ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຢູ່ສານຊັ້ນຕົ້ນຂອງນະຄອນນາຣົກແຫ່ງຫນຶ່ງ

ໄດ້ມີການໂຈດແລະຟັງຄຳໃຫ້ການຂອງບັນດາວິນຍານ

ທີ່ບໍ່ຮູ້ຕົ້ນສາຍປາຍເຫດວ່າເປັນຫຍັງທີ່ຕ້ອງຈະໄດ້ໄປລົງນາຣົກ.

ຂຸນສານແຫ່ງນາຣົກຖາມວິນຍານທຳອິດວ່າ:``ເຈົ້າເຮັດຜິດເຣື້ອງໃດຈຶ່ງຖືກສົ່ງມາລຸ່ມພີ້?``

-ກະບໍ່ມີຫຍັງຫນາທ່ານ,ພຽງແຕ່ວ່າຖືກປະຫານຊີວີດເພາະວ່າໄດ້ຂ້າຄົນແບບບໍ່ເຈຕນາສອງຄົນ!

-ບໍ່ເຂົ້າໃຈ! ຊ່ອຍອະທິບາຍຕື່ມແນ່!

-ຍາມກັບມາເຮືອນກ່ອນໂມງເທື່ອໃດເຫັນເມັຍນອນຍູ້ມເປີ້ຍຢູ່ຕຽງຢ່າງມີຫຼັກໃນແບບວ່າມີຄວາມສຸຂ,

ປານວ່າຂື້ນສວັນທັງເປັນນີ້!

!?!?-ທ່ານຂຸນສານງົງແຕຫັນຫນ້າໄປຖາມຕໍ່ໄປກັບວິນຍານ່ອື່ນ..

ຂຸນສານແຫ່ງສານນາຣົກຖາມວິນຍານໂຕທີສອງວ່າ:``ເຈົ້າເດຊັ້ນເພາະເຫັດໃດຈຶ່ງຖືກສົ່ງລົງມາພີ້?``

-ທ່ານທີ່ເຄົາຣົບ ກະບໍ່ຮູ້ແຫຼ້ວ ເພາະນັ່ງຢູ່ໃນຕູ້ເຢັນດີໆ...

-ຂຸນສານແຫ່ງເມືອງນາຣົກຖາມວິນຍານດວງທີສາມ ແບບດຽວກັນ.

-ຜູ້ຂ້າກະບໍ່ຮູ້ຄືກັນພວມນັ່ງຕັ່ງທີ່ຢູ່ກ້ອງເຊັຍຂອງເພື່ອນບ້ານຢູ່,ຢູ່ບໍ່ຢູ່ກະມີຕູ້ເຢັນຕົກລົງມາຫຼີກນຳບໍ່ທັນ!!!

 

ປລ.ເກັບກຳມາແຕ່ໃສບໍ່ຮູ້ມັນຂ້ອງຢູ່ໃນເສັ້ນສຫມອງທີ່ໄດ້ອ່ານມາແຕ່ນານ.

 

Delicious Digg Fark Twitter