ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ມື້ນີ້ທີ່ ຮຮ ປະຖົມແຫ່ງຫນຶ່ງໄດ້ມີການບັນລະຍາຍໃຫ້ຄວາມຮູ້ນັກຮຽນກ່ຽວກັບໂທດຂອງການດື່ມເຫຼົ້າເມົາ

ສາວຄູ : ນັກຮຽນຮູ້ບໍ່ວ່າການດື່ມເຫຼົ້າບໍ່ພຽງແຕ່ເປັນການໃຊ້ຈ່າຍເງິນຢ່າງສິ້ນເປືອງແລ້ວຍັງເຮັດໃຫ້ເກີດບັນຫາສັງຄົມຫລາຍໆຢ່າງຕາມມາອີກເຊັ່ນ :

ການເກີດອຸບັດຕິເຫດຕາມທ້ອງຖະຫນົນ ,ການຜິດຖຽງຕີກັນ .............ແລະກໍ່ຍັງຜິດສິນຫ້າອີກ  ເຂົ້າໃຈບໍ່ ???

ນັກຮຽນ : ເຂົ້າໃຈແລ້ວ...

ສາວຄູ : ເຫັນບໍ່ວ່າການດື່ມເຫຼົ້າມີແຕ່ຜົນເສຍທັງນັ້ນ ຫລືວ່າ ພວກຫຼານເຫັນວ່າການດື່ມເຫຼົ້າມີຜົນປະໂຫຍດກໍ່ລອງເວົ້າໃຫ້ສາວຄູຟັງເບິ່ງ

ເມື່ອສາວຄູເວົ້າສຸດ ທ້າວເບຍ ເຊິ່ງເປັນນັກຮຽນຫ້ອງ ປ ສອງ ກໍ່ຍົກມືຂຶ້ນແລະເວົ້າຂຶ້ນວ່າ :

ທ້າວເບຍ : ເຫຼົ້າເປັນຜູ້ໃຫ້ກຳເນີດ ສາວຄູ

ສາວຄູ : ງົງໆໆໆ ເປັນຫຍັງຫລານຈຶ່ງວ່າແນວນັ້ນ ???

ທ້າວເບຍ : ອີ່ພໍ່ ບອກຂ້ານ້ອຍສະເໝີວ່າ : ຖ້າມື້ນັ້ນອີ່ແມ່ບໍ່ເມົາ ຄົງຈະບໍ່ມີຂ້ານ້ອຍໃນມື້ນີ້ alt

ສາວຄູ :altaltalt

 

 

 

 

ການຫົວເຮັດໃຫ້ຊີວິດຍືນຍາວ  altaltalt ດ້ວຍຄວາມເປັນຫ່ວງແລະປາຖະໜາດີ ຈາກ TTXNOTE

Delicious Digg Fark Twitter