ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

3 ຢ່າງ​ໃນ​ການ​ສ້າງ​ສະຕິ​ປັນຍາ​​ເພື່ອພັດທະນາ​ຕົນ​ເອງ

ຄົນ​ເຮົາ​ທີ່ຢູ່​ໃນ​ສັງຄົມ​ປັດ​ຈຸ​ບັນ​ນີ້​ລ້ວນ​ແລ້ວ​ແຕ່​ໄດ້​ປະ​ເຊີນ​ໜ້າກັບ​ບັນຫາ​ຕ່າງໆ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ຊີວິດ ​ເຊີ່ງ​ມັນ​ເປັນ​ສີ່​ງທີ່​ທ້າ​ທາຍ​ແລະ​ຫຼີກ​ລ່ຽງບໍ່​ໄດ້ ​ແຕ່​ມີ​ສີ່​ງໜື່ງທີ່​ເຮັດ​ໃຫ້​ບັນຫາ​ນັ້ນ​ມີ​ທາງ​ແກ້​ໄຂ​ຄື ຕ້ອງ​ໃຊ້​ສະຕິ​ປັນຍາ​ຄົ້ນ​ຄິດ​ພິຈາລະນາ​ແນ່ນອນ​ວ່າ ບັນຫາ​ທຸກ​ຢ່າງ​ຕ້ອງ​ມີ​ທາງ​ອອກ​ແລະ​ຜ່ານ​ພົ້ນ​ໄປ​ໄດ້​ດ້ວຍ​ດີ.

      ພຣະອາຈານ ​ໂພ​ສີ​ນ້ອຍ ຄຳ​ປັດ ຄະນະ​ສົງ ວັດ​ດົງ​ໂດກ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ​ໄດ້​ໃຫ້​ຮູ້​ວ່າ “ການ​ທີ່​ຄົນ​ເຮົາ​ຈະ​ແກ້​ໄຂ​ບັນຫາ​ໃດ​ໜຶ່ງ​ໄດ້​ກ່ອນ​ອື່ນ​ໜົດຕ້ອງ​ທຳ​ຄວາມ​ເຂົ້າ​ໃຈ​ເຖິງ​ບັນຫາ​ເຫຼົ່າ​ນັ້ນ​ແລ້ວ​ໃຊ້​ສະຕິ​ປັນຍາ​ຄົ້ນ​ຫາ​ເຫດຜົນ​ຢ່າງ​ຖີ່​ຖ້ວນ​ເພື່ອ​ຈະ​ສາມ​າດ​ແກ້​ໄຂ​ບັນຫາ​ໄດ້​ເຊີ່ງ​ໃນ​ທາງ​ພຸດທະ​ສາສະໜາ​ນັ້ນ​ປັນຍາ​ຂອງ​ຄົນ​ເຮົາ​ແມ່ນ​ຈະ​ເກີດ ຈາກ 3 ຢ່າງ​ຄື: ປັນຍາ​ເກີດ​ຈາກ​ການ​ຄິດ​ທົບ​ທວນ,ພິຈາລະນາ​ຫາ​ເຫດ​ຜົນ ໝາຍ​ເຖິງ​ການ​ໃຊ້ສະໜອງ​ຄົ້ນ​ຄິດ​ຕຶກ​ຕອງ​ບັນ ຫາ​ຢ່າງ​ລະອຽດ ​ໂດຍ​ມີ​ການ​ຄິດ​ທົບ​ທວນ​ຮິ່ນຕອງ​ໃຫ້​ເຂົ້າ​ໃຈ​ເຖີ່​ງບັນຫາ ວ່າ​ເປັນ​ສີ່​ງທີ່​ດີ​ຫຼື​ບໍ່​ດີ,ຕ້ອງ​ຄິດ​ໃຫ້​ຮອບ​ຄອບ ​ແລະ​ຕ້ອງ​ຄົ້ນ​ຫາ​ເຫດຜົນ ຢ່າງ​ລະອຽດ​ໃນ​ສີ່​ງທີ່​ຈະ​ເວົ້າ,ສີ່​ງທີ່​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເມື່ອ​ເຮັດ​ໄປ​ແລ້ວ​ຈະ​ເກີດ​ຄຸນງາມຄວາມດີ,ບໍ່​ນຳ ​ໂທດ​ຫຼື​ນຳ​ຄວາມ​ເດືອດຮ້ອນ​ມາສູ່​ຕົນ​ເອງ ​ແລະຜູ້​ອື່ນ​ໃນ​ພາຍ​ພາກ​ໜ້າ.

ປັນຍາ​ທີ່​ເກີດ​ຈາກ​ການ​ຟັງ,ການ​ອ່ານ,ການ​ຄົ້ນຄວ້າ​ສຶກສາ​ຮໍ່າຮຽນ​ແລະ​ການ​ຖາມ​ຄົນ​ທີ່​ຮູ້​ມາ​ກ່ອນ ໝາຍ​ເຖີງ​ເມື່ອ​ໄດ້​ຍິນ,​ໄດ້​ຟັງ​ຫຼື​ໄດ້ອ່ານ​ສີ່​ງ​ໃດ​ສີ່​ງໜື່ງ​ແລ້ວ​ຕ້ອງ​ສຶກສາ​ຄົ້ນ​ຄ້ວາ,ປຶກສາ​ຫາລື​ກັບ​ຫລາຍໆ​ຄົນ​ແລ້ວ​ນຳ​ເອົາ​ເຫດ​ຜົນ​ນັ້ນ​ມາ​ໄຈ້​ແຍກ​ໃຫ້​ລະ ອຽດ​ເພື່ອ​ເປັນ​ການ​ຮູ້​ແຈ້ງ​ເຫັນ​ຈິງ​ຕື່ມ.

ປັນຍາ​ທີ່​ເກີດ​ຈາກ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ,ລົງມື​ເຮັດ ​ແລະ​ປະຕິບັດ​ຕົວ​ຈິງ​ຢ່າງ​ຕໍ່​ເນື່ອງ ໝາຍ​ເຖິງ​ປັນຍາ​ທີ່​ເກີດ​ຈາກ​ການ​ທົດ​ລອງ ພິສູດ,ລົງມື​ເຮັດ​ດ້ວຍ​ຕົນ​ເອງ ​ເຊີ່ງ​ກ່ອນ​ຈະ​ເກີດ​ຂື້ນ​ໄດ້​ກໍ​ຕ້ອງ​ໃຊ້​ຄວາມ​ອົດທົນ,ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ເຮັດ​ໃນ​ສີ່​ທີ່​ດີ,ບໍ່​ເຫັນ ຜິດ​ເປັນ​ຖືກ ຫຼື​ບໍ່​ເຫັນ​ຖຶກ​ເປັນ​ຜິດ​ມີ​ຫຼັກ​ໜັ້ນ​ໃນ​ຕົນ​ເອງ ​ແລະ​ຕ້ອງ​ອາ​ໄສ​ການ​ປະຕິບັດ​ຢ່າງ​ຕໍ່​ເນື່ອງ​ສີ່​ງນີ້​ເຮັດ​ໃຫ້​ຫຼາຍ​ຄົນ​ມີ​ປະສົບ​ການ​ຈົນ​ກາຍ​ເປັນຄວາມ​ຊຳນິ​ຊຳນານ ພ້ອມ​ທັງ​ເປັນ​ຄົນ​ສຸຂຸມ​ຮອບ​ຄອບ ສາມາດ​ປະສົບ​ຜົນສຳ​ເລັດ​ໃນ​ຫຼາຍ​ດ້ານ​ນຳ​ອີກ.

      ​ໂດຍ​ລວມ​ແລ້ວ​ສັງຄົມ​ປັດ​ຈຸ​ບັນ,ຜູ້​ທີ່​ໃຊ້​ສະຕິ​ປັນຍາ​ສ່ວນ​ຫຼາຍ​ແມ່ນ​ກຸ່ມ​ຄົນ​ທີ່​ເປັນ​ພະນັກງານ ທັງ​ພາກ​ລັດ​ແລະ​ເອກະ ຊົນ ​ແຕ່​ຜູ້​ທີ່​ບໍ່​ມັກ​ໃຊ້​ສະຕິ​ປັນຍາ​ນັ້ນ​ຈະ​ແມ່ນ​ໄວ​ລຸ້ນ​ໄວ​ຄະນອງ​ທີ່​ມີ​ຄວາມ​ໃຈຮ້ອນ,ຂາດ​ສະຕິ ບໍ່​ມີ​ຄວາມ​ອົດທົນ​ຫຼາຍ​ອັນ​ກໍ່​ໃຫ້ ​ເກີດ​ບັນຫາ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ​ປັດຈຸບັນ.ສະ​ນັ້ນ,ພໍ່-​ແມ່ ຜູ້​ປົກຄອງ​ຄວນ​ບົ່ມ​ສອນ​ລູກຫຼານຕົນ​ເອງ​ໃຫ້​ມີ​ການ​ຄິດ​ດີ,ກະ ທຳ​ດີ ​ແລະ​ອະທິບາຍ​ເຫດຜົນ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ສີ່​ງທີ່​ດີ​ຫຼື​ບໍ່​ດີ,ຄວນ​ເຮັດ​ຫຼື​ບໍ່​ຄວນ​ເຮັດ​ທັງ​ນີ້​ກໍ່​ເພື່ອ​ເປັນ​ການ​ປູກ​ຈິດ​ສຳນຶກ ​ໃຫ້​​ແກ່​ເຂົາ​ເຈົ້າ​ຕັ້ງ​ແຕ່​ໄວ​ເຍົາ​ໃຫ້​ເປັນ​ຄົນ​ດີ​ຂອງ​ສັງຄົມ​ໃນ​ອານາ​ຄົດ.

ເກັບມາ ແຕ່ໜັງສືພິມ ເຫັນວ່າມີສາລະດີ ແຕ່ ບໍ່ ໄດ້ເບີ່ງວ່າ ແມ່ນໜັງສືພິມ ອີ່ຫັຍງ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

( ວິທີ ສວດມົນ))

ໃຫ້ເລີ່ມສວດ ຕັ້ງແຕ່ບົດບູຊາພຣະຣັຕະນະໄຕຣ ກາບພຣະຣັຕະນະໄຕຣ,ນະມັດສະກາລ ພຣະຣັຕະນະໄຕຣ( ນະໂມ ສາມ ຈົບ) ຄຳຂໍຂະມາ ພຣະຣັຕະນະໄຕ. ໄຕຣສະລະນະຄົມ ຖະຫວາຍພອນພຣະ (ອິຕິປິ ໂສ) ພຸທທະໄຊມຸງຄຸນຄາຖາ (ພາຫຸງໆ) ພຽງ ຫນື່ງຈົບ ຈາກນັ້ນໃຫ້ສວດ ອິຕິປິ ໂສ ເທົ່າອາຍຸບວກດ້ວຍ 1 ເສັດແລ້ວໃຫ້ແຜ່ເມຕຕາແກ່ຕົນເອງ ແຜ່ເມດຕາໃຫ້ພອນສັດ ແຜ່ສ່ວນກຸສົນ ເສັດແລ້ວຈີ່ງອະທິຖານຕາມສິ່ງທີ່ປາດຖະຫນາ ຈາກນັ້ນຈິ່ງສວດພຣະຄາຖາແລະ ບົດສວດອື່ນໆ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

((ຄະຕິທັມ ຊັບສົມບັດ))

ເງີນເຮືອນນາ ຫາບໄປ ບໍ່ໄດ້ແທ້

ເອົາໄປແຕ່ ຕົ້ນທຶນ ບຸນກຸສົນ

ສີ່ງທັງຫລາຍ ຍັງຖິ້ມໄວ້ ໃຫ້ປວງຊົນ

ກາຍຂອງຕົນ ເຂົາຍັງເອົາໄປເຜົາໄຟ

ເຮົາອາດລືມຄວາມຕາຍ ແຕ່ຄວາມຕາຍບໍ່ລືມເຮົາເລີຍ.

ຢາກມີເງິນ ຕ້ອງທຳງານ ຈິງພານພົບ

ຢາກຮຽນຈົບ ຕ້ອງຂະຫຍັນ ຫມັ່ນສຶກສາ

ຢາກຮອບຮູ້ ໃຫ້ດຸຫມັ່ນ ອ່ານຕຳລາ

ຢາກມີຄ່າ ໃຫ້ເຮັດດີ ມີສິນທັມ.

((ຂ້າຄົນ ຂ້າສັດໄດ້ບາບໄດ້ໂທດ ຂ້າຄວາມຮ້າຍຄວາມໂກດ ໄດ້ບຸນໄດ້ກຸສົນ)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

“ ກະຈົກສ່ອງໃຈ”

ກະຈົກ…. ບໍ່ເລືອກທີ່ຈະສະທ້ອນພາບທຸກຊະນິດ ອັນໃດ

ຈິດໃຈ…. ຈົ່ງເອົາແບບຢ່າງກະຈົກ

ກະຈົກ… ຮັບຮູ້ ແຕ່ບໍ່ຢືດຖືຄອບຄອງ

ດັ່ງນັ້ນ… ຈີ່ງບໍ່ມີພາບໃດໆຫລົງເຫລືອຕິດຢູ່ໃນກະຈົກ

ສາຍຝົນ….ໃນກະຈົກ ຫາໄດ້ປຽກກະຈົກບໍ່ໄດ້

ເປວໄຟ…. ໃນກະຈົກ ກໍ່ຫາໄດ້ເຜົາລົນກະຈົກເຊັ່ນກັນ

ທັງນີ້…. ເພາະກະຈົກບໍ່ໄດ້ ໃຫ້ອຳນາດແກ່ສາຍຝົນ ແລະເປວໄຟ

ດັ່ງນັ້ນ… ຈົ່ງທຳຈິດໃຈຂອງທ່ານໃຫ້ເປັນດຸດການຮັບຮູ້ຂອງກະຈົກ ເພາະຖ້າຫາກຫາກຈິດໃຈ ຂອງທ່ານຫລົງຍຶດຖື ຫລື ຕົກເປັນທາດຂອງກິເລດເມືອ່ໃດ ຄວາມທຸກຄວາມເສົ້າຫມອງໃຈຍ່ອມຕາມາເມືອ່ນັ້ນ

ນີ້ຄືທັມມະ ວິທີແຫ່ງການເພ່ງພິຈາລະນາ ແລະຮັບຮູ້ສັບພະສີ່ງດ້ວຍໃຈທີ່ສະຫງົບດ້ວຍໃຈທີ່ສະຫງົບ ບໍລິສຸດວ່າງເປົ່າຈາກ ການປຸງແຕ່ງເພື່ອປົດປ່ອຍຈິດໃຈໃຫ້ວ່າງເປົ່າຫລຸດພົ້ນໄປຈາກພາບມາຍາກຳຕ່າງໆ ສຸດຣັ້ງຫລອກລວງຈິດໃຈບໍ່ໃຫ້ເຫັນ ຄວາມຈິງ ຊຶ່ງຈະຕ້ອງພະຍາຍາມທຳຈິດໃຫ້ຫລຸດພົ້ນຈາກການຍຶດຕິດໃນສີ່ງທັງປວງປຽບເຫມືອນກະຈົກ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

“ກຳດີ”

ບໍ່ຂ້າສັດ            ຄົນອາຍຸຍືນ

ບໍ່ບຽດບຽນສັດ        ສຸກຂະພາບດີ

ອົດທົນບໍ່ໂມໂຫ       ຜີວພັນດີ

ບໍ່ອິດສາຄົນອື່ນ       ມີເດຊານຸພາບຫລາຍ

ບໍລິຈາກທານ        ມີສົມບັດຫລາຍ

ອ່ອນນ້ອມ           ມີຕະກູນສູງສັກ

ຄົບແຕ່ບັນດິດ        ມີປັນຍາຫລາຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຜົນຂອງກຳດີ ແລະກຳຊົ່ວ ທີ່ເຮັດໃຫ້ ມະນຸດມີຊີວິດຕ່າງກັນ

“ ກຳຊົ່ວ ”

ຂ້າສັດ       ຄົນອາຍຸສັ້ນ

ບຽດບຽນສັດ   ຂີ້ໂຣກ

ຊັງແລະພະຍາບາດ    ຜິວພັນຫ່ຽວແຫ້ງ

ອິດສາຄົນອື່ນ        ບໍ່ມີເດຊານຸພາບ

ຂີ້ຖີ່ຂີ້ໜຽວ          ມີຄວາມຍາກຈົນ

ຫຍິ່ງຈອງຫອງ       ເກີດໃນຕະກຸນຕ່ຳ

ດື່ມສຸລາເມໄລ        ມີປັນຍາຊາມ( ເປັນຄົນບໍ່ເຕັມ-ບ້າໃບ້)

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການສ້າງຮອຍຍີ້ມໃຫ້ຄອບຄົວ
໑ ສັນຍາກັບຕົນເອງຈະບໍ່ທຳຜິດອີກ
໑ ຊື່ນຊົມກັນບາງຄັ້ງຄາວ
໑ ໃຫ້ກຳລັງໃຈກັນບາງຄັ້ງຄາວ
໑ ຟັງເຂົາເວົ້າຫລາຍກວ່າເວົ້າໃຫ້ເຂົາຟັງ
໑ ຖາມໄຖ່ທຸກສຸກກັນບາງຄັ້ງ
໑ ຮູ້ຈັກປະຕິເສດສັງຄົມບາງຄັ້ງຄາວ
໑ ທຳກິດຈະກຳຮ່ວມກັນໃນຄອບຄົວ
໑ ຮູ້ຈັກກ່າວຄຳວ່າ (ຂໍໂທດ-ບໍເປັນຫຍັງ)
໑ ອົດທົນ ອົດກັ້ນ ລະງັບໂທສະ
໑ ລົດທິດທິ ຫມັ່ນກ່າວຄໍາຂອບໃຈ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ສີ່ງຄວນຈຳສຳລັບຊາວພຸທ
໑ ຊາວພຸທນັບຖື ພຣະພຸທ ພຣະທັມ ພຣະສົງ ເປັນທີ່ເພີ່ງອັນປະເສີຖ
໗ ຊາວພຸທ ຄວນເຊື່ອຫມັ້ນໃນກົດແຫ່ງກັມ ທຳດີຍ່ອມໄດ້ດີ ທຳຊົ່ວຍ່ອມໄດ້ຊົ່ວ
໓ ຊາວພຸທຍອມໃຫ້ພຣະພຸທຜູ້ນຳທາງຊິວິດ ຖືເອົາພຣະທັມເປັນແນວທາງຂອງຊີວິດ ຖືເອົາພຣະສົງຄ໌ເປັນບຸກຄົນຕົວ ຢ່າງຜູ້ນຳທາງຊີວິຕແລະເດີນຕາມແບບພຣະສົງຕະຫລອດໄປ
໔ ຊາວພຸທຈະບໍ່ຂາບໄຫວ້ ສີ່ງໃດກໍ່ຕາມທີ່ຊາວໂລກຖືວ່າເປັນຂອງສັກສິທ
໕ ຊາວພຸທຈະບໍ່ເຊື່ອໃນຊະຕາຊີວິດຕາມທີ່ຫມໍດູ ບອກແຕ່ເຊື່ອວ່າຕົນເອງສ້າງອະນາຄົດໃຫ້ແກ່ຊີວິຕຂອງຕົນເອງ
໖ ຊາວພຸທເວລາມີຄວາມທຸກຂ໌ແກ້ໄຂຄວາມທຸກຂ໌ທີ່ຕົນເອງ ບໍ່ທ່ຽວໄປຫາຫມໍດູໃຫ້ເສຍເວລາຫລ້າໆ
໗ ຊາວພຸທຖືວ່າຄວາມບັງເອີນບໍ່ມີ ມີແຕ່ສີ່ງທັງຫລາຍເກີດຈາກເຫຕຸ ປາສະຈາກເຫຕຸ ຜົນຈະເກີດຂຶ້ນບໍ່ໄດ້ ເຫຕຸທີ່ແທ້ ຢູ່ທີ່ກາຣກະທຳຂອງຕົນເອງ
໘ ຊາວພຸທບໍ່ມີພິທີ ສະເດາະເຄາະ ແບບຫມໍດູ ແຕ່ສະເດາະບ່ອນທີ່ຄົ້ນຫາເຫຕຸໃຫ້ ພໍ້ແລ້ວຕັດເຫຕຸນັ້ນເສຍ
໙ ເຣິກງາມຍາມດີ ສຳຫລັບຊາວພຸທບໍ່ມີ ມີແຕ່ຄວາມດີ ໃນເວລາໃດ ເວລານັ້ນ ໄດ້ຊື່ວ່າເຣີກດີ ມຸງຄຸນດີ ເຊົ້າດີ ຣຸ່ງອາຣຸນດີ ເວລາ ບໍ່ທຳໃຫ້ຄົນເສຍ ຄົນຕ່າງຫາກທີ່ທຳໃຫ້ເສຍເວລາ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

& ພຸທທະໂອວາທ

“ດູກ່ອນພິກສຸທັງຫລາຍ! ອາຍະສັມປະທາ ຫລືທານ ຈະມີຜົລມາກ ອານີສົງສ໌ໄພສານ ຖ້າປະກອບ ດ້ວຍອົງຫົກກ່າວຄື: .ກ່ອນໃຫ້ຜູ້ໃຫ້ກໍ່ມີຈິດຜ່ອງໃສ ຊື່ນບານ

.ເມື່ອກຳລັງໃຫ້ ຈິດໃຈກໍ່ຜ່ອງໃສ

.ເມື່ອໃຫ້ແລ້ວ ກໍ່ມີຄວາມຍິນດີ ບໍ່ເສຍດາຍ

.ຜູ້ຮັບເປັນຜູ້ປາສະຈາກຣາຄະ ຫລືປະຕິບັຕເພື່ອປາສະຈາກຣາຄະ

.ຜູ້ຮັບເປັນຜູ້ປາສະຈາກໂທສະ ຫລືປະຕິບັຕເພື່ອປາສະຈາກໂທສະ

.ຜູ້ຮັບເປັນຜູ້ປາສະຈາກໂມຫະ ຫລືປະຕິບັຕເພື່ອປາສະຈາກໂມຫະ

    ພິກສຸທັງຫລາຍ ທານທີ່ປະກອບດ້ວຍອົງຫົກນີ້ແລ ເປັນການຍາກທີ່ຈະກຳຫມົດຜົລແຫ່ງບຸນວ່າມີ ປະມານທໍ່ນັ້ນທໍ່ນີ້ ອັນທີ່ຈິງເປັນກອງບຸນໃຫ່ຍທີ່ນັບບໍ່ໄດ້ ບໍ່ມີປະມານເຫລືອທີ່ຈະກຳຫນົດເຫມືອນນ້ຳໃນມະຫາສະຫມຸດ ຍ່ອມກຳຫນົດ ໄດ້ ໂດຍຍາກວ່າມີປະມານທໍ່ນັ້ນທໍ່ນີ້ ”

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

*      ອຸບາສົກທັມ

.ບໍ່ຂາດການຢ້ຽມຢາມພິກສຸ

.ບໍ່ລະເລີຍການຟັງທັມ

.ສຶກສາໃນອະທິສິນ

.ມາກດ້ວຍຄວາມເຫລື້ອມໃສໃນພິກສຸ ທັ້ງເຖຣະ ນະວະກະ ແລະປູນກາງ

.ບໍ່ຟັງທັມ ເພື່ອເພັ້ງໂທສ

.ອຸປະຖຳບຳລຸງພຣະສາສນາ         

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

*      ທັມເຄື່ອງຍຶດຫນ່ຽວ ໃຈບຸກຄົນ (ສະເຫນ່ມັດໃຈຄົນ)

.ທານ ການໃຫ້

.ປິຍະວາຈາ ການເວົ້າຈາອ່ອນຫວານ

.ອັຕຖະຈະຣິຍາ ການບຳເພັນປະໂຍຊນ໌

.ສະມານັຕຕະຕາ ການວາງຕົນສະເຫມີຕົ້ນ ສະເຫມີປາຍ ແລະເຫມາະສົມ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

& ຄຳລາພຣະສົງກັບບ້ານ

ຫັນທະທານິ ມະຍັງ ພັນເຕ ອາປຸຈສາມະ,ພະຫຸກິຈຈາ ມະຍັງພະຫຸກະຣະນີຍາ: ຂ້າແຕ່ທ່ານຜູ້ຈະເຣີນ ບັດນີ້ຂ້າພະເຈົ້າທັງຫລາຍ ຂໍລາກັບບ້ານ ຂ້າພະເຈົ້າທັງຫລາຍ ມີທຸລະກິດມາກ ມີງານທີ່ເພີ່ງກະທຳ ຫລາຍຢ່າງ.

      ພຣະເຖຣະຜູ້ເປັນປະທານກ່າວຕອບວ່າ:

ຍັສສະທານິ ຕຸມເຫ ກາລັງ ມັນຍະຖະ: ທ່ານທັງຫລາຍ ຈົ່ງຮູ້ກາລອັນຄວນເຖີດ.

ທຸກຄົນຕອບວ່າ: ສາທຸ ພັນເຕ :ດີແລ້ວ ຂ້ານ້ອຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຄວາມພຽນ ຢ່າງ pl

ຕົ້ນສະບັບ ຄັດມາຈາກ ຫັນງສື ໄຫ້ວ ພະວັດໃຫ່ຍໄຊຍະພູມ

.ສັງວະຣະປະທານ ພຽນລະວັງບໍ່ໃຫ້ບາບ ເກີດຂື້ນໃນສັນດານ

.ປະຫານະປະທານ ພຽນລະບາບທີ່ເກີດຂື້ນແລ້ວ

.ພາວະນາປະທານ ພຽນໃຫ້ກຸສົລເກີດຂື້ນໃນສັນດານ

.ອະນຸຣັກຂະນາປະທານ ພຽນຮັກສາກຸສົລທີ່ເກີດຂຶ້ນແລ້ວໃນສັນດານ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

<!--

v  ບົທກະຣຸນາ

ສັພເພສັຕຕາ: ອັນວ່າ ສັຕທັງຫລາຍທັງປວງ ທີ່ເປັນເພື່ອນທຸກຂ໌ ເກີດ ແກ່ເຈັບຕາຍ ດ້ວຍກັນ ທັງຫມົດ ທັງສິ້ນ,

ສັພພະທຸກຂາ ປະມຸນຈັນຕ: ຂໍຈົ່ງພາກັນພົ້ນຈາກ ທຸກຂ໌ທັງປວງ

ຈາກ “ຄູ່ມືພຸດທະມາມະກະ ວັດໄຊຍະພູມາຣາມ (ວັດໃຫຍ່) ເມືອງ"

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

*      ບຸນກິຣິຍາ ວັຕຖຸ ໑໐” ຢ່າງ

.ທານະມັຍ ບຸນສຳເລັດດ້ວຍກາຣ ບໍຣິຈາກທານ.

.ສີລະມັຍ ບຸນສຳເລັດດ້ວຍກາຣຮັກສາສິລ

.ພາວະນາມັຍ ບຸນສຳເລັດດ້ວຍກາຣ ຈະເຣີນພາວະນາ

.ອະປະຈາຍະມັຍ ບຸນລຳເລັດດ້ວຍການ ປະພຶດອອ່ນນ້ອມຖ່ອມຕົນແກ່ຜູ້ໃຫ່ຍ

.ເວີຍຍາວັຈຈະມັຍ ບຸນລຳເລັດດ້ວຍການຊ່ວຍ ຂວນຂວາຍ ໃນກິດທີ່ຊອບ

.ປັຕຕິທານະມັຍ ບຸນສຳເລັດດ້ວຍການໃຫ້ສວ່ນບຸນ

.ປັຕຕານຸໂມທະນາມັຍ ບຸນສຳເລັດດ້ວຍ ການອະນຸໂມທະນາສ່ວນບຸນ

.ທັມມະສາວະນະມັຍ ບຸນສຳເລັດດ້ວຍການຟັງທັມ

.ທັມມະເທສະນາມັຍ ບຸນສຳເລັດດ້ວຍການ ສະແດງທັມ

໑໐.ທິດຖຸຊຸກັມ ການທຳຄວາມເຫັນໃຫ້ກົງ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

v   ຄັດຈາກ “ຄູ່ມືພຸດທະມາມະກະ ວັດໄຊຍະພູມາຣາມ (ວັດໃຫຍ່) ເມືອງ ໄກສອນພົມວິຫານ”

v  ບົທເມຕຕາ

ສັພເພ ສັຕຕາ: ອັນວ່າສັຕທັງຫລາຍ ທັງປວງ ທີ່ເປັນເພື່ອນທຸກ ເກີດ,ແກ່,ເຈັບ,ຕາຍ ດ້ວຍກັນທັງຫມົດ ທັງສິ້ນ,

ອະເວຣາ ໂຫນຕຸ: ຈົ່ງເປັນສຸຂ ເປັນສຸຂເຖີດ ຢ່າໄດ້ມີເວຣ ແກ່ກັນແລະກັນເລີຍ,

ອັພພະຍາປັຊຊາ ໂຫນຕຸ: ຈົ່ງເປັນສຸຂ ເປັນສຸຂເຖີດ ຢ່າໄດ້ບຽດບຽນຊື່ງກັນແລະກັນເລີຍ

ອະນີຄາ ໂຫນຕຸ: ຈົ່ງເປັນສຸຂ ເປັນສຸຂເຖີດ ຢ່າໄດ້ມີຄວາມທຸກຂ໌ກາຍ ທຸກຂ໌ໃຈເລີຍ

ສຸຂີ ອັຕຕານັງ ປະຣິຫະຣັນຕຸ : ຈົ່ງມີຄວາມສຸຂກາຍ ສຸຂໃຈ ຮັກສາຕົນ ໃຫ້ພົ້ນຈາກທຸກຂ໌ພັຍ ທັງປວງ ເທີ້ນ,

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

v  ວັນທານອ້ຍ (ແປລ)

ອຸກາສະວັນທາມິ ພັນເຕ: ຂ້າແຕ່ທ່ານຜູ້ຈະເຣີນ,ຂ້າຂໍໂອກາດໄຫ້ວ ນະບັດນີ້

ສັພພັງ ອະປະຣາທັງ ຂະມະຖະ ເມ ພັນເຕ: ຂໍທ່ານຜູ້ຈະເຣີນ,ຈົ່ງອົດໂທສທັງປວງ ໃຫ້ແກ່ຂ້ານ້ອຍດ້ວຍ,

ມະຍາ ກະຕັງ ປຸນຍັງ ສາມິນາ ອະນຸໂມທິຕັບພັງ: ບຸນໃດທີ່ທ່ານທຳ ຂໍໃຫ້ຂ້ານ້ອຍມີສ່ວນ ໄດ້ຮັບຜົລບຸນ ນັ້ນດ້ວຍ,

ສາທຸ ສາທຸ ອະນຸໂມທາມິ: ດີແລ້ວ ດີແລ້ວ ຂ້ານ້ອຍຂໍອະນຸໂມທະນາ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

v  ວັນທາໃຫຍ່ (ແປ)

ອຸກາສະ ວັນທາມິ ພັນເຕ : ຂ້າແຕ່ ທ່ານຜູ້ຈະເຣີນ,ຂ້ານ້ອຍຂໍໂອກາດ ໄຫວ້ນະບັດນີ້

ເຈຕິຍັງສັພພັງ ສັພພັດຖະຖາເນ ສຸປະຕິຕຖີຕັງ ສາຣິຣິກະທາຕຸ ມະຫາໂພທິງ ພຸທທະຣູປັງ ສະກະລັງສະທາ: ຂ້າຂໍໄຫ້ວພຣະເຈດີ,ພຣະສາຣິຣິກະທາດ,ຕົ້ນມະຫາໂພທິ໌,ທັງຫມົດ ອັນເປັນທີ່ປະດິດ ສະຖານໄວ້ດີແລ້ວ ໃນທີ່ທຸກສະຖານ ແລະພຣະພຸທທະຮູບ ເຈົ້າໃນກາລະທຸກເມືອ່,

ກາຍະສາ ວາຈະສາ ມານະສາ ເຈ ວະວັນທາເມ ເຕ ຕະຖາຄະເຕສະຍະເນ ອາສະເນຖາເນຄະມະເນ ຈາປີ ສັພພະທາ: ຂ້າຂໍໄຫ້ວພຣະຕະຖາຄົຕ ເຈົ້າເຫລົ່ານັ້ນ ດ້ວຍກາຍວາຈາແລະໃຈນັ້ນແລ,ທັງໃນທີ່ນອນ ທີ່ນັ່ງ ທີ່ຢືນ ແລະ ໃນເວລາໄປໃນກາລະທຸກເມື່ອ,

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

Ø  ຢາດນ້ຳ ຍັງກິນຈິ

ຍັງກິນຈິ ກຸສະລັງ ກັມມັງ: ກຸສົລກັມຢ່າງໃດຢ່າງໜຶ່ງ

ກັຕຕັພພັງ ກິຣິຍັງ ມະມະ: ເປັນກິດຊື່ງຄວນຟັກໄຝ່

ກາເຍນະ ວາຈາມະນາສາ: ດ້ວຍກາຍວາຈາໃຈ

ຕິທະເສ ສຸຄະຕັງກະຕັງ: ເຮົາທຳແລ້ວ ເພືອ່ໄປສວັນ

ເຍສັຕຕາ ສັນຍິໂນ ອັຕຖິ: ສັຕວ໌ໃດມີສັນຍາ

ເຍ ຈະສັຕຕາ ອະສັນຍິໂນ: ຫລືບໍ່ມີສັນຍາ

ກະຕັງ ປຸນຍະຜະລັງ ມັຍຫັງ: ຜົນບຸນທີ່ຂ້າພະເຈົ້າ ທຳແລ້ວນັ້ນ

ສັບເພ ພາຄີ ພະວັນຕຸເຕ: ທຸກສັຕ໌ດຈົ່ງມີສ່ວນ

ເຍຕັງ ກະຕັງ ສຸວິທິຕັງ: ສັຕວ໌ໃດຮູ້ກໍ່ເປັນອັນວ່າ

ທິນນັງ ປຸນຍະຜະລັງ ມະຍາ: ຂ້າພະເຈົ້າ ໃຫ້ແລ້ວຕາມສົມຄວນ

ເຍຈະ ຕັຕຖະນະຊານັນຕິ: ສ່ວນສັຕວ໌ໃດຍັງບໍ່ຮູ້

ເທວາ ຄັນຕະວາ ນິເວທະຍຸງ: ຂໍເທພເຈົ້າ ຈົ່ງບອກຂ່າວ

ສັພເພ ໂລກັມຫິ ເຍ ສັຕຕາ: ແກ່ປວງສັຕວ໌ໃນໂລກີຍ໌

ຊີວັນຕາຫາຣະ ເຫຕຸກາ: ຜູ້ມີຄວາມເປັນຢູ່ດ້ວຍອາຫານ

ມະນຸນຍັງ ໂພຊະນັງ ສັພເພ: ຈົ່ງໄດ້ໂພຊະນະໂດຍ ສຳຣານ

ລະພັນຕຸ ມະມະ ເຈຕະສາ: ຕາມເຈຕະນາຂອງຂ້າພະເຈົ້າເທີ້ນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ກາບ ຫ້າຢ່າງ (ໜັງສື ທຳວັດສູດມົນ ພຣະອາຈາຣຍ໌ ດຳຣົງ ພ ທິຣະປັນໂຍ ວັດປ່າ ອົບມາພຸທທາວາສ )

   

ກາບໜື່ງ ຄຸນພຣະພຸທ        ທີ່ບໍລິສຸດຜ່ອງໃສ

ກາບສອງ ຄຸນພຣະທັມ       ທີ່ທ່ານນ້ອມນຳເຊີດຊູໄວ້

ກາບສາມ ຄຸນພຣະສົງ        ທີ່ທ່ານດຳຣົງພຣະສາສະໜາ

ກາບສີ່ ຄຸນ ບິດາ ມານດາ           ທີ່ລ້ຽງເຮົາມາຈົນເຕີບໃຫ່ຍ

ກາບຫ້າ ຄູຣບາອາຈາຣຍ໌     ທີ່ທ່ານບັນດານວິຊຊາໃຫ້ໄວ້.

ກາບໄຫ້ວໃຫ້ໄດ້ ຫ້າຄັ້ງ ເພື່ອພະລັງພຣະສາສະໜາ ຕໍ່ໄປໃນພາຍໜ້າ ເຮົາຈະເຖິງເຊີ່ງນິພພານ (ວ່າ ສາມຄັ້ງ)

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ການ ຫ້າຢ່າງ(ໜັງສື ທຳວັດສູດມົນ ພຣະອາຈາຣຍ໌ ດຳຣົງ ພ ທິຣະປັນໂຍ ວັດປ່າ ອົບມາພຸທທາວາສ )

  ຍົກມືຂື້ນເຖີດໜາ    ໄຫ້ວພຣະຣັຕຕະນະຕຣັຍ 

ບູຊາຄຸນພຣະພຸທ      ທີ່ບໍລິສຸດຜ່ອງໃສ

ບູຊາຄຸນພຣະທັມ      ທີ່ທ່ານນ້ອມນຳເຊີດຊູໄວ້

ບູຊາຄຸນພຣະສົງ      ທີ່ທ່ານດຳຣົງພຣະສາສະໜາ

ບູຊາຄຸນ ບິດາ ມານດາ       ທີ່ລ້ຽງເຮົາມາຈົນເຕີບໃຫ່ຍ

ບູຊາຄູຣບາອາຈາຣຍ໌   ທີ່ທ່ານບັນດານວິຊຊາໃຫ້ໄວ້.

ບູຊາ ຫ້າຢ່າງນີ້ຈຳໃຫ້ດີນະ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

“ທັມມະ ກັບຈິດໃຈ”

ຈິງໃຈ     ເຂົ້າເຖິງພຣະພຸທ

ໃຈບໍລິສຸດ   ເຂົ້າເຖິງພຣະທັມ

ໃຈປະຕິບັດຕາມ  ເຂົ້າເຖິງພຣະສົງ

ໃຈບໍ່ຫຼົງ      ເຂົ້າເຖິງພະນິພພານ

v  ຄົນຮຽນທັມມະ ມັກເອົາຊະນະຄົນອື່ນ

ຄົນມີທັມມະ ມັກເອົາຊະນະຕົນເອງ

 ພິຈາລະນາໂຕເອງ ໄລຍະໜື່ງຄິດວ່າ ໂຕເອງຄືຈະບໍ່ຄ່ອຍມີທັມ ພໍປານໃດ ຄົງອີກດົນກວ່າຈະມີໄດ້ ອິອິ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄູ່ມືໄຫ້ວພຣະ ໂດຍ ພຣະອາຈານ ຄຳວັນ ວໍລະເດດ

ວັດທົ່ງສ້າງນາງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ຄຳ ແຜ່ເມຕຕາຫໍ້ຍ (ແປ)

ສັພເພ ສັຕຕາ: ອັນວ່າ ສັຕວ໌ທັງຫລາຍທັງປວງ ທີ່ເປັນເພື່ອນທຸກຂ໌ເກີດແກ່ເຈັບຕາຍ ດ້ວຍກັນໜົດທັງສິ້ນ

ອະເວຣາໂຫນຕຸ: ຈົ່ງເປັນສຸຂເປັນສຸຂເຖີ້ນ ຢ່າໄດ້ມີເວນ ແກ່ກັນແລະກັນເລີຍ.

ອັບພະຍາປັຊໂຊໂຫມິ: ຈົ່ງເປັນສຸຂເປັນສຸຂເຖິ້ນຢ່າໄດ້ພະຍາບາດບຽດບຽນຊື່ງກັນແລະກັນເລີຍ

ອະນິໂຄໂຫມິ : ຈົ່ງເປັນສຸຂເປັນສຸຂເຖີ້ນຢ່າໄດ້ມີຄວາມທຸກກາຍທຸກໃຈເລີຍ

ສຸຂີ ອັຕຕານັງປະຣິຫະຣັນຕຸ : ຈົ່ງມີຄວາມ ສຸຂກາຍສຸຂໃຈ ຮັກສາຕົນໃຫ້ພົ້ນຈາກທຸກພັຍທັງສີ້ນເຖີ້ນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄູ່ມືໄຫ້ວພຣະ ໂດຍ ພຣະອາຈານ ຄຳວັນ ວໍລະເດດ

ວັດທົ່ງສ້າງນາງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

 

& ບົທແຜ່ເມຕຕາ

ອະຫັງ ສຸຂີໂຕໂຫມິ: ຂໍໃຫ້ຂ້າພະເຈົ້າຈົ່ງເປັນຜູ້ເຖິງສຸຂ

ນິທທຸກໂຂ ໂຫມິ: ຈົ່ງເປັນຜູ້ປະສະຈາກທຸຂ໌

ອະເວໂຣໂຫມິ : ຈົ່ງເປັນຜູ້ບໍ່ມີເວຣ

ອັພພະຍາ ປັຊໂຊ ໂຫມິ : ຈົ່ງເປັນຜູ້ ບໍ່ບຽດບຽນກັນແລະກັນ

ອະນິໂຄ ໂຫມິ : ຈົ່ງເປັນຜູ້ບໍ່ມີການທຸຂ໌ໃຈ,

ສຸຂີອັຕຕານັງ ປະຣິຫະຣັນຕຸ:

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຄູ່ມືໄຫ້ວພຣະ ໂດຍ ພຣະອາຈານ ຄຳວັນ ວໍລະເດດ

ວັດທົ່ງສ້າງນາງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

 

 

& ຄຳນອບນອ້ມພຣະພຸດທະເຈົ້າ ເບື້ອງຕົ້ນ ແປ

ນະໂມຕັສສະ ພະຄະວະໂຕ: ຂໍນອບນ້ອມແດ່ ຜູ້ມີພຣະພາກເຈົ້າອົງຄ໌ນັ້ນ

ອະຣະຫະໂຕ: ເຊີ່ງເປັນຜູ້ໄກຈາກກິເລສ.

ສັມມາສັມພຸທທັສສະ: ຕັຣສຮູ້ຊອບໄດ້ໂດຍພະອົງຄ໌ເອງ.

ຄິດວ່າ ທ່ອງຈຳຂື້ນໃຈ ກັນທຸກຄົນ ແຕ່ຍັງບໍ່ເຂົ້ົ້າໃຈຄວາມໝາຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຄູ່ມືໄຫ້ວພຣະ ໂດຍ ພຣະອາຈານ ຄຳວັນ ວໍລະເດດ

ວັດທົ່ງສ້າງນາງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ຄຳບູຊາ ພຣະຣັຕນະໄຕຣ (ແປ)

ອະຣະຫັງ ສັມມາສັມພຸດໂທ ພະຄະວາ : ພຣະຜູ້ມີພຣະພາກເຈົ້າ, ເປັນພຣະອະຣະຫັນຕ໌,ດັບໄຟກິເລສ ໄຟທຸກຂ໌ສີ້ນເຊີງ,ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ

ພຸດທັງ ພະຄະວັນຕັງ ອະພິວາເທມິ : ຂ້າພະເຈົ້າ ອະພິວາດ ພຣະຜູ້ມີ ພຣະພາກເຈົ້າ,ຜູ້ຮູ້,ຜູ້ເບີກບານ (ຂາບ)

ສວາກຂາໂຕ ພະຄະວະຕາທັມໂມ: ພຣະທັມ ເປັນທັມທີ່ພຣະຜູ້ມີພຣະພາກເຈົ້າຕັດໄວ້ດີແລ້ວ

ທັມມັງນະມັສສາມິ: ຂ້າພະເຈົ້າ ນະມັສສະການພຣະທັມ (ຂາບ)

ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ: ພຣະສົງຄ໌ສາວົກຂອງພຣະຜູ້ມີ ພຣະພາກເຈົ້າ ປະຕິບັດດີແລ້ວ.

ສັງຄັງນະມາມິ: ຂ້າພະເຈົ້ານອບນອ້ມພຣະສົງຄ໌ (ຂາບ)

 

 

ຢ່າລືມ ສວດກັນ ເດີ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຮັກໜົດທຸກຄົນ ເຮົາໄດ້ອ່ານຄຳສອນດີໆຂອງ ຄູບາ

ສະບາຍດີ ເພື່ອນໆພັນລາວທີ່ໜ້າຮັກ ເຮົາໄດ້ອ່ານຂໍ້ຄິດ ດີໆ ຈາກ ຄູບາອົງໜື່ງທີ່ເພີ່ນມັກຈະເທສະນາທຳ ອອນລາຍ  ສົ່ງມາໃຫ້ເປັນປະຈຳ

ເລີຍນຳມາບອກຕໍ່


ອັນທີ່ຈິງແລ້ວ
ການດື່ມເຫລົ້າ ດື່ມເບຍນີ້
ພຣະພຸດທະເຈົ້າ ເພີ່ນບໍ່ໄດ້ຫ້າມໃດ
ເພີ່ນພຽງແຕ່ບອກໃຫ້ເຮົາລະເວັ້ນ (ເວຣະມະນີ)

ແຕ່ຖ້າເວັ້ນບໍ່ໄດ້ ກໍ່ໃຫ້ຄ່ອຍໆລະວັງ
ແລະເພີ່ນຍັງບອກໃຫ້ເຮົາຮູ້ອີກວ່າ
ອັນໃດເປັນໂທດ ອັນໃດເປັນປະໂຫຍດຕໍ່ສຸຂະພາບ
ທ່ານວ່າບໍ່...?

ກິນແລ້ວກໍ່ບໍ່ເຫັນມີຫຍັງດີ
ຊ້ຳບໍ່ຫນຳ ເຂົ້າປາ ອາຫານທີ່ກິນເຂົ້າໄປໃນທ້ອງ
ຍັງຮາກອອກມາຫມົດຊ້ຳ
ແທນທີ່ຈະກິນເພື່ອຫລໍ່ລ້ຽງຮ່າງກາຍ
ກິນເພື່ອການດຳລົງຢູ່ຂອງຊີວິດ
ທ່ານຄິດວ່າແມ່ນຢູ່ບໍ່ລະ..?

ຢ່າຟ້າວເຊື່ອເດ໋
ພະພຸດທະເຈົ້າ ເພີ່ນສອນບໍ່ໃຫ້ເຊື່ອຄົນງ່າຍ
ແຕ່ກ່ອນຈະເຊື່ອນັ້ນ ຕ້ອງເຊື່ອຢ່າງມີເຫດຜົນ
ຈື່ງຈະເປັນປະໂຫຍດແກ່ຕົນ ແລະຄົນອື່ນ
(ເຫດ ຄື ດື່ມນ້ຳເມົາ....ຜົນ ຄື ເສຍເງີນ ແລະເສຍສຸຂະພາບ)

ຂໍອະນຸໂມທະນາ ທີ່ເສຍສະຫລະເວລາອ່ານ
ຈະເລີນພອນ
ຈາກ ຄູບາລາຕຣີ
ທັມມະ ສະບາຍດີ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພາບນີ້ ແມ່ນການຊອກຫາທາງດັບທຸກຂອງ ມະຫາບຸດລຸດ ພະອົງໄດ້ ຊົງທຳລະມານຮ່າງກາຍດວ້ຍການອົດອາຫານ ເປັນເວລາ 6 ປີ ໃນທີ່ສຸດ ພະອົງກໍຮູ້ວ່າ ນີ້ບໍ່ແມ່ນຫົນທາງແຫ່ງການດັບທຸກ

ຍ້ອນໄດ້ຟັງສຽງພິນ ຂອງເທວະດາ ຖ້າເຂັງເກີນໄປ ມັນຈະຂາດ ຖ້າຢານເກີນໄປ ມັນກໍ່ບໍດັງ

ເມືອຄິດໄດ້ແລ້ວ ພະອົງກໍ ສັນອາຫານ ປັນຈະວາຄີ ຄິດວ່າພະລົງ ໜົດຄວາມພຍນ ແລະວ ຈື່ງຈາກໄປ

 

ໃກ້ເຂົ້າພັນສາແລ້ວ ກໍ່ເລີຍ ເອົາມາ ຟາກຈື່ໆໆໆ

ຜູ້ສູງ ອາຍຸເພິ່ນມັກດູມິນວ່າ ຊາວໜຸ່ມບໍ່ສົນໃຈເລືອ່ງທຳ ຮູ້ຈັກແຕ່ ໄປຫຼີ້ນ ໃຊ້ເງີນໄປແຕ່ລະວັນ

ທີ່ຈິ່ງແລ້ວ ເຮົາກໍ່ພໍຈະຮູ້ ແນ່ ເລັກໆ ໜ້ອຍ ໆໆ ເນາະ ບໍ່ຢາກຕອບ ຈື່ໆໆ ດອກ ພໍ່ ຕູ້ ແມ່ຕູ້ເອີຍ 5555

ເພື່ອນໆ ພັນລາວວ່າຈັ່ງໃດ