ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2014 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຄືນເໝືອນຄືນທີ່ຈາກ.....ພາກຫ່າງໄກກັນ
ແນມສ່ອງນຳໂຫຍຫາ......ຮັກເພພັງມ້າງ
ເປັນສັນໃດເດເຈົ້າ...........ເທພາຜູ່ຜາຍໂຜດ
ສັງໂທດທັນກີດກັ້ນ.........ກັດແຫ້ນຮັກແຮມ

ກາຍເປັນຄືນໂຫດຮ້າຍ......ຫົດຫ່ຽວໃນຈິດ
ແມ່ນຜິດທຳນອງຮັກ.........ຫ່ອນເຕືອນເຕີມແຕ້ມ
ໃຜເກີດເປັນຄົນແລ້ວ........ມີຫຼືຜູ່ບໍ່ພາດ
ອໍຣະຫັນອາດກ້າ.................ກໍຍັງພ້ຽນພ່ຳກັນ

ປ່ອຍໃຫ້ເຫງົາຫງອຍງວ້າງ...ໂງໂງກດຽວດາຍ
ປານກັບເຮືອຄົນຂັດ...........ຂາດພາຍຂຶງຂັ້ນ
ເໝືອນກັບສາລິກາແກ້ວ....ງອຍຄອນຂາດຄູ່
ຄືນອົດສູແສບຊ້ຳ................ຊວງຂ້າປ່ຽວພອຍ

ໂປຣດເຖີດອົງແຖນໄທ້........ຜາຍໂຜດແພງສີ
ຂໍຮັກຫວນຄືນມາ................ມ່າຍໃຈພຽງນ້ອຍ
ຈະຖນອມເໜືອເກົ້າ.............ກັບໃຈໃກ້ໝໍ່ໆ
ຈະພະນໍແຕ່ນ້ອງ..................ນາງແກ້ວຄູ່ໃຈ...ຕຼອດໄປ.

Lubię to!