ຊອກຫມູ່:   
ຫນ້າຫລັກ    ຊອກຫມູ່    ເຊີນຫມູ່ເຂົ້າຮ່ວມ    ຊ່ວຍເຫລືອ    ເກມ    ເວັບບອດ ສະມັກສະມາຊິກ    ເຂົ້າສູ່ລະບົບ

ທີ່ມາຂອງສຽງຮ້ອງຂອງສັດ
9:29 PM on Jun. 2, 2008
ກາລະຄັ້ງຫນື່ງນານມາແລ້ວໄດ້ມີໄກ່ງວງ,ເປັດເທບ,ເປັດກາບ,ໄກ່ແມ່ຟັກ ອາໄສຢູ່ນຳກັນ ຢູ່ມາມື້ຫນື່ງໄກ່ງວງຜູ້ໂຕຫນື່ງເກີດມີຄວາມເບື່ອຫນ່າຍໃນຊີວິດ ມັນກໍ່ເລີຍຮ້ອງຂື້ນວ່າ + ຢູ່ໄປກໍລົກໂລກ +( ເຊີ່ງປະຈຸບັນມັນກໍ່ຍັງຮ້ອງແບບນີ້ຢ)ູ່.ເມື່ອເປັດເທບໄດ້ຍິນໄກ່ງວງຮ້ອງຂື້ນແນວນັ້ນກໍ່ເກີດອາການຢ້ານ ( ຢ້ານຄົນຊິເອົາໄປຂ້າ ) ມັນເລີຍຮ້ອງຂື້ນວ່າ + ສຸປາກ ສຸປາກ ສຸປາດ +( ເຊີ່ງປະຈຸບັນມັນກໍ່ຍັງຮ້ອງແບບນີ້ຢູ່).ພໍດີຢູ່ແຖວນັ້ນມີເປັດກາບພວມຊິພາລູກໄປຊອກກິນ ໄດ້ຍິນໄກ່ງວງຮ້ອງແນວນັ້ນກໍ່ເລີຍຍ່າງກັບຮັງພ້ອມທັງຮ້ອງບອກລູກວ່າ + ກັບຯຯຯຯຯຯຯ +(ເຊີ່ງປະຈຸບັນມັນຍັງຮ້ອງແບບນີ້ຢູ່).ເມື່ອຄົນໄດ້ຍິນສຽງຮ້ອງຂອງໄກ່ງວງກໍ່ເຂົ້າໃຈຜິດຄິດວ່າໄກ່ແມ່ຟັກເບື່ອຫນ່າຍຊີວິດທີ່ຕ້ອງນອນອົບໄຂ່ບໍໄດ້ອອກໄປຫາກິນ
ຄົນກໍ່ເລີຍໄປຈັບເອົາໄຂ້ໄກ່ມາຕົບກິນ.ເຮັດໃຫ້ໄກ່ແມ່ຟັກຫມືນມັນເລີຍໂດດຂື້ນຈັບຫລັກຮົ້ວແລ້ວຮ້ອງດ່າວ່າ + ບັກບັກບັກຯຯຯຯຯບັກຮ່າ   ບັກບັກບັກບັກຯຯຯຯຯບັກຮ່າ+ (ເຊີ່ງປະຈຸບັນມັນກໍ່ຍັງກະຕາກແບບນີ້ຢູ່)
ເປັນອັນວ່າຈົບ


ຄຳເຫັນ (3)
catty - 9:25 PM on Jun. 3, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
khuk dee un buk haaaaaaaa hun na kaka
THEP - 9:53 PM on Jun. 2, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ເປັດເທບ ບໍ່ແມ່ນເປັນເທບ
ເປັດເທບ ຫລືວ່າເປັດກືກຫັ້ນເດ້
au8ust - 9:50 PM on Jun. 2, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ງົງວ່າ ເປັນເທບ ມັນເປັນໂຕແນວໃດ =_=a

LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com