ຊອກຫມູ່:   
ຫນ້າຫລັກ    ຊອກຫມູ່    ເຊີນຫມູ່ເຂົ້າຮ່ວມ    ຊ່ວຍເຫລືອ    ເກມ    ເວັບບອດ ສະມັກສະມາຊິກ    ເຂົ້າສູ່ລະບົບ

9:29 PM Jun. 2, 2008 - 3 ຄຳເຫັນ
ກາລະຄັ້ງຫນື່ງນານມາແລ້ວໄດ້ມີໄກ່ງວງ,ເປັດເທບ,ເປັດກາບ,ໄກ່ແມ່ຟັກ ອາໄສຢູ່ນຳກັນ ຢູ່ມາມື້ຫນື່ງໄກ່ງວງຜູ້ໂຕຫນື່ງເກີດມີຄວາມເບື່ອຫນ່າຍໃນຊີວິດ ມັນກໍ່ເລີຍຮ້ອງຂື້ນວ່າ + ຢູ່ໄປກໍລົກໂລກ +( ເຊີ່ງປະຈຸບັນມັນກໍ່ຍັງຮ້ອງແບບນີ້ຢ)ູ່.ເມື່ອເປັດເທບໄດ້ຍິນໄກ່ງວງຮ້ອງຂື້ນແນວນັ້ນກໍ່ເກີດອາການຢ້ານ ( ຢ້ານຄົນຊິເອົາໄປຂ້າ ) ມັນເລີຍຮ້ອງຂື້ນວ່າ + ສຸປາກ ສຸປາກ ສຸປາດ +( ເຊີ່ງປະຈຸບັນມັນກໍ່ຍັງຮ້ອງແບບນີ້ຢູ່).ພໍດີຢູ່ແຖວນັ້ນມີເປັດກາບພວມຊິພາລູກໄປຊອກກິນ ໄດ້ຍິນໄກ່ງວງຮ້ອງແນວນັ້ນກໍ່ເລີຍຍ່າງກັບຮັງພ້ອມທັງຮ້ອງບອກລູກວ່າ + ກັບຯຯຯຯຯຯຯ +(ເຊີ່ງປະຈຸບັນມັນຍັງຮ້ອງແບບນີ້ຢູ່).ເມື່ອຄົນໄດ້ຍິນສຽງຮ້ອງຂອງໄກ່ງວງກໍ່ເຂົ້າໃຈຜິດຄິດວ່າໄກ່ແມ່ຟັກເບື່ອຫນ່າຍຊີວິດທີ່ຕ້ອງນອນອົບໄຂ່ບໍໄດ້ອອກໄປຫາກິນ
ຄົນກໍ່ເລີຍໄປຈັບເອົາໄຂ້ໄກ່ມາຕົບກິນ.ເຮັດໃຫ້ໄກ່ແມ່ຟັກຫມືນມັນເລີຍໂດດຂື້ນຈັບຫລັກຮົ້ວແລ້ວຮ້ອງດ່າວ່າ + ບັກບັກບັກຯຯຯຯຯບັກຮ່າ   ບັກບັກບັກບັກຯຯຯຯຯບັກຮ່າ+ (ເຊີ່ງປະຈຸບັນມັນກໍ່ຍັງກະຕາກແບບນີ້ຢູ່)
ເປັນອັນວ່າຈົບ
8:29 PM Jun. 2, 2008 - 15 ຄຳເຫັນ
alt




ຕາມຮູບຫັ້ນຈະເຫັນວ່າ
ມີເລກຫົກໂລແມັງເທົ່າກັບເລກສອງໂລແມັງ
ເຊີ່ງມັນຜິດຕໍ່ຫລັກການຄະນິດສາດ
ສະນັ້ນເຮົາລອງມາຊ່ວຍກັນແປງໃຫ້ເລກທັງສອງເບື່ອງເທົ່າກັນ
ໂດຍໃຫ້ຍ້າຍຂີດໃດກໍ່ໄດ້ 1ຂີດໄປວາງໄວ້ບ່ອນໃດກະໄດ້
ແຕ່ຕ້ອງໃຫ້ເລກທັງສອງເບື່ອງເທົ່າກັນ
7:57 PM Jun. 2, 2008 - 8 ຄຳເຫັນ
ເລື່ອງມີຢູ່ວ່າ ຊາຍຄົນຫນື່ງມີລູກ 4 ຄົນ ຊາຍຄົນນີ້ຮັກລູກທຸກຄົນເທົ່າຯກັນ
ກ່ອນຕາຍລາວໄດ້ຂໍຮ້ອງໃຫ້ຊາວພັນລາວທັງຫລາຍຊ່ວຍແບ່ງດິນໃຫ້ລູກທັງ4ຄົນຂອງລາວໂດຍລາວເວົ້າວ່າ:
ຢາກໃຫ້ລູກຂອງລາວໄດ້ດິນເທົ່າກັນ ແລະ ແຕ່ລະຕອນທີ່ແບ່ງນັ້ນຈະຕ້ອງເປັນຮູບຄືກັນ ( ຕົວຢ່າງ:ຖ້າແບ່ງໃຫ້ຄົນໃດຄົນຫນື່ງເປັນຮູບສີ່ຫລ່ຽມ ທີ່ເຫລືອກໍ່ຕ້ອງເປັນຮູບສີ່ຫລ່ຽມຄືກັນ ) ແລ້ວລາວກໍ່ຕາຍຈາກໄປ
ສະນັ້ນເພື່ອໃຫ້ວິນຍານລາວໄປສູ່ສຸຂະຕິພວກເຮົາລອງມາຫາວິທີແບ່ງດິນໃຫ້ລູກລາວຕາມແບບທີ່ລາວຂໍ
ເຊີ່ງດິນລາວມີຮູບຮ່າວຄືແນວນີ້
alt
ຊ່ວຍຯກັນແກ້ເນາະ
ຫ້າມຫົວຂວັນການໃສ່ຮູບຂອງເຮົາເດີ້
12:16 PM Jun. 2, 2008 - 15 ຄຳເຫັນ
ເລີ່ມຈາກອັນດັບ10
alt

alt

alt

alt

alt

alt

alt

alt

alt

alt


ເປັນອັນວ່າໝົດເທົ່ານີ້ເດີ້ ຢາກໄດ້ກະໄປຊອກຊື້ມາໃຊ້ກັນໂລດເດີ້ ໂດຍສະເພາະທ່ານນິນ ຊື້ໄດ້ແບບສະບາຍສະບາຍເລີຍ
10:14 PM May. 31, 2008 - 8 ຄຳເຫັນ
ມື້ນີ້ແມ່ນມື້ ແດັກກູລາຈະມາເກີດ ກ່ອນມາເກີດຍົມມະທູດໄດ້ໃຫ້ແດັກກູລາຂໍພອນໄດ້3ຂໍ້
ແດັກກູລ້າຂໍ
1ໃຫ້ໄດ້ຢູ່ໃກ້ຊິດກັບສາວຯ
2ໃຫ້ມີຜີວຂາວຯ
3ໃຫ້ມີເລືອດກິນຢ່າງສົມບູນ

ພີ່ນ້ອງລອງຕອບເບີ່ງວ່າຍົມມະບານຊີໃຫ້ແດັກກູລາກີດເປັນຫຍັງ
ຄັນໃຜເຄີຍໄດ້ອ່ານແລ້ວລະກະປິດໄວ້ກ່ອນເດີ້ໃຫ້ຜູ້ຍັງບໍ່ທັນໄດ້ອ່ານຢູ່ໃສມາກ່ອນຕອບລອງເບີ່ງກ່ອນ
9:36 PM May. 31, 2008 - 6 ຄຳເຫັນ
ຄົນເຮົາມີລາບ ກໍ່ມີເຊື່ອມລາບ ມີຍົດ ກໍ່ມີເຊື່ອມຍົດ ມີສຸກ ກໍ່ມີທຸກ ເມື່ອມີສັນລະເສີນ ກໍ່ມີນິນທາ ເປັນຂອງຄູ່ກັນມາເຊັ່ນນີ້  ຈະໄປຖືຊາຫຍັງກັບປາກມະນຸດ ເຖີງຈະດີແສນດີ
ມັນກໍ່ຕິ ເຖີງຈະຊົ່ວແສນຊົ່ວມັນກໍ່ຊົມ ແມ້ແຕ່ພະພຸດທະເຈົ້າ ຜູ້ປະເສີດ ເລີດຍິ່ງກ່ສາມະນຸດ
ແລະ ເທວະດາ ຍັງມີມານພະຈົນ ຍັງມີຄົນນິນທາຕິຕຽນ ປຸທຸຊົນຄົນທັມມະດາຢ່າງເຮົາ
ຈະລອດພົ້ນຈາກໂລກະທັມດັ່ງກ່າວແລ້ວບໍ່ໄດ້ ຕ້ອງຄິດເສຍວ່າ ເຂົາຈະຕິກໍ່ຊ່າງ ຊົມກໍ່ຊ່າງ ເຮົາບໍ່ໄດ້ເຮັກຫຍັງໃຫ້ເຂົາເດືອດເນື້ອຮ້ອນໃຈ ກ່ອນທີ່ເຮົາຈະເຮັດສີ່ງໃດ ເຮົາຄິດແລ້ວວ່າ ບໍເດືອດຮ້ອນແກ່ຕົວເຮົາ ແລະ ຄົນອື່ນ ເຮົາຈື່ງເຮັດ ເຂົາຈະນິນທາໃສ່ຮ້າຍຢ່າງໃດ ກໍ່ຊ່າງເຂົາ ບຸນເຮົາທຳ ກຳເຮົາບໍ່ສ້າງ ພະຍາຍາມສະຫງົບກາຍ ສະຫງົບໃຈ ສະຫງົບວາຈາ ບໍ່ຕ້ອງໄປກັງວົນ ຢ້ານໃຜຈະຕິຕຽນໄປເຮັດຫຍັງ ບໍ່ເຫັນມີປະໂຫຍດ ເປືອງຄວາມຄິດລ້າຯ ຢ່າທຸກໃຈຍ້ອນສີ່ງນີ້ເລີຍ
ອ່ານແລ້ວຍີ້ມເດີ້ alt

10:16 PM May. 30, 2008 - 2 ຄຳເຫັນ
ທັມມະດາໂລກລ້ວນ
ຕ້ອງເກີດ ແກ່ ເຈັບ ຕາຍ
ຕ່າງທີ່ ກາຍ ກັບ ໃຈ
ໃຜຈະດີຫລືຮ້າຍ
ຈະຕາຍໄວ ຕາຍຊ້າ
ບໍ່ບັນຫາຫຍັງດອກ
ຂໍພຽງເຮົາເຮັງສ້າງ
ຄວາມດີໄວ້ກ່ອນຈະຕາຍ
ໃຫ້ມັນຫລາຍຯໄວ້
ກໍ່ອຸ່ນໃຈເວລາມ້ວຍ
ຄວາມເຮັງ-ຊວຍຢູ່ທີ່ເຈົ້າ
ຈະຮຽນຮູ້ໜ້າທີ່ຕົນ
ໃຜຫາກມົວເມົາຫລິ້ນ
ເຮຮາໄຮ້ປະໂຫຍດ
ພຣະກໍ່ໂຜດບໍ່ໄດ້
ເພາະຕົວເຈົ້າບໍ່ຮ່ຳຮອນ
ຕອນເມື່ອຍັງໜຸ່ມນ້ອຍ
ໃຫ້ຮີບເຮັງຮຽນວິຊາ
ບາດໃຫຍ່ມາຮີບຫາເງີນ
ລ້ຽງຕົວໃຫ້ມັນກຸ້ມ
ຍາດກິນ-ທານເອົາໄວ້
ບາດຍາມຕາຍບໍ່ເສຍປຽບ
ໃຜເຮັດໄດ້ດັ່ງນີ້ແມ່ນແລ້ວ ແທ້ດາຍ
altaltalt
9:46 PM May. 30, 2008 - 7 ຄຳເຫັນ
າຍຄົນໜື່ງມີລູກ 3 ຄົນມີຄວາຍ 17 ໂຕ
ກ່ອນຕາຍຊາຍຄົນນັ້ນໄດ້ແບ່ງຄວາຍໃຫ້ລູກທັງສາມໂດຍບອກວ່າ:
ຜູ້ທີ່ 1 ເອົາ 1/2
ຜູ້ທີ່ 2 ເອົາ 1/3
ຜູີ່ 3 ເອົາ 1/9
ພໍເວົ້າສຸດລາວກໍ່ຕາຍ
ຫລັງຈາກສົງສະການພໍ່ແລ້ວ ລູກທັງສາມກໍ່ມາເວົ້າເລື່ອງມໍລະດົກ
ແຕ່ພວກເຂົາເປັນຄົນຈ້າຈື່ງບໍ່ສາມາດແບ່ງມໍລະດົກຕາມທີ່ພໍ່ບອກໄດ້
ພວກເຂົາກະເລີຍມາຂໍໃຫ້ພີ່ນ້ອງຊາວພັນລາວຊ່ວຍແບ່ງໃຫ້
ພວກເຮົາລອງຄຶດເບີ່ງວ່າພວກເຂົາຊິໄດ້ຄວາຍຜູ້ຈັກໂຕ

ມີຄົນມາຕອບຮອດ 11 ຄົນແລ້ວຊິສະເຫລີຍເດີ

altaltalt
1:15 PM May. 30, 2008 - 3 ຄຳເຫັນ
ຂະນະນີ້ມີຄົນແກ່ຯຫນ້າຮ່ຽວຯຄົນຫນື່ງກຳລັງອ່ານໄດອາລີຢູ່
ແລະແລ້ວຄົນຯນັ້ນກໍ່ເກີດສົງໄສຂື້ນມາວ່າຄົນແກ່ຄົນນັ້ນແມ່ນໃຜ?ຄົນຯນັ້ນນັ່ງອ່ານແລະກໍ່ຄິດຫນັກວ່າມັນຫມາຍເຖິງໃຜalt
7:42 AM May. 2, 2008 - 1 ຄຳເຫັນ
ຢ່ານອນຕື່ນສວາຍ        ຢ່າອາຍແຕ່ງກິນ
ຢ່າດູໝິ່ນເງີນໜ້ອຍ       ຢ່າຄອຍແຕ່ວາດສະໜາ
ຢ່າສົນທະນາຄົນຊົ່ວ      ຢ່າມົວອະບາຍຍະມຸກ
ຢ່າສຸກກ່ອນເຫີ່ມ          ຢ່າເພີ່ມຂະຫຍັນກ່ອນທຳ
ຢ່າລຳກ່ອນເພງ           ຢ່າຂົ່ມເຫັງຜູ້ນ້ອຍ
ຢ່າຄອຍແຕ່ປະຈົບ       ຢ່າພົບແຕ່ເສດຖີ
ຢ່າດີແຕ່ຕົວ                ຢ່າຊົ່ວແຕ່ຜູ້ອື່ນ
ຢ່າຝືນກົດລະບຽບ        ຢ່າເອົາປຽບສັງຄົມ
ຢ່າຊື່ນຊົມຄົນຜິດ         ຢ່າຄິດເອົາແຕ່ໄດ້
ຢ່າໃສ່ຮ້າຍຄົນດີ          ຢ່າກ່າວອັບປີວາຈາ
ຢ່ານິນທາພຣະເຈົ້າ       ຢ່າໂສກເສົ້າເມື່ອມີທຸກ
ຢ່າສຸກຈົນລືມຕົວ         ຢ່າເກງກົ່ວວຽກໜັກ
ຢ່າເຂົ້າພັກຄົນຊົ່ວ        ຢ່າລືມຕົວເມື່ອຮັ່ງມີ

alt

LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com


Punlao.com © 2007 - 2008 All Right Reserved.
A Part of A8 network
ຕິດຕໍ່ໂຄສະນາ | ທີມງານພັນລາວ | ກ່ຽວກັບພັນລາວ | ຕິດຕໍ່ທີມງານ | ເວັບບອດ | ອີເມລ