ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ໄດ້ເກັບກຳມາຈາກຫນັງສືພິມທ້ອງຖິ່ນຂອງໂປແລນບາງສບັບມາຄາຍຄຽດກັນຕ້ອນຮັບປີໃໄຫມ່ນໍ:

໑ - ຕາມຂ່າວລືກັນວ່າ ຊາວສກອດແລນນີ້ເປັນຄົນຂີ້ຖີ່!

"ບ່າວ ແວງສກອດ ທີ່ຫາກໍກັບມາແຕ່ການນັດພົບກັບແຟນພໍມາຮອດເຮືອນພໍ່ກະຖາມໂລດວ່າ:

-ເປັນຈັ່ງໃດການພົບປະນັ້ນໄດ້ເຣື້ອງດີບໍ່ລູກ?

-ກະບໍ່ຂີ້ລ້າຍດອກພໍ່,ລູກຈ່າຍໄປພຽງສາມປອນເທົ່ານັ້ນ!

-ໂອໆໆໆໆຫຼາຍແທ້, ຫຼາຍແທ້ຫຼາຍວ່າ!

- ອີ່ພໍ່ເອີຍ, ກະຍ້ອນວ່າເລົາບໍ່ມີຫຼາຍໄປກວ່ານັ້ນເດ!"

 

໒ - ມີສາວຮູບບາງຮ່າງນ້ອຍນາງຫນຶ່ງໄຫວ້ວອນຕໍ່ອົງພະເຈົ້າທຸກໆມື້ກ່ອນກິນເຂົ້າວ່າ:

" ຂໍໃຫ້ພະເຈົ້າຜູ່ສັກສິດຈົ່ງດົນບັນດານໃຫ້

ເຊື້ອ ກາລໍຣີທັງຫມົດທີ່ກິນທຸກຄາບນີ້ໄປເຕົ້າໂຮມກັນຢູ່ຫົວນົມແຫ່ງດຽວທ້ອນ!

ສາທຸ!"

໓-

"ທ່ານຫມໍທີ່ເຄົາຣົບ, ທ່ານຈົ່ງ ຊອ່ຍຂ້ອຍແນ່, ຊ່ອຍຂ້ອຍແນ່, ຊ່ອຍຂ້ອຍແນ່.

ເພາະທຸກສິ່ງອັນ ຂ້ອຍຕ້ອງໄດ້ເຮັດ ສາມເທື່ອ, ສາມເທື່ອ, ສາມເທື່ອ.

ມັນຊ່າງພາໃຫ້ຂ້ອຍອິດເມື່ອຍແທ້ໆ.

ແຕ່ວ່າເມັຍຂ້ອຍ ຜັດດີໃຈ, ດີໃຈ, ດີໃຈ..."

ແປຈາກວາຣະສານ ANGORA

Delicious Digg Fark Twitter