ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

 

ມື້ທີສອງຂອງການໄປທ່ຽວຫລວງພະບາງ ຕອນສວາຍຯ

ໄປກິນບັນແຊ່ວ(ຢູ່ຫັ້ນກະເຈົ້າເອີ້ນ ແຫມເຫລືອງ)

ໄປກິນຮ້ານໜຶ່ງຢູ່ຮ້ານແຖວແຄມຂອງ ໝູ່ບອກວ່າຮ້ານນັ້ນແຊບແລະດັງສຸດວ່າຊັ້ນ

ທອງໃສກະກິນໄປ 2ແຜ່ນ(ຮອດບໍ່ອີ່ມ) ບາດຮອດຕອນຈ່າຍເງີນ

 

ທອງໃສ: ສະເພາະຂອງຂ້ອຍເທົ່າໃດນະ?

ຄົນຂາຍ:  ຊາວແປດພັນກີບ

ທອງໃສ: ຫ໋າ??????????ຢຸດຫາຍໃຈໄປ3ວິນາທີ (ຄິດໃນໃຈ ປ໋າດ..ແພງແທ້ ມັນຊິແພງໄປໝົດທຸກອັນທຸກແນວບໍ່ )

                    ສາ...ສະ ເພາະຂອງຂ້ອຍຄົນດຽວໄດ໋ ບໍ່ໄດ້ລວມນຳພວກນິ(ໝູ່ທີ່ໄປນຳກັນ)

ຄົນຂາຍ:     ຫົວຯຯ ເຈົ້າ...ແມ່ນແລ້ວຊາວແປດພັນກີບ ແຜ່ນໜື່ງ ສິບສີ່ພັນກີບ

ທອງໃສ:   ໂທ໋ ຫົວອີກຄິດວ່າເຮົາບໍ່ມີເງິນຈ່າຍຕິ(ອັນນິຄິດໃນໃຈເດີ້ ບໍ່ກ້າເຮັດຫຍັງຢູ່ຖິ່ນເພິ່ນດ໋ອກ 55+)    ຈົກຈ່າຍບັກໄວຯ       -"

          :ກ່ອນອອກຈາກຮ້ານຄົນຂາຍຍັງຮ້ອງໃສ່ເຮົາວ່າມື້ໜ້າມາກິນໃໝ່ເດີ້ ເຫີຯ ຄັ້ງດຽວແລະຄັ້ງສຸດທ້າຍນິແຫລະຂາຍແພງເອົາວີໂກ້ຕີ້

 

ມື້ຕໍ່ມາ ຕື່ນແຕ່ເຊົ້າມາສູດອາກາດສົດ ຢ່າງຫລີ້ນໄປແຖວໜ້າ ອານຸສາວະລີ ທ່ານສຸພານຸວົງ(ແມ່ນບໍ່ຫວະ) ແຖວນາວຽງຄຳຫັ້ນນະ ຊ່າງຯຯ

 

ໄປເຫັນຮ້ານຂາຍ ບັນກວນ(ຢູ່ພຸ້ນກະເຈົ້າເອີ້ນ ແໜມຂາວ) ຕື່ນມາກະຢາກເຂົ້າແນ່ ແນມເບິ່ງໜ້າໝູ່

ທອງໃສ: ຈັ່ງໃດສູກິນບໍ່??

ໝູ່ : ເອີ້ຯຯຯຯ ກິນຯຯ

ທອງໃສ : ຍີ້ມຯຯ.... ສູເອົາເງິນມາເພື່ອລະຕີ້ ເຫີຯ

ໝູ່: ເອີນ່າຯຯຯ

ກະພາກັນໄປສັ່ງແມ່ຄ້າ ບັນກວນແນ່ ນັ່ງກິນຢູ່ຫັ້ນ

ອື່ມຂະໜາດ ອີ່ຫລີໄດ໋ ບັນກວນອີ່ຫຍັງຄືວ່າມາໃຫຍ່ແທ້ ຊີ້ນກະໄດ້ບັກຫລາຍຯ

 

ຕອນກິນກະກິນໄປ ບາດນິຕອນຈ່າຍເງິນໄດ໋

ແຫ໋ະຯຯຯ (ບໍ່ເປັນດັ່ງທີ່ຄິດ)

 

ທອງໃສກັບໝູ່ 4ຄົນ: ປ້າລວມໝົດເທົ່າໃດນະ (ກິນໄປຄົນລະຊຸດ)

ແມ່ຄ້າ: ຊາວພັນກີບ

ທອງໃສກັບໝູ່: ແນມເບິ່ງໜ້າກັນ....ອໍ ອາ ລົວຯ..ລວມໝົດເລືຍໄດ໋

ແມ່ຄ້າ: ເຈົ້າ...ລວມໝົດຊາວພັນ ຍິ້ມຯຯຯ

ທອງໃສກັບໝູ່ : ຂ້ຽວຈ່າຍເງີນບັກໄວຯຯ 55+ ລະຖາມປ້າຄົນຂາຍວ່າຊຸດໜຶ່ງ ຫ້າພັນກີບໜຶ່ງຫວາ?

ແມ່ຄ້າ: ເຈົ້າ (ໂອ້ຍຈັ່ງແມ່ນເວົ້າມ່ວນ)

ຕອນຢ່າງກັບ ລົມກັບໝູ່ວ່າ ເອີ້ ບັນກວນຢູ່ນິກະພໍກິນໄດ້ເນາະ(ມັກຂອງຖືກ) ລາຄາກະຊ່ຳຯກັບຢູ່ວຽງ ແຖມໄດ້ຫລາຍລະກະແຊບອີກ

ບັນກວນຢູ່ພຸ້ນໃສ່ໄຂ່ນຳແຕ່ຕ້ອງເພີ່ມລາຄາເປັນເຈັດພັນ ຕອນທອງໃສໄປກິນໄຂ່ໝົດກະເລືຍໄດ້ຈ່າຍແຕ່ຫ້າພັນ ເຮີ້ ແປກແຕ່ວ່າແຊບບບບບບ 555+

 

ຈົບເອົາຊື່ຯ


ທຳອິດຄິດວ່າຖືກຟັນຕອນໄປກິນບັນແຊ່ວ ແຜ່ນລະສິບສີ່ພັນ ແຕ່ຖາມນິນເພິ່ນວ່າ ສິບສີ່ພັນຫັ້ນລາຄາປົກະຕິວ່າຊັ້ນ ໂອ່ຍຯຯຯຯ

 

ອ່ານເລື່ອງ ປະສົບການຖືກຟັນທີ່ຫລວງພະບາງ


 

 

 

Delicious Digg Fark Twitter