້າ ຫາກປະຕິບັດຕາມຕົວ ອ ຫ້າຕົວນີ້ຢ່າງສະໝ່ຳສະເໝີ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຕຳລາສ້າງຄວາມສັນຕິສຸກໃສ່ຕົວ

ດ້ວຍການປະຕິເສດ ຫ້າ ປະການຄື:

1 ບໍ່ຄ້າມະນຸດ

2 ບໍ່ຄ້າອາວຸດ (ນັບແຕ່ໝາກກັນຖຸນ ຂຶ້ນໄປ)

3 ບໍ່ຄ້າເຄື່ອງດອງສັນດານ

4 ບໍ່ທຳຮ້າຍຈິດໃຈຂອງຄົນອື່ນ

5 ບໍທຳລາຍສີ່ງແວດລ້ອມ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເມື່ອເຫຼົ້າດອງສັນດານ

ຈອກທີ 1 ຂຶງຂັງມັງມໍ ເລືອດແລ່ນ ລົມເດີນ

ຈອກທີ 2 ຄວາມຈັອງຫອັງຄາຄໍຈໍ່ລໍ່

ຈອກທີ 3 ບໍ່ມີໃຜຖາມກໍ່ຕອບ

ຈອກທີ 4 ຈິດວີ່ ໃຈວອນ

ຈອກທີ 5 ເຫັນປ້າ ວ່າເມຍ

ຈອກທີ 6 ຈົກຖົງບໍ່ອັ້ນ

ຈອກທີ 7 ເຫັນເປັດວ່າໄກ່

ຈອກທີ 8 ເຫັນແດດ ວ່າຝົນ

ຈອກທີ 9 ມີແຕ່ຜູ້ເວົ້າບໍ່ມີຜູ້ຟັງ

ຈອກທີ 10 ........  ( ບໍ່ກ້າກ່າວ)………

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ ຮ

ເວົ້າເຖິງແຮງຂອງຄົນມີຄວາມຮູ້ ແມ່ນໃຜກໍ່ຕ້ອງການຫຼາຍກວ່າແຮງຂອງຄົນທີ່ມີຄວາມຮູ້ຕ່ຳ ໝາຍຄວາມວ່າ ຖ້າມີ ຄວາມຮູ້ແລ້ວ ໃຜໆກໍ່ຢາກຊ່ວຍແຮ ເວລາເຮັດມັນງ່າຍໆໄປໝົດ ດັ່ງກອນທີ່ວ່າ:

ຮຽນຮ່ຳຮູ້            ຮູ້ຮ່ອມແຮງແຮ

ຮີບຮັບໂຮມແຮງເຮົາ    ເຮັດແຮງໂຮມເຮົ້າ

ຮຽມຮຽນໄຮ້          ແຮງເຮົາຮາມຮ່ວມ

ຮຽມຮອບແຮຮາດຮ້າງ   ເຮັງຮ້ອນເຮັດຮາມ

ຮຽມຮຽນໄຮ້ : ບໍ່ໄດ້ຮ່ຳຮຽນ

ຮາມ : ຂ້າມ,ປະລະ

ໄຮ້: ຂາດເຂີນ ,ບໍ່ມີ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ ອ

ແມ່ນເວົ້າເຖິງຄົນເຈັບແຂ້ວ ພັດແມ່ນຄົນຊຳເໜືອ ໝໍຢາຊຳເໜືອ ໃຫ້ອົມໝາກພິກ ເຊີ່ງໄທດຳເອີ້ນວ່າ ໝາກເອືອດ ຜູ້ເຈັບແຂ້ວພັດບໍ່ກ້າອົມ ແລະຢາກໃຫ້ເອົາແນວອື່ນໃຫ້ອົມ ແລະໜ້າອາຍທີ່ຈະບອກ ວ່າອົມໝາກພິກບໍ່ໄດ້ ຈິ່ງຂຽນ ກອນຄວາມຮູ້ສຶກ ຂອງຜູ້ກ່ຽວວ່າ:

ອ້າຍອູດເອົ້າ         ອຸກອັ່ງອົນເອີກ

ອິດອອດອຸກອຽງອາຍ   ອັ່ງອວນອົງອ້າຍ

ເອົາອື່ນອຽງອົມອ້ອນ   ອຽງອໍອຸກອັ່ງ

ອົມເອືອດອວນອັ່ງເອົ້າ  ອົງອ້າຍອີ່ນອາຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ ຫ

ກອນນີ້ເວົ້າເຖິງຄົນທີ່ ຫັດ ຫຼືຝຶກແອບເລື້ອຍໆ ບໍ່ຫ່ອນແຫ້ງປະສົບການ ສ່ວນຄົນທີ່ແຫ ຫຼືບໍ່ຍອມຝຶກຫັດ ແມ່ນຈະ ແຫ້ງປະສົບການ.

ຫັດຫ່ອນແຫ້ງ        ເຫີນຫ່າງເຫຫັນ

ຫາກຫໍ່ຫັດເຫິງໆ       ຫ່າງເຫຫັນແຫ້ງ

ແຫເຫືອດເຫັນແຫງແຫ້ງ ເຫຫັນເຫີນຫ່າງ

ແຫຫາກເຫັນແຫ່ງຫ້ຽມ  ຫັດຫ້ອມຫ່າງແຫ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ ວ - ຫວ


ກອນນີ້ເວົ້າເຖິງຄົນຂີ້ຄຸຍ ແລະ ເວົ້າໂຍກ ຄັນເພີ່ນຫວັງສີ່ງໃດກໍ່ໃຫ່ຍ ແລະຫັວງສູງ ແຕ່ເມື່ອບໍ່ໄດ້ດັ່ງຫວັງກໍ່ມີການ ໂວເວຢາກຮ້າຍ ດັ່ງກອນທີ່ວ່າ:

ຫວັງວາດໄວ້         ເວົ້າວ່າແວວວັບ

ວາດວ່າຫວັງແວວວາວ   ແວດວົງໂວເວົ້າ

ວູ່ວາມເວວາງໄວ້       ແວວເວວາດຫວ່າງ

ໂວເວວາງວ່າເວົ້າ            ຫັວງຫວ້າງວ່າງເວ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ ລ

ກອນນີ້ ບັນລະຍາຍເຖິງໄວໜຸ່ມລອງຂີ່ລົດຈັກ ແລ່ນໄວເອົາແທ້ ເອົາວ່າ ໂດຍບໍ່ຄຳນຶງ ວ່າບ້ານເຮົາ ນຳທາງມີສັດ ແກ່ລໍ້ຢູ່ນຳຖະໜົນ.ເມື່ອລົດລົ້ມແລ້ວ ຫົວພັດກະທົບຫົນທາງ ຕື່ນມາຫຼົງໜ້າ ຫຼົງຫຼັງຍ້ອນເລັ່ງລົດໄວເກີນຄວນ ເຊິ່ງກອນຂຽນໄວ້ດັ່ງນີ້:

ລົດແລ່ນລິ້ວ          ລາວເລັ່ງລອງລາຍ

ລາວເລີຍຫຼົບ         ຫຼີກລາລວມລໍ້

ຫຼາຍລາຍລົ້ມ         ລອງລາຍລອງເລັ່ງ

ລຸກແລ້ວລົ້ມ          ຫຼົງແລ້ວລ່ຽມລາຍ

ລາລວມລໍ້: ລາແກ່ລໍ້ໄປນຳທາງ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

 ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ


ພະຍັນຊະນະ ພ

ເວົ້າເຖິງເຫັນໝູ່ເກັ່ງປະສົບຜົນສຳເລັດ ໃນຊີວິດແລ້ວມີໝູ່ຄູ່ມາກມາຍ ແຕ່ຖ້າຜິດພາດເພພັງ ໝູ່ຄູ່ກໍ່ໝ່າຍໜີບໍ່ຢາກ ພົບ ແລະບໍ່ຢາກຊ່ວຍເຫຼືອ ເຊັ່ນກອນທີ່ວ່າ:

ພົບເພື່ອນອແພ້       ພູມພາກພົມພັກ

ພາກພູມພໍພຽງພິມ            ເພື່ອນແພງພຽງພ້ອມ

ເພື່ອນເພພໍພຽງພົ້ນ           ພູມພາຍພາກເພື່ອນ

ພົບເພື່ອນເພເພີກພົ້ນ         ພາພີ້ງພ່າຍແພງ

ແພ້ = ໄຊຊະນະ

ພັກ = ໜ້າ

ເພີກ = ໜີປະລະ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

 ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ


ພະຍັນຊະນະ ປ

ເວົ້າເຖິງປ້າໄປສະປາ ຢູ່ປ່າ ແລະຈົ່ງແປວນ້ຳໃຫ້ປາໄຫຼໄປຫາເປັດ ທີ່ປ້າລ້ຽງເພື່ອໃຫ້ເປັດໄດ້ກິນປາ ແຕ່ເປັດກິນປາ ບໍ່ທັນ ເພາະປ້າປ່ອຍແປວໄວໂພດ.

ແປວປ່ອງປ້າ         ປາປ່າໄປປະ

ປ້າປາດປິດປອງແປວ   ປ່ອງປູປາປ້ອງ

ປ້າປ່ອຍເປັດປີນໄປ້    ປົນແປວປາປ່ອງ

ປູປາເປັດປິ່ນເປື້ອງ     ປະປ້າປ່ອຍແປວ,

 

(ເຄີຍໄດ້ ຍິນແຕ່ນ້ອຍວ່າ ປ້າໄປປ່າ ປີ້ງປາໄປປົ່ນ ຄືບໍ່ມີໃນປື້ມ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

 

ພະຍັນຊະນະ ມ - ໝ

 

ນີ້ກໍ່ເປັນພະຍັນຊະນະໜຶ່ງ ເມື່ອປະກອບເປັນກອນແລ້ວ ມັນກໍ່ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈ ເຈດຕະນາລົມ ຂອງຜູ້ ປະພັນໄດ້ທັງໜົດຢ່າງງ່າຍດາຍ

ມັ່ງມີມູນມາກມ້ວນ            ມ່ວນໝູ່ມຽງມອງ

ມິດໝູ່ມີມາໝົດ              ມ່ວນມັນເມົາແມ້ງ

ມູນມອດໝົດມັນມ້ວຍ         ໝາງເມີນມວນໝູ່

ໝູແມວເມີນໝິ່ນມ້າງ          ໝາມ້ຳມໍ່ມັນ

ທ່ານຈະເຫັນວ່າ ຕົວ ໝ ແມ່ນອັກສອນປະສົມຂອງຕົວ ຫ + ມ ແລະນຳມາແຕ່ງເປັນກອນທີ່ເຂົ້າໃຈງ່າຍ ອາດມີ ຄົນບອກວ່າຕົວ ໝ ບໍ່ແມ່ນຕົວ ມ ຄວາມຈິງຕົວ ໝ ແມ່ນອັກສອນສຽງສູງຂອງຕົວ ມ ເພາະຕົວ ມ ເປັນອັກສອນ ສຽງກາງ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

 ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ


ພະຍັນຊະນະ ຟ

ກອນຕົວ ຟ ນີ້ແມ່ນມີທັບສັບຫຼາຍກວ່າພະຍັນຊະນະອື່ນໆເຊັ່ນ: ຟອມ = form,ແຟນ = fan, ເຟີ = feu ນີ້ຕິດ ມາຈາກພາສາຝຣັ່ງ ຄືການຍິງປືນແບບອັດຕະໂນມັດ ບໍ່ແມ່ນເທື່ອລະລູກ ເພີ່ນວ່າເຟີປືນ ດັ່ງນັ້ນ ເຟີ ແປວ່າເຮັດບໍ່ ຢຸດຢັ້ງ.

ເຟີ້ = ແບບເງິນເຟີ້,ເພີ້ຝັນ

ແຟນຟອມເຟີ້         ຟ່າວຟັ່ງຟູມເຟື່ອຍ

ຟຶດຟັດຟັນຟຸມຟາມ     ຟອກເຟືອຍຟອງຟ້ອງ

ຟູມຟັກໄຟຟືນເຟີ້      ຟອມແຟນເຟີຟາດ

ຟອງຟູມເຟືອຍຟອກເຟື້ອຍ           ເຟືອຍຟ້າວຟັ່ງເຟີ

ແປວ່າ ແຟນເປັນຄົນຟູມເຟື່ອຍ ຄັນຫ້າມກໍ່ຟຶດຟັດຟູມຟາຍ ແລະໄປຟ້ອງພໍ່ແມ່ ຜູ້ເຖົ້າຕານາຍ ສ່ວນເພີ່ນນັ້ນຟູມຟັກ ຄວວາມເພີ້ຝັນ ເຮັດໃຫ້ມີບັນຫາຫລາຍຂຶ້ນເລື້ອຍໆ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ


ພະຍັນຊະນະ ບ

ກອນນີ້ເວົ້າເຖິງສະຖາປະນິກຜູ້ອອກແບບເຮືອນ ແລະ ເອົາໄປໃຫ້ຫົວໜ້າເບີ່ງ ຫົວໜ້າຖາມຂໍ້ມູນສະຖາປະນິກຕອບ ແບບບິດເບືອນຂໍ້ມູນ ເມື່ອນາຍຈັບໄດ້ກໍ່ຄຶດວ່າສະຖາປະນິກຜູ້ນີ້ເປັນບ້າ ທີ່ບອກໄປ ໂລເລ ຫຼື ບິດເບືອນຂໍ້ມູນ ກອນ ບັນລະຍາຍດັ່ງນີ້:

ບາບ່າວບ້າ          ບາບ່າວບິດເບືອນ

ໄບ່ແບບແບບໍບົນ            ບອກເບືອນບາບ້ຽວ

ບົນແບເບື້ອງ         ບົນແບແບບເບີ່ງ

ແບບບໍ່ເບືອນບິ່ນບ້ຽວ   ບາບ້າບອກເບືອນ

ໄບ່ = ເວົ້າຫລາຍ(ສັບທ້ອງຖິ່ນ ໂພນໂຮງ)

ບົນ = ຂັ້ນເທິງ

ບາ = ທ້າວ(ເປັນຄຳແທນນາມຜູ້ຊາຍ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ “ນ- ຫນ”

ນົກນ້ອຍໆ           ນອນແນບໃນໜອງ

ໜອງໃນນາ          ນັກນອນແນນິ້ງ

ນາຍແນໜ້າ         ແນນຳນົກໜຶ່ງ

ໜ້າໜ້ອງເນັ້ນ        ນາຍນ້ອຍນັ່ງແນ

ໜ້ອງແມ່ນຢາພິດທີ່ໝໍພານເອົາທາໃສ່ປາຍລູກໜ້າເພື່ອໃຫ້ສັດທີ່ຖືກຍິງນັ້ນສິ້ນໃຈດ້ວຍພິດນັ້ນ. ກອນທີ ສອງ ທີ່ໃຊ້ ພະຍັນຊະນະ ນ,ໜ ຈະອະທິບາຍເຖິງຄົນຂັບລົດທີ່ພານາຍ ໄປກິນເຫລົ້າຢູ່ເຮືອນຄູ່ຮັກຂອງຕົນ ເມື່ອເຫັນຄວາມໃກ້ ຊິດລະຫວ່າງນາຍແລະຄູ່ຮັກຂອງຕົນ ເປັນໄປຢ່າງເລິກເຊິ່ງລາວຈຶ້ງໄດ້ລະບາຍອອກເປັນຄຳກອນດັ່ງນີ້:

ນວນນາງນ້ອງ        ນັ່ງແນບນຳນາຍ

ແນມນຳນຶກ          ເນົ່າໃນແນນິ້ງ

ນາຍນຳເນັ້ນ         ນົມນາງນຶກໜ່າຍ

ໜີໜ່າຍໜ້າ          ນາຍເນັ້ນເໜົ່າໃນ

ເໜົ່າໃນ= ເຈັບໃຈ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ ທ

ເວົ້າເຖິງທິດທາ ບໍ່ເຄີຍເຮັດວຽກໜັກ ພັດຢາກສ້າງທາງເພືອ່ເປັນທານໃຫ້ແກ່ວັດ ເມືອ່ຍາທ່ານເຫັນທິດທາເຮັດທາງ ຈຶ່ງໄດ້ບອກກັບພໍ່ອອກຄົນອື່ນວ່າ ທິດທາລາວທຸກແທ້ ໃດ້ໃນການເຮັດທາງຄັ້ງນີ້ດັ່ງກອນເວົ້າວ່າ:

ທົນທຸກແທ້           ທ້ອງທີ່ທຳທາງ

ທຸກທົ່ວທຳທາງແທນ    ທອດທານເທທື້ນ

ທ້າວທິດທາທົນ       ທຳທາງເທທອດ

ທິດທາທົນທຸກແທ້      ທານທ້າງແທ່ງທາງ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ ຖ

ເວົ້າເຖິງຄວາມຮັກແພງ ຂອງຄົນໃນທ້ອງຖິ່ນ ຖ້າຖຶກດູຖູກຢຽດຫຍາມ ແມ່ນພາກັນຖາມເຖິງຄຳເວົ້າທີ່ຜູ້ມາດູຖູກເວົ້າ ແນວໃດແລະເວົ້າ ຫັຍງແດ່ ຢາກຮູ້ໜົດທຸກໆຄຳເວົ້າ

ແຖວຖິ່ນຖ້າ          ຖາມໄຖ່ແຖວເຖິງ

ຖຶກຖາມແຖແຖມໄຖ    ເຖື່ອນແຖເຖິງຖ້ອຍ

ຖ້ອຍເຖື່ອນຖັກແຖມຖ້າ  ແຖໄຖຖືກຖິ່ນ

ຖິ່ນຖານແຖໄຖ່ຖ້ອງ    ເຖິງຖ້ອນໄຖ່ຖາມ

ແຖໄຖ່ຖ້ອງ: ໝົດຊູ່ອັນ

ແຖວເຖິງ: ຜູ້ທີ່ມາຮອດມາເຖິງ

ແຖວຖິ່ນ: ຜູ້ເປັນເຈົ້າຂອງທ້ອງຖິ່ນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ


ພະຍັນຊະນະ ຕ

ນີ້ກໍ່ແກະມາຈາກ ກາບເດີມທີ່ວ່າ ” ຕັກແຕນເຕັ້ນ ຕຳຕໍຕາແຕກ” ມີ 7 ຄຳແລະເອົາຂະຫຍາຍໄດ້ ໜື່ງບາດ

ຕັກແຕນເຕັ້ນ         ຕົກຕື່ນຕຳຕໍ

ຕັກແຕນຕົກ         ຕາກຕົມເຕັມຕື້ງ

ແຕນເຕັມຕ້າຍ        ຕົກເຕັມຕົມຕາກ

ຕາແຕກຕາຍຕື້ມໆ     ແຕນເຕັ້ນຕື່ນຕໍ

ຕ້າຍ : ຮົ້ວວັດ

ກອນນີ້ເວົ້າເຖິງຕັກແຕນ ຕື່ນຫລັກຕ້າຍ ຊື່ງແຕ່ກ່ອນຫຼັກຕ້າຍສ່ວນຫຼາຍເປັນຕໍໄມ້ ເຕັ້ນໄປຕົກຕົມ ຢູ່ແຄມວັດ ຕົກແລ້ວໄປບໍ່ໄດ້ ແດດອອກມາເຜົາ ເລີຍຕາກແດດພາກັນຕາຍຍ້ອນ ຕິດຕົມ ພ້ອມທັງຕາຍຕາກແດດ ຈົນໜົດ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ ດ

ຕົວ ດ ນີ້ຖ້າອ່ານໄວ ອາດຈະຄ້າຍ ສຳນຽງຫວຽດນາມ ແບບ ດີເດົາ ດີເດືອກ ແຕ່ຖ້າອ່ານຄ່ອຍໆ ອ່ານຊ້າໆ ແລ້ວ ຈະເຮັດໃຫ້ໄດ້ ກອນມ່ວນ ສົມຄວນ

ເດັກດື້ດ້ານ          ດຸດດັ່ງເດືອນດັບ

ໂດດດ່ຽວເດີນດຽວດາຍ  ດັ່ງດຽວດູດ້ອຍ

ເດັກດີດຸດເດືອນດົ້ວ    ແດງດີດູເດັ່ນ

ເດີນດຸ່ງໃດເດື່ອງດ້າມ   ດີດ້ວຍດັ່ງດຽວ

ສະແດງໃຫ້ເຫັນວ່າເດັກບໍ່ດີ ບໍ່ມີໃຜຢາກເປັນໝູ່ ແລະຈະມີປົມດ້ອຍ ສ່ວນເດັກດີໄປທາງໃດກໍ່ເດັ່ນເປັນສະຫງ່າ ເປັນແບບຢ່າງໃຫ້ຄົນອື່ນຊຶ່ງເຂົາເອີ້ນວ່າ ໄປທາງໃດກໍ່ຢຽບ ດິນກະເດື່ອງ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ



ພະຍັນຊະນະ ຍ

ເວົ້າເຖິງຍຸງໂຕນ້ອຍ ແຕ່ມັນຈອບຂົບກັດເພື່ອດູດກິນເລືອດເປັນອາຫານ ເຖິງຍຸງໂຕນ້ອຍໆກັດຍັກຈົນນ້ຳຕາຕົກໄດ້ ເພາະຍຸງຫລາຍໂຕ ກອນນີ້ ຢາກບອກວ່າ ຢ່າດູດຖູກຄົນທີ່ຕ່ຳຕ້ອຍກວ່າ ດັ່ງກອນເພິ່ນວ່າ:

ຍັກໃຫຍ່ເຍື້ອນ        ຍ້າຍຍ່າງຍີຍົກ

ຍຸງຍໍແຍງເຍືອງຍັງ     ຍັກຍັງຍີຍ້າຍ

ຍຸງຍຳຍ້ຳ           ຍີຍວນຍັກໃຫຍ່

ຍັກຍອມຍຸງຍີ່ຍ້ອຍ     ຍຸງຍີ້ມຍັກຍົມ

 

ຍົມ: ໃຫ້ (ມາຈາກ ຍົມມະນາ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະຕົວ ຊ

ກອນນີ້ີ້ເວົ້າເຖິງຊ້າງ ຕົວໜຶ່ງທີ່ມີຊື່ວ່າ ຊົ້ງ ໄດ້ຊ່ວຍຄວານລາກໄມ້ເຖື່ອນເມືອ່ມີເຈົ້າໜ້າທີ່ມາພໍ້ ຊ້າງໄດ້ແກ່ໄມ້ແລ່ນ ໄປເຊື່ອງ,ມັນໄດ້ຊ່ວຍຄວານຂອງມັນ ກໍ່ມີຄວາມສຸກ ເລີຍອອກມາວ່າ:

ຊ້າງຊື່ຊົ້ງ           ຊົມຊື່ນຊົງໄຊ

ເຊື່ອງຊ້ອນເຊົາຊຶມຊັບ        ຊ່ວງແຊມຊົມຊື້ນ

ຊ້ວນຊ່ວຍຊຸມຊາວເຊື້ອ        ແຊງຊົນຊາວຊາດ

ຊິດຊ່ຳຊຸງເຊື່ອງຊ້ອນ         ຊູຊວ້ານຊາດຊົນ

 

ເຊົາ= ປັນຍາ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະຕົວ ສ

ກອນພະຍັນຊະນະ ສ ນີ້ເປັນການຂະຫຍາຍກອນທີ່ ພວກເຮົາເຄີຍຮູ້ກັນມາແລ້ວ ຄື:” ສາວສົມສີໃສ່ເສື້ອສີ ແສດ ໃສ່ສາຍສອ້ຍສສາມສິບສອງເສັ້ນ” ໃຫ້ເປັນວັກຫຼືໜຶ່ງບາດ ດັ່ງນີ້:

ສາວສົມສີໃສ່ເສື້ອ            ສີແສດສຸດສວຍ

ໃສ່ສາຍສ້ອຍສາມສິບສອງ           ເສັ້ນສວຍສົມສິ້ງ

ສົດໃສແສງສາຍສ້ອຍ         ສີແສງສົມສ່ວນ

ສ້ອຍເສື້ອສົມສີ່ງສ້າງ         ສູນສ້ຽງເສື່ອມເສຍ

ຈະເຫັນວ່າຕົວ ສ ນີ້ສາມາດໃຫ້ກອນທີ່ພັນລະນາເຖິງຄວາມງົດງາມໄດ້ດີທີ່ສຸດ ອ່ານແລ້ວເຫັນຮູນພາບ ຕັວລະຄອນ ຢ່າງງ່າຍດາຍ,

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ


ພະຍັນຊະນະຕົວ ຈ 

ເວົ້າເຖິງຈົວທີ່ຂຽນຈົດໝາຍຫາແມ່ ອອກສາວ ແລະເຈົ້າອາວາດຈັບໄດ້ ຈິ່ງເອົາມາໄຕ່ສວນ ຈົວຍອມຮັບວ່າຜິດແທ້ ແລະຈະຈື່ໄປຈົນວັນຕາຍ ພ້ອມທັງຈີກຈົດໝາຍນັ້ນຖິ້ມ ກອນບັນລະຍາຍວ່າ:

ຈົວຈີກເຈ້ຍ          ຈາຈາກຈິດໃຈ

ຈົດຈື່ຈຳຈວນຈຽນ            ຈອດຈາຈວນຈ້ຳ

ຈິງໃຈຈົບຈິງແຈ້ງ            ຈາແຈງຈອດຈົ່ມ

ຈື່ຈຳຈວນຈີ່ໄຈ້        ຈິງແຈ້ງຈຶ່ງຈາ

 

ຈີ່ = ຖຶກຈີ່ = ຕາຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ”ງ - ຫງ ”

ກອນນີ້ເວົ້າເຖິງງູງຶດແມງງອດ ທີ່ສາມາດຕອດງົວ ໃຫ້ຕາຍໄດ້ ສ່ວນງູ ໂຕໃຫ່ຍກວ່າ ພັດບໍ່ສາມາດຕອດງົວ ໃຫ້ ຕາຍໄດ້ ດັ່ງນັ້ນກອນ ຈຶ່ງບັນລະຍາຍຄວາມໂງ່ ຂອງງູວ່າ:

ງູໂງ່ງ້ຽວ                  ງໍ້ຫງ່ຽງເງົາງຶດ

ງອດງັດງົວເງົາງາມ    ແງ່ງງົມເງົາເງີ້ງ

ເຫງິະເຫງີກໂງເງົາງ້າງ  ງູຫງຳເຫງົາໂຫງດ

ງູໂງ່ເຫງິະເຫງິກໄງ້     ຫງຳເຫງົ້າງຶດງົງ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ” ຄ “

ກອນບາດນີ້ ອະທິບາຍເຖິງນິໄສຄົນລາວ ທີ່ມັກທ້ອນໂຮມເງິນດ້ວຍການຊື້ຄວາຍມາລ້ຽງ ແລ້ວເວລາ ຄຸງຄາຄິດ ຫັຍງບໍ່ອອກກໍ່ເອົາຄວາມເປັນຫລັກຊັບໃນການແຕ່ງດອງ ເຮັດບຸນຜູກແຂນ ແລະໃຊ້ໜີ້ສິນຕ່າງໆ ດັ່ງນັ້ນ ຕົວ ຄ ນີ້ ຈຶ່ງເວົ້າເຖິງຄຸນຄ່າຂອງຄວາຍ.

ຄວາຍຄູນຄ້ຳ               ຄຸນຄ່າຄວນຄິດ

ຄ້ຳຄວ່າຄວາຄວາມຄຸງຄາ            ຄອບຄືນຄາວແຄ້ນ

ຄິດໄຄ່ຄົວຄຸງຄ້ວາງ          ຄວາຍຄືຄຸນຄ່າ

ຄຳຄືຄວາຍຄູ່ຄ້າງ                 ຄາແຄ້ນຄຶດຄືນ

 

ຄວ່າ= ຊອກ(ຢ່າງກວ້າງຂວາງ)

ໄຄ່= ຄວາມຢາກ,ຕັນຫາ

ຄວ້າງ= ບໍ່ມີຈຸດໝາຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຈຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ “ຂ”

ກອນນີ້ ກໍ່ໄດ້ ແກະອອກ ມາຈາກກາບທີ່ເຄີຍໄດ້ຍິນ ແຕ່ຄາວຍັງນ້ອຍທີ່ວ່າ “ ຂ້ອຍຂຶ້ນຂອນ ຂີ້ເຂັບຂົບຂ້ອຍ ຂາຂ້ອຍໃຂ່ຂ້ອຍຂ້າຂີ້ເຂັບ” ແລ້ວຈຶ່ງແປງ ໃຫ້ເປັນກອນ ສີ່ ວັກດັ່ງນີ້:

ຂອນຂວາງຂ້ອຍ            ຂ້ອຍຂີ່ຂອນຂວາງ

ເຂັບຂ້າງຂອນຂົບຂາ         ຂຶ່ນຂຽວຂົມແຂ້ວ

ຂ້ອຍຂ້າເຂັບຂວາງຂ້າງ       ຂອບຂວາງຂ້ອຍຂີ່

ເຂັບຂາດເຂັດແຂ້ວຂ້ອຍ       ຂອນຂວ້ຳໄຂ່ວຂີນ

ຂອບ= ແຄມ,ຮິມ

ກອນນີ້ເວົ້າເຖິງມີຂອນ ມາຂວາງທາງກະເລີຍຂຶ້ນຂີ່ຂອນ.ແລ້ວພັດມີຂີ້ເຂັບຢູ່ແຄມຂອນຂົບຂາຈົນໃຄ່ ຂຽວ.ດັ່ງນັ້ນຈຶ່ງ ຂ້າຂີ້ເຂັບຂ້າງຂອນຈົນຂີ້ເຂັບຂາດແລະຂອນກໍ່ຂວ້ຳໄປທົ່ວ

ທີບທົ່ວແດງ

(ໃຜແຕ່ໄດ້ຫລາຍກວ່ານີ້ )

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຈຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ເຂີຍທ່າເມືອງ ພາກພູມໃຈນຳພາສາລາວ ທີ່ມີແຕ່ພະຍັນຊະນະໂຕດຽວ ກໍ່ແຕ່ງກອນໄດ້

ພະຍັນຊະນະ “ກ”

ບົດກອນນີ້ ແຕ່ງເພີ່ມເຕີມ ຈາກກອນທີ່ເຂີຍທ່າເມືອງໄດ້ຍິນແຕ່ຍັງນ້ອຍ ຄື: “ ກາກິນກ້ວຍ ກັດກິນກົ້ນກ່ອນ ແກະກາບກ້ວຍ ກັດກົ້ນກ່ອນກາງ” ແຕ່ເຂີຍທ່າເມືອງ ຂະຫຍາຍໃຫ້ ເປັນ ສີ່ ວັກ ຫຼື ໃຫ້ ເປັນບາດ ໜື່ງ

ກາເກືອກກົ້ວ   ກ້ວຍເກົ່າກອງເກີນ

ແກະກິນກັບ    ເກີ່ງກາງກອງກ້ວຍ

ກາກືນກ້ຳ     ແກະກິນກ້ວຍເກົ່າ

ແກະກາບກວ້ຍ ກິນກົ້ນກ່ອນກາງ

ທ່ານຈະເຫັນວ່າມີແຕ່ພະຍັນຊະນະ ກ ຕົວດຽວ ກໍ່ສາມາດແຕ່ງເປັນກາບກອນ ທີ່ບັນຍາຍການເຄື່ອນໄຫວ ຂອງຕົວລະຄອນ ໄດ້ຢ່າງບໍ່ຕ້ອງມີ ຄຳອະທິບາຍຕື່ມ

 

(ເຫັນເນື້ອຫາມັນດີ  Sumo  ເລີຍ post ເອົາ ມາຟາກ )

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເງິນເຈ້ຍ

ໃນປີ ຄສ 1933 ທົ່ວໂລກເກີດສະພາວະເສດຖະກິດຕົກຕ່ຳ.ຝຣັ່ງປຽນລະບົບເງິນຕາໃນອິນໂດຈີນໃໝ່.ເຈົ້າຄຳໝັ້ນ ວົງກົຕຣັຕນະໄດ້ ບັນທຶກໄວ້ວ່າ ບ້ານເມືອງປະສົບເສດຖະກິດຕົກຕ່ຳຂອງໂລກ ເງິນແພງຂອງຖຶກ ຝຣັ່ງເສດໄດ້ບັງ ຄັບໃຫ້ລາວ ແລກປ່ຽນເງິນຫຼຽນເກົ່າ ຮູບຄົນຫົວໝາມ ຊຶ່ງໜັກ 27 ກຼາມ ຕໍ່ເງິນໃໝ່ ຮູບຄົນຫວົລົ່ນ ໜັກ 20 ກຼາມ ຄືຄ່າ 100 ເຊັນຕ໌ ລົດລົງເປັນ 50 ເຊັນຕ໌ແລ້ວຕັດ ເງິນເພີມໜ້າທີ່ຂອງ ອະທິບໍດີຫໍສະໜາມຫຼວງ ກັບຫັກເງິນ ເດືອນຂອງ ຂ້າຣາຊະການ 100 ຊັກ 5 ແລະໃຫ້ໃຊ້ທະນະບັດ ໃບລະ 1,5,10,20 ແລະ100 ຫຼຽນ

ທະນະບັດ ໃນໄລຍະນີ້ໃຊ້ຊຳຣະໜີ້ໄດ້ທັງ ສາມປະເທດ ໃນອິນດູຈີນ ໂດຍມີການພິມຫົວໜ່ວຍລາຄາ ເປັນສາມພາ ສາຄື: ກີບ ດົງ ແລະ ຣຽນ ໂດຍສະເພາະຄຳວ່າ ກີບ ນັບເປັນຄັ້ງທຳອິດ ທີ່ມີການເອີ້ນເປັນຫົວໜ່ວຍ ເງິນຕາຂອງ ລາວຢ່າງເປັນທາງການ ໃນດ້ານໜຶ່ງຂອງ ທະນະບັດ ນັ້ນມີຮູບຜູ້ຍິງ ສາມຄົນຊຶ່ງເປັນຕົວ ແທນຂອງແຕ່ລະປະເທດ ຄົນທັງຫຼາຍ ຈຶ່ງພາກັນເອີ້ນວ່າ ເງິນກີບ ສາມນາງ

ພາຍຫັລງການປະກາດເປັນເອກະຣາດ ໃນວັນທີ 12 ຕຸລາ ຄສ 1945 ລັດຖະບານລາວ ເອກະຣາດ ກໍ່ໄດ້ພິມທະ ນະບັດລາວ ອອກມາໃຊ້ ອັນນັບເປັນການເລີ່ມຕົ້ນ ຂອງທະນະບັດລາວ ໂດຍມີຄຳວ່າ ກີບ ເປັນຫົວໜ່ວຍເງິນຕາ

ເງິນກີບ ໃນສະໄໝຣາຊະອານາຈັກ ນັ້ນແມ່ນພິມ ຮູບປະມຸກລັດ ທີ່ເປັນເຈົ້າຊີວິດໃສ່ເປັນສັນຍາລັກ ໃນເວລາປະ ເທດລາວ ແບ່ງການປົກຄອງອອກເປັນສອງຝ່າຍ ຄື: ຝ່າຍຣາຊະອານາຈັກລາວ ປົກຄອງໂດຍລັດຖະບານວຽງຈັນ ແລະຝ່າຍປະເທດລາວ ໂດຍແນວລາວຮັກຊາດນັ້ນ ຝ່າຍປະເທດລາວ ກໍ່ໄດ້ພິມ ເງິນຕ່າງຫາກອອກມານຳໃຊ້ ໃນທະນະບັດນັ້ນ ມີຮູບກຳມະກອນຊາວນາເປັນສັນຍາລັກ ທະນະບັດຂອງຝ່າຍຣາຊະອານາຈັກລາວ ຖືກນຳໃຊ້ເຖີງ ປີ 1975 ສ່ວນທະນະບັດ ຂອງຝ່າຍປະເທດລາວ ຖືກນຳໃຊ້ເຖິງປີ 1979 ແລ້ວຈຶ່ງປ່ຽນມາເປັນທະນະບັດ ທີ່ມີກາ ເຄື່ອງໝາຍຊາດ ເປັນສັນຍາລັກໃນແບບ ທີ່ມີການນຳໃຊ້ໃນປັດຈຸບັນ

ທະມະບັດໃໝ່ນີ້ມີປະເພດໃບ 1ກີບ 10 ກີບ 20ກີບ 50ກີບ 100ກີບ 500ກີບ 1,000ກີບ 2000ກີບ 5000ກີບ 10,000 ກີບ 20,000 ກີບ 50,000ກີບ ນັບແຕ່ປີ 2002 ເປັນຕົ້ນມາ ທະນະບັດລາວ ປະເພດໃບລະ 2,000 ກີບ ຂື້ນໄປ ໃນດ້ານໜ້າ ນອກຈາກມີກາເຄື່ອງໝາຍ ຊາດແລ້ວ ກໍ່ແມ່ນມີຮູບພຣະທາດຫຼວງວຽງຈັນ ແລະຮູບ ທ່ານ ປະທານ ໄກສອນ ພົມວິຫານ ວີຣະບຸຣຸດ ແຫ່ງຊາດ ຜູ້ນຳພາການຕໍ່ສູ້ກູ້ເອກະຣາດ ແລະປະມຸກລັດ ເປັນສັນຍາລັກສຳຄັນ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 92  |  ໜ້າຕໍ່ໄປ »