ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ທີ່ຈິງແລ້ວ ຜຂ ມັກຂຽນໃນ ກຸ່ມ ທີ່ຕັ້ງຂື້ນມາ ມີຊື່ວ່າ ``ກະວີ``,

ແຕ່ ວວ ຊວນໃຫ້ເອົາມາໃສ່ໃນໄດອະຣິ, ເລີຍເຮັດໄປນຳຄຳບອກນັ້ນ..

``ຢູ່ເຂດແຄວ້ນ................ແດນດິນຖິ່ນພູຜາ
ແຄມທາຣານອງໄຫຼ.......ທຸກຍາມແມ້ຍາມແລ້ງ
ແສງເດືອນນວນໃສແຈ້ງ..ຄ່ຳຄືນເພງແຄມທ່າ
ຂ້ອຍເຄີຍພານາດນ້ອງ....ຮຽມຂ້ອຍນັ່ງຊົມ.

ນາງນັ້ນປັກດອກໄມ້.......ແຊມຜົມຫອມຍິ່ງ
ຈຳປາແດງດອກຊ້ອຍ.....ເກາະຫ້ອຍຫວ່າງຜົມ...ນາງເດ.

ຢູ່ແຈທາງເແຄມຮົ້ວ.......ດອກຄູນເຮຶອງເຫຼືອງຫຼາກ
ຍອຍດັ່ງພວງມະໄລ.......ມ່ອມອວນເຄີຍຮ້ອຍ
ເປັນຂອງຂວັນໃຫ້........ແທນໃຈຫນ່ຳໆ
ໃຫ້ຄິດນຳນາດນ້ອງ.....ຍາມໄດ້ຫ່າງກັນ.

ເຮົາພາກັນພວນສ້າງ....ດິນຄູນຮາກດອກ
ອິນທະຫວາຫອມຫວນ..ເມື່ອຍາມລົມຕ້ອງ
ພາກັນພຽນໆຕູ້ມ......ຮັກສາເຄືອດອກສມັ່ງ
ທີ່ທາວໄປບໍ່ຈັ້ງ..........ແຄມທ້າງຝັ່ງຂອງ.

ໃນແຈໃດຍັງເຫັນໄດ້...ຍອຍໄຮທີ່ນ້າວຈ່ອງ
ຫວັງຢາກແຕະຫນ້າພື້ນ..ດິນໄວ້ໃຫ້ຊື່ນໃຈ.

ດອກໃຫມ່ບານແດງເຂັ້ມ...ທານລົມອວດຫມູ່
ແມງຜູ່ທັງຫມູ່ເຜີ້ງ...........ກະບິນຜ້າຍທ່ຽວຕອມ ເຈົ້າເອີຍ.``

ຝາກໃຫ້ໃຜທີ່ມັກອ່ານຈັ່ງຊີ້.

Delicious Digg Fark Twitter