ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2009 | ມີ 6 ຄຳເຫັນ ແລະ 0 trackback(s)

ຕົ້ນກຳເນີດ Video Game (ຫຼື Console Game)

ປະຈຸບັນນີ້ Console Game ພັດທະນາໄປໄກຫຼາຍຖ້ານັບຈາກຈຸດເລີ່ມຕົ້ນຂອງມັນ. ທ່ານຮູ້ຫຼືບໍ່ວ່າ ເກມທີ່ທ່ານຕໍ່ໂທລະພາບຫຼິ້ນນຳກັນຢູ່ເປັນຍຸກທີ່ເທົ່າໃດ?
ບົດນີ້ ຂ້າພະເຈົ້າຈະນຳເອົາຄວາມຮູ້ເລັກໆນ້ອຍໆມາຝາກບັນດາທ່ານທີ່ຫຼິ້ນເກມທັງຫຼາຍ.
ເຄື່ອງຫຼິ້ນວິດີໂອເກມ (VDO Game Console) ແມ່ນເຄື່ອງໃຊ້ໄຟຟ້າທີ່ໃຊ້ໃນການຫຼິ້ນເກມ ໂດຍສະແດງພາບຜ່ານທາງໜ້າຈໍພາຍໃນເຄື່ອງໂທລະທັດ

ເຊິ່ງແບ່ງເປັນ: ເຄື່ອງຫຼິ້ນເກມຄອນໂຊລ ເປັນເຄື່ອງທີ່ມີໄວ້ຫຼິ້ນພາຍໃນບ້ານເຮືອນ ແລະເຄື່ອງເກມພົກພາ ຫຼືມັກເອີ້ນວ່າເຄື່ອງເກມມືຖື.

Zero Generation
ຖ້າເວົ້າເຖິງ”ກຳເນີດ”… ຕ້ອງມີຄຳຖາມອີກວ່າ”ແມ່ນຫຍັງຄືຈຸດເລີ່ມຕົ້ນ?”
ຄວາມຈິງແລ້ວມັນກໍ່ບໍ່ແມ່ນເຄື່ອງເກມໂດຍກົງດອກ ມັນເປັນອຸປະກອນໃນຫ້ອງວິໄຈແຫ່ງ໑ ໃນໂຄງການ Manhattan Project…
ໃນວັນທີ່ ໑໘ ຕຸລາ ໑໙໕໘ ດ້ວຍຄວາມຫວ້າງວຽກ ນັກວິທະຍາສາດຟີຊິກ ນຳໂດຍ William Higinbotham ກໍ່ນຳເອົາອອສຊິລໂລສໂຄປ (Oscilloscope) ມານັ່ງຫຼິ້ນເທນນິສນຳກັນ.
alt
alt
Tennis The First game of the world

First Generation
Magnavox Odyssey • Pong • Coleco Telstar

ຕໍ່ມາໃນຍຸກ ໕໐ ວິດີໂອເກມກໍ່ເຂົ້າສູ່ຍຸກເລີ່ມຕົ້ນໃນຮູບແບບເກມຄອມພິວເຕີຣ໌ ເລີ່ມຕົ້ນອອກມາສູ່ສາຍຕາປະຊາຊົນ. ສະໄໝນັ້ນຈໍພາບຍັງເປັນແບບ Vector Display ບໍ່ຕ່າງກັບເກມເທນນິສປານໃດ. ເວລາຜ່ານມາເລື້ອຍໆຈົນມາເຖິງປີ ໑໙໗໒ ບໍລິສັດ Magnavox ເຜີຍໂສມໜ້າເຄື່ອງຫຼິ້ນເກມໂຕທຳອິດ ຊື່ວ່າ Magnavox Odyssey ດ້ວຍສີມືຂອງ Ralph H. Baer ແລະຄົນຮ່ວມທີມ.
alt
alt
Ralph H. Baer

Magnavox Odyssey ຖືວ່າປະສົບຄວາມສຳເລັດແຕ່ບໍ່ດົນປານໃດ, ຈົນໃນທີ່ສຸດ Atari ກໍ່ສ້າງເກມ Pong ຂຶ້ນມາ, Pong ເປັນເກມທີ່ນິຍົມຫຼາຍທີ່ສຸດໃນຍຸກນັ້ນເລີຍກໍ່ວ່າໄດ້…

ໃນປີ ໑໙໗໕ Magnavox ຂໍຊື້ Pong ແຕ່ Atari ບໍ່ຂາຍ, ຈຶ່ງເຮັດໃຫ້ອັດຕາການຜະລິດຄ່ອຍໆຫຼຸດລົງໄປ. ຕໍ່ມາບໍ່ດົນ Odyssey 100 ກໍ່ອອກມາ ແລ້ວກໍ່ຕິດຕາມມາດ້ວຍ Odyssey 200 ພັດທະນາໃນເລື່ອງ multi-palyers ຫຼິ້ນໄດ້ເຖິງ ໔ ຄົນ ແລະເພີ່ມເກມ Smash ແຖມໄປນຳ ເຮັດໃຫ້ຕະຫຼາດເລີ່ມຕ້ອງການເຄື່ອງຫຼິ້ນເກມຫຼາຍຂຶ້ນ.

Second Generation
Fairchild Channel F • RCA Studio II • Atari 2600 • Odyssey² • Intellivision • Arcadia 2001 • Atari 5200 • ColecoVision • Vectrex • Bally Astrocade

ບໍລິສັດ Fairchild (ບໍ່ແມ່ນ FarCry) ໄດ້ປ່ອຍ Fairchild Video Entertainment System (VES) ໃນປີ ໑໙໗໖ ບໍ່ດົນເທົ່າໃດ RCA ກັບ Atari ກໍ່ຕິດຕາມມາເປັນຄູ່ແຂ່ງຂັນທີ່ເປັນຕາຢ້ານໃນຍຸກນັ້ນນຳກົ້ນກັນມາ.
alt
Fairchild (VES)

ການຄ້າບໍ່ໄດ້ດີປານໃດສຳຫຼັບ Fairchild ກັບ RCA ໃນປີ ໑໙໗໗ ທັງ໒ຄ້າຍລົ້ມເຫຼວບໍ່ເປັນທ່າ, ເຮັດໃຫ້ສະໜາມແຂ່ງຂັນຄັ້ງນີ້ ເຫຼືອພຽງແຕ່ Atari ກັບ Magnavox.

ຕໍ່ມາໃນປີ ໑໙໘໐ Atari ກໍ່ດັງອີກຄັ້ງ ເມື່ອປະສົບຄວາມສຳເລັດກັບ Space Invaders ແຕ່ກໍ່ບໍ່ແມ່ນວ່າຈະສະເໝີໄປ ເມື່ອໃນປີ ໑໙໘໓ ເຄື່ອງຫຼິ້ນເກມຖືກຄອມພິວເຕີມາແທນບ່ອນ… ດ້ວຍປະໂຫຍດທີ່ມະຫາສານຫຼາຍກວ່າຫຼິ້ນເກມ ເຮັດໃຫ້ Atari ແລະຄ້າຍອື່ນໆຕ້ອງສະດຸດທັນທີ.
alt
“ຈະພາກັນຊື້ໄປເຮັດຫຍັງ ຖ້າເອົາໄວ້ພຽງແຕ່ຫຼິ້ນເກມ!?”

Third Generation
Nintendo Entertainment System • Sega Master System • Atari 7800

ຍຸກນີ້ນັບວ່າຫຼາຍທ່ານໃນບ່ອນນີ້ໜ້າຈະເກີດທັນ… ຢູ່ລ້າໆກໍ່ມີບໍລິສັດຍີ່ປຸ່ນມາເປັນເຈົ້າແຫ່ງວົງການ ຄົງນຶກເຖິງໃຜບໍ່ໄດ້ ນອກຈາກ Nintendo ເຈົ້າດຽວເທົ່ານັ້ນ ປ່ອຍ Famicom ອອກມາພ້ອມເທັກໂນໂລຢີໃໝ່ພາຍໃນນັ້ນກໍ່ແມ່ນ ຮອງຮັບລະບົບພາບ Sprites ຄວາມລະອຽດສູງ ແລະພື້ນຫຼັງແບບ Tiled ໄດ້.

ການພັດທະນາເປັນໄປຢ່າງຕໍ່ເນື່ອງ ຈົນເຂົ້າສູ່ ໑໙໘໕ Famicom ບຸກຕະຫຼາດໃນ USA ໃນຊື່ວ່າ NES (Nintendo Entertainment System) ພ້ອມກັບເກມ Super Mario Brothers, ຕິດຕາມມາດ້ວຍຂອງຫຼິ້ນທີ່ບໍ່ຄືເພິ່ນຄືທ່ານ ນັ້ນແມ່ນ ປືນ (Light-Gun ຫຼື Zapper) ແລະຫຸ່ນຍົນ R.O.B (Robotic Operating Buddy)
alt
R.O.B ມາໃນຊຸດ NES

ສ່ວນໃນລາວນັ້ນບໍ່ຕ້ອງເວົ້າຮອດ ມັກເຫັນແຕ່ Family FR202 ທີ່ປະຈຸບັນກໍ່ຍັງມີຂາຍຢູ່.

Fourth Generation
TurboGrafx-16 (PC Engine) • Sega Genesis/Mega Drive • Neo Geo • Super Nintendo Entertainment System • CD-i

ເຂົ້າສູ່ຍຸກຮຸ່ງເຮືອງຂອງເຄື່ອງຫຼິ້ນເກມ ເມື່ອຄ່າຍເກມໃນຍີ່ປຸ່ນອີກຄ້າຍ໑ກຳລັງມາແຮງເຊັ່ນ SEGA ນຳພາ Mega Drive ລົງຕະຫຼາດທີ່ຍີ່ປຸ່ນ ໃນວັນທີ່ ໒໙ ຕຸລາ ໑໙໘໘

ແລ້ວຍົກກັນໄປລົງຢູ່ USA ໃນປີ ໑໙໙໐ ເປັນຊ່ວງເວລາກ່ອນໜ້າ Nintendo ຈະປ່ອຍ SNES (Super Nintendo Entertainment System)… ນັບວ່າເປັນຍຸກທຳອິດທີ່ໃຊ້ CD-ROM ສຳຫຼັບເຄື່ອງຫຼິ້ນເກມ ແຕ່ Nintendo ຍັງໃຊ້ກະແຊັດຢູ່…
alt
Mega Drive ຫຼື Genesis

ຄູ່ແຂ່ງຕິດຕາມາເລື້ອຍໆສຳຫຼັບການແຂ່ງຂັນໃນຍຸກທີ່໔ ເມື່ອມີ NEC's TurboGrafx-16 ແລະ SNK Playmore's Neo Geo ມາທ້າປະລອງ.

Fifth Generation
3DO • Atari Jaguar • Sega Saturn • PlayStation • Nintendo 64

ໃນຊ່ວງທຳອິດ Atari Jaguar ກັບ 3DO ແລ່ນແຊງໜ້າ Nintendo ກັບ SEGA ເກືອບບໍ່ເຫັນສົ້ນເລີຍ. ເມື່ອປະສົບຜົນສຳເລັດໃນການສະແດງຜົນແບບ ໓ມິຕິເຕັມຮູບແບບ, ທຸກຄ້າຍຕ່າງກໍ່ພາກັນໃຊ້ແຜ່ນ CD-ROM ບັນຈຸເກມດ້ວຍເຫດຜົນທີ່ວ່າ CD-ROM ມີພື້ນທີ່ສຳຫຼັບຂໍ້ມູນມາກມາຍໃນຍຸກນັ້ນ (DVD ແພງຫຼາຍ ຫຼາຍກວ່າລາຄາ Blue-ray ກັບ HDDVD ຕອນນີ້ເລີຍ)… ແຕ່ Nintendo ກັບ SEGA ກໍ່ບໍ່ຍອມເສຍ, ສຳຫຼັບ Nintendo ອອກເຄື່ອງໃໝ່ຊື່ວ່າ Nintendo 64 ມາລົງສະໜາມເຊັ່ນກັນ ພ້ອມກັບເກມ Donkey Kong Country ກັບ Star Fox, ສ່ວນ SEGA ກໍ່ປ່ອຍ Saturn ອອກມາດ້ວຍລະບົບ Virtua Processor ເກມທີ່ອອກສ່ວນຫຼາຍຈຶ່ງໃຊ້ຊື່ວ່າ Virtua ຂຶ້ນຕົ້ນສະເໝີ (ເຊັ່ນ: Virtua ON, Virtua Cop, Virtua Fighter ແລະ Virtua Racing ເປັນຕົ້ນ)… ແຕ່ທີ່ດັງທີ່ສຸດໃນຍຸກພັດກາຍເປັນຄ້າຍທີ່ບໍ່ເຄີຍສ້າງເກມມາກ່ອນໜ້ານີ້ເລີຍ Sony ເຮັດໃຫ້ວົງການສັ່ນສະເທືອນດ້ວຍເຄື່ອງ Playstation ອອກມາໄດ້ແຮງແຊງທຸກມູມໂຄ້ງ ລວມທັງໃນປະເທດລາວນຳ.

alt
Sony's Playstation (PS1 ຫຼື PSX)

Sixth Generation
Dreamcast • PlayStation 2 • Nintendo GameCube • Xbox

ການແຂ່ງຂັນກຳລັງດຸເດືອດ… ເຫຼືອຜູ້ລອດຊີວິດພຽງແຕ່ ໔ ລາຍເທົ່ານັ້ນ, ນັ້ນກໍ່ແມ່ນ SEGA, Sony, Nintendo ແລະຜູ້ແຂ່ງຂັນໃໝ່ Microsoft. ເຫັນຊື່ Microsoft ກໍ່ຄິດໄປເຖິງເລື່ອງ "Pirates of Silicon Valley" ຖາມວ່າ: “ແລ້ວ Apple ບໍ່ອອກເຄື່ອງຫຼິ້ນເກມນຳແດ່ເບາະ?” ມີ ແຕ່ບໍ່ປະສົບຄວາມສຳເລັດ.

alt
Apple's Pippin

໙ ກັນຍາ ໑໙໙໙ ເຄື່ອງ Dreamcast ຈາກຄ້າຍ SEGA ລົງຕະຫຼາດຢູ່ North America ... “ມັນເຂົ້າລາວແດ່ບໍ່?” ຄວາມຈິງແລ້ວມັນເຂົ້າ ແຕ່ວ່າມັນໃຊ້ແຜ່ນ GD-ROM ຈະ Copy ຂາຍມັນເປັນເລື່ອງຍາກ ຍາກຫຼ໊າຍຫຼາຍເລີຍແຫຼະ ປະຈຸບັນກໍ່ຍັງມີຢູ່ ແຕ່ມັນມີຢູ່ໃນຕູ້ເກມ ຕູ້ທີ່ໃຊ້ເຄື່ອງ Chihilo (ເຊັ່ນ: Ghost Squad, House of Dead 3 ແລະ Virtua Cop 3)
໒໖ ຕຸລາ ໓໐໐໐ 2000 Sony ປ່ອຍ Playstation 2 ສູ່ຕະຫຼາດ North America ເຮັດໃຫ້ເປັນທີ່ອຶກກະທຶກກັນຫຼາຍ ນັບວ່າປະສົບຄວາມສຳເລັດ Combo ເລີຍກໍ່ວ່າໄດ້ ທັງ PS1 ແລະ PS2… ໃນລາວກໍ່ໂດ່ງດັງຫຼາຍ ຍ້ອນວ່າໃຊ້ DVD ຈະ Copy ກໍ່ງ່າຍໆແມ່ນບໍ່… ສຳຫຼັບ Nintendo GameCube ຈະບໍ່ຄ່ອຍມີລາຍລະອຽດຫຼາຍປານໃດ ຮູ້ແຕ່ວ່າ ວາງຕະຫຼາດໃນວັນທີ່ ໒໔ ກັນຍາ ໒໐໐໑ ໃນປະເທດຍີ່ປຸ່ນ ແລະເກມທີ່ຂາຍດີທີ່ສຸດແມ່ນ Super Smash Bros. Melee (2001-09-14) ແລະສຸດທ້າຍໃນຍຸກທີ່ ໖ ແມ່ນ Microsoft's Xbox ວາງຕະຫຼາດຄັ້ງທຳອິດໃນວັນທີ່ ໑໕ ພະຈິກ ໒໐໐໑ ຖາມວ່າ “ໃຊ້ແຜ່ນ DVD ຄືກັນກັບ PS2 ແຕ່ເປັນຫຍັງມັນຂາຍດີສູ້ບໍ່ໄດ້?... ເຫດຜົນດຽວຂອງ Xbox ແລະເປັນບັນຫາໃຫຍ່ທີ່ສຸດແມ່ນ ໄຟແດງມໍລະນະ ທີ່ນັກຫຼິ້ນເກມທັງຫຼາຍຮູ້ຈັກກັນດີ.

Seventh Generation
PlayStation 3 • Wii • Xbox 360

ນີ້ແມ່ນຊ່ວງເວລາຂອງ Graphic ລະດັບ HD (High-Definition)… ການແຂ່ງຂັນຍົງຄົງດຸເດືອດບໍ່ເຫືອດຫາຍ… ເຫຼືອນຳກັນ ໓ ຄ້າຍເທົ່ານັ້ນໃນຕອນນີ້ ຄື: Sony, Microsoft ແລະ Nintendo. ສ່ວນ SEGA ຂໍໜີໄປເຮັດດີທາງດານເກມຕູ້ (ເຊິ່ງຕອນນີ້ກາຍເປັນເຈົ້າພໍ່ Arcade ໄປແລ້ວ) ໂດຍຜົນງານໃໝ່ແມ່ນ Lindberg (ເກມ Afterburner Climax ເປັນຕົ້ນ)
໒໒ ພະຈິກ ໒໐໐໕ ບໍລິສັດ Microsoft ສົ່ງ Xbox 360 ໄປລົງຕະຫຼາດເປັນຄັ້ງທຳອິດສູ່ສາຍຕາປະຊາຊົນ. ໃນຍຸກນັ້ນເລີ່ມມີລະບົບ Wireless ລົງໄປໃນເຄື່ອງຫຼາຍຂຶ້ນ ຜູ້ຫຼິ້ນສາມາດ Online ໄດ້ຢ່າງສະດວກ, ໃຊ້ແຜ່ນ DVD ເປັນຫຼັກ ແຕ່ຮອງຮັບ HDDVD ໄດ້… ເບິ່ງຄືວ່າ Microsoft ຈະພາດທ່າທີ່ສະໜັບສະໜູນ HDDVD ຫຼາຍກວ່າ Blue-ray ເມື່ອສົງຄາມ High-Definition ຝ່າຍ Toshiba ຜູ້ຜະລິດ HDDVD ເປັນຝ່າຍເສຍໄຊ.
Sony PlayStation 3 ປ່ອຍສູ່ຕະຫຼາດເປັນຄັ້ງທຳອິດໃນວັນທີ່ ໑໑ ພະຈິກ ໒໐໐໖… ຈາກສົງຄາມ High-Definition ເຮັດໃຫ້ PS3 ມີຄວາມໄດ້ປຽບຫຼາຍກວ່າ Xbox 360 ຍ້ອນຮອງຮັບ Blue-ray ຫຼາຍກວ່າ HDDVD… PS3 ມີຄວາມພ້ອມສຳຫຼັບພາບ HD ຄວາມລະອຽດທີ່ 1080p.
ໃນລະຫວ່າງທີ່ Microsoft ກັບ Sony ກຳລັງສູ້ກັນໃນເລື່ອງ High-Definition, ບໍລິສັດ Nintendo ກໍ່ບໍ່ສົນໃຈເລື່ອງຄວາມງົດງາມມາກມາຍ ແຕ່ເນັ້ນໜັກໃນເລື່ອງວິທີຫຼິ້ນທີ່ແປກໃໝ່ ນັ້ນແມ່ນ Wii (ວີ່) ເຊິ່ງວາງຈຳໜ່າຍຄັ້ງທຳອິດຢູ່ North America ໃນວັນທີ່ ໑໙ ພະຈິກ ໒໐໐໖… ເບິ່ງຄືວ່າ Wii ຈະໄດ້ໃຈນັກຫຼິ້ນທັງຫຼາຍ ທັງມືເກົ່າແລະມືໃໝ່ ທັງເດັກນ້ອຍຜູ້ໃຫຍ່ ຄວາມທີ່ປ່ຽນຈາກ Gamepad (Joy) ໄປເປັນ Wii Remote ແທນ, Wii Remote ໄດ້ເປັນທຸກສິ່ງ: ໄມ້ເທນນິສ, ເປັນປືນ ແລະເປັນສິ່ງອື່ນໆໄດ້ນາໆປະການ ແລະ Wii Remote ຍັງສາມາດຂຽນໂປຣແກຣມຄວບຄຸມ Wii Remote ໄດ້ຢ່າງງ່າຍດາຍ… ນັບວ່າ Nintendo ໄດ້ປະສົບຄວາມສຳເລັດຫຼາຍທີ່ສຸດໃນຍຸກນີ້ເລີຍກໍ່ວ່າໄດ້.

alt
Microsoft's Xbox 360

alt
Sony's PlayStation 3

alt
Nintendo's Wii

Eighth Generation
Nintendo's Wii ກຳລັງພິສູດໃຫ້ໂລກເຫັນວ່າ Graphic ບໍ່ແມ່ນສິ່ງສຳຄັນຫຼາຍປານໃດ ບໍ່ຈຳເປັນຕ້ອງລະດັບ High-Definition… ແຕ່ສິ່ງທີ່ດຶງດູດໃຈຫຼາຍທີ່ສຸດແມ່ນຄວາມແປກໃໝ່ຂອງຮູບແບບການຫຼິ້ນ. ດັ່ງນັ້ນ ເຮົາຍັງບໍ່ສາມາດວິເຄາະກັນໄດ້ວ່າໃນຍຸກທີ່ ໘ ນີ້ ເຄື່ອງເກມຈະເປັນຢ່າງໃດຕໍ່ໄປ…

ແຕ່ສິ່ງດຽວທີ່ຕັ້ງຢູ່ໃນຍຸກເລີ່ມຕົ້ນ ມາຈົນເຖິງຍຸກທີ່ ໗ ແລະຈະຢູ່ໄປຈົນຍຸກທີ່ ໘ ທີ່ ໙… ໄປເລື້ອຍໆ ນັ້ນແມ່ນ Desktop Computer ນັນເອງ… ແມ່ນບໍ່? ໕໕໕!!! (ຄວາມຄິດເຫັນສ່ວນເດີ້)

ຂໍຂອບໃຈ: http://en.wikipedia.org/wiki/Video_game_console
 

Delicious Digg Fark Twitter