ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ທ້າວດຳ ເປັນຊາຍໂສດ ອາໄສຢູ່ບ້ານແຫ່ງໜື່ງ ຊື່ງຫ່າງໄກຈາກຄວາມຈະເລີນ, ຄືນວານນີ້ ທ້າວດຳໄດ້ຝັນຫາປູ່ ຂອງ ລາວທີ່ຫາກໍ່ເສຍຊີວິດໃນຄວາມຝັນລາວເຫັນປູ່ພຽງລາງໆ ແຕ່ໄດ້ຍິນສຽງຢ່າງຊັດເຈນ ປູ່ ຂອງ ລາວໄດ້ມາບອກລາວວ່າຫນາວຫລາຍຍາກໄດ້ຜ້າຫົມຈັກພືນຈະໄດ້ຫາຍຫນາວແລ້ວກໍ່ຫາຍແວບໄປ....

ວັນຮຸ່ງຂື້ນ ທ້າວດຳ ໄດ້ຄິດເຖີງຄວາມຝັນລາວຮູ້ສຶກອີຕົນປູ່ ຂອງ ລາວຫລາຍ ລາວໄດ້ຕຽມຜ້າຫົມໄວ້ໜື່ງພືນ ແຕ່ເກີດບັນຫາເສຍກ່ອນ, ບັນຫາຄືລາວລືມຖາມປູ່ລາວວ່າຈະສົ່ງຜ້າຫົມໄປໃຫ້ປູ່ ຂອງ ລາວແນວໃດ ປູ່ຈື່ງຈະໄດ້ຮັບ ແລະ ຈະໄດ້ຫາຍຫນາວ....

ຄິດໆໆໆໆໆ......ແລ້ວລາວກໍ່ນຶກໄດ້ວ່າປູ່ ຂອງ ລາວເປັນຄົນດີຕອນນີ້ຫນ້າຈະຢູ່ເທິງສະຫວັນ....

ຄິດໄດ້ດັ່ງນັ້ນ, ລາວກໍ່ເຂົ້າໄປແຕ່ງຕົວ ແລະ ຫຍິບຜ້າຫົມອອກຈາກບ້ານເພື່ອທີ່ຈະຫາທາງໄປສະຫວັນໝົດມື້ ລາວໄດ້ເຫັນຜູ້ຄົນທີ່ເດີນຜ່ານມາ ຫລື ຜ່ານບ້ານໃຜລາວກໍ່ຈະຖາມທາງໄປສະຫວັນ....

ແຕ່ຈົນແລ້ວຈົນຫລອດກໍ່ບໍ່ມີໃຜໃຫ້ຄຳຕອບໄດ້ ທ້າວດຳ ເດີນໄປຕາມທາງຢ່າງຄົນສີ້ນຫວັງ ນຶກອີຕົນປູ່ຈັບໃຈທີ່ບໍ່ສາມາດຊ່ວຍອີຫຍັງປູ່ ຂອງ ລາວໄດ້....

ແລ້ວລາວກໍ່ໄດ້ຫຍຸດເດີນທາງມານ່ັງຢູ່ຫນ້າກະທອມຫລັງໜື່ງແລ້ວຖອນຫາຍໃຈຢ່າງຄົນສີ້ນຫວັງ ແຕ່ແລ້ວລາວກໍ່ໄດ້ຍິນສຽງລົມກັນດັ່ງອອກມາຈາກໃນກະທອມຫລັງນັ້ນ....

ອ້າຍທົນບໍ່ໄຫວແລ້ວ ອ້າຍຈະພານ້ອງໄປສະຫວັນແລ້ວເດີ.....

ເອົາເລີຍອ້າຍ ນ້ອງພ້ອມແລ້ວ ເຮົາໄປກັນເລີຍ.....

ທ້າວດຳ ໄດ້ຍິນແນວນັ້ນຈື່ງແລ່ນໄປຖີບປະຕູກະທອມທັນທີ ແລະ ເວົ້າຂື້ນສຽງດັ່ງວ່າ.....

ດຽວກ່ອນຢ່າຟ້າວໄປ ຂ້ອຍຂໍຝາກຜ້າຫົ່ມໄປໃຫ້ປູ່ຂ້ອຍແດ່...(ສອງຜົວເມຍອ້າປາກຄ້າງ)

ໃນຂະນະທີ່ ທ້າວດຳໄດ້ບອກຊື່ ແລະ ນາມສະກຸນ ຂອງ ປູ່ລາວແລ້ວ ແລະ ເອີ່ຍຄຳຂອບໃຈກ່ອນຈະອອກມາຈາກກະທອມ ແລະ ເວົ້າກັບຕົວເອງເບົ່າໆວ່າ.....

ຖື່ງວ່າປູ່ກູຈື່ງຫນາວ ກໍ່ຄົນໄປສະຫວັນເຂົາແກ້ຜ້າກັນທັງນັ້ນ.....

(ຈົບ ຂອບໃຈ)

 

Delicious Digg Fark Twitter