ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

1ວິທີຕົ້ມໄຂ່ໃຫ້ກິນແຊບແລະໄດ້ຄຸນຄ່າ

ເວລາຕົ້ມຄວນເອົາໄຂ່ໃສ່ພ້ອມກັບນ້ຳແລ້ວເອົາໄປຕົ້ມແລະບໍ່ຄວນຈະຕົ້ມນ້ຳຈົນຟົດແລ້ວຈຶ່ງເອົາໄຂ່ໃສ່ ເດັດຂາດ ເມືອ່ຕົ້ມສຸກແລ້ວຄວນເອົາໄຂ່ໄປແຊ່ນນ້ຳເຢັນທັນທີຈະເຮັດໃຫ້ໄຂ່ຕົ້ມອອ່ນແຊບພ້ອມທັງຍ່ອຍງ່າຍອີກດ້ວຍ

2ວິທີ ຕົ້ມໄຂ່ໃຫ້ໄຂ່ແດງຢູ່ທາງກາງ:

ຖ້າຢາກຕົ້ມໄຂ່ແລ້ວໃຫ້ໄຂ່ແດງຢູ່ທາງກາງ ເວລາຕົ້ມໃຫ້ຫມັ່ນຄົນເພືອ່ໃຫ້ໄຂ່ແດງມີການປີ້ນເບື້ອງ ຢູ່ສະເຫມີ ເມືອ່ຕົ້ມສຸກແລ້ວຜ່າອອກມາ ຈະເຫັນວ່າ ໄຂ່ແດງຢູ່ທາງກາງຂອງໄຂ່ຂາວຢ່າງສະເຫມີກັນ

3 ວິທີຕົ້ມໄຂ່ໃຫ້ປອກເປືອກງ່າຍ:

ເວລາຕົ້ມໄຂ່ຖ້າຢາກໃຫ້ ປອກເປືອກງ່າຍ ໃນເວລາຕົ້ມໃຫ້ໃສ່ເກືອ 1 ບ່ວງແກງ ຕໍ່ນ້ຳ 1 ລິດ ເວລາຕົ້ມໄຂ່ສຸກແລ້ວຈະເຮັດໃຫ້ປອກເປືອກງ່າຍ.

4 ວິທີຈືນໄຂ່ບໍ່ໃຫ້ ດ້ານ:

ສ່ວນຫລາຍແມ່ນເກີດຈາກ ການເອົາໄຂ່ອອກ ມາຈາກຕູ້ເຢັນ ແລ້ວນຳມາຈືນທັນທີ ຈຶ່ງເປັນເຫດເຮັດໃຫ້ໄຂ່ດ້ານ ວິທີແກ້ ງ່າຍໆ ໃຫ້ເອົາໄຂ່ອອກມາປະໄວ້ ໃຫ້ເຊົາເຢັນກ່ອນ

ແລ້ວຈຶ່ງເອົາໄປຕີ ແລ້ວຈືນໃນຫມໍ້ ຮ້ອນໆໆ

5 ວິທີ ຕົມ້ໄຂທີມີຮອ່ຍລ້າວບໍ່ໃຫ້ ແຕກ

ໄຂ່ແມ່ນສານອາຫານທີ່ອຸດົມສົມບູນໄປດ້ວຍຄຸນຄ່າທາງໂພຊະນາການ ເວົ້າໄດ້ວ່າກິນໄຂ່ຫນວ່ຍດຽວໄດ້ ສານອາຫານຄົບທັງ5 ຫມວດ ທຸກເຮຶອນຈິ່ງຕ້ອງມີໄຂ່ ໄວ້ ແລະໄຂ່ກໍ່ມີ ວິທີປຸງທີ່

ງ່າຍທີ່ສຸດແລະຍັງເປັນໄດ້ທັງອາຫານຄາວແລະອາຫານຫວານ ບໍ່ວ່າໄຂ່ໄກ່ຫລືໄຂ່ເປັດ ແຕ່ຖ້າບໍລະມັດລະວັງ ໄຂ່ອາດຈະກະທົບກະແທກ ເຮັດໃຫ້ມີຮອຍລ້າວ ເມືອ່ເອົາໄປຕົ້ມໄຂ່ ກໍ່ຈະແຕກ

ອອກຈາກ ເປືອກ ດັ່ງນັ້ນ ກ່ອນທີ່ ຈະນຳເອົາໄຂ່ທີ່ມີ ຮອຍລ້າວໄປຕົ້ມ ໃຫ້ໃສ່ເກືອ່ 1 ບວ່ງແກງ ຄວາມເຄັມຂອງເກືອ ຈະຊ່ວຍອັດຮອຍລ້າວຂອງເປືອກບໍ່ໃຫ້ໄຂ່ໄຫລອອກມາ ແລະຖ້າຢາກຕົ້ມໄຂ່ໃຫ້ແດງງາມ ເປັນຕາແຊບຂຶ້ນ ແມ່ນໃຫ້ໃຊ້ເວລາ8 ນາທີ ໃນການຕົ້ມ

 

ນອກຈາກນີ້ ແລ້ວໄຂ່ຍັງເພີ່ມ ຮໍໂມນຂອງເພດຊາຍ

ໄຂ່ນີ້ແລະເປັນຂອງດີ ໃນການເພີ່ມ ຮໍໂມນ ບໍ່ຕ້ອງກັງວົນເລື່ອງໂລກຫົວໃຈເພາະວ່າມີການສຶກສາໃນປະເທດ ສ ອາເມລິກາ ແລ້ວພົບວ່າຜູ້ຊາຍທີ່ກິນໄຂ່ວັນລະ 3 ຟອງ ກໍບໍ່ມີຜົນຕໍ

ລະດັບ ຄລໍເຣດສະເຕີຣອນເລີ

 

ທີ່ມາ ຫນັງສື ພິມແຮງງານ

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຄະຕິ​ຄຳ​ຄົມ

-ມື້​ທີ່​ຍາວ​ທີ່​ສຸດ​ແມ່ນ​ມື້​ທີ່​ຫົວ​ໃຈ​ຂອງ​ທ່ານ​ບໍ່​ມີ ຮອຍ​ຍີ້ມ​ແລະ​ສຽງ​ຫົວ

-ຂ້ອຍ​ເປັນ​ຄົນ​ຮັ່ງມີ ບໍ່​ແມ່ນ​ຂ້ອຍ​ມີ​ຢ່າງ​ຫລວງຫລາຍ,​ແຕ່​ເປັນ​ຍ້ອນ​ຂ້ອຍ​ຫລາຍ​ພຽງພໍ

-​ຖ້າ​ເບີ່​ງ​ແຕ່​ຄວາມ​ຜິດ​ຂອງ​ຄົນ​ອື່ນ​,ທ່ານ​ຈະ​ມີ​ແຕ່​ຄວາມ​ຊັງ. ​ຖ້າ​ເບີ່​ງ​ແຕ່​ຄວາມ​ດີ​ຂອງ​ຄົນ​ອື່ນ​ທ່ານ​ຈະ​ມີ​ແຕ່​ຄວາມ​ຮັກ

- ​ເມື່ອ​ມີ​ຄວາມ​ຜິດພາດ​ເກີດ​ຂຶ້ນ​ ຢ່າ​ມົວ​ແຕ່​ຄິດ​ວ່າ​ໃຜ​ເປັນ​ຄົນ​ເຮັດ,​ແຕ່​ຈົ່ງ​ຄິດ​ວ່າ​ຈະ​ຫາ​ທາງ​ແກ້​ໄຂ​ໄດ້​ແນວ​ໃດ.

- ຫາກ​ທ່ານ​ຍອມຮັບ​ຜົນ​ປະ​ໂຫຍ​ກຈາກ​ແສງ​ສະຫວ່າງ ​ແລະ​ຄວາມ​ອົບ​ອຸ່ນ​ຈາກ​ດວງ​ຕາ​ເວັນ ທ່ານ​ກໍ່​ຕ້ອງ​ຍອມຮັບ​ຜົນ​ຮ້າຍ ຂອງ​ພາຍຸ​ຝົນ​ຟ້າ​ຄະນອງ​ເຊັ່ນ​ກັນ.

- ທ່ານ​ຈະ​ພົບ​ຄວາມ​ງາມ​ຂອງ​ມະຫາ​ສະຫມຸດ ​ໄດ້​ແນວ​ໃດ​ຖ້າ​ທ່ານ​ບໍ່​ກ້າ​ທີ່​ຈະ​ອອກ​ຈາກ​ຝັ່ງ.

- ຄົນ​ທີ່​ມີ​ຄວາມ​ອົດທົນ ​ເຖິງ​ວ່າ​ຈະ​ເປັນ​ຊົ່ວ​ໂມງ​ທີ່​ຍາກ​ລຳບາກ​ທີ່​ສຸດ ກໍ່​ຍາວ​ພຽງ​ແຕ່ 60 ນາທີ​ເທົ່າ​ນັ້ນ.

- ບາງ​ເທື່ອ​ທ່ານ​ອາດ​ບໍ່​ເຂົ້າ​ໃຈ​ການ​ກະທຳ​ຂອງ​ຕົນ​ເອງ.ດັ່ງ​ນັ້ນ​ຈຶ່ງ​ບໍ່​ຄວນ​ຕັດສິນ​ການ​ກະທຳ​ຂອງ​ຄົນ​ອື່ນ.

- ທຽນ​ທີ່​ຈະ​ເອົາ​ໄປ​ຈູດ​ທຽນ​ເຫລັ້ມ​ອື່ນ ຈະ​ບໍ່​ສູນ​ເສຍ​ຄວາມ​ແຈ້ງ​ສະຫວ່າງ​ຂອງ​ຕົນ​ເອງ,​ແຕ່​ຈະ​ເຮັ​ດ​ໃຫ້​ຫ້ອງ​ແຈ້ງ​ສະຫວ່າງ ຂຶ້ນ​ຕື່ມ​ອີກ.

 

ກັອບມາຈາກ ໜັງສືພິມແຮງງານ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 

ການ​ໃຫ້​ອະ​ໄພ​ຄື​ໄຊຊະນະ​ຂອງ​ຜູ້​ມີ​ປັນຍາ,

ຍອມ​ກັນ​ແນ່​ກໍ່​ເປັນຄວາມ​ສຸກອີກ​ຢ່າງ​ໜຶ່ງ​ການ​ປານີ​ປານ​ອມອາດ​ໝາຍ​ເຖິງ​ໄຊຊະນະ​ອັນ​ຍິງ​ໃຫຍ່​ຄື ການ​ໃຫ້​ອະ​ໄພ,ການ​ໃຫ້​ອະ​ໄພ ​ເບີ່​ງຄື​ວ່າ​ເຮົາ​ຍອມ,ບໍ່​ໃສ່​ໃຈ,ບໍ່​ເອົາ​ເລື່ອງ​ແລ້ວ​ເຂົາ​ຈະ​ກຳ​ເລີບ​ເຕີບ​ສານ.ສວ່ນ​ເຮົາ​ເສຍປຽບ.

      ຕາມ​ຄວາມ​ເປັນ​ຈິງ​ແລ້ວ,ບໍ່​ເປັນ​ເຊັ່ນ​ນັ້ນ​ມັນ​ເປັນ​ໄລຍະ​ທີ່​ເຮົາ​ກຳລັງ​ບຳ​ເພັນ​ບາ​ລະ​ມີ​ຄື:”ອະ​ໄພ​ຍະ​ທານ” ອັນ​ເປັນ ທານ​ທີ່​ມີ​ບາ​ລະ​ມີ​ທີ່​ສູງ​ສົ່ງ.ຜົນ​ຂ​ອງການ​ບໍ່​ໃຫ້​ອະ​ໄພ​ກໍ່​ເໜືອນກັບ​ການ​ຜູກ​ສີ່​ງທີ່​ເຮົາ​ບໍ່​ມັກ​ໄວ້​ກັບ​ຕົນ​ເອງ​ຕະຫລອດ,ຄ້າຍ​ກັບ​ການ​ຜູກ​ເວນ​ຈອງ​ເວນ​ບໍ່​ມີ​ທີ່​ສິ້ນ​ສຸດ.

      ການ​ໃຫ້​ອະ​ໄພ​ເປັນ​ການ​ຝຶກ​ຈິດ​ໃຈ,ອົບຮົມ​ຈິດ,​ເປັນ​ການ​ຊຳລະ​ໃຈ​ເປັນ​ການ​ຍຸຕິ​ບັນຫາ​ຕ່າງໆ ​ເປັນ​ການສະ​ແດງ​ກຳລັງ​ໃຈ​ທີ່​ຍິ່ງ​ໃຫຍ່​ບໍ່​ແມ່ນ​ການ​ເສຍຫນ້າ​ຫລື​ບໍ່​ແມ່ນ​ການ​ໄດ້​ປຽບ​ເສຍປຽບ​ແຕ່​ເປັນ​ການ​ຊຳລະ​ລ້າງ​ສີ່​ງທີ່​ບໍ່​ດີ​ອອກ​ຈາກ​ໃຈ​ເຫມືອນ​ການ​ລ້າງ​ພາຊະນະ​ທີ່​ສົກກະປົກ.

      ການ​ໃຫ້​ອະ​ໄພ,​ເວົ້າ​ງ່າຍ​ແຕ່​ເຮັດ​ຍາກ​ເຖິງ​ແມ່ນ​ຈະ​ຍາກ​ເພາະ​ໃຈ​ບໍ່​ຢາກ​ເຮັດ​ກໍ່​ຕ້ອງ​ຝືນ​ໃຈ​ເພາະ​ຄວາມ​ເມດ​ຕາ​ແລະ​ການ​ໃຫ້​ອະ​ໄພ​ເປັນ​ຄຸນ​ປະ​ໂຫຍ​ດ​ແກ່​ພວກ​ເຮົາ​ເປັນຄວາມ​ສຸກ​ຮົ່ມ​ເຢັນ​ຂອງ​ພວກ​ເຮົາ​ເອງ,ບໍ່​ແມ່ນ​ຂອງ​ຄົນ​ອື່ນ ສະ​ນັ້ນ​ການ​ໃຫ້ ອະ​ໄພ​ຈຶ່ງ​ເປັນ​ໄຊຊະນະ​ຂອງ​ຜູ້​ມີ​ປັນຍາ

 

 

ທີ່ມາ ໜັງສືພິມແຮງງານ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 

ແກ່ນ​ໝາກຂາມ​ເສີມ​ພູມຕ້ານທານ-ຢຸດ​ຢັ້ງ​ເຊ​ວມະ​ເຮັງ  ເກັບມາຈາກຫນງັສືພິມ

ຜົນ​ວິ​ໄຈກ່າວ​ວ່າ​ແກ່ນ​ໝາກຂາມ​ມີ​ປະ​ໂຫຍ​ດຫລາຍ​ຊ່ວຍ​ເສີມ​ພູມ​ຕ້ານທານ​ຕໍ່ສູ້​ກັບ​ເຊື້ອ​ໄວຣັສ ​ແລະ ຢຸດ​ຢັ້ງ​ເຊ​ວມະ​ເຮັງ​ໄດ້

ນຳ​ເຊີ່​ງຜົນ​ການ​ວິ​ໄຈ​ຢືນຢັນ​ວ່າ ບໍ່​ເປັນອັນຕະລາຍ​ຕໍ່​ຮ່າງ​ກາຍ.

      ​ໃນ​ງານ​ວິ​ໄຈ​ຂອງ​ຕ່າງປະ​ເທດ ຫລາຍ​ຢ່າງ​ທີ່​ໄດ້​ວິ​ໄຈ​ກ່ຽວ​ກັບ​ແກ່ນ​ຫມາກຂາມ​ພົບ​ວ່າ​ໃນ​ເນື້ອ​ແກ່ນ​ຫມາກຂາມ​ມີ​ໄຂມັນ ​ແລະ ສານ​ໂພ​ລີ​ແຊດ​ຄາ​ໄລ ​ເຊີ່ງ​ມີ​ລິດ​ເສີມ​ພູມ​ຕ້ານທານ​ໃນ​ຮ່າງກາຍ ​ໂດຍ​ໄຂມັນ​ຈະ​ໄປ​ກະ​ຕຸ້ນ​ໃຫ້​ພູມ​ຕ້ານທານ ​ໃນ​ຮ່າງກາຍ​ສູງ​ຂຶ້ນ​ເພື່ອ​ຕໍ່ສູ້​ກັບ​ເຊື້ອ​ພະຍາດ​ແລະ ສີ່​ງ​ແປກ​ປອມ ຕ່າງໆ​ທີ່​ເຂົ້າ​ສູ່​ຮ່າງກາຍ ​ໂດຍ​ສະ​ເພາະ​ເຊື້ອ​ໄວຣັສ.

      ນອກຈາກ​ນີ້​ສານ​ໂພ​ລີ​ແຊດ ຄາ​ໄລ ຍັງ​ເປັນນ້ຳຕາ​ໂມ​ເລ​ກຸນ​ດ່ຽວ​ທີ່​ບໍ່​ກໍ່​ໃຫ້​ເກີດ​ພະຍາດ​ເບົາຫວານ ຄື​ກັບ​ນ້ຳຕານ​ໂມ​ເລ​ກຸນ​ຄູ່ ​ເປັນ​ຕົ້ນ​ວ່າ ກລູ​ໂຄສ ​ໂດຍ​ຈາກ​ການ​ທົດ​ລອງ​ພົບ​ວ່າ​ແກ່ນ​ຂອງ​ຫມາກຂາມ​ສາມາດ​ປີ່​ນປົວ​ພາວະ​ເບົາຫວານ​ຂອງ​ໜູ ທົດ​ລອງ​ໄດ້​ສ່ວນ​ເປືອກ​ແກ່ນ​ຫມາກຂາມ​ທີ່​ມີ​ສີ​ນ້ຳຕານ​ນັ້ນ​ຈະ​ມີ​ສານ​ແທນ​ນິນ​ທີ່​ບໍ່​ລະລາຍ​ນ້ຳ​ເປັນ​ສ່ວນ​ປະກອບ​ເຖິງ35% ສາມາດ​ນຳ​ມາ​ພັດທະນາ​ເປັນ​ຢາ​ປິ່ນປົວ​ພະຍາດ​ໄດ້.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

ເຕືອນ: ຊາ​ນົມ​ເຢັນ-ກາ​ເຟນົມ​ເຢັນ ​ເຮັດ​ໃຫ້​ມີຫນ້າ​ທ້ອງ​ໃຫຍ່  (ກັບມາແຕ່ຫັນງສືພິມ ບໍ່ຈື່ວ່າສະບັບໃດ)

ນັກວິຊາການຈາກ​ປະ​ເທດ​ເຢຍລະ​ມັນ ​ໄດ້​ອອກ​ມາ​ເຕືອນ​ວ່າ​ຈຳພວກ​ຊາ​ໄຂ່​ມຸກ,ຊາ​ນົມ​ເຢັນ,ກາ​ເຟນົມ​ເຢັນ ​ເປັນ​ອີກ​ປັດ​ໄຈ ໜຶ່ງ​ທີ່​ເຮັດ​ໃຫ້​ຕຸ້ຍ​ໂດຍ​ສະ​ເພາະ​ຫນຸ່ມ​ສາວ​ນິຍົມ​ດື່ມ​ກັນ,ຫລາຍ​ບາງ​ຄົນ​ວັນ​ລະ 3 ຈອກ​ກໍ່​ມີ​ການ​ສຳ​ຫລວດ​ຫາ​ຂໍ້​ມູນ​ທີ່​ແຈ່ມ​ແຈ້ງຂໍ​ແນະນຳ​ໃຫ້​ຫລີກ​ເວັ້ນ ຫລຸດ​ການ​ດື່ມ ຊາ​ນົມ​ເຢັນ,ຊາ​ຂຽວ​ສີ​ເຂັ້ມໆ ​ເພາະ​ຄາດ​ວ່າ​ຈະ​ເປັນ ຊາ​ຂຽວ​ໃສ່​ສີ​ອາດ​ເປັນອັນ ຕະລາຍ​ຕໍ່​ຮ່າງ​ກາຍ.

      ວິທີ​ປ້ອງ​ກັນ​ຄື​ດື່ມ​ໃຫ້​ຫນ້ອຍ​ລົງ ບໍ່​ຄວນ​ດື່ມ​ໃຫ້​ຫນ້ອຍ​ລົງ ບໍ່​ຄວນ​ດື່ມ​ຕິດ​ກັນ​ເປັນ​ເວລາ​ດົນໆ ​ເພາະ​ເຄື່ອງ​ດື່ມ​ປະ​ເພດ​ນີ້​ມີ​ຄວາມ​ຫວານ​ຫລາຍ​ມີ​ທັງ​ນົມ ມີ​ທັງ​ນ້ຳຕານ ​ແລະ​ອື່ນໆ​ທີ່​ສຳຄັນ​ເດັກ​ອາຍຸ​ຕໍ່າ​ກວ່າ 4 ປີ​ບໍ່​ຄວນ​ໃຫ້​ດື່ມ​ເດັດຂາດ ​ໂດຍ​ສະ​ເພາະ​ຊາ​ໄຂ່​ມຸກ ​ເພາະ​ຫລາຍ​ຄົນ​ຄິດ​ວ່າ​ບໍ່​ເປັນ​ອັນຕະລາຍ​ແຕ່​ຊາ​ໄຂ່​ມຸກ​ທີ່​ເຮັດ​ຈາກ​ແປ້ງ​ມັນ​ຕົ້ນ​ຈະ​ມີ​ຄວາມ​ຫນຽວ​ຫລາຍ​ການ​ດູດ​ໂດຍ​ໃສ່​ທໍ່ດູດ​ໃຫຍ່​ເດັກນ້ອຍ​ອາດ​ດູດ​ແຮງ​ຈົນ​ຄາ​ຄໍ​ກໍ່​ເປັນ​ໄດ້.

      ຈາກ​ການ​ສອບ​ຖາມ​ຄົນ​ທີ່​ຫລຸດ​ນ້ຳໜັກ​ຕົວ​ພົບ​ວ່າ​ຄົນ​ທີ່​ມີ​ນ້ຳໜັກ​ຕົວ​ຫລາຍຈະມັກດື່ມກາເຟນົມເຢັນ ວັນລະ 3 ຈອກ

ນອກຈາກ​ເລື່ອງ​ຄ່າ​ໃຊ້​ຈ່າຍ​ແລ້ວ​ຍັງ​ເຮັດ​ໃຫ້​ນ້ຳຫນັກ​ເພີ່ມ​ຫລາຍ​ຂຶ້ນ ຜູ້​ຊ່ຽວຊານ​ແນະນຳ​ໃຫ້​ດື່ມ​ວັນ​ລະ1 ຈອກ ປະກົດ​ວ່າ ນ້ຳໜັກ​ຕົວ​ຫລຸດ​ລົງ 5 ກິ​ໂລກຣາມ ​ໃນ 1 ​ເດືອນ ​ແລະ​ຍັງ​ປະ​ຫຍັດ​ເງິນ​ນຳ​ອີກ ດັ່ງ​ນັ້ນ​ຜູ້​ຊ່ຽວຊານ​ຈິ່ງ​ຢາກ​ໃຫ້​ທຸກ​ທ່ານຄຳ​ນຶງ​ເຖິງ​ຄ່າ​ໃຊ້​ຈ່າຍ ​ແລະ​ພາວະ​ນ້ຳໜັກ​ເກີນ​ ດ້ວຍ​ເຫດ​ນີ້​ນັກວິ​ໄຈ​ກຳລັງ​ຈະ​ທຳ​ການ​ສຳ​ຫລວດ​ການ​ບໍ​ລິ​ໂພ​ກກາ​ເຟວ່າ​ມີ​ຄວາມ​ສຳພັນ​ກັບ​ພາວ​ະນ້ຳຫນັກ​ໂຕ​ເກີນ ຂອງ​ຄົນ​ຫລື ບໍ່.

      ​ໃຜ​ທີ່​ຮູ້​ຕົວ​ວ່າ​ດື່ມ​ວັນ​ລະ​ຫລາຍ​ຈອກ​ຄວນ​ຫລຸດ​ປະລິມານ​ລົງ ​ເພາະວ່າ​ເຄື່ອງ​ດື່ມ​ປະ​ເພດ​ນີ້​ຈະ​ມີ​ທັງ​ຄວາມ​ຫວານ ​ແລະ​ຄວາມ​ມັນ​ສູງ ຄວນ​ຈະ​ຫັນ​ມາ​ດື່ມ​ນ້ຳ​ສະອາດ​ແທນດີກ​ວ່າ ຮ່າງກາຍ​ຈະ​ໄດ້​ຫ່າງ​ໄກ​ຈາກ​ພະຍາດ​ຕ່າງໆ​ທີ່​ຈະ​ຕາມ​ມາ​ກັບ ຄວາມ​ຕຸ້ຍ​ຂອງ​ຮ່າງກາຍ​ທ່ານ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

10 วิธี ทำให้เมียอายุสั้น

 
1. มันอยากกินอะไรซื้อให้มันกิน จนมันคาเรสโตรอลสูง ไขมันอุดตันในเส้นเลือด เดี๋ยวไม่เกิน 50 ปีมัน ก็ตาย

 
 
2. มันอยากได้เครื่องเพชรก็ซื้อให้มัน พอแสงเพชรมันสะท้อนเข้าตามันมากๆเข้า เดี๋ยวตามันก็จะบอด  พอมันตาบอดแล้วเราก็เอามันไปทิ้งที่ไหนก็ได้ มันหาทางกลับบ้านไม่ถูกแล้ว

 
 
3. มันชอบรถก็ซื้อให้มัน ยิ่งแพงๆยิ่งดี เครื่องมันแรงดี มันจะได้ขับเร็วๆ ความเสี่ยงสูง
 
 

4. มันอยากไปเที่ยวไหนก็พามันไป ต้องมีซักที่แหล่ะที่มันพลาดเดินล้มหัวฟาดพื้นตายได้
 
 

5. งานบ้านอย่าไปให้มันทำ เราต้องแย่งมันทำให้หมด ไม่เปิดโอกาสให้มันได้ออกกำลังกาย เดี๋ยวมันก็ ไม่แข็งแรง แล้วมันก็ตายเอง
 
 

6. ต้องพาเมียไปหาหมอบ่อยๆ ดูดิคนไม่ค่อยไปหาหมอไม่ค่อยเป็นไรหรอก คนที่ไปหาหมอบ่อย เดี๋ยวๆก็ ตายแล้ว
 
 

7. เงินเดือนออกมาเท่าไหร่ให้มันไปให้หมด ใครๆ ก็รู้ว่าเงินน่ะเป็นที่สะสมเชื้อโรคสารพัด เราแกล้ง
เอาเชื้อโรคให้มันเก็บไว้เดี๋ยวมันก็เป็นโรคตาย เราเองไม่ต้องเก็บเชื้อโรคไว้ สุขภาพแข็งแรง..เย้
 
 

8. ปลูกบ้านหลังใหญ่ๆให้มันอยู่ กว้างๆยิ่งดี เวลาจะเดินจากห้องนั้นไปห้องนี้ทีมันจะได้เหนื่อย เผลอๆ
อาจหอบตายระหว่างทางได้

 
 
9. เช้า-เย็นกราบมันทุกวัน มันจะได้อายุสั้น

 
 
10. รักเมียให้มากๆ ไม่เคยได้ยินเหรอ ที่ใดมีรักที่นั่นมีทุกข์ พอมันทุกข์มากๆมันก็ตรอมใจตายเอง
 
ທີ່ມາ www.teenee.com
ເຫັນວ່າ ໃນໂລກນີ້ມີຜູ້ຊາຍຈຳນວນຫລາຍ ທີ່ ມັກງ່າຍຫນ່າຍໄວ ໄດ້ືແລ້ວຢາກໄດ້ໃຫມ່ກະເລີຍ ເອົາມາຝາກ ແລະ ເປັນ ຄະຕິເຕືອນໃຈຕົວເອງ ກ່ອນຈະມີ ແຟນນຳເຂົາ ຕ້ອງລະວັງ ຢ້ານຖຶກ ຂ້າ ດວ້ຍຄວາມຫັວງດີ ປະສົງຮ້າຍ ແບບນີ້ ຢາກພໍ້ ເດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ພາສາຈາ ພາສາໃຈ     ກອບ​ມາ​ຈາກ (ໜັງສືພິມປະຊາຊົນ)

ໂດຍ: ດຣ. ທອງຄຳອ່ອນມະນີສອນ

      ຄົນຈະດີແລະຮ້າຍ           ສຸດຢູ່ກັບໃຈ ທ່ານເອີຍ!

ຄັນໃຈດີໃສສີ                     ສະອາດງາມຈິງນັ້ນ

ປັ້ນແຕ່ງການກະທຳໃຫ້              ດີໄປໝົດທຸກຢ່າງ

ຄັນໃຈຄົນໂຫດຮ້າຍ                ວາຈາໂວວຶດຮ້ອນ

            ຜົນສະທ້ອນດັ່ງໄຟ ຫັ້ນແລ້ວ!!

      ໃຈດີປາກກ່າວເວົ້າ           ຈາມ່ວນນວນຫູ

ຊວນຫມູ່ ປີນພູສູງ                 ດຸ່ງເຖິງສະຖິດໄດ້

ວາຈາ-ໃຈນວນນິ້ມ                 ປຸກລະດົມຊ່ວນເຊື່ອ

ເຮືອໃຫຍ່ລົມຖະຫລົ່ມຫລົ້ມ           ຈົມນ້ຳກໍ່ບໍ່ຕາຍ

      ວາຈາ-ໃຈຈອດຝັ້ນ           ພັນຜູກສະເຫນ່ຫາ

ວາຈາພາມີມິດ                    ຫມູ່ສະຫາຍຫລາຍລົ້ນ

ຄົນທັງຫລາຍລຽນລ້ອມ              ຫອມນິຍົມຄວາມປາກ

ປາກຊ່ວຍໂຮມຮັກຫຸ້ມ               ປະຊຸມສັນຕິພາບໄດ້

                        ເພາະໃຈເວົ້າຄ່ອງກັນນີ້ແລ້ວ!

      ອອ້ຍຕານ​ຫວານ​ແຊບ​ຊ້ອຍ     ກໍ່​ພຽງ​ແຕ່​ຊິວຫາ

ຈາງຈືດ​ຫມົດ​ຄວາມ​ຫວານ                  ກໍ່​ຢູ່​ພຽງ​ປາຍ​ລີ້ນ

ລົມປາກ​ຫວານ​ຫູນັ້ນ                ບໍ່​ມີ​ວັນ​ເຫີ​ຍງ່າຍ

ຫວນຮໍ່າຮອນ​ຄິດ​ຮອດ​ເລື້ອຍ          ບໍ່​ມີ​ເມື່ອຍ​ຄະນິງ

      ​ເຈັບ​ອື່ນ​ແສນ​ຫມື່ນ​ແຄ້ນ        ຄາ​ຄັບ​ເຄືອງ​ອົກ

ກໍ່​ເລົ່າ​ແຄນ​ຄາຍ​ມຸດ                ມອດ​ປົງ​ໄປ​ໄດ້

​ແຕ່​ວ່າ​ເຈັບ​ໃຈ​ຊ້ຳ                        ນຳ​ຄຳ​ຄົນ​ດ່າ

ວາຈາ​ສຸມ​ສຽບຈີ້ມ                        ​ເຈັບ​ຮ້າຍ​ຕະຫລອດ​ຕາຍ ​ແທ້​ໃດ!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ປາ​ແດກ       ( ໜັງສືພິມ​ຊາວ​ໜຸ່ມ​ລາວ) ແຕ່ງເອງບໍເປັນ ກອບມາບອກຕໍ່ ເພາະວ່າເປັນ ແນວມັກຕ້ອງໄດ້ກິນທຸກມື້ ຂາດບໍ່ໄດ້

​ໂດຍ: ດອກ​ສະ​ເລ​ເຕ​ແດນ​ໜາວ

      ປາ​ແດກ​ສຸດ​ເລີດ​ລໍ້າ          ມີຄ່າ​ທາງ​ອາຫານ

ຄັນ​ຫາກ​ແມ່ນ​ຄົນ​ລາວ               ຢູ່​ໃສ​ກໍ່​ຄົງ​ຮູ້

ຫ່ອນ​ຫາກ​ຫລົງ​ລືມ​ໄດ້               ນຳ​ປາ​ດິບຕາຍ​ເນົ່າ

ຊາວ​ເກືອ​ຮຳ​ແກບ​ເຂົ້າ               ​ໃສ່​ໄຫ​ໄວ້​ແຊ່​ດົນ

      15 ວັນ​ຈຶ່ງ​ໄດ້              ​ເກືອ​ຕື່ມ​ລົງ​ເຕີມ

ຮຳ​ອ່ອນ​ວາງ​ປາກ​ໄຫ               ອັດ​ແຈບ​ດີ​ແປງ​ໄວ້

ກັນ​ແມງວັນ​ເຈາະ​ເຂົ້າ               ວາງ​ຂີ້​ຂາງ​ລົງ​ໃສ່

​ເສັດ​ສູດ​ປາ​ແດກ​ໄດ້                ກິນ​ໃຊ້​ໄວ້​ເຫິງ​ນານ

      ປາ​ແດກ​ມີ​ກິ່ນ​ເອົ້າ                  ​ເໝັນ​ເນົ່າ​ຕິດ​ມື

ອ.ຍ ຢາ​ບໍ່​ຈົດ​ເປັນ                 ບອກ​ອາຫານ​ເປີ​ເປື້ອນ

​ເຖິງ​ຈະ​ມີ​ໝອນ​ເຕົ້າ                ມວນ​ແມງວັນ​ຂີ້​ໃສ່

​ໃຜ​ຜູ້​ກິນ​ປາ​ແດກ​ເຂົ້າ               ​ເຫັນ​ຍົກ​ເວົ້າ​ວ່າ​ຕາຍ

      ຮູ້​ແຕ່!​ໂລກ​ຍົກ​ອ້າງ           ອາຫານ​ແຫ່ງ​ລາວ​ຫລັກ

ລ້ານ​ຊ້າງ​ມີນາ​ມ​ເຫີ​ງ                ​ເກີດ​ມາ​ກໍ່​ເຫັນ​ພໍ້

ສາລະພັນ​ຄິດ​ປຸງ​ໃຊ້                ປະສົມ​ຫຍັງ​ກໍ​ຄວນ​ຄ່ອງ

ນົວ​ປາ​ແດກ​ວ່າ​ນີ້                  ​ເດັດ​ເຄັມ​ແທ້​ແນ່ນອນ

      ຂື້ນ​ວຽກ​ງານ​ເມື່ອຍ​ລ້າ         ​ເທື່ອ​ແຂກ​ແວ່​ເຮືອນ​ຢາມ

ບໍ່​ທ່ວງທັນ​ແນວ​ກິນ                 ຄິດ​ໃສ່​ໄຫ​ທຳ​ໄດ້

ປາ​ແດກ​ຈົກ​ອອກ​ມາ​ຈ້ຳ              ກັບ​ຜັກ​ນາງ​ແນວ​ໜໍ່

​ໃສ່​ພາ​ໂຕກ​ສູ່​ຕ້ອນ                 ປັ້ນ​ເຂົ້າໜຽວ​ໜໍ່າຄຸ້ຍ ຄະນິງ​ໃຫ້​ຄິດ​ເຖິງ.....

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຄຳ​ຄົມ

¯  ຈົ່ງ​ເຮັດ​ທຸກ​ວັນ​ເປັນ​ຄື​ວັນ​ສຸດ​ທ້າຍ​ຂອງ​ຊີວິດ ຍ້ອນ​ວ່າ​ໃນ​ວັນ​ສຸດ​ທ້າ​ຍຂອງ​ຊີວິດ​ຄົນ​ເຮົາ​ມັກ​ຈະ​ເວົ້າ ດີ​ທີ່​ສຸດ​ແລະ​ຈີ່​ງ​ໃຈ​ທີ່​ສຸດ.

¯  ບໍ່​ມີ​ສີ່​ງ​ໃດ​ຈະ​ຕິດ​ແໜ້ນ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ຄົນ​ເທົ່າ​ກັບ​ຄວາມ​ປາດ​ຖະໜາ​ທີ່​ຈະ​ລື່ມມັນ.

¯  ການ​ສອນ​ລູກ​ທີ່​ດີ​ບໍ່​ແມ່ນ​ການ​ຍົກ​ຄຸນສົມບັດ​ທີ່​ດີ​ຕ່າງໆ​ມາ​ເລົ່າ​ສູ່​ລູກ​ຟັງ​ແຕ່​ຕ້ອງ​ປະ​ຕິ​ບັດ​ຄຸນສົມ ບັດ​ເຫຼົ່າ​ນັ້ນ​ໃຫ້​ລູກ​ເຫັນ.

¯  ບໍ່​ມີ​ເທື່ອ​ທີສອງ ສຳ​ລັບ​ການ​ສ້າງ​ຄວາມ​ປະ​ທັບ​ໃຈ​ຄັ້ງ​ແລກ.

¯  ຢູ່​ເທີ່​ງຈອມ​ພູ​ຈະ​ມີ​ລົມ​ແຮງ ຜູ້​ຢູ່​ສູງ​/ຜູ້ນຳ ຈະ​ຖຶກບັນຫາ​ສາລະພັດ​ຢ່າງ​ພັດ​ກະ​ໜໍ່າຕະຫລອດ​ເວລາ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

 

ພາສາ​ອັງກິດ ທັງຮຽນ​ທັງ​ຫົວ English learn & laugh

                                           ​ໂດຍ:  ບ່າວ ກະບື

          ຫ້າມ​ລອຍ​ນ້ຳ

          ຄົນ​ຍາມ​ແຄມ​ອ່າງ​ນ້ຳ​ງື່ມຮ້ອງ ​ໃສ່​ສາວ​ງາມ ​ເຊີ່ງ​ພວມ​ຕຽມ​ຕົວ​ລົງ​ລອຍ​ນ້ຳ

-    ຂໍ​​ໂທດ​ນ້ອງ​ສາວ,ບ່ອນ​ນີ້ ​ແມ່ນ​ເຂດ​ຫວງ​ຫ້າມ ບໍ່​ອະນຸຍາດ​ໃຫ້​ລອຍ​ນ້ຳ

-    ນ້ອງ​ສາວ: ຄັນ​ຊັ້ນ​ເປັນ​ຫັຍ​ງ​ເຈົ້າ​ບໍ່​ບອກ​ກ່ອນ​ຂ້ອຍ​ແກ້​ເຄື່ອງ?

-    ຄົນ​ຍາມ: ​ເອີ ...... ກໍ່​ຍ້ອນ​ວ່າ​ບໍ່​ມີ​ກົດ​ລະບຽບ​ຫ້າມ​ແກ້​ເຄື່ອງ.

No Swimming.

A guard at Num Ngum reservior was Shouting at a young beauty about swim.

“ pardon Miss ,this is a restricted area swimming is not allowed here”

Miss: “Why did not you tell me before I undressed ?”

Guard: “ Well there is no regulation against undressing”

 

 

 

ເກັບມາແຕ່ ຫນັງສືພິມ ແຕ່ບໍ່ຈືວ່າ ມັນຊື່ ຫັຍງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 

ແກ້​ອາການ​ຄັນ

          ສີ່​ງ​ເລັກໆ​ນ້ອຍໆ​ແຕ່​ສຳຄັນ​ຄວນ​ຮູ້​ໄວ້​ແລະ​ເປັນ​ສະ​ໜຸນ​ໄພ​ທີ່​ຊອກ​ໄດ້​ໃນ​ຮົ້ວ​ສວນ​ຂອງ​ເຮົາ

ຄົນ​ເຮົາ​ແມ່ນ​ໃຜ​ກໍ່​ມີ​ອາການ​ຄັນ​ເກີດ​ຂື້ນ​ໄດ້​ຄົນ​ບູຮານ​ບອກ​ໄວ້​ວ່າ ​ໃຫ້​ນຳ​ເອົາ​ເປືອກ​ໜາ​ກສົ້ມ​ໂອ ມາ​ຕາກ​ໃຫ້​ແຫ້ງ ​ແລ້ວ​ຕົ້ມ​ຈົນ​ຟົດ​ແລະ​ປະ​ໃຫ້​ອຸນພໍດີ ​ແລ້ວ​ນຳ​ມາ​ອາບ ອາການ​ຄັນ​ກໍ່​ຈະ​ເຊົາ.

          ຖ້າ​ຫາກ​ຄັນ​ຕາມ​ມື​ຕາມ​ຕົນ​ໂຕ​ຍ້ອນ​ຖຶກໜາ​ຫຕຳ​ແຍ ​ໃຫ້​ເອົາ​ຜັກ​ຕຳນິນ​ມາ​ຍ່ອງ​ໃຫ້ ​ແຫຼກ​ປົນ​ນ້ຳ​ແລ້ວ ທາ​າບໍ່​ລິິ​ເວນທີ່​ຄັນ​ກໍ່​ຈະ​ະເຊົາ​ໄດ້.

 

ເກັບມາຈາກໜັງສືພິມ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ເສຍ​ຢ່າ​ໄຫ້ ​ໄດ້ຢ່າ​ຫົວ

      ຄົນ​ເຮົາ​ເທື່ອ​​ໂຊກ​ຂື້ນ         ຂາຍ​ຂີ້ກໍ່​ຍັງ​ລວຍ

ບາດວ່າ​ເຖິງ​ຄາວ​ຊວຍ              ​ເຮັດ​ຫຍັງ​ກໍ່​ເສຍ​ລ້າ

ຫາກ​ວ່າ​ຍາມ​ລວຍ​ນັ້ນ               ຢ່າ​ມີ​ໃຈ​ອວດອົງ

​ເຖິງ​ຍາມ​ລົງ​ສຸດ​ສ້ວຍ               ກໍ່​ຢ່າ​ຟ້າວ​ຫງ່ວມ​ເຫງົາ

          ຊາຕາ​ຄົນພຶກ​ປີ້ນ         ບໍ່​ມີ​ຢູ່​ຕາມ​ເດີມ

ຈົ່ງ​ເພີ່ມ​ແຮງ​ໃຈ​ລໍ                        ​ເພື່ອ​ຮັບ​ມື​ວັນ​ໜ້າ

ຊາຕາ​ລົງ​ຫຼື​ຂື້ນ                    ​ໃຫ້​ທຳ​​ໃຈ​ໄວ້​ກ່ອນ

ຫລອນ​ວ່າ​ຄາວ​ຕໍ່ໜ້າ                ຊາຕາ​ນັ້ນ​ຂະໜັ້ນຄົງ​ດອກ​ນາ

 

 

ເກັບ ມາແຕ່ ໜັງສືພິມ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

3 ຢ່າງ​ໃນ​ການ​ສ້າງ​ສະຕິ​ປັນຍາ​​ເພື່ອພັດທະນາ​ຕົນ​ເອງ

ຄົນ​ເຮົາ​ທີ່ຢູ່​ໃນ​ສັງຄົມ​ປັດ​ຈຸ​ບັນ​ນີ້​ລ້ວນ​ແລ້ວ​ແຕ່​ໄດ້​ປະ​ເຊີນ​ໜ້າກັບ​ບັນຫາ​ຕ່າງໆ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ຊີວິດ ​ເຊີ່ງ​ມັນ​ເປັນ​ສີ່​ງທີ່​ທ້າ​ທາຍ​ແລະ​ຫຼີກ​ລ່ຽງບໍ່​ໄດ້ ​ແຕ່​ມີ​ສີ່​ງໜື່ງທີ່​ເຮັດ​ໃຫ້​ບັນຫາ​ນັ້ນ​ມີ​ທາງ​ແກ້​ໄຂ​ຄື ຕ້ອງ​ໃຊ້​ສະຕິ​ປັນຍາ​ຄົ້ນ​ຄິດ​ພິຈາລະນາ​ແນ່ນອນ​ວ່າ ບັນຫາ​ທຸກ​ຢ່າງ​ຕ້ອງ​ມີ​ທາງ​ອອກ​ແລະ​ຜ່ານ​ພົ້ນ​ໄປ​ໄດ້​ດ້ວຍ​ດີ.

      ພຣະອາຈານ ​ໂພ​ສີ​ນ້ອຍ ຄຳ​ປັດ ຄະນະ​ສົງ ວັດ​ດົງ​ໂດກ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ​ໄດ້​ໃຫ້​ຮູ້​ວ່າ “ການ​ທີ່​ຄົນ​ເຮົາ​ຈະ​ແກ້​ໄຂ​ບັນຫາ​ໃດ​ໜຶ່ງ​ໄດ້​ກ່ອນ​ອື່ນ​ໜົດຕ້ອງ​ທຳ​ຄວາມ​ເຂົ້າ​ໃຈ​ເຖິງ​ບັນຫາ​ເຫຼົ່າ​ນັ້ນ​ແລ້ວ​ໃຊ້​ສະຕິ​ປັນຍາ​ຄົ້ນ​ຫາ​ເຫດຜົນ​ຢ່າງ​ຖີ່​ຖ້ວນ​ເພື່ອ​ຈະ​ສາມ​າດ​ແກ້​ໄຂ​ບັນຫາ​ໄດ້​ເຊີ່ງ​ໃນ​ທາງ​ພຸດທະ​ສາສະໜາ​ນັ້ນ​ປັນຍາ​ຂອງ​ຄົນ​ເຮົາ​ແມ່ນ​ຈະ​ເກີດ ຈາກ 3 ຢ່າງ​ຄື: ປັນຍາ​ເກີດ​ຈາກ​ການ​ຄິດ​ທົບ​ທວນ,ພິຈາລະນາ​ຫາ​ເຫດ​ຜົນ ໝາຍ​ເຖິງ​ການ​ໃຊ້ສະໜອງ​ຄົ້ນ​ຄິດ​ຕຶກ​ຕອງ​ບັນ ຫາ​ຢ່າງ​ລະອຽດ ​ໂດຍ​ມີ​ການ​ຄິດ​ທົບ​ທວນ​ຮິ່ນຕອງ​ໃຫ້​ເຂົ້າ​ໃຈ​ເຖີ່​ງບັນຫາ ວ່າ​ເປັນ​ສີ່​ງທີ່​ດີ​ຫຼື​ບໍ່​ດີ,ຕ້ອງ​ຄິດ​ໃຫ້​ຮອບ​ຄອບ ​ແລະ​ຕ້ອງ​ຄົ້ນ​ຫາ​ເຫດຜົນ ຢ່າງ​ລະອຽດ​ໃນ​ສີ່​ງທີ່​ຈະ​ເວົ້າ,ສີ່​ງທີ່​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເມື່ອ​ເຮັດ​ໄປ​ແລ້ວ​ຈະ​ເກີດ​ຄຸນງາມຄວາມດີ,ບໍ່​ນຳ ​ໂທດ​ຫຼື​ນຳ​ຄວາມ​ເດືອດຮ້ອນ​ມາສູ່​ຕົນ​ເອງ ​ແລະຜູ້​ອື່ນ​ໃນ​ພາຍ​ພາກ​ໜ້າ.

ປັນຍາ​ທີ່​ເກີດ​ຈາກ​ການ​ຟັງ,ການ​ອ່ານ,ການ​ຄົ້ນຄວ້າ​ສຶກສາ​ຮໍ່າຮຽນ​ແລະ​ການ​ຖາມ​ຄົນ​ທີ່​ຮູ້​ມາ​ກ່ອນ ໝາຍ​ເຖີງ​ເມື່ອ​ໄດ້​ຍິນ,​ໄດ້​ຟັງ​ຫຼື​ໄດ້ອ່ານ​ສີ່​ງ​ໃດ​ສີ່​ງໜື່ງ​ແລ້ວ​ຕ້ອງ​ສຶກສາ​ຄົ້ນ​ຄ້ວາ,ປຶກສາ​ຫາລື​ກັບ​ຫລາຍໆ​ຄົນ​ແລ້ວ​ນຳ​ເອົາ​ເຫດ​ຜົນ​ນັ້ນ​ມາ​ໄຈ້​ແຍກ​ໃຫ້​ລະ ອຽດ​ເພື່ອ​ເປັນ​ການ​ຮູ້​ແຈ້ງ​ເຫັນ​ຈິງ​ຕື່ມ.

ປັນຍາ​ທີ່​ເກີດ​ຈາກ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ,ລົງມື​ເຮັດ ​ແລະ​ປະຕິບັດ​ຕົວ​ຈິງ​ຢ່າງ​ຕໍ່​ເນື່ອງ ໝາຍ​ເຖິງ​ປັນຍາ​ທີ່​ເກີດ​ຈາກ​ການ​ທົດ​ລອງ ພິສູດ,ລົງມື​ເຮັດ​ດ້ວຍ​ຕົນ​ເອງ ​ເຊີ່ງ​ກ່ອນ​ຈະ​ເກີດ​ຂື້ນ​ໄດ້​ກໍ​ຕ້ອງ​ໃຊ້​ຄວາມ​ອົດທົນ,ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ເຮັດ​ໃນ​ສີ່​ທີ່​ດີ,ບໍ່​ເຫັນ ຜິດ​ເປັນ​ຖືກ ຫຼື​ບໍ່​ເຫັນ​ຖຶກ​ເປັນ​ຜິດ​ມີ​ຫຼັກ​ໜັ້ນ​ໃນ​ຕົນ​ເອງ ​ແລະ​ຕ້ອງ​ອາ​ໄສ​ການ​ປະຕິບັດ​ຢ່າງ​ຕໍ່​ເນື່ອງ​ສີ່​ງນີ້​ເຮັດ​ໃຫ້​ຫຼາຍ​ຄົນ​ມີ​ປະສົບ​ການ​ຈົນ​ກາຍ​ເປັນຄວາມ​ຊຳນິ​ຊຳນານ ພ້ອມ​ທັງ​ເປັນ​ຄົນ​ສຸຂຸມ​ຮອບ​ຄອບ ສາມາດ​ປະສົບ​ຜົນສຳ​ເລັດ​ໃນ​ຫຼາຍ​ດ້ານ​ນຳ​ອີກ.

      ​ໂດຍ​ລວມ​ແລ້ວ​ສັງຄົມ​ປັດ​ຈຸ​ບັນ,ຜູ້​ທີ່​ໃຊ້​ສະຕິ​ປັນຍາ​ສ່ວນ​ຫຼາຍ​ແມ່ນ​ກຸ່ມ​ຄົນ​ທີ່​ເປັນ​ພະນັກງານ ທັງ​ພາກ​ລັດ​ແລະ​ເອກະ ຊົນ ​ແຕ່​ຜູ້​ທີ່​ບໍ່​ມັກ​ໃຊ້​ສະຕິ​ປັນຍາ​ນັ້ນ​ຈະ​ແມ່ນ​ໄວ​ລຸ້ນ​ໄວ​ຄະນອງ​ທີ່​ມີ​ຄວາມ​ໃຈຮ້ອນ,ຂາດ​ສະຕິ ບໍ່​ມີ​ຄວາມ​ອົດທົນ​ຫຼາຍ​ອັນ​ກໍ່​ໃຫ້ ​ເກີດ​ບັນຫາ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ​ປັດຈຸບັນ.ສະ​ນັ້ນ,ພໍ່-​ແມ່ ຜູ້​ປົກຄອງ​ຄວນ​ບົ່ມ​ສອນ​ລູກຫຼານຕົນ​ເອງ​ໃຫ້​ມີ​ການ​ຄິດ​ດີ,ກະ ທຳ​ດີ ​ແລະ​ອະທິບາຍ​ເຫດຜົນ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ສີ່​ງທີ່​ດີ​ຫຼື​ບໍ່​ດີ,ຄວນ​ເຮັດ​ຫຼື​ບໍ່​ຄວນ​ເຮັດ​ທັງ​ນີ້​ກໍ່​ເພື່ອ​ເປັນ​ການ​ປູກ​ຈິດ​ສຳນຶກ ​ໃຫ້​​ແກ່​ເຂົາ​ເຈົ້າ​ຕັ້ງ​ແຕ່​ໄວ​ເຍົາ​ໃຫ້​ເປັນ​ຄົນ​ດີ​ຂອງ​ສັງຄົມ​ໃນ​ອານາ​ຄົດ.

ເກັບມາ ແຕ່ໜັງສືພິມ ເຫັນວ່າມີສາລະດີ ແຕ່ ບໍ່ ໄດ້ເບີ່ງວ່າ ແມ່ນໜັງສືພິມ ອີ່ຫັຍງ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເສດຖະກິດ -ສັງຄົມ

ຄວາມຮັກຄວາມຮູ້ບຸນຄຸນ

ໂດຍ: ລູກບັງບົດ

      ຄວາມຮັກທີ່ແທ້              ດູແລຮໍ່ແຫນຫອມ

ຖະຫນອມພົວແພງພັນ               ໃຫ້ກຳລັງໃຈນັ້ນ

ສຸດແສນຫວານແວວຕາສິ້ງ           ຫລິງກັນຍາມຍາກ

ຮັກຮໍ່ແຮງຮ່ວມຫຸ້ມ                  ຊູຊວ້ານຊ່ວຍກັນ ແທ້ນາ.

      ຮູ້ຄຸນຄ່າເງິນຫມື່ນລ້ານ        ຕື້ຕິ່ວພັນແສນ

ແຕ່ບໍ່ຮູ້ຄຸນບິດາມານດາ              ຊົ່ວຊາມເລວຮ້າຍ

ຮູ້ຕາຍໆຕາມບ້າ                   ເທວະດາຊິຍ້ອງກ່າວຊັ້ນບໍ

ຮູ້ຢ່າງນີ້ເຊົາເອີ້ນວ່າບໍ່ຮູ້              ປັນຍາປູ້ຍີ່ງກວ່າຄວາຍ

      ສັດບໍ່ເຄີຍຕອບຕ້ານ          ຄຸນແມ່ນມານດາ

ສັດສາບໍ່ເຄີຍກະທຳເສຍ             ໃຫ້ພໍ່ແມ່ນ້ຳຕາຍ້ອຍ

ຄົນເຮົາໃສວ່າໃຈສູງຊັ້ນ             ປັນຍາດີແສນປະເສີດ

ຄືເຮັດໃຫ້ພໍ່ແມ່ຫລັ່ງນ້ຳຕາຍັ່ງຍ້ອຍ            ເປັນທຸກນຳລູກເຕົ້າ

                              ແລງເຊົ້າບໍ່ສະບາຍຫັ້ນເດ!!!!

      ບາງຄົນເກີນເກ່ງແທ້          ຕອບແຕ່ຄຳຖາມ     

ຖາມຫຍັງຕອບສະບາຍ              ແມ່ນບໍ່ຄາພໍຫນ້ອຍ

ແຕ່ບໍ່ເຄີຍຫລິງເບື້ອງ               ຕອບແທນຄຸນແຜນດິນຢູ່

ບໍ່ມີໃຈຕໍ່ສູ້ເພື່ອແຜ່ນດິນຢູ່ນີ້           ໃຜຊິວ່າທ່ານດີ ເດນໍ

      ຮູ້ຫລາຍສີ່ງໃນໂລກກ້ວາງ            ວິຊາສາດສິລະປະ

ແຕ່ບໍ່ມີທຳມະ                     ຮູ້ຄ່າຄຸນເມືອງບ້ານ

ມີແຕ່ຫາແນວຕ້ານ                 ການງານບໍ່ຕັ້ງຕໍ່

ບໍ່ມີໃຈກໍ່ສ້າງ                     ເມືອງບ້ານບໍ່ຫ່ອນເປັນ ແທ້ດາຍ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຫນັກເອົາ ເບົາສູ້

ຢາກໃຫ້ສຳເລັດໄດ້           ໃນຫນ້າທີ່ການງານ

ຕ້ອງມີໃຈທົນທານ           ຫນົກເອົາເບົາສູ້

ເປັນຜູ້ໃຈເຂັ້ມແຂງ           ທຳງານຢ່າງດຸຫມັ່ນ

ສາມາດຟັນຜ່າມ້າງ           ງານຫຍຸ້ງຍາກເຂັນ

      ເປັນຄົນໃຈເກ່ງກ້າ     ຜ່ານຜ່າອຸປະສັກ

ຫນັກເອົາໃຫ້ມັນສຳເລັດ       ເບົາເຮັດມັນຈົນແລ້ວ

ບໍ່ເປັນຄົນແອວຕັ້ງ           ຫລັງຍາວມັກງ່າຍ

ຈິດໃຈບຸກບັ່ນກ້າວ           ເດີນຫນ້າຢູ່ບໍ່ເຊົາແທ້ດາຍ.

ເສດຖະກິດ -ສັງຄົມ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ໄຂປິດສະຫນາສຸພາສິດ

ຄົນລາຍໃນ ເສືອລາຍນອກ

      ເສືອລາຍນອກບອກຮູ້         ເຫັນແຕ່ທາງໄກ

ແຕ່ວ່າໃຈຂອງຄົນ                 ເບີ່ງບໍ່ເຫັນກະຈະແຈ້ງ

ບາງຄົນແຍງແນມຫນ້າ        ທັງວາຈາກໍ່ຜຸດຜ່ອງ

ຫລາຍຄົນຫລົງຍົກຍ້ອງ       ວ່າດີແທ້ຊູ່ອັນ

      ບາດວ່າໃຈແດງອອກນັ້ນ       ບໍ່ເຫມືອນດັ່ງວາຈາ

ບໍ່ເຫມືອນຫນ້າຕາຄົນດີໆ            ທີ່ຫລາຍຄົນຫລົງຍ້ອງ

ໃຈຈອງຫອງເມົາມົ້ວ                ພົວພັນແຕ່ແນວເຖືອ່ນ

ຊອກເຄື່ອນໄຫວຕວະຕົ້ມ             ບໍ່ສົມແທ້ດັ່ງຈາ ນັ້ນນາ.

ເສດຖະກິດ -ສັງຄົມ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເສດຖະກິດ -ສັງຄົມ  ສະບັບ ຕັ້ງແຕ່ ເດືອນ ມີນາ ພຸ້ນ ຢ່າວ່າ ກັນເດີ

ຄົນງາມຍຸກໃຫມ່

ໂດຍ:ລູກບັງບົດ

ຄົນງາມບໍ່ແມ່ນງາມແຕ່ຫນ້າ     ຮູບຮ່າງຜີວພັນ

ບໍ່ແມ່ນງາມຄົບຂັນ           ແຕ່ກາຍາເນື້ອ

ຄົນທີ່ງາມໆແທ້              ມີສິນນະທຳອັນປະເສີດ

ງາມທັງກາຍໃຈກໍ່ໃຫ້          ເຂົາຈື່ງຮ້ອງວ່າງາມແທ້ດາຍ

      ງາມພຽງກາຍເພີ່ນບໍ່ເວົ້າ       ຍໍຍື່ນສັນລະເສີນ

ບໍ່ແມ່ນງາມເຜີນໆ                        ກໍ່ກ່າວກັນວ່າງາມແລ້ວ

ແນວທີເຂົາຍໍຍ້ອງ                        ງາມກາຍ ວາຈາໃຈສະອາດ

ມາລະຍາດພຽບພ້ອມ               ຖະຫນອມຫ້ອຍຫໍ່ໃຈ

      ງາມຂອງຄົນບໍ່ແມ່ນຢູ່ທີ່ຫນ້າ    ຮູບຫລໍ່ງາມຕາ

ໂອບເອ້ເງິນຄຳເພັດນິນຈິນດາ         ໂລດຊິງາມໄປໄດ້

ສີ່ງທີ່ງາມເຂົາໃຊ້                        ວາຈາໃຈແຈບຈິ່ງ

ນີ້ແຫລະສີ່ງເອກອ້າງ               ທາງເຄົ້າຄ່າຄົນ

      ບາງຄົນງາມແຕ່ຫນ້າ         ຄຸນຄ່າບໍ່ເຄີຍມີ

ເປັນຄົນເສຍສັກສີ                 ເພາະມີໃຈປວ່ງບ້າ

ຄວາມຕັນຫາພາໂລລ້ຽວ       ຫາເງິນໃນທາງເຖື່ອນ

ຊີວິດເປິເປື້ອນຮ້າຍ           ຊິງາມໄດ້ຈັ່ງໃດນັ້ນເດ

      ເຫືນອຄົນສວມສອດໄດ້  ເພັດຄ່າລາຄາແພງ

ມາເຍືອງແຍງປະດັບ         ຄ່າມັນຫລາຍລ້ານ

ແຕ່ທາງໃນໃຈເປື້ອນ          ແຍງໄປຫນ້າເບື່ອ

ງາມເຫມືອນເດືອນອກກ້ຽງ           ໃນນັ້ນບໍ່ງາມນັ້ນນາ

      ຈຳປາລາວກິ່ນກົ້ວ     ຫອມບໍ່ຫນ່າຍຄາຍສີ

ຫອມໄປມີຄວາມຫມາຍ        ອ່ອນນອນນູມນິ້ມ

ຫອມໄປທຸກຫົນຫ້ອງ          ເວຫາບົນອາກາດ

ທຳມະຊາດດອກຈຳປາສະອາດອ້າງ           ນາງຜູ້ງາມຢາດຍ້ອຍ ແນວນີ້ລະແມ່ນງາມແທ້ນາ.

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

ສະບາຍ ດີ ເພືອ່ນ ສະມາຂິກພັນ ລາວ 

ມື້ນີ້ ກໍ່ ບໍ່ ມີ ຫັຍງ ຫລາຍ ດອກ ພຽງ ແຕ່ ກິນ ເຂົ້າ ທ່ຽງ ແລ້ວ ກໍ່ເລີຍ ມາ ນັ່ງຂຽນ ເລືອ່ງ ຂອງ ໂຕ ເອງ ສູ່ ຟັງ ຕາມ ພາສາ ຫາກໍ່ລົງ ວຽກ ພາກ ສະ ຫນາມ ມາ ມັນ ຄຽດ ແນ່ ຫນ້ອຍ ນຶ່ງ

ຍ້ອນ ກັບ ໄປ ອາທິດ ກ່ອນ ວັນ ສຸກ ທີ 1 ເດືອນ 6 ຕອນ ແລງ ຫມູ່ ມາ ບອກວ່າ ຫລັງ ເລີກ ວຽກຫ້ອງ ການ ເຮົາ ມີ ກິດ ຈະ ກຳ ປູກຕົ້ນ ໄມ້ ເດີ ໃຫ້ ທຸກຄົນ ເຂົ້າ ຮ່ວມ ສ່ວນ ເບ້ຍ ໄມ້ ແມ່ນ

ທາງ ຫ້ອງ ການ ກະກຽມ ໄວ້ ໃຫ້ ແລ້ວ  ຕົ້ນ ເກດ ສະ ໜາ ....(ມີ ໄມ້ ຫັຍັງ ແນ່ ກະ ບໍ່ ຈື່ ລະ )

ຫລັງ ຈາກ ທີ່ ຜູ້ ແຈ້ງການ ອອກໄປ ເຮົາ ກໍ່ເລີຍ ເວົ້າ ກັບ ຫມູ່ ທີ່ ເຮັດວຽກ ຢູ່ ຫ້ອງ ດຽວ ກັນ ວ່າ ເຂົາ ບໍ່ ແຈ້ງ ແຕ່ ວານ ນີ້  ( ແລງ ວັນ ພະຫັດ) ເຮົາ ຈະ ໄດ້ ເອົາ ເບ້ຍ ໄມ້ ທີ່ ເຮົາ ຢາກປູກ ມາ ປູກນຳ

ໝູ່ ກໍ່ ຕອບ : ແມ່ນ ໃດ ເນາະ

ຫົວ ໜ້າ ກໍ່ ເລີຍ ຖາມ : ພວກນ້ອງ ຊິ ເອົາ ຕົ້ນ ຫັຍງ ມາ ປູກ ລະ?

ເຮົາ ກໍ່ຕອບ : ເອົາ ຕົ້ນ ໄມ້ ກິນ ຫມາກ ມາ ປູກ

ຫົວໜ້າ : ຄັນຊັ້ນ ອ້າຍ ວ່າ ຕົ້ນ ທີ່ ພວກ ນ້ອງ ເອົາ ມາ ຕ້ອງ ແມ່ນ ຕົ້ນ ຫມາກ ເຂືອ ,ແລະ ໝາກ ເຜັດ

ເຮົາ ກໍ່ອື້ງ ໄປ ໜ້ອຍ ນຶ່ງ

( ເພາະ ໃນ ໃຈ ຄິດ ຈະ ເອົາ ຕົ້ນ ໝາກຍົມ ກັບ ໝາກສີ ດາ ມາ ປູກ ເຄີຍ ອ່ານ ໃນ ຕຳລາ ເຂົາ ບອກວ່າ ຄົນ ເກີດ ວັນ ຈັນ ປູກຕົ້ນ ຫມາກ ຍົມ ແມ່ນ ຈະດີ ສວ່ນ ຫມາກສີ ດາ ນະ ເຫັນ ວ່າ ຄົນ ໃນ ຫ້ອງ ການ ມັກກິນ ຢູ່ ເຮືອນ ມີ ເບ້ຍ ຫລາຍ ຕົ້ນ)

ພໍຕັ້ງ ສະຕິ ໄດ້ ກໍ່ ເລີຍ ຕອບ ຫົວ ຫນ້າ ວ່າ: ໂອຍ ນ້ອງ ຕັ້ງ ໃຈ ຈະ ປູກ ໝາກ ເຂືອ ກັບ ໝາກ ແຄ້ງ ເອົາ ໄວ້ ກິນ ກັບ ແຈວ

ຫົວໜ້າ : ກະດີ ແລ້ວ ເພາະ ຫາກ ປູກ ຫມາກ ມີ້ ຫມາກ ມວ່ງ ພວກ ນ້ອງ ຊິ ເອົາ ບໍ່ ເຖິງ ຕ້ອງ ລຳ ບາກ ຫາ ໄມ້ ສ້າວ ຊິ ຂຶ້ນ ກະ ບໍ່ໄດ້ ເພາະ ນຸ່ງ ສິ້ນ ແລະ ຫມັກ ກະ ໂຕອີກ ຄື ຊິ ປີນ ຕົ້ນ ໄມ້ ບໍ່ ໄດ້

 (ຫົວ ດ້ວຍ ຄວາມ ສະ ໃຈ 55555) ຫົວຫນ້າ ເຮົາ ສູງ ເກີນ 180 ຊມ

ເຮົາ ກໍ່ ຕອບ: ແມ່ນ ແລ້ວ ບໍ່ ລຳ ບາກ ພໍ່ ບ້ານ ແມ່ນ ບ້ານ ຫາໄມ້ ໄວ້ ໃຫ້

ຫັລງ ຈາກປູກຕົ້ນ ໄມ້ ຢູ່ ຫ້ກງ ການ ແລ້ວ ກໍ່ ປະ ມານ 6ໂມງ ຍັງນີ້ ແລະ ເຮົາກໍ່ ເມືອ ຮອດເຮືອນ ຊວ່ຍ ແມ່ ເຮັດເຄືອ່ງຂາຍ ກັບນ້ອງສາວ  (ມົກໝໍ່ ໄມ້)

 

ກະລົມ ກັນ ໄປເລືອ້ຍ ໆໆ ຕາມ ພາສາ ເຮົາ ເລົ່າ ເລືອ່ງ ທີ່ ຫົວ ຫມາກ ບອກໃຫ້ ເອົາ ຕົ້ນ ຫມາກເຂືອ່ ໄປປູກ ໃຫ້ ນ້ອງ ກັບ ແມ່ ຟັງ

ແມ່ ເລີຍ ຖາມເຮົາ ວ່າ  ຄັນຊັ້ນ ລູກຊິ ເອົາ ຕົ້ນ ຫັຍງ ໄປປູກ ດີ ລະ?

ເຮົາ ຍັງບໍ່ ທັນ ຕອບ ກັບລັງ ອ້າ ປາກ ?????

ອີ່ ແມ່ ກະ ບອກວ່າ : ເອີ ລູກ ກະ ເອົາ ຕົ້ນ ສົ້ມ ພໍດີ ( ກະຈຽບ )ຫັ້ນ ເດ ໄປ ປູກ

((ຄິດໃນ ໃຈ ຕົ້ນ ສົ້ມ ພໍດີ ກັບຕົ້ນ ຫມາກເຂືອ ມັນ ກະ ບໍ່ ໄດ້ ສູງ ລື່ນ ກັນ ປານ ໃດດອກ))

ເຮີຍ !!!! ບໍ່ ມີ ຫັຍງ ຂຽນ ຊື່ ໆໆໆໆ

ຫາກສ້າງ ຄວາມລຳ ຄານ ໃຫ້ ໃຜ ກໍ່ ຂໍ ອະ ໄພ ເດີ

ໃຜມີ ເລືອ່ງ ຫັຍງ ກໍ່ ເລົ່າ ສູ່ ກັນ ຟັງ ແນ່ ເດີ

 

ຂຽນ ເມື່ອ ວັນ ທີ 4 ມີ ຖຸນາ

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

 

4. VOLUME
Volume is the amount of space occupied by an object or
enclosed in a container. It is 3-dimensional. Volume is
often expressed using the word "cubic" + the distance. For
example, if a room is 5 metres long, 3 metres wide and
3 metres high, it is 45 cubic metres (45 cu. m). But we can
also use the distance + the figure 3. So we write 45m3.

Other measurements of volume are:
- 1000 cubic centimetres (cc) = 1 litre (L or l)
- gallon (approx. 4.6 litres in UK, approx. 3.8 liters in US)

We use litres to talk about fluids like drinks and petrol.
We also use gallons to talk about petrol and other fluids.

 

ຫັວງວ່າ ຄົງເປັນປະໂຫຍດ ໃຫ້ ທ່ານຜູ້ອ່ານ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

3. AREA
Area is the extent of a surface. It is 2-dimensional. Area
is often expressed using the word "square" + the distance.
For example, if a room is 10 metres long and 5 metres wide,
it is 50 square metres (50 sq. m). But we can also use the
distance + the figure 2. Then we would write 50m2.

Here are two examples:

My table is 3 metres long x 2 metres wide:
area = 6 sq.m, or
area = 6m2

My town is 3 miles x 4 miles:
area = 12 sq. miles

We often measure the area of land using:
hectare = 10,000 square metres
acre = 4,840 square yards

Warning!
There is a difference between "square metres" and "metres
square". If my room is 10 feet x 10 feet, it is 100 square
feet but 10 feet square. We can only say this when the
length and the width are the same.

ກັອບມາ ຈາກ ກ່ອງເມວ

ບໍ່ຮູ້ ເປັນຫັຍງ ອ່ານ ແລ້ວ ບໍ່ຈື່

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

2. DISTANCE
There are two systems for measuring distance in the English-
speaking world:

a) metric
10 millimetres (mm) = 1 centimetre (cm)
100 centimetres = 1 metre (m)
1000 metres = 1 kilometre (km)

b) imperial/US
12 inches (in) = 1 foot (ft)
3 feet = 1 yard (yd) (approximately 1 metre)
1760 yards = 1 mile (approximately 1.6 km)

 

ຢ່າຟ້າວເບື່ອເດີ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

 

1. TIME

1000 milliseconds = 1 second (sec)
60 seconds = 1 minute (min)
60 minutes = 1 hour (hr)
24 hours = 1 day
7 days = 1 week (wk)
28, 30 or 31 days = 1 month (mth)
12 months = 1 year (yr)
365 days = 1 year
BUT every 4th year = 366 days (a leap year)

Also note:
52 weeks = 1 year (approximately)

People often use the following terms:
48 hours (2 days)
72 hours (3 days)

 

ກອບມາ ຕາມເຄີຍ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ລະຫັດ          ສະກຸນເງີນ                                            ໂຕຫຍໍ້

16               ໂດລາ ບຣູນາຍ                                       BND              

17            ໂດລາ ໄຕ້ ຫັວນ                                       TWD

18            ຈາດ ມຽນມາ                                          MMK

19           ຣຽວກຳປູເຈຍ                                        KHR

20              ໂດລາ ການາດາ                                 CAD

21          ຝຣັງ ແບນຊິກ                                        BEF

22            ຣຸເປຍ ອິນໂດເນເຊຍ                              IDR 

23              ວອນເກົາຫລີ ໃຕ້                           KRW

24            ກຣອນ ເດນມາກ                           DDK

25             ຊິນລິງ ໂອຕຣິດສ                                AUST.FCH

26             ໂຄຣນາສະວີເດັນ                            SEK

27            ກຣອນໂນເວ                                NOK

28           ເປໂຊ ຟີລິປິນ                                    PHP

29            ເອີໂຣ                                              EURO

30           ແອສ ດີອາສ                                   SDR

ປິດບໍລິການ                                                                 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ລະຫັດ    ສະກຸນເງິນ                                        ໂຕຫຍໍ້

00     ກີບ                                                      LAk

01 ໂດລາ ສະຫະລັດ                                    USD

02 ບາດໄທ                                                  THB

03 ປອນ ສະເຕີລິງ ອັງກິດ                              GBP 

04 ຝຣັງ ຝຣັ່ງ                                                  FRF

05 ມາກ ເຢຍລະມັນ                                       DEM

06   ຝຣັ່ງສວິດ                                               CHF

07    ເຢັນຍີ່ ປຸ່ນ                                                JPY

08 ໂດລາ ຮົງກົງ                                          HKD

09   ໂດລາ ອົດສະຕາລີ                              AUD

10  ຢວນ ສປຈີນ                                       CHY

11  ຣິນກິດ ມາເລເຊຍ                                MYR

12  ໂດລາ ສິງກະໂປ                                   SGD

13 ດົງຫວຽດນາມ                                   VND

14  ໂດລາ ນີວຊີແລນ                            NZD

15 ຣຸບລັດເຊຍ                                      RUB

 

ພໍກ່ອນ ຈັກໜ່ອຍ ເມື່ອຍ ອ່ານ

ມີທັງໜົດ ສາມ ສິບ ສະກຸນ ເງິນ ມື້ ອື່ນ ຈະເອົາລົງ ອີກ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

7 PROVERBS AND THEIR MEANINGS

A "proverb" is a short, traditional saying in general use. It
usually expresses some obvious truth or familiar experience.
Here are some proverbs that are well known in English, though
some of them come from other languages. The meanings given are
generally accepted meanings, though other interpretations may be
possible.

1. "Don't cross your bridges before you come to them."
Don't worry about problems before they arrive.

2. "Soon learnt, soon forgotten."
Something that is easy to learn is easy to forget.

3. "Even a worm will turn."
Everybody will revolt if driven too far.
* worm (noun) = small thin animal with soft body and no legs
* turn (verb) = revolt, fight back

4. "It was the last straw that broke the camel's back."
There is a limit to everything.
* straw (noun) = dried stalk of grain (like grass)
* camel (noun) = large long-necked animal in the desert

5. "The way to a man's heart is through his stomach."
Many women have won a man's love by cooking good meals.
* way (noun) = path; route

6. "Where there's a will there's a way."
If we are determined to do something, we can do it.
* will (noun) = strong determination, desire.
* way (noun) = path, method

7. "The best advice is found on the pillow."
We may find the answer to a problem after sleeping.
* advice (noun) = recommendation as to what to do
* pillow (noun) = cushion to rest your head on sleeping

ກັອບມາ ແຕ່ ກ່ອງ ເມວ

ບອກຕັວເອງ ວ່າ ຕ້ອງຫມັ່ນ ອ່ານ ແລະ ທົບທວນບົດຮຽນ ເອີ່ຍ ປານໃດສິເກັ່ງເນາະ???

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

7 HOMOPHONES

Different spelling - same sound

Many words in English have different spellings but are
pronounced exactly the same. These words are called
"homophones". Here are 7 examples:

1. sea, see
2. for, four
3. hear, here
4. one, won
5. knight, night
6. him, hymn
7. to, too, two

What can we learn from all this? We can learn that the *sound*
of a word is more important than the spelling. English is not
"phonetic". That means that the spelling and the sound do not
always match.

Of course, it is good to spell correctly. But to help you
understand spoken English and many rules of English, you should
think first about the sound of the words. Do not worry too much
at first about the spelling.

ກອັບມາຈາກ ກ່ອງເມວ ເຄັດລັບ ເລັກໆໆ ນ້ອຍໆໆໆ

ຄ່ອຍໆໆໆຝຶກໄປ

ຢາກ ເກັ່າ ກໍ່ຕ້ອງຂະຫຍັ່ນດຸຫມັ່ນ ຝຶກຜົນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

7 Days of the Week

Everybody knows that there are 7 "days of the week".

But do you know that there are only 5 "weekdays"?

And of course there are 2 days at the "weekend".

The days of the week come from the Names of mythical figures,
so the first letter of each day must be a CAPITAL letter.

Days of the Week:
Monday = associated with the Moon
Tuesday = from the god Tiw, associated with Mars
Wednesday = from Germanic god Odin
Thursday = from Germanic god of thunder Thor
Friday = from Germanic goddess Frigga associated with Venus
Saturday = associated with Saturn
Sunday = associated with the Sun

Weekdays:
Monday, Tuesday, Wednesday, Thursday, Friday

Weekend:
Saturday, Sunday

Here are the abbreviations:

Mo., Mon.
Tu., Tue., Tues.
We., Wed.
Th., Thu., Thur., Thurs.
Fr., Fri.
Sa., Sat.
Su., Sun.

ກັອບມາ ຈາກກ່ອງ ເມວ

ທຸກຄຳສັບ ຕ່າງກໍ່ມີ ຄວາມເປັນ ມາຂອງມັນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

A "proverb" is a short, traditional saying in general use.
It usually expresses some obvious truth or familiar
experience. There are proverbs in all languages. Here are
7 proverbs that are well known in English.

--

"You can't tell a book by its cover."

We need to read a book to know if it's good or bad. We
cannot know what it's like just by looking at the front or
back cover. This proverb is applied to everything, not only
books.

--

"Where there's a will there's a way."

If we have the determination (the will) to do something, we
can always find the path or method to do it.

--

"Don't cross your bridges before you come to them."

Don't worry about problems before they arrive.

--

"It was the last straw that broke the camel's back."

There is a limit to everything. We can load the camel with
lots of straw, but finally it will be too much and the
camel's back will break. And it is only a single straw that
breaks its back - the last straw. This can be applied to
many things in life. People often say "That's the last
straw!" when they will not accept any more of something.


--

"Bad news travels fast."

"Bad news" means news about "bad" things like accidents,
death, illness etc. People tend to tell this type of news
quickly. But "good news" (passing an exam, winning some
money, getting a job etc) travels more slowly.

--

"You can't take it with you when you die."

When we die we leave everything on earth. We don't take
anything with us. Even the richest people cannot take their
money with them after death. This proverb reminds us that
some material things are not really so valuable as we think.

--

"Still waters run deep."

Some rivers have rough surfaces with waves. That's usually
because the water is shallow and there are rocks near the
surface. But deep rivers have no rocks near the surface and
the water is smooth and still. This proverb means that
people who are calm and quiet on the outside, often have
a strong, "deep" personality inside.

 

ເຫັນວ່າ ເນື້ອຫາ ມັນ ດີ ກະ ເລີຍ ກອບ ມາ ຈາກ ກ່ອງເມວ

ຄິດວ່າ ອາດຈະ ເປັນ ປະ ໂຫຍດສຳລັບ ຜູ້ ທີ່ ກຳລັງຮຽນ ພາສາ ອັງກິດ

ຫລື ກຳລັງເຮັດວຽກບ້ານ ສົງ ອາຈານ ຢູ່

ປລ ໃຜ ຮູ້ ຊ່ວຍ ແປໃຫ້ ຜູ້ ຂ້າທແນ່ (ຂອບ ໃຈ) ລ່ວງ ໜ້າ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ຕື່ນ ແຕ່ເຊົ້າ ມາຫ້ອງການຕອນ ປະມານ 8 ໂມງຍັງ ສິບ ຫລື ຊາວ ນີ້ ແລະ

ຫົວໜ້າໜ່ວຍ ເພດ ຍິງ ບອກວ່າ ລວມ ສະມາຊິກກຸ່ມ ກ່ອນ ເຂົ້າ ການ ເນາະ

ເຮົາ ກະຕອບ ໂອເຄ ແຕ່ ຍັງໝູ່ ຜູ້ ໜຶ່ງຍັງບໍ່ທັນມາ

ກະເລີຍໄປເຂົ້າຫ້ອງນ້ຳກ່ອນ ແລ້ວຈຶ່ງມາລວມ

ຕອນຢ່າງມາ ພໍດີ ເຫັນ ວ່າ ໝູ່ ກຳລັງປະຊຸມ ຢູ່ ໂຕະຮັບແຂກ ເມົາ ແຕ່ ແນມ

ທັງແນມທັງຢາງ ບໍ່ຮູ້ ໂຕວ່າ ມາຮອດໜ້າປະຕູ ຫ້ອງແລ້ວ

ເລີຍ ຕຳເອົາ ປະຕູ ແວ່ນ ດັງຕູມ!!!

ສຽງດັງສະຫນັ່ນ ຫ້ອງທາງຂ້າງຍັງໄດ້ ຍິນ

ມຶນຫົວ ຕຶບເລີຍ ແຖມເລັບ ຍັງໄປ ຂູດດັງ ໂຕ ເອງອີກ

ເຈັບຕົວແຕ່ ເຊົ້າເລີຍ ແຖມ ຍັງຖຶກເພືອນ ຮ່ວມງານ ຫົວ ເຍາະ ເຍີ້ຍ ອີກ

ໄດ້ ຕຳແໜ່ງຕົວຕະຫລົກ ອີກບາດໜຶ່ງ

ແຕ່ກະໄປໂທດໃຜບໍ່ໄດ້ ກະແນວວ່າ ໂຕ ເອງນະ ບໍລະວັງເອງ

ຫລື ວ່າ ແມ່ນບ້ານ ເພີ່ນ ທຳຄວາມສະອາດ ແວ່ນ ໄດ້ ໄສ ໂພດ

ເຮົາເລີຍ ເບີ່ງບໍອອກວ່າ ປະຕູ ນະ ໄຂ ຂ້າງດຽວ ສວ່ນ ອີກຂ້າງນະຍັງບໍທັນໄຂ

ເຮີຍ !! ບໍງາມ ລະ ຍັງເງີ້ ງ້າງອີກເນາະ

ບໍມີຫັຍງ ພຽງແຕ່ ເອົາມາເລົ່າ ສູ່ ຟັງ ໃຫ້ ທຸກຄົນມີ ສະຕິ ລະວັງຕົວ

ຈິ່ງບໍເຈັບ ຕົວ ຄືເຮົາ ນີ້ ແລະ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ວັນພັກ ທາງລັດຖະການ ປະຈຳປີ 2012

 

1.ວັນທີ 2 ມັງກອນ ວັນຈັນ :ພັກຊົດເຊີຍ ປີໃໝ່ ສາກົນ

2. ວັນທີ 8 ມີນາ ວັນພະຫັດ : ພັກວັນ ແມ່ຍິງສາກົນ

3. 13 ເມສາ ວັນສຸກ ພັກ ຊົດເຊີຍ ບຸນປີໃໝ່ລາວ

4. 16 ເມສາ ວັນຈັນ ພັກ ຊົດເຊີຍ ບຸນປີໃໝ່ລາວ

5. 17 ເມສາ ວັນອັງຄານ ພັກ ຊົດເຊີຍ ບຸນປີໃໝ່ລາວ

6. 1 ພຶດສະພາ ວັນອັງຄານ ພັກວັນກຳມະກອນ ສາກົນ

7. 8 ຕຸລາ ວັນ ຈັນ ພັກຊົດເຊີຍ ວັນຄູ ແຫ່ງຊາດ,ວັນສ້າງຕັ້ງ ທະນາ ຄານ ແຫ່ງ ສ ປ ປ ລາວ

8. 3 ທັນວາ ວັນຈັນ ພັກຊົດເຊີຍ ວັນຊາດລາວ.

ປີນີ້ ກະໄດ້ ພັກຫລາຍ ວັນ ເອີໆໆໆໆ

ໃນມື້ ພັກ ໃຜຈະໄປເຮັດຫັຍງ ກະຢ່າລືມ ຊວນແນ່ ເດີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ຕຳຫລວດ ຈັບໂຈນ ຈີ້ ເອົາລົດຈັກໄດ້

ແລງວັນ ສຸກທີ 27 ມັງກອນ 2012 ລຸງ ທົງ ແລະ ລູກຊາຍ ທັງໝົດ 5 ຄົນ ກຳລັງນັ່ງ ກິນເຂົ້າ ແລງນຳກັນ

ມີ ຊາຍ ອາຍຸ ປະ ມານ 20 ປີ ຂີ່ ລົດຈັກ ເຂົ້າ ມາ ທ່າ ທາງ ລຸກລີ້ລຸກລົນ ຕົກ ອົກ ຕົກໃຈ ຄື ຢ້ານ ອີ່ຫັຍງ ກະບໍ່ ຮູ້ ລາວ ເວົ້າ ວ່າ ຊ່ວຍຂ້ອຍ ແນ່ ຕຳຫລວດ ໄລ່ ຂ້ອຍ.

ລຸງ ທົງ ຄິດວ່າ ເປັນ ຄົນລູກຊາຍ ຮູ້ ຈັກຫລື ອາດ ຈະເປັນ ໝູ່ ກັບ ລູກຊາຍ ຈິ່ງເອີ້ນ ວ່າ ມາ ກິນເຂົ້າ ເດີ

ຊາຍ ແປກໜ້າ ຕອບ ວ່າ ບໍ່ເປັນຫັຍງ ຂອບໃຈ

 ຢູ່ ໜ້າເຮືອນ ຂອງລຸງທົງ ມີ ລົດ ລູກຊາຍ ຈອດ ລຽນ ກັນ ເປັນ ແຖວ ທັງໝົດ 4 ຄັນ ມີຄັນ ໜື່ງ ເປັນລົດ ຈັກ ໂຄລາວ ບໍ່ ໄດ້ ຖອກກະແຈ ອອກ ທັນໃດ ນັ້ນ ຊາຍ ແປກໜ້າ ກໍ່ຮີບ ລົງ ຈາກລົດ ຈັກ ຫ້າ ສິບ ຮ້າງໆ ຂອງຕົນ ແລ້ວ ໂດດ ຂື້ນ ໄປ ຂີ່ ເອົາ ລົດ ໂຄລາວ ທີ່ ມີ ກະ ແຈ ສຽບ ປະໄວ້ ແລ້ວ ຕິດຈັກ ອອກໄປ ເຈົ້າ ຂອງເຮືອນ ກະ ຮ້ອງໃສ່ ວ່າ ສິເອົາ ໄປ ໃສ ຊາຍຄົນນັ້ນ ຫັນ ມາ ພ້ອມ ກັບ ມີດໃນ ມື ລາວ ຮ້ອງວ່າ: ຢຸດ ຢ່ານຳມາ ໃດ!!

ລຸງ ທົງ ກັບລູກຊາຍ ຟ້າວ ຂີ່ລົດ ໄລ່ ນຳ ໂຈນ ແລະ ກໍ່ ໄປ ແຈ້ງ ພໍ່ ບ້ານ ກອງຫລອນ ແລະ ອຳນາດ ການປົກຄອງ ແລະ ທີ່ ຂາດ ບໍ່ໄດ້ ແມ່ນ ເຈົ້າໜ້າທີ່ຕຳຫລວດ

ລຸງ ທົງ ແລະ ລູກຊາຍ ຂີ່ລົດໄລ່ ໂຈນ ຈົນຮອດ 2 ໂມງ ເຊົ້າ ແຕ່ວ່າບໍທັນ

ຜ່ານ ມາຈົນ ຮອດ ວັນທີ່ 30 ມັງກອນ ເຈົ້າໜ້າທີ່ ຕຳຫລວດ ສາມາດ ສະກັດ ຈັບ ໂຈນໄດ້ ພ້ອມຂອງກາງ ທັງຄົນທັງລົດ (ຕຳຫລວດ ເມືອງ ໄກສອນ ກະເກງ ເນາະ)

ເມືອ່ ຕຳຫລວດ ແຈ້ງຂ່າວ ບອກໃຫ້ ລຸງ ທົງ ລາວ ກໍ່ ພ້າວ ໄປເອົາ ລົດ ຄືນ ແຕ່ ຕຳຫລວດ ບອກວ່າ ຕ້ອງຈ່າຍ ຄ່າຕິດຕາມ ໃຫ້ ເຈົ້າໜ້າ ທີ່ ຕຳຫລວດ ໜຶ່ງລ້ານ ກີບ( 1.000.000 ກີບ )

ຕຳຫລວດເວົ້າ : ຖ້າຢາກໄດ້ ລົດ ກະ ເອົາ ມາ ລ້ານໜຶ່ງ

ລຸງ ທົງ : ຄ່າ ຫັຍງ ລ້ານ ໜຶ່ງ?

ຕຳຫລວດ : ຄ່າ ພວກຂ້ອຍ ນຳຈັບ ຫັ້ນ ເດ

ລວມ ແລ້ວ ລຸງທົງ ຕ້ອງຈ່າຍເງິນ ຊື້ລົດ ຕົນ ເອງ ນຳ ຕຳຫລວດ ໜຶ່ງ ລ້ານ

ລຸງ ທົງ ໃຫ້ ກອງຫລອງ ບ້ານ ແລະ ພໍ່ ບ້ານ ປະ ມານ ຫ້າ ແສນ ອັນນີ້ ຖືວ່າເປັນ ການຊວ່ຍ ເຫລືອ ທາງບ້ານ ເພີ່ນ

ແຕ່ທີ່ ຂພຈ ແປກໃຈກະຄື ເປັນ ຫັຍງຕ້ອງໃຫ້ ເງິນ ຕຳຫລວດ ມີ ໃນລະບຽບ ການປະຕິບັດງານເບາະ?

ຄືວ່າ ຕຳຫລວດ ກະໄດ້ ເງີນເດືອນ ຈາກການປະຕິບັດໜ້າທີ່ ຢູ່ ແລ້ວ ລັດຖະບານ ຈ້າງເຈົ້າ ໜ້າທີ່ ຕຳຫລວດ ມາກິນ ເງີນ ພາສີ ປະຊາຊົນຊື່ໆ ເບາະ ?  ບາດວ່າ ປະຊາຊົນ ມາ ຮ້ອງທຸກ ແລ້ວຕ້ອງ ຈ່າຍ ຄ່າຈ້າງຕ່າງ ຫາກອີກເບາະ?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄອງກະວີ ສີວາຈາ

ໂດຍ: ບຸນທະວີ ຈຳປາທອງ

ບໍ່ແມ່ນເຮືອນໃຫຍ່ກ້ວາງ            ງາມງົດທັນສະໄໝ

ໄສ່ວ່າຈະແສນສຸກ                 ຊື່ນຊວງສຳລານຍີ້ມ

ຄັນຄົນໃນເຮືອນຫ້ອງ               ບໍ່ປອງດອງເອກະພາບ

ມີຫລືຈະມ່ວນແມ້ງ                 ແຫນງວ່າຢູ່ຕູບນ້ອຍ

                                           ກໍ່ສຸກໄດ້ຫາກຮັກກັນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ກອກຢາ

ເຈົ້າຈື່ຊຽງດີ ຜູ້ຕໍ່ຕ້ານຄົນສູບຍາ ແບບຫົວເດັດຕີນຂາດຢູ່ຫວະ? ສ່ຽວໜຶ່ງຖາມອີກສ່ຽວໜຶ່ງ ” ເອີ່ …ໂຕໝາຍເຖິງຜູ້ທີ່ດຶງກອກຢາ ອອກຈາກຜູ້ສູບທຸກຄົນ ທີ່ເຂົາເຫັນ ແລ້ວເອົາຕີນຢຽບກອກ ຢານັ້ນແມ່ນບໍ?”

“ ຖຶກຕ້ອງເລີຍ ໃນທີ່ສຸດ ຊຽງດີ ກໍ່ຕາຍຍ້ອນ ເປັນມະເຮັງຢູ່ຕີນ”

ໜັງສືພິມ ເສດຖະກິດ - ສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຫນັງສືປຸກນອນ

ໜັງສືພິມ ເສດຖະກິດ -ສັງຄົມ.

ຜົວເມຍຄູ່ໜຶ່ງຜິດກັນພາຍຫລັງກິນເຂົ້າແລງ ຕ່າງຄົນຕ່າງບໍ່ຢາກປາກນຳກັນ ແຕ່ຮຸ່ງເຊົ້າຂອງມື້ອື່ນ ນີ້ ຜົວພັດຄິດຢາກຈະບອກໃຫ້ເມຍ ປຸກຕົນເອງ ແຕ່ 5 ໂມງເຊົ້າ ເພື່ອຈະໄປທຳງານ ຈິ່ງຄິດ ອອກວ່າຕ້ອງຂຽນໜັງສືປະໄວ້ທີ່ບ່ອນນອນຂອງເມຍ,

ໜັງສືຜົວ: ເຖິງ 5 ໂມງເຊົ້າແລ້ວເຈົ້າຈົ່ງປຸກ ຂ້ອຍແນ່ ເມຍຫລຽວເຫັນໜັງສື ,ຈິ່ງຂຽນໄວ້ຂ້າງ ບ່ອນນອນຜົວ ໃນເວລາ 5 ໂມງເຊົ້າ,

ໜັງສືເມຍ: ເຖິງ 5 ໂມງແລ້ວ ລຸກນອນສາເຖີດ!!!!

ແຕ່ແລ້ວເຖິງເວລາ 7 ໂມງຜົວຈີ່ງຕື່ນ. ຄິດຢາກຮ້າຍວ່າເມຍບໍ່ປຸກ ແຕ່ຫລຽວໄປຫລຽວມາເຫັນໜັງ ສືປຸກນອນຢູ່ຂ້າງຕົນ, ຜູ້ເປັນຜົວ: ອ້າ ປາກຄ້າງ…..!!!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຖິ່ນຖານບ້ານຂ້ອຍ

ໜັງສືພຶມ ເສດຖະກິດ-ສັງຄົມ

ໂດຍ: ສ.ສີນົນທອງ

      ດິນຖິ່ນຖານແຫ່ງນີ້           ເປັນທີ່ຢູ່ອາໄສ

ຢູ່ໄດ້ມາຫລາຍປີ                  ແຕ່ມື້ລາງຄາວກີ້

ດິນດີມີດົງກ້ວາງ            ພືດພັນພໍ່ແມ່ປູກ

ໃຫ້ລູກຫລານສືບສ້າງ               ເຖິງເທົ້າປັດຈຸບັນ

      ສຳຄັນໄປກວ່ານັ້ນ           ທຳມະຊາດງາມຕາ

ສາຍທາລາໃສເຢັນ                ລ່ອງລິນແຄມບ້ານ

ຊົນລະປະທານພຽງພໍນ້ຳ            ໄຫລລິນລົງເຂົ້າທົ່ງ

ໃກ້ບ້ານຂົງເຂດອ້ອມ               ມີນາກ້ວາງສຸດສາຍຕາ

      ຕາມທົ່ງນາຖິ່ນນີ້            ຍາມເຂົ້າສຸກເຫລືອງນາ

ວາໂຍປີວໂພຍພັດ                 ສົ່ງກິ່ນຫອມຫວນເອົ້າ

ໜ້າອອນຊອນເຫັນເຂົ້າ             ໃນນາເຫລືອງກ່ອງ

ຄືດັ່ງຟອງຍວກຍູ້                  ຍາມລົມຕ້ອງພັດປີວ

      ທີວວະທັດຢູ່ໃກ້             ທາງທິດບົວລະພາ

ມີພູຜາສູງຊັນ                    ຕ່ຳສູງລຽນຊ້ອນ

ໜ້າສະອອນສັກກຸນາມັນຮ້ອງ         ວີວອນຫາຄູ່

ບິນເປັນຫມູ່ສູ່ທ້ອງຟ້າ              ບິນເຈີດເຈີ້ຍສົ່ງສຽງ

      ຕາມດົງດອນປ່າໄມ້          ມີສັດສີ່ງກວາງຟານ

ມີທັງສັດເລືອຄານ                 ຮອກກະແຕແລນຈ້ອນ

ໜ້າສະອອນຄາວໄມ້               ລົມຕີພັດທັ່ງ

ສຽງດັງປະສານສຽງນັກຮ້ອງ          ດັງກ້ອງເສບງັນ

      ບ້ານຂ້ອຍມີພຽບພ້ອມ        ອຸດົມດ້ວຍຊັບສີນ

ຊັບໃນດິນສິນໃນດົງ                ຮັ່ງມີບໍ່ອຶດໄຮ້

ເຂົ້າໃນນາປາໃນນ້ຳ                ຕາມດົງມີສັດປ່າ

ໄມ້ມີລາຄາແພງບໍ່ອຶດໄຮ້            ຫາໄດ້ຄູ່ຍາມແທ້ນາ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ທາເປຍ ເຈົ້າພໍ່ ອູຄູເລເລ່ ຫລື ກີຕ່ານ້ອຍ ເສຍຊີວິດຢ່າງສະຫງົບ


ບິລ ທາເປຍ ຜູ້ລິເລີ່ມນຳເຄື່ອງດົນຕີກີຕ່ານ້ອຍ (ອູຄູເລເລ່)ໃຫ້ກັບຄົນທົ່ວໂລກຮູ້ຈັກກັນຕອນນີ້ລາວໄດ້ ເສຍຊີວິດຢ່າງສະຫງົບງຽບທ່າມກາງພັນລະຍາ ແລະລູກສາວພາຍໃນເຮືອນຂອງລາວ ລວມອາຍຸໄດ້ 103 ປີ,ບິລ ທາເປຍ ຢູ່ໃນວົງການດົນຕີມາດົນເຖິງ 90 ປີຈົນໄດ້ຊື່ວ່າເປັນສິລະປິນດົນຕີ ທີ່ມີອາຍຸຍືນຍາວທີ່ສຸດ ໃນໂລກທີ່ຍັງສາມາດບັນເລງດົນຕີເທີງເວທີໄດ້ ແລະລາວຍັງເຄີຍໄດ້ສະແດງກັບວົງດົນຕີ ແຈສ ຊື່ດັງຂອງ ໂລກໄດ້ແກ່: ຫລຸຍ ອາມສະຕອງ ບິງຄໍບີ້,ບີລລີ່ ຮໍລິເດຍ ໂດຍລາວໄດ້ນຳເອົາ ກີຕ່ານ້ອຍມາສະແດງເທີງ ເວທີເປັນເທື່ອທຳອິດຕັ້ງແຕ່ລາວ ອາຍຸ 7 ປີ

ບີລ ທາເປຍ ເກີດເມື່ອວັນທີ 1 ມັງກອນ ປີ 1908 ທີ່ເກາະຮາວາຍໄດ້ຊື້ ກີຕ່ານ້ອຍຕົວທຳອິດ ໃນຊີວິດ ດ້ວຍເງິນ 75 ເຊັນ ຈາກຄົນປອກຕຸຍການ ທີ່ລອງເຮືອມາ ຮາວາຍຕໍ່ມາໃນຍຸກ 1920 ເປັນຍຸກສະໄໝ ທີ່ດົນຕີແຈສເລີ່ມມີອິດທິພົນ ແລະລາວກໍ່ເປັນຄົນທຳອິດທີ່ປະສົມປະສານການຫລີ້ນດົນຕີແຈສ ເຂົ້າກັບ ອູຄູເລເລ່ ດ້ວຍການປະສົມປະສານເຕັກນິກການດີດ,ການເກົາ.ການພິກ ສາຍກີຕ່າ ຈົນເຮັດໃຫ້ເຄື່ອງດົນຕີ ຊະນິດນີ້ເປັນທີ່ຮູ້ຈັກຂອງຄົນທົ່ວໂລກ ແລະໄດ້ຮັບຄວາມນິຍົມມາເຖິງປະຈຸບັນນີ້.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ພະຍາດທີ່ມາຈາກການໃຊ້ໂທລະສັບສາທາລະນະ.

 

ສີ່ງຂອງໃດກໍ່ຕາມທີ່ຂື້ນຊື່ວ່າເປັນຂອງສາທາລະນະກໍ່ມັກຈະມີການໃຊ້ງານຈາກຄົນຫລາຍຄົນທີ່ບໍ່ສາມາດຮູ້ໄດ້ວ່າຄົນເຫລົ່ານັ້ນປ່ວຍເປັນພະຍາດຫັຍງແນ່ ແລະນີ້ຄືສີ່ງທີ່ທ່ານອາດໄດ້ຮັບການແພ່ເຊື້ອຈາກການໃຊ້ໂທ ລະສັບສາທາລະນະ ທີ່ທ່ານອາດບໍ່ເຄີຍຄິດມາກ່ອນ

ໄຂ້ຫັວດ: ເປັນເຊື້ອໄວຣັສ ເຊີ່ງສາມາດ ມີຊີວິດຢູ່ໄດ້ຫລາຍຊົ່ວໂມງຖ້າມີເຊື້ອຢູ່ບໍລິເວນຕູ້ໂທລະສັບແລະ ມີຜູ້ໃຊ້ມາສຳຜັດຖືກ ມາແລ້ວໄປຈັບດັງຂອງຕົນເອງກໍ່ເຮັດໃຫ້ທ່ານຕິດເຊື້ອໄດ້

ວັນນະໂລກ: ຕາມທິດສະດີ ແລ້ວເຊື້ອນີ້ຈະຕິດຕໍ່ກັນຈາກການໄອ ຈາມຂອງຜູ້ປ່ວຍຈາກການດົມ ສູບລົມ ຫາຍໃຈເຂົ້າໄປຕໍ່ໜ້າກັນ ແຕ່ຖ້າຜ່ານການສຳຜັດອາດບໍ່ສາມາດຕິດໄດ້.

ໜັງສືພິມ ເສດຖະກິດ - ສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ໝາກເຂື່ອເຜາະ ຊ່ວຍຕ້ານມະເຮັງ-ບຳລຸງຫົວໃຈ

ໃນປະເທດເຮົາມີພືດຜັກຫລາຍໆຊະນິດທີ່ເຮັດໃຫ້ອາຫານມີລົດຊາດແຊບ ທັງຍັງມີປະໂຫຍດແກ່ຮ່າງກາຍ ຫລາຍອີກນຳເຊັ່ນໝາກເຂືອເຜາະເປັນຜັກອີກຊະນິດໜື່ງທີ່ເຮົານິຍົມນຳມາປະກອບໃສ່ໃນອາຫານ ບໍ່ວ່າຈະ ເປັນແກງເຜັດຫລືນຳມາຮັບປະທານສົດໆກັບລາບກັບແຈ່ວກໍ່ແຊບຄືກັນ.ໃນອິນເດຍ ນຳເອົາໝາກເຂື່ອ ເຜາະມາເຮັດເປັນຢາຫລຸດອາການອັກເສບຊ່ວຍຍ່ອຍອາຫານແລະຊ່ວຍຂັບຖ່າຍ ໝາກເຂືອ ເຜາະຍັງ ມີລິດການບີບຕົວກ້າມຊີ້ນຕ້ານມະເຮັງບຳລຸງຫົວໃຈຫລຸດຄວາມດັນເລືອດ ແລະຫລຸດປະລິມານນ້ຳຕານ ໃນເລືອດສຳລັບຜູ້ທີ່ເປັນເບົາຫວານໄດ້ອີກ. ໂດຍສານສະກັດໝາກເຂືອເຜາະນັ້ນຈະອອກລິດຄ້າຍຄືອິນຊູ ລິນທີ່ຊ່ວຍເສີມການໃຊ້ງານທີ່ຊ່ວຍເສີນສ້າງການໃຊ້ງານ ກລູໂຄສຢ່າງມີປະສິດທິພາບ ແລະມີຜົນໃນທາງ ທີ່ດີຕໍ່ການເຮັດວຽກຂອງຕັບອອ່ນນອກຈາກນັ້ນໝາກເຂືອເຜາະຍັງມີວິຕາມິນ B1,B2 ແລະC ນຳ ເຫັນບໍ່ວ່າ ໝາກເຂືອໜ່ວຍນ້ອຍໆສາມາດເປັນຢາປີ່ນປົວເຮົາໄດ້ ຖ້າທ່ານສາມາດຮັບປະທານໝາກເຂືອ ເຜາະໄດ້ທຸກມື້ຍີ່ງເປັນການດີເພາະວ່າໃນໝາກເຂືອມີສານ ແລະວິຕາມິນທີ່ຈຳເປັນຕໍ່ຮ່າງກາຍທຸກຄົນສາ ມາດຮັບປະທານໄດ້ ເພາະວ່າໝາກເຂືອເຜາະມີລົດຊາດຫວານແລະກອບ.

ຂໍ້ມູນຈາກໜັງສືພິມ ເສດຖະກິດ- ສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

10 ວິທີ ເບີ່ງແຍງຜົມ ງາມໃຫ້ມີສຸຂະພາບດີ ຄູ່ເຮົາໄປໄດ້ດົນໆໆ

 

 

໑      ຫວີຜົມ: ກ່ອນສະຜົມເພືອ່ກຳຈັດສີ່ງສົກກະປົກ ທີ່ຕິດຢູ່ນຳເສັ້ນຜົມ ແລະສາງເສັ້ນຜົມທີ່ຜັນກັນທອອກກ່ອນ

໑      ສະຜົມ: ຄວນໃຊ້ແຊມພູ ແລະຄີມນວດທີ່ປະສົມອາຫານຊີວະພາບ ເພື່ອກຳຈັດສີ່ງສົກກະປົກແລະ ບຳລຸງ ເສັ້ນຜົມໄປດ້ວຍໃນຕົວເພາະສານອາຫານຊີວະພາບຈະຖຶກດູດຊຶມແລ້ວເຂົ້າເຖິງຮາກຕະຫລອດເສັ້ນຜົມ

໑      ນວດຫົວ: ນວດໜັງຫົວ ຂະນະອາບນ້ຳ ໃຕ້ຝັກບົວ ເພືອ່ກະຕຸ້ນລະບົບໜຸນວຽນຊ່ວຍໃຫ້ມີສຸຂະພາບຜົມທີ່ດີ ຂຶ້ນ ແລະຊ່ວຍຫລຸດຄວາມຄຽດ ໃຊ້ປາຍນິ້ວນວດໜັງຫົວຄ່ອຍໆ ໂດຍເລີ່ມຈາກດ້ານໜ້າແລ້ວລົງໄປເຖິງ ກົກຄໍ

໑      ເພີ່ມຄວາມຊຸ່ມຊື່ນ: ດ້ວຍຄອນດີຊັນເນີ້ ສະເພາະບໍລິເວນປາຍຜົມ ແລະສ່ວນທີ່ເລີຍປາຍຜົມຂື້ນມາເຄີ່ງໜຶ່ງ ຂອງຄວາມຍາວ(ເພາະເສັ້ນຜົມສ່ວນທີ່ຍູ່ໃກ້ໜັງຫົວ ຈະມີນ້ຳມັນໃຫ້ຄວາມຊຸ່ມຊີ່ນຕາມທຳມະຊາດຢູ່ແລ້ວ) ການທາຄອນດີຊັ້ນເນີ ໃກ້ໆ ຮາກຜົມຈະເຮັດໃຫ້ຮູ້ສຶກວ່າ ເສັ້ນຜົມເປັນມັນເຍີ້ມຫັລງສະຜົມແລ້ວບໍ່ດົນ

໑      ໃຊ້ນ້ຳສົ້ມສາຍຊູ: ເພີ່ມຄວາມເງົາງາມແກ່ ເສັ້ນຜົມ ແລະກຳຈັດເສັ້ນຜົມທີ່ຜັນກັນດ້ວຍການໃຊ້ນ້ຳສົ້ມສາຍຊູ 1 ບ່ວງ ປະສົມກັບນ້ຳ ອຸ່ນ 600 ມິລີລີດ ແລ້ວ ຖອກລົງເທີງເສັ້ນຜົມໃຊ້ຫວີສາງໃຫ້ທົ່ວແລ້ວລ້າງອອກ ດ້ວຍນ້ຳອຸ່ນ

໑      ລ້າງດ້ວຍນ້ຳເຢັນ: ເພາະນ້ຳຮ້ອນເຮັດໃຫ້ ຕ່ອມຮາກຜົມຂະຫຍາຍ ແລະສູນເສຍນ້ຳມັນຕາມທຳມະຊາດໄປ ເຮັດໃຫ້ຜີວຜົມແຫ້ງຫຍາບເບີ່ງບໍ່ມີ ຊີວິດຊີວາ ໃຊ້ນ້ຳເຢັນລ້າງຜົມຈະດີກວ່າ ຄວາມເຢັນຂອງນ້ຳຈະຊ່ວຍ ໃຫ້ຕ່ອມຮາກຜົມປິດຕົວເສັ້ນຜົມຈະເງົາງາມທົ່ວທັງຫົວ

໑      ເຊັດຄ່ອຍ: ຢ່າໃຊ້ຜ້າຂົນໜູເຊັດຜົມ ເພາະຜ້າຂົນໜູ ຈະລັກຄວາມຊຸ່ມຊື່ນ ແລະທຳລາຍຄວາມຍືດຍຸ່ນ ຂອງເສັ້ນຜົມ ໃຫ້ໃຊ້ປາຍນີ້ວ ບີບນ້ຳເທີ່ງເສັ້ນຜົມອອກ ແລ້ວໃຊ້ຜ້າຂົນໜູ່ເຊັດເບົາໆ ວິທີນີ້ຈະຊ່ວຍເກັບກັກ ຄວາມຊຸມຊື່ນເທີງເສັ້ນຜົມໄວ້ໄດ້

໑      ສາງຜົມ: ຢ່າຫັວຜົມໃນຂະນະທີ່ ຜົມປຽກເດັດຂາດ ເພາະຂະນະທີ່ປຽກເສັ້ນຜົມຈະໂພງໃຫ່ຍກວ່າປັກກະຕິ ສອງເທົ່າ ແລະຈະເຮັດໃຫ້ຜົມເສຍໄດ້ງ່າຍໃຊ້ຫວີຊີ່ຫ່າງໆສາງຜົມປຽກທີ່ແບ່ງເປັນສ່ວນໆ ໂດຍເລີ່ມສາງ ຈາກປາຍຜົມ

໑      ປ່ອຍໃຫ້ແຫ້ງ: ປ່ອຍໃຫ້ແຫ້ງຕາມທຳມະຊາດເພາະ ເຄື່ອງມືແຕ່ງຜົມທີ່ໃຊ້ຄວາມຮ້ອນ ຈະເຮັດໃຫ້ແກນຜົມ ເສຍ ບິດຜົມຍາວໆຂຶ້ນໄປລວບເປັນມວຍ ເສັ້ນຜົມຈະເຊັດຕົວເອງເມື່ອແຫ້ງແລ້ວ ຖ້າຜົມສັ້ນກໍທາເຈວແລ້ວ ຫວີໃຫ້ທົ່ວ

໑      ກຳຈັດຜົມທີ່ຕັ້ງຊື່: ເມື່ອຜົມແຫ້ງແລ້ວສີດສະເປລົງເທີງຫວີ ແລ້ວຫວີຜົມໃຫ້ທົ່ວ ວິທີນີ້ ຈະເຮັດໃຫ້ປາຍຜົມທີ່ ຕັ້ງຊີ້ລົບລົງໄປເຮັດໃຫ້ເສັ້ນຜົມເບີ່ງເງົາງາມ ເປັນລະບຽບແລະຊ່ວຍໃຫ້ເສັ້ນຜົມຢູ່ຊົງໄດ້ດີຂຶ້ນ,

ຂໍ້ມູນຈາກ ວາລະສານ: ມະຫາຊົນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

  ບໍ່ຢາກເຖົ້າຕາມອາຍຸ ຕ້ອງຫັນມາດື່ມຊາຂາວ

ໜັງສືພິມ ເສດຖະກິດ-ສັງຄົມ

ອີກກະແສໜື່ງທີ່ເປັນທີ່ນິຍົມ ໃນປະຈຸບັນເພາະດຽວນີ້ຄົນເຮົາເລັງເຫັນປະໂຫຍດຈາກອາຫານການກິນ ຫລາຍຂື້ນເພາະສະນັ້ນການບໍລິໂພກພຽງເພື່ອຕອບສະໜອງຄວາມແຊບຄວາມອີ່ມແລ້ວອີກປັດໄຈທີ່ສຳຄັນ ຂອງອາຫານຄືຄຸນປະໂຫຍດ ຕໍ່ສຸຂະພາບຮ່າກາຍນັ້ນເອງ. ໂດຍສະເພາະຢ່າງຍິ່ງການຕໍ່ຕ້ານແລະຫລຸດ ຮ່ອຍແຫ່ວຍານແຫ່ງໄວເປັນອີກ ໜຶ່ງສີ່ງ ເປັນທີ່ຕ້ອງການຫລາຍໃນອາຫານເຫລົ່ານີ້ໂດຍສະເພາະສານ ຕ້ານອະນຸມູນອິດສະຫລະ ທີ່ຊ່ວຍປົກປ້ອງຜີວຈາກການທຳລາຍຂອງປັດໃຈພາຍນອກ ແລະພາຍໃນໄດ້ ເປັນຢ່າງດີ.ຊາຂາວເປັນອີກ ໜຶ່ງ ຄຸນຄ່າທີ່ບໍ່ຄວນເບີ່ງຂ້າມ ມັນມີສານຕ້ານອະນຸມູນອິດສະຫລະໃນປະລິ ມານສູງກວ່າຊາຂຽວເຖິງ 3 ເທົ່າ ແຖມຍັງມີລົດຊາດນຸ່ມ ເມື່ອສຳພັດລີ້ນ ຫລາຍກ່ວາເນື່ອງຈາກວ່າຊາ ຂາວຈະເອົາສະເພາະຍອດຈູມເທົ່ານັ້ນມາເຮັດ ແຕກຕ່າງຈາກຊາທົ່ວໄປ ເພາະມັນບໍ່ບານອອກຮັບແສງ ແດດຈີ່ງມີການສະສົມຂອງສານອາຫານ ທີ່ມີປະໂຫຍດເອົາໄວ້ຫລາຍທີ່ສຸດ, ນອກຈາກສານຕ້ານອະນຸມູນ ອິດສະຫລະແລ້ວ ຍັງມີສານອີກຫລາຍຊະນິດທີ່ຊ່ວຍປົກປ້ອງສະພາບຜີວຈາກປັດໄຈແວດລ້ອມພາຍນອກ ຕ່າງໆທີ່ຄອຍທຳລາຍ ຜີວຕະຫລອດເວລາ ໂດຍສານຈຳພວກນີ້ຈະມີຢູ່ໃນຊາຂາວ ຫລາຍເປັນພິເສດດ້ານ ລົດຊາດແລ້ວນອກຈາກຄວາມນຸ່ມແລ້ວຍັງມີກີ່ນຫອມຫລາຍເມື່ອດື່ມແລ້ວຈະຮູ້ສຶກສົດຊື່ນ ຫ້າວຫັນທັນທີ ດ້ວຍຄຸນສົມບັດທີ່ກ່າວມານັ້ນຈິ່ງເຮັດໃຫ້ຊາຂາວກາຍເປັນເຄື່ອງດື່ມທີ່ຫາຍາກລາຄາແພງ ແລະເປັນທີ່ນິຍົມ ໃນກຸ່ມຄົນຊົນຊັ້ນສູງເທົ່ານັ້ນຈົນໄດ້ຮັບຍໍຍ້ອງໃຫ້ເປັນຊາທີ່ດີທີ່ສຸດ ໃນບັນດາຊາທັງໝົດ(ໃນສະໄໝກ່ອນ) ປະຈຸບັນເຮົາສາມາດເລືອກຄຸນປະໂຫຍດທີ່ກ່າວມານັ້ນໄດ້ຢ່າງງ່າຍດາຍໂດຍສະເພາະຊາຂາວໃນຮູບແບບ ເຄື່ອງດື່ມໄດ້ສະດວກແລະດື່ມໄດ້ຕາມທີ່ໃຈຕ້ອງການ ເພາະດຽວນີ້ມີເຄື່ອງດື່ມຫລາຍປະເພດທີ່ເຮັດຈາກ ຊາຂາວອອກມາວາງຈຳຫນ່າຍໃຫ້ໄດ້ເລືອກດື່ມກັນຢ່າງຫລາກຫລາຍແບບ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

  ຄຸນປະໂຫຍດຂອງເຫັດແລະຜັກກາດນາ.

ຮຽບຮຽງໂດຍ: ຕາດຳ                                                                                ໜັງ ພິມເສດຖະກິດ-ສັງຄົມ

ສຳລັບໃຜທີ່ມັກເຂ່ຍຜັກໄປໄວ້ຂ້າງຈານ ຫລືບໍ່ຮັບປະທານຜັກເລີຍ ແຕ່ມື້ນີ້ເປັນຕົ້ນໄປ ທ່ານອາດສົນໃຈ ແລະຢາກລອງຮັບປະທານອາຫານທີ່ມີຜັກເປັນສ່ວນປະກອບ ກໍ່ເປັນໄດ້ ຫລັງຈາກທີ່ທ່ານໄດ້ຮູ້ເຖິງຄຸນປະ ໂຫຍດຂອງດເຫັດແລະຜັກທີ່ນຳມາສະເໜີໃນມື້ນີ້.
ເລີ່ມຈາກຜັກຊະນິດທຳອິດ ທີ່ຈະນຳສະເໜີຄື ເຫັດ ເຊີ່ງມີຄຸນສົມບັດຊ່ວຍໃນການປ້ອງກັນບໍ່ໃຫ້ກະດູກ ຜ່ອຍ ໂດຍມີນັກວິໄຈສຶກສາ ພົບວ່າການຮັບປະທານ ອາຫານເຊັ່ນ: ເຫັດ,ປາ,ປູແລະຫອຍ ນາງລົມ ເປັນປະຈຳຈະ ຊ່ວຍເພີ່ມຄວາມຫນາແຫນ້ນຂອງກະດູກ ແລະເຮັດໃຫ້ກະດູກແຂງແຮງ, ສ່ວນຜັກຊະນິດ ທີ່ຈະສະເຫນີ ຕໍ່ໄປໄດ້ແກ່ ຜັກກາດນາ ເຊີ່ງເປັນຜັກທີ່ມີຫລາຍສາມາດຫາຊື້ໄດ້ງ່າຍໃນຕະຫລາດ ຫລື ຮ້ານຂາຍຜັກທົ່ວໄປ ແຕ່ຫລາຍໆຄົນບໍ່ມັກຮັບປະທານເພາະວ່າ ມີລົດຊາດຂົມຫນ້ອຍໜຶ່ງ ແຕ່ຖ້າຮູ້ ຈັກວິ ທີການປຸງແຕ່ງ ກໍ່ເຮັດໃຫ້ຄວາມຂົມຫາຍໄປມີແຕ່ຄວາມແຊບເຂົ້າມາແທນຄົນສ່ວນຫລາຍນິຍົມ ນຳໄປປະ ກອບເປັນອາຫານໄດ້ຫລາຍ ຊະນິດໂດຍສະເພາະຂົ້ວຜັກກາດນາໃສ່ໝູກອບ ຫຼືຊີ້ນໝູ ,ເຂົ້າຜັດ,ຂົ້ວເຝີ ແລະ ອື່ນໆກໍ່ເຮັດໃຫ້ອາຫານຈານນັ້ນມີລົດຊາດແຊບ. ນອກຈາກຈະມີລົດຊາດຖຶກປາກແລ້ວຜັກກາດນາ ຍັງອຸດົມໄປດ້ວຍວິຕາມິນ ຊີ ,ວິຕາມິນ ອີ ,ໂຟເລດ, ແລະ ລູທີນ ເຊີ່ງເປັນສານສຳຄັນ ງານວິໄຈໃຫມ່ໄດ້ ສຶກສາພົບວ່າການຮັບປະທານຜັກທີ່ມີລູທີນສູງຈຳພວກຜັກກາດນາ ຈະຊ່ວຍຫລຸດຄວາມສ່ຽງຂອງການເກີດ ພະຍາດແກ້ວຕາເຊື່ອມໄດ້ເຖິງ 20% ເມື່ອທຽບກັບຄົນທີ່ບໍ່ຮັບປະທານ ຫລືຮັບປະທານໃນປະລິມານໜ້ອຍ ເມື່ອທ່ານຮູ້ເຖິງຄຸນປະໂຫຍດຂອງເຫັດ ແລະຜັກກາດນາແລ້ວ ເມື່ອຮັບປະທານຄາບຕໍ່ໄປຢ່າເຂ່ຍຜັກອອກ ໄວ້ຂ້າງຈານອີກເດີ ເພາະວ່າສີ່ງນັ້ນມີຄຸນປະໂຫຍດຕໍ່ຮ່າງກາຍຂອງເຮົາຄວນຈະຝຶກຮັບປະທານ ຜັກໄປ ເທື່ອລະໜ້ອຍເພາະຮ່າງກາຍຕ້ອງການວິຕາມິນຈາກຜັກຫລາຍຊະນິດ ເພື່ອໄປບຳລຸງແລະປົກປ້ອງບໍ່ໃຫ້ ເກີດພະຍາດບາງຊະນິດໃນຮ່າງກາຍ. ຖ້າເປັນໄປໄດ້ລອງນຳເອົາສອງຊະນິດທີ່ກ່າວມານີ້ີນຳປະສົມໃສ່ກັນ ເຮັດເປັນອາຫານຊະນິດດຽວກັນ ເມື່ອຮັບປະທານ ແລ້ວຮ່າງກາຍຍີ່ງຈະໄດ້ຮັບປະໂຫຍດຫລາຍ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

ບົດຄວາມຈາກ :ວາລະສານ ມະຫາຊົນ

ບົດຄວາມຈາກ :ວາລະສານ ມະຫາຊົນ

ນາງ ເມກຂະຫລາ

ນາງ ເມກຂະຫລາ ເປັນນາງໃນ ວັນນະຄະດີເລື່ອງ ເມກຂະຫລາ - ລາມະສູນ

ນາງ ເມກຂະຫລາ ເປັນເທວະດາ ທີ່ມີລິດເດດ ມີສິນທຳ ປະຈຳຈິດໃຈ ຈິດໃຈເມດຕາປານີ ແລະທີ່ສຳຄັນແມ່ນນາງ ເປັນສັນຍາລັກແຫ່ງການປົກປັກຮັກສາ ທຳມະຊາດ ສາຍນ້ຳລຳທານ ແລະດິນຟ້າອາກາດ ຢາກເຫັນທ້ອງຟ້າອາ ກາດແລະຫ້ວຍນ້ຳລຳທານ ທີ່ສວຍງາມແລະອຸດົມສົມບູນ ຕ້ອງຢ່າລືມໄປທ່ຽວຕ່າງແຂວງ ເຊັ່ນ ໄປທ່ຽວວັງວຽງ ໄປ ທ່ຽວຫລັກຊາວ ໄປຊົມປ່າຫີນໜາມ ໜໍ່ຕາມເສັ້ນທາງ ເລກ ແປດ ແລະ ສະຖານທີ່ອື່ນໆທົ່ວປະເທດລາວ.

ເມກຂະຫລາ ບັນດົນ ຝົນຟ້າອາກາດ

ນາງ ເມກຂະຫລາ ເປັນນາງໃນ ວັນນະຄະດີເລື່ອງ ເມກຂະຫລາ - ລາມະສູນ

ນາງ ເມກຂະຫລາ ເປັນເທວະດາ ທີ່ມີລິດເດດ ມີສິນທຳ ປະຈຳຈິດໃຈ ຈິດໃຈເມດຕາປານີ ແລະທີ່ສຳຄັນແມ່ນນາງ ເປັນສັນຍາລັກແຫ່ງການປົກປັກຮັກສາ ທຳມະຊາດ ສາຍນ້ຳລຳທານ ແລະດິນຟ້າອາກາດ ຢາກເຫັນທ້ອງຟ້າອາ ກາດແລະຫ້ວຍນ້ຳລຳທານ ທີ່ສວຍງາມແລະອຸດົມສົມບູນ ຕ້ອງຢ່າລືມໄປທ່ຽວຕ່າງແຂວງ ເຊັ່ນ ໄປທ່ຽວວັງວຽງ ໄປ ທ່ຽວຫລັກຊາວ ໄປຊົມປ່າຫີນໜາມ ໜໍ່ຕາມເສັ້ນທາງ ເລກ ແປດ ແລະ ສະຖານທີ່ອື່ນໆທົ່ວປະເທດລາວ.

ເມກຂະຫລາ ບັນດົນ ຝົນຟ້າອາກາດ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

ບົດຄວາມຈາກ :ວາລະສານ ມະຫາຊົນ

ນາງ ກິນນາລີ

ນາງ ກິນນາລີ ເປັນນາງໃນວັນນະຄະດີ ເລື່ອງ ສີທົນ - ມະໂນລາ

ນາງ ມະໂນລາ ແມ່ນນາງກິນນາລີ ທີ່ເປັນເທບທິດາ ແຫ່ງປ່າດົງວົງກົດ,ຫ້ວຍນ້ຳ ລຳທານທີ່ສວຍງາມແລະອຸດົມສົມ ບູນ

ຢູ່ປະເທດເຮົາມີທຳມະຊາດ ທີ່ເປັນດັ່ງທີ່ຢູ່ອາໄສຂອງບັນດານາງກິນນາລີ ຢູ່ຫລວງຫລາຍ ທົ່ວປະເທດ ເຊັ່ນ: ຕາດ ແສ້,ຕາດກວາງຊີ,ຕາດຊ້າງ,ຕາດມູນ,ຕາດຟານ,ຕາດຜາສ້ວມ,ຄອນພະເພັງ,ຫລີ່ຜີ ແລະສະຖານທີ່ທ່ອງທ່ຽວທາງທຳ ມະຊາດທີ່ອຸດົມສົມບູນຕ່າງໆຢ່າງຫລວງຫລາຍ.

ກິນນະລີ ງາມເລີດ ເກີດໄພສົນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ບົດຄວາມຈາກ :ວາລະສານ ມະຫາຊົນ

ນາງ ສັງຂານ

ນາງສັງຂານ ເປັນນາງໃນວັນນະຄະດີ ເລື່ອງ ປະຫວັດບຸນປີໃໝ່ລາວ

ນາງສັງຂານນອກຈາກຈະມີຮູບໂສມທີ່ສວຍງາມແລ້ວ,ສີ່ງທີ່ສຳຄັນແມ່ນຄວາມກະຕັນຍູຕໍ່ຜູ້ມີບຸນຄຸນ ດັ່ງເຮົາຈະເຫັນ ໃນປີໃໝ່ແຕ່ລະປີ ຈະເຫັນນາງສັງຂານ ທັງເຈັດ ຜັດປ່ຽນກັນໄປຫົດສົງພໍ່ຂອງເຂົາ ໃນຂະນະດຽວກັນ ນາງສັງຂານ ກໍ່ເປັນຕົວແທນທາງດ້ານ ສືບທອດ ຮີດຄອງປະເພນີ ອັນດີງາມ ຂອງລາວເຊັ່ນການແຕ່ງຕົວ ການເຮັດບຸນປີໃໝ່ ລາວ

ທ່ານຜູ້ອ່ານ ທ່ານໃດຢາກເຫັນກິດຈະກຳຕ່າງໆ ຂອງນາງສັງຂານຢ່າງແທ້ຈິງຕ້ອງອົດໃຈລໍຖ້າ ແລະຕ້ອງໄປເບີ່ງ ໃຫ້ໄດ້ທີ່ ເມືອງຫລວງພະບາງ ໃນໄລຍະບຸນປີໃໝ່ລາວເທົ່ານັ້ນ ແລ້ວທ່ານຈະໄດ້ຮ່ວມເຮັດກິດຈະກຳຕ່າງໆກັບນາງ ສັງຂານຢ່າງແນ່ນອນ

ສັງຂານມີ ກະຕັນຍູ ຄູ່ປະເພນີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ວາລະສານ ມະຫາຊົນ

ງາມເລີດລ້ຳ ນາງໃນວັນນະຄະດີ

ນາງ ສີດາ

ນາງ ສີດາ ເປັນນາງໃນວັນນະຄະດີເລື່ອງ ”ລາມະກຽນ”

ນາງ ສີດາ ເປັນບຸກຄົນ ທີ່ມີຮູບໂສມສວຍງາມ ຍີ່ງກ່ວາ ນາງຟ້າເທີ່ງສະຫັວນ ແລະສີ່ງສຳຄັນແມ່ນນາງເປັນຄົນທີ່ມີ ຄວາມຊື່ສັດ ຕໍ່ຄູ່ຊີວິດ ຂອງຕົນທີ່ສຸດ,ມີຄວາມຮັກນວນສະຫງວນຕົວ ມີຄວາມກ້າຫານ ມີຄວາມສະຫລາດ ມີຄວາມ ກະຕັນຍູ, ອ່ອນນ້ອມຖ່ອມໂຕ ແລະເປັນຍິງທີ່ ຢູ່ໃນອຸດົມຄະຕິ ຂອງຜູ້ຊາຍສະໄໝກ່ອນ.

ເວົ້າເລືອ່ງນາງ ສີດາ ເຮົາຈະນຶກເຫັນ ພາບ ຫໍໂຮງ ຫຼື ເມືອງໃນສະໄໝບູຮານ ທີ່ມີຄວາມຍີ່ງໃຫຍ່ ປານີດ ສວຍ ງາມ… ຈຶ່ງສະເໝຖ້າທ່ານຢາກໄປທ່ອງທ່ຽວສະຖານທີ່ ທີ່ຄ້າຍຄືໃນ ວັນນະຄະດີ ເລື່ອງ ລາມະກຽນ ກໍເຊີນໄປທ່ຽວ ຫລວງພະບາງ ຮັບຮອງວ່າທ່ານ ຈະໄດ້ສຳຜັດກັບບັນຍາກາດ ໃນວັງຂອງນາງ ສີດາ ແນ່ນອນ

ສີດາເທບ ເທພັນ ວັນນະຄະດີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ໄຂຄຳຄົມບົ່ມປັນຍາ

( ໜັງສືພິມ ເສດຖະກິດສັງຄົມ)

໑      ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑      ຄົນສະຫລາດຍ່ອມຮູ້ວ່າຕົນບໍ່ທັນຮູ້ ເທົ່າທີ່ຄວນ ແຕ່ຄົນໂງ່ພັດຄິດວ່າໂຕຮູ້ໄປທຸກສີ່ງທຸກຢ່າງແລ້ວ

໑      ການຮຽນຮູ້ເປັນດວງຕາຂອງຈິດໃຈ.

໑      ຄວາມບົກຜ່ອງຂອງຄົນອື່ນ ຍ່ອມເປັນບົດຮຽນຂອງເຮົາ

໑      ແມ່ນແຕ່ສັດຕູ ກໍ່ອາດເປັນຄູເຮົາໄດ້

໑      ການຮຽນຮູ້ທີ່ຂົມຂື່ນນັ້ນມັກໃຫ້ຜົນທີ່ຫອມຫວານ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ລຳຂອງສະອື້ນ

ນ້ຳຂອງຮ້ອງຮ່ຳໄຫ້                ອາໄລໝູ່ປູປາ

ອາໄລຫີນຜາຮຽງ                  ຫາກຊາຍຮົນຮ້ອນ

ເມື່ອກ່ອນເຄີຍນອນນີ້ງ              ໃນນະທີສະຫງົບງຽບ

ເພາະນ້ຳຂອງລຽບຕັ້ງ               ເຕັມຕື້ງຕາຝັ່ງຊັນ

ນ້ຳຂອງຜັນປ່ຽນປີ້ນ                ລາຕາຝັ່ງລົງໂກນ

ຫາດຊາຍເປັນໂນນຂາວ             ໄຫງ່ຜົງຜານຮ້ອນ

ກ້ອນຫີນເຄີຍຄຽງນ້ຳ               ທົນລະກຳແລ້ງດ່າງ

ແດດເຜົາຜານແຜດຮ້ອນ      ນ້ຳຕານອງອາບແກ້ມ

                              ເພາະນາແລ້ງເຂົ້າຫ່ຽວຕາຍ

ຄົນຮ້ອນຮົນ ພືດຫ່ຽວແຫ້ງ           ນ້ຳຂອງຈາກຈອນວັງ

ຫລືມີຫຍັງອຸດຕັນ                  ຮ່ອມຮູທາງນ້ຳ

ເຮັດໃຫ້ລຳຂອງແຫ້ງ               ໄຫລບໍ່ແຮງຄືຄາວກ່ອນ

ນ້ຳຂອງນອນແນບນີ້ງ               ຄີງສະອື້ນເອີ່ຍໃສ່ປາ

ຄັນວ່າສາຍແມ່ນ້ຳ                 ຫາກລາລົດບົກລົງ

ມີຫລືສາຍລຳເຊ                  ຊິຕື່ງເຕັມຄືຄາວກີ້

ຫາກນ້ຳໜີໄລທ້າງ                 ທາງສາຂາບັນດາເຂື່ອນ

ຫາຍານະຊິມາເຢືອນ               ຄັນເຂື່ອນເຂີນຂາດນ້ຳ

                              ຊິນຳໂທດໃສ່ຜູ້ໃດ

ຄັນຊິໄຂຄ່າສ້າງ                   ຜະລິດແຫລ່ງພະລັງງານ

ເປັນຫມໍ້ໄຟອາຊຽນ                ກໍຫາກລົງມືໄດ້

ຄັນຫມໍ້ໄຟນ້ຳກົດແຫ້ງ              ຊິແຍງເຫັນພໍພຸ່ມພູ່

ປຽບດັ່ງລຳແມ່ນ້ຳ                  ນັບວັນເຂີນຂາດແຫ້ງ

                              ຊິລາແກ້ງເຂື່ອນເຂີນຊັ້ນໃດ.

ຄັດຈາກໜັງສືພິມ ເສດຖະກິດ- ສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄອງກະວີ: ບຸນທະວີ ຈຳປາທອງ

ຕອນຢູ່ສັນສືບສ້າງ           ວາງມອບກາຍໃຈ

ໃຫ້ຄອບຄົວສັງຄົມລວມ             ຮ່ວມຊົນຜົນງານເຈົ້າ

ຕອນຢູ່ຄົນຊົມຍ້ອງ                 ຕອນຕາຍອາໄລ່ຫວ່ງ

ເພາະຄວາມດີທີ່ສ້າງ               ປະດັບອ້າງບໍ່ເສື່ອນຫາຍ

ໜັງສືພິມ ເສດຖະກິດ -ສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ຝົນຮຳທາງ

ຜູ້ເປັນເມຍ ເປັນຫວ່ງຜົວທີ່ຈະອອກເດີນທາງໄປເຮັດວຽກເວລາຝົນກຳລັງຈະຕົກ.

ເມຍ: ຟ້າວກ່ອນອ້າຍ ບໍ່ຕ້ອງໄປຢ້ານຝົນຮຳທາງ

ຜົວ: ເອີ… ຝົນຮຳທາງ ອ້າຍຈະຫຼີກເອງ.

ເມຍ: ໂທ … ອ້າຍຈະຫຼີກແນວໃດ

ຜົວ: ອ້າວ! …. ບໍ່ຫຼີກໄດ້ຈັ່ງໃດ ຝົນຮຳທາງອ້າຍກໍ່ອອກ ໄປນອກທາງຊັ້ນຕວ໋າ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ນອກໃຈເມຍ

ຜູ້ເປັນເມຍ: ສົງໄສອ້າຍນອກໃຈເມຍແລ້ວລະ ຈິ່ງທ່ຽວທຸກຄືນ

ຜູ້ເປັນຜົວ: ກໍ່ເພາະອ້າຍສົງສານນ້ອງ

ຜູ້ເປັນເມຍ: ສົງສານນ້ອງ ພັດນອກໃຈນ້ອງຊັ້ນຫວະ?

ຜູ້ເປັນຜົວ: ກໍ່ເພາະຖ້າອ້າຍຫາກຢູ່ໃນໃຈນ້ອງຈະເຮັດໃຫ້ນ້ອງ ຫັນໃຈຍາກ ຈິ່ງຢູ່ນອກໃຈນ້ອງນັ້ນລະ

ເລື່ອງຈາກ ໜັງສືພິມ ເສດຖະກິດ- ສັງຄົມ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 61  |  ໜ້າຕໍ່ໄປ »