ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ການທ່ອງທ່ຽວທີ່ມີເວລາຈຳກັດນີ້ ມັນກະມີການຜິດພາດ, ຫຼືອາຈບໍ່ໄດ້ເປັນເບິ່ງຕາມໃຈມັກຍ້ອນເຫດຫຼາຍຢ່າງ

ອັນໝຶ່ງກະແມ່ນວ່າ ໄປນຳກັນຫຼາຍຄົນອີກ..ເຫດຜົນມັນມັກຈະແຕກຕ່າງກັນ ດີແຕ່ວ່າບໍ່ມີປາກມີສຽງກັນ..

ດ້ວຍເຫດນີ້ ການມາຢາມເມຶອງຫຼວງຄັ້ງນີ້ ຈຶ່ງບໍ່ໄດ້ໄປເບິ່ງວັດຫຼາຍໆວັດທີ່ສຳຄັນຢູ່ຫຼວງພະບາງ..ສຳຫຼັບຜູ່ນຳທ່ຽວ

ທີ່ມີໃນແຜນການ. ຄີດວ່າວັນໝຶ່ງຂ້າງໝ້າຄົງຍັງຈະມີວາສນາໄດ້ມາອີກ.

ສະຫຼູບແລ້ວ ຕລອດສອງວັນສອງຄືນທີ່ຢູ່ຫຼວງພະບາງແມ່ນສົມຄ່າແລະຕຶງໃຈແກ່ທຸກຄົນ ເປັນການມາທ່ຽວທີ່ບໍ່ມີແນວຕິ

ຫາກຈະຕິກະຕິພຽງວ່າມີເວລານ້ອຍເກີນໄປ!

ຕລາດກາງຄືນ ປະທັບໃຈແກ່ທຸກຄົນທີ່ມານຳກັນ, ທຸກຄົນໄດ້ຊື້ສິ່ງຂອງຕິດໂຕໄປເພື່ອເປັນທີ່ລະລຶກ.

ໜູ່ຜູ່ໝຶ່ງ ອວດວ່າໂຕເກັ່ງທາງການເບິ່ງສິນຄ້າປະເພດ ຫອກດາບ, ມີດຕ່າງໆ ວ່າແມ່ນຂອງແທ້ ແລະບໍ່ແມ່ນຂອງປອມ!!

ທີ່ເຮັດຂື້ນມາເພື່ອຫຼອກຂາຍໃຫ້ຄົນຕ່າງຊາດ...

ແຕ່ທີ່ແທ້ ກະເສັຍປຽບໃຫ້ຜູ່ຂາຍຈົນໄດ້!!

ຜູ່ຂາຍວ່າ ມີດທີ່ມີທັງຝັກແລະດ້າມອັນປານີດຫັ້ນແມ່ນຂອງແທ້ ແລະຢາກຂາຍ ໃນຣາຄາ ຫົກແສນຫ້າ..

ຕໍ່ກັນໄປຕໍ່ກັນມາ ເຂົາກະຫຼຸດໃຫ້ ພຽງສີ່ແສນ!

ພໍກັບມາຮອດຫໍພັກ ເຈົ້າຂອງເຮຶອນບອກວ່າແມ່ນຂອງປອມ!!ຝ່າຍເຮົາເສັຍຫົວໄປເລີຍ!!

ແຕ່ໜູ່ຜູ່ນີ້ມັນຖົງໝັກບໍ່ເປັນຫຍັງ!!

ອາຈບໍ່ໄດ້ເຫັນແລະບອກຫຍັງກ່ຽວກັບເມຶອງຫຼວງປານຜູ່ອື່ນ. ເວົ້າໄປໜົດບາດແລ້ວຊິບໍ່ມີໃຈຢາກຈະໄປ

ປະໄວ້ໃຫ້ຢາກໄປເຫັນດ້ວຍຕາໂຕເອັງສາ!!

ແຕ່ວ່າເມຶອງຫຼວງກໍຍັງຝັງໃຈແລະເປັນເມຶອງທີ່ມີມົນຂັງຕລອດໄປ..

ຈຳໃຈຈາກ ໄປດ້ວຍຄວມຊື່ນບານແລະໜອງເສົ້າ..

ຊື່ນບານທີ່ໄດ້ມາເຫັນພໍເປັນຂວັນຕາ,

ໜອງເສົ້າເພາະຈຳຕ້ອງ ໄດ້ຈາກໄປ...

ຣົຖຕູ້ ໂຕໂຢຕາ ມາຮັບພວກເຮົາແຕ່ເຊົ້າເພື່ອຈະອອກເດິນທາງໄປ ຊຽງຂວາງ: ຈຸດໜາຍປານທາງຄືທົ່ງໄຫຫິນ!

ບັດນີ້ ແຕ່ລະບ່ອນແຕ່ລະທ້ອງຖິ່ນທີ່ຈະໄປ ແມ່ນວ່າ ມັນເປັນສາກທີ່ເກີດມີໃນບົດເພັງຂອງທ່ານ ກ. ວິເສດ..

ແມ່ນແຕ່ເມືອງຫຼວງທີ່ກຳລັງຈະຈາກໄປນັ້ນ

:``ຍອດພູສີ ສວຍເດັ່ນງາມລ້ຳ

ວັດວາອາຣາມ ດັ່ງໝຶ່ງເທວັນສັນສ້າງ

ສົມຄຳເຫຼົ່າລື ເມຶອງຫຼວງພະບາງ...``

ແລະພວກເຣົາກໍຈຳໃຈຈາກເມຶອງຫຼວງພະບາງໄປ ຕາມເສັ້ນທາງທີ່ເຮົາຂີດໄວ້..

ຈາກທຸກສິ່ງຢ່າງ ແຕ່ບໍ່ອາຈວ່າຕ້ອງຈາກສາວງາມໂສພາ ດັ່ງໃນອີກບົດເພັງນັ້ນ

ເພາະເຮົາບໍ່ໄດ້ຄົບໝ້າຄ່າຕາສາວງາມແຫ່ງເມຶອງມໍຣະດົກໂລກນັ້ນເລີຍແມ້ແຕ່ຄົນດຽວ !!

ຕາມເສັ້ນທາງແຕ່ຫຼວງພະບາງອອກມາ ແມ່ນວ່າ ໄປ ຕາມຂອບພູຫຼື ເຈີ້ຍພູ..ຣົຖແລ່ນໄປວົກມາຕາມເສັ້ນທາງນັ້ນ,

ທັງຂື້ນຄ້ອຍແລະຂ້າງຮ່ອມເຫວ! ດີແຕ່ວ່າດຽວນີ້, ຕາມຄຳບອກເຫຼົ່າຂອງຜູຂັບທີ່ຊຳນານທາງສາຍນີ້ ວ່າ ມີບາງ

ບ່ອນທີ່ມີໂຈນ,  ຫຼືວ່າຜູ່ຮ້າຍມາດັກລັດຍິງ ເຂົາບອກຊື່ກຸ່ມໂຈນນັ້ນ ແຕ່ບໍ່ມີປະໂຫຍດຫຍັງທີ່ຈະໄປຈື່ໄວ້ແນວເປັນ

ພວກອັບປີນັ້ນ..

ແຕ່ຫຼາຍຄົນທີ່ຢູ່ແລະທຳມາຫາກິນໃນບ້ານໃນເມຶອງຂົງເຂດນີ້ຄົງຈື່ໄດ້ ແລະບາງຄົນກະອາຈໄດ້ພົບພໍ້ດ້ວຍໂຕເອັງ!!

ບາງບ່ອນ ກ່ອນໄປຮອດສາລາພູຄູນຫັ້ນມັນກະເກີນວ່າ ເປັນໝ້າສອອນແຕ່ກະມາແຄງໃຈບາດໝຶ່ງວ່າ ຫາກວ່າເປັນ

ຄົນຂັບທີ່ບໍ່ຊຳນານທາງ ອາຈມີຫຍັງເກີດຂື້ນໄດ້..ເສັ້ນທາງນີ້ນັບວ່າຢູ່ໃນຂັ້ນດີ..ແຕ່ກ່ອນ ອ້າຍຂັບຣົຖຫັ້ນວ່າ ບາງທ້ຽວ

ໄປກັນເປັນອາທີດຊ້ຳບໍ່ພໍຍັງມີພວກປູ້ນພວກຈີ້ ກະມີ, ຍາມຝົນ ດິນເຈື່ອນກະມີຫຼາຍ ອາຈວ່າພົບຈຸດຈົບກະເປັນໄດ້

ດັ່ງນັ້ນຕ້ອງໄດ້ຣະວັງກັນສຸດເສັ້ນທາງ.

ແຕ່ຄາວນີ້ ການເດີນທາງບໍ່ຄີດຫວາດກົວແຕ່ຢ່າງໃດ, ມີພຽງເກັງກົວຄວາມພາດພັ້ງນັ້ນທີ່ອາຈເກີດມີໄດ້ທຸກເວລາ.

ອາຈບໍ່ແມ່ນຍ້ອນຄວາມປະມາດ ແຕ່ອາຈເກີດຈາກສ່ວນໃດສ່ວນໝຶ່ງເຊັ່ນຣົຖຕິດຂັດ ຫຼື ກົງແຕກ ເປັນຕົ້ນ.!

ແຕ່ດ້ວຍບຸນ ທຸກສິ່ງເປັນໄປຕາມກົດເກັນ ແລະຄວາມດີງາມ..ການເດີນທາງນັບວ່າສະດວກ ແລະປອດໄພ.

ກ່ອນມາຮອດພູຄູນກະແມ່ນໄດ້ຈອດນັ້ນຈອດນີ້ ບໍ່ຂາດ ສ່ວນຫຼາຍກະແມ່ນຈອດເພື່ອຕື່ມ ແລະແລກປ່ຽນແກ້ວເບັຍລາວ!

ຈາກທາງແຍກພູຄູນໄປທາງຊຽງຂວາງນີ້ ກະສົມຄວນ ຣະຍະທາງນັ້ນຫາກວ່າ ມີການສ້າງທາງທີ່ເປັນຄືຄີດນີ້ ຄົງໃກ້ຂື້ນ

ບາງບ່ອນອາຈຕັດທາງໄດ້ແບບອື່ນ ແຕ່ ທີ່ເຫັນມັນຍັງເປັນເສັ້ນທາງແຕ່ປາງສໄໜ ຝຣັ່ງທີ່ສ້າງຂື້ນ ພຽງວ່າມາແປງມາສ້ອມ

ໃຫ້ດີຂື້ນ.ແຕ່ກ່ອນແມ່ນທ່ານ ປາວີ ເປນຜູ່ ກຳກັບໃນການສ້າງແລະຂີດຫຼັກໜາຍຕ່າງໆ ຜູ່ກ່ຽວກະໄດ້ເສັຍຊີວີດ

ເທິງເສັ້ນທາງສາຍນີ້, ບໍ່ແມ່ນວ່າຫິນທັບຫົວດອກແຕ່ເປັນພະຍາດພະເຍົາຂອງເຂົາຕ່າງຫາກແລະຢູ່ບ້ານບ່ອນທີ່ຕາຍ

ຫັ້ນກະມີສູ່ສານຝັງສົບຂອງເລົາໄວ້  ແຕ່ວ່າບໍ່ມີໂອກາດໄດ້ເຂົ້າໄປເບິ່ງ..

ເມຶ່ອຣົຖແລ່ນໄປຮອດບ່ອນໝຶ່ງ ເປັນໝອງ ຄົນຂັບຣົຖບອກວ່າແມ່ນ``ໝອງຕັງ`` ມັນກະແມ່ນເປັນດິນແດນເມືອງ`` ສູ້ຍ``

ດັ່ງໃນບົດເພັງທີ່ທ່ານ ກ.ວິເສດຮ້ອງແຕ່ກີ້:`` ທຳມະຊາດເມຶອງສູ້ຍ...ທີ່ມີວັກໝຶ່ງວ່າ:

``ນັ່ງຈອມພູໂຊ້ ຫຼຽວໂງໂງ້ງຄືນຕ່າວກັບມາ

ເມຶອງສູ້ຍແສນງາມສງ່າ ດັ່ງເທບເມວາປັ້ນແຕ່ງ

ໝຸ່ມສາວເດິນເຫຼັ້ນ ຍາມຕາເວັນໃກ້ຈະລັບແສງ

ເຝື້ອໄຫຼໃຕ້ຟ້າຍາມແລງ ສຸຂສົມທຸກແຫ່ງເມຶອງສູ້ຍນີ້ເອີຍ.``

 

ອີກບ່ອນໝຶ່ງກະໄດ້ກ່າວເຖິງ ໝອງຕັງ::

 

``ສຽງນົກຮ້ອງກູ່ຍາມເຊົ້າຕູໝ້າອອນຊອນ

ຟັງແລ້ວເປັນໝ້າສະອອນສຽງນົກມັນວອນຮ້ອງສັ່ງ

ຍາມສາຍລົມແຫວກສຽງໃບແປກຮິ່ງຮ້ອງກ້ອງດັງ

ໝ້າຜາລຽບຮິມໝອງຕັງ ໜູ່ນົກຍາງຈອບບິນກິນປາ..`

 

ຍິ່ງໄກອອກໄປຈາກສາມແຍກພູຄູນ ຍິ່ງພາໃຫ້ວາດພາບເຫັນ ດັ່ງໃນສຽງເພັງນັ້ນ.

ໂດຍສະເພາະແລ້ວແມ່ນເພັງທີ່ຮ້ອງສັ່ງເມັຍເພື່ອໄປແນວໝ້າຫັ້ນ:

`` ພໍສີ້ນສັ່ງການດາ

ຣົຖໂຕໂຢຕາ ແວ່ວມາຂໍລານ້ອງໄປ

ສີ້ນສົງຄາມຣຸກຣາມຍາມໃດ

ຂໍຢູ່ຄຽງໃກ້ ແນບກາຍຈົນສີ້ນຊີວາ..``

 

ຊີວີດທະຫານ ມັນກະເປັນຈັ່ງຊັ້ນ

ລູກເມັຍ ບໍ່ສົມຄວນມີ ແຕ່ຫ້າມໃຜໄດ້ນໍ?

ຊີວີດທະຫານທີ່ຕ້ອງອອກປະຈຳການ ແຕ່ ທັງໜົດມັນກະເປັນສົງຄາມ ເພື່ອອຸດົມການ ທີ່ພວກທະຫານທີ່ແທ້ປຽບເໜືອນ

ຂ້ອຍຂ້າ ທີ່ຕາຍໄປພຽງເພື່ອໃຜທີ່ມີອຸດົມການວ່າປ້ອງກັນອະທິປະໄຕ ທັງສອງຝ່າຍ!!

ການເດິນທາງນັບມື້ນັບ ຍາກຂື້ນເພາະໃນບາງບ່ອນຣົຖແລ່ນໄປແບບວ່າ ກ້ຽວໄປວົນມາ ບາງຄັ້ງກະແລ່ນຢູ່ສັນພູ,

ຂ້າງເຫວ ທີ່ ຫາກແນມລົງໄປ ຫາກວ່າໃຜມັກເປັນວິນອາຈວ່າເປັນລົມໄປກະໄດ້!!

ຄວາມສູງຊັນ ແລະໃກ້ໆກັບທາງຣົຖແລ່ນຫັ້ນ ກັບເຫວເລິກ!

ສັນຍາກັບໂຕເອັງແລ້ວວ່າຈະບໍ່ຫວາດຫວັ່ນອັນໃດໃນການເດິນທາງເທື່ອນີ້..

ແຕ່ກະສຽວໆໃຈນຳບາງໂອກາດ ແຕ່ ວ່າ ເບັຍລາວກະຊຸບໃຈນຳອີກ

ກະເປັນວ່າ ກ້າກວ່າທະຫທານທີ່ໄປເສິກປາງກ່ອນ!!

 

``ໄຫຫິນມິ່ງຂວັນຊຽງຂວາງ

ສາຍລົມໄຫຼລ່ວງອ້າຍສຸດຫ່ວງເມຶ່ອຝັນ

ພູວຽງເປັນລອນກ່າຍກັນ..``

 

ໃນທີ່ສຸດເຮົາກະພາກັນມາຮອດ ເມຶອງໂພນສວັນ ເຂດບໍ່ໄຫຫິນ!!

ພາກັນໄປໂລດເພາະຕາເວັນໃກ້ຄ່ຳແລ້ວ!!

ຄົນຂັບຣົຖພາພວກເຮົາເຂົ້າເຂດມະຫັສຈັນ ``ທົ່ງໄຫຫິນ`` ດິນແດນແຫ່ງຄວາມຝັນອີກບ່ອນໝຶ່ງ

ຂອງຂ້າພະເຈົ້າ.

ທຳອິດກະພາກັນໄປ  ແຖວລຸ່ມ ທີ່ມີໄຫຫິນ ຢັງຢາຍກັນເປັນຈຳນວນຫຼາຍໃນໄຫບາງໝ່ວຍກະມີນ້ຳຝົນທີ່ຍັງ

ບໍ່ແຫ້ງ ເສັຍດາຍທີ່ບໍ່ແມ່ນນ້ຳເຫຼົ້າຂອງຂຸນເຈືອງປາງທີ່ສຫຼອງໄຊໃນການເອົາຊະນະຜາບແພ້ສັດຕູ

ແລະພາກັນຫຼີ້ນກິນຢ່າງໃດ

ກະໄດ້ແຕ່ເດົາເອົາ!!

ຄືຊິມ່ວນປານ ຫຍັງ ເພາະເຫັນໄຫບາງໝ່ວຍແຕກເຄີ່ງກະມີ!!

ແຕ່ ບໍ່ແມ່ນຍ້ອນຕີຫົວກັນຍາດໄຫເຫຼົ້າແຕ່ຢ່າງໃດດອກ!!

ແມ່ນຍ້ອນຣະເບີດທີ່ຝູງບິນອາຍພົ່ນທີ່ຖີ້ມລົງໃສ່ກອງທະຫານທີ່ຮັກສາການໃນຂົງເຂດນີ້  ແຕ່ເປັນຫຍັງນໍ ທົ່ງໄຫຫິນ

ຈຶ່ງເປັນດ່ານແລະຈຸດຍຸທສາດ ທີ່ສຳຄັນແກ່ທັງສອງຝ່າຍ?

ປະໃຫ້ນັກປະຫວັດສາດເຂົາເວົ້າໃຫ້ຟັງ ເຮົາຢ່າເສຶອກໄປ ສະຫຼອກກອກເວົ້າຈັກໝ່ອຍມັນຊິບໍ່ເຂົ້າກັບຄວາມເປັນຈິງ!!

ສົງຄາມເປັນສ້ຽນໝາມຂອງການພັທນາສ້າງສາປະເທດ!

ພາກັນຍ່າງໄປ ອ້ອມແອ້ມໄຫແທບທຸກໝ່ວຍ ພະຍາຍາມກອດໄຫນັ້ນ ແນບເອິກ ຫວັງຢາກຈະໄດ້ງິນສຽງອີ່ຫຍັງຈັກຄຳ

ແຕ່ໄຫ ກະມິດຊ້ອຍມ້ອຍກວ່າຫອຍໄຂ້!!

ຄີດໄປວ່າຈະມີໃຜ, ມີວິນຍານ ຂອງບັນພະບຸຣຸດຫັ້ນມາກະຊິບບອກວ່າ

``ໄປບ່ອນຫັ້ນເດ ຍັງມີ ຂອງແກ້ມ ແລະເຫຼົ້າໄຫ ເລັກນ້ອຍ!?``

ແຕ່ຍາມນັ້ນຂ້ອຍມີພຽງຄວາມຮູ້ສຶກປາບປື້ມດີໃຈໃນບັນພະບຸຣຸດ ນິຣະນາມນັ້ນ!

ທີ່ປະໄວ້ເຊິ່ງຄວາມຍິ່ງໃຫຍ່ແລະສວຍງາມ. ແມ່ນວ່າ ເຫຼົ້າພຽງຢອດດຽວກະບໍ່ຈົ່ງໄວ້ຫັ້ນ!

ພວກເຮົາພາກັນຍ່າງໄປແທບທຸກບ່ອນຂື້ນໄປເທິງຫຼັງພູທີ່ກ້ອງຫັ້ນເປັນຖ້ຳທີ່ວ່າ ຍົນອະເມຣິກາຖີ້ມລູກເບີດເຈາະ

ລົງໄປຈົນຮອດຖ້ຳຫັ້ນ ຍັງເຫນັແປວ ເປັນຮູ ນັ້ນ ເຂົາວ່າແມ່ນຮູຣະເບີດນັ້ນ! ໂຕເອັງຄີດວ່າແມ່ນຮູລົມ!!

ທຸກຄົນທີ່ລີ້ຢູ່ກະພ້ອມກັນຢ່າງຫຼີກລ້ຽງບໍ່ໄດ້ ໄປບໍ່ທັນຈັກຄົນ..

ກາຍເປັນວິຣະບຸຣຸດນິຣະນາມໄປອີກເຊັ່ນໝຶ່ງ.

ຈົ່ງໄປດີເຖິງສຸຂ! ທຸກຄົນຍັງເປັນໝີ້ບຸນຄຸນພວກທ່ານຕລອດໄປ!

ຈາກສັນພູນັ້ນແນມລົງໄປຫາທົ່ງນັ້ນ ກວ້າງຂວາງດີ ແລະເປີດແປນ ບໍ່ຮູ້ວ່າ ເປັນຫຍັງທົ່ງໄຫຫິນນີ້ຈຶ່ງ

ເປັນຈຸດຍຸທສາດທີ່ສຳຄັນເຖິງປານນັ້ນ!?

ເຫັນໄຫໝ່ວຍໝຶ່ງທີ່ຕັ້ງຢູ່ແຄມຂຸມຣະເບີດຫັ້ນ ທາງຟາກທີ່ຣະເບີດແຕກຂື້ນຫັ້ນ ບໍ່ມີຫຍັງແຕກເລີຍ

ແມ່ນແຕ່ບິ່ນກະບໍ່ບິ່ນ ແຕ່ທາງກົງກັນຂ້າມ ກັບແຕກເປັນເຟື້ອງເລີຍ..ມາສັງເກດເບິ່ງກັບໜູ່ ແລ້ວໃຫ້

ຄຳເຫັນກັນວ່າ ຄົງເປັນ ຍ້ອນແຮງສະທ້ອນສະເທຶອນນັ້ນເປັນຕົ້ນເຫດ!

ກັບລົງມາຈາກສັນພູຫັ້ນ ກະພາກັນມານັ່ງຖ້າຢູ່ບ່ອນຖຽງໂຊຮູບພາບທັງ ຂ່າວທີ່ບອກໃຫ້ຮູ້ກ່ຽວກັບບ່ອນທີ່ຫິນໄຫນັ້ນ

ຕັ້ງຢູ່ ກະທັ່ງປະຫວັດສາດ ແບບກະທັດຣັດຫັ້ນໃຫ້ໄດ້ອ່ານ ເປັນພາສາອັງກິດ, ຝຣັ່ງ, ລາວ..

ໜູ່ຄູ່ເຂົາກະອ່ານແລ້ວຄ່ອຍມາຖາມເພິ່ມເຕິມນຳເຮົາ.ການອະທິບາຍທີ່ງ່າຍທີ່ສຸດກະຄື ແປ້ນກະດານທີ່ຊີ້ບອກທຸກຢ່າງຫັ້ນ

ແຕ່ຫາກວ່າມີໃຜມາເວົ້າສູ່ຟັງນັ້ນເປັນການດີທີ່ສຸດ ເພາະອາຈມີທັງ ອາຣົມເຂົ້າຕື່ມ ແລະພາໃຫ້ຜູ່ຟັງຮັບຮູ້ໄດ້ດີ ແລະຈື່ຈຳໄດ້ນານ.

ພາກັນນັ່ງຫຼີ້ນຢູ່ຫັ້ນນານພໍສົມຄວນ ວາດພາບໄປ ເຫັນປາງສົງຄາມທີ່ບໍ່ເປັນທຳນັ້ນ ແສນສລົດໃຈ.

ແລະທີ່ພາໃຫ້ສະອື້ນໃນຊວງກະຄືພາບທີ່ເຮົາວາດເຫັນຍາມທີ່ພວກທະຫານຮັກສາການພາກັນແລ່ນລີ້

ແລະຫຼົບຫຼີກຈາກການໂຈມຕີ ທາງອາກາດທີ່ບໍ່ເປັນທຳຫັ້ນ! ການຕໍ່ສູ້ທີ່ບໍ່ສົມດຸນກັນ, ການຕໍ່ສູ້ທີ່ບໍ່ກ້ຳເກິ່ງຫັ້ນ

ແຕ່ທັງໜົດກອງທະຫານປົດປ່ອຍຊາດກໍສາມາດເອົາຊະນະບັ້ນຣົບນັ້ນໄດ້::

ຈະແມ່ນຍ້ອນເທວາຟ້າດິນຊ່ອຍຫຼື ໃຜຊ່ອຍກະຕາມ ບັ້ນຣົບນັ້ນຈົບສີ້ນລົງ..

ຍັງເຫຼຶອໄວ້ໃຫ້ໄດ້ຄີດພຽງວ່າ ສົງຄາມນີ້ ມັນກ່ຽວອີ່ຫຍັງກັບເຮົາ?

ແລ້ວຈະພາໄປທ່ຽວຫຼື ນຳໄປສູ່ຣາຕຣີທີ່ຊຽງຂວາງ ໃນບັ້ນໝ້າ!

ຂອບໃຈ.

 

Delicious Digg Fark Twitter