ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢາກຖາມມານະທີ່ນີ້

ວ່າ

ມີໃຜສາມາດເວົ້າໃຫ້ຟັງພໍເປັນສັງເຂບໄດ້ກ່ຽວກັບສາມອ້າຍນ້ອງຊາວພະມ້າທີ່ພາກັນຕັ້ງວົງ

ຄາບາເຣັດ Cabaret " Moustache Brothers"?

ທີ່ສົນໃຈເປັນພິເສດກໍຜົນງານຂອງເຂົາເຈົ້າ ທັງວິທີການທີ່ພາໃຫ້ລອດຈາກການຈັບກຸມຈາກຜເດັດການທະຫານນັ້ນ!ເພາະໃນລີລາດການສແດງໃນຄາບາເຣັດຂອງເຂົາເຈົ້າມັນແອບແຝງໄວ້ແຕ່ການຕິຕຽນຕໍ່ຜູ່ມີອຳນາດໃນປະເທດຂອງເຂົາເຈົ້າ.

ດັ່ງເນື້ອຄວາມຕະຫຼົກທີ່ເຂົາເຈົ້າມັກເອົາມາເວົ້າເປັນການສຽດສີສັງຄົມທຸກຄັ້ງກ່ອນຈົບການສແດງວ່າ:

``ມີຄັ້ງຫນຶ່ງມີອາການເຈັບແຂ້ວຢ່າງແຮງ.ຂ້ອຍໄດ້ໄປຫາຫມໍປົວແຂ້ວຢູ່ບາງກອກ.``

ທ່ານຫມໍປົວແຂ້ວຊ້ຳຖາມວ່າ:

``ເປັນຫຍັງເຈົ້າຈຳເປັນຕ້ອງເດິນທາງມາປົວແຂ້ວໄກປານນີ້?``

ຂ້ອຍໄດ້ຕອບໄປວ່າ:

``ເພາະຢູ່ບ້ານຂ້ອຍ, ຢູ່ພະມ້າຫັ້ນປາກຕ້ອງໄດ້ປິດໃສ່ກະແຈ``.

ຫາກວ່າໃຜສາມດຫຼຶມີຄວາມຮອບຮູ້ກ່ຽວກັບສາມອ້າຍນ້ອງນີ້ກະຊ່ອຍມາເວົ້າສູ່ກັນຟັງແນ່ເດິ!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ເພງນີ້ ບໍ່ເຄີຍໄດ້ງິນໄດ້ຟັງມາຈັກເທື່ອ, ນຳເອົາມາຈາກ ໄຊ ບລອກຂອງ ໄຜ່ໝາມ ຈາກແວບໄຊ້ ໃບລານ.

ເກັບມາເພາະເຫັນຄຸນຄ່າທາງວັນນະຄະດີທີ່ເກິດຈາກນ້ຳມື ແລະຄວາມຄິດຂອງຄົນລາວ,

ທີ່ສຸນຫາຍໄປ ໃນກາລເວລາ ແລະ ສ້ຽວຫນື່ງຂອງປະຫວັດສາດ ຂອງຊາດລາວ.

ສະບັບຕົ້ນຕໍ!

"-ຝ່າຍລາວເຮົາ ລາວເປົ່າແແຄນແສນສເນາະ "

ມາພໍ້ເຊາະເຂົ້າກັບແຄນແສນຂຍັນ

ຂືນໃຈຍາມຕົກຍາກຈາກວຽງຈັນ

ຕົກມາຢູ່ເຂຕຂັ້ນອະຍຸທະຍາ.


-ອີ່ແມ່ຂ້ອຍເອີຍຂ້ອຍບໍ່ເຄີຍຕົກຍາກ

ຕົກລະກຳລຳບາກແສນຍາກນີ້ໝັກໝາ

ພັດທັງທີ່ກິນຖິ່ນຖານພັດທັງບ້ານທັງເມຶອງມາ

ພັດທັງປູ່ທັງຍ່າພັດທັງຕາທັງຍາຍ

ພັດທັງແມ່ລູກເມັຍພັດທັງເສັຍລູກເຕົ້າ

ພັດທັງພົງທັງເຜົ່າລູກເຕົ້າກໍເສັຍຫາຍ.


(ແຍກ)-ເພື່ອນໄທມັນຂ້ຽນເພື່ອນໄທມັນຂັງ

ຈົນໄຫຼ່ຫຼັງຂ້ອຍນີ້ລາຍ

ຈະຕາຍເສັຍແລ້ວໝາໃນປ່າດົງແດນ

ຜ້າຂາວບໍ່ມີນຸ່ງຜ້າຖຸງບໍ່ມີຫົ່ມ

ຄາດແຕ່ຕ່ຽວກ້ຽວກົມໝາວລົມນີ້ແສນລະເນີ.


-ລະຫົກຕົກຍາກຕ້ອງເປັນຄົນກາກຄົນແກນ

ມີແຕ່ແຄນອັນດຽວກໍພໍໄດ້ທຽວຂໍທານກິນ

ຕົກມາຢູ່ເມືອງຕ້ອງຖີບກະເດື່ອງກະດ້ອຍ

ສີຊອມຕ່ຳຕ້ອຍຕະບິດຕະບອຍບໍ່ຮູ້ໜົດ

ມີກ່ຽວກ່ຽວຫຍ້າໄປໃຫ້ມ້າຂອງໄທມັນກິນ

ທ່ຽວຊົມໆຊານໆໄປທຸກບ້ານທຸກຖິ່ນ

ຈະໄດ້ກິນກໍແຕ່ເດນ ແສນອຶດແສນຈົນ

ເໜືອນດັ່ງຄົນຕົກນະຣົກ."

 

ແລະ

ນີ້ ຄື ບົດທີ່ ຄາຣາບາວໄດ້ເອົາມາດັດແປງແລະຮ້ອງເປັນຂອງເຂົາ.

  ຂອດທີ່ເຂົາໃຊ້ ໃນການຮ້ອງເພງນີ້:(Am G ) x6

"ມາຂ້ອຍຈະກ່າວເຖີງພວກລາວເປົ່າແຄນແສນສເນາະ

ມາຈຳເພາະເຂົ້າກັບແຄນແສນຂຍັນ

ເປັນໃຈຄວາມຍາມຍາກຈາກວຽງຈັນ

ຕົກມາຢູ່ເຂດຂັ້ນອະຍຸທະຍາ.


ອີ່ແມ່ເຈົ້າເອີຍ ເຮົາບໍ່ເຄີຍທຸກຍາກ ຕົກລະກຳລຳບາກ

ແສນຍາກນີ້ໝັກໝາ

ພັດທັງທີ່ດິນຖິ່ນຖານ ພັດທັງບ້ານເມືອງມາ

ພັດທັງປູ່ພັດທັງຍ່າພັດທັງຕາທັງຍາຍ

ພັດທັງແມ່ລູກເມັຍ ພັດທັງເສັຍລູກເຕົ້າ

ພັດທັງພົງທັງເຜົ່າທັງລູກເຕົ້າກໍເສັຍຫາຍ

ບັກໄທມັນຂ້ຽນບັກໄທມັນຂັງ

ຈົນໄຫຼ່ຫຼັງຂ້ອຍນີ້ລາຍ

ຈະຕາຍເສັຍແລ້ວໝາທີ່ໃນປ່າດົງແດນ

ຜ້າທໍ່ກໍບໍ່ມີນຸ່ງຜ້າຖຸງກໍບໍ່ມີຫົ່ມ

ຄາດແຕ່ຕ່ຽວກຽວກົມໝາວລົມນີ້ເຫຼືອແສນ

ຣະຫົກຣະເຫີນຕົກຍາກຕ້ອງເປັນຄົນກາກຄົນແກນ

ມີແຕ່ແຄນຄັນດຽວ ກໍພໍໄດ້ທ່ຽວຂໍທານເຂົາກິນ.

ຕົກມາຢູ່ໃນເມືອງຕ້ອງຖີບກະເດື່ອງກະດ້ອຍ

ສີຊ້ອມຕ່ຳຕ້ອຍ ຕະບິດຕະບອຍບໍ່ຮູ້ສິ້ນ

ຖືແຕ່ກ່ຽວ ກ່ຽວຫຍ້າ

ເອົາໄປໃຫ້ມ້າຂອງເພື່ອນມັນກິນ

ທ່ຽວຊົມຊານໄປທຸກບ້ານທຸກຖິ່ນ ຈະໄດ້ກິນກໍແຕ່ເດນ


ແສນອຶດແສນຈົນ ເໜືອນຢ່າງຄົນຕົກ ນາຣົກ

ມືດມົນຝົນຕົກທ່ຽວຢົກໆຖົກຂເມນ

ຖືຂ້ອງສ່ອງຄົບຈັບກົບທົ່ງພຣະເມຣຸ

ເປື້ອນເລນເປື້ອນຕົມ ເໜັນຄົມເໜັນຄາວ

ຈັບທັງອ່າງທ້ອງຂຶງຈັບທັງອື່ງທ້ອງຂຽວ

ຈັບທັງປ້ຽວທັງປູຈັບທັງໝູທ້ອງຂາວ

ຈັບເອົາມາໃຫ້ສິ້ນມາຕົ້ມກິນກັບເຫຼົ້າ

ເປັນກັມຂອງເຮົາ ເພາະອ້າຍເຈົ້າວຽງຈັນ ເພື່ອນເອີ່ຍ."

 

ມີຄວາມແຕກຕ່າງກັນເລັກນ້ອຍ!

ແຕ່ທັງຫມົດໃຫ້ຜູ່ອ່ານຄຸ່ນຄິດເອົາເອງ.

ນຳມາຈາກ ໄຊບລອກຂອງທ່ານ ທີ່ໃຊ້ນາມແຝງວ່າ``ໄຜ່ໝາມ`` ໃນ ໃບລານ.

ຫາກວ່າມີປະໂຫຍດກະດີ

ແຕ່ຫາກວ່າໄປແຕະຕ້ອງໃຜແລ້ວກະຕ້ອງຂໍອະພັຍມານະທີ່ນີ້ເປັນຢ່າງສູງ.

ຜຂ ຜູ່ນຳມາເຜີຍແຜ່.

ທຄ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

ຈາກໂທຣະໂຄ່ງທີ່ຫ້ອຍຢູ່ເພດານສົ່ງສຽງມາກະທົບກັບແກ້ວຫູວ່າ:``ພິທີການ!``ທ່ານເລຂາພັກກ່າວປະກາດ.


- ພິທີການ! ນາງຄູ ເຈັ້ງ ກ່າວທວນຄືນເຫມືອນກັບເປັນສຽງທີ່ສະທ້ອນຕອບ. ການມີເວລາຫວ່າງກະພາໃຫ້ນາງ ໂລ່ງໃຈຂື້ນ.


ໃຫ້ເອົາປື້ມ ແນວຄິດ ຂອງປະທານເມົາ ເຊຕຸງ ໄວ້ເທີງຫນ້າໂຕະ. ພວກເຮົາທຸກຄົນຮີບຟ້າວໄປກັນເທາະ!


ເມຶ່ອໄດ້ງິນສຽງເພງ``ຍາມເຊົ້າຕາເວັນແດງຂື້ນ` ທຸກຄົນໃນຫ້ອງຮຽນກໍຟ້າວລຸກຂື້ນ.


ນາງຄູເຈັ້ງ ພານັກຮຽນຍິງຄົນໃຫມ່ໄປນັ່ງຢູ່ຕັ່ງທີ່ຫວ່າງເປົ່າຢູ່ແຖວຫນ້າທາງດ້ານຂວາຂອງຂ້ອຍ. ມັນເປັນບ່ອນນັ່ງທີ່ບໍ່ດີທີ່ສຸດ.


ຂິງປ່າຈະຕ້ອງແນມເບິ່ງທາງຂ້າງເພື່ອຈະໄດ້ເຫັນວ່າແມ່ນຫຍັງຖຶກຂຽນໄວ້ໃນກະດານ.ໄດ້ເອົາຖົງເປ້ເຂົ້າກ້ອງໂຕະ


ແລະນາງກໍໄດ້ຈົກເອົາປື້ມປົກຫຼັງແດງອອກມາ.


ພວກເຮົາພາກັນຮ້ອງເພງ  ຍາມເຊົ້າ ຕາເວັນແດງຂື້ນ.ເປັນເພງທີ່ ໄດ້ເອົາມາ ຮ້ອງແທນ ເພງຊາດ. ແຕ່ກ່ອນແມ່ນພວກຊາວນາທາງພາກກາງ


ຂອງຈີນເຂົາເຈົ້າພາກັນຮ້ອງ ເປັນເພງທີ່ຂ້ອນຂ້າງ ເຊຶອງຊ້າແລະບໍ່ເປັນຣະບຽບ. ຂ້ອຍໄດ້ສັງເກດເຫັນຫນ້າເອິກຂອງນາງຄູເຈັ້ງປຽກອີກແລ້ວ ເພາະນ້ຳນົມ


ໄຫຼອອກມາ.ພາໃຫ້ມີຮອຍປຽກສອງອັນເທິງເສື້ອຂອງນາງ. ວົງປຽກນັ້ນນັບມື້ນັບໃຫຍ່ກວ້າງອອກ.ເສື້ອອ້ອງຂອງເລົາກະປຽກຫມົດ ແລະຍັງສາມາດເຫັນໄດ້


ໃຕ້ເສື້ອຂອງເລົາເປັນຢ່າງດີ. ເລົາໄດ້ໄປລ້າງໃນຫ້ອງລ້າງສ່ວຍແລ້ວແຕ່ວ່າ ມັນຍັງຄືເກົ່າ.

ນາງບໍ່ໄດ້ຮັບອະນຸຍາດໃຫ້ກັບເມຶອເຮຶອນ ຫາລູກນ້ອຍທີ່ຫາກໍເກິດມາບໍ່ນານນີ້.

    ຫມາກ ພິກເຜັດ ໄດ້ລຸກຂື້ນຈາກບ່ອນນັ່ງຂອງຕົນ ແລະ ມາຢືນຕໍ່ຫນ້າ ຫ້ອງຮຽນ. ນາງ ເປັນຜູ່ ຈັດ ການ ທ່ອງ ແນວຄິດຂອງປະທານເມົາ.


 ພວກເຮົາໄດ້ ພາກັນທ່ອງຢ່າງເນີ້ນນານແລະຢ່າງໄຮ້ຄິດ.ທູກຄັ້ງມັນກະຍຶດເຍື້ອໄປປະມານສອງຊົ່ວໂມງ.


    ດ້ວຍຄວາມເບຶ່ອຫນ່າຍແລະຂີ້ກຽດ ຂ້ອຍໄດ້ລັກຫຼຽວເບິ່ງ ຂິງປ່າ. ຈາກບ່ອນນັ່ງຂອງຂ້ອຍກໍເຫັນນາງພຽງທາງຂ້າງ.


 ເລົາມີຂົນຕາຍາວແລະຫນາເປັນທີ່ສະອອນແລະພາກພູມໃຈ. ແຂນເສື້ອແຈກແກດຂອງນາງ ມີສີມ້ານແລະຂາດສ້ອຍ ແລະສົ້ງສີຟ້າແກ່


ຫັ້ນກະຈົນວ່າກາຍເປັນສີອື່ນໄປເພາະການຊັກຟອກຫຼາຍຄັ້ງ ທັງເນື້ອຜ້າກະມຸ່ນມິນ ຈົນວ່າເຫັນຫົວເຂົ່າເດ່ຊີ້ອອກມາຕາມປ່ອງຮູຂາດຫັ້ນ.


ນາງນັ່ງຢູ່ຢ່າງນັ້ນນາງເກົານັ້ນນີ້ຢູ່ບໍ່ຂາດເຫມຶອນກັບວ່າເປັນໂຣກຜິວຫນັງອິ່ຫຍັງຈັກຢ່າງ. ຮິມສົບກະບໍ່ເຫນັງຕິງຄືກັນກັບພວກຫມູ່ທຸກຄົນໃນຫ້ອງຮຽນ.


ໃນຂະຂະຫນື່ງນາງໄດ້ກົ້ມເບີ່ງກ້ອງໂຕະ ແລະຊອກຫາອີ່ຫຍັງໃນຖົງເປ້. ນາງດຶງເອົາປື້ມປົກແດງອອກມາ ແລະເຣີ້ມເປິດໄປຫຼາຍໆຫນ້າ.


ນາງຄືບໍ່ສົນໃຈການທ່ອງຂອງພວກເຮົາ - ຄືຊິຫາຫນ້າທີ່ພວກເຮົາເລົ່າບໍ່ເຫັນ.


    ພວກເຮົາໄດ້ເລົ່າສາມບົດຂອງປຣິນຍານິພົນທີ່ສຳຄັນຂອງປະທານເມົາ,ທີ່ມີຊື່ວ່າ: ຮັບໃຊ້ຊາດ, ຄວາມຈື່ຈຳຕໍ່ ນໍແມນ ບີທູນ ແລະ ພໍ່ຕູ້ຂີ້ໂງ່ຍ້າຍພູເຂົ.


 ຂ້ອຍເຫັນ ຂິງປ່າ ຕິຕາງເຮັດ ທີ່ພາໃຫ້ຂ້ອຍງົງນັ້ນກະຄືວ່າເລົາບໍ່ໄດ້ຮ້ອນຮົນ ຫຼືກະວົນກະວາຍແນວໃດ. ເລົາເປິດຫນ້າປື້ມໄປຫນ້າ ຄືນຫຼັງຢູ່ຈັ່ງຊັ້ນ.


ເລົາມີເລັບມືເປື້ອນ ແລະມືນັ້ນມີຮອຍຈາກຄວາມກະດ້າງຫຼົງເຫຼຶອຢູ່.


    -``ການຕາຍເພື່ອຜົນປະໂຫຍດຂອງຊາດມີນ້ຳຫນັກກວ່າພູຜາ - ພວກເຮົາພາກັນເລົ່າ. ຫມາກພິກເຜັດ ເຫຼຶອດສາຍຕາເບິ່ງທົ່ວຫ້ອງຢ່າງປະເມິ່ນ


- ແຕ່ການຕາຍເພື່ອແນວອື່ນ ທຸກຂະແຫນງການມີນ້ຳຫນັກ ນ້ອຍກວ່າຂົນຫ່ານ...``


ຂ້ອຍຮູ້ສືກງ້ວງນອນ,ແຕ່ວ່າຂ້ອຍຄິດໄດ້ວ່າ ຄັ້ງຫນື່ງມີເດັກນ້ອຍຜູ່ຊາຍທີ່ຖຶກໄລ່ອອກຈາກໂຮງຮຽນເພາະວ່າບໍ່ໃຫ້ຄວາມສົນໃຈໃນຍາມອ່ານ ແນວຄິດຂອງປະທານເມົາ.


    -...ແມ່ນວ່າເຮົາມີເຊື້ອສາຍແຕກຕ່າງກັນ ແຕ່ກະພາກັນຕໍ່ສູ້ເພຶ່ອຈຸດຫມາຍອັນດຽວກັນ. ກະຄືການປົດປ່ອຍໂລກທັງມວນ,


ໃຫ້ຄວາມຄ້ຳປະກັນພວກຍາກຈົນໃຫ້ມີຢູ່ມີກິນ ແລະທີ່ພັກພາອາສັຍ ພວກເຮົາເປັນນັກປະຕິຫວັດທີ່ແທ້ຈິງ. ພວກເຮົາຢູ່ຮ່ວມກັນຄືກັນກັບຄອບຄົວດຽວ,


ທີ່ທຸກຄົນນັບຖືກັນຄືອ້າຍ ຄືເອື້ອຍ.ພວກເຮົາຮຽນເພື່ອໃຫ້ໄດ້ເປັນຄົນເວົ້າແທ້ທຳຈິງ, ສຸພາບ ແລະ ໂອບອ້ອມອາຣີ...``.


    ຂ້ອຍແນມເບິ່ງຮູບແຕ້ມຂອງປະທານເມົາທີ່ຝາຜະຫນັງ. ປະທານມີວາດຊົງທີ່ຫນ້າຮັກ,ດວງຕາທີ່ແວວວາວ, ພວງແກ້ມທີ່ແດງຄ້ຳ,
 ດັງທີ່ກົມມົນ ແລະຝີປາກທີ່ລະອຽດອ່ອນ. ເປັນໃບຫນ້າທີ່ປ່ຽມລົ້ນດ້ວຍຄວາມສະງົບ. ຫມາກພິກເຜັດ ເວົ້າວ່າ :

``ຍາມໃດ,
ຖ້າຫາກວ່າໃຜ*********ງຊອມເບິ່ງຮູບແຕ້ມຂອງປະທານເມົາດົນໆ ທ່ານປະທານ ຈະຄືນມີຊີວີດຊີວາ. ດວງຕາຂອງທ່ານຈະເຣີ້ມພິບຂື້ນ, ຮິມສົບຈະອ້າຂື້ນ
.``


     ຂ້ອຍໄດ້ເຄີຍເຮັດມາແລ້ວ, ແແຕ່ວ່າທ່ານປະທານບໍ່ເຄີຍຄືນມີຊີວີດຊີວາເລີຍ. ພາໃຫ້ຂ້ອຍເບື່ອທີ່ຈະເບິ່ງຮູບເພິ່ນຫັ້ນ.


ເທີງຝາຜະຫນັງພັດບໍ່ມີອິ່ຫຍັງນອກຈາກຮູບແຕ້ມແຜ່ນນັ້ນ. ຫຼາຍເດຶອນຜ່ານມາ ນາງຄູເຈັ້ງຫ້າມບໍ່ໃຫ້ຂ້ອຍຂີດຂຽນໃນປື້ມຂຽນໃນຍາມທີ່ມີການເລົ່າເຣື້ອງຈັ່ງຊີ້.


ຕໍ່ມາກະມາອະທິບາຍວ່າ ນາງພະຍາຍາມປ້ອງກັນຂ້ອຍ. ແຕ່ກະບໍ່ໄດ້ບອກວ່າປ້ອງກັນອິ່ຫຍັງໃຫ້, ແຕ່ຂ້ອຍກະເຂົ້າໃຈ ວ່ານາງຫມາຍຄວາມວ່າແນວໃດ. ເລົາມີເຫດຜົນ.


ຖ້າຫາກວ່າຫມາກພິກເຜັດຈັບຂ້ອຍໄດ້ແນ່ນອນຂ້ອຍຕ້ອງຖືກໄລ່ອອກຈາກໂຮງຮຽນ ດັ່ງ ປະຕິການຄົນອື່ນໆ.

    ຮອຍປຽກຊຸ່ມເທິງເສື້ອຂອງນາງຄູເຈັ້ງໄດ້ແຜ່ອອກເປັນຮູບສີ່ຫຼ່ຽມ.


    ຫມາກພິກເຜັດ ໄດ້ມີຄວາມພໍໃຈໃນນ້ຳສຽງຂອງຕົນ. ໄດ້ສະແດງອອກເຖິງຄວາມສາມາດຂອງຕົນ ຢ່າງແນບນຽນແລະວ່ອງໄວ.


ໃນທີ່ສຸດກະໃກ້ເຂົ້າຫາວາຣະສຸດທ້າຍ. ພາໃຫ້ຂ້ອຍສະເດຶອກຢ້ານ ຕໍ່ຫມາກພິກເຜັດ. ຂ້ອຍນຶກໄປວ່າ, ເຮັດຈັ່ງໃດຈື່ງຈະຫວິດພົ້ນຈາກການຕີ.


ຫຼືວ່າແທນທີ່ຈະເຂົ້າຜ່ານປະຕູຂົງ,  ສົມຄວນລອດຮົ້ວເຂົ້າທາງຫຼັງໂຮງຮຽນເອົາບໍ? ແຕ່ມັນຈະເປັນໄປຈັ່ງໃດຍາມນັ້ນຫາກວ່າມີໃຜພົບເຫັນຂ້ອຍ?


ແນ່ນອນຕ້ອງເອົາໄປແຈ້ງໃຫ້ຫມາກພິກເຜັດຮູ້. ເວລານັ້ນຈະບໍ່ມີໃຜຈະມາຂັດຂວາງໄດ້ ແມ້ແຕ່ ນາຍຄູເຈັ້ງ.


    ຂ້ອຍໄດ້ສວດມົນເລື້ອຍໆ ເພື່ອຢາກໃຫ້ເລົາເຈັບປ່ວຍ. ຍາມເລົາ ຈາມກະຍັງພາໃຫ້ຂ້ອຍຊື່ນໃຈ ແລະມີຄວາມຫວັງວ່າຈະເປັນມື້ທີ່ສົມບູນ.


ເລົາພັດແຂງແຮງປານວ່າຫມີໃນຍາມຣະດູໃບໄມ້ປົ່ງ. ຫຼາຍຄັ້ງເລົາໄດ້ຂໍແນວກິນນຳຫມູ່ຄູ່. ມັນກະຂື້ນນຳວ່າ ,ພວກເຂົາເອົາໃຫ້ ອັນທີ່ສາຍຕາຂອງຫມາກພິກເຜັດໄດ້*********ງເບິ່ງ


ຫຼືວ່າພວກເຂົາບໍ່ໃຫ້ ພວກເຂົາກາຍເປັນນັກປະຕິຫວັດຫຼື ປະຕິການ. ກິ່ນຈາກປາກນາງຄືກັນກັບວ່າຈາກກອງຂີ້ເຫຍື່ອ. ນາງມີແຂ້ວເຫຼຶອງປານໃນຫມາກເຂົ້າໂພດ.


ລີ້ນຫັ້ນມີສີດຳປົນຟ້າແກ່ເພາະການເລັຍປາກກາ. ດຽວນີ້ ໄດ້ຈ້ອງມອງເບິ່ງຫນ້າເອິກນາຍຄູເຈັ້ງ. ໄດ້ສົ່ງແສງຕານ້ອຍຕາໃຫຍ່ໃສ່ ຕິຕິ ແລະຢາຢາ-ພັກພວກໃນແກ້ງຂອງນາງ.


ພາກັນຫົວອີ໋ກໆ. ທຸກຄົນໃນຫ້ອງຮຽນກະໄດ້ເຫັນ ແລະ ພວກນັກຮຽນກຸ່ມຫນື່ງກະໄດ້ພາກັນຫົວນຳ. ໃນທັນໃດນັ້ນສີຫນ້າຂອງຫມາກພິກເຜັດ ໄດ້ປ່ຽນໄປຢ່າງພິບຕາ.


ນາງໄດ້ຈ້ອງມອງໄປຫາຈຸດດຽວ. ໄດ້ອ້າປາກຂື້ນ, ປານວ່າຖຶກ ຊອກໄປ. ຂ້ອຍແນມໄປທາງນັ້ນ ເພື່ອຈະເບິ່ງ ວ່ານາງກຳລັງຈ້ອງມອງອິ່ຫຍັງ.
ຂ້ອຍກະ ຖຶກຊອກເຫມຶອນກັນ:

ຂິງປ່າ ໄດ້ວາງຫົວລົງກັບມືທີ່ຄວ່າຍກັນນັ້ນແລະຫຼັບນອນ.


    ໄມ້ຄັນຮົ່ມໄດ້ຟາດຫົວຂ້ອຍຄືຟ້າຜ່ານີ້- ຂ້ອຍໄດ້ຖືກຕີຕາມອັດຕາຂອງມື້ຫຼາຍບາດ. ຫມາກພິກເຜັດ ແລະ ແກ້ງ ໂຈມຕີຂ້ອຍຈາກທຸກມຸມ.


ຂ້ອຍພະຍາຍາມປ້ອງກັນດ້ວຍແຂນທັງສອງຂ້າງ ແລະໃນຂະນະດຽວກັນກະຫາທາງແລ່ນຫນີ. ຫມາກພິກເຜັດ ສະກັດກັ້ນທາງອອກຂອງຂ້ອຍ.


ໄມ້ຄັນຮົ່ມຂອງນາງຟາດບ່າຂອງຂ້ອຍທັງສອງຂ້າງ. ຂ້ອຍຮ້ອງສຽງດັງເພາະຄວາມເຈັບປວດ. ຢາຢາ ແລະຕິຕິ ແລ່ນມາ ແລະເຣີ້ມຕີຫນ້າເອິກຂອງຂ້ອຍ.


ຫມາກພິກເຜັດ ເຂົ້າມາທາງຫຼັງແລະໄດ້ເອົາຫົວເຂົ່າມາອັດເຂົ້າຫຼັງຂອງຂ້ອຍຢ່າງສາຍຟ້າແລບ. ຂ້ອຍລົ້ມພວບລົງ, ຫນ້າຄາບກັບກໍຫຍ້າ.


    ຕິຕິ ແລະຢາຢາກະໂດດ ເຕັ້ນຢ່າງພໍໃຈ.ຂ້ອຍໄດ້ງິນສຽງຫົວຂອງຫມາກພິກເຜັດຢ່າງພໍອົກພໍໃຈ.


    ພວກນັກຮຽນກະພາກັນຍ່າງກາຍໄປເສີຍໆ.ບໍ່ມີຜູ່ໃດຢຸດ.


    ຂ້ອຍໄດ້ມາເວົ້າສູ່ແມ່ຂ້ອຍຟັງ ໃນການກະທຳຂອງຫມາກພິກເຜັດ. ແມ່ຂ້ອຍມາໂຮງຮຽນໃນມື້ຫນື່ງ ແລະໄດ້ກ່າວຟ້ອງຕໍ່ນາຍຄູເຈັ້ງ.
ນາຍຄູເຈັ້ງກ່າວປະຕິເສດ, ແລະວ່າຄາວນັ້ນເລົາຢູ່ຫ້ອງການຂອງຜູ່ອຳນວຍການໂຮງຮຽນແລະໄປໄດ້ງິນຢູ່ຫັ້ນວ່າ: ຫມາກພິກເຜັດ ເປັນໂຕແທນຂອງກອງອາຣັກຂາແດງ


ແລະ ດ້ວຍຄວາມເຫັນພ້ອມຂອງປະທານເມົາສາມາດເຮັດຫຍັງ``ກະໄດ້ຫມົດ,ສິ່ງໃດທີ່ຈຳເປັນ ເພື່ອທີ່ຈະປ່ຽນແປງໂລກ``.


-ຖ້າຫາກວ່າລູກຂອງພວກທ່ານມາຈາກຄອບຄົວກຳມະກອນ, ກໍຈະໄດ້ຮັບການປ້ອງກັນ.


    ສະມາຊິກກຸ່ມຂອງຫມາກພິກເຜັດ ໂຮມກັນອີກແລ້ວເພື່ອຈະຕົບຕີ. ພາກັນດຶງຜົມຂອງຂ້ອຍ. ຊາກດຶງແຂນເສື້ອຂອງຂ້ອຍ.


ສີກຄໍເສື້ອຂອງຂ້ອຍໄປ. ຂ້ອຍບໍ່ສາມາດໄປຮອດປະຕູຂົງ. ຂ້ອຍພະຍາຍາມອອກໄປທໍ່ໃດພວກເຂົາແຮງພາກັນຕີຫນັກຂື້ນ.ຂ້ອຍພະຍາຍາມ


ປ້ອງກັນຫົວໄວ້ດ້ວຍມືທັງສອງ ແລະດ້ວຍຄວາມອ່ອນອົກອ່ອນໃຈຂ້ອຍຫຼັ່ງນ້ຳຕາຢ່າງຫມົດຫົນທາງ.


    -ທ່ານປະທານເມົາ ຄາວນີ້ຄົງໄດ້ຟັງກ ູຄືກັນ! ຂ້ອຍຮ້ອງສຽງແຂງ.- ກ ູ ກະ ສື່ສັດຕໍ່ທ່ານຄືກັນ!ຂ້ອຍບໍ່ເຄີຍຂຽນຜິດອິ່ຫຍັງຈັກຄຳ
ໃນບົດຝຶກຫັດຂອງທ່ານ. ແຕ່ມຶ ງ, ຫມາກພິກເຜັດ, ມຶ ງປະພຶດການທີ່ບໍ່ເປັນທຳ ແລະຫ້ຽມໂຫດ. ທ່ານປະທານ ເມົາຈະບໍ່ພໍໃຈ ຫາກວ່າທ່ານໄດ້ຮູ້
ໃນເຫດການທີ່ເກິດຂື້ນແກ່ ກ ູ ໃນມື້ນີ້.


    - ກົງກັນຂ້າມ!- ຫມາກພິກເຜັດ ເອົາໄມ້ຄັນຮົ່ມຟາດຫົວຂ້ອຍ. ທ່ານຈະເວົ້າວ່າ: ``ພາກັນ ຂູດເນື້ອເຖຶອຫນັງໂຕຫນູໂຕນີ້ຈາກຜືນແຜ່ນດິນນີ້!
ຖ້າຫາກສັດຕຣູບໍ່ຍອມຈຳນົນ, ກະ ສົ່ງມັນໄປຫາຄວາມຕາຍ!``.


    ໃນທັນໃດ ບາດໄມ້ຄັນຮົ່ມກະຢຸດລົງ. ສຽງຮ້ອງດັງກ້ອງຂື້ນ. ມີໃຜຕີ ຫມາກພິກເຜັດ. ຂ້ອຍສອດມອງເບິ່ງກ້ອງແຂນສອກ. ນັ້ນແມ່ນສາວນ້ອຍ


ຄົນໃຫມ່, ຂິງປ່າ. ປ້ຳກັນກັບຫມາກພິກເຜັດ. ນາງຍາດເອົາໄມ້ຄັນຮົ່ມມາແລ້ວຟາດລົງກັບພື້ນ ເບຕົງຈົນຫັກ. ຫມາກພິກເຜັດ 

ໃຈຮ້າຍໂດດເຂົ້າໃສ່ ຄູ່ຕໍ່ສູ້ຢ່າງເດຶອດດານປານບ້າ,.
ເອົາແຂ້ວກັດເສື້ອ. ກະດູມເສື້ອແຈກແກດ ຟົ້ງຊະຊາຍໄປ. ທັນໃດນັ້ນ ຂິງປ່າກະ ໂຕ້ຕອບຄືນຫຼາຍບາດ. ຫມາກພິກເຜັດລົ້ມຫງາຍຫຼັງໄປນັ່ງໃນຕັ່ງ.


    -ສັດຕຣູໄດ້ເຜີຍໂສມຫນ້າ! -ສຽງເວົ້າທີ່ແຮງ.

-ແມ່ນ ອິ່ ທີ່ນອນໃນຍາມສືກສາ ແນວຄິດຂອງປະທານເມົານັ້ນ! ເບິ່ງແມ້ພວກເຈົ້າໃບຫນ້າທີ່ຫນ້າຫົວນີ້!
ອິ່ນີ້ມັນຕ້ອງມີໃນເສັ້ນເລຶອດຂອງພວກພໍ່ຄ້າຝິ່ນທາງຕາເວັນຕົກ!

ສະຫາຍທີ່ຮັກແພງ, ພວກເຮົາພາກັນໄປຫ້ອງການຂອງ ເລຂາພັກ! ໄປເອົາ ເອກສານຂອງມັນມາເບິ່ງ.

ຂິງປ່າ - ອັງຈີ ມິນ.

(ຈົບພາກຫນື່ງ).
 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

alt
ຕ.ລ.. 22, 2009 02:15 PM
 
 
ເພງນີ້ເຄີຍໄດ້ຮ້ອງນຳກັນກັບຫມູ່ຄູ່ຄາວຮຽນທີ່ໂຮງຮຽນປະຖົມຢູ່ບ້ານປ່າແຄມດົງ.
 
ຍາດວົງພົງເຜົ່າ.......ເຮົານີ້ເອີຍລາວເຮົານີ້ເອີຍ
ເຮັດຄືບໍ່ເຄີຍ..........ຈະມາເສີຍບໍ່ຍາກລຳຄານ
ການຄິດເຊັ່ນນີ້.........ຜິດປະເພນີພົ້ນວິສັຍ
ເພາະພັຍຮາວີ..........ທີ່ໄດ້ເກິດມີບໍ່ຫ່າງໄກ
ເຊື້ອລາວຊາວໄພ່.......ເກືອບສູນສິ້ນໄປໄດ້ເສັຍຊື່
ຄວນຫຼືນ້ອງພີ່...........ເຮົາຈະຍິນດີໄດ້ຢ່າງໃດ.

ຍາດວົງພົງເຜົ່າ..........ເຮົານີ້ເອີຍລາວເຮົານີ້ເອີຍ
ເຮັດຄືບໍ່ເຄີຍ.............ຈະມາເສີຍບໍ່ຍາກລຳຄານ
ກຶກກ້ອງຫມອງໃຫມ້....ເປັນທີ່ເສັຍໃຈໃຫ້ຫວນເຫັນ
ໃຜຮູ້ເຊັ່ນນີ້...............ຮີບເຕືອນທັນທີຢ່າມົວຝັນ
ເຊື້ອເຜົ່າເຮົານັ້ນ.........ຕ້ອງຕຸກເຕືອນກັນທຸກເວລາ
ຫາທີ່ປ້ອງກັນ.............ປະເທດເຮົານັ້ນໃຫ້ຫມັ້ນຄົງ.

ຍາດວົງພົງເຜົ່າ...........ເຮົານີ້ເອີຍລາວເຮົານີ້ເອີຍ
ເຮັດຄືບໍ່ເຄີຍ..............ຈະມາເສີຍບໍ່ຍາດລຳຄານ
ທ່າທີດີເລິດ.................ອັນແສນປະເສິດສົມໃຈປອງ
ລາວເຮົາພີ່ນ້ອງ.............ຕ້ອງຮັກແພງກັນນັ້ນແສນດີ
ຊ່ວຍສ້າງຄວາມດີ..........ເທົ່າສິ້ນຊີວີທີ່ຫມັ້ນຫມາຍ
ເຖິງຕາຍຮ່ວມທຸກ...........ເປັນສຸຂຍິ່ງດີຢ່າງນີ້ໄປ.
 

http://www.youtube.com/watch?v=stY8TnFfc78


 ເຂົ້າຟັງໄດ້ໃນລີ້ງຂ້າງເທິງນີ້.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 30, 2009 | ມີ 6 ຄຳເຫັນ ແລະ 0 trackback(s)

-ຊື່ເຣື້ອງ:ຂິງປ່າ

Wild Ginger

ຜູ່ແຕ່ງ:Anchee Min

ພີມອອກ:2002.

ຕອນທີ ໑.

ຂ້ອຍຈື່ໄດ້ວ່າສາຍຕາຂອງນາງນັ້ມີສີສັນຂອງຄົນຕ່າງຊາດແອບແຝງຢູ່.
ແກ້ວຕາມີສີຂຽວອ່ອນແກມເຫຼືອງນິດຫນຶ່ງ .ມັນພາໃຫ້ຂ້ອຍຄິດເຫັນວ່າຄືກັບຕາແມວປ່ານີ້ລະ. ເລົາຢືນຢູ່ປະຕູເຂົ້າຫ້ອງຮຽນ.

ຫນ້າຕາຊຸກເຊຶ່ອງໄວ້ໃນເງົາຮົ່ມ, ແຕ່ແສງແດດຈາກດ້ານຫຼັງຂອງເລົາເບິ່ງເຫມຶອນກັບໂຄມໄຟສີແດງອັນມະຫືມະຕັ້ງຢູ່.

ເມຶ່ອດວງຕາເວັນໄດ້ຂື້ນສູງນ້ອຍຫນຶ່ງກະພາໃຫ້ແສງສະຫວ່າງເປິດຄຸມໄປທົ່ວ.

ແສງທອງໄດ້ສາດສ່ອງຜ່ານປ່ອງອ້ຽມ,ແລະໄດ້ສະທ້ອນຕໍ່ດວງຕາຂອງນາງ. ຢູ່ບ່ອນຫັ້ນລະ, ໃນດວງຕາທັງສອງດວງນັ້ນຂ້ອຍໄດ້ເຫັນຄື້ນຟອງຂອງນ້ຳ. ຈາກພື້ນທ້ອງຂອງຫນອງນັ້ນໄດ້ສະທ້ອນໃຫ້ແສງສຫວ່າງກະຈາຍໄປ.
ຫມູ່ພຶດພັນຫຍ້ານ້ຳທີ່ເຝຶອຝັ້ນກັນຕາມກະແສນ້ຳຢ່າງມີສິລຄ້າຍດັ່ງນາງຣະບຳຈາກສະໄຫມໂບຮານທີ່ນຸ່ງຖືອາພອນອັນສະງ່າ ແລະມືອັນຍຶດຍາວ.
ຂ້ອຍຈຳໄດ້, ຂ້ອຍຄິດວ່ານາງຄົງບໍ່ແມ່ນຍິງສາວຈີນ. ຕໍ່ມາຂ້ອຍເວົ້າກັບໂຕເອງວ່າ: ບໍ່, ມັນເປັນໄປບໍ່ໄດ້. ແນ່ນອນແສງຂອງຕາເວັນຫຼີ້ນ

ເສັ້ນຫຼອກລວງຕໍ່ສາຍຕາຂອງຂ້ອຍ. ນາງກະເປັນຄືກັນກັບຂ້ອຍນີ້ແຫຼະ, ສາວນ້ອຍທີ່ມີຜົມເຝຶອທີ່ຫນາໆຢ່ອນລົງຂ້າງຫູທັງສອງເບື້ອງ.
ເລົານຸ່ງເສື້ອແຈກແກດສີຟ້າແກ່ແບບລັກສະນະຂອງ``ເມົາເຊຕຸງ``.ເລົາໃສ່ເກີບສີຫມົ່ນແບບທະຫານ, ທີ່ນີ້ວຕີນຂອງນາງຊູຊັນຂື້ນໃຫ້ເຫັນ.
ຂ້ອຍບໍ່ໄດ້ເຫັນວ່າເທິງບ່າກ້ຳຊ້າຍຂອງນາງມີສາຍພານຂອງ``ກອງອາຣັກຂາແດງ``.
ຂ້ອຍຈື່ຈຳຄວາມຢ້ານກົວ, ທີ່ຂ້ອຍຮູ້ສືກໃນເວລານັ້ນ.
ອັນນັ້ນແຫຼະເປັນສິ່ງທີ່ເຝຶອຝັ້ນສອງເຮົາຫາກັນ - ຄືຄວາມບໍ່ແນ່ນອນໃນອຸດົມການທາງການເມຶອງ.
ຂ້ອຍໄດ້ຄິດເຖິງ ``ຫມາກພິກເເດງ``,ບຸກຄົນທີ່ເປັນຜູ່ກົດຂີ່ຂົມເຫັງພວກເຮົາ ກະຄືນາງຜູ່ບັງຄັບບັນຊາ ກອງອາຣັກຂາແດງ.
ຜູ່ບັງຄັບບັນຊານີ້ຕ້ອງຄິດສົງສັຍໄປວ່າ, ນາງສາວຜູ່ມາໃຫມ່ນີ້ ຕ້ອງເປັນຫົວປະຕິການແນ່ນອນ.

ແລະກະພາໃຫ້ຂ້ອຍຄິດສົງສານແລະເສັຍໃຈກັບລາວຜູ່ມາໃຫມ່ນີ້ ປານກັນກັບໂຕເອງນີ້ລະ. ເພິ່ນບໍ່ຮັບເອົາໂຕເອງເຂົ້າເປັນສະມາຊິກຂອງກອງອາຣັກຂາແດງ, ເພາະວ່າຂ້ອຍບໍ່ໄດ້ເກິດຢູ່ໃນຄອບຄົວຂອງຊົນຊັ້ນກຳມະກອນຈາກສາມຊົ່ວຄົນມາ. ພໍ່ແມ່ຂອງຂ້ອຍແລະປູ່ຍ່າຕາຍາຍກະເປັນນາຍຄູສອນຫນັງສື. ມັນບໍ່ມີຄວາມຫມາຍຫຍັງທີ່ພວກເຮົາກະທົນທຸກທໍຣະມານຍ້ອນຄວາມທຸກຍາກຫິວໂຫຍ.
ພວກເຮົາເຄີຍຢູ່ອາສັຍຢູ່ຊຽງໄຮ້, ຢູ່ໃນເຮຶອນທີ່ດັດແປງຈາກບ່ອນຈອດຣົຖ ທີ່ພາກັນຊົ້ນຫົວກັນຢູ່ແປດຄົນນຳກັນໃນຫ້ອງດຽວ.
ຫມາກພິກເຜັດ ເຊື່ອຫມັ້ນໃນການໃຊ້ຄວາມຮຸນແຮງ. ການຂ້ຽນຕີເປັນວິທີຂອງນາງ. ນາງກ່າວວ່າ:ຈະ
``ບີບຄັ້ນ ``ການມີ``ສາຍເລຶອດອັນເປິະເປື້ອນຂອງສັກດີນາ``ຈາກໂຕນ້ອຍໃຫ້ຫມົດ. ທາງການຂັ້ນສູງແລະປະຊາຊົນເຫັນດີແລະສະຫນັບສະຫນຸນໃນວິທີການຂອງນາງ.
ພາກັນຖືວ່າ ບຸກຄົນຢ່າງຂ້ອຍມີ``ຂີ້ຝຸ່ນປະຕິການ``ຢູ່ໃນຫົວ.
ປະທານເມົາໄດ້ສິດສອນໄວ້ວ່າ:``ຫາກບໍ່ມີຟອຍກະບໍ່ສາມາດປັດຝຸ່ນນີ້ຖີ້ມໄປໄດ້``.
ຫມາກເຜັດແດງ ຖືວ່າຕົນເປັນ``ຟອຍຂອງການປະຕິຫວັດ``.
ນາງມີດວງຕາຄ້າຍຕາຫນູ ແລະຮູບຮ່າງຄືໂຕຄ້າຍໂຕນາກນ້ຳ. ບໍ່ມີຄໍ. ຖືຊົງຜົມແຊມຫນ້າ ເບິ່ງດວງຕາຂອງເລົາປານວ່າຢູ່ໃນຄອກ.

ເລົາຍ່າງເດິນໄປມາກັບສາຍບ່ຽງທີ່ມີຂໍ່ຂຽນຂອງ
``ກອງອາຣັກຂາແດງ``ເທິງບ່າ ແລະທັບກັບເສື້ອໂຕບັກໃຫຍ່ສີຂຽວຂອງທະຫານ.
ນາງແສນພາກພູມໃຈໃນການນຸ່ງຖືນີ້, ແຖມຍັງມີຕັ້ງສີ່ຖົງ.ເພາະ ຖົງເສື້ອນີ້ບົ່ງບອກເຖິງຂັ້ນແລະຊັ້ນຂອງຜູ່ນຸ່ງຖື. ມີຖົງຫຼາຍທໍ່ໃດຍິ່ງມີຂັ້ນສູງທໍ່ນັ້ນ.
ເຄື່ອງນຸ່ງທະຫານຊຸດນີ້ໄດ້ມາຈາກລູງຂອງນາງ, ທີ່ໄດ້ຮັບໃຊ້ໃນກອງທັບປົດປ່ອຍປະຊາຊົນ. ແລະກະຍັງມີກະດຸມຫນ່ວຍບັກໃຫຍ່ສອງອັນປານກຳປັ້ນນີ້ ທີ່ເຮັດມາຈາກດິນເຜົາ,ມີຮູບຂອງປະທານເມົາຢູ່ໃນ. ນາງໄດ້ປັກຕິດເທິງຫນ້າເອິກທັງສອງກ້ຳ. ກະດູມທັງສອງນັ້ນມີສີຫມາກຄາຍຂອງທ້ອງຟ້າໃນຍາມເຊົ້າ

ກັບຫົວຂອງປະທານເມົານ້ອຍໆຢູ່ໃຈກາງ. ຫາກເບິ່ງແຕ່ໄກມັນຄືກັນກັບວ່າ ນົມສອງຫນ່ວຍນັ້ນກັບຫົວຂອງປະທານ ໃນລັກສະນະທີ່ ເປັນຫົວນົມບໍ່ຕ່າງຫຍັງ.
ທຸກໆເຊົ້າ ຫມາກພິກເຜັດ ໄດ້ຍ່າງນຳຫນ້າ ກຸ່ມ ເພຶ່ອຈະໄປສະກັດກັ້ນປະຕູເຂົ້າໂຮງຮຽນ. ຢູ່ຫັ້ນໄດ້ກວດກາຄວາມເປັນຜູ່ສື່ສັດແກ່ປະທານເມົາ. ທາງໂຮງຮຽນ

ໄດ້ກຳຫນົດໃຫ້ແຕ່ລະຄົນຖືເອົາ``ຊັບສົມບັດສາມຢ່າງ``ມານຳ ຄື:ກະດູມ ກັບຫົວປະທານເມົາ, ປື້ມນ້ອຍຫນ້າປົກແດງ (ທີ່ພິເສດກະຄືບົດຂຽນຂອງເມົາເຊຕຸງ) ແລະ, ຖ້າຫາກວ່າເປັນສະມາຊິກຂອງກອງອາຣັກຂາແດງ ກະແມ່ນສາຍພານເທິງບ່າ.ຖ້າຫາກວ່ານັກຮຽນຄົນໃດຫາກຫຼົງລືມ ຫມາກພິກເຜັດ ຈະເອົາເດັກຄົນນັ້ນເຂົ້າແຖວແລະບັງຄັບໃຫ້ຢືນຢູ່ຫັ້ນຈົນວ່າສຽງກະແຫຼ່ງສັນຍານເຂົ້າຫ້ອງຮຽນດັງຂື້ນ. ບາງຄັ້ງກະເລຶອກກວດແບບສ່ຽງຄືຈົກສະຫຼາກຖຶກ

ໃຜຜູ່ໃດກະແລ້ວແລະຈະຖາມຫາແນວຄິດທີ່ສຳຄັນຈາກບົດປະພັນຂອງປະທານເມົາ. ນາງຈະບອກຫນ້າຂອງຫນັງສືແດງນັ້ນແລະຜູ່ທີ່ຖຶກກວດກະຕ້ອງໄດ້ເລົ່າຂໍ້ຄວາມດັ່ງໃນປື້ມນັ້ນ. ຖ້າຫາກວ່າ ເວົ້າຜິດ ຫມາກພິກເຜັດ ກໍຈະຕັດສິນ ແລະເລືອກວິທີລົງໂທດຢ່າງໃດຕໍ່ຜູ່ກ່ຽວ:ອາຈໃຫ້ຢືນຢູ່ຕໍ່ຫນ້າປະຕູຂົງ ແລະເລົ່າບົດນັ້ນໆເປັນຮ້ອຍເທຶ່ອຈົນວ່າຜູ່ກ່ຽວສາມາດທ່ອງໄດ້ຕິດປາກ,
ຫຼື ວ່າຕ້ອງເຮັດຄວາມສະອາດຫ້ອງສ້ວມຂອງໂຮງຮຽນເປັນອາທີດ.

ທຸກເຊົ້າຂອງແຕ່ລະມື້,ຍາມທີ່ຂ້ອຍຍ່າງໃກ້ເຂົ້າມາຫາປະຕູຂົງ, ຫົວໃຈຂອງຂ້ອຍມັນເຣີ້ມເຕັ້ນປານວ່າຈະເປັນບ້າຕາຍເມຶ່ອໄດ້ເຫັນຫມາກພິກເຜັດ.

ຂ້ອຍຮູ້ສຶກວ່າຕິນມືຂອງຂ້ອງເຢັນກະດ້າງໄປຫມົດ ທັງຂາດລົມຫາຍໃຈໄປ. ຂ້ອຍກະພະຍາຍາມກວດເບິ່ງວ່າຂ້ອຍໄດ້ເອົາສົມບັດທັງສາມເຫຼົ່ານັ້ນມານຳຫຼຶບໍ່, ແລະກະພະຍາມທົບທວນໃນຄວາມຈຳ ຄວາມຄິດ ທີ່ດີເດັ່ນຂອງປະທານເມົານັ້ນ.
ທຸກເທຶ່ອ ຫມາກພິກເຜັດ ມັກຊອກຫາຄວາມຜິດນັ້ນນີ້, ແລ້ວປະກາດວ່າ: ຍາມເລົ່ານັ້ນຂ້ອຍບໍ່ໄດ້ຍະຫວ່າງໃຫ້ເຫມາະສົມຕາມບ່ອນທີ່ມີຈຸດຫັ້ນ ຫຼື ບ່ອນທີ່ຈ້ຳເມັດ. ຫາກຍາມໃດຂ້ອຍໄດ້ຢຸດຕາມນັ້ນພັດເວົ້າວ່າຂ້ອຍທ່ອງບົດນັ້ນຊ້າໄປໂພດ ແລະວ່າຂ້ອຍຢາກຄິດຫາທາງໂກງ.

ທາງໂຮງຮຽນ ເພິ່ນບໍ່ເອົາຂ້ອຍເຂົ້າໃນການສະແດງຕ່າງໆທີ່ຈັດຂື້ນຢູ່ໂຮງຮຽນ, ຮວມໄປເຖິງການແຂ່ງຂັນອັນເປັນທີ່ຊົມຊອບ ທາງກິຣາປິ່ງປ່ອງແລະລອຍນ້ຳ. ບໍ່ນັບເອົາເລີຍແມ່ນວ່າຂ້ອຍຈະລອຍເກັ່ງກໍຕາມ.ຫມາກພິກເຜັດໃຫ້ເຫດຜົນວ່າ ຂ້ອຍຈະທໍຣະຍົດຕໍ່ຊາດ ແລະຂ້ອຍຈະລອຍນ້ຳຫນີໄປ ທາງ ມະຫາສະຫມຸດ.


-ມັນຊິລອຍຢ່າງວ່ອງໄວ ຕາມຄວາມສາມາດ,ລອຍຂ້າມທະເລ, ໄປມຫາສະຫມຸດ ປາຊິຟິກ, ຢູ່ແຫ່ງນັ້ນຈະມີເຮຶອກຳປັ່ນຈາກທາງຕາເວັນຕົກຣໍຄອຍຖ້າ. ຈະຖືກດຶ່ງຂື້ນຈາກນ້ຳ ແລະເອົາຄວາມລັບຂອງປະເທດເຮົາໄປຂາຍໃຫ້ສັດຕຣູ -ນາງວ່າ.

 

ມັນເປັນປີ ຄ.ສ. 1969.

ໃຈກາງຂອງຂະບວນການທີ່ຍິ່ງໃຫຍ່,ທີ່ເອີ້ນກັນວ່າ ການປະຕິຫວັດວັທນະທຳ. ຍາມນັ້ນຂ້ອຍມີອາຍຸສີບສີ່ປີພໍດີ ແລະຂ້ອຍກະໄດ້ເຂົ້າຮຽນຢູ່``ໂຮງຮຽນປະຖົມ ວັນທີ່ຫນື່ງກໍຣະກະດາ``. ວັນທີຫນື່ງກໍຣະກະດາເປັນວັນສ້າງຕັ້ງພັກຄອມມູນິດຈີນ.ໃນຣະຍະນັ້ນຂ້ອຍບໍ່ຄ່ອຍໄດ້ຮ່ຳຮຽນຫຼາຍປານໃດ. ການປະຕິຫວັດວັທນະທຳໄດ້ເຣີ້ມເກິດຂື້ນ,ຕອນຂ້ອຍມີອາຍຸຈົບເຈັດປີ. ພວກເຮົາໄດ້ພາກັນສຶກສາ ຄວາມຄິດຂອງປະທານເມົາ. ເພິ່ນສອນພວກເຮົາໃຫ້ແອບຂຽນດ້ວຍແປງທາສີເທິງຫນ້າດິນ ຊື່ຂອງນາຍຄູຂອງພວກເຮົາແລະເອົາມຶກສີດຳມາຂີດໃສ່ເທິງ.ພວກເຮົາພາກັນເດິນຂະບວນຕາມຖນົນຫົນທາງຢ່າງຕໍ່ເນື່ອງ.ພະຍາຍາມເຜິຍແຜ່ທຸກຄວາມຄິດໃຫມ່ໆຂອງປະທານເມົາ.ພວກເຮົາພາກັນຂຽນຄວາມຄິດຂອງເພິ່ນເທິງ

ແຜ່ນປ້າຍໂຄສະນາອັນໃຫຍ່. ຢູ່ຫ້ອງຮຽນ ຫມູ່ພວກເຮົາຮຽນນຳກັນຫ້າສີບຫົກຄົນ. ດັ່ງນັ້ນກະຕ້ອງຫ້າສີບຫົກປ້າຍ! ພວກເຮົາໄດ້ເອົາແຜ່ນປ້າຍນີ້ໄປຕິດຕາມຝາປະຕູ ແລະຕາມປະຕູຂົງ ຂອງເພື່ອນບ້ານໃກ້ຄຽງ. ນັ້ນເປັນ ງານທີ່ຖຶກມອບຫມາຍປະຈຳຊີວີດຂອງພວກເຮົາ. ຫມາກພິກເຜັດ,ທີ່ອອກນຳຫນ້າ, ຖືໂທຣະໂຄ່ງໄປນຳທຸກຄັ້ງ, ຂ້ອຍຫັ້ນ, ຍ່າງນຳກົ້ນຫມູ່ສະເມິ,ແບກເອົາກະປ໋ອງຢາງຕິດແລະແປງທາສີປຽກໆຢ່າງຍາກເຂັນ.

  ດົນໆ ເພິ່ນກະໄລ່ພວກເຮົາເຂົ້າຫ້ອງຮຽນ.ຍາມເຊົ້າ ເພິ່ນສອນພື້ນຖານທາງເລກໃຫ້ພວກເຮົາ.

ຕອນບ່າຍ, ໃນມື້ວັນຄີກ, ຈະມີແຂກທີ່ຖຶກເຊິນແຕ່ບ້ານນອກຫຼຶຈາກໂຮງງານ ແລະມາເລົ່າເຣື້ອງຄວາມຊົ່ວຮ້າຍຂອງປະຫວັດສາດສັງຄົມເກົ່າກ່ອນ.ອັນສາມຊົ່ວໂມງຂອງການເລົ່າເຫດການພຽງເພື່ອທີ່ຈະໃຊ້ໃນຈຸດຫມາຍຂອງບົດວິໄຈອັນດຽວຄື: ຫາກວ່າຂາດທ່ານປະທານເມົາ ພວກເຮົາທຸກຄົນແນ່ນອນຕ້ອງຕາຍ.

ພວກເຮົາເຣີ້ມຮັກທ່ານປະທານ.

ໃນມື້ວັນຄູ່ ເພິ່ນໄດ້ໃຫ້ພວກເຮົາອ່ານເຣື້ອງການຕໍ່ສູ້ຂອງທະຫານທີ່ເສັຍສະຫຼະເລຶອດເນື້ອແລະຊີວີດເພື່ອປ້ອງກັນປະເທດຊາດ ເພື່ອເປັນການຄາຣະວະກຽດແກ່ທ່ານປະທານເມົາ.

    ຄວາມປາຖນາອັນແຮງກ້າຂອງຂ້ອຍນັ້ນແມ່ນວ່າຢາກໃຫຍ່ຂື້ນແລ້ວເຂົ້າໄປປະກອບກິດໃນກອງທັບປົດປ່ອຍປະຊາຊົນ.ປາຖນາຢາກຈະຕາຍ,

ເພື່ອສະແດງຄວາມຈົ່ງຮັກພັກດີຕໍ່ທ່ານປະທານເມົາ.ຂ້ອຍຢາກຈະໄປຫວຽດນາມ,ເກົາຫຼິເຫນຶອ ຫຼຶວ່າ ອານບານີ. ຢາກຈະໄປຕໍ່ສູ້ກັບສັດຕູຄືກັບບັນດາບັນພະບຸຣຸດທີ່ຂ້ອຍໄດ້ອ່ານມາ.

   ແມ່ຂອງຂ້ອຍເວົ້າວ່າ ຄົນທັງຫຼາຍມີແປວໄຟແຮງຫຼາຍໃນຮ່າງກາຍຂອງເຂົາເຈົ້າ. ຍາມຂ້ອຍຖາມເພິ່ນວ່າ ເພາະເຫດໃດ, ເພິ່ນກະຕອບດ້ວຍສຽງຄ່ອຍໆ, ມັນຫາກເກິດເປັນແນວນັ້ນ, ເພາະພັກຄອມມູນິດຫ້າມບໍ່ໃຫ້ເຊື່ອຖືນົບໃຫວ້ເຖິງວິນຍານ ດ້ວຍເຫດນີ້ ປູ່ຍ່າຕາຍາຍເຮົາຈຶ່ງມາປະກົດການສະແດງຄວາມໂກດຮ້າຍຈັ່ງຊີ້ໃຫ້ເຫັນ.

ຫຼັງຈາກນັ້ນມາບໍ່ພໍທໍ່ໃດຂ້ອຍກະມີປະຈຳເດຶອນຄັ້ງທຳອິດ.ຂ້ອຍຮອດບໍ່ຮູ້ອິ່ຫຍັງ, ທີ່ເປັນແນວນີ້. ຂ້ອຍຄິດວ່າ ແປວໄຟທີ່ແມ່ຂ້ອຍເວົ້າໃຫ້ຟັງຫັ້ນມັນ ເສື່ອມຊືມເຂົ້າໄປໃນຮ່າງກາຍຂອງຂ້ອຍ.

  ນັບແຕ່ວັນເກິດປີທີສີບສອງ ມາຂ້ອຍຮູ້ສຶກບໍ່ຄັກ ຫມຸດຫມິດວາດໃດບຸ ທີ່ຕົ້ນເຫດມາຈາກຮ່າງກາຍໂຕເອງ.ຮູ້ສຶກລະອາຍ,ທີ່ນົມຂອງຂ້ອຍໃຫຍ່ຂື້ນນັບມື້. ເປັນຄວາມຮູ້ສຶກທີ່ຫນ້າຢ້ານແທ້ໆ.ຂ້ອຍໄດ້ມັດຫໍ່ຫນ້າເອິກດ້ວຍຜ້າຕັ້ງສາມຊັ້ນ ແລະຂ້ອຍກໍສວມເສື້ອຊ້ອນໃນຮັດໆນຳອີກ.ຂ້ອຍນຸ່ງຖືຈັ່ງຊັ້ນແມ່ນກະທັ້ງໃນຍາມຮ້ອນທີ່ຮ້ອນອົບເອົ້າ,ຢ່າງບໍ່ຄຳນຶງເຖິງການເປັນຝົດເຫຶ່ອ. ຂ້ອຍກະໄດ້ຄິດສັງຮວມໄປວ່າ ຍິງສາວຜູ່ອື່ນເຂົາຊ່ອຍເຂົາເອງກັນຈັ່ງໃດໃນເຣື້ອງນີ້. ສ່ວນຫຼາຍກະພາກັນຫຼັງກົ່ງ.ບາງຄົນກະພາກພູມໃຈ,ເພາະວ່າເຂົາເຈົ້າມີຫນ້າເອິກແປປານແປ້ນຮອງຮີດເສື້ອ. ໃນມື້ຫນຶ່ງສາວນ້ອຍປະມານສີບກວ່າຄົນຈາກຫ້ອງຮຽນຂ້າງຄຽງພາກັນຮ້ອງໄຫ້ພ້ອມໆກັນ, ເພາະເດັກນ້ອຍຜູ່ຊາຍເວົ້າຂູ່ວ່າ ຈະແຕ່ງງານກັບພວກເຂົາ.

  ອີກເທຶ່ອຫນື່ງທີ່ພວກເຮົາບໍ່ໄດ້ຮຽນຫຍັງນອກເຫນືອໄປຈາກ ແນວຄິດ ຂອງປະທານເມົາ, ວ່າຈະດຳເນິນການປະຕິຫວັດວັທນະທຳກັນໄປໃນຮູບໃດ.``ການຕໍ່ສູ້ຊົນຊັ້ນຣະຫວ່າງພວກສັກດີນາ ກັບພວກຊົນຊັ້ນກຳມະກອນໄດ້ກະໂຫນມຫນັກຂື້ນແລະໄດ້ເປັນໄປໃນທາງຮຸນແຮງທີ່ສຸດ``.ຄວາມຮຸນແຮງຈື່ງເປັນສ່ວນຫນື່ງຂອງຊີວີດ.ຝຸງຄົນໄດ້ແຕກແຍກເປັນກ້ອນກຸ່ມຈາກພື້ນຖານທາງດ້ານເຊື້ອສາຍ.ທຸກໆກຸ່ມພະຍາຍາມອ້າງວ່າຕົນເປັນຜູ່ທີ່ພັກດີຕໍ່ປະທານເມົາ. ຫມາກພິກເຜັດ ຈັ່ງແມ່ນວ່າພາກພູມໃຈ, ເພາະວ່ານາງເກິດມາຄື``ຄົນແດງ``.ຄືມາ ຈາກ ພວກຂຸດບໍ່ແຫ່, ຄົນເຜົ່າທີ່ບໍ່ມີໂຕຫນັງສຶ. ຂ້ອຍແມ່ນເປັນຜູ່ທີ່ບໍ່ໄດ້ຖຶກຮັບຮູ້ຢ່າງເປັນເອກສັນເຂົ້າໃນຈຳພວກ ຕໍ່ຕ້ານ ແນວຄິດເມົາ, ແຕ່ເພິ່ນປະຈານບອກວ່າຂ້ອຍເພື່ອຈະມິສິດທີ່ຈະໄດ້ລົມຫາຍໃຈຢູ່ຈຳຕ້ອງພຽນພະຍາຍາມຢ່າງສຸດວິສັຍ.

    -ຫາກຍາມໃດກູສັ່ງພວກປະຕິການຄື ມຶ ງຄານ ມຶ ງກໍຕ້ອງຄານ - ຫມາກພິກເຜັດກ່າວ - ເພາະ ຫາກຂັດຂືນກູກໍຈະເອົາໄມ້ຄັນຮົ່ມໃຫ້ມຶ ງເປັນບົດຮຽນ.

   -ພວກນັກຮຽນທັງຫຼາຍ!ພວກເຮົາມີຫມູ່ ຫນ້າໃຫມ່ - ນາຍຄູສາວຊື່ ເຈັ້ງທີ່ມີອາຍຸຊາວກວ່າປີກ່າວບອກ. ໃນນ້ຳສຽງຂອງເລົາຢັ່ງໃຫ້ຮູ້ເຖິງຄວາມຮອບຄອບເຈືອປົນ. ຂ້ອຍສັງເກດເຫັນວ່າເລົາບໍ່ໄດ້ເອີ່ຍປາກວ່າ ``ສະຫາຍຍິງຄົນໃຫມ່``ຫຼື ``ເພື່ອນຍິງ``.ເລົາເວົ້າວ່າ ``ຄົນ``.ນັ້ນກໍເປັນສິ່ງຫມາຍບອກອັນຫນື່ງ.ມັນບໍ່ໄດ້ບົ່ງບອກເຖິງຄວາມເປັນທີ່ມາເຊື້ອສາຍຂອງສາວນ້ອຍຄົນນີ້ - ເລົາຍ້າຍມາແຕ່ໂຮງຮຽນ ເມຶອງເລກທີ ສີບເກົ້າ.ມີຊື່ວ່າ ຂິງປ່າ, ເປິຍວູຈິຢັງ.

  -ຂິງປ່າ- ຫມາກພິກເຜັດເຮັດຄີ້ວຫຍູ້ງ - ຈັ່ງແມ່ນຊື່ແປກ! - ແລະກະຫົວຂວັນຢ່າງສຽບແຫຼມ - ແລ້ວມັນຂຽນກັນຈັ່ງໃດນີ້?

ສຽງນັ້ນມັນມີລັກສະນະຂອງຜູ່ຂົ່ມເຫງພວກເຮົາ.ທຸກຄັ້ງພາໃຫ້ຂ້ອຍຂົນຄິງລູກ.

  -``ວູ`` ຄື ``ປ່າ, ເປັນພຶດພັນທີ່ເກິດຢ່າງງອກງາມ``.ຂຽນດ້ວຍຫຍ້າທາງເທິງເຄື່ອງຫມາຍ``ເປົ່າ``- ຜູ່ແປກຫນ້າທີ່ມາໃຫມ່ກ່າວຕອບ, ທັງຫຍັບອອກຈາກເງົາຮົ່ມ.ສຽງຂອງນາງບໍ່ໄດ້ສະແດງຄວາມສະທົກສະທ້ານຫວາດກົວແຕ່ຢ່າງໃດ.-``ຈີຢັງ`` ຄື ``ຂິງ``,ໃນການອອກສຽງທຳອິດ. ໂຕສາມາດເອີ້ນເຮົາໄດ້ວ່າ ຂິງປ່າ.

   ຫມົດຫ້ອງຮຽນມິດງຽບທັງຕົກຕະລຶງ.

 -ແຕ່``ວູຈິຢັງ``ສາມາດແປວ່າ``ດິນເຮື້ອ``ກະໄດ້.ຫມາກພິກເຜັດລູກຈາກຕັ່ງ. - ຍານາງເຈັ້ງກະຣຸນາແປງໃຫ້ຫາກວ່າຂ້ອຍເວົ້າຜິດ.

ຄູສາວເຮັດເຫມຶອນບໍ່ວ່າຫູຫນວກໄປ.

ຍິງສາວບອກເຕຶອນພວກເຮົາດ້ວຍສາຍຕາ.

ຂ້ອຍກະຫຍິບຕາ,ທັງໆທີ່ບໍ່ເຊື່ອສາຍຕາໂຕເອງ:ແສງແດດບໍ່ໄດ້ສ້າງຄວາມປັ່ນປ່ວນໃຫ້ສາຍຕາຂ້ອຍຈັກນ້ອຍ. ແກ້ວຕາຂອງ ວູຈິຢັງ ມີສີເຫຼຶອງຂຽວແທ້ໆ! ຂ້ອຍອ້າປາກຈ້ອງມອງເພື່ອນຄົນໃຫມ່.ທັງຖາມໂຕເອງວ່າ ເລົາເປັນຄົນຕ່າງຊາດບໍນີ້? ດວງຕາຄືໃນຫມາກບົກນີ້, ແຍກອອກກວ້າງຈັ່ງຊີ້ - ແນ່ນອນແມ່ນຍິງສາວທາງຕາເວັນອອກເຮົາ.ດັງກະສູງບາງໆແລະຍາວ.ຄວາມ ຫ່າງຣະຫວ່າງດັງກັບຮິມສົບຂ້າງເທິງມີຫນ໋ອຍດຽວຫນື່ງ.ຫນ້າຕາຄ້າຍຄືຫນ່ວຍໄຂ່ຫ່ານບໍ່ຜິດເລີຍ.ລຳຄໍກະເຕັມປ່ຽມແລະຫນ້າຮັກແລະຍາວນີ້.ຜິວກໍຂາວກວ່າຜິວຂອງຜູ່ອື່ນທັງຫມົດໃນຫ້ອງຮຽນ.ຫາກວ່າບໍ່ຍ້ອນຜົມ,ທີ່ເຫຼື້ອມ ດຳຄືກັນກັບນ້ຳຫມຶກ ແນ່ນອນຄົງເປັນຄົນຕ່າງຊາດໄດ້.

-ມັນມີຫຍັງເກິດຂື້-ນກັບຕາເຈົ້າ? ມັນແມ່ນພະຍາດອິ່ຫຍັງບໍ່ນີ້? - ຫມາກພິກເຜັດນັ່ງລົງແລະຖອດເກີບອອກຈາກຕີນ.

ສາວນ້ອຍບໍ່ໄດ້ຕອບຄຳຖາມນັ້ນ,ມີແຕ່ເອົາມືແຕະຕ້ອງເສັ້ນຜົມທາງຫຼັງຫູ.

ຫມາກພິກເຜັດບໍ່ໄດ້ລະຄວາມພະຍາຍາມ.

-ແນ່ນອນວ່າດວງຕານີ້ບໍ່ແມ່ນຕາຂອງກຳມະກອນ.ພວກກອງອາຣັກຂາແດງທຸກຄົນຈົ່ງຕຽມໂຕເພຶ່ອປະກອບພາຣະຂອງຕົນ.

ຫ້ອງຮຽນກະສີ ້ງຊອມເບິ່ງພຶດຕິການຢ່າງງຽບສະງົບ.

ຄວາມບໍ່ສະງົບເຣີ້ມທະວີຂື້ນໃນຄວາມຫ່ວງໃຍຕໍ່ຜູ່ມາໃຫມ່.ບໍ່ນານມານີ້ ຫມາກພິກເຜັດໄດ້ຫຼີ້ນເສັ້ນຂ້ອຍແບບດຽວກັນນີ້ລະ.ຕອນນັ້ນກະເປັນມື້ທຳອິດຂອງຂ້ອຍໃນໂຮງຮຽນ.ຫມາກພິກເຜັດ ບໍ່ອະນຸຍາດໃຫ້ຂ້ອຍເຂົ້າຫ້ອງຮຽນ. ສອບຖາມວ່າເປັນຫຍັງຂ້ອຍຈຶ່ງນຸ່ງແຈກແກດ ຜູ່ຊາຍແລະມີກະດູມທາງເບື້ອງຂວາແທນທີ່ຈະເບື້ອງຊ້າຍ.ຂ້ອຍໄດ້ອະທິບາຍວ່າຄອບຄົບຂອງຂ້ອຍທຸກຍາກບໍ່ມີເງິນເພື່ອຈະຊື້ເສື້ອຜ້າດ້ວຍເຫດນີ້ຂ້ອຍຈຶ່ງເອົາເສື້ອຂອງຍາດທີ່ຍັງໃຊ້ໄດ້ມາຫົ່ມ.ຫມາກພິກເຜັດ ຫົວກາກໆແລະເອົາໄປເວົ້າສູ່ທຸກຄົນຟັງວ່າໄດ້ເຫັນໂຕເຫົາໃນຜົມຂ້ອຍ.

ພວກນັກຮຽນຊາຍທຸກຄົນຢ້ານຫມາກພິກເຜັດ.ຄວາມຢ້ານບໍ່ທໍ່ແຕ່ເຮັດໃຫ້ພວກເຂົາຂີ້ຂາດເທົ່ານັ້ນແຕ່ພາໃຫ້ພວກເຂົາກັບກາຍເປັນຜູ່ສົມຮູ້ຮ່ວມຄິດໄປນຳ.ບໍ່ມີນ້ອຍຄົນທີ່ຫມາກພິກເຜັດໄດ້ຕີ,ແຕ່ກັບໄປເຂົ້າຮ່ວມກຸ່ມນຳນາງ.ປະກາດວ່າໄດ້ຮຽນວິຊານີ້ມາຈາກລູງຂອງນາງ,ຄາວທີ່ໄດ້ຮັບໃຊ້ໃນກອງທັບເປັນຜູ່ ຝຶກມ້າ.

-ວິທີນີ້ເອີ້ນວ່າ ເຊັຍມາເວ .ແມ່ນການບອກເຕຶອນຕໍ່ຜູ່ທີ່ບໍ່ຢູ່ໃນຣະບຽບ. ລູງໄດ້ຊີ້ບອກຂ້ອຍຍາມໃດແລະຄວນເຮັດຈັ່ງໃດກັບມ້າທີ່ດື້ດຶງ.ມັນເປັນວິທີທີ່ງ່າຍຫນ໋ອຍດຽວ. ໃນໂອກາດທຳອິດລູງໄດ້ຟາດມັນທາງຫນ້າຢ່າງຈັງ.ຕີມ້າຈົນປານວ່າທັບຫມາກໂປມໃຫ້ແຫຼກ!!

-ຂ້ອຍມີຊື່ວ່າ ຂິງປ່າ - ກ່າວອອກໄປຢ່າງບໍ່ທໍ່ຖອຍສາວນ້ອຍຜູ່ມາໃຫມ່ກະດາຍ.

ແນມເບິ່ງຫນ້າຫມາກພິກເຜັດຢ່າງກົງໆ. ພາໃຫ້ຂ້ອຍມີຄວາມງຸນງົງ ແລະກະຕືລືລົ້ນຂື້ນ.ໃນທີ່ສຸດກະມີໃຜທີ່ກ້າປະຈັນຫນ້າກັບສາວຜະເດັດການທີ່ບໍ່ເຄີຍມີໃຜແຕະຕ້ອງຄົນນີ້ແລ້ວບາດນີ້! ຂ້ອຍສົງສັຍພຽງວ່າດົນປານໃດທີ່ຂິງປ່າຈະອົດທົນໄດ້.

ແຕ່ເບິ່ງຄືວ່ານາງຄົນນີ້ເດັດຂາດແລະບໍ່ທົດຖອຍ.ຍາມເວົ້ານັ້ນຍົກຄາງຂື້ນສູງ.

-ຊື່ຂອງມຶ ງບໍ່ອອກສຳນຽງດັ່ງ ກຳມະກອນຈັກຫນ້ອຍເລີຍ - ຫມາກພິກເຜັດ ເວົ້າແທກທັ່ງໃສ່ -  ມຶ ງປ່ຽນມັນສາ! ເອົາເປັນ ຂອງຄ້ຳຫຼັງພວກກອງອາຣັກຂາແດງດີບໍ?

- ບໍ່, ຂອບໃຈ.

-ຄັນຊັ້ນມຶ ງກະບໍ່ໄດ້ເຂົ້າຫ້ອງຮຽນນີ້.

-ກູບໍ່ປ່ຽນຊື່ນີ້.

-ມຶ ງເປັນຄົນຕໍ່ຕ້ານຣັດທິເມົາບໍ?

- ກູແມ່ນຂິງປ່າ.

-ມຶ ງມີເຊື້ອສາຍມາແຕ່ໃສ? ມີໃຜເປັນສັດຕູບໍ່ໃນຄອບຄົວມຶ ງ?

-ມຶ ງເອົາສີດມາແຕ່ໃສມາສໍ້ຖາມກູຈັ່ງຊີ້?

- ຕາມເບິ່ງສີຫນ້າຂອງຫັ້ນຕິ ທີ່ກູສາມາດບອກວ່າ ມຶ ງ ມີເຊື້ອສາຍທີ່ບໍ່ດີ.ເບິ່ງມຶ ງ ນີ້ຄືກັນກັບປະຕິການ.

- ພະຍາຍາມຮັກສາ, ກະຣຸນາ ຖ້ອນ, ດັງຂອງມຶ ງເອງໃຫ້ດີສາ.

- ອະທິບາຍໃຫ້ແນ່ດູ, ວ່າເປັນຫຍັງແກ້ວຕາຂອງ ມຶ ງ ຈຶ່ງມີສີແປກໆ!

ສາວນ້ອຍລໍຖ້ານາທີຫນື່ງ.

- ຂໍຖາມແນ່ໄດ້ບໍເປັນຫຍັງມຶ ງ ຈື່ງຄືມີຄໍສັ້ນແທ້? ເອົາມາໃຫ້ເບິ່ງດູຄໍ ມຶ ງຫັ້ນ, ບາດແລ້ວກູຈະບອກເຖິງແກ້ວຕາຂອງກູສູ່ຟັງ.

ທົວທັງຫ້ອງຮຽນຫົວກາກ.
 

(ຍັງມີຕໍ່).


 
 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເປັນການສືບຕໍ່ຈາກບົດຂຽນກ່ຽວກັບນັກສຶກສາລາວຜູ່ທີ່ຕ້ອງປະຖີ້ມປື້ມສໍ ກ່ອນສຳເຣັດການ...

``ຮູ້ ດີ ວ່າ ນ້ຳ ຕາ ທີ່ ໃຫຼ

ສຽງ ຮ້ອງ ໄຫ້ ທີ່ ກ້ອງ ດັງ ກັງ ວານ

ບໍ່ ອາຈ ນຳ ເອົາ ຊີ ວີດ ລູກ ຄືນ ກັບ ຫັນ

ແຕ່ ກໍ ອົດ ກັ້ນ ນ້ຳ ຕາໄວ້ ບໍ່ ໃຫວ.

 

ຈຶ່ງ ຈູດ ທູບ ທຽນ ທັງ ດອກ ໄມ້ ໃຫວ້ ວອນ

ອົງ ເທ ວາ ມາໃຫ້ ພອນ ແກ່ ບັງ ອອນ ແກ່ນ ໃຈ

ຈົ່ງ ຢ່າ ຄິດ ຫ່ວງ ຫນ້າ ຫ່ວງ ຫຼັງ ຈົ່ງ ຮີບ ໄປ

ເຖິງ ຈັ່ງ ໃດ ລູກ ກໍ ຢູ່ ກາງ ແກ່ນ ໃຈ ແມ່  ນີ້ ສະ ເມິ.``

 

ຫວັງ,ຫວັງ ທີ່ເປັນພຽງຫວັງເພຶ່ອຢັ່ງໃຈ

ຢາກໃຫ້ເປັນຢາກເຫັນຄວາມຢູ່ດີມີໄຊ

ແຕ່ຄວາມຫວັງຫວັງພຽງໄດ້

ພົບຄວາມສຸຂໃນໃຈກໍພໍ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ນຳມາເພຶ່ອໃຫ້ໄດ້ອ່ານຫຼີ້ນ ແຕ່ກ່ອນເພງນີ້ແມ່ນຈະໄດ້ຟັງຍາມປິດຣາຍການກະຈ່າຍສຽງຂອງສະຖານີວິທຍຸແຫ່ງຊາດ.

ຄິດວ່າ ຄົນລາວທີ່ ມີເລຶອດລາວຢູ່ສົມຄວນຮູ້ເພງນີ້.

``ຖິ່ນຖານບ້ານເກິດຂອງເຮົາ..............ມີແຕ່ພູເຂົາເຫຼົ່າປ່າຜາດົງ

ພົງໄພອັນໃຫຍ່ແລະກວ້າງ.................ເຫມິຍຫມີຫມູ່ກວງລ່ວງຕາມແຄມເຊ

ເຊົ້າເຢັນເຮົາແລເຫັນໄມ້...................ເມກມົວກົ້ວໄກແສງໃສສ່ອງມາ

ແຂກເຕົ້າກາເວົາມັນຮ້ອງ..................ຟັງສຽງນ້ຳນອງໂຕນຕາດຕີນຜາ

ອາບເຫຼັ້ນເຢັນໃຈຫາຍຮ້ອນ...............ຫາຍຊ່ວງອຸທອນພັກຜ່ອນກາຍຍາ.

 

ບ້ານເຮົາບໍ່ເປັນເຊັ່ນນີ້.......................ທົ່ງກວ້າງຂວງດີສຸດຊີ້ຊົ່ວຕາ

ມີ້ມ່ວງດວງດອກມາລີ......................ບານຈໍ່ຈູມຈີມີມາກຫນັກຫນາ

ພ້າວຕານບານຜຸຜາງສົ້ມ ................ເກີນແສນອຸດົມທັງເຂົ້າແລະປາ

ບ້ານຫຼາຍຢາຍຕາມທົ່ງໃຫຍ່.............ແຄມນ້ຳວັງໃສສ່ອງເຫັນຫມູ່ປາ

ຫນຸ່ມສາວທັງພວກຊາວບ້ານ............ອາບເຢັນຊຶ່ນກັນເບີກບານກາຍຍາ.

 

ແດນລາວຍຶດຍາວຄາວໄກ............ມີຊື່ລືໄວ້ລ້ານຊ້າງເດີມມາ

ຢູ່ເຫນຶອຫຼຶວ່າຢູ່ໃຕ້ ......................ບໍ່ແມ່ນອຶ່ນໄກລ້ວນແຕ່ໄທລາວ

ພີ່ນ້ອງປົກປ້ອງກັນມາ.................ຢ່າຕິຢ່າວ່າໄທເຫນຶອໄທໃຕ້

ຄົນໃດໄດ້ດີມີສຸຂ........................ຊ່ວຍຊູຜູ່ທຸກກັງວົນສົນໃຈ

ເລຶອດເນື້ອເຊື້ອແນວແຖວພັນ.........ເຮົາຕ້ອງຮັກກັນຈົນສິ້ນຊີວາ.


ເພຶ່ອນເອີຍຮີບມາດ້ວຍກັນ ............ມາຮ່ວມສຳພັນທັງແຮງທັງໃຈ

ໄວໆໃຫ້ມາດ້ວຍກັນ.....................ມາຮ່ວມປ້ອງກັນເລຶອດເນື້ອເຊື້ອລາວ

ໄວໆຮີບຮູ້ສຶກໃຈ..........................ຊ່ອຍຣະວັງໄພໃຫ້ລາວຍືນຍົງ

ປົງຈິດຊີວີດແລະກາຍ.................ເຮົາລູກຜູ່ຊາຍຍອມຕາຍເພຶ່ອຊາດ

ເລຶອດຢາດແກ່ຊາດພຽງໃດ...........ພະຣະຈະໃຫຍ່ໃຊ້ຊາດຈະຍາວ.

 

ການຮີບໂຮມນີ້ອາຈບໍ່ສົມບູນປານໃດ ກະຕ້ອງຂໍຄາຣະວະ

ມາໃນທີ່ນີ້ ຫາກວ່າທ່ານຜູ່ຮູ້ຫາກມາຊ່ອຍຕຶ່ມຄຳເວົ້າທີ່ເຫມາະສົມເຂົ້າໃຫ້ ກໍຂໍຂອບອົກຂອບໃຈມານະທີ່ນີ້.

ປລ. ຫາກວ່າໃຜຮູ້ວ່າໃຜແຕ່ງເພງນີ້ ກະຊ່ອຍບອກແນ່, ຜຂ ຂໍອະພັຍໂທດຕໍ່ທ່ານຜູ່ແຕ່ງຢ່າງຫມົດໃຈ.

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2009 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຈຸດມຸ່ງຫວັງອັນສຳຄັນຂອງກະທູ້ນີ້ ຄືການຢາກຮິບໂຮມ ເກັບກຳເອົາ

ບົດທ່ອງຂື້ນໃຈທີ່ ທຸກຄົນເຄີຍໄດ້ທ່ອງແຕ່ຄາວຍັງນ້ອຍ ບໍ່ເລຶອກ ວ່າຈະມາຈາກກາລໃດໆກໍຕາມ.

ເຊຶ່ອແນ່ວ່າ ທຸກຄົນທີ່ໄດ້ຮຽນມາໃນໂຮງຮຽນປະຖົມ ນັ້ນແນ່ນອນຕ້ອງໄດ້ ຈົ່ມເປັນບົດທ່ອງຂື້ນໃຈມາ ຢ່າງນ້ອຍກະຫນຶ່ງບົດ....

ດ້ວຍເຫັດນີ້ ໃນນາມ ຜູ່ຕັ້ງກະທູ້ຈຶ່ງຢາກວິ່ງວອນນຳທຸກຄົນສະມາຊິກພັນລາວໃຫ້ ມາມີປາກສຽງນຳກັນ ເພຶ່ອ ພັນລາວ

ໄດ້ຮູ້ຈັກແລະທົບທວນ ຫວນຫາວັນທີ່ຜ່ານກາຍມາແລ້ວໃນຊີວີດ.

ເພຶ່ອວ່າ ໃຫ້ເປັນແຮງໃຈຊຸກຍູ້ໃຫ້ເພຶ່ອນຮັກທັງຫຼາຍໄດ້ເຫັນ ຂໍນຳເອົາ ບົດນີ້ມາຕ້ານຕໍ່ກ່ອນ:

``ປະເທດຂ້ອຍນັ້ນຊື່ເມຶອງລາວ

ລວງກວ້າງຍາວສຸດຕາເຫຼຶອອ່ານ

ນ້ຳຂອງຜ່ານໄຫຼຜ່າທາງກາງ

ມີຫົນທາງຖນົນສະອາດ

ປະເທດຊາດລາວໃຫຍ່ໄພສານ

ເຮົາລູກຫຼານເກິດມາພາຍຊ້ອຍ

ຄວນຊູຊ່ອຍສ້າງບ້ານເມຶອງລາວ

ໃຫ້ຍຶນຍາວຕໍ່ໄປພາຍຫນ້າ

ຢ່າໃຫ້ຫຼ້າເຂົາແທ້ຫມູ່ລາວ.``

ເປັນໃດ ກະພໍພາໃຫ້ໃຈຊຶ່ນແນ່ບໍ?

ຕ້ອງຂໍຄາຣະວະນຳຜູ່ແຕ່ງທີ່ເອົາມາເຜິຍແຜ່(ບໍ່ແມ່ນເພຶ່ອຫາຜົນປະໂຫຍດສ່ວນຕົວ).

ທີ່ຮ້າຍໄປກວ່ານັ້ນ ກະ ຄືວ່າ ບໍ່ຮູ້ນາມຜູ່ແຕ່ງຊ້ຳ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສຳຫຼັບວັນທີ ໙.໐໘.໒໐໐໙.

ພະອົງໄດ້ ຕັດໄວ້ສຳຫຼັບວັນທີເກົ້າດັ່ງນີ້:

``ສິ່ງທີ່ສາມາດສະແດງບອກເຖິງຄວາມແຕກຕ່າງຣະຫວ່າງໂຮງຮຽນພຸທສາສນາແລະ

ໂຮງຮຽນທີ່ບໍ່ແມ່ນທາງພຸທສາສນາກະແມ່ນການນຳໃຊ້ຂອງໂຮງຮຽນພຸທສີ່ປະເດັນສຳຄັນໃຫຍ່ໆ, ທີ່ເອີ້ນວ່າເຫມຶອນສີ່ຫນ່ວຍກາ

.ຫຼັກການສີ່ຢ່າງນັ້ນມີຢູ່ວ່າ:

-໑. ທຸກໆປະກົດການໃດທີ່ໄດ້ເກິດຂື້ນແມ່ນຈະມີຄວາມສັບສົນກໍບໍ່ຍຶນຍົງຄົງຕົວ;

-໒. ຂອງທຸກຢ່າງທີ່ຖຶກດ່າງພ້ອຍແລະເຫດການທີ່ເກິດຂື້ນນີ້ບໍ່ນຳມາເຊິ່ງຄວາມປິຕິດີໃຈ;

-໓. ທຸກໆປະກົດການທີ່ເກິດຂື້ນນັ້ນແປນເປົ່າແລະປະສະຈາກຄວາມເສາະໃສ

ແລະ

-໔. ນິພານເປັນຄວາມສຸຂຢ່າງປ່ຽມພ້ອມທຸກປະການ.

ລຽບລຽງອອກມາ ຈາກ ຫນັງສຶ ເຫຼັ້ມ: ຫົນທາງໄປສູ່ສັນຕິ, ການຕັ້ງສະມາທິໃນທຸກໆວັນ.

ເລຶອກເຟັ້ນມາຈາກລຽບລຽງຂຽນຂອງ Renuta Singh.

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໄດ້ອ່ານປືມຫົວນຶ່ງຂອງນັກຂຽນ ຈີນ ທີ່ມີຊຶ່ວ່າ: ອັງຈີ ມິນ ທີ່ແປມາຈາກພາສາອັງກິດມາເປັນພາສາໂປແລນ-ໂປລິສ!

ແລ້ວແຕ່ນໍ.ປື້ມຫົວນີ້ມີຊື່ວ່າ:``ຂິງປ່າ``ບໍ່ຮູ້ແປຖຶກບໍ່! Wild Ginger.

ກ່ອນອຶ່ນມາທຳຄວາມຮູ້ຈັກຢ່າງສັງເຂບ ກັບຜູ້ຂຽນ ອັງຈີ ມິນ,ນາງໄດ້ ເກິດຢູ່ບ້ານນ້ອຍໆໃນມົນທົນຊຽງໄຮ້ ໃນປີ ໑໙໕໗.

ເມຶ່ອຄາວຍັງເປັນນັກຮຽນຢູ່ນັ້ນໄດ້ເຂົ້າຮ່ວມໃນອົງການຈັດຕັ້ງຂອງນັກຮຽນປະຕິຫວັດ. ເມຶ່ອອາຍຸໄດ້ ໑໗ ປີໄດ້ເຂົ້າຢູ່

ໃນອົງການຈັດຕັ້ງຂອງຊາວຫນຸ່ມໃນເຂດຊົນນະບົດ ແລະຖຶກເລຶອກໃຫ້ເປັນຜູ້ ສະແດງບົດ ຂອງດອກໄມ້ແດງ,ທີ່ ເປັນ

ນັກປະຕິຫວັດຍິງ ແລະເປັນເມັຍລັບຂອງ ປະທານເມົາເຊຕຸງ,

ຕໍ່ມາໄດ້ຍົກຍ້າຍໄປຢູ່ໂຕເມຶອງຊຽງໄຮ້. ຢູ່ເມຶອງນັ້ນເລົາໄດ້ເຂົ້າສະແດງບົດຕ່າງໆໃນຫນັງ ໂຄສະນາ(ຊວນເຊຶ່ອ).

ພາຍຫຼັງທີ່ ປະທານເມົາເຊຕຸງໄດ້ລົ້ມຕາຍໄປໃນປີ ໑໙໗໖ ນັ້ນ ເລົາກໍໄດ້ເປັນນຶ່ງໃນບັນດາ ກຸ່ມ ສີ່ ທີ່ຖຶກຕັດສິນຄາວນັ້ນ

ແລະຕົກໄປຢູ່ໃນຂໍ້ຫາແລະຕົກຢູ່ໃນຄວາມບໍ່ເປັນທີ່ຮັກແພງຂອງຊຸມຊົນທົ່ວໄປ.

ໃນປີ ໑໙໘໔ ດ້ວຍການຊ່ອຍເຫຼຶອຂອງນັກສະແດງ ນາງ ໂຢຮັນ ເຈັງ ເລົາກໍໄດ້ຫນີອອກຈາກ ປະເທດຈີນແຜ່ນດິນໃຫຍ່.

ປັດຈຸບັນ ໄດ້ທຳມາຫາກິນຢູ່ອະເມຣິກາ ກັບຜົວຄົນທີສອງຂອງເລົາ ທີ່ -ອະດີດເປັນທະຫານຜ່ານເສີກ ຈາກຫວຽດນາມ.

ຫນັງສຶ ເຣຶ້ອງຊີວະປະຫວັດຂອງເລົາ ທີ່ ພິມອອກໃນປີ ໑໙໙໓ ໄດ້ຮັບຜົນສຳເຣັດແລະໄດ້ເປັນຫນັງສືທີ່ ຕິດອັນດັບ

``Best seller ໃນຫຼາຍປະເທດ ແລະ ຖຶກແປອອກເປັນຫຼາຍພາສາ.

ເອກສິດໃນການຈະນຳໄປສ້າງເປັນຫນັງປະເພດ ຊີວະປະຫວັດ ແມ່ນບໍຣິສັດ Metro-Goldwyn-Mayer

ທີ່ໄດ້ມອບການກຳກັບໃຫ້ Oliver Stone ເປັນຜູ້ຮັບຜິດຊອບ.

ຜົນງານໃນການຂຽນຂອງເລົາ ທີ່ໄດ້ອອກວາງຂາຍກະມີ::  

Katherine (໑໙໙໕), Madame Mao (໒000),  Wild Ginger (໒00໒),  The Empress Odchid(໒00໓).

ທັງຫມົດກະບໍ່ໄດ້ອ່ານ ມີໂອກາດ ໄດ້ອ່ານແຕ່ ຂິງປ່າ ຫັ້ນ.

ໂດຍຫຍໍ້ ຂິງປ່າ ເປັນຫນັງສຶ ຂອງ ອັງຈີ ມິນ ທີ່ເວົ້າເຖິງ:

ເຫດການໃນສະໄຫມ ການຄອງອຳນາດຂອງປະທານເມົາເຊຕຸງ ແລະ ການປະຕິຫວັດ ວັທນະທຳ ໃນຈີນແຜ່ນດິນໃຫຍ່.

ນາງເອກ ໂຕສຳຄັນມີໂສມຍານາມວ່າ ``ຂິງປ່າ`` ນາງເປັນລູກສາວຂອງນັກການທູດ ຝຣັ່ງເສດ ກັບນັກຮ້ອງສາວຈາກ

ໂຮງລະຄອນ(ງີ້ວປັກກິ່ງ), ດ້ວຍເຫດຜົນທີ່ ເກິດມາຈາກ ສຳພັນຣະຫວ່າງຊາດຈັ່ງຊີ້ ເລົາກະມີບັນຫາໃນຊີວີດ ຖຶກຕົບຕີ

ດ່າວ່າທັງຖຶກສາບແຊ່ງໃນໂຮງຮຽນຈາກຫມູ່ຮຽນນຳກັນ ຊ້ຳບໍ່ພໍຍັງຖຶກປະນາມແລະຖຶວ່າເປັນປໍຣະປັກຕໍ່ຣັດທິຊົນຊັ້ນໃນຈີນ ຄາວນັ້ນ,

ແຕ່ນາງກໍຕໍ່ສູ້ກັບຄວາມບໍ່ທ່ຽງທຳຄວາມບໍ່ມີອັທຍາສັຍຂອງເພຶ່ອນຮ່ວມຊາດໃນຂົງເຂດນັ້ນຢ່າງອົງອາດເພຶ່ອປ້ອງກັນ

ຄວາມເປັນເອກຣາດແລະຄວາມເປັນມະນຸສຍະຊົນຂອງຕົນແລະ ດ້ວຍຄວາມຊູຊີແລະຢາກໃຫ້ຄົນອຶ່ນຮູ້ວ່ານາງ,

ເຖິງຈະມີກຳເນິດມາຈາກ``ໃນສາຍຕາຄົນອຶ່ນ``ສັກດິນາ ແຕ່ກໍມີຄວາມສາມາດ ແລະຮັກຊາດດັ່ງດຽວກັບຜູ້ອຶ່ນ.

ນາງມີບົດບາດໃນວົງການຊາວຫນຸ່ມທີ່ນາງເຂົ້າຮ່ວມແລະກະກັບກາຍມາເປັນຫນຶ່ງຂອງບັນດາຊາວໝຸ່ມທີ່ມີຫົວຄິດກ້າວຫນ້າ

ແລະເປັນຫນຶ່ງໃນບັນດາ ຊາວ ຫນຸ່ມທີ່ອອກໝ້າຈົນວ່າໄດ້ຖຶກນຳໄປ ສະແດງໂຕຕໍ່ຫນ້າ ປະທານເມົາ.

ເພາະນາງສາມາດທ່ອງຄຳເວົ້າແລະຄຳສອນຂອງປະທານເມົາໄດ້ເກັ່ງກວ່າຫມູ່ຈາກທົ່ວປະເທດຈີນ.

ໄດ້ ເປັນຜູ້ນຳຂອງຊາວຫນຸ່ມໃນຖັນແຖວຂອງ ກອງທັບອາຣັກຂາ ແດງ, ຮັບຮູ້ທິສດີ ແລະແນວທາງຂອງພັກຄອມມູນິສ ແມ້

ແຕ່ຄອບຄົວໂຕເອງກະຍັງບໍ່ຈົ່ງໃນການຕໍ່ສູ້ເພຶ່ອລົບລ້າງຣະບອບສັກດີນາ .

ແຕ່ ກະຍ້ອນຄວາມຮັກທີ່ມີຕໍ່ນັກປະຕິຫວັດຫນຸ່ມໃນຖັນແຖວດຽວກັນຈຶ່ງພາໃຫ້ນາງຫຼົງລຶມໂຕໄປຊົ່ວຄະນະຫນຶ່ງ

ຊ້ຳບໍ່ພໍບ່າວຄົນນັ້ນ,ຍ້ອນວ່ານາງເອົາເວລາໄປທຸ້ມເທໃຫ້ແກ່ການປະຕິຫວັດຫຼາຍກວ່າຄວາມຮັກຂອງຕົນ ກະ

ຫມູ່ຮັກຫມູ່ແພງກະເລິຍສວຍໂອກາດ ເອົາຊາຍຄົນຮັກໄປຈ້ອຍ.

 

ຈັ່ງວ່ານີ້ລະນໍ ຫົວໃຈຈະວ່າຈະແຂງປານເຫຼັກແຕ່ກະຍັງບໍ່ມີຣິດເດດທໍ່ໄຟຂອງຄວາມຮັກ.

ຄຶດຢາກຈະແປເປັນພາສາລາວເຮົາແຕ່ ຫຼາຍວັກຫຼາຍຕອນ-ຈາກອັງກິດ ເປັນໂປແລນບມາເປັນລາວ ຢ້ານວ່າມັນ

ໄກອອກຈາກເຄົ້າເດີມແຫນງສູ້(ບາງທິ)ປະໄວ້ໃຫ້ຜູ້ທີ່ຮູ້ພາສາຈີນແປດີກວ່າ.

ຍາວສົມຄວນນໍ.ຫຍໍ້ໄປກວ່ານີ້ມັນກະຊິປານວ່າອ່ານຫົວຕົ້ນຊົນປາຍ.

ຂອບໃຈທີ່ອ່ານມາຈົນຊອດພີ້!!

ຫຍໍ້ມາຈາກ: Wild Ginger by Anchee Min

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ອົງດາໄລລາມະ,

ນອກຈາກຊາວທິເບດແລ້ວ

 ຜຂ ກໍເປັນຜູ້ຫນຶ່ງມີສັດທາ ແລະເຄົາຣົບນັບຖຶພະອົງທີ່ສຸດ

ທ່ານເປັນທັງອາຈານ,

ເປັນທັງຜູ້ໃຫ້ກຳລັງໃຈໃນຍາມຂັບຂັນໂດດດ່ຽວ

ຄຳ ສັ່ງສອນຂອງພະອົງເປັນເຫມຶອນຢາປະໂລມໃຈໃຫ້ຫາຍຈາກຄວາມຮຸ່ມຮ້ອນຂອງຊີວີດທຸກວັນ.

ຕາມຄຳປ່າວເຕຶອນແລະຮຽກຮ້ອງຂອງພະອົງຊາວທິເບດທີ່ມັກອວດເອ້ຕົວຕົນຫົ່ມດ້ວຍຫນັງສັດ

ໂດຍສະເພາະ ຫນັງເສຶອ ທີ່ນັບມື້ນັບຈະດັບສູນພັນໄປຈາກໂລກ,

ຊາວທິເບດໄດ້ນຳເອົາເສື້ອຜ້າທີ່ຍິບແສ່ວດ້ວຍຫນັງເສຶອໄປຈູດເຜົາຖີ້ມຫມົດ

ແລະຕໍ່ມາເພຶ່ອເປັນການຮັກສາຮີດເຄົ້າຄອງເດີມ ກະພາກັນມາຫົ່ມແບບຂົນສັດດ້ວຍຜ້າຂົນສັດທຽມ.

ໃນທິເບດທີ່ຊາວທິເບດ ຄ່ອຍໆກັບກາຍມາເປັນ ``ເຫມຶອນແຂກ``ໃນປະເທດໂຕເອງ,

ແຕ່ຊາວທິເບດມີອັທຍາໃສແລະເຄົາຣົບໃນຄຳໂອວາດຂອງພະອົງ ຊ້ຳໄປຕຳກັນກັບອີກແນວຄິດອຶ່ນທີ່ຢູ່ເຫນຶອແລະຄອບງຳທິເບດ.

ສຳຫຼັບວັນທີ ໒໙.໐໗.໐໙ ພະອົງໄດ້ໃຫ້ແນວທາງໃນການຕັ້ງສະມາທິບອກເຕຶອນດັ່ງນີ້:

 

-ປຽບດັ່ງໃນວຽກງານ ພໍ ຮອດຍາມໃກ້ເລີກມາ ກະພາກັນຄິດໄລ່ວ່າມີຜົນຣາຍໄດ້ກຳໄລທໍ່ໃດ,

ທີ່ເຮົາສົມຄວນ ກວດສອບເບິ່ງເພຶ່ອຈະໄດ້ຮູ້ວ່າພວກເຮົາໄດ້ກະທຳການງານໃນທາງຊອບທຳ

ຫຼຶວ່າໃນທາງບໍ່ຊອບທຳ.

 

ຫນັງເສຶອໂຕຫນຶ່ງມີຣາຄາບໍ່ຕ່ຳກວ່າ ຫມື່ນຢູໂຣ ແຕ່ເຂົາເຈົ້າກະພາກັນເອົາໄປຈູດຖີ້ມ.

ແລ້ວຫມູ່ຄູ່ລູກຫຼານໄດ້ຮູ້ບໍ່ວ່າໃນປະເທດເຮົາ ເຄີຍມີຊ້າງມີເສືອຢ່າງຫຼວງຫຼາຍ ຕົກມາໃນໂອກາດຫຼັງໆນີ້

ມີຂ່າວແຈ້ງໃຫ້ຮູ້ວ່າຍັງມີພົລເມຶອງຂອງເສືອພຽງແຕ່ ຫ້າສີບກວ່າໂຕ!

ຍ້ອນການບຸກເບີກໃຫ້ການສຳປະທານປ່າໄມ້ແກ່ຊາວຕ່າງຊາດທີ່ຫວັງພຽງກອບໂກຍແລະທຳລາຍປ່າ,

ຍັງບໍ່ພໍທໍ່ນັ້ນສັດສາວາສິ່ງກະລ້າເອົາໄປຈົນຊິຫມົດແລ້ວ.

ອີກບໍ່ດົນບ້ານເຮົາຄົນເຮົາຈະມາສະເດຶອກຮູ້ບາດມັນຫຼ້າສວຍໄປແລ້ວພຸ້ນ!!

ນຳມາເວົ້າສູ່ກັນຟັງພຽງເທົ້ານີ້ ເພາະທຸກຄົນມີແນວຄຶດຢາກຄຶດຈັ່ງໃດກະສຸດແລ້ວ.

ຮັກແພງ.

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເພຶ່ອເປັນທີ່ຣະນຶກເຖິງ``ຫຼານ`` ອະດີດນັກສຶກສາລາວຜູ້ຫນຶ່ງທີ່ວາສນາບໍ່ພາ

ໄປໃຫ້ເຖິງຈຸດຫມາຍປາຍທາງແຫ່ງຊີວີດ.ວິລະພົງ ສຸກແສນສຳລານ ເປັນນັກຮຽນປີສຸດທ້າຍ

ຂອງມະຫາວິທຍາລັຍສັພວິຊາຂອງເມຶອງ``ໂວຣດສວບ``ທີ່ປະເທດໂປແລນ.

ເພາະໄດ້ເຈັບເປັນ: ທຳອິດກໍຖຶກຜ່າຕັດເອົາຫມາກໄຊ່ຫຼັງອອກ ຕໍ່ມາຊ້ຳມີພຍາດມະເຮັງໃນເລຶອດ

ທີ່ທຳລາຍຣະບົບເລຶອດທັງເຊຶ່ອມໂຍງໄປເຖິງກະດູກຈົນວ່າພາໃຫ້ກະດູກສັນຫຼັງອ່ອນແອ

ແລະເຖິງຂັ້ນວ່າຍ່າງບໍ່ໄດ້ເພາະຢ້ານກະດູກແຕກຫຼຶຫັກ. ກ່ອນອຶ່ນໃດ ວິລະພົງໄດ້ນອນຢູ່ໂຮງຫມໍນານສົມຄວນ

ໄດ້ປຶກສາຫາລຶກັບຫມູ່ເພຶ່ອນທັງລາວ,ໂປແລນ ແລະຊາວຕ່າງປະເທດທີ່ຮຽນໃນເມຶອງນັ້ນວ່າຢາກກັບເມຶອເມຶອງລາວ.

ເພື້ອນຝູງທັງຫຼາຍໄດ້ຈັດການຫາເງິນຊ່ວຍເຫຼຶອໂດຍການແຜ່ຈາກຊາວເມຶອງທົ່ວປະເທດໂປແລນ ໂດຍຜ່ານ

ອິນເຕິເນດແລະທັງທາງຫນັງສຶພິມທ້ອງຖິ່ນຂອງເມຶອງນັ້ນ.ພາຍໃນເວລາສາມວັນກະທ້ອນໂຮມເງິນຄ່າເດິນທາງກັບລາວ

ໄດ້ທັງຄ່າໃຊ້ຈ່າຍໃຫ້ຫມໍກັບຫມູ່ຜູ້ຫນຶ່ງຕິດຕາມມາວຽງຈັນ.

ເປັນອັນວ່າມິຕພາບແລະຄວາມມີນ້ຳໃຈຂອງຊາວໂປແລນທີ່ໄດ້ສົ່ງເງິນຜ່ານອິນເຕິເນດໃຫ້ໂດຍບໍ່

ຄິດຄ່າຕອບສະຫນອງໃດໆທັງບໍ່ທວງຖາມວ່າຈະຊ່ອຍເຫຼຶອໃຜ.ໃນນ້ຳໃຈອັນແສນປະເສິດນີ້ ທຸກມື້ໃດ

ຜຂ ຄິດມາຍາມໃດເພາະຄວາມປຶ້ມປິຕິໃນນ້ຳໃຈນັ້ນພາໃຫ້ນ້ຳຕາໃຫຼອໍເບົ້າຕາທຸກຄັ້ງ.

ຫຼານວິລະພົງໄດ້ກັບມາວຽງຈັນ ທຳອິດກໍວ່າໄຄຂຶ້ນແຕ່ວ່າ ເດຶອນກວ່າຜ່ານໄປກໍໄດ້ຈາກຫມູ່ເພຶ້ອນພໍ່ແມ່ຜູ້ແສນຮັກໄປ.

ຫຼັງຈາກໄດ້ຮູ້ຂ່າວອັນເສົ້າສລົດໃຈນັ້ນ ຜຂ ໄດ້ຈາຣຶກບົດຂຽນນີ້ຂຶ້ນມາເພຶ່ອ``ຫຼານ``ວິລະພົງ.ໃຫ້ຊຶ່ວ່າ

ບົດສົນທະນາກ່ອນຈາກ

``ໄດ້ເອີ່ຍປາກ...........ຝາກຄວາມຫວັງສັ່ງລາ

ໃນເບົ້າຕາ................ນ້ຳໃສໆໃຫຼອາບແກ້ມ

ແນ່ລະອາວ...............ຫຼານຈະກັບມາຊິງແຊມ

ເພຶ່ອຕີແຕ້ມ..............ໃຫ້ສົມຊື່ວິລະພົງ

ຫຼານຈະກັບໄປ..........ຢູ່ໃກ້ບິດອນມານດາ

ທີ່ຢູຜ້າ....................ອ້າແຂນຮັບພ້ອມໃຈຈົງ

ແມ່ນຊາດນີ້.............ຫຼານບໍ່ໄດ້ດັ່ງໃຈປະສົງ

ເພິ່ນກໍຍັງຄົງ.............ຮັກຫຼານປານແກ້ວຕາ......``

 

-------------

ຂ່າວສຸດທ້າຍ ມີຢູ່ວ່າທາງວິທຍາລັຍສັພສຶກສາຂອງເມຶອງໂວຣດສວບໄດ້ອອກໃບປະກາດສຳເຣັດການສຶກສາ

ໃຫ້ແກ່ຫຼານວິລະພົງ ຢ່າງດຽວກັບເພຶ້ອນຝູງຜູ້ອຶ່ນໆທີ່ຮຽນຈົບ(ເພາະວິລະພົງກະຍັງພຽງແຕ່ການປ້ອງກັນ

Memoiresເທົ້ານັ້ນ)ໃນ ຂັ້ນ  Master.

ເປັນບົດຂຽນທີ່ຍາວສົມຄວນຈຶ່ງນຳມາໃຫ້ຮູ້ພຽງສອງບາດ ຫາກວ່າມີໂອກາດກໍຈະນຳມາຂຽນຕໍ່.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2009 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ມື້ນີ້ ເອົາ ມາໃຫ້ໄດ້ອ່ານອີກເພັງຫນຶ່ງຂອງອາຈານ ຄຳຫຼ້າ ຫນໍ່ແກ້ວ.

ເພັງນີ້ ໄດ້ບອກເຖິງຄວາມຫ່ວງໄຍທັງດີໃຈທີ່ວ່າໃນທີ່ສຸດເຈົ້ານາຍຜູ້

ມີບົດບາດແກ່ຊາດໄດ້ຫຼິງເຫັນຄວາມສຳຄັນຂອງຊາດ ແລ້ວໄດ້ພາກັນຢຸດການໃຊ້ອາວຸດ.

``ຢ່າຊ້ຳຮອຍເດິມ``


``- ດີອົກດີໃຈ...................ທີ່ໄດ້ເຫັນລາວທັງຜອງ

ສະຫມານໄມຕຼີປອງດອງ ....ພີ່ແລະນ້ອງຖຶກຕ້ອງຄ່ອງກັນ

ເຊົາຣົບເຊົາຣາ................ເຊົາດ່າເຊົາຂ້າເຊົາຟັນ

ເຊົາຄຽດແຄ້ນເຊົາໂກດເຄຶອງກັນ ..ມາເຫັນກັນຮັກກັນເຫມຶອນເກົ່າ.


- ສິ້ນແລ້ວສົງຄາມ.............ສ້ຽນຫນາມແຫ່ງການພັທນາ

ມາພ້ອມພຽງກັນຕັ້ງຫນ້າ.....ຊ່ວຍສ້າງສາໃຫ້ສົມດັ່ງຫມາຍ

ທຸຣະກັນດານ...................ເຄິຍຜ່ານມາແລ້ວມາກມາຍ

ເປັນຄວາມຫວັງຄັ້ງສຸດທ້າຍ...ທີ່ລາວເຮົາໄດ້ຫມັ້ນຫມາຍໄວ້ກ່ອນ.

Ref.

- ປະຫວັດສາດ ................ຢ່າໃຫ້ຊ້ຳຮອຍເດິມ

ຢ່າຊ້ຳຢ່າເຕິມ...................ຢ່າແຕກແຍກໄປເຫມຶອນກ່ອນ

ຄວາມໂລບຄວາມຫຼົງ.........ຄວາມຫຼັງຂໍໃຫ້ມ້ວຍມອນ

ຢ່າຄຸ້ນຄິດຢ່າອາທອນ.........ຈົ່ງສັງວອນຫາຄວາມສາມະຄີ.


- ພີ່ນ້ອງຊາວລາວ..............ຮີບຟ້າວຫ້າງຫາເອົາໄວ້

ສ້າງສາພັທນາເລຶ້ອຍໄປ.....ເພຶ່ອລາວໄດ້ສຸກຂັງມັ່ງມີ

ສັພຍາກອນ.....................ດິນດອນລາວນັ້ນມາກມີ

ລາວຈະໄດ້ຮຸ່ງເຮຶອງສີ.......ຢູ່ດີກິນດີສຸກຂີທົ່ວກັນ.

 

ໜາຍເຫດ: ທີ່ນຳເອົາເພັງເກົ່າໆທັງຫມົດມາໃຫ້ລູກໆຫຼານໆໄດ້ອ່ານ

ພຽງເພຶ່ອຢາກສອດໃຫ້ຮູ້ວ່າໃນແຕ່ລະສະໄຫມໃດມັນກໍມີການຄິດ,

ການອ່ານ, ການຂຽນທີ່ແມ່ນຂອງຊາວລາວເຮົາ.

ເສັຍດາຍແຕ່ວ່າບໍ່ທັນມີຄວາມສາມາດທີ່ຈະນຳເອົາເພັງເກົ່າໆຈັ່ງຊີ້ມາໃຫ້ໄດ້ຟັງ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ເປັນປະສົບການຜ່ານມາ ເມຶ່ອຕົ້ນເດຶອນ ຫ້າປີນີ້.

ໃນການສົນທະນາກັບພວກຫຼານໆໃນພັນລາວຄາວນັ້ນໄດ້ແຈ້ງໃຫ້ທຸກຄົນ

ໄດ້ຮູ້ວ່າຕ້ອງຂໍໂຕໄປສອງມື້ເພາະຈຳເປັນຈະຕ້ອງໄດ້ໄປເປັນນາຍພາສາໃຫ້ທາງຕຳຫຼວດ

ຊາຍແດນ ຂອງປະເທດໂປແລນເພາະເຂົາເຈົ້າໄດ້ຈັບຊາວໄທທີ່ເຂົ້າປະເທດຜິດກົດຫມາຍ.

ໃນຄະດີຄວາມຜິດຄັ້ງນີ້ ເປັນຄວາມຜິດທີ່ຊາວໄທທັງ ສິບຫົກຄົນນັ້ນບໍ່ຮູ້ເພາະຖຶກຫຼອກລວງ.

ເຫັດການມີຢູ່ວ່າ ມີນາຍຫນ້າທີ່ໄດ້ຮັບປາກກັບຊາວໄທເຫຼົ່ານັ້ນວ່າຈະມີວຽກໃຫ້ເຮັດງານ

ໃຫ້ທຳທີ່ໂປແລນ:

-ຜູ້ຍິງກໍຈະໃຫ້ໄປເຮັດວຽກທາງກະເສດ(ເກັບຫມາກ ສະຕຼໍເບິຣີ້),

-ສ່ວນຜູ້ຊາຍກໍຈະໃຫ້ໄປເຮັດວຽກກໍ່ສ້າງຕ່າງໆ.

ທີ່ວ່າບໍ່ແມ່ນເປັນຄວາມຜິດຂອງຄົນທັງສິບຫົກຄົນນັ້ນກໍເພາະວ່າຜູ້ເປັນນາຍຫນ້າ

ໄດ້ອອກເອກສານ ວິຊາ ປອມ ໃຫ້ແກ່ເຂົາເຈົ້າ: ວິຊາເຂົ້າໂປແລນປອມ ດ້ວຍເຫັດນີ້ຈຶ່ງຖຶກຈັບ.

ເພາະວ່າໃນການເຂົ້າປະເທດໃດປະເທດຫນຶ່ງໃນກຸ່ມ ``ແຊງເກັນ`` ຫາກຜ່ານດ່ານໃນປະເທດ

ຂອງກຸ່ມເຂົ້າມາແລ້ວໃນປະເທດທີສອງຈະບໍ່ມີການກວດອີກ.ທຳອິດເຂົາເຈົ້າເດິນທາງຈາກໄທ

ສູ່ປະເທດ ສະວິສເຊິແລນ ຕໍ່ມາຈຶ່ງເດິນທາງຕໍ່ໄປຍັງໂປແລນ.ການຖຶກຈັບແມ່ນເປັນກຸ່ມ :

ກຸ່ມທຳອິດ ສິບຄົນ ໃນວັນທີ ໒໙ ເດຶອນສີ່ ໒໐໐໙,

ກຸ່ມທີສອງ ມີນຳກັນ ຫົກຄົນ ຖຶກຈັບໃນວັນທີ ໑ເດຶອນຫ້າ ໒໐໐໙

(ຈຶ່ບໍ່ຄັກວ່າກຸ່ມໃດມີເທົ້າໃດຄົນ ຖຶເອົາຈັ່ງຊີ້ໄວ້).

ຂໍເວົ້າຊ້ຳອີກເທຶ່ອໝຶ່ງວ່າ ເຂົາເຈົ້າບໍ່ແມ່ນໂດຍເຈຕນາມາແຕ່ ຖຶກຕົວະຫຼາຍ

ກວ່າເພາະທຸກຄົນບໍ່ຮູ້ວ່າ ວິຊາເຂົ້າໂປແລນຂອງຕົນນັ້ນເປັນວິຊາປອມ.

ບັນຫາ ກະຫຍູ້ງສົມຄວນ ແຕ່ວ່າທັງຫມົດເມຶ່ອມາສະເດຶອກຮູ້ວ່າຖຶກຕົ້ມມາຈັ່ງຊີ້ກະທັງຢາກ

ຢູ່ເພຶ່ອຫາວຽກເຮັດແຕ່ ເປັນການເຂົ້າບ້ານເຂົາແບບຜິດກົດຫມາຍກະບໍ່ມີທາງອອກທີ່ດີໄດ້.

ກະຈຳເປັນຕັດສິນໃຈກັບປະເທດ ກະດີທີ່ທາງກົງສຸນໄທປະຈຳກຸງ ວໍຊໍ ກະພຍາຍາມ

ຊົດຊ່ວຍເຂົາເຈົ້າ ດ້ວຍ ການຮັບຕ້ອນແບບມີອັທຍາສັຍຕໍ່ຜູ້ຕົກຣະກຳລຳບາກ ທັງ ດ້ວຍການ

ອອກຄ່າເດິນທາງກັບ.

ຫນ້າທີ່ຂອງ ຜຂ ຄາວນັ້ນກະແມ່ນພຽງເປັນຜູ້ແປພາສາລ້າໆທຳອິດກະເວົ້າພາສາໄທ

ໃສ່ກັນ ຕໍ່ມາ ກະ  ເວົ້າຄວາມລາວ ເພາະ ຜູ້ຖຶກຕ້ອງຫາບອກ ວ່າເວົ້າລາວກະໄດ້ ເຂົ້າໃຈດີ.

ກະພໍຊ່ອຍໄດ້ແຕ່ພຽງນັ້ນ.ທຸກຄົນກໍຮັບປາກທັງເຊັນຮັບວ່າຈະກັບປະເທດ:ຫາກວ່າກັບໂດຍການ

ສົມຍອມ ກໍ ສາມາດກັບມາໂປແລນຄຶນໃຫມ່ ໄດ້ໃນພາຍຫຼັງຫນຶ່ງປີ, ຫາກວ່າບໍ່ສົມຍອມ

ຈັ່ງຊັ້ນກໍຫມາຍຄວາມວ່າເຂົາສົ່ງກັບ ກໍມີຜົນກະທົບແບບວ່າ ຈະບໍ່ສາມາດກັບມາປະເທດເຂົາໄດ້

ໃນກຳນົດຫ້າປີໄປຈາກວັນທີ່ອອກຈາກໂປແລນ.

ເປັນຄົນມາຈາກຈັງຫວັດ ຫນອງຄາຍ ແລະ ອຸດອນທານີ.

ເປັນຫຍັງຈຶ່ງນຳເຣຶ້ອງນີ້ມາເວົ້າສູ່ຟັງ?

ກໍເພຶ່ອວ່າ ຢາກໃຫ້ຫຼາຍໆຄົນໄດ້ສຳນຶກຮູ້ເຖິງເລ້ະກົນຂອງພວກມິດສາຊີບນີ້,

ຢາກໃຫ້ມີສະຕິຣະວັງຕົວບໍ່ວ່າແຕ່ຊາວໄທຫຼຶຊາວລາວນຳກັນ ເພາະສະພາບການຈັ່ງຊີ້

ມັນກໍອາຈເກິດມີໃນບ້ານເຮົາໄດ້ເຫມຶອນກັນ.

ທີ່ຮໍ້າຍໄປກວ່ານັ້ນກໍຄຶວ່າ ທັງສິບຫົກຄົນນັ້ນ ເພຶອ່ການເດິນທາງທີ່ຄິດວ່າເປັນອານາຄົດອັນສົດໃສນັ້ນ

ໄດ້ພາກັນກູ້ຢຶມເງິນຈາກທະນາຄານຜູ້ຫນຶ່ງບໍ່ຕ່ຳກວ່າ ສອງແສນຫ້າຫມຶ່ນບາດ!!

ໃນອັດຕາດອກເບັ້ຍ ບໍ່ຕ່ຳ!!

ນີ້ລະຄຶຜົນຮ້າຍທີ່ເຂົາເຈົ້າຕ້ອງໄດ້ປະເຊິນເມຶ່ອຍາມໃດຕິນຂອງເຂົາເຈົ້າໄດ້ລົງ

ຢຽບຜຶນແຜ່ນດິນໄທອີກເທຶ່ອໃຫມ່.

ຄະຕິ ທີ່ຢາກນຳມາປະກອບມີຢູ່ວ່າ:ຢ່າຟ້າວເຊຶ່ອໃຈທາງຢ່າຟ້າວວາງໃຈໃນຄວາມຫວັງທີ່

ໃຫ້ແບບລົມໆແລ້ງໆ,

ຄິດຮ່ຳໃຫ້ດີເສັຍກ່ອນ!!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ມື້ນີ້ ຈະພາໄປພົບກັບບົດເພັງອີກບົດຫນຶ່ງຂອງອາຈານ ຄຳຫຼ້າ ຫນໍ່ແກ້ວ.

ເພັງນີ້ມີຊື່ວ່າ :``ສັນຕິພາບມາແລ້ວ``

- ສັນຕິພາບ.................ມາແລ້ວ

ທ້ອນໂຮມຖັນແຖວ........ແນວລາວວົງສາຄະນາຍາດ

ເຫັນແກ່ບ້ານເມຶອງ.......ແລະຄວາມເປັນຊາດ

ເລິກສ້າງຄວາມພິນາດ..ເລິກປະຫັດປະຫານຊິງໄຊ.


- ທຸກຄົນເສັຍສະຫຼະ....ເພຶ່ອຄວາມຮົ່ມເຢັນ

ຕ່າງກໍຫຼິງເຫັນ............ຢາກເຫັນຊາດສີວິລັຍ

ຜ່ອນສັ້ນຜ່ອນຍາວ......ເຂົ້າກັນຈົນໄດ້

ຊາດບ້ານເມຶອງເປັນໃຫຍ່..ຈຶ່ງໄດ້ຕົກລົງສັນຍາ.

Ref.

- ບັດນີ້ລາວເຮົາ..........ຈະເຮຶອງຈະຮຸ່ງ

ໃຜກໍໜາຍມູ້ງ............ປັບປຸງສົ່ງເສິມພັທນາ

ຮັບຮູ້ທຸກຢ່າງ.............ຢູ່ຮ່າງອະນຸສັນຍາ

ທັງຝ່າຍຊ້າຍຝ່າຍກາງຝ່າຍຂວາ.. ຕ່າງຫັນມາຫາກັນດ້ວຍດີ.


- ສັນຕິພາບ...............ມາແລ້ວ

ດັ່ງນ້ຳເຕົ້າແກ້ວ...........ຫົດສົງທົ່ວທໍຣະນີ

ໃຫວ້ວອນພາວະນາ......ສົ່ງເສິມເຕັມທີ່

ຂໍໃຫ້ລາວເຮົານີ້ .........ສຸຂຂີຮຸ່ງເຮຶອງຖາວອນ.

 

ຮູ້ໆໆແລ້ວແລະຍັງຈົດຈຳຄຳຫມັ້ນສັນຍາວ່າຈຳນຳເອົາສຽງເພັງ ສັນຕິພາບຢູ່ໃສ ມາໃຫ້ຟັງ!!

ຈົ່ງອົດໃຈເອົາໄວ້ ແນວຜູ້ເຖົ້າຫົວເຂົ້າສະຫນິມ ມັນກະຢາກຍາກແນ່ໃນວິທີການໃຊ້ຄອມ!!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

ຄຳຖາມມີຢູ່ວ່າ:

ມີເສັ້ນຊຶ່ນຳກັນ ຫ້າ ເສັ້ນ ແລະມີ ເມັດຈ້ຳ ນຳກັນ ສີບເມັດ

ເຮັດຈັ່ງໃດຈຶ່ງຈະໃຫ້ໃນແຕ່ລະເສັ້ນນັ້ນມີເມັດຢູ່ເສັ້ນລະສີ່ ເມັດ?

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ບົດຂຽນນີ້ ຂໍ ນຳຫມູ່ຄູ່ຊາວພັນລາວຣູ້ນໃຫມ່, ຫນຸ່ມນ້ອຍທີ່ເກິດ ໄດ້ໃຫຍ່ມາພາຍຫຼັງປີ ໑໙໗໓.

ບໍ່ໄດ້ນຳມາໃຫ້ຮູ້ຈັກນຳກັນ ເພຶ່ອກັ່ນແກ້ງ ຜູ້ໃດພຽງແຕ່ຢາກນຳມາເພຶ່ອບອກໃຫ້ຮູ້ວ່າ

ນັກປະພັນຄົນນີ້ມີຜົນງານແກ່ວົງການດົນຕຼີແລະວົງສິລປິນລາວໃນອະດີດພຽງໃດ.

ໂດຍສະເພາະ ຜຂ ເອັງເຄົາຣົບແລະນັບຖຶເພິ່ນສຸດໃຈ.ທ່ານເປັນນັກ ປະພັນ,ນັກແຕ່ງເພັງ,ນັກຮ້ອງທີ່ມີຄວາມສາມາດຮອບດ້ານຄົນນີ້ກະຄື :ທ່ານ ຄຳຫຼ້າ ຫນໍ່ແກ້ວ.

ກາລຄັ້ງຫນຶ່ງໄດ້ຮ່ວມພາເຂົ້ານຳເພິ່ນທີ່ບ້ານຂອງຫມູ່ຮັກຫມູ່ແພງ ທີ່ສວນມອນ.ການພົບປະຄັ້ງນັ້ນຍັງຕຶງຕາຕຶງໃຈ ຜຂ

ບໍ່ຮູ້ຄາຍເພາະແຕ່ໃດ໋ແຕ່ໃດມານັບຖຶແລະເຫຼຶ້ອມໃສໃນໂຕເພິ່ນ ໂດຍສະເພາະໃນຜົນງານຂອງເພິ່ນ.

ໃນຊວງເວລານັ້ນ ເພິ່ນໄດ້ແຕ່ງເພັງປະເພດ ຕໍ່ວ່າ ຕິຕຽນສັງຄົມ ໂດຍສະເພາະ ການເມຶອງທີ່ມີແຕ່ຄວາມວຸ້ນວາຍ

ໃນລາວ, ເວົ້າເຖິງເຫດການຕ່າງໆໃນສັງຄົມລາວທີ່ ມີແຕ່ຄວາມສັບສົນ,ປັ່ນປ່ວນ ແລະຄວາມບໍ່ແນ່ນອນໃນກາລະຄາວນັ້ນ.

ໃນຣະຍະເວລາອັນສັ້ນໆນັ້ນ ໄດ້ມີຜົນງານຂອງທ່ານ ຄຳຫຼ້າ ຫນໍ່ແກ້ວ ອອກມາຕິດຕໍ່ກັນ.

ທຳອິດ ກໍແມ່ນ ເພັງທີ່ມີຊື່ວ່າ: ສັນຕິພາບຢູ່ໃສ?(ທີ່ ຜຂ ຈະນຳມາສເນິຕໍ່ທຸກຄົນໃນໂອກາດນີ້.)

ຕໍ່ມາ ເພິ່ນກໍແຕ່ງເພັງທີ່ໃຫ້ຊື່ວ່າ ສັນຕິພາບມາແລ້ວ. ແລະອີກເພັງຫນຶ່ງທີ່ ອາຈວ່າເປັນ ທີ່ ເກັງຂາມກໍ ຄືເພັງ: ຜູ້ແທນຣາຊດອນ.

ແຕ່ຈາກບ້ານເກິດເມຶອງນອນມາ ເປັນເວລາ ສາມສິບກວ່າປີ ຫາຊິມາໄດ້ງິນໃນຣາຍການເພັງຂອງ ວິໂອເອ

ໃນມື້ນີ້(໒໕.໐໖.໐໙).

ເພຶ່ອບໍ່ໃຫ້ແກ່ດຶງໄປຫາຄວາມຫຼັງຍຶດຍາວໂພດ ມື້ນີ້ ຈະເອົາບົດເພັງ ທີ່ມີຊື່ວ່າ ສັນຕິພາບຢູ່ໃສມາ ໃຫ້ຮູ້ ໃຫ້ເຫັນນຳກັນ:

 

``ສັນຕິພາບ ................ຢູ່ໃສ?

ຢູ່ທີ່ຫົວໃຈ....................ປາຍປຶນຫຼືເທິງກະດາດ

ບ້ານເມຶອງເຮຶອນຊານ..ທະຫານຂອງຊາດ

ພົບແຕ່ຄວາມພິນາດ ....ປະຫັດປະຫານຊິງໄຊ.

ໂລກເຂົາລຶຊາ..............ລາວເຮົາກໍ່ເຫັນ

ຜູ້ໃດກໍ່ເຫັນ..................ລາຍເຊັນຂອງທັງສອງຝ່າຍ

ຊາວສອງທັນວາ...........ເຈັດສາມຈຳໄດ້

ນັດຢຸດຍິງຄັ້ງໃຫຍ່.......ທົ່ວໄປໃນຣາຊອານາ.

 

Ref.

ບໍ່ເຖິງຊົ່ວໂມງ..............ຝ່າຍກົງກັນຂ້າມ

ລັ່ນປຶນກະໝ່ຳ............ຢຽບຍ້ຳທຳລາຍສັນຍາ

ເມິກຍັງບໍ່ແຫ້ງ.............ກັ່ນແກ້ງບຸກລຸກເຂົ້າມາ

ບໍ່ນັບຖຶສັດຈະວາຈາ....ບໍ່ຫົວຊາສັນຍາທີ່ເຊັນ.

ສັນຕະພາບ.................ຢູ່ໃສ?

ຢູ່ກັບຝ່າຍໃດ...............ຍາມໃດຫນໍຈຶ່ງຈະເຫັນ

ໂລກເຂົານິນທາ..........ວ່າລາວລວງເຫຼັ້ນ

ແຍ້ງຊິງດີຊິງເດັ່ນ........ຈຶ່ງເຫັນແຕ່ຄວາມວອດວາຍ.


http://www.youtube.com/watch?v=T1jPCjwmzaQ

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ແຈ້ງການ:

ບົດຂຽນບົດນີ້ ໄດ້ນຳມາ ໃຫ້ທຸກຄົນໄດ້ອ່ານ ຈາກກຸ່ມ ``ກະວີ`` ທີ່ ຜຂ ເປັນຫົວຫນ້າກຸ່ມ

ແລະກະໄດ້ຂຽນຂຶ້ນໄວ້ໃນເວທີນັ້ນ.ພ້ອມດຽວກັນໃນ ກຸ່ມນັ້ນກະມີຫຼາຍໆນັກຂຽນທີ່ເຂົ້າໄປຊຸມນຸມນຳກັນ,

ມີທັງ ຜູ້ໃຊ້ນາມແຝງ``ຈິຫຼໍ່`` ``ວວ`` ທັງ ``ຄົນໆຫນຶ່ງຫນ້າຕາດີ``

ແລະກະມີຫຼານ ``ວັດ`ເຂົ້າມານຳແຕ່ກະພຍາຍາມຂຽນຢ່າງຣະມັດຣະວັງ

ເພາະ ``ອ້າງ``ຕົນເອັງວ່າ ຍັງອ່ອນໃນທາງນີ້!! ແຕ່ໃນບົດຂຽນທີ່ມີມາ ກະເຫັນວ່າ ບໍ່ນ້ອຍຫນ້າໃຜ.

ສຳຫຼັບ ຈິຫຼໍ່,ຄົນໆຫນຶ່ງຫນ້າຕາດີຫຼຶ ວວ ແລ້ວ ບໍ່ຈຳເປັນຕ້ອງອ້າງອິງຄຳໃດໆມາແນະນຳ ກະ ຄິດວ່າທຸກຄົນໄດ້ເຫັນຜົນງານຂອງທ່ານທັງສາມໃນຫຼາຍໆໂອກາດມາແລ້ວ.

 

 

ຫາກວ່າໃນຈິດໃຈເຈົ້ານັ້ນ.......ຍັງຫວ່າງພໍໃຫ້ຂ້ອຍຊົ້ນຢູ່ນຳ
ຈະພິກແຜ່ນດິນຂ້າມນ້ຳ........ນຳຫາໃຫ້ຈົນໄດ້
ແມ່ນກຳແພງຈະສູງ..............ສຸດຂອບຟ້າພຽງໃດ
ກໍຈະດັ້ນດຸ່ງໄປ......................ເພຶ່ອຢູ່ໃກ້ຄຽງນາງ.


ຫາກນ້ຳຕາຂອງນາງເຈົ້ານັ້ນ....ຍັງນອງຫຼັ່ງຫຼິນໄຫຼ
ຂໍໃຫ້ຊາຍຊ່ອຍຊັບ..................ຢູ່ດອມຮຽງຂ້າງ
ຂໍເປັນແພຜຶນຕູ້ມ.....................ຄູມກາຍເນຶ້ອອຸ່ນບໍ່ວາງ
ບໍ່ຫາຍຈາງຈາກນ້ອງ...............ອວນແກ້ວຄ່າແພງ ຮຽມເດ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ຫຼາຍ ຄົນ ກະ ໄດ້ ຂຽນ ກ່ຽວ ກັບ ຄວາມ ຮັກ ມາ ມາກ ລົ້ນ ແລ້ວ ແຕ່ ຂໍ ຕຶ່ມ ພຽງ ບາດ ຫນຶ່ງ ແກ່ ເວ ທີ ຮັກ.

ໃນ ເມຶ່ອ ວ່າ ທຸກ ວິ່ ທຸກ ວັນໄດ້ ມີ ການ ຄົ້ນ ຄົ້ວ ພົບ ເຫັນ ສິ່ງໃຫມ່ໆ ຢູ່ ຕຼອດ ແມ້ ແຕ່ໃນ ສິນ ແຫ່ງ ຄວາມ ຮັກ

ບໍ່ ວ່າ ຈະ ທາງ ເສິມ ສວຍ, ທາງ ຕົກ ແຕ່ງ ຮ່າງ ກາຍ: ດັງ, ປາກ, ແຂ້ວ, ຫນ້າ ເອິກ ( ທັງ ຊາຍ ແລະ ຍິງ ), ສີ ສັນ ຂອງ ຜົມ.....

ໃນ ການ ພົບ ປະ ກັນ ຣະ ຫວ່າງ ຊາຍ ກັບ ຍິງ ໄດ້ ມີ ປະ ເດັນ ສຳ ຄັນ ອັນ ຫນຶ່ງ ທີ່ ແຕ່ ກ່ອນ ເຮົາ ວ່າ

ເປັນ ມິ່ງ ເປັນ ແນນ ກັນ ມາ ແຕ່ ຊາດ ກ່ອນ ຕ່າງໆ  ແຕ່ ຫຼັງໆ ມາ ເຂົາ ຄິດ ໄດ້ ວ່າ ໃນ ນິ່ງ ຫຼຶ ມິ່ງ ແນນ ກັນ ນັ້ນ

ກະ ມີ ສ່ວນ ປະ ກອບ ທີ່ ແນມ ບໍ່ ເຫັນ ໂດຍ ສະ ເພາະ ກິ່ນ: ຂອງ ຊາຍ ຂອງ ຍິງ ທີ່ ດຶງ ດູດ ຄວາມ ສົນ ໃຈ ຕໍ່ ກັນ ນັ້ນ

ໄດ້ ມີ ຜູ້ ຮູ້ ໄດ້ ວິ ຈັຍ ອອກ ມາ ແລ້ວ ໃຫ້ ຊຶ່ ວ່າ ``ເຟ ໂຣ ມອນ``. ແທນ ເຊຶ້ອ ເຟ ໂຣ ມອນ ທັມ ມະ ຊາດ ເຂົາ ກໍ ສາ ມາດ

ຜະ ລິດ ເຟ ໂຣ ມອນ ວິ ທ ຍາ  ສາດ ອອກ ມາ ຂາຍ ກັນ ອຶກ ທຶກ

ແລ້ວ ບາດ ນີ້ ຈັ່ງ ໃດ ຈຶ່ງ ຈະ ຮູ້ ວ່າ  ຄົນ ທີ່ ເຮົາ ພວມ ສົນໃຈ ນັ້ນ ບໍ່ ໄດ້ໃຊ້ `ກິ່ນ`ທຽມ?

ແລ້ວ ເຮັດ ຈັ່ງ ໃດ ຈຶ່ງ ຈະ ຮູ້ ໄດ້ ວ່າ ສາຍ ມິ່ງ ສາຍ ແນນ ນັ້ນ ມັນ ເປັນ ຂອງ ແທ້ ຫຼຶ ຂອງ ທຽມ?

ເມຶ່ອ ສະ ພາບ ການເປັນ ໄປຈັ່ງ ຊີ້ ແລ້ວ ກະ ,ມີ ຢູ່ ທາງ ດຽວ ກະ ຄຶ ການ ສິ້ງ ຊອມ ໃຈ ກັນ ແບບ ໃຊ້ ເວ ລາ ແນ່ ຫັ້ນ ລະ ນໍ

ເພຶ່ອ ວ່າ ຈະໄດ້ ຄູ່ ຄອງທີ່ ສົມ ມາດ ປາຖນາ.

ຫາກ ວ່າ ເປັນ ຂອງ ທຽມ ເຂົ້າ ມາ ຫຍູ້ງ ກ່ຽວ ແລ້ວ ຄວາມ ຮັກ ທີ່ ຫຼາຍໆ ຄົນ ໃຝ່ ຝັນ ຫາ ນັ້ນ ຈັ່ງ ໃດ ຈຶ່ງ ຈະ ຮູ້ ໄດ້

ວ່າ ມັນ ແມ່ນ ຄູ່ ແມ່ນ ແນນ ກັນ ມາ ແຕ່ ຟ້າ ແຕ່ ແຖນ?

 ສານ ເຟ ໂຣ ມອນ ນີ້ ມີ ຂາຍ ກັນ ແລ້ວ.

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 21, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ບົດຂຽນທັງຫມົດແປມາຈາກວາຣະສານສບັບຫນຶ່ງຈາກປະເທດຢູໂຣບຕາວັນອອກ ອະດິດ ສະຫາພັນ ຣັດເຊັຍ.

ບໍ່ຫມາຍຫມັ້ນຈະເອົາມາເປັນກະທູ້ທາງການເມຶອງແຕ່ຢ່າງໃດ.

ເຣຶ້ອງມີຢູ່ວ່າ ແຕ່ລະມຶ້ໃດໃນຣາຍການຂອງສຖານິແຫ່ງນີ້ກະມີແບບຕະລົກແບບຈິງແລະສຽດສີສັງຄົມໄປໃນໂຕ.

ໃນຣາຍການມີຄຳຖາມແລະຄຳຕອບ ຈະໃຊ້ໂຕ ຖ ກັບ ໂຕ ຕ ເອົານໍ.

ອາໂລອາໂລ! ທີ້ນີ້ວິທຍຸເອຣາວັນ!

ຖ.ມັນແມ່ນແທ້ບໍ່ວ່າ ນັກກະວິທິ່ມີຊຶ່ສຽງ `ມາຢາກອບສະກິ `ໄດ້ຂ້າໂຕຕາຍ?

ຕ.ແມ່ນແທ້ລະບໍ. ພວກເຮົາຍັງສາມາດ ໄດ້ອັດເອົາຄວາມເວົ້າປະໂຍກສຸດທ້າຍຂອງເລົາໄວ້ນີ້ເດ: ສະຫາຍ ຈົ່ງ ຢ່າຍິງ!

ຖ.ມັນແມ່ນແທ້ບໍ່ທີ່ວ່າເຮຶອດຳນ້ຳຂອງສະຫາພາບໂຊວຽດນັ້ນດຳນ້ຳໄດ້ນານເປັນປະຫວັດສາດ?

ຕ. ກະແມ່ນລະບໍ.ສອງລຳທີ່ດຳລົງໄປແຕ່ປີ 1957 ຍັງບໍ່ທັນຂື້ນມາເທົ້າປານນີ້.

ຖ.ຈະໃຫ້ນິຍາມຄຳວ່າຄອມມຸນິດຈັ່ງໃດດີ?

ຕ.ກະແມ່ນບຸກຄົນຜູ້ທີ່ຫມົດຄວາມຫວັງທີ່ຈະໄດ້ເປັນນາຍທຶນ.

ມີມຶ້ຫນຶ່ງສະມາຊິກພັກຄອມມຸນິດໂຊວຽດ ກັບມາບ້ານໄດ້ພົບວ່າເມັຍກຳລັງປຸຈິປຸຈຳກັບຊູ້ຢູ່ເທິງຕຽງກະເລີຍໄປຟ້ອງຂຶ້ນສານເພຶ່ອຢ່າຮ້າງ.

ໃນຄະດີຢ່າຮ້າງພັດຖຶກຕ້ອງຫາວ່າເປັນຜູ້ຜິດ.ເລີຍຖາມໄປວ່າຜິດຈັ່ງໃດ?

ກະຜິດແທ້ຜິດວ່າ ກະເພາະວ່າໄດ້ອອກຈາກວຽກຈາກງານກ່ອນເວລາ!!

 

ຖ.ເປັນຫຍັງຈຶ່ງເອິ້ນ ໂຊວຽດເປັນ`ອ້າຍໃຫຍ່` ແທນທີ່ຈະເອິ້ນ` ສ່ຽວ`?

ຕ.ເພາະສ່ຽວຫັ້ນເລຶອກເອົາໄດ້!

ຖ.ແລ້ວການເລຶອກຕັ້ງຢູ່ຣັດເຊັຍນີ້ມັນເປັນໄປຢ່າງໃດ?

ຕ.ສະຫາຍທັງຫຼາຍ,ຜູ້ໃດເຫັນດີ ລົງຄະແນນ ກະປ່ອຍມຶລົງແລ້ວກະໝີອອກຈາກຝາໄປໄດ້!

ຖ.ມັນມີຫຍັງແຕກຕ່າງກັນຣະຫວ່າງກົດຫມາຍຂອງຣັດເຊັຍກັບຂອງອະເມຣິກາ?

ຕ.ກົດຫມາຍຣັດເຊັຍຮັບປະກັນສິດທິໃນການປາກເວົ້າ ບາດຂອງອະເມຣິການັ້ນວ່າມີອິສຣະພາຍຫຼັງປາກເວົ້າ!

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

ເລຶອກມາພິເສດສຳຫຼັບ `ວິກແກນ` ເປັນ ເຣື້ອງຕະລົກຍິ້ວ ຕາມເຄີຍ.

ເຣື້ອງມີຢູ່ວ່າມີທ່ານເອລິຊາ ໄດ້ພາເມັຍຜູ້ທີ່ພວມແຕ່ງງານກັນມາໃຫມ່ໆ

ໄປ `ຮັນນິມູນ`ກັນແຄມທະເລແຖວ ຕາກອາກາດທີ່ມີຊື່ສຽງຂອງຝຼັ່ງເສດ.

ແມ່ນວ່າຈະເປັນທ້າຍຣະດູແຕ່ກະຍັງມີຜູ້ຄົນມາພັກຜ່ອນຕາກອາກາດຢ່າງຫຼວງຫຼາຍ.

ຂີ້ລ້າຍແຕ່ວ່າເປັນລູກຂອງຜູ້ຮັ່ງມັ່ງມີ,ເມັຍ ຂອງທ່ານເອລິຊາກະມາຢຶນຢູ່ແຄມທະເລ

ແລະກະສແດງຄວາມຕຶ່ນເຕັ້ນກັບຄື້ນຟອງຂອງທະເລ.

ຊີ້ມຶໃຫ້ຜົວເບິ່ງທັງເວົ້າວ່າ: ເອລິຊາເບິ່ງແມທະເລຄືວ່າບໍ່ສງົບ,ຄືຢາກຮ້າຍນີ້!

ຜູ້ເປັນຜົວກະແນມເບິ່ງທະເລ

ຕໍ່ມາລະກະແນມເບິ່ງເມັຍຜູ້ຂີ້ລ້າຍທ້າຍເປຂອງໂຕເອັງແລະກ່າວຂື້ນວ່າ:

ບໍ່ມີຫຍັງທີ່ຫນ້າປະຫຼາດນີ້ຫນ່າ

ແຕ່ວ່າ ຍັບອອກໄປໄກໆນ້ຳນັ້ນແນ່ ບໍ່ດົນທະເລກະຊິສະງົບລົງດອກ!

ຂຽນເມື່ອ ຂຽນເມື່ອ: ພ.ພ.. 6, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຫາກໃນຝັນເມຶ່ອຂ້ອຍຝັນເຫັນເຈົ້າ

ເປັນເຫມຶອນເງົາເມຶ່ອສີ ້ນແສງເງົາກໍຫາຍ

ຢູ່ໃນຝັນເຈົ້າຍັງຍິ້ມຫວ່ານໃຫ້

ແຕ່ເຈົ້າເດິນຈາກໄປກ່ອນໃກ້ຈະຕຶ່ນ.

ຢາກກັບໄປຫາຝັນທີ່ເຈົ້ານັ້ນຢຶນຢູ່ໃກ້

ສອດແຂນເດິນຄູ່ໄປຫົວໃຈແສນຊຶ່ນ

ເບິ່ງດວງເດຶອນນວນຂາວໃສແວວວາວທັງຄຶນ

ໃຈເຮົາສອງຣາບຣຶ້ນຄືນນັ້ນມີຄວາມຫມາຍ.

ແມ່ນເປັນພຽງໃນຝັນ

ຫົວໃຈນັ້ນຍັງສັ່ນສາຍ

ກະຍັງດີທີ່ມີເຈົ້າເດິນຄູ່ຢູ່ໃກ້

ພຽງຝັນຫມັ້ນຫມາຍເປັນຄວາມຮັກທີ່ຫນ່າຍບໍ່ເປັນ.

ເພາະຮັກນັ້ນເຈ້າບໍ່ຮູ້

ຂ້ອຍພຽງຝັນຢູ່ດຽວດາຍ

ເຈົ້າບໍ່ຝັນຫມັ້ນຫມາຍຈະມາໃຫ້ເຫັນ

ຂ້ອຍຫງ່ວມເຫງົາເສົ້າໂສກ

ເຈົ້າບໍ່ລຳບາກຍາກເຢັນ

ເພາະມັນເປັນພຽງຄວາມຝັນທີ່ຂ້ອຍຝັນຮັກ ດຽວດາຍ.

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ພາຍຫຼັງທີ່ຜ່ານການກວດສອບຄັ້ງສຸດທ້າຍກ່ອນຈະໃຫ້ໃບຢັ້ງຢືນອອກຈາກໂຮງຫມໍໄປ.

ຜູ້ປ່ວຍໄດ້ຖາມວ່າຄວນຈະຫຼີກເວັ້ນການກິນແນວໃດ ຄືມີຫຍັງຕ້ອງຫ້າມ ທ່ານຫມໍກະຕອບວ່າ:

-ຫ້າມບໍ່ໃຫ້ກິນເຂົ້າຈິ່,ຜັກ,ຫມາກໄມ້ ເຄື່ອງດອງຕ່າງໆແລະ ເຂົ້າຕົ້ມເຂົ້າຫນົມ-ຫມໍບອກ

-ຄັນຊັ້ນຊິກິນຫຍັງໄດ້?- ຄົນເຈັບຍັງສໍ້ຕໍ່ໄປ

-ດື່ມຫຍັງໄດ້ແນ່?ຄົນເຈັບຍັງຖາມບໍ່ຢຸດເພາະຮູ້ສືກຫວາດຣະແວງ

-ບໍ່ໄດ້, ຫ້າມດື່ມແນວເປັນນ້ຳທຸກຊນິດ-ຫມໍຕອບແບບສັ້ນໆ

-ເຫຼົ້າເດຊັ້ນ?

-ກະບໍ່ໄດ້ຄືກັນແຕ່ວ່າ ຖືມາໃຫ້ໄດ້ຢ່າງດຽວ!

-ຄັນຊັ້ນຊິໃຫ້ຢູ່ຈັ່ງໃດ ອິ່ຫຍັງກະຫ້າມຫມົດ!

ຫມໍກະຕອບໄປວ່າ`ກະຢູ່ດ້ວຍຈິນຕະນາການບໍ່ພໍຫວ໋ະຊັ້ນ!!`

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

"ຝັ່ງຂອງ                     ເຮົາເຄີຍນັ່ງ

ແກ້ງເກີ່ງກາງ               ຫາດເຄີ່ງທາຣາ

ນ້ຳຂອງໃຫຼຫຼັ່ງ            ຊົ່ວຟ້າ

ເຫມືອນນ້ຳຕາ               ຂອງຂ້າທີ່ຕົກໃນ.

ນ້ຳຂອງ                       ໃຫຼທຸກເມື່ອ

ຍັງຄົງເຫຼືອ                   ເຫຼືອພຽງຄວາມຫມາຍ

ນ້ຳຂອງ                        ເຊາະຜ່ານດວງໃຈ

ໃຫຼກາຍ                          ບໍ່ວາຍອາວອນ.

ຈາກໄກກັນສຸດຂອບຟ້າ

ຢາກກັບຄືນຫາບ້ານເກີດເມືອງນອນ

ແຄມຝັ່ງນ້ຳທີວທັດດົງດອນ

ເຫມືອນຄອນນົກທີ່ຈາກລາ.

ນ້ຳຂອງ                      ໃຫຼທຸກເມື່ອ

ຍັງຄົງເຫຼືອ                  ເຫຼືອພຽງຄວາມຫຼັງ

ນ້ຳຂອງ                      ໃຫຼບໍ່ຢຸດຢັ້ງ

ເຫຼືອຝັ່ງ                        ທີ່ພັງທະລາຍ."

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 27, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ໃນມື້ປະຖົມມະເລີກໃນການໄດ້ໃບຂັບຂີ່ໃຫມ່

ຜູ້ເປັນຜົວໄດ້ກ່າວເຕືອນຜູ້ເປັນເມັຍຢ່າງເປັນກັນເອັງ

ກ່ອນທີ່ຈະໃຫ້ເມັຍນັ່ງຫຼັງພວງມະໄລວ່າ:

`ຫາກເຈົ້າເຫັນໄຟສີແດງກໍໃຫ້ຢຸດຣົຖ,

ຫາກເຫັນໄຟສີຂຽວກໍຂັບໄປໂລດ

ແຕ່ !!

ບາດເຈົ້າເຫັນສີໝ້າຂ້ອຍມັນ ມ້ານໆ ແລ້ວໃຫ້!!!

ໃຫ້ເຣັດຫຍັງ?

ໃຫ້ຕຽມເງີນໄວ້!!

ຕຽມໄວ້ເຮັດຫຍັງ???

ກໍ ຕຽມໄວ້ ເປັນຄ່າປັບໄຫມຫັ້ນລະບໍ!! ສ່າງຖາມ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 24, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

ໃນຄ່ຳວັນທີ ໒໖ .໐໔.໒໐໐໙ ຈະມີດາວມາອ້ອມເດືອນອີກຄັ້ງຫນື່ງ. ເປັນແລງຂອງວັນອາທີດປະມານ ໒໑ ໂມງທີ່ຈະມາເຖີງນີ້ລະ! ດາວ Mercury ຈະເລື່ອນມາໃກ້ໆ ເດືອນ ທາງຕາເວັນຕົກສຽງເຫນືອແລະອີກຂ້າງຫນຶ່ງກໍຈະມີດາວອີກດວງຫນື່ງມາຄູ່ຄີກັນ ເຫມືອນຄາວເດືອນສີບເອັດປີກາຍທີ່ມີດາວກັບເດືອນຢູ່ໃກ້ໆກັນເບີ່ງຄືກັນກັບວ່າຕອນນັ້ນເດືອນໄດ້ຍີ້ມໃຫ້ໂລກຢ່າງສວຍງາມ.

ແຕ່ວ່າອາຈມີອຸປສັກບາງຢ່າງຄືວ່າໃນຄືນນັ້ນຫາກໂຊກຮ້າຍກໍຈະມີເມັກຫມອກຫນາກໍຈະບໍ່ໄດ້ເຫັນ.

ໃຫ້ຄົນທີ່ຫຳລັງມີຮັກຈົ່ງສີ ້ງຊອມດູເພື່ອເປັນສັນຍາລັກຂອງຄວາມຮັກ!

ປລ. ຫາກວ່າໃຜຢາກເບີ່ງຮູບນັ້ນກໍເຂົ້າໄປໃນໂປຼຟາຍເດີ ເອົາເຂົ້າມາໃນນີ້ຍັງບໍ່ເປັນເທື່ອ!!!

ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

ເຣື້ອງມີຢູ່ວ່າ ໃນຫມູ່ບ້ານຊາວເຂົາແຫ່ງຫນື່ງ,ໄກຈາກຫ້ວຍຈາກ ຫນອງນ້ຳ ນ້ຳສ້າງກໍເລີກ ແລະກໍມີລູກຫຼາຍຄົນ.

ເບີ່ງຜູ້ໃດກໍແອ່ວພໍ່ແອ່ວແມ່ຢາກໄດ້ນັ້ນໄດ້ນີ້ຢູ່ບໍ່ຂາດຍາມ.ຜູ້ເປັນພໍ່ກໍມັກງ່າຍທັງມັກມ່ວນອີກດ້ວຍ.

ຮອດຍາມຄ່ຳມາກໍຕ້ອງອາບນ້ຳຫຼືລ້າງສ່ວຍກ່ອນເຂົ້ານອນແຕ່ວ່ານ້ຳກະບໍ່ມີພຽງພໍ

ເບີ່ງລູກຜູ້ໃດກໍເປີະກະເປື້ອນ,ຜູ້ເປັນຜົວເລີຍເອີ່ຍປາກຕໍ່ເມັຍວ່າ

alt``ມັນຍາກມັນຊາຫຼາຍ, ມາ ເຮັດເອົາໃຫມ່ບໍ່ດີກວ່າຫວ໋ະ?!``

ຂຽນເມື່ອ ຂຽນເມື່ອ: ມ.ສ.. 14, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ນີ້ເປັນເຣື້ອງຕຼົກຂອງຄົນຍີ້ວ!

ຫນື່ງໃນຈຳນວນນັກສະແດງຢູ່ໂຮງລະຄອນໄດ້ເວົ້າກັບຜູ້ອຳນວຍການໂຮງລະຄອນ ອາບຣາຮຳ ຄອນ ວ່າ:

``ທ່ານຜູ້ອຳນວຍການ ຮູ້ບໍ່ວ່າ ເວລາຂ້າພະເຈົ້າສະແດງເທີງເວທີ,

ບົດບາດການສະແດງຂອງຂ້າພະເຈົ້າມັນກວມໄປຫມົດທັງໂລກ,

ເວລານັ້ນ ຂພຈ ບໍ່ເຫັນຮອດ ຄົນທີ່ມານັ່ງເບີ່ງໃນໂຮງລະຄອນເລີຍ``alt

``ແມ່ນແທ້ໆ,ຍາມໃດທ່ານສະແດງຫັ້ນນະalt``  ຜູ້ອຳນວຍການຕອບອອກໄປ,  ``ຂ້ອຍກະບໍ່ເຄີຍເຫັນຄົນມາເບີ່ງໃນໂຮງຈັກຄົນຄືກັນalt``

?!?alt

ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ຫຼານຊາຍດີໃຈແລ່ນມາຫາພໍ່ເຖົ້າເພື່ອເລົ່າເຫດການທີ່ຕົນຄີດໄດ້, ວ່າຊິເອົາຫຍັງມາເປັນຂອງຂວັນວັນເກີດໃຫ້ພໍ່ຕູ້ທີ່,ສອງສາມມື້ຈະຄົບຮອບອາຍຸ ແປດສີບປີພໍດີ.ເມື່ອພໍ່ເຖົ້າເຫັນຫຼານມີທ່າທີຕື່ນເຕັ້ນຈັ່ງຊັ້ນກໍຟ້າວຖາມຫຼານຊາຍວ່າ :``ມີຫຍັງເກີດຂື້ນບັກຫຳ, ຄືມາ ຕື່ນມາເຕັ້ນແທ້ນີ້alt?``

ຫຼານຊາຍກໍກະວົກກະວົນຮີບຟ້າວຕອບແກມຖາມໄປພ້ອມ:`` ຄືວ່າໃນງານວັນເກີດຂອງພໍ່ຕູ້ຫັ້ນລະ! ຫາຂອງຂວັນມາໃຫ້ບໍ່ຈັກວ່າມັນຊິຖືກໃຈບໍຫຼືບໍ່!!``

ພໍ່ເຖົ້າຖາມຂື້ນ``ມັນແມ່ນຫຍັງ?``alt

``ມັນກໍມີຢູ່ວ່າເປັນກໍຣະນີຂ່າວດີກັບຂ່າວບໍ່ດີ ຢາກຈະຟັງຂ່າວໃດກ່ອນ?``ຫຼານຊາຍຖາມຄືນ.

``ເອົາຂ່າວດີກ່ອນຕີບັກຫຳ``ພໍ່ເເຖົ້າ ກ່າວຂື້ນຢ່າງສົນໃຈແລະແປກໃຈວ່າມັນມີຫຍັງລຶກລັບແທ້!alt

``ຄືວ່າຫຼານໄດ້ໄປຕິດຕໍ່ນຳສຳນັກງານພວກນາງຣະບຳ,ຄືວ່າຈະມີນາງຣະບຳມາເຕັ້ນໂຊໃນງານວັນເກີດຂອງຕູ້ຫັນລະ``alt

``ເອີ,ຄັກຫຼາຍໆ``ພໍ່ເຖົ້າດີອົກດີໃຈແລະຊົມເຊີຍຊາຍຢ່າງສຸດອົກສຸດໃຈ ແລ້ວຖາມຕໍ່``ອັນຂ່າວບໍ່ດີເດຊັ້ນແມ່ນຫຍັງ?``

ຫຼານຊາຍສແດງທ່າທີອືກໆອັກໆແຕ່ຂີນໃຈບໍ່ໄດ້ກໍຕອບພໍ່ເຖົ້າອອກໄປວ່າ``ກໍຄືວ່າ..ນາງຣະບຳຫັ້ນກໍມີອາຍຸໃນຣຸ້ນຣາວຄາວດຽວກັບພໍ່ຕູ້ຫັ້ລະ``

ພໍ່ເຖົ້າ``!!?alt?``altalt

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ສະບາຍດີ ມີດ ພັນລາວ,www.youtube.com/watch

ຈັ່ງວ່າມັນລົດມີບັນຫາໃຫຍ່ສົມຄວນ,ເພາະຄວາມນືກຄືດໃຝ່ຝັນຢາກຈະສ້າງຢາກຈະກໍ່ແລະມີສ່ວນປະກອບໃນພັນລາວແຕ່ຄວາມສາມາດທາງດ້ານເຕັກນິກເຮົາມັນກ້ອມກໍເລີຍໄດ້ແຕ່ຈະຂຽນພໍໃຫ້ໄດ້ອ່ານກັນໄປສື່ໆເທົ້ານັ້ນລະເດີ!

ໃນໃຈວ່າຈະອັດເອົາເພັງຈາກສຽງຂັບຮ້ອງຂອງທ່ານຄຳຫຼ້າຫນໍ່ແກ້ວ ຈາກ ວິໂອເອ ມາໃຫ້ຟັງກັນໃນໂອກາດບຸນປີໃໜ່ກໍບໍ່ອາຈເປັນໄປໄດ້ຍ້ອນຄວາມຂາດຕົກບົກຜ່ອງທາງວິຊາການ,ຊ້ຳບໍ່ພໍພນັກງານທາງດ້ານເຕັກນິກກໍຫຍຸ້ງວຽກຫຼາຍກໍບໍ່ຢາກຣົບກວນເຂົາຈື່ງຈະ,ແທນສຽງເພັງອັມມະຕະນັ້ນມາເປັນອັກສອນເພັງເອົາເດີ!! ສຸຂຂີປີໃໜ່ ຈາກບົດປະພັນຂອງຄຳຫຼ້າ ຫນໍ່ແກ້ວ:alt

 

"ສຸຂຂີປີໃຫມ່        ສຸຂໃຈນ້ອງພີ່

ໂປຼດຈົ່ງໄດ້ມີ        ຣາສີສູງສົ່ງ

ກຽດກ້ອງໄປໄກ   ພົ້ນພັຍໃຈຈົ່ງ

ສົມດັ່ງປະສົງ       ໜັ້ນຄົງຊົ່ວຟ້າ.

ສົດໃສໃຈຊື້ນ      ຣື້ນຣົມສົມປອງ

ສຸຂມີໃນຜອງ      ສນອງຂືງຈ້າ

ຜາບແພ້ພັຍພານ ພົ້ນມານນາໆ

ຂໍໃຫ້ດີນຟ້າ       ຄຸ້ມຄອງເຫມືອນກ່ອນ.

                         -ລູກຂໍຂະມາ      ລະໂທດພໍ່ແມ່ເຖົ້າແກ່ຕາຍາຍ

                          ຜີດພັ້ງພາດໄປ    ອະພັຍຫຼານກ່ອນ

                         ຂໍຮ້ອງເພັງນີ້       ສົ່ງພອນ

                         ຂໍອ່ວຍເປັນກອນ ບັນເລັງລ້ຳເລີດກ້າເກັ່ງດັ່ງຫມາຍ.

ອາຍຸຍືນຍັ້ງ        ວັນນັງເສີມສ້າງ

ຂູ່ຄຽງສຸຂັງ       ພລັງແຖມໃຫ້

ເສົ້າໂສກໂຣກພັຍໝີໄກຫ່າງຫາຍ

ໂຊກລາບມາກມາຍດັ່ງຫມາຍຖາວອນ." alt

ຂໍໃຫ້ທຸກຄົນຈົ່ງຮ່ຳຮອນເຖີງຮີດຄ່ອງຄອງທັມທີ່ປູ່ຍ່າຕາຍາຍເຮົາໄດ້ຮັກສາແລະສືບທອດມາຮອດຣູ້ນເຮົາເຫຼົ່າພັນ ແລະກໍຈົ່ງຮັກແພງກັນຈົນຊົ່ວຟ້າອະສົງຂັຍ.ເນື້ອເພັງຂອງເພີ່ນແທນຄຳອາວຍພອນອີກຄັ້ງຫນື່ງຢ່າງສຸດຊື້ງຈາກດວງໃຈ.

ເຊື່ອແນ່ໃນໃຈວ່າຫຼາຍໆທ່ານພັນລາວຄົງມີໃນ " playlist " ຂອງເພີ່ນ ຫາກວ່າ ຈະເອົາ ມາແບ່ງປັນກັນກໍຈະເປັນການດີແກ່ພັນລາວຂອງເຮົາ ພໍຊິໄດ້ຟັງແລະໄດ້ຮ້ອງຮ່ວມກັນ.

ຈົ່ງໂຊກດີມີໄຊທຸກຖ້ວນຫນ້າ,ທຸກສາຣະທີດທາງ,ຄັນຜູ້ໃດໄດ້ໄປນຳດອກໄມ້ກໍຢ່າລືມນຳມາເວົ້າສູ່ຟັງແນ່!

ຮັກແພງ

ທ.ຄຳແສນ alt

ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

"ຈະຫວນຫາກັບມາອີກເທື່ອຫນື່ງ

ຫຼັງບຸນຂີ້ເຜີ້ງບຸນກະຖີນທຸກຖີ່ນຖານ

ກໍຈະມີວັນດີຖີປີໃຫມ່ຫຼືສົງການ

ທຸກເຂດທຸກບ້ານມາພາກັນສະຫຼອງ.

ບໍ່ມີແຫ່ຄ້ອງແຫ່ກອງນອງນັນ

ແຕ່ເຮົາເຄີຍພາກັນແຫ່ສັງຂານນໍພີ່ນ້ອງ

ທັງແຫ່ໄປນຳດອກໄມ້ໃນວຽງທອງ

ເຮົາເຫີ່ຮ້ອງກ້ອງທົ່ວພົງພັຍ.

ບໍ່ມີສີ່ງອື່ນໃດຈະຝາກໃຫ້ໃນປີນີ້

ພຽງພອນມີຂໍສົ່ງມາແທນຜ້າສບ່ຽງຜ້າໃບ

ເປັນຂອງຂວັນຂອງວັນນີ້ຂອງປີໃຫມ່

ສົ່ງມາໃຫ້ໄທເຈົ້າຈົ່ງຢູ່ດີ.

ທັງອາຍຸວັນນັງສຸຂຂັງເຖີ້ນ

ອີກພລັງທັງກາຍໃຈກໍຢ່າເຂີນເກີນປີ-

ກ່ອນ,ອີກໂຊກລາບດັ່ງພອນຝາກມານີ້

ໃຫ້ທຸກຄົນຈົ່ງສຸຂຂີສຸຂຂີຕຼອດກາລ.

ຫາກສີ່ງໃດໄດ້ພາດພັ້ງປາງຫຼັງເກົ່າ

ຂໍໃຫ້ເຈົ້າຈົ່ງປ່ອຍໄປຕາມສັງຂານ

ຕົກປີນີ້ຈົ່ງໃຫ້ມີພຽງຄວາມຫມານໆ

ຈົ່ງພົບພານພຽງຄວາມຫວານຂອງຫົວໃຈ."

ອ່ວຍພອນມາດ້ວຍສັດທາຈາກຫ້ວງຫົວໃຈ.

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ພາຍຫຼັງທີ່ໄດ້ໄປຢາມຊຽງຂວາງແລະທົ່ງໄຫຫີນມາ.

``ບ້ານເກີດຂ້ອຍຍັງເຫຼືອຮອຍສົງຄາມຢູ່

ຣະເບີດທີ່ຍັງບໍ່ໄດ້ກູ້ແຕກໄດ້ທຸກເວລາ

ບໍ່ເລືອກຊາດເຊື້ອສີສັນວັນນະ

ຜູ້ທີ່ເຂົາຖີ້ມປະບໍ່ຄ່ອຍຫົວຊານຳເລີຍ.

ຢູ່ບ້ານຂ້ອຍຍັງເຫຼືອຮອຍຄວາມດີງາມ

ຮີດຄ່ອງຄອງທັມເຮົາກໍພ່ຳເພັນດັ່ງເຄີຍ

......``

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ແຕ່ກ່ອນແຕ່ໃດຮ້ານຂາຍປື້ມຢູ່ວຽງຈັນມີບໍ່ອືດບໍ່ຢາກ ແຖວນ້ຳພຸແລະຕາມຖນົນສາມແສນໄທ..

ເມື່ອປີກາຍ ຜຂ ໄດ້ມີໂອກາດມາຢ້ຽມຢາມວຽງຈັນອີກເທື່ອຫນື່ງ,ເພາະມີເວລາຫນ້ອຍຄືດວ່າກ່ອນຈະກັບໄປຢາກຈະຊື້ຫາປື້ມອ່ານພາສາລາວໄປນຳຈັກຫົວສອງຫົວ.ໄດ້ໄປເລາະແຖວນ້ຳພຸແລະແຖວຖນົນປາງຄຳຫວັງຈະຊອກຊື້ປື້ມທີ່ໄດ້ສອດຮູ້ນຳຂ່າວຕ່າງໆ ກໍຄືປື້ມທີ່ມີຊື່ວ່າ``ສິ້ນໃຫມຜືນເກົ່າ``ຫາທາງໃດກໍບໍ່ມີ ແຕ່ທີ່ຮ້າຍໄປກວ່ານັ້ນກໍຄືຮ້ານຂາຍປື້ມນີ້ຕິຫາຢາກຫຼາຍຈຳເປັນເລີຍໂທຫາຫຼານອະດີດນັກສືກສາລາວຈາກໂປແລນຄົນຫນື່ງໃຫ້ຊ່ອຍພາໄປຊື້ແຕ່ກໍຫາປື້ມຫົວດັ່ງກ່າວບໍ່ເຫັນ.ໄດ້ໄປເຫັນຮ້ານຂາຍປື້ມທີ່ຕຼາດເຊົ້າເທົ້ານັ້ນ ກາຍນັ້ນບໍ່ໄດ້ໄປເພາະເວລາມີຫນ້ອຍໂພດ.ໄດ້ຊື້ປື້ມສອງສາມຫົວໄປອ່ານນຳທາງ.

ຫາກວ່າປີຫນ້າຟ້າໃຫມ່ໄດ້ມາອີກ ຢາກໃຫ້ `ພັນລາວ`ຊ່ອຍແນະນຳໃຫ້ຮູ້ແດ່ວ່າຢູ່ຫ້າງຮ້ານໃດຈະສາມາດຊອກຊື້ປື້ມອ່ານພາສາລາວເຮົາໄດ້ດີຫຼືມີສ່ອງທາງໃດຈະສາມາດຫາປື້ມສບັບດັ່ງກ່າວພໍມາອ່ານໃນຕ່າງແດນ.ໄດ້ງິນໄດ້ຟັງວ່າປື້ມຫົວນີ້ໄດ້ຖືກເລືອກໃຫ້ເປັນປື້ມແຫ່ງປີຫຼືໄດ້ຮັບຣາງວັນນັກຂຽນໃນກຸ່ມປະເທດ ອາຊີ ກໍເລີຍຢາກຈະອ່ານ.ມີໃຜໄດ້ເອົາລົງໃນອີນແຕ໋ກແນ໋ດຫຼືບໍ່?

ຂອບໃຈໃນສັດທາຂອງຜູ່ໃດທີ່ຈະແນະນຳສ່ອງທາງໃຫ້ຮູ້ ກ່ຽວກັບກໍຣະນີນີ້.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຫຼາຍປີຜ່ານມາ ຄາວໄປເປັນຜູ້ແປພາສາໃຫ້ນັການທູດລາວປະຈຳການຢູ່ໃນປະເທດຫນື່ງ,

ໃນໂອກາດຈັ່ງຊີ້ໄດ້ມີເວລາພົບປະກັບຜູ້ຄົນຫຼາຍເຊື້ອຊາດແລະແນວຄີດ.ເພາະມີໂອກາດພົບກັນເລື້ອຍໆ

ຈື່ງມີການລື້ງເຄີຍສນິດສນົມກັນດີ,ກໍເປັນໂອກາດໃຫ້ໄດ້ໂອ້ໂລມກັນໃນຫຼາຍໆບັນຫາ. ຫນື່ງຂອງບັນຫານັ້ນ

ມີກ່ຽວຄຳສັ່ງສອນຂອງພຼະພຸດທະເຈົ້າ.ຄູ່ສັນທະນາເປັນຜູ້ມີການເຊື່ອຖືທາງສາສນາຢ່າງເຄັ່ງຄັດ,ສ່ວນ ຜຂ ກໍນັບຖືເຫມືອນກັນ

ແຕ່ວ່າບໍ່ມີພາກປະຕິບັດ, ຄືບໍ່ໄດ້ເຂົ້າວັດຟັງທັມຄືເພີ່ນ(ຢູ່ພູ້ນບໍ່ມີວັດລາວ)ແຕ່ທັງຫມົດຄວາມນັບຖືເຄົາຣົບນັ້ນມີຢູ່ຄູ່ໃນໃຈ.

ໃນບົດສົນທະນານັ້ນມີຕອນຫນື່ງຄູ່ສົນທະນາໄດ້ເວົ້າວ່າ:ໃນຄຳສອນຂອງພຼະພຸດທະເຈົ້າບອກໄວ້ວ່າ`ສີ່ງທີ່ເຮົາແນມບໍ່

ເຫັນດ້ວຍຫນ່ວຍຕາຂອງເຮົານີ ຢ່າຄີດວ່າມັນບໍ່ມີເດີ.

ຜຂ ກໍຮູ້ສືກງຸນງົງຈື່ງໄດ້ຖາມອອກໄປຢ່າງກະທັນຫັນ:ເປັນຫຍັງທ່ານຈື່ງວ່າດັ່ງນັ້ນ?

`ຄຳຕອບມັນກໍງ່າຍໆດັ່ງຕົວຢ່າງແມ່ພະຍາດເຮົາກໍແນມດ້ວຍຕາຂອງເຮົາບໍ່ເຫັນແຕ່ມັນກໍມີຢູ່ທົ່ວໄປ`ເປັນຄຳຕອບທີ່ມີເຫດຜົນດີ.

ເມື່ອກັບເມືອເຮືອນແລ້ວກໍຍັງມານັ່ງຄີດຢູ່ເຫັນວ່າຄຳເວົ້ານັ້ນມີຄວາມຈີງແລະມີເຫດມີຜົນແລະຕໍ່ມາກໍໄດ້ເວົ້າສູ່ຫມູ່ຜູ້ອື່ນຟັງ

ເຂົາກໍວ່າມີເຫດຜົນດີແລະເຂົ້າໃຈໃນຄຳເວົ້າຂອງພະພຸດທະເຈົ້າເປັນຢ່າງດີ.ດ້ວຍເຫດນີ້ຈື່ງຢາກຈະອ້າງເອົາຄຳເວົ້າຂ້າງຕົ້ນ

ມາອ້າງອີງວ່າ:ສົມຄວນຄວນເຂົ້າວັດຟັງທັມແຕ່ ກໍມີຂໍ້ແມ້ຢູ່ວ່າຍາມບໍ່ໄດ້ຢູ່ໃກ້ວັດແລະບໍ່ມີວັດມັນກໍເປັນໄປບໍ່ໄດ້ທີ່ຈະເຂົ້າວັດຟັງທັມ.

ທັມມະທັມໂມມັນກໍເຫຼືອມີໄວ້ພຽງໃນຈີດໃຈຂອງເຮົາຢ່າງດຽວ, ຄົງບໍ່ພຽງພໍ.  ແຕ່ຜູ້ມີທັມທັງຫຼາຍກໍຄົງຈະໃຫ້ອະພັຍຢູ່ຕິນໍ!!

ເມື່ອບໍ່ນານມານີ້ຄວາມນືກຄີດຢ່າງຫນື່ງເກີດຂື້ນໃນສມອງພາຍຫຼັງທີ່ໄດ້ອ່ານບົດສາຣະຄະດີກ່ຽວກັບນິຍາມຂອງ"quantum theories"

ພາສາເຮົາຈະແປວ່າຈັ່ງໃດ?ຕ້ອງປະໄວ້ໃຫ້ນັກຟິສີກມາອະທິບາຍນໍ!!!ມັນກ່ຽວກັບພລັງງານ...ເໜືອນກັບ `ອາໂຕມ` ດ້ວຍຕາເປົ່າ

ເຮົາແນມບໍ່ເຫັນແຕ່ມັນກໍມີຢູ່ໃນຈັກກະວານຂອງເຮົາ.

ຈື່ງວ່າໃນຄຳສອນຂອງພຼະພຸດທະເຈົ້າມັນມີຫຼາຍສີ່ງຫຼາຍຢ່າງທີ່ເຂົ້າກັບທີສດີທາງວີທຍາສາດແລະກໍສາມາດພິສູດກັນໄດ້.

ເພາະ ຜຂ ເອັງມີຄວາມຮູ້ກ່ຽວບັນຫາທາງສາສນານີ້ຫນ້ອຍຈື່ງຂໍຄວາມກະຣຸນາ ຈົ່ງໃຫ້ອະພັຍແກ່ ຜຂ ດ້ວຍຫາກວ່າເວົ້າ

ສີ່ງດັ່ງກ່າວອອກມາມັນຫາກຜິດໄປຈາກຄວາມຈີງ.ນີ້ແມ່ນປະສົບການຂອງ ຜຂ ເອັງ ແລະ ໄຕ່ຕອງເອັງ ບໍ່ໄດ້ຮຽນຈົບມາ

ຈາກສະຖາບັນໃດໃນຂແນງທັມນີ້.

ແລະກໍຂໍຟັງຄຳຄີດເຫັນຂອງຜູ້ສລາດອື່ນໆ.

ດ້ວຍຄວາມເຄົາຣົບຍີ່ງ.

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 1, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ດັ່ງທີ່ໄດ້ຂຽນໄວ້ໃນໂປຣຟາຍ ຂອງ ຜຂ ນັ້ນລະ ເຂົ້າມາໃນພັນລາວໂດຍບັງເອີນແທ້ໆ

ຍັງບໍ່ເຂົ້າໃຈເຖີງຈຸດມຸ້ງຫມາຍໃນການໃຫ້ຊື່ນີ້ຢູ່ຢ່າງເຕັມຮ້ອຍເປີເຊັນ.ເຮົາຈະຖືເອົາຄຳວ່າພັນລາວນີ້ເປັນປຽບເຫມືອນ

ເຊື້ອສາຍ ລາວຫຼືວ່າຈັ່ງໃດ?ດັ່ງທີ່ນັກປະພັນທ່ານຫນື່ງເຄີຍຂຽນໄວ້ໃນເນື້ອເພັງ`

..ເລືອດເນື້ອເຊື້ອແນວແຖວພັນເຮົາຕ້ອງຮັກກັນຈົນສິ້ນຊີວາ`ຫຼືວ່າຄຳວ່າພັນນັ້ນຫມາຍເຖີງຄຳວ່າຈຳນວນພັນ ເປັນຕົວເລກບໍ?

ລາງເທື່ອມາຄືດໄປອີກແບບຫນື່ງ ຄຳວ່າພັນລາວ ມັນຢາກມີ ການອອກສຽງຢ່າງຫນື່ງເຫມືອນຄຳຂ້ອນຂ້າງເປັນໄປໃນທາງ

ຫຍາມຫມິ່ນ:ພັນລາວ ພັນດອກໄມ້,ພັນໄກ່, ພັນກະບື....ເຫມືອນກັບວ່າພັນລາວນີ້ຈະສິ້ນສູນໄປດັ່ງພັນສັດບາງປະເພດ.ຕ້ອງເກັບເອົາໄວ້ໃນເຂດສະຫງວນແຫ່ງໃດແຫ່ງຫນື່ງດັ່ງຊາວອີນເດັຍແດງຢູ່ປະເທດ ອະເມຣິການັ້ນ ພັນ ອີໂຣແກສ ເປັນຕົ້ນ.

ແຕ່ທີ່ຈີງຜູ້ສ້າງແຕ່ງແວບນີ້ ແມ່ນບໍ່ໄດ້ຄີດຢ່າງນີ້ແນ່ນອນ.ມັນເປັນພຽງສ້ຽວຫນື່ງຂອງຄວາມນືກຄີດຂອງ ຜຂ ເປັນຂອງສ່ວນ

ຕົວບໍ່ຫວັງຈະກ້ຳເກີ່ງລ່ວງເກີນຜູ້ໃດ.

ພັນລາວເຮົາແຕ່ໃສແຕ່ໃດມາມີພາສາເປັນຂອງເຮົາທັງຂຽນແລະປາກເວົ້າ,ມີຄວາມອ່ອນຊ້ອຍແລະໂຕ່ງໂຕຍແຕ່ມາເຫັນ

ຫຼາຍໆຄຳໃນປັດຈຸບັນຂຽນແຕກຕ່າງໄປ,ແລ້ວແຕ່ໃຜຢາກຂຽນແນວໃດກໍຂຽນເຫມືອນບໍ່ມີກົດເກນຢ່າງໃດ.ຫຼືວ່າໃນກໍຣະນີ

ຈັ່ງຊີ້ຈື່ງວ່າພັນລາວທີ່ກຳລັງຈະສູນພັນຕ້ອງເອົາເຂົ້າໄວ້ໃນປ່າສະຫງວນ?ພາສາພັນລາວຈະສູນຕ້ອງຊ່ວຍກັນຮັກສາເພື່ອບໍ່ໃຫ້

ສູນພັນລາວແລະພາສາລາວເຮົາ.

ຫາກວ່າຈຸດມຸ້ງຫມາຍເປັນຈັ່ງຊີ້ກໍຂໍຊົມເຊີຍຢ່າງສຸດອົກສຸດໃຈ.

ພາສາບົ່ງບອກເຖີງຊາດເຊື້ອ ແລະເຜົ່າພັນ,ທັງທີ່ມາຂອງມັນກົກເຄົ້າເຫງົ້າກໍບໍ່ແມ່ນວ່າເຮົາຈະພາກັນເດົາເອົາວ່າມັນເປັນ

ຄຳນັ້ນໆທີ່ຄວນຈະເປັນ.

ຫຼືວ່າມີຈຸດຕັ້ງຢ່າງອື່ນແອບແຝງຢູ່?

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2009 | ມີ 3 ຄຳເຫັນ ແລະ 0 trackback(s)

ຂໍເປີດສາກທີ່ອາຈບໍ່ມີຄວາມສຳຄັນຫຼາຍປານໃດ,ແຕ່ກໍຈະຂຽນຢ້ຳລົງໄປ.

ຢູ່ບ້ານເຮົາມີຮີດສີບສອງຄອງສີບສີ່ຮີດຍີ່ຄອງຈຽງ.ໃນປະເທດທີ່ ຜຂ ອາສັຍຢູ່ເຂົາເຈົ້າກໍມີຂນົບທຳນຽມຂອງເຂົາເຈົ້າ

ທີ່ຫນ້າສັນໃຈຢູ່ບໍ່ນ້ອຍ.ຈະຂໍເວົ້າເຖີງການຫົດນ້ຳໃນປະເທດໂປໂລຍຫຼືໂປແລນ.ຢູ່ປະເທດນີ້ເຂົາຈະມີບຸນຕ້ອນຮັບຣະດູ

ໃບໄມ້ປົ່ງ.ໃນຣະດູນີ້ເປັນໂອກາດອັນສຳຄັນສຳຫຼັບພືກສານາໆພັນທີ່ທັງສັດສາວາສີ່ງ,ພາຍຫຼັງຣະດູຫນາວອັນຍາວນານ

ກໍຈະກັບມາອອກດອກອອກໃບອີກເທື່ອໃຫມ່,ສ່ວນຫມູ່ສັດຕ່າງໆກໍຈະອອກລູກອອກເຕົ້າກັນທົວ່ໄປເປັນການເຣີ້ມຕົ້ນອີກເທື່ອຫນື່ງ.

ງານບຸນນີ້ມີຢູ່ໃນມວນຊົນທາງສາສນາຊາວຄາໂທລິກໃນໂລກ ມັນກ່ຽງກັບສາສນາແລະປະປົນກັນກັບຄວາມເຊື່ອຖືທາງຮີດຄອງ-

ປະເພນີນຳດ້ວຍໃນອະເມຣິກາຫຼືອັງກິດເຂົາເອີ້ນເປັນບຸນ`ອີສເຕີ`,ຢູ່ຝຼັ່ງກໍບຸນ `ປັກ`.ຢູ່ໂປໂລຍພິທີບຸນນີ້ມັນຍືດເຍື້ອເປັນເວລາຫຼາຍວັນ

ຕໍ່ເນື່ອງກັນ:..ຮອດວັນສຸກຊາວໂປໂລຍຜູ້ເຄັ່ງສາສນາກໍຈະບໍ່ພາກັນກີນອາຫານປະເພດຊີ້ນ,ວັນເສົາແຕ່ເຊົ້າໆກໍຈະພາກັນເອົາໄຂ່ແລະຮູບໄກ່,

ແບ້ແລະກະຕ່າຍປັ້ນທີ່ໄດ້ກະຕຽມກັນໄວ້ເອົາໄສ່ກະຕ່າໄປໂບດເພື່ອໃຫ້ຄຸນພໍ່ສວດມົນໄສ່ທັງໃຫ້ພອນ.ຫນ່ວຍໄຂ່ທີ່ເອົາໄປໃຫ້

ຄຸນພໍ່ໃຫ້ພອນນັ້ນເປັນໄຂ່ທີ່ແຕ່ງແຕ້ມຫຼືຟອກສີນາໆສີຢ່າງສວຍງາມ.ນອກເຫນືອໄປກວ່ານັ້ນແມ່ບ້ານກໍໄດ້ປູກຫຍ້າ(ເຂົ້າ)ໄສ່ຈານ

ສາມສີ່ວັນກ່ອນມື້ບຸນຈະມາເຖີງ ພໍຮອດມື້ບຸນຫຍ້ານັ້ນກໍສູງປະມານສາມສີ່ເຊັນ ຂຽວອຸ່ມທຸ່ມດີ,ບາດວ່າກັບມາແຕ່ໂບດແລ້ວກໍເອົາໄຂ່ນັ້ນມາວາງໄວ້ເທີງຫຍ້ານັ້ນເປັນການເອ້ໂຕະອາຫານໃນຍາມບຸນນີ້ເພື່ອເປັນສີຣິມົງຄຸນ.

ຮອດຕອນເຊົ້າຂອງວັນອາທີດມື້ບຸນແທ້ໆກ່ອນກີນເຂົ້າເຊົ້າເຂົາເຈົ້າໄດ້

ເອົາໄຂ່ຕົ້ມໃຫມ່ໆມາປອກເປືອກແລ້ວຕັດເປັນເຟື້ອງຂື້ນກັບວ່າໃນຄອບຄົວຫຼືຜູ້ມາຮ່ວມສັງສັນເຮັດບຸນນຳກັນນ້ອຍມາກເທົ້າໃດກໍແບ່ງ

ອອກເກີນຈຳນວນຄົນທີ່ຈະເຂົ້າຮ່ວມປັ້ນເຂົ້າເຊົ້ານຳກັນຢ່າງນ້ອຍກໍເຟື້ອງຫນື່ງເພື່ອວ່າບາງທີຈະມີແຂກທີ່ບໍ່ໄດ້

ຖືກເຊີນມາຢ້ຽມຢາມຢ່າງບັງເອີນກໍພໍຈະມີສີ່ງໃດໄວ້ເປັນການຮັບຕ້ອນ(ແຕ່ກໍບໍ່ສະເມີໄປບໍ່ເຫມຶອນຍາມບຸນຄຣີສມາສ).

ສ່ວນໄຂ່ທີ່ເອົາກັບມາແຕ່ໂບດນັ້ນເປັນພຽງເຄື່ອງເອ້ບໍ່ສູ້ມີໃຜເອົາມາກີນ.

ເປັນຫຍັງຈື່ງກ່າວເຖີງເຟື້ອງໄຂ່ນີ້?

ເຫດກໍມີຢູ່ວ່າຊາວໂປໂລຍເນື່ອງໃນໂອກາດນີ້ເຂົາພາກັນເອົາໄຂ່ເຟື້ອງນີ້ມາເປັນສື່ໃນການອ່ວຍໄຊໃຫ້ພອນແກ່ກັນ

(ດັ່ງບ້ານເຮົາເອົາຝ້າຍຜູກແຂນແທນ)ດ້ວຍການຫັກເອົາໄຂ່ພຽງເລັກນ້ອຍຂອງກັນແລະກັນເປັນການອ່ວຍພອນຕໍ່ກັນ

ໃຫ້ຢູ່ດີມີແຮງໂຊກລາບໃຫ້ພົບຄວາມສຸກສົມຫວັງໃນຊີວີດ.ກ່ອນອື່ນຫມົດກໍອ່ວຍໄຊໃຫ້ພອນແກ່ແມ່ບ້ານ.ຫຼັງຈາກອ່ວຍໄຊ

ໃຫ້ພອນຕໍ່ກັນແລ້ວກໍພາກັນກີນເຂົ້າເຊົ້າຂອງບຸນຢ່າງແຊບນົວ,ມີທັງອາຫານປະເພັດປາ,ຊີ້ນຫຼາຍໆເຍື່ອງທັງຂນົມຫວານ

ຕ່າງໆທີ່ແມ່ບ້ານຈັດກຽມໄວ້.ຈະນວນເຍື່ອງຂອງອາຫານເຊົ້ານີ້ສຳຄັນມັນມີຫຼາຍໆເຍື່ອງຂື້ນກັບຄວາມມັ່ງຄັ້ງຂອງຄອບຄົວນັ້ນໆ.

ແຕ່ໃນສະໄຫມຣະບອບສັກດີນາເກົ່າກ່ອນເຂົາມີອາຫານເປັນສີບໆຢ່າງ.

ເແຕ່ໃນທີ່ນີ້ຈະບໍ່ເອົາມາກ່ວາກຖີງອາຫານການກີນນັ້ນ ກັບມາຫາການຫົດນ້ຳເຮົາດີກວ່າ.

ໃນວັນທີສອງຂອງບຸນ ສ່ວນຫຼາຍມັກຈະຕົກຖືກວັນຈັນ,ໃນປີນີ້ກໍແມ່ນວັນຈັນ ວັນທີ ໑໓ ຂອງເດືອນ ເມສາ ທີ່ຈະເຖີງນີ້.

ງານບຸນນີ້ມັກຈະຢູ່ໃນຣະຫວ່າງດຽວກັນກັບບຸນປີໃໜ່ໃນບ້ານເຮົາ. ແຕ່ເຊົ້າໆ,ສ່ວນຫຼາຍຄົນໃນເຮືອນຜູ້ຕື່ນກ່ອນຫມູ່ມັກຈະມີ

ປຽບເພາະສວຍໂອກາດເອົານ້ຳໄປຫົດຫມູ່ຜູ້ອື່ນທີ່ຍັງນອນບໍ່ທັນຕື່ນ,ຖືເປັນຮີດຄອງແລະກໍເປັນການຢອກກັນຕາມປະເພນີທີ່ເຄີຍມີມາ.ການຫົດນ້ຳໃນບ່ອນນອນບໍ່ແມ່ນວ່າຈະຫົດກັນຈົນປຽກຮອດສົ້ງຊ້ອນໃນດອກ(ຈັ່ງໃດໃຜກໍບໍ່ນຸ່ງສົ້ງຊ້ອນໃນເມື່ອຍາມນອນຈັກຄົນດອກ)ຫົດກັນພໍໃຫ້ເປັນສັນຍາລັກແລະພິທີເພື່ອປຸກກັນມາກີນເຂົ້າເຊົ້າກໍມີ ແຕ່ສ່ວນໃຫຍ່ກໍເປັນການຢອກເຍົ້າກັນທັມມະດາ ແຕ່ ໃນຖນົນຫົນທາງແລ້ວພວກເດັກເລັກເດັກນ້ອຍນັ້ນມັນພາກັນເອົາຈີງເອົາຈັງແທ້ໆ ມີທັງຄຸທັງຖົງນ້ຳ,ບາງບ່ອນກໍມີຮອດສາຍທໍ່ນ້ຳທັ່ງໃສ່ກັນ

ບາດດຽວໂລດ.ແລ່ນໄລ່ກັນແບບບ້ານເຮົາເລີຍບໍ່ມີຜີດ.ຜູ້ແສ້ຜູ້ສາວກໍປຽກ ອ໋ອບຍ໋ອບໄປຫມົດທຸກຄົນຫາກຫຼີກບໍ່ວີດຫຼືແລ່ນຫນີບໍ່ມົ້ມ.

ຢູ່ທາງບ້ານນອກບ້ານນາກໍຄືກັນເຂົາພາກັນຫົດນ້ຳແບບໂລດໂຜນຂນາດ.ມີບາງຄົນໂດຍສະເພາະຄົນຫນຸ່ມບ່າວສາວທີ່ມີຄວາມສົນໃຈ

ຕໍ່ກັນກໍຈະມາເຝົ້າ,ລໍຖ້າແຄມບ້ານແຄມເຮືອນຫາກຜູ້ສາວຄົນໃດເຜີຕົວກໍຈະຖືກອູ້ມເອົາໄປຍັດລົງອ່າງຂ້າງນ້ຳສ້າງ(ທີ່ມີນ້ຳປະຈຳ

ສະເມີສຳຫຼັບໃຫ້ສັດບ້ານດື່ມກີນທຸກໆວັນ).ບາງທີກໍເອົານ້ຳເປັນຄຸໄລ່ຫົດຫຼືສາດໄສ່ກັນຈົນວ່າປຽກຫມົດແຕ່ຫົວຮອດຕີນ.ການຫົດນ້ຳ

ນີ້ມັກຈະມີແຕ່ຕອນເຊົ້າຫາບ່າຍນ້ອຍຫນື່ງກ່ອນກີນເຂົ້າທ່ຽງ.

ທີ່ຫນ້າສັງເກັດອີກຢ່າງຫນື່ງກໍຄືບາງປີອາກາດນັ້ນຍັງຫນາວແຕ່ບັນດາພວກຫົດນ້ຳເຂົາເຈົ້າກໍບໍ່ສົນໃຈ,ເບີ່ງເດັກນ້ອຍບາງຄົນຖືກ

ຫມູ່ຫົດສົງຈົນປຽກແຕ່ກໍຍັງບໍ່ກັບເຮືອນ,ຫນາວຈົນຄາງກະໄຕສັ່ນກອກໆກໍຍັງສູ້ໄປນຳຫມູ່. ເພາະການຫົດນ້ຳຈັ່ງຊີ້ ເພື່ອຫຼີກລ້ຽງ

ການປຽກຊຸ່ມ,ດັ່ງນັ້ນຫຼາຍໆຄົນຈື່ງໂຈ໋ະໃນການອອກນອກບ້ານກ່ອນເຂົ້າທ່ຽງແມ້ແຕ່ຜູ້ທີ່ຈະໄປໂບດໄປຫຍັງກໍດີ.

ຫາກແມ່ນອະດີດນັກສືກສາລາວທີ່ຮຽນຈົບມາແຕ່ໂປໂລຍມີໂອກາດເຂົ້າມາໃນຫນ້ານີ້ກໍຄົງຍັງພໍຈົດຈຳໄດ້ດີ.