ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຢາກວ່າໃນພາເຂົ້າຫັ້ນ!

ແຕ່ຄົງບໍ່ຖຶກກັບຄວາມໜາຍຂອງຄຳວ່າພາເຂົ້າ ເພາະ ພາກັນນັ່ງໂຕະກິນກັນ. ໃນຄວາມເຂົ້າໃຈຂອງຄຳວ່າພາເຂົ້ານັ້ນ

ຂ້ອຍຄີດວ່າ ແມ່ນມີການນັ່ງອ້ອມ ກະໂຕກ ຫຼຶຖາດທີ່ຄວາມສີວິໄລນຳມາໃຫ້ ດ້ວຍ ຖາດ ສັງກະສີ ທາສີດ້ວຍລອດລາຍ

ດອກໄມ້ຕ່າງໆ.ພວກເຮົາພາກັນໂສກັນເຖິງແຜນການທ່ຽວຕໍ່ໄປ ວ່າຈະພາກັນໄປໃສອີກ ເພາະຕາເວັນຍັງຢູ່ສູງ ເວລາກະ

ມີບໍ່ອັ້ນ!

ເອິ ຕາດ ບ່ອນນີ້ ມັນໄຫຼ ລົງໃສ່ ນ້ຳຄານ!!

ເປັນຕາດທີ່ເວົ້າໄດ້ວ່າງາມແລະເປັນຕາມາເບິ່ງແທ້ໆ ຫາກວ່າໃຜມີອາຣົມ ທີ່ໂຣແມນຕິກ ແລ້ວ ໃຫ້ຮີບມາ ແລະ ບອກວ່າ

ຕ້ອງມາໃຫ້ໄດ້! ຫາກເປັນນັກຂຽນ, ນັກກະວີແຮ່ງຈະມີແນວຄີດດີໆເກີດຂື້ນໃນຈິນຕະນາການ..ຍາມນັ້ນຕໍ່ມາກະພໍຊິໄດ້ອ່ານ

ບົດກອນຫຼືຈົດໜາຍເປີດຊອງກັນໃນຫຼາຍຮູບແບບ.

ພວກເຮົາສົນທະນາກັນໄປຢ່າງເພີດເພີນ ເບັຍກະແຫ້ງກົ້ນແກ້ວໄປຫຼາຍກົ້ນແລ້ວ ຈົນວ່າພວກເຈົ້າຂອງຮ້ານເຂົາວ່າຈະປິດກິຈ

ການແລ້ວ ເພາະຕ້ອງຄຶນເມຶອ ສູນກາງ..ເພາະເປັນຂອງທາງການ! ຕ້ອງເຮັດຕາມໂມງຕາມເວລາ ບໍ່ແມ່ນເຮັດຕາມທີ່ລູກຄ້າ

ຍັງມີຢູ່!

ມັນຄົນລະຣະບົບກັນ!!

ແຜນການຂັ້ນຕໍ່ໄປ ຫຼັງຈາກກັບມາຮອດຫໍພັກແລ້ວ ກະພາກັນພັກຜ່ອນເອົາແຮງໄວ້ບຸກຕໍ່ອີກ ແລະນັດກັນວ່າຈະໄປຕລາດນັດ

ກາງຄືນ ກັນອີກຕາມເຄີຍ.

ບໍ່ຈື່ຊ້ຳວ່າມື້ໃດແທ້ໄດ້ພາກັນຂື້ນພູສີ ແລະເຂົ້າເບິ່ງພະຣາສວັງຫັ້ນ ແຕ່ ນີ້ ເປັນການບອກເຫຼົ່າທີ່ບໍ່ຈຳເປັນຕ້ອງຫາຂໍ້ມຸນກັນ

ໃຫ້ຄົບດັ່ງ ນັກຂຽນທີ່ເຂົາຕ້ອງເອົາເປັນອາຊີບ..

ຖຶເອົາວ່າເປັນການຢ້ຽມຢາມຍາມໃດກະໄດ້ ບໍ່ຈຳກັດເວລາສານໍ. ກະແມ່ນໃນຕອນມາຢ້ຽມຢາມຫັ້ນລະນໍ!

ຢ່າສໍ້ວ່າເປັນມື້ໃດກະແລ້ວກັນ ເພາະຄຳຕອບມັນອາຈເປັນຄວາມຈິງ ຫຼຶ ເສັກສັນຂື້ນໄດ້ເພື່ອແກ້ໝ້າ!!

ແຕ່ຮູ້ໄວ້ວ່າມາຢູ່ເມຶອງຫຼວງພຽງສອງຄືນເທົ່ານັ້ນ.ເອົາເປັນວ່າ ໃຊ້ເວລາໃຫ້ເຕັມອັດຕາ ບາງຄັ້ງໄປນຳກັນຄົບໝ້າແຕ່ພາກັນ

ກັບມາຄົນລະເທື່ອ. ມື້ໝຶ່ງກະພາກັນໄປເຂົ້າຢ້ຽມພະຣາສວັງຫຼວງ.

ຢູ່ເດິ່ນອ້ອມພະຣາສວັງນັ້ນມີກົກຕານທີ່ເປັນເອກລັກຂອງ ອານາຈັກລ້ານຊ້າງຮົມຂາວມາແຕ່ໃດ໋ແຕ່ໃດ..

ມັນເປັນຕົ້ນໃຫຍ່ ສູງທັງສອງຝາກທາງຍ່າງເຂົ້າສູ່ພະຣາສວັງນັ້ນ ແຕ່ທີ່ແປກ ກະຄືວ່າມີ ພູ່ມໄມ້ນ້ອຍໆອ້ອມກົກຕານ

ຢູ່ສູງປະມານສີບຫຼານີ້ລະ ຄີດວ່າຄົງເປັນກົກດອກເອື້ອງ. ບ້ານອື່ນຄົງວ່າແມ່ນກົກກ້ວຍໄມ້! ແຕ່ ``ຈິຫຼໍ່``ໝຸ່ມ ລາວ

ນັກເພັງ`` ອັນເດີ ກຣາວ``ບອກວ່າ ມີ ຊື່ ລາວເປັນຈັ່ງຊັ້ນ. ກະຄືຊິແມ່ນຈັ່ງຊັ້ນ ບໍ່ແມ່ນກ້ວຍໄມ້!!

ດອກເອື້ອງນັ້ນບໍ່ທັນອອກດອກແຕ່ວ່າຄົງເປັນການເອົາຂື້ນປູກ ບໍ່ແມ່ນມັນເກີດຂື້ນເທິງກົກຕານເຫຼົ່ານັ້ນມາເອັງ!

ກະງາມດີ.

ຄີດໄປໄກ ມັນຄ້າຍຄືສາວ ສາວແຖບຮາວາຍ ນຸ່ງ ກະໂປ່ງ ທີ່ເປັນຝອຍຫັ້ນບໍ່ຜິດເລີຍ.

ເດິ່ນພະຣາສວັງກະມີການບົວຣະບັດຂັດສີດີ, ເດິ່ນຫຍ້າກະຕັດກັນຢ່າງງາມ..ພຽງກັນດີທັງຂຽວອຸ່ມທຸ່ມ ໝ້າສະອອນ ເປັນຕາໄປ

ນັ່ງຫຼີ້ນແອ່ວສາວເມຶອງຫຼວງ ທີ່ແນມຫາທາງໃດກະບໍ່ເຫັນນັ້ນ..

ກ່ອນເຂົ້າເບິ່ງພະຣາສວັງກະໄດ້ພາກັນໄປ ເກັບກ້ອງຖ່າຍຮູບໄວ້, ມີການຫ້າມບໍ່ໃຫ້ຖືເຂົ້າໄປ, ຫ້າມຖ່າຍຮູບ!!  ບໍ່ຮູ້ສາຍເຫດ!

ບໍ່ຈື່ວ່າຕ້ອງໄດ້ປົດເກີບນຳອີກຫຼືບໍ່!!

ພໍຊື້ປີ້ຜ່ານແລ້ວຮຽບຮ້ອຍ ກະພາກັນຍ່າງເປັນແຖວກັນເຂົ້າໄປພວກເຮົາໄປກັນແບບວ່າໄປໃຜໄປມັນກະວ່າໄດ້ ມີບາງຄັ້ງໜູ່ທີ່ສົນໃຈ

ກະມາຖາມວ່າອັນໃດເປັນອັນໃດ ສ່ວນຂໍ້ມູນຕ່າງໆທີ່ມີໃຫ້ອ່ານເປັນພາສາຝຣັ່ງ, ອັງກິດ ກະເປັນຜູ່ຕາງໝ້າແປ ແທນເຮົາໄດ້ເປັນຢ່າງດີ

- ຂອບໃຈ ທີ່ເປັນການປະຫຍັດນ້ຳລາຍໄປໃນໂຕ!!

ເປັນຫໍໂຮງທີ່ບໍ່ໃຫຍ່ປານໃດ( ຫາກວ່າເຄີຍຢູ່ແຖວທີ່ມີຕຶກຮາມໃຫຍ່ສູງແລະໄດ້ເຫັນລື້ງຕາມານານ!) ແຕ່ສຳຫຼັບກໍຣະນີບ້ານເຮົາກະສົມມາ

ພາຄວນ. ແນວເຮົາເປັນອານາຈັກ ນ້ອຍ.

ມີຄົບທຸກຢ່າງແນ່ນອນຍາມທີ່ເຈົ້າຊີວີດຍັງປົກຄອງແລະພຳນັກຢູ່ຫັ້ນ!

ມີແນວເອ້ ຄ້າຍໆຄືກັນກັບພະຣາສວັງແຫ່ງອື່ນ:ຢາກເວົ້າເຖິງຮູບແຕ້ມ, ຖ້ວຍຊາມ, ເຄື່ອງເອ້ຕ່າງໆ

ເວັ້ນແຕ່ວ່າ ເຄຶ່ອງຂອງນາໆຊະນິດຫັ້ນມັນ ມີຈຳນວນນ້ອຍກວ່າ ບໍ່ແອອັດກັນປານວ່າ ປາໃນກະປ໋ອງ!!

ມີທັງຮູບແຕ້ມ ຂອງພະເຈົ້າຊີວີດ ພ້ອມ ພັລຍາ..ມີທັງເຄຶ່ອງຂອງທີ່ນັກການທູດມາຖວາຍ, ມີທັງເຄຶ່ອງຂອງທີ່ເຮັດດ້ວຍເງິນເຊັ່ນໂອ,

ຂັນເງິນ ..ມີ ດາບຂອງແຕ່ລະກະສັດ..

ທີ່ຈິງຂອງຈັ່ງຊີ້ ເຫັນແລ້ວກະຈື່ບໍ່ໄດ້ດອກ ເວັ້ນເສັຍແຕ່ວ່າເປັນຜູ່ສອດຮູ້ສອດເຫັນແລະສົນໃຈໃນຂອງດັ່ງກ່າວ..

ມີເຄຶ່ອງດົນຕຣີ ມະໂຫຣີ ຄົບຊຸດ...ຄີດໄປວ່າ ພວກນາງນັກຮ້ອງນັກຟ້ອນແຕ່ກີ້ ກະຄືຊິງາມ ບໍ່ຮູ້ວ່າ ພາກັນຮ້ອງລຳທຳເພັງກັນແບບໃດ?

ກະໄດ້ຮ້ອງເພັງ ``ລາວດວງເດຶອນ`` ແນ່ຫຼື ບໍ່?

ກ້ຽວໄປວົນມາ ໃນພະຣາສວັງນັ້ນດົນສົມຄວນ ກະພາໃຫ້ຄຸ່ນຄີດເຖິງອະດີດທີ່ມັນຫາກໍຈາກໄປບໍ່ທໍ່ໃດນີ້ ມັນຊ່າງປົນເປແທ້ ປະຫວັດສາດນີ້!!

ອອກມາຈາກຫໍໂຮງແລ້ວ ຍັງພາກັນໄປເລາະແຖວນອກພະຣາສວັງອີກ ເຫັນຜູ່ຄົນຊ້ອງໝ້າກັນເຂົ້າເບິ່ງພະບາງ..ຢືນຢູ່ໃນຫໍທີ່ມີຕາໝ່າງ

ມີຜູ່ຄົນມາໄຫວ້ທັງໄຕ້ທູບທຽນກັນ ຫຼາຍສົມຄວນ.

ເພິ່ນວ່າພະບາງນີ້ ໄດ້ຖືກເຊື້ອເຊິນໃຫ້ມາພຳນັກຢູ່ພະຣາສວັງນີ້ ຍາມໃດຍາມໝຶ່ງສື່ໆ ບໍ່ແມ່ນເອົາມາໄວ້ຢູ່ທີ່ນີ້ ຕລອດໄປ...

ຂ່າວນີ້ ຕ້ອງສຶບຖາມກັນເອົາເອັງເດິ..

ຢູ່ທາງດ້ານຊ້າຍມື ຂອງທາງເຂົ້າໄປພະຣາສວັງນັ້ນມີຮູບຫຼໍ່ ຂອງເຈົ້າສີສວ່າງວົງຢືນເຈີ້ນເທີ້ນຢູ່..

ສ່ວນທາງຂວາມື ກະມີສິມ ຄົງເປັນສິມປະຈຳ ຂອງເຊື້ອເຈົ້າ ຍາມທີ່ຕ້ອງການສແຫວງຫາຄວາມສງົບຫຼືໄຫວ້ພະ ຍາມແລງ ຫຼືຍາມວັນສິນ..

ອັນນີ້ ເປັນການຮູ້ເທົ່າບໍ່ເຖິງການຂອງຜູ່ຂຽນ ຢ່າຟ້າວຕິກັນ ແນວບໍ່ໄດ້ປະຕິບັດທຳມາແຕ່ ຍາມຕີນໄປຢຽບດິນບ້ານເພິ່ນ...

ໃນສິມຫຼັງນີ້ ມີຫຍັງຫຼາຍຢ່າງທີ່ສວຍງາມ ທັງຮູບຄວັດທີ່ຝາປະຕູ, ປ່ອງອ້ຽມ, ເສົາ ແລະເພດານ ມີແຕ່ອັນງາມໆ ເກີນທີ່ຈະພັລນາໄດ້

ຈົ່ງພາກັນຫາເງິນຮິບໂຮມໄວ້ແລ້ວພາກັນໄປເບິ່ງເອັງ, ດ້ວຍຕາຂອງຕົນເອັງຫັ້ນລະດີ..

ບໍ່ຢາກຕົວະໃຜ.

ຫາກວ່າທຸກສິ່ງທຸກຢ່າງມັນຫາກຖຶກບົວຣະບັດຂັດສີ ແລະມີ ຜູ່ ບໍຣິຫານທີ່ດີ ຄີດວ່າ ຄົງຈະມີຣາສີຂື້ນໄປອີກ ແຕ່ທັງໜົດກະຖືວ່າ ພໍດິບພໍດີ

ແຕ່ຫາກຈະແກ້ໄຂໃຫ້ດີຂື້ນກໍຊິບໍ່ວ່າຫຍັງດອກ!

ເມຶ່ອທຸກຄົນໄດ້ເບິ່ງກັນຢ່າງເຕັມຕາແລະເພິ່ງພໍໃຈແລ້ວ ພວກເຮົາທັງຫຼາຍກະຮູ້ສຶກວ່າ ອິ່ມໃຈກັນໄປໜົດທຸກຄົນ.

ອອກມາຈາກເດິ່ນພະຣາສວັງ ພຽງຂ້າມທາງໄປອີກຟາກໝຶ່ງກະແມ່ນຂັ້ນໄດ ທາງຂື້ນໄປຫາຍອດພູສີ ທີ່ລືນາມ.

ແລະເປັນພູທີ່ຂ້ອຍໜາຍໜັ້ນຢາກຂື້ນກວ່າພູໝ່ວຍໃດໃນໂລກ.

ກະວ່າສູງສົມຄວນ ມີຂັ້ນໄດເປັນທໍ່ໃດແທ້ກະບໍ່ຮູ້ເພາະບໍ່ເກັບກຳໂຕເລກ..ພຽງແຕ່ຮູ້ສຶກໄດ້ຕອນກັບລົງມານັ່ງກິນເບັຍ

ຢູ່ຮ້ານອາຫານແຖວມັນທາທຸຣາຊ!!(ບໍ່ຮູ້ວ່າແມ່ນເສັ້ນນັ້ນຫຼືບໍ່!) ເປັນຊື່ຖນົນທີ່ຟັງແລ້ວຖຶກໃຈດີ ແລະມັນກະຄືວ່າຍົກຣະດັບເຮົາຂື້ນໄປທຽບ

ຊາວຫຼວງພະບາງທີ່ເຂົາຍ່າງໄປຕລາດ, ໄປການ, ພາສາວມາແອ່ວ ເທິ່ງທາງສາຍນີ້ແທບວ່າທຸກວັນ!

ຕອນນີ້ແຫຼະຈຶ່ງຮູ້ວ່າມັນມີຈັກຂັ້ນໆໄດຫັ້ນ!!

ປີ້ຂື້ນພູສີ ກະແມ່ນວ່າຣາຄາ ສີບຫ້າພັນກີບ!!

ຫາກວ່າໃຜມີເຄດີ ກະແມ່ນວ່າ ສີບພັນວ່າຊັ້ນ!!

ສຽງປາກເຮົາມັນຂາຍໝ້າ ກະສີບຫ້າພັນ!!

ແຕ່ວ່າກະສົມມາພາຄວນ!

ແຕ່ທີ່ຫຼີກລ້ຽງບໍ່ໄດ້ກະຄືພວກຂາຍນົກນ້ອຍນີ້ຕິ!!

ໂອຍອິ່ຕົນນົກ, ວອນໃນໃຈ ເກີດມາຊາດໃດກະຂໍໃຫ້ເປັນຄົນຊາດນັ້ນ, ຫາກວ່າຕ້ອງໄດ້ເປັນນົກກະຂໍໃຫ້ເປັນນົກ ທີ່ບໍ່ມີປີກບິນ!!

ຫຼືເປັນກະເລັນຍັງຊິດີກວ່າ!

ຂື້ນໄປ ຂື້ນໄປ ປານໃດກະຍັງບໍ່ຮອດຢູ່.

ທີ່ເພິ່ງພໍໃຈທີ່ສຸດກະຄືກົກດອກຈຳປາທີ່, ຄີດວ່າຄົງມີອາຍຸຍຶນນານ ກວ່າຮ້ອຍປີ ເບິ່ງກົກໃດກະບັກໃຫຍ່, ບາງຖ້ານຂອງພູສີ ກະມີກົກສັກ

ບັກໃຫຍ່ຄືກັນໃບໝາໆ..

ໂອ ຮອດບ້ານໂຕເອັງແທ້ແລ້ວນີ້ ຄຶດວ່າໃນໃຈ. ເພາະແນວບໍ່ເຄີຍໄດ້ເຫັນກະໄດ້ມາເຫັນ ແນວບໍ່ເຄີຍໄດ້ກິນກະໄດ້ມາກິນ.

ໃນທີ່ສຸດກະພາກັນຂື້ນຮອດຈອມພູສີ. ແນມໄປທາງໃດ ມີ ແຕ່ທີວທັດ,

ແນມໄປທາງໃດກະປານວ່າ ເມຶອງໃນຝັນ.

ບໍ່ມີຕຶກສູງຊັນມາປິດບັງ

ແນມລົງມາທາງພະຣາສວັງກະເຫັນແມ່ນ້ຳຂອງສີໜົ່ນແດງໆໄຫຼໄປ ຢ່າງເອື້ອຍອິ່ນ ເໜຶອນບໍ່ຫ່ວງໄຍອັນໃດຕໍ່ຄວາມຄັບແຄ້ນ

ເຂັນໃຈຂອງ ຄົນບາງຄົນທີ່ອາສັຍຢູ່ເມຶອງແຫ່ງນີ້.

ມັນໄຫຼໄປ ຈັ່ງຊີ້ມາແຕ່ຟ້າແຕ່ດິນ...

ຍ່າງອ້ອມທາດເທິງພູສີໄປອີກທາງໝຶ່ງກະແນມເຫັນປາກນ້ຳຄານທີ່ໄຫຼມາຈວບກັບນ້ຳຂອງ ສີນ້ຳຕານ ແຕກຕ່າງກັນພຽງເລັກນ້ອຍ

ເພາະສີດິນ ທີ່ອາສັຍນ້ຳ ໄປທ່ຽວລົງໃຕ້ ແບບຟຣີໆ.

ບໍ່ຕ້ອງເສັຍຄ່າລົງຂອງບໍ່ຕ້ອງຊື້ປີ້ຜ່ານແຕ່ຢ່າງໃດ!

ເປັນກໍຣະຣີພິເສດ..ແບບ ວິໄອພີ!!

ວ່າໄດ້ວ່າຂ້ອຍຫຼົງທີບເທິງພູສີກະວ່າໄດ້..

ເດິນອ້ອມໄປວຽນມາ ບໍ່ຮູ້ວ່າຈະລົງທາງໃດ  ກະໄດ້ອ້ອມໄປຕາມຂັ້ນໃດວຽນວ່າຊັ້ນເທາະ..ຂື້ນທາງໝຶ່ງລົງທາງອຶ່ນ..

ໄປທາງນັ້ນ ບ່ອນທີ່ເພິ່ນວ່າມີຮອຍຕີນ ພະເຈົ້າຫັ້ນ! ໃຫຍ່ສົມຄວນ. ຍ່າງລົງໄປ ລົງໄປ ກະເຫັນຮູບປັ້ນຂອງພະຫຼາຍໆແບບ

ທັງນັ່ງ ທັງຢືນ ທັງນອນ

ຄົບຊຸດ ມີທັງອົງໃຫຍ່ ທີ່ອ້ອມດ້ວຍອົງນ້ອຍ ຄົງເປັນສາກໝຶ່ງຂອງພະເພຸທເຈົ້າກັບສາວົກຂອງເພິ່ນທັງຫ້າ.

ເໜຶອນກັນກັບ ຈົວ ທີ່ນັ່ງຟັງໂອວາດຂອງອາຈານໃຫຍ່!

ຍ່າງລົງໄປອີກ ກະເຫັນແມ່ອອກທັງໂຍມ ແລະຄູບາອາຈານນັ່ງກັນເໜືອນໃນກອງປະຊູມ !

ແຕ່ຄົງແມ່ນແມ່ອອກພໍ່ອອກທີ່ມາບຳເພັນທຳ ເພາະອາຈແມ່ນວັນສີນ ກະໄດ້!!

ຍ່າງລົງມາຈົນຮອດທາງເສັ້ນເກົ່າຫັ້ນ ກະຄືເສັ້ນຜ່ານຕໍ່ໝ້າພະຣາສວັງ..ແຕ່ຫາໃຜ ໜູ່ຄູ່ ບໍ່ເຫັນຈັກຄົນ!!

ກະລົມກັນກັບໜູ່ທີ່ເຄີຍສຶກສາຫ້ອງດຽວກັນທີ່ມະຫາວິທຍາລັຍ ນັ້ນໄປຫຼາຍໆບັນຫາ..ເພາະສອງຄົນເຮົາຫຼົງທາງນຳກັນ.

ໜູ່ເວົ້າວ່າ ຫາກມຶງກັບມາເຮັດທຸຣະກິດຢູ່ພີ,  ດຽວນີ້ ມັນກະບໍ່ແຕກຕ່າງຫຍັງກັບຊາວປີກ່ອນທີ່ຊາວໂປແລນປະກອບທຸຣະກີດຍາມນັ້ນ,

ເພາະຄີດວ່າເງຶ່ອນໄຂມັນມີຄ້າຍໆກັນກັບປາງນັ້ນທີ່ໂປແລນ!  ຕອນທີ່ເຂົາລົ້ມລ້າງຣະບອບສັງຄົມນິຍົມຫັ້ນ!

ກ່ອນຈະຈົບພູ ສີບັ້ນ ກະຂໍອອກຄວາມເຫັນອີກອັນໝຶ່ງ ກ່ຽວກັບເມຶອງມໍຣະດົກໂລກແຫ່ງນີ້.

ຢູ່ເທິງພູສີຫັ້ນມີພະມີທາດສີຄຳ ເປັ່ງແສງ ເຫຼື້ອມຍາບໆຍາມຕ້ອງແສງຕາເວັນ, ແຕ່ກະມີ ຊາກ ອັນໝຶ່ງຈາກປາງສົງຄາມ ຫຼື ຫຼັງສົງຄາມ

ຄື ກົນໄກທີ່ຫຼົງເຫຼືອຂອງສີ້ນສ່ວນ ປືນຕໍ່ຕ້ານອາກາດສັນຍານ ຂ້ອຍຄີດວ່າສົມຄວນເອົາອອກຈາກສະຖານທີ່ແຫ່ງນີ້ ແມ່ນຢູ່ວ່າມັນເປັນສີ້ນສ່ວນຂອງປະຫວັດສາດ ແຕ່ວ່າ ສະຖານທີ່ມັນບໍ່ເຂົ້າກັນກັບບັນຍາກາດແຫ່ງນີ້!

ມັນບໍ່ເຂົ້າກັນ ພາໃຫ້ເສັຍອາຣົມແລະບັນຍາກາດຂອງພູສີ ແລະຄວາມເປັນມາຂອງອານາຈັກ ລ້ານຊ້າງຮົ່ມຂາວ!.

ບັ້ນພູສີສວຍເດັ່ນນີ້ ຂໍຝາກໄວ້ພຽງນີ້!

ຂອບໃຈ.



 

Delicious Digg Fark Twitter