ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2009 | ມີ 36 ຄຳເຫັນ ແລະ 0 trackback(s)

ບໍ່ເວົ້າຫລາຍມື້ນິ ທອງໃສໄດ້ເອົາພາບຈາກລິ້ງເຈົ້າຂອງ facebook  ຂ້າງລຸ່ມມາຝາກ

ຂໍຂອບໃຈ www.facebook.com/ketsana.vilaylack ເບິ່ງພາບເພີ່ມເຕີມໄດ້ທີ່ www.facebook.com/album.php

 

ຂໍຢ້ຳອີກເທື່ອໜື່ງວ່າ ນີຄືພິທີຊ້ອມໃຫຍ່ ແລ້ວມື້ແທ້ຈະຂະໜາດໃດພີ່ນ້ອງ!!!!

 

alt

alt

alt

alt

alt

 alt

alt

alt

alt

altaltaltalt

alt

 

alt

alt

alt

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2009 | ມີ 43 ຄຳເຫັນ ແລະ 0 trackback(s)

ສະບາຍດີໝູ່ເພື່ອນອ້າຍນ້ອງພັນລາວທຸກຄົນ ເວລາກະຍັບຈໍ້ມໍ່ເຂົ້າມາແລ້ວເນາະ ສຳລັບງານມະຫາກຳກິລາຊີເກມຄັ້ງທີ25 ທີ່ປະເທດລາວໄດ້ຮັບກຽດເປັນເຈົ້າພາບ ຖືວ່າເປັນຄັ້ງທຳອິດກໍ່ຄືຄັ້ງປະຫວັດສາດຂອງຊາດລາວເຮົາ ເມື່ອເສົາວັນທີ28 ທີ່ຜ່ານມາ ເພິ່ນກໍ່ໄດ້ຈັດພິທີຊ້ອມໃຫຍ່ພິທີເປີດປິດກິລາຊີເກມ ແລະທອງໃສກໍ່ບໍ່ພາດເພາະວ່າເຂົ້າຊົມ ຟຣີ alt

ແລະກໍ່ໄດ້ເກັບພາບບາງສ່ວນຂອງບາງການສະແດງມາໃຫ້ໝູ່ເພື່ອນທີ່ບໍ່ໄດ້ເຂົ້າຊົມ ໄປເບິ່ງກັນເລືຍ

ຕອນສວາຍແດດຜູ່ຊົມກໍ່ບໍ່ຫວັ່ນ

alt

ອີກມູມ

alt

alt

alt

alt

ພໍກ່ອນເນາະ ເກັບໄວ້ຖ້າເບິ່ງມື້ເປີດປິດເລືຍ ວັນທີ 9/12/09 ນີ້ ຢ່າພາດເດັດຂາດ ເພາະວ່າງານນີ້ຫຍິ່ງໃຫຍ່ອາລັງການ ສວາຍງາມຫລາຍ

ປລ ຖ່າຍພາບຈາກກ້ອງມືຖື ມັນກະເລືຍໄດ້ເທົ່ານັ້ນ ຂໍອະໄພເດີ້

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສົດໆຮ້ອນໆກັບພາລະກິດພິເສດ ທອງໃສແລະໝູ່ລວມກັນ 5ຄົນ ໄດ້ຮັບກຽດຕ້ອນຮັບແລະຮ່ວມເປັນສ່ວນໜື່ງໃນການຮັບຟັງເຜືຍແຜ່ກົດໝາຍລະຫວ່າງ ລາວແລະຢີ່ປຸ່ນ ຂອງນັກສຶກສາ ມະຫາໄລ ນາໂກຢ້າ ແລະ ມະຫາໄລແຫ່ງຊາດລາວ

ເລີ່ມທີ່ ກະຊວງສຶກສາທິການ

alt

alt

 

ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ

alt

 

alt

alt

 

ຫ້ອງສະໝຸດຂອງສະພາແຫ່ງຊາດ

alt

 

ກະຊວງຍຸດຕິທຳ

alt

ຫລັງຈາກເຄັ່ງຄຽດກັບການສົນທະນາແລກປ່ຽນກົດໝາຍກັນໃນຫົວຂໍ້ຕ່າງໆແລະພວກເຮົາກໍ່ຍັງໄດ້ເປັນ guide ນຳທ່ຽວ ປະຕູໄຊ ທາດຫລວງ ຫໍພະແກ້ວ

alt

 

ກິນເຂົ້າສວາຍທີ ສະໜາມບິນ

altalt

 

ງານລ້ຽງອາຫານຄຳທີ່ ຮ້ານອາຫານຄົວລາວ ພ້ອມໂຊການສະແດງທີ່ໜ້າປະທັບໃຈ

alt

alt

alt

 

ງານລ້ຽງສົ່ງທີ່ ຂອງວິວ

alt

alt

ຈົບ ເປັນເວລາສາມມື້ທີ່ເຮັດພາລະກິດດັ່ງກ່າວ

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2009 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີໝູ່ເພື່ອນພັນລາວ ທອງໃສເກັບພາບບັນຍາກາດງານເສີມສ້າງຄວາມສາມັກຄີລະຫວ່າງລຸ່ນອ້າຍແລະລຸ່ນນ້ອງຂອງພາກພົວພັນສາກົນທີ່ທອງໃສກຳລັງສຶກສາຢູ່ມາຝາກ..ບໍ່ລົມຍາວໄປເບິ່ງພາບເລືຍ

ເລີ່ມທີ່ ການລວມແຖວຂອງແຕ່ລະປີ ນ້ອງໃໝ່ປີ2ຢູ່ຊ້າຍມີເສື້ອສີມ້ວງ ຕໍ່ມາປີ3ສີດຳ ຖັດມາປີ4ສີບົວ ແລະ ສຸດທ້າຍປີ5ສີຂຽວ

alt

ຕໍ່ມາມີການຈັບກຸ່ມເພື່ອເຮັດກິດຈະກຳ ເຊິ່ງໃນກຸ່ມໜຶ່ງຈະມີນັກສຶກສາທຸກປີຢູ່ຮ່ວມກັນ

alt

ນັ່ງເບິ່ງແຕ່ລະກຸມໂຊທ່າເຕັ້ນປະຈຳກຸ່ມ ຄຳຂວັນປະຈຳກຸ່ມ ແລະ ການສະແດງຂອງແຕ່ລະກຸ່ມ

alt

ກິດຈະກຳຕ່າງໆໄດ້ດຳເນິນໄປຢ່າງຟົດຟື້ນມ່ວນຊື່ນ ທອງໃສຢາກອັບໂຫລດວີດີໂອລົງໃຫ້ເບິ່ງຢູ່ ແຕ່ວ່າເນັດຊ້າກະເລືຍຂີ້ຄ້ານalt

ດຽວພວກເຮົາໄປເບິ່ງໂສມໜ້າຂອງນັກສຶກສາແຕ່ລະປີແບບເຕັມໆເລືຍດີກວ່າ

 

ນ້ອງໃໝ່ປີສອງ

alt

alt

ນັກສຶກສາປີ3

alt

alt

alt

ນັກສຶກສາປີ4

alt

 

ແລະເອື້ອຍໃຫຍ່ອ້າຍໃຫຍ່ ປີ5

alt

alt

 ຈົບບບບບບບບບບບບ ອືມມີແຖມອີກໜື່ງຮູບ

alt

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2009 | ມີ 35 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ທອງໃສເກັບພາບບັນຍາກາດງານຄອນເສີດ Rock Of The Year ທີ່ມີທັງສິນລະປິນລາວ ແລະ ປະເທດເພື່ອນບ້ານ ຄືໄທ ສິນລະປິນລາວກໍ່ນຳທີມໂດຍ CELLS. PunKy-DoLLs. Temple Guys SaM and Nalin...... ສິນລະປິນໄທກະໄດ້ແກ່ ວົງ CLASH ຄອນເສີດຄຳຄືນນັ້ນທັງມ່ວນ ທັງມັນຫລາຍ ອັນດັບໜື່ງທອງໃສໃຫ້ວົງ CELLS ເດີ້ ກິນຂາດວົງເພື່ອນບ້ານເລືຍ ເປັນແນວໃດ ຖ້າໃຜບໍ່ໄດ້ໄປທອງໃສກໍ່ມີຮູບມາໃຫ້ເບິ່ງ ພ້ອມດ້ວຍ ວີດີໂອນຳ

ນີຄືໂຊທີ່ທອງໃສປະທັບໃຈທີສຸດໃນຄຳຄືນນັ້ນ punlao.com/THAOthongsai/videos/3271

ຕໍ່ມາແມ່ນເພງ ທ້າວທອງໃສ ຂອງວົງ Punky-dolls punlao.com/THAOthongsai/videos/3273

ສຸດທ້າຍມາເບິ່ງວ່າ CLASH ເວົ້າຫຍັງເຖິງແຟນເພງລາວ punlao.com/THAOthongsai/videos/3274

ຖ່າຍຮູບ ແລະ ວີດີໂອໂດຍ ຊ່າງພາບຈຳເປັນ ທອງໃສ ນິແຫລະ alt
 
ພິທີກອນຂອງງານ

alt

ວົງ punky-dolls

alt

alt

ທີມງານ ຕະຫລົກ ແຂ້ວແຫ້ງ ອືມ ຕະຫລົກອີ່ຫລີ

alt

temple Guys

alt

alt

ulvus

alt

Sam and Nalin

alt

alt

CELLS

alt

alt

CLASH

alt

alt

alt

alt

ແຟນເພງຂາຣ໋ອກທັງຫລາຍ ໜາແໜັ້ນ ໄອເຕັກແຄບເລີຍ

alt

alt


alt

ທອງໃສເອງ ໄປເກາະຂອບເວທີເລືຍ ໃສ່ຜ້າປິດປາກປິດດັງຄືຊື່ໆເດີ້ ບາດເລີ່ມຄອນເສີດ ຈັກມັນຫລຸດໄປຕອນໃດກະບໍ່ຮູ້ ຮະໆ

alt

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

 

ມື້ທີສອງຂອງການໄປທ່ຽວຫລວງພະບາງ ຕອນສວາຍຯ

ໄປກິນບັນແຊ່ວ(ຢູ່ຫັ້ນກະເຈົ້າເອີ້ນ ແຫມເຫລືອງ)

ໄປກິນຮ້ານໜຶ່ງຢູ່ຮ້ານແຖວແຄມຂອງ ໝູ່ບອກວ່າຮ້ານນັ້ນແຊບແລະດັງສຸດວ່າຊັ້ນ

ທອງໃສກະກິນໄປ 2ແຜ່ນ(ຮອດບໍ່ອີ່ມ) ບາດຮອດຕອນຈ່າຍເງີນ

 

ທອງໃສ: ສະເພາະຂອງຂ້ອຍເທົ່າໃດນະ?

ຄົນຂາຍ:  ຊາວແປດພັນກີບ

ທອງໃສ: ຫ໋າ??????????ຢຸດຫາຍໃຈໄປ3ວິນາທີ (ຄິດໃນໃຈ ປ໋າດ..ແພງແທ້ ມັນຊິແພງໄປໝົດທຸກອັນທຸກແນວບໍ່ )

                    ສາ...ສະ ເພາະຂອງຂ້ອຍຄົນດຽວໄດ໋ ບໍ່ໄດ້ລວມນຳພວກນິ(ໝູ່ທີ່ໄປນຳກັນ)

ຄົນຂາຍ:     ຫົວຯຯ ເຈົ້າ...ແມ່ນແລ້ວຊາວແປດພັນກີບ ແຜ່ນໜື່ງ ສິບສີ່ພັນກີບ

ທອງໃສ:   ໂທ໋ ຫົວອີກຄິດວ່າເຮົາບໍ່ມີເງິນຈ່າຍຕິ(ອັນນິຄິດໃນໃຈເດີ້ ບໍ່ກ້າເຮັດຫຍັງຢູ່ຖິ່ນເພິ່ນດ໋ອກ 55+)    ຈົກຈ່າຍບັກໄວຯ       -"

          :ກ່ອນອອກຈາກຮ້ານຄົນຂາຍຍັງຮ້ອງໃສ່ເຮົາວ່າມື້ໜ້າມາກິນໃໝ່ເດີ້ ເຫີຯ ຄັ້ງດຽວແລະຄັ້ງສຸດທ້າຍນິແຫລະຂາຍແພງເອົາວີໂກ້ຕີ້

 

ມື້ຕໍ່ມາ ຕື່ນແຕ່ເຊົ້າມາສູດອາກາດສົດ ຢ່າງຫລີ້ນໄປແຖວໜ້າ ອານຸສາວະລີ ທ່ານສຸພານຸວົງ(ແມ່ນບໍ່ຫວະ) ແຖວນາວຽງຄຳຫັ້ນນະ ຊ່າງຯຯ

 

ໄປເຫັນຮ້ານຂາຍ ບັນກວນ(ຢູ່ພຸ້ນກະເຈົ້າເອີ້ນ ແໜມຂາວ) ຕື່ນມາກະຢາກເຂົ້າແນ່ ແນມເບິ່ງໜ້າໝູ່

ທອງໃສ: ຈັ່ງໃດສູກິນບໍ່??

ໝູ່ : ເອີ້ຯຯຯຯ ກິນຯຯ

ທອງໃສ : ຍີ້ມຯຯ.... ສູເອົາເງິນມາເພື່ອລະຕີ້ ເຫີຯ

ໝູ່: ເອີນ່າຯຯຯ

ກະພາກັນໄປສັ່ງແມ່ຄ້າ ບັນກວນແນ່ ນັ່ງກິນຢູ່ຫັ້ນ

ອື່ມຂະໜາດ ອີ່ຫລີໄດ໋ ບັນກວນອີ່ຫຍັງຄືວ່າມາໃຫຍ່ແທ້ ຊີ້ນກະໄດ້ບັກຫລາຍຯ

 

ຕອນກິນກະກິນໄປ ບາດນິຕອນຈ່າຍເງິນໄດ໋

ແຫ໋ະຯຯຯ (ບໍ່ເປັນດັ່ງທີ່ຄິດ)

 

ທອງໃສກັບໝູ່ 4ຄົນ: ປ້າລວມໝົດເທົ່າໃດນະ (ກິນໄປຄົນລະຊຸດ)

ແມ່ຄ້າ: ຊາວພັນກີບ

ທອງໃສກັບໝູ່: ແນມເບິ່ງໜ້າກັນ....ອໍ ອາ ລົວຯ..ລວມໝົດເລືຍໄດ໋

ແມ່ຄ້າ: ເຈົ້າ...ລວມໝົດຊາວພັນ ຍິ້ມຯຯຯ

ທອງໃສກັບໝູ່ : ຂ້ຽວຈ່າຍເງີນບັກໄວຯຯ 55+ ລະຖາມປ້າຄົນຂາຍວ່າຊຸດໜຶ່ງ ຫ້າພັນກີບໜຶ່ງຫວາ?

ແມ່ຄ້າ: ເຈົ້າ (ໂອ້ຍຈັ່ງແມ່ນເວົ້າມ່ວນ)

ຕອນຢ່າງກັບ ລົມກັບໝູ່ວ່າ ເອີ້ ບັນກວນຢູ່ນິກະພໍກິນໄດ້ເນາະ(ມັກຂອງຖືກ) ລາຄາກະຊ່ຳຯກັບຢູ່ວຽງ ແຖມໄດ້ຫລາຍລະກະແຊບອີກ

ບັນກວນຢູ່ພຸ້ນໃສ່ໄຂ່ນຳແຕ່ຕ້ອງເພີ່ມລາຄາເປັນເຈັດພັນ ຕອນທອງໃສໄປກິນໄຂ່ໝົດກະເລືຍໄດ້ຈ່າຍແຕ່ຫ້າພັນ ເຮີ້ ແປກແຕ່ວ່າແຊບບບບບບ 555+

 

ຈົບເອົາຊື່ຯ


ທຳອິດຄິດວ່າຖືກຟັນຕອນໄປກິນບັນແຊ່ວ ແຜ່ນລະສິບສີ່ພັນ ແຕ່ຖາມນິນເພິ່ນວ່າ ສິບສີ່ພັນຫັ້ນລາຄາປົກະຕິວ່າຊັ້ນ ໂອ່ຍຯຯຯຯ

 

ອ່ານເລື່ອງ ປະສົບການຖືກຟັນທີ່ຫລວງພະບາງ


 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

 

ເປັນຊ່ວງຕອນແລງຯ ວ່າຊິຂຶ້ນໄປພູສີ ໄປເກັບພາບງາມຯ ຕອນຕາເວັນໃກ້ຈະຕົກດິນ

ທາງຂຶ້ນກໍ່ຈະມີແມ່ຄ້າຂາຍຂອງທີ່ລະນຶກ ຂາຍທູບທຽນດອກໄມ້ເພື່ອຈະເອົາໄປບູຊາທາດພູສີ ບາງຄົນກະເອົານົກໃສ່ຄອກນ້ອຍຯມາຖ້າໃຫ້ເຮົາປ່ອຍ..ພໍແຕ່ຢ່າງຂຶ້ນໄປບໍ່ພໍຂັ້ນມ່ຄ້າກະມາຫຸ້ມໃສ່ (ເວົ້າປານເຈົ້າຂອງເປັນດາລາ 55+)

 

ແມ່ຄ້າທັງຫລາຍ : ຊື້ທູບທຽນໄວ້ທາດບໍ່ ປ່ອຍນົກເອົາບຸນບໍ່ ..ບລາຯຯຯຯ (ກະເຈົາຫາກເວົ້າເປັນພາສາໄທ) ເຫີຯ

ທອງໃສກັບໝູ່: ພາກັນຫົວ ລະເວົ້າວ່າ ເວົ້າລາວກະໄດ້ ພວກເຮົາກະຄົນລາວຄືກັນ - -"

ແມ່ຄ້າທັງຫລາຍ: ເອົາບໍ່ຯຯ ຊື້ຊ່ອຍແນ່ນາ (ຍັງສືບຕໍ່ເວົ້າໄທ) ຫລືວ່າແມ່ນຄົນໄທມາຫາກິນແຖວນິ ຮ໋ະຯຯຯ

ທອງໃສກັບໝູ່ຍັງບໍ່ທັນໄດ້ວ່າຫຍັງແມ່ຄ້າກະຈັບຍັດໃຫ້ຄົນລະຊຸດ(ດອກໄມ້ທູບທຽນ)

ພ້ອມທັງນົກຄົນລະຄອກ ຄອກນ້ອຍນ້ອຍ ມີນົກສອງໂຕດ໋ອກ ບໍ່ຈັກຊິປະຕິເສດ ກະເລືຍເອົານຳເພິ່ນ ບູຊາພ້ອມກັບປ່ອຍນົກແລ້ວກະຮູ້ສຶກດີໃຜກະຍີ້ມເປື້ຍ.....ບາດຕອນໄລ່ເງິນບາດນິ

 

ທອງໃສກັບໝູ່: ລວມທັງໝົດເທົ່າໃດນະ?? ໄປນຳກັນສີ່ຄົນ

ແມ່ຄ້າທັງຫລາຍ: ພາກັນຄິດໄລ່ ດົນເຕີບ ລວມຯກັນທັງດອກໄມ້ທູບທຽນກັບນົກ ເປັນເງິນ ແສນຫົກສິບພັນກີບ...ອືມແມ່ນແລ້ວທ່ານອ່ານບໍ່ຜິດ ແສນຫົກສິບພັນກີບ!!!!!!!!!!!

ທອງໃສກັບໝູ່: ຮ້ອງຂຶ້ນພ້ອມກັນ ຫ໋າຯຯຯ ໂອ້ແຕ່ລະອັນມັນລາຄາເທົ່າໃດເວົ້າໃຫ້ຟັງແນ່

ແມ່ຄ້າທັງຫລາຍ: ດອກໄມ້ທູບທຽນ4ຊຸດ ຊຸດສິບພັນກີບ ລວມສີ່ສິບພັນກີບ

        :ນົກ4ຄອກ ຄອກໜຶ່ງສອງໂຕ ຄອກລະສາມສິບພັນກີບ ລວມ ແສນຊາວພັນກີບ

        :ລວມເປັນເງິນແສນຫົກສິບພັນກີບ

ທອງໃສກັບໝູ່: ໂອ່ຍຍຍຍຍຍ ພໍຢາກນັ່ງໃຫ້ ຄິດຮອດອີ່ພໍ່ອີ່ແມ່ ຫືຯຯຯຯ ຈ່າຍໄປແລ້ວມື້ອື່ນຊິກິນເຂົ້າກັບຫຍັງລະບາດນິ ເຫີ້ຯ

ສຸດທ້າຍກະຈຳໃຈຈ່າຍໄປ

 

ບໍ່ຈັກຊິໂທດໃຜ ກະເລືຍຕ້ອງໂທດທີ່ຕົນເອງວ່າຕອນທີ່ເຂົາຂາຍບໍ່ຖາມລາຄາກ່ອນ ອີກຢ່າງແມ່ຄ້າຈັບຍັດໃສມືໃຫ້ປະຕິເສດກະຊິບໍ່ຄືໃຈກະຢາກເຮັດບຸນແນ່ຫັ້ນນະ ສຸດທ້າຍມື້ນັ້ນຈັກໄດ້

ບຸນໄດ້ບາບກະບໍຮູ້ ພາກັນຈົ່ມເລື່ອງນົກສອງໂຕ30ພັນ 555+++++ ວູ້ຯຯຖືກຟັນໄປເຕັມຯ

 

ໝາຍເຫດ: ໂປດຕິດຕາມຕອນຕໍ່ໄປໃນ "ຫລວງພະບາວອີກແລ້ວຯຯ"