ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ສະບາຍດີ ໍເພືອ່ນ ໍາວພັນລາວ ຫຼັງຈາກທີ່ຫາຍໜ້າໄປດົນ ບໍ່ທັນໄດ້ ດີບໄດ້ດີ ແນວໃດດອກ ແຕ່ບໍ່ມີເງີນ ຈ່າຍ ຄ່າເນັດຈື່ໆ

ເຂົ້າເລື່ອງເລີຍ ໃນໄລຍະ ສອງ ສາມ ອາທີດນີ້ ໄດ້ ໄປສະໝັກງານ ກັບ ບໍລີສັດທີ່ລົງ ທືນ ໂດຍປະເທດຢີ່ປູນ ຄັ້ງທີ1 ກອກໃບສະໝັກ ເປັນ ພາສາ ອັງກີດ ໄດ້ຜ່ານ ສະບາຍ ຫຼັງຂາກນັ້ນກໍ 1 ຊົ່ວໂມງ

ກໍ່ສຳພາດ ເພີ່ນຕ້ອງການໃຫ້ເວົ້າພາສາ ອັງກີດອີກ ແຕ່ບໍ່ໝັ້ນໃຈ ເພາະບໍ່ໄດ້ກຽມຈົວ ເລີຍ ຖາມຕອບເປັນພາສາລາວ ຖືກສຳພາດກັບຊາວ ຟີລີປີນ ກໍ່ໄດຮັບຄຳຍ້ອງຍໍ ສາລະພັດ ຈົນເຮັດໃຫ້ ເຮົາດີໃຈຈົນ

ເກືອບ ລອຍ ຈາກຕັ່ງ ພຸ້ນນະ ແຕ່ໃນໃຈນະ ບໍ່ໄດ້ຫວັງຫຍັງ

ຕໍ່ມາ ອີກ ໜື່ງອາທີດ ທາງບໍລິສັດກໍຕິດຕໍ່ມາອີກ ເທືອ່ນີ້ ມັນເຮັດໃຫ້ມີຕວາມຫັວງ ຂີ້ນມາ ເພາະ ເປັນການສຳພາດກັບ ຜູ້ບໍລິຫານ ຊາວຍີ່ປຸ່ນ

ລາວຖາມວ່າເຮັດຫັຍງຢູ່? ມີເອື້ອຍ ນ້ອງຈັກຄົນ?

ຕ້ອງການເງີນເດີອນເທົ່າໃດ? ສະດວກເລີ່ມງານໄດ້ເມືອໃດ? ຂໍ້ນີ້ ແລະສຳຄັນເລີຍ

ເຮົາຕອບວ່າ ຈົບຫຼັກສູດ ຮຽນແລ້ວ ມີແຕ່ຂຽນບົດສົ່ງອາຈານ ແລະ ປ້ອງກັນບົດເທົ່ານັ້ນ

ແລະ ຈະໄປສອບເອົາໃບຂັບຂີ່ລົດຈັກ ໃນວັນທີ 5 ພະຈຶກ  ສຳພາດວັນທີ 3 ພະຈິກ

ເພີ່ນເລີຍ ບອກວ່າໃຫ້ ເຮົາໄປສອບເອົາໃບຂັບຂີ່ກ່ອນ ແລ້ວສາມາດເລີ່ມງານເມືອ່ໃດກໍ່ໄດ້ ຖ້າພ້ອມແລ້ວເລີ່ມ ວັນທີ 15 ໄດ້ເລີຍ ເພາະເງີນເດືອນຈະຈ່າຍເດືອນລະ 2 ຄັ້ງ

ຮູ້ສືກພູມໃຈໂຕເອງຫຼາຍ ຫຼັງຂາກສຳພາດແລ້ວກໍ່ກັບເມີອເຮືອນ ປ່ຽນເສື້ອ້ຜ້າ ຈະໄປໂຮງຮຽນສອນຂີ່ລົດເພາະໃກ້ມື້ສອບແລ້ວ ພໍຮອດປະຕູເຮືອນ ມືຖືກໍ່ດັງ ນັ້ນຄືສັນຍານເຕືອນ

ອາຈານໂທມາ ວ່າຍັງບໍ່ທັນໄດ້ສົງເອກະສານໃຫ້ກົມຈາລະຈອນ  ແຕ່ເຮົາ ສົ່ງເອກະສານໃຫ້ ອາຈານ ລວ່ງໜ້າແລ້ວ ສອງຫາສາມ ອາທິດກ່ອນມື້ ສອບເສັງ . ເຮົາຕ້ອງໄປສອບເດືອນໜ້າ ເຮົາເລີຍຖາມອາຈານວ່າຈະເຮັດແນວໃດ ກັບການສຳພາດງານຂອງເຮົາ ອາຈານຈອບວ່າຈະເຮັດໃບຍັ້ງຢືນໃຫ້

ວ່າຜ່ານການຮຽນແລ້ວ ແຕ່ຍັງບໍ່ທັນໄດ້ໃບຂັບຂີ່ເທືອ່

ບາດນີ້ແລະ ຮອດວັນທີ 15 ເຮົາກໍ່ໄປເຮັດວຽກດ້ວຍຄວາມໜັ້ນໃຈ ແຈ່ບໍລິສັດກໍ່ບໍ່ລືມທີ່ຈະຖາມຫາໃບຂັບຂີ່ ເຮົາຕອບວ່າຍັງບໍ່ທັນໄດ້ ເຂົາກໍ່ເລີຍ ບອກວ່າເຮົາ ເປັນຄົນຂີ້ຕົວະ ບໍ່ມີສັດຈະ

ແລະຈະພິຂາລະນາຄືນອີກເທືອ່ໜື່ງຊັ້ນເດ

ໂອຍ ຈັ່ງແມ່ນ ນໍ ຈະໂທດໃຜດີ

ທີ່ຈີ່ງໃບຂັບຂີ່ມັນກໍ່ບໍ່ກ່ຽວຂ້ອງກັບການເຮັດວຽກດອກ ແຕ່ ເຮົາບອກກັນເຂົາວ່າຈະໄປສອບເຂົາເລີຍຖາມຫາ

ແຕ່ມັນກໍ່ບໍ່ແມ່ນຄວາມຜີດຂອງເຮົານີ້ນາ ເປັນຫັຍງຈຶ່ງເປັນແບບ ນີ້

ເມືອ່ຍເດ ພໍເທົ່ານີ້ກ່ອນ ມື້ໜ້າ ຊິມາຈົ່ມໃໜ່

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ສະບາຍດີ ເພື່ອນໆຊາວພັນລາວ

ເຂົ້າເລືອ່ງເລີຍເນາະ

ທີ່ເຮົາບໍໄດ້ອອນລາຍມາຫຼາຍວັນກໍ່ຍ້ອນໄປຝີກອົບຮົມເປັນພະນັກງານນຳທ່ຽວຂັ້ນແຂວງ ຂອງແຂວງສະຫັວນນະເຂດປະຈຳປີ 2010  ຄັ້ງວັນທີ 16/8/10-3/9/10

ແລະມີຂ່າວມາປະຊາສຳພັນຄື ທາງຫ້ອງການ ທ່ອງທ່ຽວແຂວງຂະໄດ້ຈັດງານ Night Market ທີ່ ລານໃຈກາງເມືອງ ຫຼືຕະຫຼາດເຢັນ ມ້າໂບດ ໃນຄຳຄືນ ຈຂອງວັນອາທິດ ທີ 22/8/10 ນີ້

ເຊີ່ງພາຍໃນງານຈະມີສີນຄ້າຫຼາກຫຼາຍ ມາຈັດຈຳໜ່າຍ

 

ຈົບການລາຍງານເທົ່ານີ້ກອ່ນ ຕ້ອໄປໂຮງຮຽນອີກ ຈັກໜ່ອຍບໍ່ທັນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ມັນມືເສືອ ມີຊື່ທາງວິທະຍາສາດວ່າDiosocorea esculenta (lour) Burk ມີຖີ່ນກຳເນີດ ກຳເນີດຢູ່ໃນ ແຖບອິນດູຈີນ ເປັນພຶດລົ້ມລຸກ ລຳຕົ້ນເປັນເຄືອ ເລືອຍ ມີຂົນອ່ອນສັ້ນໆ ປົກຄຸມໃບສີຂຽວຮູບຮ່າງຄືຮູບຫົວໃຈ ປາຍໃບແຫຼມ ມີຮາກສະສົມອາຫານຫຼືຫົວ ຢູ່ພື້ນດິນ ມີທັງຊົງກົມຮູບໄຂ່ ແລະຂອບເປັນກີບ ຄ້າຍຕີນເສືອ ຈຶ່ງເປັນທີ່ມາຂອງຊື່ ”ມັນມືເສືອ” ເປືອກມັນມືເສືອບາງ ສີເທົາ ອົມເຫຼືອງ ມີຮາກເປັນເສັ້ນຝອຍປົກຄຸມ ສວານເນື້ອໃນສີຂາວອົມເຫຼືອງ ປູກໄດ້ທຸກພາກຂອງປະເທດ


ມັນມືເສືອຫາກກິນດີບຈະຄັນຄໍ ຕ້ອງນຳໄປເຮັດໃຫ້ສຸກກ່ອນ ເນື້ອຈະໜຽວ ຣົດຫວານນຳມາແກງໄດ້ ຫຼືໃສ່ແກງກະລີ່ແກງເຜັດ


ໃສ່ແທນມັນ ຝຣັ່ງໄດ້ຫຼືຳມາໜື້ງ ຫຼືຕົມ ກິນກັບນ້ຳຕານກໍໄດ້


ສານອາຫານ ໄດ້ແກ່:ຄາໂບຮາຍເດຼດ, ແຄຊ້ຽມ, ຟໍສຟໍຣັສ,ແລະວິຕາມິນຊີເປັນຕົ້ນ

ຄັດຈາກໜັງສື ຜັກແະໝາກໄມ້

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ສານອາຫານທີ່ສຳຄັນໃນ ມັນຝຣັ່ງ:ວິຕາມິນ ຊີ,ໂພແທສຊ້ຽມ ,ວິຕາມິນ ບີ 1, ບີ6 ຊື່ງຊວ່ຍບຳລຸງປະສາດ ບຳລຸງສະໜອງ ແລະຍັງມີ ແຄໂຣລີ້ຕຳ ມັນຝຣັ່ງຕົ້ມ 100 ກໃຫ້ພະລັງງານ 82 ແຄໂຣລີ້ ເໝາະສຳລັບອາຫານຄວບຄຸມນ້ຳໜັກ ແຕ່ຖ້າເບບທອດຈະໃຫ້ພະລັງງານສູງ


ມີຊື່ທາງວິທະຍາສາດວ່າ Solanum tuberosum Linn. ມີຖີ່ນກຳເນີດ ຢູ່ໃນທະວີບອາເມລິກາໃຕ້ ແຖບເຖືອກເຂົາ ແອນດີສ ເປັນພືດລົ້ມລຸກ ມີລຳຕົ້ມສະສົມອາຫານ ຢູ່ໃຕ້ດິນ ເອີ້ນວ່າຫົວ ,ຫົວອ່ອນສີຂຽວ ,ຫົວແກ່ສີເຫຼືອງ ອົມນ້ຳຕານ ສີຂາວ,ສີສົ້ມ, ຫືຼສີແດງ ຮູບຊົງກົມ ຜີວເປືອກບາງ ມີຮູນ້ອຍໆໆ ອ້ອມກະຈາຍຢູ່ທົ່ວຫົວ ເນື້ອໃນກ໊ອບ ຊຸ່ມນ້ຳ ສີຂາວ ສີເຫຼືອງອ່ອນ ຫຼືເຫຼືອງແລ້ວແຕ່ພັນ ສ່ວນໃບເປັນແບບໃບປະກອບ ດກອອກເປັນຊໍ່ ກີບດອກມີສີຂາວ ສີບົວມວ່ງ ຫຼືສີມວ່ງ ນີຍົມປູກ 2 ປະເພດ


ຄືປູກສຳລັບບ“ລິໂພກ ແລະ ປູກສົ່ງໂຮງງານແປຮູບ


ມັນສົດ ໃຊ້ເຮັດອາຫານໄດ້ລາຍຢ່າງ ເຊັ່ນ ແກງຕ່າງໆ,ມັນບົດ,ມັນອົບ,ມັນທອດ,

 

 

ຄັດຈາກ ໜັງສືຜັກແລະສຸຂະພບ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ເຫັດ ນາງຟ້າ ມີຊື່ເອີ້ນທາງວີທະຍາສາດວ່າ Pleurotus Sajor-Caju (Fr,)Sing


ມີຖິ່ນກຳເນີດຢູ່ແຖບເທືອກເຂົາຫິມາໄລ ປະເທດອິນເດຍ ເປັນເຫັດຕະກູນດຽວກັບເຫັດ ເປົ້າຫື້ ຈະເລີນເຕີບໂຕຕາມຕໍໄມ້ຜຸ,ດອກ


ບໍລິເວນທີ່ມີອາກາດຊຸ່ມແລະເຢັນ,ດອກເຫັດມີສີຂາວ,ຈົນເຖີງສີນ້ຳຕານອ່ອນໆ ໜວກດອກເນື້ອແໜ້ນ ສີຄ້ຳໆ ກ້ານດອກສີຂາວ


ມີວົງແຫວນອ້ອມຮອບ,ກີບດອກສີຂາວເສັ້ນໄຍຂ້ອນຂ້າງລະອຽດ,


ເຫັດນາງຟ້າມີກິ່ນຫອມເນື້ອແໜ້ນ ຣົດຫວານ ຫາຊືໄດ້ງ່າຍ ສາມາດປຸງອາຫານໄດ້ຫຼາຍຊະນິດເຊັ່ນ: ເຫັດນາງຟ້າ ຈຸ່ມແປ້ງທອດ


ຜັດເຫັດນາງຟ້າ,ຍຳເຫັດນາງຟ້າ,ຕົ້ມຍຳເຫັດນາງຟ້າ ,ແກງເຫັດນາງຟ້າໃສ່ນ້ຳຢ່າງນາງ, ຫຼື ນຳໄປໃສ່ແກງຈືດໝູບົດ,ໜື້ງເຫັດນາງຟ້າ ແຈ້ວກະປິ,ປາແດກ


ສານອາຫານທີ່ສຳຄັນໄດ້ແກ່:


ໂປຕີນ,ແຄນຊ້ຽມ,ຟອສຟໍຣັສ,ໂພແທສຊ້ຽມ, ເຫຼັກແລະ ແຮ່ທາດອື່ນໆ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ເຫັດເຜາະ ມີຊື່ທາງວິທະຍາສາດວ່າ Astraeus hygromemtricus(Pers)Morgan


ມີຖິ່ນກຳເນີດໃນປະເທດລາວ ມີສອງຊະໜິດ ຄື ເຫັດເຜາະໜັງ ແລະ ເຫັດເຜາະຝ້າຍ


ໜວກເຫັດເຜາະເປັນກ້ອນກົມ ສີດຳໝົ່ນ ເນື້ອຕ້ານໃນສີຂາວ ອອກເຫຼືອງອ່ອນ ເມືອ່ດອກບານເປືອກນອກ ຈະແຕກອອກເປັນ


ຮູບດາວ 6-8 ແສກ ເຫັດເຜາະເປັນ ເຫັດປ່າທີ່ຄົນລາວນິຍັມບໍລິໂພກກັນທົ່ວທຸກພາກ ໂດຍສະເພາະພາກກາງ ແລະໃຕ້ ເກີດໃນໜ້າແລ້ງ ຕາມບ່ອນຊື້ນເທີງພູເຂົາ ທົ່ງພຽງ ໃຕ້ຊອກຫີນ ມັກເກີດໃນບໍລິເວນດິນເປັນຂີ້ເທົ່າ ບໍລິເວນປ່າທີຖຶກໄຟເຜົາໄໝ້


ເຫັດເຜາະອ່ອນ ເປືອກກອບ ຣົດຫວານ ຄ້ຽງມັນ ນິຍົມນຳມາແກງໃສ່ໃບອີ່ຕູນ້ຳຢານາງ ,ໜື້ງ ແລະແກງໃສ່ໜໍໄມ້ ,ຕົ້ມຈ້ຳແຈ່ວ


ແກງໃສ່ໃບໜາກຂາມອ່ອນ,ໃບຜັກຕີ້ວ


ສວ່ນເຫັດເຜາະແກ່ ເປືອກນອກເປັນສີນ້ຳຕານ ເຂັ້ມ ແຂງແລະໜຽວ ເນື້ອດ້ານໃນເປັນສີດຳ ບໍ່ນິຍົມນຳມາປຸງເປັນອາຫານ


ສານອາຫານທີ່ສຳຄັນ


ເຫັດເຜາະ ມີໂປຕີນ,ຄາໂບໄຮເດດ ແລະ ແຄນຊ້ຽມແລະ ຟອສຟໍຣັສ ແລະແຮ່ທາດອື່ນໆ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ເຫັດເພືອງ ມີຊື່ທາງວິທະຍາສາດວ່າ Volvariella Volvaceae (singer) ມີຖິ່ນກຳເນີດ ຢູ່ໃນປະເທດຈີນ ມັກຂື້ນຕາມກອງເພືອງ


ດອກເຫັດອອກເຫື່ຍອສີນ້ຳຕານ ຫໍຫູ້ມເມືອ່ໃຫ່ຍຂື້ນມາຈະດັນເຫື່ຍອຫູ້ມໄປຢູ່ທີ່ໂຄນຕົ້ນຫຼືເຫົ້ງາຕົ້ນ ກ້ານດອກສີຂາວ ເຊື່ອມໜວກດອກກັບເຫົ້ງາຂະໜາດຂອງກ້ານຂື້ນຢູ່ກັບໜວກດອກ ຊື່ງມີລັກສະນະ ຄ້າຍຄັນຮົ່ມສີເທົາ ຂ້ອນຂ້າງດຳ ເຫັດເພືອງມີກີບດອກສີນ້ຳຕານເປັນຈຳນວນຫຼາຍ ລຽນຕົວກັນເປັນລັດສະໝີຮອບກ້ານດອກ. ປະຊາຊົນນິຍົມເຮັດເຮືອນ (ຕູບ) ປູກເຫັດເພືອງເປັນອາຊີບ ຫຼາຍໃນປະຈຸບັນ


ເຫັດເພືອງເປັນເຫັດທີ່ເນົ່າເສຍໄດ້ງ່າຍ ຫາກປ່ອຍໄວ້ມັນຈະ ຂັບນ້ຳຍ່ອຍອອກມາ ຍ່ອຍໂຕເອງ (autolysis)ເມືອ່ເກັບມາໃໝ່ໆ ຄວນກິນໃຫ້ໜົດ ເຫັດເພືອງໃນໄລຍະດອກຕູມ ມີສານອາຫານຫຼາຍກວ່າດອກບານ ອີກທັງຍັງມີຣົດຊາດ ແຊບແລະເນື້ອແໜ້ນກວ່າ ນຳມາປະກອບອາຫານໄດ້ຫຼາຍຢ່າງ ເຊັ່ນ ຍຳເຫັດເພືອງ,ປີ້ງປົ່ນ ກັບປາ ກັບເນື້ອ້, ກັບໝູ,ນຳມາແກງ


ປະເພດຕ່າງ ຕົ້ມຍຳ ຫຼືຜັດນ້ຳມັນຫອຍ ກໍແຊບໃດ ອິອິ



ສານອາຫານທີ່ສຳຄັນ


ປະກອບດ້ວຍ ແຄນຊ້ຽມ ,ຟໍສຟໍຣັສ ,ເຫຼັກ,ໂຊດ້ຽມ, ໂພແທສຊ້ຽມ,ແລະກົດອາມີໂນເປັນຕົ້ນ.


ລົດຊາດດີມີປະໂຫຍດ ຢ່າລືຫາມາກິນລະ ຈະໄດ້ມີສຸຂະພາບດີກັນທຸກທົ່ວໜ້າເລີຍ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

ຖ້າຫາກໃຜຍັງຕ້ອງການ ເຫດຜົນອີກຈັກຂໍ້ໜື່ງ ເພືອ່ສະໜັບໜູນການກິນຜັກ ນອກເໜືອໄປຈາກວ່າຜັກແລະໝາກໄມ້ ຫຼຸດຄວາມສ່ຽງ ຈາກໂຣກຫົວໃຈ ມະເຮັງ ແລະອີກຫຼາຍໆ ພະຍາດແລ້ວ ລ່າສຸດນັກວິໄຈ ຍັງພົບວ່າ ຜັກຊວ່ຍປ້ອງກັນ ເຮົາຈາກ ໂຣດເສັ້ນເລືອດ ຝອຍໃນສະໝອງແດກອີກດ້ວຍ
ຄະນະນັກວິໄຈ ທີ່ນຳໂດຍ ນັກຣະບາດວິທະຍາ ຮາເວີດ ຊື່ ເກົາມູດີ້ ເຈ. ໂຈຊິປູ ໄດ້ສຶກສາ ໄດ້ສຶກສາພຶດຕິກຳ ຂອງຜູ້ຍີງ 75.000 ຄົນ ແລະພົບວ່າການກິນຜັກແລະໝາກໄມ້ ພຽງວັນລະ 1 ຈານ ຊ່ວຍຫຼຸດຄວາມ ສ່ຽງ ຈາກອາການເສັ້ນເລືອດ ໃນສະໝອງແຕກ ຊື່ງມີສາເຫດ ມາຈາກໂລຫິດ ອຸດຕັນ ໃນເສັ້ນເລືອດທີ່ໄປລ້ຽງສະໝອງ ລົດລົງໄດ້ເຖີງ ຮ້ອຍລະ 7
ພະລັງຜັກແລະໝາກໄມ້ ໃນການຕ້ານການອຸດຕັນຂອງເສັ້ນເລືອດ ບໍໄດ້ມີພຽງແຕ່ປະການດຽວ ຜູຊ່ຽວຊານ ລາຍຄົນ ເຊື່ອວ່າ ອາຫານ ຈາກພຶດ ມັກມີໄຂມັນຕ່ຳ ແລະມີສານອາຫານ ອື່ນໆທີ່ມີ ປະໂຫຍດຕໍ່ຫັວໃຈ ເຊັ່ນ ເສັ້ນໃຍ ໂຟເລສ ແລະ ໂພແທສຊ້ຽມ.
ແຕ່ສານອາຫານ ເຫຼົ່ານີ້ມີຂໍ້ຈຳກັດ ເພາະປະໂຫຍດ ໃນການປ້ອງກັນເສັ້ນເລືອດ ໃນສະໝອງແຕກ ຈະປາກົດເດັ່ນຊັດ ທີ່ສຸດສຳລັບ ຜູ້ທີ່ກິນຜັກແລະໝາກໄມ້ ປະມານ 6 ຄັ້ງຕໍ່ມື້ ແລະກໍ່ບໍ່ແມ່ນ ອາຫານຈາກພືດ ທຸກຊະໜິດ ຈະໃຫ້ປະໂຫຍດເທົ່າກັນ ໃນການຫຼຸດຄວາມສ່ຽງ ຈາກໂຣກເສັ້ນເລືອກຝອຍໃນສະໜອງແຕກ ເຊັ່ນ ມັນຝຣັ່ງ ແລະຖົ່ວຕ່າງໆ ນັ້ນ ບໍ່ມີຜົນທີ່ເດັ່ນຊັດພໍທີຈະວັດແທກໄດ້ ແຕ່ພົບວ່າ ພວກທີ່ກິນຜັກ ຢ່າງ ບັອກໂຄລີ້ ກະລ່ຳປີ ແລະກະລ່ຳດອກ ຮວ່ມກັບຜັກໃບຂຽວ ແລະໝາກໄມ້ ຈຳພວກໝາກກ້ຽງ ຈະເປັນຜູ້ທີ່ມີຄວາມສ່ຽງຕ່ຳທີ່ສຸດ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

 

ເຫັນຈະຕ້ອງພົກນ້ຳ ຕິດຕົວພ້ອມດື່ມ ກັນຈັກໜ່ອຍ ເພາະຢ່າງທີຮູ້ວ່ານອກຈາກ ການດື່ມນ້ຳຈະຊື່ນໃຈແລ້ວ ນຳຍັງມີປະໂຫຍກຕໍ່


ຮ່າງກາຍອີກ ໃນມໍ່ໆນີ້ ຍັງພົບວ່າ ການດື່ມນ້ຳຫຼາຍໆ ອາດຈະຊ່ວຍ ລົດຄວາມສ່ຽງການເກີດມະເລັງລຳໄສ້ໃຫ່ຍໄດ້ນຳ.


ງານສຶກສາຂອງສູນວິໄຈ ມະເລັງ ເຟຣດ ຮັກຊິສັນ ແຫ່ງເມືອງ ຊີແອັດເທີນ ນອກຈາກຈະພົບ ຂໍ້ສະໜັບສະໜູນ ວ່າການກິນຜັກ ໝາກໄມ້ ,ເມັດພືດບໍ່ຂັດສີ ແລະອາຫານໄຂມັນຕ່ຳ ຊວ່ຍລົດຄວາມສ່ຽງ ການເກີດໂຣດມະເລັງລຳໄສ້ໃຫ່ຍແລ້ວ ຍັງພົບວ່າການດື່ມ ນ້ຳຫຼາຍ ກໍ່ມີສວ່ນຊວ່ຍນຳເຊັ່ນກັນ ໂດຍອອກແບບສອບຖາມ ນິໄສການກິນອາຫານຈາກຍິງ ແລະຊາຍ ກວ່າ 400 ຄົນພົບວ່າ ຜູ້ທີ່ດື່ມນ້ຳ ຫຼາຍກວ່າວັນລະ 5 ຈອກ ມີຄວາມສ່ຽງເປັນມະເລັງ ລຳໄສ້ໜ້ອຍກວ່າ ກຸ່ມທີ່ ດື່ມນຳ້ ໜ້ອຍກວ່າ 2 ຈອກຕໍວັນ ປະມານເຄີ່ງໜື່ງເລີຍ.


ນັກວິທະຍາສາດສັນນິຖານວ່າ ການດື່ມນ້ຳຫຼາຍໆຈະຊວ່ຍປ້ອງກັນທ້ອງຜູກ ແລະເຮັດໃຫ້ຮ່າງກາຍຂັບຖ່າຍຂອງເສຍໄດ້ໄວຂື້ນ


ຊື່ງອາດມີສ່ວນ ໃນການຊວ່ຍຫຼຸດຄວາມເຂັ້ມຂຸ້ນຂອງສານກໍ່ມະເລັງ ແລະເຮັດໃຫ້ລຳໄສ້ໃຫ່ຍສຳພັດກັບສານພິດໜ້ອຍລົງ


ປະໂຫຍດຂອງນ້ຳມີຫຼາຍຂະໜານ ຍຶດຫຼັກ ດື່ມນ້ຳຢ່າງໜ້ອຍວັນລະ 8 ຈອກ ຊ່ວຍຫຼຸດຄວາມສ່ຽງ ເລືອ່ງໂຣດໄພ,


ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ຊັບປະຄຸນ ຂອງຊາຂຽວອີກປະການໜື່ງຊຶ່ງໄດ້ຮັບການພິມເຜີຍແພ່ ໃນວົງການ ວາລະສານ American Journal of Clinical Nutrition ຄືຊວ່ຍຫຼຸດນ້ຳໜັກ ການວິໄຈພົບວ່າສານຄາເຟອິນ ປະລິມານເລັກໜ້ອຍ ແລະສານ ຝາດສມານແຄທທິຄິນ (catechin)ໃນຊາຂຽວ ເຮັດໃຫ້ ເມຕາບໍລິຊຶມ ໃນຮ່າງກາຍດີຂື້ນ ເຜົາຜານ ພະລັງງານໃນຮ່າງກາຍ ໄດ້ຫຼາຍຂື້ນ ເປັນຜົນເຮັດໃຫ້ນ້ຳໜັກໂຕຫຼຸດລົງ ໂດຍທີ່ບໍ່ມີຜົນກະທົບ ຕໍອັດຕາການເຕັ້ນຂອງຫົວໃຈ ຖືວ່າເປັນການຫຼຸດນ້ຳໜັກທີ່ຂ້ອນຂ້າງປອດໄພ ແຕ່ວ່າການອອກກຳລັງກາຍຍັງເປັນສີ່ງທີ່ຈຳເປັນ ເຖິງວ່າ ຊາຂຽວຈະເປັນພືດສະໝູນໄພທີ່ ປອດໄພກວ່າ ຊະໜິດອື່ນ ແຕ່ກໍຄືກັບການກິນຢາ ຕ້ອງຄຳນືງເຖີງຜົນຂ້າງຄຽງນຳ

 

ຊາຂຽວຈະມີປະໂຫຍດຕໍຮ່າງກາຍກໍ່ຕໍ່ເມືອ່ ດື່ມຊາທີ່ຜ່ານການຊົງ ຫຼືອົບ ດວ້ຍອຸນຫະພູມຄວາມຮ້ອນ ແລ້ວນຳມາດື່ມ ຕອນທີ່ຍັງ ມີອຸນຫະພູມສູງ ອຸ່ນໆໆ ພໍດື່ມໄດ້ ເມືອ່ນຳເຂົ້າສູ່ຮ່າງກາຍຈະສາມາດດູດຊຶມ ສານຕ່າງໆໆ ທີ່ມີຢູ່ ໃນໃບຊາໄດ້

 

ບໍ່ແມ່ນການດື່ມຊາສຳເລັດຮູບ ທີ່ຜ່ານການປຸງແຕ່ງ ບັນຈຸຂວດຂາຍ

 

ສີ່ງທີ່ຜູ້ບໍລິໂພກຈະໄດ້ຮັບຈາກການດື່ມຊາສຳເລັດຮູບແມ່ນ ຣົດຊາດແລະກິ່ນຫອມຂອງຊາ ແລະປະໂຫຍດຄື ຊວ່ຍດັບກະຫາຍ

 

ສວນ່ ສານອາຫານ ແລະແຮ່ທາດບຳລຸງຮ່າງກາຍຕ່າງໆໆ ແມ່ນຖຶກທຳລາຍຈົນໜົດໃນລະຫວ່າງຂັ້ນຕອນການຜະລິດໜົດແລ້ວ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ໝາກຮຸ່ງມີຊື່ ທາງວິທະຍາສາດວ່າ Cacrica Papaya Linn. ມີຖິ່ນກຳເນີດ ຢູ່ໃນທະວີບອາເມລິກາ ແຖບປະເທດແມັກຊິໂກ ໝາກຮຸ່ງເປັນພຶດລົ້ມລຸກ ລຳຕົ້ນຕັ້ງຊື່ ອວບນ້ຳ ບໍ່ມີແກນກາງ ໃບເປັນແຊກກີບ ກ້ານໃບຍາວອອກ,ດອກສີຂາວ ມີຕົ້ນດອກຜູ້ ແລະ ຕົ້ນແມ່ ແລະດອກສົມບູນເພດ ມີຜົນຍາວແຫຼມ ຕອນປາຍ ໝາກຮຸ່ງດີບມີ ສີຂຽວ ເນື້ອສີຂາວ, ແຂງ, ກອບໄນສີຂາວ ເມືອ່ສຸກ ມີເປືອກແລະເນື້ອສີເຫຼືອງ ເມັດສີດຳກົມ ມີວຸ້ນໃສ່ໆອ້ອມຮອບ ໝາກຮຸງປູກງ່າຍແລະ ໃຫ້ຜົນໄວ ໃຫ້ຜົນຕະຫຼອດປີ


ໝາກຮຸ່ງດີບ ນອກຈາກນຳມາຕຳແລ້ວ ຍັງນຳມາໜື້ງ ,ລວກ ຈ້ຳແຈ່ວຫຼືແກງໄດ້ອີກ ຂື້ນຕາມ ແຕ່ລະທ້ອງຖິ່ນ


ບາງທີກໍ່ນຳມາຊອຍເປັນເຫືຍ່ອເຂົ້າປຸ້ນນຳອີກ


ສານອາຫານທີ່ສຳຄັນໃນໝາກຮ່ງ


ໝາກຮຸ່ງດີບ ມີຄາໂບໄຮເດດ ແລະແຄນຊ້ຽມ ຟໍສຟໍຣັສ,ວິຕາມິນເອ, ແລະ ຊີ,ແລະ ມີເອັນຊາຍ, ຊື່ປາເປອິນ(Papain)


ແລະໄຊໂມປາເປອິນ (Chymopapain) ໃຊ້ເປັນຢາຖ່າຍພະຍາດ ສາມາດຍ່ອຍໂປຕີນໃນເນື້ອ ສັດໄດ້

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ໝາກຮຸ່ງດີບ ນອກຈາກຈະນຳມາເຮັດຕຳໜາກຮຸ່ງທີ່ມີລົດຊາດແຊບໆໆໆ ແລ້ວຍັງມີຄຸນປະໂຫຍດ ເປັນຍາຊ່ວຍຍ່ອຍອາຫານ


ນຳອີກໃດ ເພາະໃນໝາກຮຸ່ງດີບຈະມີ ເອັນຊາຍ ຫຼື ນ້ຳຍ່ອຍຢູ່ຫຼາຍຊະນິດ ແຕ່ຊະນິດທີ່ສຳຄັນທີ່ສຸດຄື ປາເປອິນ (Papain) ຊື່ງມີຄຸນສົມບັດ ຄ້າຍ ກັບນ້ຳຍ່ອຍ ຊະນິດໜື່ງ ທີ່ຮ່າງກາຍຜະລິດຂື້ນ ຄື ເອັນຊາຍ ເປບຊີນ ມີໜ້າທີ່ ຍ່ອຍອາຫານພວກໂປຼຕີນ


ນອກຈາກນີ້ໃນໝາກຮຸ່ງຍັງມີ ເອັນຊາຍ ທີ່ຊວ່ຍຍ່ອຍໂປຼຕີນໃນນົມ ແລະອາຫານຈຳພວກແປ້ງຢູ່ນຳ ຈື່ງຊວ່ຍໃຫ້ ລະບົບຍ່ອຍອາຫານ ເຮັດວຽກໄດ້ດີຂື້ນ.



ແຕ່ລະວັງຢ່າກິນຕຳໝາກຮຸງທ່ີ ເຜັດຈົນເກີນໄປໃດ ມັນຈະເຈັບທ້ອງ


ຫຼືຖອກທ້ອງໄດ້


ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)


ຄົງຈະເຄີຍໄດ້ຍິນກັນຢູ່ແລ້ວວ່າ ໄວສແດງ ຊື່ງຜະລິດມາຈາກອາງຸ່ນ ນັ້ນດີຕໍສຸຂະພາບ ຂອງຫົວໃຈ ແຕ່ໃນປະຈຸບັນ ນັກວິໄຈຊາວ ອີດສລາແອັນ ໄດ້ຄົ້ນພົບວ່າ ໝາກພິລາ ນັ້ນມີຜົນທີ່ ດີຕໍ່ຫົວໃຈຫຼາຍກວ່າອະງຸ່ນ


ຈາກການສືກສາ ພົບວ່າ ໄວສທີ່ເຮັດຈາກ ໝາກພິລາ ແລະນ້ຳມັນຈາກໜາກພິລາ ມີປະລິມານຂອງສານ ອານຟລາໂວນອຍ ຫຼາຍກວ່າໄວສແດງ ຜະລິດຕະພັນທີ່ເຮັດຈາກ ໝາກພິລາມີປະລິມານສານ ຟລາໂວນອຍ ພໍໆກັບໃນຊາຂຽວ ແລະຍັງພົບອີກວ່າ ນ້ຳໝາກພິລາ ຄັ້ນສົດ ມີປະສິດທິພາບປ້ອງກັນໂຣດ ພະຍາດ ໄດ້ດີກວ່ານ້ຳ ອະງຸ່ນ



ຂອງດີໃກ້ຕົວນີ້ເອງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ຜົນການວິໄຈ ຈາກມະຫາວິທະຍາໄລ ຄອລເນວ ແລະ ປະເທດເກົາຫຼີໃຕ້ ລາຍງານໃນວາລະສານ Lancet ໃນສະບັບ ເດືອນມັງກອນ 2002 ພົບວ່າ ແອັບເປີ້ນ ມີສານຊະນິດໜື່ງ ທີ່ສາມາດຕ້ານ ມະເລັງໄດ້ ດີກວ່າ ວິຕາມີນຊີ ເສຍອີກ ສານໄຟໂຕ ເຄມີດັ່ງກ່າວ ຊື່ ເຄີເຊຕິນ (quercetin) ມີສັບພະຄຸນຕ້ານເຊວ ມະເລັງອັນເນື່ອງມາຈາກ ອອກຊິໄດເຊຊັ້ນ ຂອງກົດ ໄຂມັນ ຄໍແລັສໂຕໂຣ ກ່ອນໜ້ານີ້ຮູ້ພຽງວ່າ ເຄີເຊຕິນ ມີປະສິດທິພາບໃນາານຮັກສາມະເລັງໜ່ວຍອັນທະ (ຕ່ອມລູກໝາກ)


ສານ ເຄີເຊຕິນ ມີຫຼາຍໃນແອັບເປີ້ນ ແລະຜັກ,ໝາກໄມ້ ແລະວິຕາມິນຊີ ກໍ່ມີຫຼາຍໃນຜັກແລະໝາກໄມ້ເຊັ່ນກັນ ໃຜຢາກປອດໄພ ຫ່າງໄກຈາກມະເລັງ ຈື່ງຄວນກິນຜັກແລະໝາກໄມ້ ໃຫ້ຫຼາຍໆ


ແຕ່ຕ້ອງກິນໃຫ້ຖຶກຫຼັກອານາໄມ ລ້າງໃຫ້ສະອາດກອ່ນນຳມາກິນ ຈື່ງໄດ້ປະໂຫຍດ ອິອິ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ເຫັດຫອມ ມີຊື່ທາງວິທະຍາສາດວ່າ Lentinus Edodes(berk) sigger ມີຖີ່ນກຳເນີດໃນ ປະເທດຈີນ ຢີ່ປຸ່ນ ອິນໂດເນເຊຍ ແລະ

 

ໄຕ້ຫັວນ ໜວກດອກເປັນຮູບຊົງກົມ ຜີວໜວກດ້ານໃນເປັນສີນ້ຳຕານປົນແດງ ຫຼືສີນ້ຳຕານເຂັ້ມ ກີບດອກເປັນແຜ່ນສີຂາວ ເມືອ່ແກ່ຈະປ່ຽນເປັນສີເຂັ້ມ ສ່ວນກ້ານດອກມີສີຂາວຫຼືສີນຳ້ຕານອ່ອນ ຫາກປະໃຫ້ຖຶກກັບອາກາດຈະປ່ຽນເປັນສີເຂັ້ມ ລັກສະນະສະເພາະຕົວຂອງເຫັດຫອມຄື ມີກິ່ນຫອມເນື້ອນຸ້ມ ເມືອ່ຕາກໃຫ້ແຫ້ງແລ້ວສາມາດເກັບໄວ້ໄດ້ດົນ ໂດຍທີ່ຍັງມີກິ່ນຫອມຢູ່ ເຫັດຫອມມັກອາກາດໜາວເຢັນ ມັກເກີດຂື້ນເທີງຂອນໄມ້ ເນື້ອແຂງ

 

ສະໄໝກອ່ນເຫັດຫອມມີລາຄາແພງ ຕ້ອງສັ່ງຊື້ຈາກຕ່າງປະເທດ ແຕ່ໃນປະຈຸບັນ ທາງພາກເໜືອຂອງລາວກໍ່ສາມາດ ເພາະປູກໄດ້ແລ້ວ ຈຶ່ງລົດປະລິມານການນຳເຂົ້າຈາກຕ່າງປະເທດໄດ້ສ່ວນໜື່ງ ສາມາດນຳມາປະກອບອາຫານໄດ້ຫຼາຍຊະນິດເຊັ່ນ ເຫັດຫອມສົດຜັດນ້ຳມັນຫອຍ, ເຫັດຫອມຕຸ໋ນ, ໂຈກເຫັດຫອມ,ໃສ່ໃນເຂົ້າຜັດ ແລະຜັດຜັກ.

 

ເຫັດຫອມມີ ກົດອາມີໂນຊື່ Eritadenine ຊ່ວຍໃຫ້ໄຕ ຍ່ອຍ ຄໍແລັສໂຕໂຣໄດ້ດີ ແລະມີ ສານ ເລນຕິແນນ Lantinan

 

ຊ່ວຍກະຕຸ້ນການເຮັດວຽກຂອງ ເຊວໃນລະບົບພູມຄູ້ນກັນ ໃຫ້ມີປະສິດທິພາບໃນການຕໍສູ້ ກັບການຈະເລີນເຕີບໂຕຂອງເຊວ ເນື້ອງອກ ຄົນຈີນໃຊ້ເປັນຍາ ອາຍຸວັດທະນະ ຮັກສາຫວັດ ເຮັດໃຫ້ເລືອດລົມດີ

 

ຮູ້ແລ້ວກໍຢ່າລືມ ລອງຫາມາກິນເດີ ສຸຂະພາບຈະໄດ້ແຂງແຮງກັນໜົດທຸກຄົນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ເຫັດຫູໜູ ມີສອງສີຄື ເຫັດຫູໜູຂາວ ແລະ ດຳ ມີສານອາຫານທີ່ສຳຄັນຄືໂປຼຕີນ ໄຂມັນ ແຄນຊ້ຽມ ແລະ ຟໍສຟໍຣັສ, ວິຕາມິນຊີ ,


ແລະອື່ນໆ


ສວ່ນເຫັດຫູໜູຂາວ,ມີທາດເຫຼັກແລະຟໍສຟໍຣັສ ຫຼາຍກ່ວາ ຊະນິດອື່ນ ຊາວຈີນກິນບຳລຸງກຳລັງ ເຊືອ່ວ່າເປັນຢາອາຍຸວັດທະນະ


ເຫັດຫູໜູມີ່ຖິ່ນກຳເນີດໃນປະເທດຈີນ ພົບໄດ້ຕາມຂອນໄມ້ຫຼືໄມ້ຢືນຕົ້ນ ທີ່ຢູ່ໃນເຂດຮ້ອນ ທີ່ຮູ້ຈັກກັນທົ່ວໄປໃນເມືອງລາວ ມີສອງຊະນິດທີ່ໄດ້ກວ່າໄວ້ຂ້າງເທີງຄື: ເຫັດຫູໜູດຳ ຫຼືເຫັດຫູໜູທຳມະດາ ມີຊື່ວິທະຍາສາດວ່າ Auricularia auricula judae


ລັກສະນະເປັນວຸ້ນສີນ້ຳຕານ ຣົດຫວານ ເນື້ອອ່ອນນຸ້ມ ນິຍົມນຳມາໃຊ້ທັງແບບແຫ້ງແລະແບບສົດ


ເຫັດຫູໜູຂາວ ມີຊື່ທາງວິທະຍາສາດວ່າ Tremella fusiformis berk ສີຂາວໃສມີຮູບຮ່າງແຕກຕ່າງກັນ ເຊັ່ນຄືໃບຫູ ຫຼືກີບດອກໄມ້ ແລະພາຊະນະ ຣົດຫວານ ເນື້ອ້ນຸ້ມກວ່າເຫັດຫູໜູດຳ ມີທັງແບບບໜວກບານໃຫ່ຍແລະໜວກບານຝອຍຄ້າຍຄືແມງກະພຸນ


ເຫັດຫູໜູ ເປັນເຫັດທີ່ມີຣົດຊາດດີ ກີ່ນຫອມ ຊຶມຊັບລົດຊາດອາຫານໄດ້ດີ ເຫັດຫູໜູດຳ ນຳມາປຸງອາຫານລາວໄດ້ ຫຼາຍຊະນິດ


ເຊັນຜັດໃສ່ຜັກ ,ແກງຈືດ ,ແກ່ງໃສ່ໜໍໄມ້, ໃສ່ອ່ອມ ຫຼືເອາະຫຼາມ,ຕົ້ມຍຳ, ນຳໄປເປັນເຄືອ່ງປະກອບອາຫານປະເພດຍຳເປັນຕົ້ນ


ສວ່ນເຫັດຫູໜູຂາວນິຍົມນຳໄປລວກໃສ່ຍຳເປັນຕົ້ນ


ຂໍໂທດເດີ ຂ້ອຍຫາຮູບເຫັດຫູໜູຂາວ ບໍເຫັນນະ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ເຫັດລະໂງກ ມີຊື່ທາງວິທະຍາສາດວ່າ Amanita Vaginata ມີຖີ່ນກຳເນີດ ຢູ່ໃນປະເທດລາວ ທົ່ວທຸກພາກ ມີຫຼາຍໃນເຂດພາກ


ກາງແລ້ໃຕ້ ເຫັດລະໂງກມີສີຂາວນວນ ແລະສີເຫຼືອງສົດ ໜວກເຫັດເປັນຮູບກະທະຂວ້າມ ກີບແລະກ້ານ ຍາວຮ່ຽວ ເຫົ້ງາ ເປັນ


ກະເປາະ ພົ້ນຈາກດິນຂື້ນ ຫຼືໃນປ່າທີ່ມີໃບໄມ້ ເປືອຍທັບຖົມກັນໃນເຂດພູເຂົາ ພົບເຫັນໄດ້ ໃນຊວ່ງລະດູຝົນ


ດອກຕູມ ຂອງເຫັດລະໂງກ ມີລັກກສະນະເຫືອ່ຍຫຸ້ມຈາກ ເຫົ້ງາຂື້ນມາຈົນເກືອບສຸດຫຸ້ມໜວກເຫັດ ເປັນໄລຍະທີ່ຣົດຊາດດີ


ເອກະລັກຂອງເຫັດລະໂງກ ຄືມີເມືອກໜ່ຽວໆ ທີ່ເຮັດໃຫ້ແກງຂຸ້ນໜຽວ ສ່ວນໜວກເຫັດ ນຸ້ມ ລຳເຫັດ ກອບ ຣົດຫວານຕາມທຳມະຊາດ ກິນເມືອ່ປຸງໃໝ່ໆ ຣົດຊາດຈະຫວານ ສາມາດເຮັດໄດ້ທັງແກງໃສ່ນ້ຳຢານາງ ຜັກຕີ້ວ, ໜື້ງຈ້ຳແຈວ,


ແກງໃສ່ໃບໝາກຂາມ ແລະອີກຫຼາຍປະເພດ ອີງຕາມຜູ້ມັກ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ເຫັດປວກ ມີຊື່ທາງວິທະຍາສາດວ່າ Termitomyces Sp ,ມີຖິ່ນກຳເນີດ ໃນປະເທດ ລາວໄດ້ຊື່ວ່າເປັນເຫັດທີ່ແຊບີ່ສຸດແລະແພງ
ເນື້ອແໜ້ນຣົດຫວານ ມີກີ່ນຫອມ ຫາຍາກ ເກີດຂື້ນເອງຕາມທຳມະຊາດ ໃນຕົ້ນລະດູຝົນ
ດ້ານບົນຂອງໜວກເຫັດມີ ສີນ້ຳຕານລຽບ ເປັນຮ່ອຍຮ່ຽວເລັກໜ້ອຍ ກົ້ນເນື້ອເຫືອ່ຍໜວກ ມີສີຂາວ ນຸ່ມ ແລະໜ່ຽວ ກ້ານຊົງ
ກະບອກ ສີຂາວ ຜີວລຽບຍາວປະມານ 12-20 ຊັງຕິແມັດ

ເຫັດປວກມັກມັກເກີດຂື້ນຕາມຈອມປວກຈື່ງເອີ້ນວ່າ ເຫັດປວກ ມັກພົບໃນປ່າ ປະສົມ ແລະປ່າດົງດີບ ເຫັດປວກເປັນເຫັດທີ່ມີ
ກິ່ນຫອມສະເພາະຕົວ ດັ່ງນັ້ນການ ຫາເຫັດປວກ ຈິ່ງມັກໃຊ້ວິທີດົມກິ່ນ ຍີ່ງຖ້າເປັນຕອນເຊົ້າ ດອກຕູມຂອງເຫັດຈະສົ່ງກິ່ນຫອມແຮງ
ເຫັດປວກສາມາດປຸງອາຫານໄດ້ຫຼາຍປະເພດ ເຊັ່ນ ແກງໃສ່ນ້ຳຢານາງແລະຜັກຕີ້ວ, ໜື້ງຈ້ຳແຈ້ວ ໜາກນາວ,
ຕົ້ມຍຳ, ຍຳເຫັດປວກ ແລະ ອີກຫຼາຍລາຍການ ຕາມແຕ່ລະທ້ອງຖີ່ນ
ສານອາຫານທີ່ສຳຄັນໃນເຫັດປວກ
ອຸດົມໄປດ້ວຍ ໂປຕີນ, ແລະແຮ່ທາດຕ່າງໆຊວ່ຍຈະເລີນອາຫານ,ແລະບຳລຸງຮ່າງກາຍ,ແກ້ບິດ ,ແກ້ປວດຮາກອາຈຽນ ,ແກ້ໄອ
ລະລາຍເສມຫະແລະຍັງຊວ່ຍລົດນ້ຳຕານໃນເລືອດ

ຄັດຈາກໜັງສື ຜັກແລະສຸຂະພາບ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2010 | ມີ 7 ຄຳເຫັນ ແລະ 0 trackback(s)


ເຫັດຕັບເຕົ່າ ມີ ໂປຼຕີນ ເປັນແຫຼ່ງຂອງກົດ ອາມີໂນທີ່ຮ່າງກາຍຕ້ອງການນອກຈາກນີ້ຍັງມີວິຕາມິນ ແລະແຮ່ທາດອື່ນໆອີກຫຼາຍຢ່າງ

ຄຸນຄ່າທາງອາຫານ ເຫັດຕັບເຕົ່າ 100 ກຣັມ ໃຫ້ພະລັງງານ 29 ກາໂຣລີ:ປະກອບດ້ວຍ ນ້ຳ92.4 ກຣັມ,ໂປຼຕີນ 2.5 ກັຣມ ,ໄຂມັນ0.1 ກຣັມ,ຄາໂບໄຮເດດ 4.5ກຣັມ ແຄນຊ້ຽມ 13 ມີລີກຣັມ,ຟົດສຟັສ 37 ມິລີກຣັມ,ໄທອະມິນ 0.06 ມິລີກຣັມ,
ໄນອາຊິນ 2.0 ມິລີກຣັມ, ວີຕາມິນ ຊີC 16ມິລີກັຣມ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ສຳລັບຜູ້ທີ່ ມັກກິນໝາກໄມ້ ໝາກ້ຽງ ອາດຈະເປັນໜື່ງ ໃນໝາກໄມ້ ທີ່ມັກທີ່ສຸດ ແຕ່ກ່ອນຈະກິນ ໝາກກ້ຽງກໍ່ຄວນ

ສັງເກດວ່າ ເມື່ອປອກເປືອກ ພົບວ່າມີສີຟ້າ ແກມຂຽວຢູ່ໃຕ້ເປືອກ ໜາກກ້ຽງ ຫຼືຕາມເສັ້ນໄຍ ຂອງຜີວໜາກກ້ຽງ ຫຼືບໍ່

ສານນີ້ເກີດຈາກສານກຳຈັດເຊື້ອລາທີ່ ຜູ້ປູກ ຊີດພົ່ນ ເພືອ່ໃຫ້ ໜາກກ້ຽງມີ ໜວ່ຍງາມ ແຕ່ອາດຈະເປັນຍ້ອນໃຫ້ຫຼາຍເກີນໄປຫຼືການເກັບກ່ອນກຳໜົດ

ຈື່ງເກີດ ເສັ້ນໄຍ ສີຟ້າແກມຂຽວຂື້ນ ແລະຖ້າກິນເຂົ້ົາໄປ ກໍ່ຈະເປັນອັນຕະລາຍເຖີ່ງຊີວິດໄດ້

ຫາກປອກເປືອກໜາກກ້ຽງແລ້ວພົບເສັ້ນໄຍສີຟ້າ ແກມຂຽວກໍ່ບໍຕ້ອງໄປເສຍດາຍ ໃຫ້ຖີ້ມໄປສະ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 

ສານອາຫານທີ່ສຳຄັນ ຂອງຂີ້ເຫຼັກ

ໃບອ່ອນແລະດອກຕູມຂອງຂີ້ເຫຼັກ ພົບວ່າມີສານຈຳພວກ chromone ທີ່ມີຊື່ວ່າ Barakol ຊື່ງມີລິດ ກົດປະສາດສ່ວນກາງ

ຈະຊວ່ຍໃຫ້ນອນຫຼັບ ແລະເປັນຍາລະບາຍ ມີເບຕ້າແຄໂຣທີນ ມີແຄນຊ້ຽມ ແລະວິຕາມິນ ຊີC ໃນປະລິມານສູງ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຂີ້ເຫຼັກມີຊື່ວິທະຍາສາດວ່າ Cassia Siamea Lam. ມີຖິ່ນກຳເນີດໃນແຖບອາຊີຕາເວັນອອກສ່ຽງໃຕ້ ຂີ້ເຫຼັກເປັນໄມ້ຢືນຕົ້ນຂະໜາດກາງ ພຸ່ມໃຫ່ຍ ໜາແໜ້ນ ຍອດອອ່ນ ສີນ້ຳຕານອົມຂຽວ ໃບແກ່ມີສີຂຽວເຂັ້ມ ດອກສີເຫຼືອງ ອອກ ຕາມປາຍຍອດເປັນຊໍ່ໃຫ່ຍ ແຕກຍອດແລະ ອອກດອກຫຼາຍໃນຊ່ວງລະດູຝົນ ຕົ້ນຂີ້ເຫຼັກຂື້ນຕາມທົ່ງນາ ຕາມແຄມທາງ ຕາມໜູ່ບ້ານ ທົ່ວທຸກພາກຂອງປະເທດລາວ ເຫັນໄດ້ທົ່ວໄປໃນປະເທດ ສີລັງກາ ແລະ ມາເລເຊຍ
ສ່ວນທີ່ເອົາມາປຸງອາຫານຄື ດອກຕູມ ແລະຍອດອ່ອນ ເຊີ່ງມີລົດ ອອກຂົ່ມ ອ່ອນໆ ດັ່ງນັ້ນກ່ອນນຳມາປະກອບອາຫານ ຕ້ອງຕົ້ມແລ້ວ ເຢັ້ນນ້ຳ ຖີ້ມປະມານສອງ ຫາ ສາມເທື່ອເພືອ່ລົດຄວາມຂົມລົງ ຈາກກໍ່ນຳໄປເຮັດແກງກະທິຂີ້ເລັກ ກັບຊີ້ນປີ້ງຫຼືປາປີ້ງ ຫຼືແກງຂີ້ເຫຼັກໃສ່ນ້ຳຢານາງເປັນຕົ້ນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຮັກໜົດທຸກຄົນ ເຮົາໄດ້ອ່ານຄຳສອນດີໆຂອງ ຄູບາ

ສະບາຍດີ ເພື່ອນໆພັນລາວທີ່ໜ້າຮັກ ເຮົາໄດ້ອ່ານຂໍ້ຄິດ ດີໆ ຈາກ ຄູບາອົງໜື່ງທີ່ເພີ່ນມັກຈະເທສະນາທຳ ອອນລາຍ  ສົ່ງມາໃຫ້ເປັນປະຈຳ

ເລີຍນຳມາບອກຕໍ່


ອັນທີ່ຈິງແລ້ວ
ການດື່ມເຫລົ້າ ດື່ມເບຍນີ້
ພຣະພຸດທະເຈົ້າ ເພີ່ນບໍ່ໄດ້ຫ້າມໃດ
ເພີ່ນພຽງແຕ່ບອກໃຫ້ເຮົາລະເວັ້ນ (ເວຣະມະນີ)

ແຕ່ຖ້າເວັ້ນບໍ່ໄດ້ ກໍ່ໃຫ້ຄ່ອຍໆລະວັງ
ແລະເພີ່ນຍັງບອກໃຫ້ເຮົາຮູ້ອີກວ່າ
ອັນໃດເປັນໂທດ ອັນໃດເປັນປະໂຫຍດຕໍ່ສຸຂະພາບ
ທ່ານວ່າບໍ່...?

ກິນແລ້ວກໍ່ບໍ່ເຫັນມີຫຍັງດີ
ຊ້ຳບໍ່ຫນຳ ເຂົ້າປາ ອາຫານທີ່ກິນເຂົ້າໄປໃນທ້ອງ
ຍັງຮາກອອກມາຫມົດຊ້ຳ
ແທນທີ່ຈະກິນເພື່ອຫລໍ່ລ້ຽງຮ່າງກາຍ
ກິນເພື່ອການດຳລົງຢູ່ຂອງຊີວິດ
ທ່ານຄິດວ່າແມ່ນຢູ່ບໍ່ລະ..?

ຢ່າຟ້າວເຊື່ອເດ໋
ພະພຸດທະເຈົ້າ ເພີ່ນສອນບໍ່ໃຫ້ເຊື່ອຄົນງ່າຍ
ແຕ່ກ່ອນຈະເຊື່ອນັ້ນ ຕ້ອງເຊື່ອຢ່າງມີເຫດຜົນ
ຈື່ງຈະເປັນປະໂຫຍດແກ່ຕົນ ແລະຄົນອື່ນ
(ເຫດ ຄື ດື່ມນ້ຳເມົາ....ຜົນ ຄື ເສຍເງີນ ແລະເສຍສຸຂະພາບ)

ຂໍອະນຸໂມທະນາ ທີ່ເສຍສະຫລະເວລາອ່ານ
ຈະເລີນພອນ
ຈາກ ຄູບາລາຕຣີ
ທັມມະ ສະບາຍດີ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄວາມຄິດຂອງພໍ່ທີ່ທຸກ (Poor Dad)
ການເຫັນແກ່ເງີນ ຈະເປັນບໍ່ເກີດແຫ່ງຄວາມຊົ່ວຮ້າຍ
ຄົນຮັ່ງຄວນເສຍພາສີຫຼາຍໆເພື່ອຊວ່ຍຄົນທຸກ
ຮຽນສູງໆເພືອ່ທີ່ຈະໄດ້ເຮັດວຽກກັບບໍລິສັດທີ່ມີຖານະໜັ້ນຄົງ
ພໍ່ບໍ່ຮັ່ງຍ້ອນວ່າພໍ່ມີລູກ
ຫ້າມເວົ້າເລື່ອງເງີນຕອນກິນເຂົ້າ
ເລື່ອງເງີນ-ຄຳຕ້ອງປອດໄພໄວ້ກ່ອນ
ເຮືອນເປັນການລົງທຶນຊະນິດໜື່ງ ແລະເປັນຊັບສິນທີ່ໃຫ່ຍທີສຸດ
ຊຳລະໜີ້ສິນເປັນອັນດັບທຳອິດທີ່ຕ້ອງເຮັດ
ປະຫັຍດເງີນທຸກກີບເພືອການທ້ອນໂຮມ
ສອນວິທີຂຽນປະຫັວດສ່ວນຕົວແນວໃດຈື່ໄດ້ເຮັດວຽກ
ຊາດນີ້ບໍ່ມີມື້ລວຍແນ່ນອນ
ເງີນບໍ່ແມ່ນສີ່ງສຳຄັນ
ຮຽນເພືອ່ເຮັດວຽກໃຫ້ໄດ້
ເງີນເດືອນສູງໆພໍ່ໄດ້ເຮັດວຽກເພຶ່ອເງີນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄວາມຄິດຂອງພໍ່ທີ່ຮັງ(Rick Dad)


ການຂາດເງີນ ເປັນບໍ່ເກີດຂອງຄວາມຊົ່ວຮ້າຍ


ພາສີລົງໂທດຄົນດຸໝັ່ນ,ໃຫ້ລາງວັນຄົນຂີ້ຄ້ານ


ຮຽນສູງໆ ຈະໄດ້ຊື້ບໍລິສັດທີ່ໜັ້ນຄົງ


ພໍຕ້ອງລວຍຍ້ອນວ່າພໍ່ມີລູກ


ມັກເວົ້າເລື່ອງເງີນໃນເວລາກິນເຂົ້າ


ຕ້ອງຮູ້ຈັກວິທີຈັດເກັບຄວາມສ່ຽງທີຈະເກີດຂື້ນ


ເຮືອນເປັນໜີ້ສິນທີ່ໃຫ່ຍທີ່ສຸດ ແລະບໍ່ແມ່ນການລົງທຶນ


ການຊຳລະໜີ້ເປັນອັນດັບສຸດທ້າຍ


ໃຊ້ເງີນທຸກກີບເພືອການລົງທຶນ


ສອນວິທິຂຽນແຜນທຸລະກິດແນວໃດຈຶ່ງສ້າງວຽກໄດ້


ຄົນຮັ່ງເຂົາບໍ່ໄດ້ຄິດແນວນັ້ນດອກ


ເງີນຄືອຳນາດ


ຮຽນເພືອຮູ້ວິທີໃຊ້ເງີນເຮັດວຽກໃຫ້ເຮົາ


ເງີນເຮັດວຽກໃຫ້ພໍ່



ຄັດຈາກວາລະສານ ອັບເດດ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ນັກວິໄຈຈາກໂຮງຮຽນແພດ ມະຫາວິທະຍາໄລ ຍູຊີ ແອວເອ ຊື່ດັງຂອງ ສະຫະລັດ ຄົ້ນພົບຈາກການວິໄຈວ່າ: ຫາກດື່ມຊາດຳ ຫຼືຊາຂຽວ ມື້ລະ 3 ຈອກ ເປັນປະຈຳ ຈະຊວ່ຍປັດເປົ່າພະຍາດອຳມະພາດໄດ້.ນັກວິໄຈ

ລາຍງານຜົນການສຶກສາໃນວາລະສານວິຊາການ ຂອງ "ແພດສະມາຄົມ ພະຍາດຫົວໃຈອາເມລິກາ" ສະບັບອອນລາຍແຈ້ງວ່າ ໄດ້ເຮັດການສຶກສາດ້ວຍການສັງເກດການດື່ມຊາລວມ 9 ຫົວຂໍ້ ບຸກຄົນກຸ່ມຕ່າງໆ 195.000 ຄົນ. ສາດສະດາຈານ ເລນຣ ອາຣັລ ອາຈານອາຍຸສາດ,ຫົວໜ້າ ນັກວິໄຈ ລາຍງານວ່າ " ສີ່ງທີ່ເຮົາເຫັນກໍ່ຄືຜົນສະໜ່ຳສະເໝີ ໃນການດື່ມຊາ ມື້ລະ 3 ຈອກ ທຸກມື້ ຈະຊ່ວຍ ຫຼຸດຄວາມສ່ຽງຂອງການເປັນອຳມະພາດໄດ້ເຖີງຮ້ອຍລະ 21% ບໍວ່າຈະເປັນຊາຂຽວຫຼືຊາດຳ" ເພີ່ນຍັງບອກໃຫ້ຮູ້ອີກວ່າ

  ທາງອອກເພື່ອຫຼຸດຄວາມສ່ຽງຂອງການເປັນອຳມະພາດນັ້ນມີໜ້ອຍ ເຖີງແມ່ນວ່າຈະມີການຮັກສາດ້ວຍ ການໃຊ້ຢາ,ກໍ່ຕ້ອງເຮັດຢ່າງຮີບດ່ວນ ເນື່ອງຈາກຄວາມເສຍຫາຍເກີດຂື້ນ ໄວຫຼາຍ ສະນັ້ນຈີ່ງເຮັດໃຫ້ການ

ຄົ້ນພົບນີ້ ຕື່ນເຕັ້ນ ເພາະຖ້າເຮົາພົບເສັ້ນທາງປ້ອງກັນ ຫຼືປ້ອງກັນຖືວ່າເປັນຄວາມກ້າວໜ້າໃຫ່ຍຫຼວງໃນວົງການແພດ

 

ຄັດຈາກວາລະສານTraget

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

in the Meeting

ປະໂຫຍກແລະexpression ທີ່ໃຊ້ໃນການປະຊຸມ

I'd like to make a few remarks about...ຂ້ອຍຍາກຈະໃຫ້ຂໍ້ຄິດເຫັນບາງຢ່າງກ່ຽວກັບ...
Let me give an example...ຂໍໃຫ້ຂ້ອຍໄດ້ຍົກຕົວຢ່າງ..
What's your opinion of...?...ມີຄວາມຄິດເຫັນແນວໃດ ໃນເລື່ອງ.........?
In my opinion...ໃນຄວາມຄິດເຫັນຂອງຂ້ອຍ.........
Turning to...ປ່ຽນຫົວຂໍ້ເປັນ ......
I agree........... ຂ້ອຍເຫັນດີນຳ...
I disagree......ຂ້ອຍບໍ່ເຫັນດີ
I recommend that........ຂ້ອຍຂໍແນະນຳວ່າ..
Is that acceptable? .....ຍອມຮັບໄດ້ບໍ?

ຄຳສັບທີ່ຄວນຮູ້ໃນການປະຊຸມ

chart ແຜນພູມ ແຜນການຈັດຕັ້ງ
advertisement .....ການໂຄສະນາ
form ......ແບບຟອມ
schedule ໝຍກຳນົດການ ຕາລາງເວລາ
catalog ລາຍການສີ່ງຂອງ
invoice ໃບແຈ້ງລາຍການສິນຄ້າທີ່ຂາຍ ໃບເກັບເງີນ ໃບແຈ້ງໜີ້
file folder ແຟ້ມເອກະສານ
promote ການສົ່ງເສີມ ການສະໜັບສະໜູນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

Cowboys Was Not Just for Whites

Study the following vocabulary:

brand v.(แບຣນດ) ນາບ ຕີກາ ກາຈ້ຳ
bronco n.(‘ບຣອງໂຄ) ມ້າປ່າໃນເຂດອາເມລິກາ
cowpoke n.(ຄາວໂພດ) โຄບາລ
folklore n.(‘โຟລດລໍຣ) ຕຳນານ ປະເພນີ ແລະຄວາມເຊື່ອ
headdress n.(‘เຮດແດຼສ) เຄື່ອງປະດັບເທີງຫົວ
lasso n. (‘ແລສໂຊ) ບ່ວງຈັບສັດ
oral history n. (ອໍໂຣ 'ຫີສທໍຣີ ) ເລືອ່ເລົ່າປາກຕໍ່ປາກ
ranch n.(แຣລນ) ຟາມປະສຸສັດ ທົ່ງລ້ຽງສັດ
rodeo n. (‘ໂຮດີໂອ) ການສະແດງຄວາມສາມາດ ໃນການຂີ່ມ້າແລະ ຄ້ອງຈັບສັດຂອງໂຄບານ
saga n.(‘ຊາກະ) ຕຳນານການປະຈົນໄຟແລະຄວາມກ້າຫານ
steer n. (ສທຽຍ) ມ້າເຖິກທີ່ ຕອນແລ້ວ

ອ່ານຈົນຈົບ ບໍ່ມີຄຳໃດທີ່ເຄີຍໄດ້ຍິນເລີຍ ຢ້ານອ່ານບໍ່ຖຶກຢູ່ນິ

ໄດ້ມາຈາກ ເມວ ໂຕເອ ກໍ່ເລີຍເອົາມາລົງຕໍ່ ບໍ່ຄອຍເຂົ້າໃຈປານໃດ ດອກ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພາບນີ້ ແມ່ນການຊອກຫາທາງດັບທຸກຂອງ ມະຫາບຸດລຸດ ພະອົງໄດ້ ຊົງທຳລະມານຮ່າງກາຍດວ້ຍການອົດອາຫານ ເປັນເວລາ 6 ປີ ໃນທີ່ສຸດ ພະອົງກໍຮູ້ວ່າ ນີ້ບໍ່ແມ່ນຫົນທາງແຫ່ງການດັບທຸກ

ຍ້ອນໄດ້ຟັງສຽງພິນ ຂອງເທວະດາ ຖ້າເຂັງເກີນໄປ ມັນຈະຂາດ ຖ້າຢານເກີນໄປ ມັນກໍ່ບໍດັງ

ເມືອຄິດໄດ້ແລ້ວ ພະອົງກໍ ສັນອາຫານ ປັນຈະວາຄີ ຄິດວ່າພະລົງ ໜົດຄວາມພຍນ ແລະວ ຈື່ງຈາກໄປ

 

ໃກ້ເຂົ້າພັນສາແລ້ວ ກໍ່ເລີຍ ເອົາມາ ຟາກຈື່ໆໆໆ

ຜູ້ສູງ ອາຍຸເພິ່ນມັກດູມິນວ່າ ຊາວໜຸ່ມບໍ່ສົນໃຈເລືອ່ງທຳ ຮູ້ຈັກແຕ່ ໄປຫຼີ້ນ ໃຊ້ເງີນໄປແຕ່ລະວັນ

ທີ່ຈິ່ງແລ້ວ ເຮົາກໍ່ພໍຈະຮູ້ ແນ່ ເລັກໆ ໜ້ອຍ ໆໆ ເນາະ ບໍ່ຢາກຕອບ ຈື່ໆໆ ດອກ ພໍ່ ຕູ້ ແມ່ຕູ້ເອີຍ 5555

ເພື່ອນໆ ພັນລາວວ່າຈັ່ງໃດ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ເລືອ່ງມັນກໍ່ມີຢູ່ວ່າ ຊາວນາຄົນໜື່ງ ກຳລັງຈະຍ້າຍ ສັດລ້ຽງຂອງລາວໄປໄວ້ທີ່ນາ
ແຕ່ເດີນທາງມາຮອດ ຫ້ວຍໃຫ່ຍ ຊາຍຄົນນີ້ ມີສຳພາລະ ຢູ່ ສາມຢ່າງ ໄດ້ແກ່ : 1 ໝາໂຕໃຫ່ຍ ທີ່ມັນມັກກິນຊີ້ນ
2 ແບ້ເຖີກ .3 ຜັກກະລ່ຳ ແລະ ມີເຮືອ ທີ່ຈອດຢູ່ໜື່ງລຳ
ເຊີ່ງມີເງືອນໄຂດັ່ງນີ້:
-ສາມາດ ນຳສິ່ງຂອງຂ້າມນ້ຳໄປໄດ້ເທືອ່ລະຢ່າງເທົ່ານັ້ນ
- ຫາກນຳ ໝາຂ້າມໄປກ່ອນ ກໍ່ເປັນຫວ່ງ ຢ້ານແບ້ກິນກະລຳໝົດ
-ຫາກເອົາ ກະລ່ຳໄປ ກ່ອນ ຢ້ານໝາກັດແບ້
ຈະເຮັດແນວໃດ ໃຫ້ລາວສາມາດ ນຳທັງສາມສີ່ງຂ້າມໄປໄດ້ໜົດໂດຍ ບໍ່ມີຫັຍງເສຍຫາຍ

ໂຈດງ່າຍໆ ຄິດຫຼີ້ນໆ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຢາກ​​ໄດ້​ລູກ​ໃພ້​ໃຫ້​ຖືກ​ໃຈ​ພໍ່ປູ

ສ່ຽວ​ຈ່ອຍ ​ແລະ ສ່ຽວ ຕຸ້ຍ ກຳລັງ​ນັ່ງ ຊຸມ​ແຊວ​ກັນ ຢູ່​ທີ່​ຮ້ານ​ກິນ​ດື່ມ ​ແຫ່ງ​ໜື່ງ

ຈອ່ຍ  ສ່ຽວໆ ​ເຮົາ​ລະ​ອຸກ​ໃຈ​ແທ້ໆ ພາ​ຜູ້​ສາວ ມາ​ເຮືອນ ຕັ້ງ​ຫຼາຍ​ຄົນ ​ແຕ່​ບໍ່​ມີ​ສາວ​ໃດ ຖືກ​ໃຈ ພໍ່​ເຮົາ​ຈັກດຄົນ

ຕຸ້ຍ ​ເອົາ​ແນວ​ນີ້ ​ເຮົາ​ຂໍ​ແນະນຳ ​ໃຫ້​ໂຕ ​ເອົາ​ຜູ້​ສາວ​ທີ່ມີ ໜ້າ​ຕາ​ຄື​ກັນ​ກັບ​ແມ່​ຂອງ​ໂຕ ​ໄປ​ໃຫ້​ເພິ່ນ​ເບີ່​ງ

ຈ່ອຍ ​ເຮັດ​ແນວ​ນີ້ ​ແມ່​ເຮົາ​ກໍ່​ຊິ​ເອົາ​ຄ້ອນ​ຟາດ​ຫົວ​ອີ່​ພໍ່​ຫັ້ນ​ຕິ 555

ຄັດຈາກ ວາລະສານ ອັບເດດ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ສະບາຍດີ ເພືອນໆ ຊາວພັນລາວ ວັນທີ 11 ກໍລະກົດ ແມ່ນວັນສິນ ພະ ເພີ່ນສົງຄຳຄົມ ຂໍ້ຄິດດີໆ ມາໃຫ້ ເຮົາເລີຍ ເອົາມາບອກຕໍ ໃຫ້ເປັນ ທຳມະທານ ສ້າງກຸສົນ ອ່ານນຳກັນເດີ

ໄດ້ ມາຈາກ www ******.com ຍີ້ມລາວ

 

ວັນພຣະມີທຳມະມາຝາກ
ສີ່ງທີ່ເຈົ້າຄວນມີ ຄື ປັນຍາ
ສີ່ງທີ່ເຈົ້າຄວນສະແຫວງຫາ ຄື ກັນລະຍານາມິດ ( ມິດແທ້)
ສີ່ງທີ່ເຈົ້າຄວນຄິດ ຄື ຄວາມດີງາມ
ສີ່ງທີ່ເຈົ້າຄວນທຳ ຄື ການສືກສາ
ສີ່ງທີ່ເຈົ້າຄວນສະແຫວງຫາ ຄື ນັກປຣາດ
ສີ່ງທີ່ເຈົ້າຄວນສະຫລາດ ຄື ການເຂົ້າສັງຄົມ
ສີ່ງທີ່ເຈົ້າຄວນນິຍົມ ຄື ຄວາມຊື່ສັດ
ສີ່ງທີ່ເຈົ້າຄວນຕັດ ຄື ອະກຸສົນມູນ
ສີ່ງທີ່ເຈົ້າຄວນເພີ້ມພູນ ຄື ບຸນກຸສົນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 

ທີ່​ງານ​ແຕ່ງດອງ ​ແຫ່ງ​ໜຶ່ງ,​ໃນ​ລະຫວ່າງ​ທີ່​ງານ​ລ້ຽງ​ໄດ້​ດຳ​ເນີນ​ມາ​ເຖີງ​ເວລາ​ທີ່​ເຈົ້າພາບ ຕ້ອງ​ກ່າວ​ຄຳ​ຂອບ​ໃຈ​ແຂກ ທີ່​ໄປ​ຮ່ວມ​ງານ

ຝ່າຍ​ເຈົ້າ​ບ່າວ ​ໄດ້​ກ່າວ​ເປັນ​ກາບກອນ​ວ່າ:

ວັນ​ນີ້​ດີ​ໃຈ​ທີ​ໄດ້​ເມຍ ຫຼັງ​ຈາກ​ໄດ້​ເຮັດ​ໃຫ້​ຜູ້​ສາວ​ເສຍ​ໂຕ​ມາ​ຫຼາຍ​ຄົນ ວັນ​ນີ້​ໄດ້​ເມຍ​ເປັນ​ຕົວ​ເປັນ​ຕົນ ຂໍ​ຂອບ​ໃຈ​ທຸກ​ຄົນ​ທີ່​ມາ​ຮວ່ມງານ

ຝ່າຍ​ເຈົ້າ​ສາວ​ຮູ້ສຶກ​ຢາກຮ້າຍ ກໍ່​ເລີຍ​ເວົ້າ​ເປັນ​ກອນ ຕອບ​ໄປ​ວ່າ

ວັນ​ນີ້​ດີ​ໃຈ​ຂ້ອຍ​ໄດ້​ຜົວ ຫຼັງ​ຈາກ​ເສຍ​ຕົວ​ມາ​ໃຫ້​ຊາຍ​ຫຼາຍ​ຄົນ ວັນ​ນີ້​ໄດ້​ຜົວ​ເປັນ​ຕົວ​ເປັນ​ຕົນ ທີ່​ຜ່ານ​ມາ​ຈັກ​ຄົນ​ຂ້ອຍ​ບໍ່​ສົນ​ໃຈ

ຂອບ​ໃຈ​ທຸກ​ທ່ານ​ທີ່​ສະຫຼະ​ເວລາ​ອັນ​ມີຄ່າ​ມາ​ຮວ່ມງານ

ຄັດ​ຈາກ ວາລະສານ ອັບ​ເດດ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

ສາວ​ໄວ 19: ຮັ່ງ,ຮູບ​ງາມ,​ເກັ່ງ,ນິ​ໄສ​ດີ​ແລະ​ມັກ​ຕະຫຼົກ

ສາວ​ໄວ 25: ຮັ່ງ,ຮູບ​ງາມ,​ເກັ່ງ,​ແລະ ນິ​ໄສ​ດີ

ສາວ​ໄວ 29 :ຮັ່ງ,ຮູບ​ງາມ ​ແລະ​ເກັ່ງ

ສາວ​ໄວ 30: ຂໍ​ແຕ່​ຮັງ​ຢ່າງ​ດຽວ

ສາວ​ໄວ 35 ຂໍ​ໃຫ້​ເປັນ​ຜູ້​ຊາຍ​ແທ້ໆ​ກໍ່​ພໍ​ແລ້ວ

ຄັດ​ຈາກ​ວາລະສານ​ອັບ​ເດດ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຮ້ອຍ​ເອ ຄຳ​ດີ ກ່າວ​ຕຳນິ ພົນທະຫານ ທີ່​ມີ ຊື່ວ່າ ສົມ​ຍົດ

ສົມ​ຍົດ ຖ້າ​ໂຕ ຫາກ​ເຊົາ​ເມົາ​ເຫຼົ້າ ​ແລ້ວ​ຕັ້ງໜ້າ ຕັ້ງ​ຕາ​ປະຕິບັດ​ກົດ​ລະບຽບ ​ໂຕ​ອາດ​ໄດ້​ກ້າວ ຂື້ນ​ໄດ້​ຊັ້ນ ຮ້ອຍ​ເອກ​ຄື​ເຮົາ ​ເຮັດ​ແນວ​ນີ້​ຈະ​ບໍ່​ຄູ້​ມຄ່າ ກວ່າ​​ເມົາ ຫວະ?

ພົນທະຫານ ສົມ​ຍົດ ຕອບ​ວ່າ ບໍ່ໆ  ​ເມື່ອ​ຍາມ​ເມົາ ຂ້ານ້ອຍ ​ເປັນ​ຮອດ ນາຍ​ພັນ​ພຸ້ນ ນະ

(ວ່າ​ຫັຍ​ງ​ແຕ່ ນາຍ​ພັນ ​ເປັນ​ໄດ້ ຮອດ ​​ນາຍ​ຍົກ ພຸ້ນ​ນາ ອິອິ)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີ ເພືອ່ນ ຊາວ ພັນລາວ ບໍ່ມີຫັຍງ ຢາກ ສອບວິຊາ ເອົາຮູບລົງຂອງ ໄດອາລີ ຂອງມະຫາວິທະຍາໄລພັນລາວ ບໍ່ຮູ້ ວ່າ ຈະໄດ້ A ຫຼື F ເປັນພົນພັນລາວຊາວ ສະຫັວນເດີ ເມືອງໄກສອນນີ້ເອງ

ເລີຍເອົາຮູບບ້ານໂຕເອງມາໃຫ້ເບີ່ງ ຢ່າວ່າກັນເດີ ໃຜຮູ້ ວີທີ່ ເອົາ ວີດີໂອ ຈາກ ຢູທູບ ລົງກໍ່ບອກແນ່ ເດີ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

 

ສາກ: ​ໃນ​ຫ້ອງ​ຮຽນ​ຊັ້ນ ປະຖົມ ປີ​ທີ 3

​ເອື້ອຍ​ຄູ: ​ເປັນ​ຫັຍ​ງ ບົດ​ແຕ່ງ​ເລື່ອງ​ແມວ​ ຂອງ​ນ້ອງ ຈື່ງ​ຄື​ກັນ ທັງ​ໜົດກັນ​ ນາງ ໜູ​ນາ ນ້ອງ​ກ່າຍ ​ເອົາ​ຂອງ​ລາວ​​ແມ່ນ​ບໍ?

ທ້າວ ​ໄກ່​ຟ້າ : ບໍ່​ແມ່ນ​ໃດ .. ​ເອື້​ອຍຄູ ນ້ອງບໍ່​ໄດ້ ກ່າຍ​ຈັກ​ດີ້ ບົດ​ແຕ່ງ​ມັນ​ຄື​ກັນ ກໍ່​ເພາະວ່າ​ພວກ​ນ້ອງ ​ແຕ່​ງ​ເລື​ອ່ງ ​ແມວ​ໂຕ​ດຽວ​ກັນ

​ເອື້ອຍ​ຄູ: ?! ?!  ?

​ເກັບ ມາ​ຈາກ​ໜັງສື​ພີ​ມ ການ​ຄ້າ ​ເອຫຼື ວ່າ ວາລະສານ ອີ່​ຫັຍງ ກໍ່​ຊ່າງ​ມັນ​ເທາະ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

1)ເວລາ ວຽກ​ງານ​ໜັກ ​ໃຫ້​ບອກ​ຕົນ​ເອງ​ວ່າ ນີ້​ຄື​ໂອກາດ ກຽມພ້ອມ​ສູ່​ຄວາມ​ເປັນ​ມື​ອາຊີບ

2)   ເວລາ​ພົບ​ບັນຫາ​ສັບ​ຊ້ອນ ​ໃຫ້​ບອກ​ຕົນ​ເອງ​ວ່າ ນີ້​ຄື​ບົດຮຽນ​ທີ່​ຈະ​ສ້າງ​ປັນຍາ​ໄດ້​ຢ່າງ​ວິ​ເສດ

3)   ​ເວລາ​ພົບ​ກັບ​ຄວາມທຸກ​ໜັກ​ໃຫ້​ບອກ​ໂຕ​ເອງ​ວ່າ ນີ້​ຄື​ແບບ​ຝຶກ​ຫັດ​ທີ່​ຈະ​ຊ່ວຍ​ໃຫ້​ເກີດ​ທັກ​ສະ​ໃນ​ການ​ດຳ​ເນີນ​ຊີວິດ

4)   ເວລາ​ພົບ​ຫົວໜ້າ​ຈອມ​ເຫັນ​ແກ່​ຕົວ ​ໃຫ້​ບອກ​ວ່າ ນີ້​ຄື​ການ​ຝຶກ​ຕົນ​ໃຫ້​ເປັນ​ຄົນ​ທີ່ສົມບູນ​ແບບ

5)  ​ເວລາ​ພົບ​ຄຳ​ຕຳນິ ​ໃຫ້​ບອກ​ຕົນ​ເອງ​ວ່າ ນີ້​ຄື​ການ​ຊີ້​ບອກ​ຂຸມ​ຊັບ​ສົມບັດ

6)   ເວລາ​ພົບ ຄຳ​ກ່າວ​ຂັວນນິນທາ ​ໃຫ້​ບອກ​ຕົນ​ເອງ​ວ່າ ນີ້​ຄື​ການ​ສະທ້ອນ ວ່າ​ເຮົາ​ຍັງ​ຄົງ​ເປັນ​ຄົນ​ທີ່​ມີ​ຄວາມ​ໝາຍ

7)   ເວລາ​ພົບ​ຄວາມ​ຜິດ​ຫັວງ ​ໃຫ້​ບອກ​ວ່າ​ນີ້​ຄື​ວິທີ​ທຳ​ມະ​ຊາດ ພວມ​ສ້າງ​ພູມ​ຄຸ້ມ​ກັນ​ໃຫ້​ແກ່​ຊີວິດ

8)   ເວລາ​ພົບ​ຄວາມ​ເຈັບ​ໄຂ້​ໄດ້​ປ່ວຍ ​ໃຫ້​ບອກ​ໂຕ​ເອງ​ວ່າ ນີ້​ຄື​ການ​ເຕືອນ​ໃຫ້​ເຫັນ​ຄຸນຄ່າ​ຂອງ​ການ​ຮັກສາ ສຸຂະພາບ​ໃຫ້​ດີ

9)  ​ເວລາ​ພັດ​ພາກ​ຈາກ​ຄົນ​ຮັກ ຂອງ​ຮັກ ​ໃຫ້​ບອກ​ຕົນ​ເອງ​ວ່າ ນີ້​ຄື​ບົດຮຽນ​ຂອງ​ການ​ຮູ້ຈັກ​ຢືນ ດ້ວຍ​ແຂ່ງ​ຂາ​ຂອງ​ຕົນ​ເອງ

10)ເວລາ​ພົບ​ລູກ​ຂີ້​ດື້ ​ໃຫ້​ບອກ​ຕົນ​ເອງ​ວ່າ​ນີ້​ຄື​ໂອກາດ​ການ​ເປັນ​ພໍ່​ແມ່ນ​ທີ່​ແທ້​ຈິງ

11)ເວລາ​ພົບ​ຄົນ​ຮັກ​ປະ​ຖີ້ມ ​ໃຫ້​ບອກ​ຕົນ​ເອງ​ວ່າ​ນີ້​ຄື​ຄວາມ​ເປັນ​ອະນິຈັງ ທີ່​ທຸກ​ຊີ​ວິດ​ມີ​ໂອກາດ​ພານ​ພົບ

12) ​ເວລາ​ພົບ​ຄົນ​ທີ່​ຮັກ​ເຮົາ ​ແຕ່​ເຂົາ​ມີ​ຄູ່​ຄອງ​ແລ້​ວ ​ໃຫ້​ບອກ​ຕົນ​ເອງ​ວ່າ​ນີ້​ຄື​ປະຈັກ​ພະຍານວ່າ​ບໍ່ມມີ​ໃຜ ​ໄດ້​ທຸກ​ສີ່​ງທຸກ​ຢ່າງ​ດັ່ງ​ຕັ້ງ​ໃຈ​ຫັວງ​.

ຄັດ​ຈາກ​ໜັງສືພິມ ການ​ຄ້າ

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເພື່ອນໆ ສະມາຊິກພັນລາວ ສວ່ນຫຼາຍກໍ່ຍັງເປັນນັກຮຽນ,ນັກສຶກສາກັນຢູ່ ເຮົາເອງກໍ່ເຊັ່ນກັນ ແລະແຕ່ລະສະຖາບັນ ກໍ່ຍ່ອມຈະມີຄຳຂວັນຂອງໂຮງຮຽນແລະ ໂລໂກ້ ທີ່ຕ່າງກັນອອກໄປ ເປັນເອກະ

ລັກຂອງໃຜມັນ ນອກຈາກທີ່ກ່າວມາແລ້ວຍັງມີ ເພງ ປະຈຳສະຖາບັນອີກ ທີໄວ້ຮ້ອງໃນໂອກາດສຳຄັນຕ່າງໆຂອງແຕ່ລະສະຖາບັນ

ເຮົາເລີຍເອົາເນື້ອເພງຂອງ ໂຮງຮຽນເຮົາມາຟາກ ແລະ ຖ້້ເພື່ອນໆຄົນໃດ ມີເພງຂອງໂຮງຮຽນຕົນເອງກໍ່ນຳມາແລກປ່ຽນກັນເດີ

 

Sim for you

SIM is the place we got a lot of konledge .we play we learn togeth SIM is for you

Sim belong to Savannkhet a part of every one.We wanna do for society

SIm is the best SIM is for you

na na na na na na ...................................

........................na

 

ບໍລິຫານ ສາດສະຫັວນ ເຮົາມີຄວາມຮູ້ຢູ່ຫຼາກຫຼາຍ

ເຮົາຫຼີ້ນເຮົາ ຮຽນນຳກັນ ສາດສະຫັວນສຳລັບເຈົ້າ

ບໍລິຫານສາດສະຫັວນເຮົາເປັນສ່ວນໜື່ງຂອງທຸກໆຄົນ

ເຮົາມຸ້ງໜັ້ນສ້າງສັນສັງຄົມ ເຮົາດີທີ່ສຸດເຮົາເຮັດເພືອ່ເຈົ້າ

 

ນາ ນານ    ນາ ນານ  ນາ ນານ ນາ  ນາ ນາ ນາ ນາ ນາ

SIM ( ຊິມ ) Savan Institute of Management

 

ຈົບແລ້ວ ສຳລັບເພງປະຈຳສະຖາບັນ

ແຕ່ຍັງມີເພງ ກວນໆໆໆໆ ທີໃຊ້ໃນງານຮັບນ້ອງມີຫຼາຍເພງ 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

                               banh na
                              kaisonephovihan District Savannakhet
                    5 th July,2010
My Dear Aunt Somsi
          It is a long time since I did not write to you because I have very busy during my examination,

I have been thinking of you very much.My mother asked me to tell you that she would like to call you next month.
       Now I am learning in Savann school .All of my friends are training of many game in order to play with
the team of Savann-law school
         I have to finish now because I have a lot of home work to do.
                                with my best love to you,
                                        your loving nephew,
                                           Somboon


                                                ແປ
                                    ບ້ານນາ
                                     ເມືອງໄກສອນ , ແຂວງ ສະຫັວນນະເຂດ
                                      5 ກໍລະກົດ 2010
ສະບາຍດີ ປ້າທີ່ເຄົາລົບຮັກແລະນັບຖື
       ນັບວ່າເປັນເວລາດົນແລ້ວ ທີ່ຫຼານບໍ່ໄດ້ ຂຽນຈົດໜາຍເຖີງປ້າ ເພາະມີວຽກຫຼາຍໃນໄລຍະສອບເສັງນີ້
ຫຼານ ຄິດຮອດປ້າຫຼາຍ ແມ່ຂອງຫຼານໃຫ້ບອກປ້າວ່າ ແມ່ຄິດຮອດປ້າຫຼາຍ ແລະຫັວງວ່າຈະມາຍາມປ້າໃນເດືອນ ໜ້າ
ດຽວນີ້ ຫຼານກຳລັງຮຽນ ຢູ່ທີ່ ໂຮງຮຽນສະຫັວນ ໝູ່ເພືອນຂອງຫຼານ ກຳລັງເຝິກຊ້ອມ ກີລາປະເພດຕ່າງໆ ເພືອທີ່ຈະແຂ່ງ
ຂັນ ກັບທີມຂອງໂຮງຮຽນ ກົດໝາຍ ສະຫັວນ
               ຫຼານຂໍຍຸດໄວ້ພຽງເທົ່ານີ້ກ່ອນ ເພາະຍັງມີວຽກບ້ານອີກຫຼາຍ ທີ່ຕ້ອງແກ້ໃຫ້ແລ້ວ
                      ດ້ວຍຄວາມຮັກແລະ ຄິດເຖີງຢາງຍີ່ງ
                                  ຫຼານຊາຍ ສົມບູນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

Savannakhet School
A1 road,
Savannakhet Province
1st July ,2010
My dear father,
         I regret to inform you that I have to ask you for some money. Last week our teacher has requested all of us to have fifty thousand kip for a new french book.

I shall be grateful if you will kindly send me the some of fifty thousand kip as soon as possible.
I am now learning french and very good in English I am well and hope that you and mother are well to.
                         I remain,dear father,
                                 your affectionate son,
                                         Somboon
ປັນຕົວຢ່າງການ ຂຽນແບບງ່າຍໆ ສຳລັບຂັ້ນພື້ນຖານ ຂອງຜູ້ຮຽນພາສາອັງກິດ ຖ້າ ໃຜມີຕົວຢ່າງອື່ນກໍ່ຊວ່ຍ ເອົາມາໃຫ້ແນ່ ຂອບໃຈລວງໜ້າ
ຄຳແປ(ຂໍໂທດ ຖ້າແປບໍ່ມວ່ນ)
ໂຮງຮຽນ ສະຫວັນ
ຖະໜົນ ອາ 1
1 ກໍລະກົດ 2010
ສະບາຍດີ ພໍ ທີ່ຮັກແລະເຄົາລົບເປັນຢ່າງສູງ
ລູກມີຄວາມລຳບາກໃຈ ທີ່ຈະແຈ້ງໃຫ້ ຮູ້ວ່າ ລູກຈຳເປັນຕ້ອງ ຂໍເງີນພໍ່ ເປັນຈຳນວນ ຫ້າສິບພັນກີບ ເນືອ່ງຈາກວ່າ
ອາທິດກ່ອນ
ຄູ ໄດ້ສັ່ງໃຫ້ ພວກເຮົາທຸກຄົນ ຊື້ປື້ມແບບຮຽນ ພາສາ ຝັ່ຣງໃໝ່ອີກເລັ້ມໜື່ງ ມູນຄ່າເປັນເງີນ ຫ້າສິບ ພັນກີບ ລູກຈະຮູ້ສຶກເປັນ

ພະຄຸນເປັນຢ່າງສູງ ຖ້າພໍ່ຈະກະລຸນາ ສົ່ງເງີນ ຈຳນວນນີ້ ໃຫ້ໂດຍໄວທີ່ສຸດ ເທົ່າທີ່ຈະໄວໄດ້
ຂະນະນີ້ ລູກກຳລັງຮຽນພາສາຝັ່ຣງ ແລະຮຽນພາສາອັງກິດໄດ້ດີ ລູກສະບາຍດີ ຫັວງວ່າພໍ່ແລະ ແມ່ນກໍ່ຄົງຈະສະບາຍດີເຊັ່ນກັນ
ດ້ວຍຄວາມເຄົາລົບນັບຖື
ລູກ ສົມບູນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

7 ສີ່ງມະຫັດສະຈັນ ອັນຍິ່ງໃຫ່ຍ ທີ່ທຸກຄົນຕ່າງກໍ່ມີໃນຕົວ

1 ໄດ້ ເຫັນ to see

2 ໄດ້ ຍິນ to hear

3 ໄດ້ ກິ່ນ to smell

4 ໄດ້ ຣົດຊາດ to taste

5 ໄດ້ ຮູ້ສຶກ  to feel

6 ໄດ້ ສຳຜັດ to touch

7 ໄດ້ ຮັກ  to love

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2010 | ມີ 5 ຄຳເຫັນ ແລະ 0 trackback(s)


F= father ພໍ່
A= And ແລະ
M= Mother ແມ່
I =I ຂ້ອຍ
L= Love ຮັກ
Y= You ເຈົ້າ
ຕອບຫຼີ້ນໆ
ກົດໝາຍ:ວ່າດ້ວຍ ຄອບຄົວ(ສະບັບປັບປຸງ) ເລກທີ 05ຫ/ສພຊ
ນະຄອນຫຼວງວຽງຈັນ,26 ກໍລະກົດ 2008
ມາດຕາ 1/1(ໃໝ່) ຄອບຄົວ
ຄອບຄົວແມ່ນ ຈຸລັງໜື່ງຂອງສັງຄົມຊື່ງມີ ,ຜົວ,ເມຍ,ລູກ ຫຼື ສະມາຊິກອື່ນ ໃນຄອບຄົວ ທີ່ມີສາຍພົວພັນ ຊື່ງກັນແລະກັນ ແລະດຳລົງຊິວິດຮວ່ມກັນ ໂດຍມີສຳມະໂນຄົວຢັ້ງຢືນຢ່າງຖືກຕອ້ງ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ສະບາຍດີ ເພືອ່ນໆ ພັນລາວ


ອັນນີ້ກໍ່ເປັນບັນຫາຂອງເຮົາເອງແລະ ບໍ່ຮູ້ວ່າ ແມ່ນໃຜມັກໂທມາລົບກວນ ຍາມວິການ ບໍ່ເວົ້າຫັຍງໝົດ ມັນຊອດ ມາ ແລ້ວກໍວາງ ຕັ້ງຫຼາຍຄັ້ງແລວ້ ບາງທີ ອາດຈະເປັນຄວາມຜິດ ຂອງເຮົາເອງ ທີ່ເບີໃຫ້ແບບບໍ່ເລືອກໜ້າ ເພາະຄິດວ່າ


ເປັນຜູ້ໃຫ່ຍ ແລ້ວ ຄົງຈະບໍ່ເຮັດຫັຍງ ແບບ ບໍ່ມີສາລະ ແລະໄລ້ແກ່ນສານ ຈະ ລອັກ ເບີ ກໍ່ບໍ່ມີ ໂມດ ໃນໜ່ວຍ


ມັນລຳຄານສຸດໆເລີຍແລະ ກຳລັງນອນ ພັກຜ່ອນຢູ່ດີໆ ກໍສະດຸ້ງຕື່ນ ຍ້ອນສຽງໂທລະສັບ


ເບີ ທີ່ ໂທ ເຂົ້າ ແມ່ນ

66844685089

ຖ້າຫາກເພື່ອນຜູ້ໃດເຫັນ ເບີນີ້ໂທ ເຂົ້າກໍ່ຝາກຖາມໃຫ້ ແນ່ວ່າ ລາວມີເວລາຫ່ວາງຫຼາຍບໍ່ເຖີງມາລົບກວນຄົນອື່ນ ແບບນີ້ ເຮັດຄືພວກ ບໍ່ມີການສຶກສານິ ລູກ ພໍ່ແມ່ນ ສັ່ງສອນບໍ່ ຈຳ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ປະໂຫຍກ ແລະ expression ທີ່ກ່ຽວຂ້ອງກັບວົງດົນຕີ

bootleg  ກະແຊດ ,ວີດີໂອ ທີ່ຜະລິດໂດຍບໍ່ໄດ້ຮັບອະນຸຍາດ
album  ຊຸດເພງ ອາລາບັ້ມ
track ແຕ່ລະເພງໃນແຜນຊີດີ ກະແຊດ ຫຼື ເອີ້ນວ່າ ແທຼກ
single  ເພງເອກທີ່ໃຊ້ ໃນການເປີດ ອາລາບັ້ມ ເປັນເພງທຳອິດ
who's your favorite singer? ໃຜຄື ນັກຮ້ອງທີ່ເຈົ້າມັກ?
What's your favorite band? ວົງດົນຕີ ວົງໃດທີ່ ເຈົ້າມັກ?
favorite track on the album ເພງທີ່ມັກ ໃນ ອາລາບັ້ມ
climbing the charts ດັງຂື້ນເລື້ອຍໆ

ເມືອຍ ແລ້ວ ພໍກ່ອນ

ຂໍ້ ມູນຈາກ www yindii.com

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ຄຳສັບທີ່ໃຊ້ບັນລະຍາຍຄົນຫຼືກຸ່ມຄົນໃນວົງດົນຕີ

band ວົງດົນຕີ
group ວົງດົນຕີ
cover band ວົງດົນຕີ ທີເອົາເພງດັງໆຂອງວົງອື່ນມາຫຼີ້ນ
duet ເພງຄູ່
boy band ວົງດົນຕີຊາຍລ້ວນ
girl band ວົງດົນຕີຍິງລ້ວນ
soloist ຜູ້ສະແດງດຽວ ຜູ້ສະແດງດ່ຽວ ບັນເລງດ່ຽວ
headliner ນັກຮ້ອງທີ່ໄດ້ຮັບຄວາມນິຍົມ ທີ່ສຸດຂອງກຸ່ມ
lounge singer ນັກຮ້ອງທີ່ຮ໊ອງເພງໃນ ຫ້ອງເຄື່ອງດື່ມ ຂອງຮ້ານອາຫານ ແລະໂຮງແຮມ
roadie ຄົນທີ່ເຮັດວຽກແລະໃຊ້ແຮງງານ ຕາມທົວຄອນເສີດ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 

ຊົນຊັ້ນໃນສັງຄົມອິນເດຍ ຖຶກກຳນົດດ້ວຍຊາດກຳເນີດຕາມຫຼັກສາສະໜາພາມໄດ້ແກ່

1ວັນນະພາມ: ​ໄດ້ແກ່ ນັກບວດ ນັກປາດ ຄູບາອາຈານ ມີໜ້າທີ່ອົບຮົມສັ່ງສອນແລະ ປະກອບສາສະໜາພິທີຕ່າງໆເປັນວັນນະສູງ ປຽບເໜືອ ຫົວເຊີ່ງເປັນບໍ່ເກີດແຫ່ງຄວາມຄິດ ສະຕິປັນຍາ

2 ວັນນະກະສັດ : ​ໄດ້​​ແກ່ ນັກຮົບ ນັກປົກຄອງ ນັກການເມືອງ ມີໜ້າທີທຳການຣົບແລະການປົກຄອງ ບ້ານເມືອງເປັນວັນນະສູດສູງພໍກັບວັນນະພາມປຽບເໜືອເອີກເຊີ່ງເປັນບໍ່ເກີດແຫ່ງພະລັງທາງສັງຄົມ ບາງທີກໍ່ປຽບເໜືອແຂນເຊີ່ງມີໜ້າທີ່ຖືອາວຸດປ້ອງກັນປະເທດ

3ວັນນະແພດ: ​ໄດ້ແກ່ ນັກທຸລະກິດ ກະເສດຕະກອນ ສະຖາປານິກ ວິສາວະກອນເປັນຕົ້ນຊື່ງຖືວ່າເປັນຊົນຊັ້ນກາງເປັນພວກທີ່ຄຸມການເສດຖະກິດຂອງຊາດປຽບ​ເໜືອ​ນຂາ ຊື່​ງ​ເປັນ​ສວນ​ທີ່​ລ້ຽງ​ຫຼື​ພະ ຍຸງ​ຮ່າງ​ກາຍ ​ໃຫ້​ຊົງ​ຢູ່ ​ເສດຖະກິດ​ທີ່​ຊົງ​ສັງຄົມ ​ໄດ້​ຕົກ​ຢູ່​ໃນ​ມື​ຂອງ​ຊົນ​ຊັ້ນ​ພວກ​ນີ້ ບາງທີ​ກໍ່​ປຽບ​ເໜືອ​ນທ້ອງ

4ວັນນະ​ສູດ : ​ໄດ້​ແກ່ ພວກ​ເຈົ້າ​ຂອງ​ຖິ່ນ​ເດີມ​ ຊື່​ງຖຶກຢຽບ​ຢາມ ວ່າ​ເປັນ​ທາດ ຈື່ງ​ກາຍ​ເປັນ​ວັນນະ​ທີ 4 ​ເອີ້ນ​ວ່າ​ວັນນະ​ສູດ ປຽບ​ເໝືອນ​ຕີນ ​ເປັນ​ເຄື​ອ່ງພະຍຸ​ງຮ່າງກາຍ​ ​ໃຫ້​ເຄື່ອນ​ໄຫວ ​ໄປມາ​ໄດ້​ພວກ​ສູດ ຈື່ງ​ປຽບ​ເໜືອ​ນອະ​ໄວ​ຍະ​ວະ​ຕ່ຳ​າສຸດ​ແຕ່​ຖ້າ​ບໍ່​ມີ​ພວກ​ສູດ​ສັງຄົມ​ກໍ່​ຈະ​ະເລີ​ນ​ໄ​ໄດ້​ຍາກພາະວ່າ​ພວກ​ສູດ​ປຽບ​ເໜືອ​ນກຳມະກອນ​ນນັ້ນເອງ

ຂໍ້​ມູນ​ຈາກ ບົດ​ວິທະຍາ​ນິພົນ ຂອງ​ຍາ ສົມ​ໃຈ

​ເລື​ອ່ງ ການ​ສຶກສາ​ເຊີ່ງ​ວິ​ເຄາະ​ແນວ​ຄວາມ​ຄິດ​ເລີ​ອງຄວາມ​ເຄົາລົບ​ໃນ ພຸດທະ​ສາສະໜາ ໜ້າ 53

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 ISO ຫໍ້ຍ ມາຈາກ  international standard of organisation( ຂໍ້ມູນເກົ່າ)

(ປັບປຸງໃໝ່ແ່ມນ ) International Organization For Standardization

1 .ISO  9000 ​ເປັນ​​ແນວທາງການ​ເລືອກ​ແລະ​ກອບ​ການ​ເລຶອກ ​ແລະ​ການ​​ໃຊ້​ມາດຕະຖ​ານຊຸດ​ນີ້​ໃຫ້​ເໜາະ​ສົມ:

- ISO 9000 -1 ​ເປັນ​ຂໍ້​ແນະນຳ​ການ​ເລຶອກ​ໃຊ້

- ISO 9000 - 2 ​ເປັນ​​ແນວທາງ​ທົ່ວ​ໄປ​ໃນ​ການ​ເລືອກ ​ແລະ​ກອບ​ການ​ເລືອກ​ແລະ​ການ​ປະຍຸກ​ໃຊ້​ມາດຕະຖານ​ໃນ​ຊຸດ​ນີ້​ໃຫ້​ເໜາະ​ສົມ

- ISO 9000 - 3 ເປັນ​​ແນວທາງ​ໃນ​ການ​ນຳIOS 9001 ​ໄປ​ພັດທະນາ​ປະຍຸກ​ໃຊ້

- ISO 9000 - 4 ​ເປັນ​ຂໍ້​ແນະນຳ​​ໃນ​ເລື່ອງ​ການ​ຈັດການ​ທີ່​ໜ້າ​ເຊືອ່ຖື

2 .ISO 9001.​ເປັນ​ມາດຕະຖານ​ລະບົບ​ຄຸນ​ນະພາ​ບຊື່​ງກຳກັບ​ດູ​ແລ​ທາງ​ການ​ອອກ​ແບບ​ພັດທະນາ​​ແລະການ​ຜະລິດ​,ການ​ຕິດ​ຕັ້ງ,ການ​ບໍລິການ

3 .ISO 9002. ​ເປັນ​ມາດຕະຖານ​ລະບົບ​ຄຸນ​ນະພາ​ບ ​ເຊິ່ງກຳກັບ​ດູ​ແລ​ສະ​ເພາະ​ການ​ຜະລິດ,ການ​ຕິດ​ຕັ້ງ,​ແລະ​ການ​ບໍລິການ

4 . ISO .9003. ເປັນ​ມາດຕະຖານ​ລະບົບ​ຄຸນ​ນະພາ​ບ ​ເຊີ່ງ​ກຳກັບ​ດູ​ແລ ​ເລື​ອ່ງການກວດ ​ສອບແລະ​ການ​ທົດ​ສອບ​ຂັ້ນ​ສຸດ​ທ້າຍ

5 . ISO 9004. ​​ເປັນ​ແນວທາງ​ໃນ​ການ​ບໍລິຫານ​ງານ​ຄຸນ​ນະພາ​ບ​ເພື່ອ​ໃຫ້​ເກີດ​ປະສິດທິພາບ​ສູງ​ສຸດ

​(ໂດຍ​ເປັນ​ຂໍ້​ແນະນຳ​ໃນ​ການຈັດການ​ໃນ​ລະບົບ​ຄຸນ​ນະພາ​ບ ​ເຊິ່ງຈະ​ມີ​ການ​ກຳໜົດ​ຍ່ອຍ​ໃນ​ແຕ່ລະ​ປະ​ເພດ​ທຸລະ​ກິດ​ເຊັ່ນ:)J

.- ISO 9004-1 ຂໍ້​ແນະນຳ​ການ​ໃຊ້​ມາດຕະຖານ

.- ISO 9004-2 ຂໍ້​ແນະນຳ​ການ​ໃຊ້​ສຳ​ຫຼັບ​ທຸລະ​ກິດ​ການ​ບໍລິການ

.- ISO 9004-3 ຂໍ້​ແນະນຳ​ຂະ​ບວນການ​ຜະລິດ​ເປັນ​ຕົ້ນ

. ຈະ​ເຫັນ​ວ່າ​ມາດຕະຖານ​ລະບົບ​ຄຸນ​ນະພາ​ບທີ່​ໃຊ້​ເພື່ອ​ໃຫ້ການ​ຮັບຮອງ​ນັ້ນ​ມີ​ພຽງ ສາມ ມາດຕະຖານ ຄື: ISO 9001,ISO 9002, ISO 9003 ສ່ວນ ISO 9000 ​ເປັນ​ຂໍ້​ແນະນຳ​ໃຫ້​ຜູ້​ປະກອບ​ການ​ເລືອກ​ວ່າ​ຈະ​ນຳມາດຕະຖານ​ໃດ​ໄປ​ໃຊ້​ກັບ​ການ​ດຳ​ເນີນ​ງານ​ຂອງ​ອົງ​ກອນ​ຕົນ ​ໂດຍ​ໃຊ້ ISO 9004 ​ເປັນ​ແນວທາງ​ໃນ​ການ​ດຳ​ເນີນ​ການ​ໃຫ້​ມີ​ປະສິດ​ທິພາ​ບ

ຂໍ້ ມູນຈາກ ວິຊາ ການຈັດການ ຜະລິດຕະພັນ ແລະ ພັດສຸດຸ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

ລື່ອງມັນມີ ຢູ່ວ່າ ມີສີ່ ສະຫາຍ ຊື່ : ຊ້າງ,ມ້າ, ງົວ,ຄວາຍ, ໄດ້ໄປລ້ຽງສະຫຼອງວັນເກີດ(ເກີດຢາກກິນ ທີ່ຮ້ານອາຫານແຫ່ງໜື່ງ)

ເມືອ່ກິນອີ່ມແລ້ວ ກ່ອນຈະກັບກໍ່ຕ້ອງຈ່າຍເງີນ ຄ່າອາຫານ ກຸ່ມນີ້ມັກຈະ ຊວ່ຍກັນອອກເງີນຈ່າຍ ທັງ3 ຄົນ ຊ້າງ,ມ້າ,ງົວ ອອກເງີນກັນ ຜູ້ລະ 15,000 ກີບ ຄວາຍເຫັນວ່າໝູ່ອອກ ກັນພໍແລ້ວ ເລີຍບໍ່ອອກ

ແຕ່ອາສານຳເງີນໄປໃຫ້ເຈົ້າຂອງຮ້ານ  ( 3x 15.000 = 45.000ກີບ)

ເຈົ້າຂອງຮ້ານ ຫຼຸດ ໃຫ້ 5000 ກີບ ສົ່ງຄືນ ໃຫ້ ຄວາຍ ແຕ່ລາວເຫັນວ່າໝູ່ມີ 3 ຄົນ ກໍ່ເລີຍ ສົງໃຫ້ ຜູ້ລະ 1000 ກີບ (1000x3 = 3000 ກີບ ເຫຼືອ ເງີນ ອີກ 2000 ກີບ ຖືເປັນຄ່າເມືອຍ ເອົາໃສ່ກະເປົາ ໂຕເອງເພື່ອບໍ່ໃຫ້ໝູ່ລຳບາກໃຈ .)

ເງີນທັງໜົດ ທີ່ ສາມຄົນອອກ 15000x 3 =45.000ກີບ

 ເຈົ້າຂອງຮ້ານຫຼຸດໃຫ້ 5000 ແລະ ເອົາມາສົ່ງໝູ່ ຜູ້ລະ 1000. ກໍ່ເທົາກັບວ່າ ອອກກັນຄົນລະ 14000 ກີບ( 15.000-1000 = 14000 )

14.000 x3 =42.000 ກີບ

ຢູ່ໃນກະເປົາຄວາຍ 2000ກີບ

ລວມເງີນທັງໝົດ (3x14000=42000 +2000 =44000 ກີບ)

45000 - 44000= 1000

ເງີນທີ ອອກກັນ ແມ່ນ 45000 ແຕ່ ເມືອ່ຄຳນວນຫາ ມີພຽງແຕ່ 44000 ກີບ

 

ຊວ່ຍບອກແນ່ ວ່າ ອີກ 1000 ກີບ ຢູ່ໃສ

ອາຈານຖາມເຮົາຕັ້ງແຕ່ ຕ່ອນ ຮຽນ ປີ 1 ຕອ່ນນີ້ ປີ 4 ຍັງບໍ່ຮູ້ ອີກ 1000 ໄປໃສ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ເລືອ່ງຜົນເສຍຈາກສະພາວະໂລກຮ້ອນນີ້ ໃຜໆກໍ່ຄົງຈະຄິດອອກໜົດທຸກຄົນແລ້ວ ເຊັ່ນເ ເຮັດໃຫ້ອາກາດຮ້ອນ ນ້ຳແຂງຂົ້ວໂລກລະລາຍອາດ ເຮັດໃຫ້ ພູມສາດໂລກແລະແຜນທີ່ໂລກປຽນໄປ ແລະອີກຫຼາຍໆເລືອ່ງທີ່ຈະເກີດຂື້ນ

ແຕ່ທຸກເລືອ່ງຍ່ອມຈະມີ ຂໍ້ດີແລະຂໍ້ເສຍໃນຕົວຂອງມັນ

1 ເຮັດໃຫ້ ໂລກມີເນື້ອທີ ທີ່ເປັນນ້ຳເພີ່ມຂື້ນ ມີຂໍ້ສະດວກໃນການຄົມມະນາຄົມຂົນສົ່ງທາງເຮືອ

2 ມະນຸດສາມາດ ພົບ ແຫຼ່ງພະລັງງານແຫ່ງໃໝ່ ນັ້ນຄືແຫຼ່ງແກສ ທຳມະຊາດ ແລະ ແຫຼ່ງນ້ຳມັນໃຕ້ທະເລ ແລະມະຫາສະໝຸດ

3 ໄລະທາງການເດີນເຮືອລະຫວ່າງເອີຣົບແລະ ອາຊີຈະສະດວກສະບາຍຍີ່ງຂື້ນ ແລະສັ້ນລົງ

4 ລາຄານ້ຳມັນຈະຕຳລົງ

5 ເຮົາຈະໄດ້ເຫັນບັນດາປະເທດມະຫາອຳນາດ ເຮັດສົງຄາມ ຍາດຊີງແຫຼ່ງຊັບພະຍາກອນ ພະລັງງານທີ່ຄົ້ນພົບໃໝ່(ບໍ່ຄອ່ຍຢາກເກັນ)

6) ມີເນື້ອທີ່ໃນການປະມົງເພີ່ມຂື້ນ ຈັບປາໄດ້ຫຼາຍຂື້ນ ແລະບັນດານັກວິທະຍາສາດ ອາດຈະຄົ້ນພົບສັດນ້ຳສາຍພັນໃໝ່ (ເພີ່ມເຕີມ)

ຍັງມີອີກຫຼາຍຂໍ້ ແຕ່ຄິດບໍ່ອອກແລ້ວ

ເພືອ່ນເດວ່າຈັງໃດ ?

 


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 56  |  ໜ້າຕໍ່ໄປ »