ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

ຮັບປະທານໂຢເກີດຕໍ່ເນືອ່ງ ຮັບປະທານໂຢເກີດລົດທີ່ມັກປະມານວັນລະ 2 ຈອກເປັນໄລຍະເວລາ 6 ອາທິດຕິດຕໍ່ກັນຮັບຮອງວ່າຈະຊ່ວຍເຮັດໃຫ້ ລົມຫາຍໃຈຂອງທ່ານບໍ່ເຫັມນແນ່ນອນ ນອກຈາກນີ້ ຍັງຊ່ວຍຫລຸດ ຄວາມສ່ຽງຕໍ່ການເກີດເປັນພະຍາດເຫືອກໄດ້ດີນຳອີກ.

ໃບກະເດົາ:ໃບກະເດົາມີຄຸນປະໂຫຍດສຳຄັນທີ່ສາມາດຕ້ານເຊື້ອພະຍາດແລະເຊື້ອລາໃນປາກໄດ້ເຖິງແມ່ນວ່າລົດຊາດໃບກະເດົາຈະຂົມຫລາຍແຕ່ມັນ

ຊ່ວຍກຳຈັດກິ່ນເຫັມນໃນປາກໄດ້ໃຫ້ຫມົດໄປພຽງມ່ານຫຍ້ຳໃບກະເດົາສົດແລ້ວກືນລົງທ້ອງພຽງເທົ່ານີ້ລົມຫາຍໃຈກໍ່ບໍ່ມີກິນແລ້ວ

ດື່ມນ້ຳຫລາຍໆ ເຊື້ອພະຍາດໃນປາກຈະເລີນເຕີບໂຕໄວຂຶ້ນຖ້າປາກທ່ານແຫ້ງ ດັ່ງນັ້ນຄວນຈະດື່ມນ້ຳໃຫ້ ຫລາຍໆຢ່າງຫນ້ອຍ 8 ຈອກຕໍ່ວັນ ເພືອ່ປ້ອງກັນບໍ່ໃຫ້ລົມຫາຍໃຈມີກິ່ນຫລາຍຈົນເກີນໄປຈະເຮັດໃຫ້ທ່ານຫົມດຄວາມຫມັ້ນໃຈ ທີ່ຈະອ້າປາກສົນທະນາກັບຫມູ່.

ແຕ່ທີ່ສຳຄັນຄືທ່ານຕ້ອງຫມັ່ນທຳຄວາມສະອາດໃນປາກເປັນປະຈຳນັ້ນກໍ່ຄືການຖູແຂ້ວຫັລງຮັບປະທານທຸກເທືອ່ແຕ່ສຳລັບໃຜທີ່ອອກໄປນອກ ຫລືໄປເຮັດວຽກບໍ່ມີເວລາຖູແຂ້ວຕອນສວຍກໍ່ນຳວິທີທີ່ບອກມານັ້ນໄປປະຕິບັດໄດ້

 

ທີ່ມາ ໜັງສືພິມ ຊາວຫນຸ່ມ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

 ເຫັນວ່າ ເພິ່ນກວ່າ ໄດ້ ໂດນ ເລີຍ ເອົາ ມາ ຝາກ

-ເມື່ອໃຈຮ້າຍຫລາຍ ຢ່າຟ້າວ ຕອບຂໍ້ຄວາມໃຜ ເມືອດີໃຈ ຢ່າຟ້າວໃຫ້ສັນຍາ ເມື່ອເສົ້າຫນັກຫນາ ຢ່າຟ້າວຕັດສິນໃຈ

-ມັນບໍ່ຈຳເປັນຕ້ອງມີ ແຕ່ຄົນສະຫລາດ ທີ່ໄດ້ດີ ແລະມີຄຸນນະພາບຊີວິດທີ່ດີ .

ທຸກໄລຍະຊີວິດ ມີໂອກາດມີບັນຫາ ແຕ່ການນຳພາຕົນເອງອອກມາຈາກຈຸດທີ່ເປັນບັນຫາຫນ້າຊື່ນຊົມ

-ຖ້າໂລກນີ້ບໍ່ມີຄຳວ່າອຸປະສັດ ມະນຸດຈະບໍ່ຮູ້ຈັກຄຳທີ່ ເອີ້ນວ່າ ຄວາມພະຍາຍາມ

- ການຈະຂ້າມຜ່ານໄລຍະເວລາທີ່ໂຫດຮ້າຍຄົງບໍ່ມີອີຫັຍງດີກວ່າ ອົດທົນ ແລະສູ້ກັບມັນ

 

ທີ່ ມາ ໜັງສືພິມ ແຮງງານ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2013 | ມີ 9 ຄຳເຫັນ ແລະ 0 trackback(s)

ສະບາຍດີ

ຫອມລາບ: ບ້ານຂ້ອຍເອີ້ນ ຜັກເສີມ

ເປັນພຶດທຳມະຊາດ ຊະນິດໜຶ່ງທີ່ຫາຊື້ໄດ້ຕາມທ້ອງຕະຫລາດ ແຖມຍັງເປັນໜຶ່ງໃນວິທີ ກຳຈັດກິ່ນປາກໄດ້ດີນຳອີກ ພຽງທ່ານຢ້ຳຫອມລາບແບບສົດໆ ບໍ່ດົນຈະຮູ້ສຶກເຖິງຄວາມສົດຊື່ນພາຍໃນປາກແລະຍັງຊ່ວຍເຮັດໃຫ້ລົມຫາຍໃຈຫອມຂຶ້ນເພາະວ່າໃນຫອມລາບ

ມີສານຄໍໂຣຟີລຈະຊ່ວຍດູດກິ່ນທີ່ບໍເພີ່ງປະສົງໃຫ້ໝົດໄປເຫລືອພຽງແຕ່ກິ່ນລົມຫາຍໃຈທີ່ຫອມສົດຊື່ນ

 

ຕໍມາແມ່ນ  ການຮັບປະທານ ແອັບເປິ້ນ : ທ່ານຮູ້ຫລືບໍ່ວ່າແອັບເປີ້ນ ປຽບເໝືອນແປງຖູແຂ້ວຈາກທຳມະຊາດອັນໜຶ່ງເພາະວ່າແອັບສາມາດກຳຈັດເຊື້ອພະຍາດ ເຊີ່ງເປັນສາເຫດ ຂອງການເກີດ ກິ່ນເຫມັນໃນປາກ ໄດ້ດີ

ຖ້າໃຜທີ່ຮັບປະທານອາຫານຢ່າລືມຮັບປະທານແອັບເປິ້ນ ກໍ່ຈະຊ່ວຍດັບກິ່ນປາກໄດ້ຫລາຍສົມຄວນ

ທີມາ ໜັງສືພິມຊາວໝຸ່ມ