ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ບາງຄັ້ງສວັນນັ້ນເໜຶອນມີຈິງ ດັ່ງທີ່ຝັນເອົາໄວ້.

ການທີ່ໄດ້ມາທ່ຽວເມຶອງຫຼວງພະບາງນັ້ນ ມັນເໜຶອນຝັນແທ້ໆ ເພາະຢູ່ບໍ່ຢູ່ ຢ່າງບໍ່ຄາດຝັນ ກະມີໜູ່ຜູ່ທີ່ເຄີຍສຶກສາ

ນຳກັນ ແຕ່ປາງຢູ່ມະຫາວິທຍາລັຍແທ່ງແຂວງທີ່ຕົນທຳມາຫາກິນຢູ່ເທົ່າດຽວນີ້.

ມື້ໝຶ່ງໜູ່ຄົນນັ້ນໂທມາຫາວ່າ ໃຫ້ພາໄປເມຶອງລາວ ໜໍພຽງກຳໝົດມື້ໄປແລະມື້ກັບໃຫ້ ສ່ວນຢູ່ໃນຣະຫວ່າງກາງຫັ້ນ

ໃຫ້ກະກຽມໃຫ້ພໍດີກັບເວລາ, ບໍ່ກ່ຽວກັບເງິນ!! ກະຄືໃຫ້ ຜຂ ເປັນຜູ່ເລຶອກບ່ອນທີ່ຈະໄປທ່ຽວນັ້ນ ເພາະໜູ່ຄົນນີ້

ໄດ້ຟັກໄຝ່ທີ່ຈະໄດ້ມາລ່ອງນ້ຳຂອງຕັ້ງແຕ່ຄາວຍັງນ້ອຍພຸ້ນ..

ຄວາມຝັນຂອງໜໍກະເປັນຈິງຂື້ນຄືກັນ.

ການນັ່ງເຮຶອເທິງນ້ຳຂອງແມ່ນວ່າ ເປັນການ ຂີ່ເຮຶອຂື້ນໄປ ຫຼາຍກວ່າ ເພາະຈາກຫຼວງພະບາງໄປ ຖ້ຳຕິ່ງຕ້ອງໄດ້ຂີ່

ຂື້ນໄປ ແລ້ວຕອນກັບຈຶ່ງວ່າໄດ່ລ່ອງລົງມາ.

ມື້ຕໍ່ມາເປັນວັນທີ ສີບ ເດຶອນສີບເອັດ ຫຼັງປັ້ນເຂົ້າເຊົ້າທີ່ປະກອບດ້ວຍໄຂ່ດາວກັບເຂົ້າຈີ່ຜູ່ລະກ້ອນ..ກະພໍກິນໄປ!!

ແຕ່ບາງຄົນນອກຈາກ ກາເຟແລ້ວ ກະບາຍ ຂວດເບັຍລາວທີ່ເຢັນໆ ຈາກຕູ້ແຕ່ເຊົ້າໆເລີຍ..ແລະຂາດບໍ່ໄດ້ກະແມ່ນ

ກະທິງແດງ...

ຮູ້ ບໍ່ວ່າ ດື່ມຫຼືກິນອີ່ຫຍັງທີ່ເຢັນໆ ຄື ໄອຄຣິມຈັ່ງຊັ້ນກະພາໃຫ້ລົດຄວາມອ້ວນໄດ້ ຕະວາ!!

ລອງເບິ່ງແມ!!

ກ່ອນທີ່ຈະໄດ້ລົງເຮຶອບາງຄົນກະປະຂວດເປົ່າໄວ້ແລ້ວ ສອງຂວດ!!

ຕອນເຊົ້າຂອງມື້ນັ້ນ ທຸກຄົນທີ່ໄດ້ອ່ານໃນ ເນດກ່ອນມາ ກະຄືຢາກໄປເບິ່ງ ການຕັກບາດ ດັ່ງນັ້ນຫຼາຍຄົນຈຶ່ງພາກັນ

ຕຶ່ນຕັ້ງແຕ່ເຊົ້າໆ ເພື່ອວ່າຈະໄດ້ໄປວາດຮູບຄູບາທີ່ອອກຕັກບາດຕາມສາຍທາງເສັ້ນຕ່າງໆຂອງຫຼວງພະບາງທີ່

ປະທັບໃຈນັ້ນ. ແຕ່ທີ່ສວຍງາມແລະລຶຊາທີ່ສຸດຄົງເປັນເສັ້ນທາງທີ່ຜ່ານໝ້າພະຣາຊວັງຫຼວງຫັ້ນຕິ ແຕ່ພວກເຮົາ

ຕຶ່ນນຳບໍ່ທັນ.ກະໄດ້ແຕ່ໄປທາງແຄມທ່າ ແບບລັດເອົາ ຕອນສຸດທ້າຍເລິຍ..ຖ່າຍເອົາທາງໝ້າແລະທາງທ້າຍຂອງຄູບາ!!

ເປັນພາບທີ່ຫາເບິ່ງໄດ້ຍາກໃນພິພົບ ກະວ່າໄດ້..ບໍ່ແມ່ນໂມ້!!

ການພ່ຳເພັນຕັກບາດຈັ່ງຊີ້ກະເປັນລັກສະນະອັນໝຶ່ງທີ່ເປັນມູນມໍຣະດົກຂອງຊາວພຸດ ແລະທີ່ມີມົນຂັງທີ່ສຸດກະແມ່ນ

ທີ່ຫຼວງພະບາງນີ້ແຫຼະ ເປັນສີ້ນສ່ວນໝຶ່ງໃນການທີ່ຫຼວງພະບາງຖຶກນັບເຂົ້າເປັນເມຶອງມໍຣະດົກໂລກ..

ເປັນສ່ວນໝຶ່ງ!

ແລະກ່ອນທີ່ຈະລົງເຮຶອ ຫຼັງຈາກ ໄປເບິ່ງ ການຕັກບາດ, ໃສ່ບາດແລ້ວ ກະພາກັນໄປ ເລາະເບິ່ງຕລາດເຊົ້າ

ທີ່ມີສາມະພັດຢ່າງ,

ສິນຄ້າ ເຂົ້າ ປາອາຫານ, ໂຕເອັງກະໄດ້ຊື້ເຂົ້າຫຼາມ ທີ່ບໍ່ໄດ້ກິນມາແຕ່ປາງໃດບໍ່ຈື່ແລ້ວ..ຟື້ນຄືນຫວນຫາກິ່ນ,

ຣົດຊາດຂອງເຂົ້າກ່ຳທີ່ຫອມຫວນນັ້ນມັນພາໃຫ້ແນມເຫັນ ເຮຶອນໄຟອີ່ແມ່ຕອນເຊົ້າຄາວທີ່ຂ້ອຍຍັງໄຮ້ດຽງສາຫັ້ນ..

ແລະ ແສງຕາເວັນທີ່ຄ່ອຍໆຂື້ນຈາກຫຼັງພູບາຈຽງ...

ແຕ່ທີ່ຫຼວງພະບາງ ສີສັນຂອງອາທີດຈັ່ງແມ່ນວ່າເສາະໄສແຕ່ເຊົ້າໆເລີຍ ເໜຶອນກັບວ່າເປັນການສ່ອງແສງດັ່ງຄຸລທຳທີ່ຫວັງຈະຄຸມ

ເອົາຫຼວງພະບາງທັງມວນໃຫ້ຢູ່ໃນແວດວົງຂອງຄຸລທຳ ນັ້ນຢ່າງອົບອຸ່ນ ແລະປອດໄພ.

ແຕ່ເຊົ້າໆຈັ່ງຊື້ອາກາດທີ່ເມຶອງຫຼວງເກົ່າແຫ່ງນີ້ຊ່າງວ່າປອດໂປ່ງ ແລະສົດຊື່ນ, ຫາຍໃຈໄດ້ຢ່າງເຕັມເອິກເຕັມປອດ, ແລະຂ້ອຍຍັງຄີດໄປວ່າຈະຫາວິທີໃດທີ່ຈະຫາຍໃຈແລະເກັບເອົາອາກາດນີ້ໄວ້ໃຫ້ນານແສນນານໃນປອດຂອງຕົນ..

ແຕ່ມັນກະມີ ກິ່ນທີ່ບໍ່ເປັນມົງຄຸນມາແຕະຮູດັງ....ແຕ່ເຮົາບໍ່ຖຶດອກມັນເປັນມາແລະກະຄົງຍັງຈະມີອີກນານ ເພາະຜູ່

ປົກຄອງເຂົາລື້ງເຄີຍ ກັບການສູດດົມມາແຕ່ໃດ ເປັນນິໄສບໍ່ຢາກປ່ຽນແປງ..

ຫາກວ່າ ການສ້າງທໍ່ຣະບາຍນ້ຳເສັຍໄດ້ເປັນທີ່ຖາວອນແລະການຮັກສາຄວາມສະອາດໄດ້ຢ່າງມີຫຼັກການ ແລະ

ປະຕິບັດກົດເກັນການຮັກສາຄວາມສະອາດນີ້ຢ່າງເຂັ້ມງວດ ເມືອງຫຼວງກະຄົງຈະສົ່ງກິ່ນຫອມຂອງດອກໄມ້,

ດອກຈຳປາ, ດອກກະທຶນ, ດອກຮັກ ແລະ ກິ່ນຫອມຂອງປີ້ງປາ,ປີ້ງໄກ່ ແລະກິ່ນອາຫານອຶ່ນໆທີ່ແມ່ຄ້າກຳລັງປີ້ງ

ສົດໆຮ້ອນໆຫັ້ນແນ່ນອນ ແຕ່ນີ້ ມັນກະປະປົນກັນໄປ ແຕ່ ວ່າກິ່ນຂອງປີ້ງປາຕອນກາງຄືນກະຍັງຫອມກວ່າອີກ..

ໜູ່ຄູ່ຫຼາຍຄົນໄດ້ວາດຮູບເອົາດ້ວງ, ລູກຕໍ່, ປາທີ່ແປກໆຈາກທີ່ເຂົາເຄີຍໄດ້ເຫັນມາ. ແຕ່ທີ່ໜູ່ບໍ່ອາຈຮັບຮູ້ໄດ້ກະຄືການ

ຂ້າສັດທີ່ມີລູກໃນທ້ອງຫັ້ນ ເພາະເຂົາເຫັນວາງຂາຍກັນໃນຕລາດຫັ້ນ..ມັນກະເປັນທິວທັດອັນໝຶ່ງຂອງບັນຍາກາດ

ທີ່ບໍ່ມີຄວາມເປັນທຳ, ບໍ່ມີສິນທຳສົມ ຄວນຮັກສາ ສັດໂຕແມ່ທີ່ກຳລັງຕັ້ງທ້ອງແມ່ນບໍນໍ!!

ແຕ່ກະເປັນແຫວກໝຶ່ງຂອງຄວາມທີ່ຍັງບໍ່ສົມບູນທາງ ທັມມະຈະຣິຍາ..

ຢ່າເທາະປະໄວ້ໃຫ້ເຂົາເຈົ້າສາ ເປັນບັນຫາຂອງສ່ວນບຸກຄົນພຽງບໍ່ເທົ່າໃດເປິເຊັນນໍ.

ເວົ້າໄປສຸມສົ້ວ ສຸມໝ້າ ມາຫຼັງ .

ມັນເປັນການບັນທຶກທີ່ຄ່ອຍໆຈາກໄປ ແລະກັບຄືນມາໃນຄວາມຈື່ຈຳກະຈຶ່ງເປັນແບບນີ້!!

ຕິດຕາມຕໍ່ໄປຢ່າຟ້າວຫງຸດຫງິດເເສບໃຈ..

ເມຶອງ ຍັງງາມປານຮູບແຕ້ມແທ້ໆ

ໃນມື້ນີ້ ນອກຈາກວ່າຈະໄປເບິ່ງຖ້ຳຕິ່ງແລ້ວ ໃນໂຄງການຍັງວ່າຈະພາກັນໄປ ນ້ຳຕົກ ກວາງສີ ແລະວ່າຈະ

ພາກັນໄປຂີ່ຊ້າງ!!

ແມ່ນລະໄປຂີ່ຊ້າງທີ່ຫຼວງພະບາງ!!

ຫາກໃຜໄດ້ໄປທ່ຽວຫຼວງພະບາງບໍ່ໄດ້ໄປຂີ່ຊ້າງ ແລ້ວແມ່ນວ່າໄປບໍ່ຮອດເມຶອງຫຼວງແນ່ນອນ!!

ເວົ້າເຖິງຊ້າງທີ່ມີສອງຫູ ເຕິ່ງ, ສີ່ຂາ,  ຫາງຍາວ, ງວງລາກດິນຫຍາບໆ ແລະກະມີຕາຕີບໆຄູ່ໝຶ່ງ..

ມາລົງເຮຶອກັນໄດ້ແລ້ວບາດນີ້. ເປັນເຮຶອຈັກຫາງຍາວ ທີ່``ນ້ອງຊາຍ``ເຈົ້າຂອງ``ລາວໂລຊ``ຈັດຫາໃຫ້ຕາມການຕົກລົງ

ກັນກ່ອນມາເຖິງ.ເມື່ອທຸກຄົນມາພ້ອມກັນແລ້ວກະພາກັນທະຍອຍ

ລົງເຮຶອ-ຂື້ນເຮຶອ ຈັກຫາງຍາວຫັ້ນ. ນັບວ່າຍັງໃໜ່ ເພາະສີສັນການໃສ່ ສະແຫຼ່ກຍັງເຫຼື້ອມຍາບໆຢູ່.

ນ້ຳຂອງໃນເດຶອນສີບເອັດ ນີ້ ກະແມ່ນວ່າຂຸ່ນເພາະນ້ຳຍາມນີ້ ບໍ່ວ່າປີໃດມັນກະເປັນຈັ່ງຊັ້ນ ແນວວ່າ ເປັນນ້ຳທີ່ເຊາະຝັ່ງ

ຫຼືຫຼັ່ງລິນຈາກຫ້ວຍນ້ຳລະທານຕ່າງໆໆບໍ່ໄປຊອກຫາດອກເດິ ຈຸດທີ່ມານັ້ນ..

ເປັນນ້ຳຂອງທີ່ເຄີຍໄດ້ອາບໄດ້ກິນມາຕັ້ງແຕ່ປາງຫຼັງຄາວທີ່ຍັງນຸ່ງສົ້ງຫົວຮູດ ພຸ້ນບໍ່ຜິດເລີຍ ຍ້ອນອາບນ້ຳຍາມຈັ່ງຊີ້ ລະ

ຜິວພັນຈຶ່ງດຳຄ້ຳ!! ງາມຂຳຖຶກໃຈສາວ ຜິວຂາວ!!!(ຢ່າເຊຶ່ອເດິ)

ນ້ຳຂຸ່ນໆເຫຼຶອງໆ ປົນດິນຈັ່ງຊີ້ມັນເຢັນກວ່ານ້ຳທີ່ໄສ..ເປັນຄວາມເຫັນສ່ວນໂຕ ຢ່າເອົາມາຕໍ່ວ່າກັນເປັນຫຼັກການ..

ຈັກໝ່ອຍແລ້ວຊິມາຕໍ່ວ່າກັນວ່າບາດເມັດນ້ຳຝົນເທິງພູຫິມະໄລຫັ້ນເດໄສປານເມັດນ້ຳຕາຂອງ ລາມະ ເປັນຫຍັງ

ຄືເຢັນຄືໝາວແທ້ຊັ້ນ..

ມັນນອກເຣື້ອງໄປແລ້ວເຈົ້າ ມັນຊິໝາວຈັ່ງໃດ ບໍ່ເຄີຍເຫັນຊັ້ນບໍຮູບ ອົງດາໄລລາມະທີ່ຫົ່ມພຽງຜ້າ ສະບ່ຽງເທົ່ານັ້ນ!!

ເຮຶອຫາງຍາວໄດ້ມຸ່ງໝ້າໄປຫາ ປາກຖ້ຳຕິ່ງ.

ໄດ້ເອີ່ຍຖາມຄົນຂັບເຮຶອວ່າໄກ ປານໃດ?

ຄຳຕອບກະວ່າ ຕ້ອງແລ່ນເຮຶອຂື້ນໄປປະມານຊົ່ວໂມງນີ້ລະ.ກະສົມຄວນໄກເຕີບ.ແຕ່ໃດມາຄິດໄປວ່າຖ້ຳຕິ່ງນີ້ມັນຢູ່ໃກ້ໆນີ້ ເອິຍ..

ຕ້ອງໄດ້ຂີ່ເຮຶອຂື້ນໄປຈົນກາຍ ຄຸກ ທີ່ເປັນຕຶກທີ່ທັນສະໄໜ,  ກາຍປາກນ້ຳຄານ,ກາຍໄປໜົດ..

ເຫຼຶອໄວ້ຢູ່ທາງຫຼັງແມ່ນແຕ່ເມືອງຫຼວງ!

ສອງຝາກຝັ່ງນັ້ນ ແນມເຫັນຕະຫຼິ່ງທີ່ເພພັງ ເພາະແຮງນ້ຳເຊາະໃນຍາມນ້ຳມາກນ້ຳນອງ..ຈົນວ່າບາງບ່ອນກົກ

ໄມ້ບາງກົກຍັງຈັ້ງຢູ່ພຽງແຕ່ຮາກ ສ່ວນໝຶ່ງຂາດດິນໂອບໄວ້ແລ້ວ ບໍ່ຮູ້ວ່າຈະຢຶນອວດຮາກໂຕເອັງຫັ້ນໄດ້

ອີກດົນປານໃດ!!

ແຕ່ກະຄົງຈະໄປຮອດປີໝ້າ ຫາກວ່າແຮງລົມພັດຕາຝັ່ງຈະບໍ່ມາພັດເປັ່າຢ່າງແຮງ ບາງວັນ..

ແຕ່ອີກ ກໍຣະນີໝຶ່ງ ຖ້າຫາກວ່າທາງເຂື່ອນກັ້ນນ້ຳຂອງຈີນ ຫາກປ່ອຍນ້ຳລົງມາຢ່າງບ້າບິ່ນ ກົກໄມ້ເຫຼົ່ານັ້ນກໍ

ຈະໄດ້ເອີ້ນສັ່ງຝັ່ງຂອງໄປຢ່າງອານາຖາ ແລະສລົດໃຈແທ້ ..

ບາງກົກກະລົ້ມທຽບຝັ່ງ ປານສາວໆກົ້ມຊົບກັບນ້ຳເພຶ່ອລ້າງໝ້າ ສະຜົມ ຫຼື ປ່ອຍຄວາມເຫງົາເປົ່າປ່ຽວໃຫ້

ໄຫຼໄປຕາມກະແສນ້ຳສູ່ຄອນ..

ເບິ່ງເຫງົ້າໄມ້ແລ້ວກະຍັງພາໃຫ້ຄີດເຫັນຄົນເຮົາ ທີ່ຄ້າຍຄືກັນກັບເຫງົ້າໄມ້ ທີ່ຊູຄ້ຳໃຫ້ດຳຣົງຊີວີດຢູ່ນີ້ ມັນກະນັບ

ມື້ນັບອ່ຽງໄປ...

ແຕ່ກະຍັງດີທີ່ຫຼາຍຄົນຈັ້ງຢູ່ໄດ້ເພາະ ໃນຈິດໃຈນັ້ນຄອງໄວ້ດ້ວຍຄຸລທຳທີ່ແໝ້ນແຟ້ນ ເປັນເດີມພັນ ເພື່ອສູ້ກັບ

ຄວາມລຳບາກຍາກເຂັນທີ່ຊີວີດແບກມາໃຫ້ ແຕ່ເກີດ!!

ບາງຄັ້ງເຮຶອຫາງກະແລ່ນໄປແອທາງຝັ່ງຊ້າຍ ແຕ່ບາງບ່ອນກະ ເຄິ່ງກາງແມ່ຂອງ ແລະໄປທາງຝັ່ງຂວານຳກະມີ

ບໍ່ຖຽງຜູ່ຂັບເພາະເຂົາຮູ້ດີກວ່າ ຢູ່ກິນກັບນ້ຳ ກັບສຽງຈັກເຮຶອນີ້ມາຫຼາຍຟ້າຫຼ້າປີແລ້ວ..ຮູ້ຈັກແປວນ້ຳທຸກແປວ,

ຈື່ໂຂດຫິນທຸກກ້ອນ ແລ້ວຊິໄປຖຽງເຂົາໄດ້ແນວໃດ! ເຂົາເປັນລູກນ້ຳຂອງໂຕຈິງ ບໍ່ຄືເຮົາ ລູກນ້ຳຂອງໂທນ!!

ຕອນນີ້ຂອງຣະດູມັນກະແລ່ນງ່າຍເພາະນ້ຳຍັງຫຼາຍພໍສົມຄວນ ເຮຶອກະບໍ່ຢາກໄປຈູບຫິນທີ່ຈົມຢູ່ໃນນ້ຳຫັ້ນ

ກະບໍ່ສ່ຽງປານໃດ!

ໜູ່ຄູ່ບາງຄົນກະຖຶໂອກາດທີ່ແສງແດດອ່ອນໆຂອງຍາມເຊົ້າແນ່ ກະພາກັນເຊືອບຫຼັບໄປ, ນອນບໍ່ອີ່ມແນ່

ກະພາກັນນັ່ງຫຼັບເທິງຕັ່ງນອນໃນເຮຶອນັ້ນ.

ບາງຄົນນອນແບບວ່າກົນກາກໆກະມີບາງຄົນກະ ເອົາຂາແນບກັນປານສາວຂື້ນໃໜ່ທີ່ນອນຢ່າງຣະມັດຣະວັງຫັ້ນ..

ສ່ວນ ຜຂ ນັ້ນແມ່ນວ່ານອນບໍ່ລົງດອກເພາະອັນໃດກະຢາກເກັບກຳເຂົ້າສະໜອງ ເຫັນຟອງນ້ຳທີ່ກະທົບຝັ່ງກະຍັງດີໃຈ..

ເຫັນສວນຜັກ ທີ່ຊາວບ້ານເຂົາເຮັດເປັນໝານຍາວຢຽດ ປານເດິ່ນບານນ້ອຍໆ ສະອອນໃຈ ແລະເຫັນວ່າ ເຮົາຢູ່ກິນ

ກັບນ້ຳສາຍນີ້ ທຸກຣະດູການ.

ໃນໝານນັ້ນ ພຶດຜັກກໍກຳລັງຂຽວອຸ່ມທຸ່ມ..ມີທັງຫຼັກໄມ້ທີ່ເຂົາເຈົ້າສຽບປັກລົງເພື່ອໃຫ້ເຄຶອໜາກຖົ່ວເກາະຫ້ອຍຂື້ນໄປ

ຫາແສງຕາເວັນ ແລະທ່ວງຄວາມໝັກໃນວັນໝ້າຍາມທີ່ຈະມີໜາກມີໃນ.. ເໜຶອນກັນກັບ ສວນແນວພັນເຄຶອໄມ້ທີ່ເຂົາປູກ

ເພຶ່ອເອົາດອກມາເຮັດເບັຍທີ່ຢູ່ໂປແລນທີ່ໄດ້ເຫັນມາ.

ກົດຂອງທຳມະຊາດ ໄທເຮົາມີແຕ່ຖ້າຝັກໜາກຖົ່ວບາດມັນໃຫຍ່ແລ້ວກະເອົາມາຕຳກິນກັບປີ້ງປາຍອນ ຫຼຶກົບມັນໆຫັ້ນ

ຄີດມາແລ້ວນ້ຳລາຍໄຫຼ..

ໃນທີ່ສຸດເຮຶອຫາງຍາວກະພາພວກເຮົາມາຈອດທຽບທ່າ ຖ້ຳຕິ່ງ ແຕ່ກ່ອນຈະໄປເຖິງກະແນມເຫັນ ຖ້ຳນັ້ນດັ່ງໃນຮູບທີ່ເຄີຍ

ໄດ້ເຫັນມາໃນ ``ກາກ ໂປສຕາລ``ຫັ້ນບໍ່ຜິດ..

ກະມີເຮຶອຫາງຍາວຈອດທຽບທ່າຢູ່ແລ້ວຫຼາຍລຳ, ບາງລຳກະອອກຈາກທ່າໄປ ເພື່ອພານັກທ່ອງທ່ຽວກັບໄປເມຶອງຫຼວງ.

ພວກເຮົາພາກັນຈັບດຶງເຮຶອຊ່ອຍກັນເຂົ້າທຽບທ່າ ທີ່  ເປັນເຮຶອຕໍ່ເຮຶອແລະຂົວໄມ້ທີ່ນຳໄປຂື້ນຝັ່ງ..

ແຕ່ກີ້ຄືວ່າ ມີຖ້ຳ ຢູ່ກ້ອງນ້ຳຂອງ ແຕ່ໂຊກຮ້າຍມີໃຜວ່າ ຖຶກປິດ

ຫ້າມເຂົ້າ!!

ແຕ່ກ່ອນອື່ນໃດກະຕ້ອງໄດ້ຈ່າຍຄ່າເຂົ້າເບິ່ງຫັ້ນຜູ່ລະຊາວພັນກີບ.ຕ້ອງໄດ້ຈ່າຍໄປ ບາດກັບໄປທາງ ນ້ອງຊາຍເຈົ້າ

ຂອງ ຫໍພັກກໍຈະຈ່າຍຄືນໃຫ້ເພາະມີໃນສັນຍາກັນໄວ້ແລ້ວ..

ພາກັນເຂົ້າເບິ່ງຖ້ຳແຄມທ່າຫັ້ນ ກະວ່າ ມີແນວຄີດທີ່ເປັນຫ່ວງແລະເຫັນການເກັບຮັກສາ ພະໄມ້ ທັງນ້ອຍໃຫຍ່

ຫຼຶ ພະທອງ, ພະຫິນຕ່າງໆກໍດີ ບໍ່ເຫັນມີການບົວຣະບັດຮັກສາ ໃຫ້ຕັ້ງຢູ່ໃນແທ່ນໃດໝຶ່ງໃຫ້ສົມວ່າເປັນສິ່ງໝຶ່ງທີ່ສຳຄັນ

ໃນ ເສັ້ນທາງຂອງການທ່ອງທ່ຽວ, ທີ່ຄີດວ່າຈະດຶງດູດຈິດໃຈຜູ່ທີ່ໄດ້ງິນໄດ້ອ່ານມາ ແຕ່ວ່າ ການປົກປັກຮັກສາ ທັງການ

ບົວຣະບັດຂັດສີນີ້ ບໍ່ຄັກໃຈນຳປານໃດ.ສົມຄວນທີ່ຈະໃຫ້ຄວາມສຳຄັນຫຼາຍກວ່ານີ້.

ເບິ່ງພະທີ່ມີຄວາມເກົ່າແກ່ທີ່ກຳລັງຈະຫາຍສາບສູນໄປ  ຍ້ອນປວກ, ມອດ( ສຳຫຼັບພະທີ່ເຮັດດ້ວຍໄມ້) ຫາກວ່າທາງກະຊວງ

ສິລປະແລະວັທນະທຳຫາກບໍ່ເຫັນໄກໄປກວ່າທີ່ເຫັນມາ ເຊື່ອແນ່ວ່າ ພະເຫຼົ່ານີ້ຈະຍັງຢູ່ບໍ່ດົນໃຫ້ໄດ້ເຫັນ ບໍ່ຮູ້ວ່າຍາມກາງຄືນ

ກະມີໃຜເຝົ້າຮັກສາຫຼືບໍ່. ກະບໍ່ໄດ້ຖາມໃຜຊ້ຳ!! ສັງຫອນໃຈໂຕເອັງສື່ໆ ເພາະ ເຄີຍໄດ້ງິນໄດ້ຟັງມາເຖິງການຂີ້ລັກມັກຢາກໄດ້ຂອງ

ຄົນນີ້ມັນ ຫ້ຽນສ່ຳໃດ ໃຜກະຮູ້!!

ພາກັນເລາະໄປເລາະມາ ຊີ້ງຊອມເບິ່ງເວລາທີ່ຜ່ານໄປຂອງສັພສິ່ງຂອງທີ່ຢູ່ໃນຖ້ຳນີ ຍັງພາໃຫ້ຄີດໄປຫາງປາງທີ່ເຈົ້າຊີວີດຍັງມີຊີວີດຢູ່..

ຮູ້ວ່າທຸກໆປີໄດ້ມີການມາໄຫວ້, ມານະມັຊການຍາມປີໃໜ່ທຸກປີ ... ບັດນີ້ ຍັງເຫຼຶອພຽງຖ້ຳຕິ່ງ!!!

ຄວາມຫຼັງກັບຄືນມາໃນຫ້ວງຫົວໃຈທີ່ໄຮ້ພົມແດນຫັ້ນອີກແລ້ວ!!

ເມຶ່ອເລາະເບິ່ງກັນຄັກແນ່ແລ້ວ ຄຳບອກເຫຼົ່າໃດໆ ບໍ່ຈຳເປັນເລີຍ, ຍັງມີພຽງຄວາມສລົດໃຈທີ່ໄດ້ເຫັນສະພາບການ

ການຮັກສາແລະຕົກແຕ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ ,

ສະຖານທີ່ ເກີນ ຄຳລຶຊາ ແຕ່ການປົກປັກຮັກສາ ບໍ່ສົມຄຳລຶຊາ ແມ່ນໃຜທີ່ເປັນຜູ່ເຝົ້າຜູ່ຮັກສາ ຜູ່ ທີ່ເປັນຜູ່ຮັບຜິດຊອບ

ທາງຊັບສິລປະແລ້ວສົມຄວນລະອາຍໂຕເອັງທີ່ບໍ່ຄີດດັດສ້າງໃຫ້ສິ່ງນີ້ ງົດງາມດັ່ງຄາວກ່ອນ..ແລະ ປອດໄພຈາກການສູນເສັຍ,

ທີ່ອາຈມີການລັກເລັກຂະໂມຍນ້ອຍ ເພາະ ເງື່ອນໄຂຕ່າງຫາກທີ່ສ້າງໃຫ້ຄົນເປັນຂະໂມຍ!

ຢູ່ນີ້ ເງຶ່ອນໄຂມັນລົ້ນຟ້າລົ້ນດິນ!

ຕໍ່ມາ ໜູ່ບາງຄົນກະພາກັນຍ່າງຂື້ນດອຍຕາມຂັ້ນໃດຫິນໄປກ່ອນ ແລ້ວ ຢູ່ຕາມຂັ້ນໃດນັ້ນກະມີ ເດັກນ້ອຍພາກັນຂາຍຂອງຫຼາຍໆຢ່າງ

ມີທັງນົກ, ທັງໂຕ...ຕຸ່ນ ບໍ່ຫຼືຈັ່ງໃດນີ້ແຫຼະ ອິ່ຫຍັງບໍ່ຮູ້ ແຕ່ເຫັນທັງນົກທັງສັດເຫຼົ່ານັ້ນອ່ອນເພັຍເພາະ ຄວາມຫິວໂຫດ ຫຼືມັນຄົງບໍ່ໄດ້

ກິນຮອດນ້ຳກະບໍ່ຮູ້..

ໜູ່ຜູ່ຍິງຜູ່ໝຶ່ງຊື້ນົກເພຶ່ອປ່ອຍແຕ່ຄີດວ່າມີພຽງໂຕດຽວເທົ່ານັ້ນ ແຕ່ພໍປ່ອຍໄປແລ້ວ ພວກເດັກນ້ອຍຜູ່ອຶ່ນ

ກະເເລ່ນມາຊ້ອງໝ້າຢາກຂາຍຄືກັນ..ກະປົງຕົກໜູ່ກະດາຍ!

ຍ່າງຂື້ນໄປສູງເຕີບ ຫົວເຂົ່າກະອ່ອນລົງ..ຈົນວ່າພາກັນນັ່ງເຊົາເອົາແຮງແລະກິນນ້ຳກິນໄນກັນທັງໂສກັນວ່າ

ເປັນບ່ອນພັກຜ່ອນທີ່ສວຍງາມແລະມີລັກສະນະດັ້ງເດີມ ແລະບໍ່ເໜຶອນແຫ່ງອື່ນ ຄວາມສວຍງາມຈັ່ງຊີ້

ສົມຄວນໃຫ້ການຊ້ອມແປງບົວຣະບັດມາກກວ່ານີ້ ເພຶ່ອຕ້ອນຮັບແຂກບ້ານແຂກເມຶອງທີ່ແນ່ນອນຈະຕ້ອງມາຢ້ຽມຢາມນັບມື້ນັບຫຼາຍຂື້ນ.

ກະແມ່ນຄືຄວາມເຫັນຂອງໜູ່ແຫຼະ ວ່າ..

ໃຫ້ມຶງກັບມາເປັນເຖົ້າແກ່ຢູ່ນີ້ສາ!!ໃຜວ່າຂື້ນ ແຕ່ໂຕເອັງຕອບໄປວ່າ ເຮົາອອກຄອກໄປແຕ່ດົນແລ້ວໃຜຊິໃຫ້ມາຢູ່ໃນຄອກຄືນ..

ມັນເຕັມແລ້ວລະຕິ  ແລະຜູ່ທີ່ມີຫົວຄິດຄືເຮົາມັນຫຼ້າສະໄໜໄປແລ້ວ!!

ພາກັນບຶນຂື້ນໄປຈົນເຖິງຖ້ຳທາງເທິງດອຍພຸ້ນທຸກຄົນ ແຕ່ໃນຖ້ຳຫັ້ນບໍ່ມີໄຟບໍ່ເຫັນຮຸ່ງອີ່ຫຍັງຈັກດີ້ ແຕ່ກະເກັບເງິນຄ່າເຂົ້າເບິ່ງ!!

ຫາກວ່າໃຜຢາກເຫັນອີ່ຫຍັງໃນຖ້ຳຫັ້ນກະຕ້ອງໄດ້ເຊົ່າ ໄຟສາຍກັນຕາມໆກັນ ບໍ່ຊັ້ນແລ້ວ ເຂົ້າໄປກະເຫັນແຕ່ຄວາມມຶດຫັ້ນແຫຼະ 

ຫາກໃຜຈະໄປ ທ່ຽວຖ້ຳຕິ່ງຢ່າລືມພົກ ໄຟສາຍໄປນຳ.

ໜູ່ເຊົ່າໄຟສາຍແລ້ວເດິນໄປຕາມກົ້ນຜູ່ອຶ່ນ ເພາະ ເຄຶ່ອງໜາຍບອກໃຫ້ເປັນຫົນທາງທ່ຽວເບິ່ງຫັ້ນ ບໍ່ມີ ແລະກະມຶດອີກ..

ໃນຖ້ຳຫັ້ນມີພະນ້ອຍບັກຫຼາຍໆ ທັງພະໄມ້ ພະຫິນ ພະທອງກະຄືຊິມີ ແຕ່ຈະຖາມໃຜໄດ້ ໃນເມຶອ່ວ່ານັກນຳທ່ຽວ

ຫາເປັນຢາກະຍັງຍາກ..

ນີ້ກະເປັນຂໍ້ບົກຜ່ອງອີກທີ່ຫາກວ່າໃຜຍັງຕົກການຢູ່ອີກ ແທນທີ່ຈະເຕະຝຸ່ນຫຼີ້ນ, ຫາກິນເບັຍຟຣີຢູ່ຫັ້ນ

ພາກັນຫາເປີດນຳທ່ຽວກະດີ ແນ່ນອນຕ້ອງກ້າວໝ້າ ແຕ່ ກະຕ້ອງຢ່າງນ້ອຍຮູ້ຈັກປາກເວົ້າພາສາ ອຶ່ນນຳຈັກພາສາ!!

ເມຶ່ອໄດ້ເຫັນກັນຈັ່ງຊີ້  ແລ້ວຂ້ອຍກະບໍ່ແມ່ນນັກ ວິຈານທາງໃດທັງສີ້ນ ແຕ່ເຫດການມັນຫາກພາໃຫ້ຕ້ອງຕິຂື້ນມາເອັງ..

ຫາກວ່າບ້ານເຮົາຢາກເອົາການທ່ອງທ່ຽວເປັນຫຼັກໝຶ່ງຂອງການພັທນາສ້າງສາປະເທດ ສົມຄວນໃຫ້ຄວາມສຳຄັນແກ່

ວັດຖຸໂບຮານຕ່າງໆເຫຼົ່ານີ້ໃຫ້ຢູ່ໃນສະພາບດີແລະເປັນທີ່ຕຶງຕາຕ້ອງໃຈ .ຄົນທີ່ມາທ່ຽວສ່ວນຫຼາຍຈາກປະເທດ ອາຊີ

ກະແມ່ນຊາວພຸດ ຫາກໄດ້ມາເຫັນຈັ່ງຊີ້ຄົງເບຶ່ອໝ່າຍແລະນ້ອຍໃຈ ທັງເສົ້າໃຈ,

ແລະຊາວຕາເວັນຕົກກໍຈະໃຫ້ສຽງວິພາກວິຈານທີ່ບໍ່ເປັນມົງຄຸນໄດ້..

ຕິໃຜບໍ່ໄດ້ ເຮົາເຈົ້າຂອງສິ່ງຂອງເກົ່າແກ່ເຫຼົ່ານີ້ສົມຄວນໃຫ້ຄວາມສຳຄັນ.

ແທນທີ່ຈະນຳທ່ຽວກັບນຳໄປສູ່ການຕິຕຽນຊ້ຳ!

ຝອຍຫຼາຍຂື້ນນັບມື້ ດີແຕ່ໃຜບໍ່ຂີດກັບໄຟນໍ!!

ມັນກະອົດບໍ່ໄດ້.

ແຕ່ຈັ່ງໃດກະຢ່າຖຶ ຂຽນໄປຈັ່ງຊີ້ແຫຼະ ຫາກວ່າໄດ້ໄປທ່ຽວຫຼວງພະບາງກະຢ່າລືມໄປເບິ່ງຖ້ຳຕິ່ງ.

ເປັນສະຖານທີ່ທີ່ໝ້າຢຸດນັ່ງຊົມ ແລະທົບທວນຫວນຫາເວລາທີ່ມັນຢຸດຢູ່ຫັ້ນມານານປີ. 

ຫາກບຸນມີ ມັນອາຈຮຸ່ງເຮຶອງກ້າວໄປ ດັ່ງ ທີ່ອື່ນໆໃນໂລກ.

ຈົ່ງພູມໃຈໃນວັດຖຸໂບຮານທີ່ເຮົາຍັງມີ ແລະເຄີຍມີມາ, ເພຶ່ອຈະໄດ້ບອກເຫຼົ່າແກ່ລູກຫຼານຟັງ. ມັນອາຈເປັນການດຶງດູດຈິດໃຈໃຫ້ເຂົາຢາກຈະຮັກຫອມທັງຕູ້ມຕອມຖນອມຄວາມເປັນເຈົ້າຂອງສິ່ງນີ້ໃຫ້

ຍຶນຍົງຄົງຢູ່ຊົ່ວຟ້າອະສົງໄຂ.

ດ້ວຍຄວາມພາກພູມໃຈແລະສລົດໃຈກະພາກັນກັບລົງສູ່ເຮຶອເພຶ່ອຫົນທາງກັບ..

ພາກັນແຫວ່ໃນບ້ານແຫ່ງໝຶ່ງ ໄປເບິ່ງເຮຶອນຊານບ້ານຊ່ອງຂອງໄທບ້ານ ເບິ່ງກົກພ້າວກົກ ກາເຟ!!

ຂ້ອຍກະເຫັນກົກກາເຟເປັນເທື່ອທຳອິດໃນຊີວີດ..ທັງໆທີ່ຂ້ອຍກະເກີດໄດ້ໃຫຍ່ມາຢູ່ບໍ່ໄກຈາກປາກຊ່ອງ

ແດນກາເຟດຳແຊບອ່ອຍຫຼ່ອຍ!!

ແຕ່ ສາຣະພາບຕໍ່ພະເຈົ້າໃດກະໄດ້ ແມ່ນວ່າບໍ່ເຄີຍໄດ້ເຫັນມາກ່ອນຈັກດີ້.

ກັບມາລົງເຮຶອເພຶ່ອຄືນສູ່ ຫຼວງພະບາງ

ລ່ອງລົງໄປຢ່າງສນຸກສນານຈົນວ່າບໍ່ຮູ້ວ່າ ເຮຶອນັ້ນແລ່ນມາຈອດທ່າແຕ່ຍາມໃດ.

ກັບມາຈອດທ່າ ກະພາກັນໄປຂື້ນຣົຖເພຶ່ອໄປຕໍ່ ກ່ອນຂື້ນຣົຖບາງຄົນກະແລ່ນໄປຮ້ານທີ່ມີຕູ້ເຢັນກັບເບັຍເຢັນໆຫັ້ນ,

ມັນຂາດບໍ່ໄດ້!

ຄືວ່າຈະໄປ ນ້ຳຕົກຕາດ.... ແຕ່ບໍ່ແມ່ນ ຕາດກວງສີ ມີອີກຕາດໝຶ່ງ ອີກ ຊື່ ມັນກັບໄປຫຼວງພະບາງແລ້ວ..

ຮອດບໍ່ສັ່ງບໍ່ລາກັນ ໂດດອອກຈາກສໜອງໄປເສີຍ! ຈັ່ງແມ່ນຂາດມາຣະຍາດແທ້ໆ!

ເມຶອ່ໄປຮອດແຄມນ້ຳ ກະຍັງຕ້ອງໄດ້ຂີ່ເຮຶອຫາງຍາວຕໍ່ຂື້ນໄປອີກປະມານຫຼັກໝຶ່ງນີ້ຕິເບາະ.

ສຽງນ້ຳຕົກ ດັງແວວມາແຕ່ໄກ, ໃກ້ເຂົ້າໄປ ກະ ແນມເຫັນຕາດນັ້ນສວຍງາມດີ, ຂາວຈຸ່ນຜຸ່ນ ປານຍອງຝ້າຍ!

ຢູ່ບ່ອນນີ້ ໜູ່ບາງຄົນນັດກັນວ່າຈະໄປຂີ່ຊ້າງ! ຕາມແຜນການທີ່ເຈົ້າຂອງຫໍພັກອອກໃຫ້!

ທັງສີບຄົນ ກະພາກັນວ່າຈະໄປຂີ່ຊ້າງ ງາ. ບາດແລ້ວກະມີແຕ່ຫ້າຄົນກ້າຂື້ນຂີ່ຊ້າງ ສ່ວນພວກເຫຼຶອ

ກະພາກັນຍ່າງຂື້ນໄປເບິ່ງຕາດນັ້ນ..

ແຕ່ທີແປກໃຈວ່າ ເປັນຫຍັງຕາດນີ້ຈຶ່ງມີສີຂາວ..ຄີດວ່າແມ່ນຫິນປູນ ແຕ່ກະແມ່ນເບຕົງທີ່ເປັນສີຂາວ..

ງາມດີ ນ້ຳກໍໄສ.

ພາກັນຍ່າງຂື້ນໄປຈົນວ່າຊິຮອດບໍ່ນ້ຳນັ້ນ. ມີຂົວໄມ້ໃຫ້ໄຕ່ , ມີຟາກ ໃຫ້ຍ່າງໄປ ທັງມີ ຮາວໃຫ້ຈັບ

ເພື່ອວ່າບາງຄົນອາຈມີ ເປິເຊັນໃນຫົວກະຕ້ອງໄດ້ຊາວໄປ..

ຫຼືອາຈພລາດລົ້ມກະເປັນໄດ້..

ຂ້ອຍຍ່າງນຳກົ້ນໜູ່ໄປຢ່າງຊ້າໆ ຢູ່ແຈໝຶ່ງໄປເຫັນແມງມຸມທີ່ແປກປະຫຼາດນັ້ນໄດ້ຖ່າຍຮູບມັນໄວ້ແຕ່ ກະເບິ່ງຍາກ.

ມັນໂຕນ້ອຍໂພດ ແລະກະແສງບໍ່ດີ..ຄົງແມ່ນມືໃນການຖ່າຍຮູບບໍ່ຊຳນານຫຼາຍກວ່າ!!

ເຫັນເຄຶອໄມ້ທີ່ກ້ຽວກອດກົກໄມ້ຂື້ນໄປຈົນວ່າ ບໍ່ຮູ້ເຫັນຍອດເຄຶອອັນນັ້ນ.ງາມແທ້ງາມວ່າ. ແປປານ ແປ້ນ..

ຂ້ອຍຄີດວ່າໂຕໄດ້ເຫັນກົກຍາງທີ່ສູງໃຫຍ່ແລ້ວບາດນີ້!!

ກັບມາຖາມຊາວບ້ານເຂົາກະວ່າແມ່ນ..ກົກຍາງ!!

- Dipterocarpus alatus! ເປັນໄມ້ທີ່ຂ້ອຍໄດ້ຊື້ເປັນແປ້ນສຳເຣັດຮູບໄປຂາຍຢູ່ປະເທດໂປແລນ! ໄມ້ ປັກເກ! ຫວ່າງແລ້ວນີ້.

ຫາກໍມາໄດ້ເຫັນມັນ ທີ່ຍັງຢຶນເທີ້ເລີ້ຢູ່ນີ້!!

ເມື່ອທຸກຄົນພາກັນກັບລົງມາຢູ່ ລານທີ່ມີຮ້ານອາຫານຫັ້ນ ກະພາກັນເຂົ້າ ສັ່ງເຂົ້າປາອາຫານມາກິນກັນຢ່າງແຊບຊ້ອຍ

ເພາະຄວາມອິດເມຶ່ອຍທີ່ໄປມາກັນຕັ້ງຫຼາຍກິໂລ..

ແລະທີ່ຫຼີກລ້ຽງບໍ່ໄດ້ກະຄືປະສົບການຂອງຜູ່ໄດ້ຂີ່ຊ້າງ, ກິນກັນໄປ ເວົ້າໂລມກັນໄປກ່ຽວກັບປະສົບການ

ທີ່ໄດ້ເຫັນແລະພົບພໍ້ມາ.

ອາຫານການກິນກະຈັ່ງແມ່ນມັນແຊບ ພ້ອມດ້ວຍເບັຍລາວທີ່ໄຫຼລິນລົງບໍ່ຂາດສາຍແລະສະຖານທີ່!

ເຫັນວ່າມື້ນີ້ ຄືຊິພາກັນນອນຢ່າງຫອຍໄຂ້ແຫຼະ !

ໂຈະໄວ້ທໍ່ນີ້ ສາ ຄືຊິເມຶ່ອຍອ່ານແລ້ວນໍ!

ມຶ້ໝ້າຍັງຈະມີ.ແສງຕາເວັນ!!

ຂອບໃຈເດິທີ່ອ່ານມາຈົນຮອດພີ້!!

ຈັ່ງຊີ້ລະ ເປັນຄົນມັກຝອຍ..

Delicious Digg Fark Twitter