ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ


     ເພຶ່ອເປັນການ ສ້າງບັນຍາກາດກ່ອນທີ່ຈະກັບໄປອ່ານບົດຕໍ່ໄປ ກ່ຽວກັບເມຶອງຫຼວງພະບາງ ມາຢຸດຢູ່ບ່ອນນີ້ ຈັກນາທີ ກ່ອນ..

ເປັນບົດຂຽນທີ່ເກີດຂື້ນກ່ອນທີ່ຈະໄດ້ມາຢ້ຽມເຢຶອນ ເມຶອງຫຼວງພະບາງ..

ມັນເກີດຂື້ນພຽງໃນຈິນຕະນາການ, ເຫັນເມຶອງຫຼວງ ຕາມນັ້ນ...

      ຂຽນໄວ້ແຕ່ປາງໃດບໍ່ຮູ້ ຄົງແມ່ນຕອນທີ່ໄດ້ງິນວ່າ ຈະໄດ້ຖຶກລຶບຈາກການ ສະຖາປະນາຂື້ນເປັນເມຶອງມໍຣະດົກໂລກ..

ບໍ່ຮູ້ວ່າຍາມໃດ ແຕ່ ເລິກງາມຍາມໃດວັນໃດນັ້ນ ໃນການຂີດຂຽນຂອງຂ້ອຍບໍ່ກຳຊັບປານໃດ

ດັ່ງທີ່ເຄີຍຂຽນໄວ້ໃນອາຣຳພະບົດຂອງປື້ມ ກະວີທີ່ຍັງບໍ່ໄດ້ປາກົດອອກພິມ,

ທີ່ຍັງລໍຄອຍ ຖ້າສະປອນເຊີ້ຜູ່ທີ່ມີຄວາມກະຣຸນາປານີ ຊາຍພອຍ ທີ່ມີນ້ອຍໃນຖົງ..

:`` ການຂີດຂຽນນີ້ບໍ່ມີວັນ, ເດຶອນ, ປີໜາຍບອກ..ເພາະຄວາມສົມບູນຂອງເພັງ, ຂອງບົດກະວີ, ຂອງ ບົດຂຽນ

ມັນອາຈສົມບູນໄດ້ໃນພິບຕາ ຫຼືອາຈຕາມມາອີກໃນຫ້າປີຫຼັງ ຫຼືຊົ່ວຊີວີດ ກໍເປັນໄດ້..``

ວ່າໄວ້ຈັ່ງຊັ້ນ..

ບໍ່ເຊື່ອກະລອງເກັບກຳເງິນກ້ອນໝຶ່ງມາຕິແລ້ວຊິມອບສິດໃຫ້ເອົາໄປພິມເປັນເຫຼັ້ມ ຕິດກະເປົ່າ ປັນກັນອ່ານຫຼີ້ນແກ້ເຫງົາ..

 ນ້ຳລົ້ນໄຫອີກແລ້ວ..

ກະຍ້ອນຄວາມຕື່ນຕັນໃຈທີ່ໄດ້ຂຽນຫຍັງກ່ຽວກັບເມຶອງໃນຝັນ..

ເຂົ້າເລີຍສາບາດນີ້.


``- ເມຶອງຫຼວງພະບາງ..... ຊ່າງງາມດັ່ງຮູບແຕ້ມ

ມອງເຫັນແຄມ..............ນ້ຳຂອງຈາກຍອດພູສີ

ນັບມື້ນັບວັນ..................ເມຶອງຫຼວງນັ້ນເຣີ້ມຄາຍສີ

ວັດຖຸໂບຮານເກົ່າກີ້........ຍັງມີມົນຂັງ.

- ອັນຊາວເມຶອງ.............ກໍມີນ້ຳໃຈໄສແທ້

ເໜຶອນກະແສ...............ນ້ຳຄານນ້ຳຂອງທີ່ນອງຫຼັ່ງ

ບັນຍາກາດ...................ເມຶອງຫຼວງຊ່າງຕິດໃຈຝັງ

ສຽງຄ້ອງໂປງດັງ..........ກ້ອງສັ່ງນານວັນ.

    - ເມຶອງຫຼວງ...............ທີ່ຕັ້ງຢູ່ກາງຫວ່າງເຂົາ

       ພູສີພູວ່າວ...............ອັນເຂົາກ່າວເໜຶອນຝັນ

       ເຂົາເອີ່ຍເວົ້າ.............ທັງສາວໆທຳມະຊາດສຸດລຳພັນ

      ແຕ່ຂ້ານີ້ຕິ..................ບໍ່ເຄີຍໄປຢ້ຽມເຢຶອນເມຶອງຫຼວງນັ້ນ   ຈັກທີ.

- ເມຶອງຫຼວງພະບາງ....   ພູທ້າວພູນາງສູງຊັນ

ພະຣາຊວັງນັ້ນ...............ເປົ່າແປນສູນສີ

ເມຶອງຫຼວງ....................ຍັງຄອງພຽງຄຸນງາມຄວາມດີ

ວັນໝຶ່ງບຸນມີ...................ຄົງໄດ້ມາເຢຶອນ.``

 

ເປັນແບບນີ້ ຄວາມຝັນທີ່ຝັນຫາເມຶອງຫຼວງພະບາງ ຈາກຟ້າອື່ນ.

ແລະຄວາມຝັນຂ້ອງເກີດເປັນຈິງ ເມືອ່ປີ ສອງພັນແປດ....

ພົບກັນມື້ໃໜ່ ທີ່ຫຼວງພະບາງພາກສອງ....


 

 


 

Delicious Digg Fark Twitter