ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ມັນເປັນຄວາມຮັກທີ່ສົມຄວນເອົາເປັນແບບຢ່າງ.

ເພື່ອນຂອງຂ້ອຍຜູ່ນີ້ ໄດ້ຮູ້ຈັກກັນແຕ່ຄາວຂ້ອຍມາຮຽນທີ່ວິທຍາລັຍສວັນນະເຂດ...

ຕອນນັ້ນຂ້ອຍຮຽນຢູ່ terminale ..ສ່ວນສອງເຂືອເຈົ້າແມ່ນຢູ່ຫ້ອງ premiere

ເຫັນເຂົາເຈົ້າຮັກຫອມກັນແບບວ່າຂາດກັນບໍ່ໄດ້..ປານນົກແກ້ວ!! ເປັນທີ່ອິດສາຂອງຫມູ່ຄູ່ທຸກຄົນ.

ສຳພັນຂອງພວກເຮົາໄດ້ຂາດລົງຕອນທີ່ໄດ້ພາກັນໄປສືກສາຕ່າງປະເທດຄົນລະທີບລະແດນ..

ຂ້ອຍຈາກໄປສູ່ແດນຫນາວທາງຢູໂຣບຕາວັນອອກ ແຖວຜີບໍ່ທ່ອງຄົນບໍ່ທຽວພຸ້ນ..ເພື່ອນຄົນນັ້ນໄປສືກສາຕໍ່ທີ່ຫວຽດນາມ..

ແຕ່ບໍ່ເປັນຈັ່ງບຸນ ວາສນາມັນຫາກສ້ວຍ...ຮຽນກະບໍ່ຈົບເພາະ ອຸດົມການມັນມາກີດກັນ,..ເຫມືອນຟ້າຜ່າລົງກາງໃຈ!

ໃຫ້ຊື່ທັງສອງຄູ່ຮັກອັມມະຕະນັ້ນດັ່ງນີ້ເພື່ອວ່າບໍ່ຢາກໃຫ້ໄປແຕະຕ້ອງພະເອກໂຕຈິງແລະນາງເອກກະໂຕຈິງຫັ້ນ

ຈຶ່ງຂໍໃຫ້ສົມຍານາມວ່າ ໄກ່ປ່າ ກັບ ເພັດ-ເພັດເມັດງາມ!

ໄກ່ປ່າ ພາຍຫຼັງທີ່ໄດ້ຖືກໄປສັມມະນານັ້ນ ເພັດ ກະຍັງຄອຍຖ້າສເມິມາ..

ຊີວີດຂອງເຂົາເຈົ້າຜ່ານຜ່າອຸປສັກແຫ່ງຮັກແສນລຳເຄັນ..

ຫົກປີທີ່ໄກ່ປ່າໄປຢູ່ໃນສູນກັກຂັງທີ່ຊຳເຫນຶອຫັ້ນ,

ເພັດກະຍັງຄອຍດ້ວຍຄວາມຮັກ ຕໍ່ຄົນທີ່ຕົນຮັກຢ່າງບໍ່ປ່ຽນແປງ..

ຈະບໍ່ພັລນາຫາແລ້ວຍາມອັບປີນີ້..ຫົກປີທີ່ສູນເສັຍໄປເພາະມີໃຜໄປແຈ້ງການແລະແຈ້ງຄວາມເທັດ.

ຫົກປີທີ່ຊີວີດນັ້ນຂຸຫຼົ່ນໄປຢ່າງບໍ່ເປັນທຳ..ຢ່າງຣະກຳລຳບາກ ຫົກປີທີ່ແຍກຄົນຮັກໃຫ້ຢູ່ໃນຄວາມຫວາດຜະຫວາ,

ໃນການຄອງຄອຍທີ່ຫາວັນສີ້ນສູນບໍ່ເຫັນ..

ຫົກປີທີ່ ຕັດອານາຄົດກັນລົງຢ່າງບໍ່ປານີ..

ອັນນີ້ ແຫຼະເຂົາວ່າອຸດົມການ ທີ່ລ້າງຜ່ານເລຶອດເນື້ອເຊື້ອໄຂກັນຢ່າງໂຫດຫ້ຽມ..

ອຸດົມການທີ່ຖືວ່າ:``ຫາກບໍ່ເປັນຝ່າຍເຈົ້າ, ຂ້ອຍກໍຄືສັດຕູ!!``

ແມ່ນໃຜຄິດມາ?

ແມ່ນໃຜຄິດມາ ນັ້ນບໍ່ສຳຄັນ, ແຕ່ແມ່ນໃຜເອົາມາໃຊ້ເພື່ອກົດດັນແລະຂົ່ມຂູ່ຄົນໃນຊາດດຽວກັນທີ່ມີແນວຄິດຕ່າງນີ້ຕິມັນຫນ້າລັງກຽດ.

ຫຼັງຈາກກັບມາແຕ່ສູນກັກຂັງທີ່ເອີ້ນກັນຢ່າງສງ່າຣາສີວ່າ``ສູນສັມມະນາ``ຫັ້ນເຂົາເຈົ້າ ແທນທີ່ວ່າຈະໄດ້ເປັນນັກວິຊາການ

ເພາະ ໄກ່ປ່າເກັ່ງທາງເລກ,ຟິສິກ,ເຄມິ ຮອບດ້ານແລະເພັດກະບໍ່ນ້ອຍຫນ້າໄກ່....ກັບມາພຽງມືເປົ່າແລະຄວາມຂົມຂື່ນທີ່ຕ້ອງແບກກັບມາ.

ແຕ່ໂຊກມັນຫາກຮ້າຍ..

ເວລາແຫ່ງຄວາມສັບສົນແລະໂຫດຮ້າຍນັ້ນໄດ້ຜ່ານກາຍໄປ..ດ້ວຍບຸນ.

ຫຼັງຈາກກັບມາ ..ບໍ່ຮູ້ ເພາະອັນໃດ ແຕ່ ຂ້ອຍ,ທີ່ເຄີຍມີປະສົບການໃນດິນແດນທີ່ຂອ້ຍອາໃສຢູ່ນີ້ ມັນກະບໍ່ຕ່າງຫຍັງໄປດອກ..ແມ້ແຕ່ລູກກັບພໍ່ກະຍັງສໍ່ກັນ..

ເຂົາເຈົ້າໄດ້ພາກັນອອກເດິນທາງອອກຈາກປະເທດອັນແສນຮັກໄປ...

ດຽວນີ້ ພາກັນຕັ້ງຖິ່ນຖານຢູ່ໃນປະເທດ ຫນຶ່ງຂອງໂລກທີ່ພໍຢູ່ໄດ້...

ຈົນເທົ່າ ປັດຈຸບັນ ຄວາມຮັກຂອງເຂົາເຈົ້າຍັງສົດໃສແລະຄິດວ່າຄົງຕລອດໄປ..

ສຳພັນຂອງຂ້ອຍແລະເພື່ອນຄົນນີ້ ໄດ້ຟື້ນຄືນມາໃຫ່ມພາຍຫຼັງທີ່ຂ້ອຍມີໂອກາດໃຊ້ ເນດ ສາມສີ່ ປີກວ່າມານີ້ ດ້ວຍການຕິດຕໍ່ພົວພັນສືບຖາມຫາກັນ..

ຄວາມເປັນມີດຂອງພວກເຮົາກັບມາແຫນ້ນແຟ້ນຂື້ນຄືນ..

ມື້ວານນີ້ ໄກ່ປ່າຍັງສົ່ງວິດິໂອ ໂອ້ໂລມຜ່ານ ຢູທູບມາໃຫ້ຟັງ.

ນ້ຳຕາຂ້ອຍໄຫຼເອິ່ລົ້ນເບົ້າຕາ..ຫມູ່ຄູ່ທີ່ໄດ້ຣະກຳລຳບາກຜ່ານມາບັດນີ້ເຂົາເຈົ້າມີຄອບຄົວແລະການເປັນຢູ່ທີ່ສົມບູນ.ຂ້ອຍກະດີໃຈນຳ.

ໃນບົດຂຽນບົດຫນຶ່ງໄກ່ປ່າໄດ້ເວົ້າຕໍ່ພັລຍາວ່າ:``ເກິດຊາດໃດກະຂໍໃຫ້ໄດ້ພົບຮັກແລະຢູ່ໃກ້ກັບເພັດຄົນນີ້ຄົນດຽວ``

ເຂົາເຈົ້າເຄີຍຮ່ວມສຸຂແລະທຸກມານຳກັນຈົນເຖິງປັດຈຸບັນ.

ຂໍໃຫ້ຮັກຂອງເຂົາເຈົ້າຈົ່ງຍືນຫມັ້ນຊົ່ວຟ້າດິນສະຫຼາຍ

ແລະເກິດຊາດໃດກະໃຫ້ເຂົາເຈົ້າໄດ້ມາພົບພໍ້ກັນໂດຍປະສະຈາກເຫດການດັ່ງຜ່ານມາໃນຊາດນີ້ ຫັ້ນເຖີ້ນ.

ແດ່ຮັກອັມມະຕະດ້ວຍຫົວໃຈ!

Delicious Digg Fark Twitter