ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ແທບເຕັມແລ້ວກະຖາງຂີ້ເຫຍື່ອໃນຫ້ອງນອນເຮົາ!

ກະແນວວ່າໃນຫ້ອງນອນຜູ່ດຽວ ເດ.

 ເຣີ້ມຂຽນຈົດໜາຍຫານາງຢ່າງຕັ້ງໃຈ,ແຕ່ອັນໃດກະບໍ່ພໍໃຈ ທຸກສະບັບມັນກະລົງໄປກອງຢູ່
ໃນກະຖາງຂີ້ເຫຍື່ອໜົດສ້ຽງ ເປັນກ້ອນ ຫຍ່ອງຍີ!

ເມື່ອຫົວໃຈມັນສັບສົນ ແລະບໍ່ຮູ້ວ່າສິ່ງທີ່ຂຽນລົງໄປຫານາງຫັ້ນມັນພໍມີຄວາມໜາຍຫຍັງແນ່ຫຼືບໍ່ກະຍັງສົງສັຍ!

ມັນຈຶ່ງພາກັນປ້ອມກັນລົງກະຖາງ!

ບາງແຜ່ນເຈັ້ຍຫັ້ນຂຽນໄປໄດ້ພຽງສາມສີ່ແຖວ, ບາງໃບເກືອບເຄິ່ງໝ້າແລ້ວ ແຕ່ຜີຫ່າຫຍັງບໍ່ຮູ້ ກັບຄວາມບໍ່ພໍໃຈຫັ້ນ!

ບໍ່ມີໃຜຮູ້ນຳ.

ແນວເປັນຊາຍພອຍມານານ.

ຄົນທີ່ເຂົ້າໃຈມີນ້ອຍແມ່ນແຕ່ໂຕເອັງກະຍັງເຂົ້າໃຈໂຕເອັງຍາກຄືກັນ..

ແລ້ວຈັ່ງໃດຊິໃຫ້ຜູ່ອື່ນມາຮູ້ມາເຂົ້າໃຈເຮົາໄດ້..

ຄວາມສັບສົນໃນຄວາມຄຶດມັນນັບມື້ນັບມຶດມົນຂື້ນ..ຈົນວ່າບໍ່ຮູ້ຈະເຮັດແນວໃດກັບໂຕເອັງ..

ຄີດໄປໄກຢາກຈະໄປຫານາງ, ທີ່ຄີດວ່າເປັນນາງສຸດທີ່ຮັກໃນຫົວໃຈ..

ແຕ່ຈາກຄຳຖາມຕ່າງໆທີ່ນາງຖາມມາຍາມເຮົາຢູ່ນຳກັນ, ໃກ້ກັນ, ມັນຄືວ່າແປກແທ້!

ຖາມຫາເຮັດຫຍັງກັບເຣື້ອງຕ່າງໆຜ່ານມາໃນຊີວີດຈາກເບື້ອງຫຼັງ!?

ເປັນຫຍັງບໍ່ເວົ້າກັນເຖິງຍາມນີ້ ເວລານີ້ທີ່ເຮົາຢູ່ໃກ້ກັນ!

ມັນຈັ່ງໃດກັນແທ້ກັບຜູ່ຍິງນີ້, ຄືມາແປກແທ້!

ຍ້ອນຄວາມຫວຸດຫວິດໃນໃຈ ເຊົາຂຽນຈົດໜາຍນັ້ນລົງ ແນມເຫັນຫຍັງໃນໝ້າຄອມທີ່ເຂົາໂຄສະນາຕ່າງໆ.

ລາສມີນິດ!

ອາທີດໝຶ່ງໃນດອນ ເຣອຸຍນິຍົງ, ຄ່າເດິນທາງ, ຄ່າໂຮງແຮມ, ອາຫານເຊົ້າຄົບ ພຽງ ສີ່ຮ້ອບຢູໂຣ!!

ກະເຫັນວ່າເປັນໂອກາດດີອີ່ຫຼີ, ຈຶ່ງ ຄລິກສັ່ງຊື້ລົງໄປ..

ໃຈລັ້ງລໍ ຫຼືວ່າຈະໂທໄປຊວນນາງໄປນຳກັນ!

ໃຈໝຶ່ງກໍຫວາດຫວັ່ນເຂົາຊິເວົ້ານຳເຮົາບໍ ຫຼັງຈາກທີ່ໃນການພົບຄັ້ງທີ່ແລ້ວເຮົາຍ່າງຈາກນາງໝີຢ່າງບໍ່ວ່າຫຍັງຈັກຄຳ!

ການເດິນທາງຈະມີຂື້ນໃນຕອນເຊົ້າມືດຂອງມື້ອື່ນ.ປີ້ຮັບເອົາກ່ອນຂື້ນເຄື່ອງບິນທີ່ສະໝາມບິນ.

ພົກເສື້ອແຂນສັ້ນພຽງສອງໂຕກັບເສື້ອທີເສີດສາມໂຕ!

ແມ່ນຈະເປັນຍາມໝາວໃຈບ້ານ ແຕ່ຄີດໄປວ່າທີ່ນັ້ນປາຍທາງທີ່ຈະໄປນັ້ນຄົງຮ້ອນອົບເອົ້າ..

ພົກເອົາເກີບຊັງດານຄູ່ໝຶ່ງແລະລອງເທົ້າສອງສາມຄູ່ ກັບແປງຖູແຂ້ວທັງຢາຖູແຂ້ວ ນ້ຳຫອມແລະນ້ຳຫອມຫຼັງແຖໝວດ..

ລັບທອບກະບໍ່ກ່ຽວໄປແບບວ່າປິດສາກໄວ້ທາງຫຼັງ..ບໍ່ຢາກຮູ້ຢາກເຫັນຫຍັງທາງຫຼັງ..

ພໍໄປສເນິໂຕຮັບປີ້ກະຍັງສົນໃຈແລະຍັງຄີດໄປວ່າໂທຊວນນາງໄປນຳກັນບໍ!?

ແຕ່ໃຈໝຶ່ງກະເສີຍ..ຮັບເອົາປີ້ແລ້ວກະມຸ່ງໝ້າສູ່ເຄົາເຕີ້ຂອງບ່ອນແຈ້ງອອກ ດຶງເອົາພາສປອດແລະປີ້ຍົນຍື່ນໃຫ້ນາງພນັກງານສາຍການບິນ.

ພໍກວດຫຍັງຄົບຖືກຕ້ອງຕາມຂແໝງການແລ້ວນາງກໍຈ້ຳກາກັບເອົາປີ້ເລກລຳດັບໃສ່ຖົງໃຫ້..

ເຮົາແນມນຳຖົງທີ່ຫາຍໄປກັບສາຍເລື່ອນເກັບກະເປົ້າຕ່າງໆຫັ້ນຈົນລັບສາຍຕາ..

ທັງຍ່າງໄປຫາເຄົາເຕີ້ຂອງຕຳຣວດກວດຄົນເຂົ້າອອກເມືອງ..
ນາຍຕຳຣວດສາວເບິ່ງຮູບໃນພາສປອດແລ້ວເງິຍໝ້າຂື້ນເບິ່ງໝ້າເຮົາ ສີ້ງເບິ່ງເລັກນ້ອຍແລ້ວກໍຈ້ຳຕາໃສ່ບັດເດິນທາງທັງສົ່ງຍິ້ມໃຫ້
ແລະກ່າວຄຳອ່ວຍພອນຈົ່ງໄປດີ ແລະພັກຜ່ອນໃຫ້ສົມໃຈ..

ເຮົາກ່າວຄຳຂອບໃຈຄ່ອຍໆກັບຍິ້ມເສົ້າໆຕອບນາງຕຳຣວດໄປ, ຈັບເອົາພາສປອດແລ້ວກະຍ່າງເຂົ້າຫ້ອງຄອຍ..

ສຽງປະກາດໃຫ້ກຽມຂື້ນເຄື່ອງດັງກ້ອງ!!

ທ່ານຜູ່ໂດຍສານ ຂອງທ້ຽວບິນສາມຮ້ອຍສີ່ທີ່ຈະເດິນທາງໄປ ລາສປານລມາສແລະເກາະ ເຣອຸຍນິຍົງຈົ່ງກຽມຂື້ນເຄື່ອງໄດ້ແລ້ວ..

ພໍນັ່ງຮຽບຮ້ອຍແລ້ວ ໃນໃຈເຮົາຍັງສັບສົນແລະຄີດໄປໄກ..

ຍົນໄດ້ເຣີ້ມຕິດເຄື່ອງຈັກແລະຄ່ອຍໆແລ່ນຕາມເສັ້ນໜາຍເພື່ອສູ່ທາງແລ່ນຂື້ນ..

ຫົວໃຈເຮົາເຣີ້ມເຕັ້ນຢ່າງແຮງ ເໜືອນກັບວ່າມັນເປັນການຕັດສິນໃຈຫຼົບລີ້ໝີຄວາມຈິງຂອງຊີວີດຫຼືໃດນີ້!

ແຕ່ກະຊ່າງເທາະຈົ່ງໄປຕາມວິຖີຊີວີດທີ່ມັນຢາກໃຫ້ເປັນ..

ເຄື່ອງບິນຂື້ນສູງທາງ ຄັບຕັນ ກໍ່ສັ່ງໃຫ້ແກ້ສາຍແອວປະກັນພັຍໄດ້ແລ້ວທັງບອກວ່າອີກບໍ່ດົນພນັກງານອາກາດ
ກໍຈະນຳເອົານ້ຳດື່ມແລ້ວແຕ່ໃຜຕ້ອງການມີເບັຍ, ເຫຼົ້າວາຍ, ນ້ຳຫວານຫຼືໃຜມັກຂອງທີ່ມີຣີດສູງ
ພວກເຣົາກໍມີທັງວອດກ້າແລະວິສກີ້ຕາມໃຈມັກແລະຈົ່ງເດິນທາງກັບສາຍການບິນເຮົາດ້ວຍຄວາມປອດພັຍ..

ບໍ່ນານສາວນັກເສີບກໍເອົາແພເຢັນມາໃຫ້ເຊັດໝ້າອີກຄົນໝຶ່ງກໍຍູ້ຕູ້ກັບເຄື່ອງດື່ມຕາມມາ..

ເຮົາຂໍວອດກ້າ..ຮ້ອຍກຣາມ..ຫວັງຢາກຈະລືມແລະຫຼັບລົງໃນທັນໃດຫັ້ນ..ຄີດວ່າຄົງລືມຫຼາຍໆຢ່າງລົງພ້ອມ.

ແມ່ນວ່າຍັງເປັນຍາມເຊົ້າຢູ່ແຕ່ຍ້ອນການນອນທີ່ບໍ່ເຕັມຕາມານານ ພາໃຫ້ເຮົາຫຼັງລົງຢ່າງງ່າຍດາຍ.

 

ເມື່ອຮູ້ສຶກໂຕນາງສາວບໍຣິການທາງອາກາດມາປຸກໃຫ້ເຮົາຕື່ນເພາະເຂົາເສີບອາຫານແລະ
ທັງບອກວ່າຫຼັງອາຫານແລ້ວເລັກນ້ອຍກໍຈະເຖິງຈຸດໜາຍປາຍທາງແລ້ວ..

ແຕ່ໃສໄດ້ ເຮົາຍັງຕ້ອງຕໍ່ເຄື່ອງໄປດອນເຣອຸຍນິຍົງ...

ມັນເປັນບັນຫາຂອງເຮົາໃຜບໍ່ກ່ຽວຂ່າວຕ່າງໆເຮົາມີແລ້ວຈາກເນດກ່ອນອອກເຮືອນມາ..
ເຮົາຈະມີເວລາຖ້າປ່ຽນຍົນພຽງສີ່ສີບຫ້ານາທີ..

ຄົງພຽງພໍສຳຫຼັບຊາຍດ່ຽວໃນການເດິນທາງ..

ເຮົາໄປຮອດດອນເຣອຸຍນິຍົງກໍໃກ້ຄ່ຳ ແຕ່ແສງແດດຍັງຮ້ອນເອົ້າເພາະຄວາມແຕກຕ່າງຂອງເວລາແລະເຂດອາກາດຮ້ອນ!!

ອາຍຮ້ອນຈາກແສງຕາເວັນຍັງແຮງຈົນວ່າເຫື່ອເຮົາເຣີ້ມເປັນຟົດເຕັມໝ້າແລະຮູ້ສືກປຽກຊຸ່ມທົ່ວກາຍ..

ເຮົາເຂົ້າຫ້ອງພັກວາງກະເປົ່າໝ່ວຍບໍ່ໃຫຍ່ແຕ່ກະທັດຣັດຫັ້ນລົງຂ້າງຕຽງແລ້ວແກ້ເສື້ອທັງສົ້ງອອກລົງກັບພື້ນເຮຶອນ
ຖືວ່າເປັນເຮືອນຊົ່ວຄາວຂອງເຮົາ..

ອາທີດໝຶ່ງ..

ເຂົ້າຫ້ອງນ້ຳກວດເບິ່ງວ່ານ້ຳໄຫຼໄຟສວ່າງບໍ ເປີດກ໋ອກອອກ ນ້ຳທີ່ໄຫຼອອກມາ ຮ້ອນ ຈຶ່ງປ່ອຍໃຫ້ມັນໄຫຼອອກມາໄວ້ຈັ່ງຊັ້ນ..

ກັບມາຫ້ອງນອນແລະໄຂກະເປົ໋າອອກດຶງເອົາເສື້ອຍຶດຂາວແລະບາງອອກມາປະໃສ່ຕຽງທັງສົ້ງຊ້ອນໃນສີຂາວຄືກັນ..
ແລະສົ້ງຂາສັ້ນສີກາກີອ່ອນໂມໂຣແບບ ຂອງທະຫານໃນທະເລຊາຍ ແລ້ວກໍກັບເຂົ້າຫ້ອງອາບນ້ຳ..

ເອິນ້ຳຄືເຢັນໆຂື້ນເລັກນ້ອຍ..

ພໍອາບນ້ຳແລ້ວເຮົາກໍເອົາຖົງເປ້ກັບກ້ອງຖ່າຍຮູບກັບແຫວ່ນຕາດຳແລ້ວກໍອອກຈາກຫ້ອງໄປ..

ຍ່າງໄປຕາມຖນົນໃກ້ໆໂຮງແຮມ ອ້ອມແອ້ມ ແລະແຫວ່ເຂົ້າຮ້ານຂາຍນ້ຳ ສັ່ງຊື້ນ້ຳອັດລົມ ສະໄປຣ້
ເພາະເຄີຍໄດ້ອ່ານຂ່າວແບບເປັນສິ່ງທີ່ຄວນຮູ້ມາວ່າຫາກວ່າບໍ່ຢາກໃຫ້ເຫື່ອອອກມາກເກິນໄປຄວນກິນນ້ຳຫວານ,
 ນ້ຳຊາກໍຄວນໃສ່ນ້ຳຕານເລັກນ້ອຍ..ມັນຢັບຢັ້ງເຫື່ອວ່າຊັ້ນ..

ເຮົາຍ່າງທ່ຽວໄປແບບວ່າບໍ່ມີຈຸດໜາຍປາຍທາງແຕ່ມັນຊິໄປຫຼົງທາງຄົງບໍ່ມີແລະເປັນໄປບໍ່ໄດ້ເພາະເປັນດອນທໍ່ຝາມືນີ້!!

ແຕ່ແລ້ວຄ່ຳລົງມັນກໍພາໃຫ້ຂາດຄວາມຮູ້ທີດທາງ ເພາະຄວາມມືດມິດ..

ຈຳເປັນຕ້ອງໄດ້ຖາມຄົນປະຈຳທ້ອງຖິ່ນວ່າໄປໂຮງແຮມນັ້ນໄກປານໃດ...
ເຂົາວ່າບໍ່ໄກດອກຍ່າງໄປທາງນັ້ນບຸດດຽວເຈົ້າກໍຈະໄປຮອດ..

ເຮົາຍ່າງເພິນໄປບັນຍາກາດຂອງຍາມຄ່ຳທີ່ເຣີ້ມດີຂື້ນ, ສິເຢັນໆຍາມລົມທະເລພັດເຂົ້າມາ..

ບໍ່ຮູ້ວ່າກັບມາຮອດໂຮງແຮມຍາມໃດ ເຂົ້າແລງກະບໍ່ຄີດຢາກ ກິນຫຍັງເລັກນ້ອຍນຳທາງແມ່ນໜາກໄມ້ທີ່ແປກໆນັ້ນ...

ແຕ່ກະບໍ່ຢາກເຂົ້າ..

ກັບຮອດຫ້ອງແລ້ວກໍແກ້ສົ້ງຂາສັ້ນຖີ້ມໃສ່ຕັ່ງເບາະຕໍ່ໝ້າໂທຣະທັດທັງເສື້ອຊ້ອນ ຍັງເຫຼຶອແຕ່ສົ້ງຊ້ອນໃນຢ່າງດຽວ..

ຄີດວ່າໃຜຊິມາແອບລັກເບິ່ງເດ!!

ເປີດເບິ່ງຣາຍການທິວີທ້ອງຖິ່ນໄປແທບໜົດທຸກຊ່ອງ ແຕ່ບໍ່ໄດ້ເບິ່ງອັນໃດເປັນແກ່ນສານ..

ທັງຍັງເຫັນວ່າເຂົາກະມີ ຊິແອນແອນ, ອານຈາຊິຣາແລະທີ່ຂາດບໍ່ໄດ້ກະຊ່ອງຕ່າງໆຂອງຝຣັ່ງ..
ຈະໃຫ້ຂາດໄປໄດ້ຈັ່ງໃດແນວມັນແມ່ນດິນແດນເຂດພົ້ນທະເລຂອງຝຣັ່ງ!!

ເຮົາຫຼັບໄປກັບຂ່າວຈາກຢູໂຣບ..ມາຮູ້ເມື່ອກໍເກືອບຕີສີ່..ຈຶ່ງໂຢ້ລຸກຈາກຕັ່ງກ່ອມກ້ອຍຂື້ນຕຽງນອນລົ້ມຫົວລົງຢ່າງອິດເມື່ອຍ..
ແລະຫຼັບໄປໃນບໍ່ຊ້າ..

ມາຮູ້ເມື່ອອີກເທື່ອກໍ ເຈັດໂມງກວ່າແລ້ວ..

ຄ່ອຍງອມແງມລຸກຈາກຕຽງຄົ້ວຫາ ຣີໂມດທີວີມາເປີດ ຟັງຂ່າວ ບໍ່ເຫັນມີຫຍັງໃໜ່
ນອກຈາກຂ່າວຈາກລີບີທີ່ພາກັນທາສີເລືອດຕາມທະເລຊາຍ..

ຂ່າວທ້ອງຖິ່ນກະວ່າ ມື້ນີ້ ອຸນນະພູມຈະຢູ່ໃນຂັ້ນ ບວກສາມສີບອົງສາ..ໂອຕາຍກູ!

ຈົ່ມນຳໂຕເອັງ..

ກ່ອມກ້ອຍລົງຈາກຕຽງເຂົ້າໄປຫ້ອງນ້ຳ ຜີຫ່າອ້າຍຂາສາມເສືອກແຂງຂື້ນ!ຍ້ອນຫຍັງ?

ຄວາມຮ້ອນພາໃຫ້ເລຶອດແລ່ນດີບໍ!?

ແກ້ສົ້ງຊ້ອນອອກແລ້ວມຸດຫົວກ້ອງນ້ຳທີ່ໄຫຼຊາກໆໃນຫ້ອງນ້ຳຢ່າງສຳຣານໃຈ..
ຄີດໄປວ່າ ນາງຢູ່ຈັ່ງໃດດຽວນີ້ ຮູ້ບໍ່ວ່າເຮົາຢູ່ໃສ?

ແນມເບິ່ງບັກນ້ອບໂຕເອັງຢ່າງສັງເວດ ແທນທີ່ຈະຢູ່ແລະເອົາອົກເອົາໃຈນາງອັນເປັນທີ່ຮັກນັ້ນກັບເສືອກບິນໝີ..
ເຈົ້າຊິໝີໄປຮອດໃສ??ຖາມໂຕເອັງແລະບັກຫຳນ້ອຍ..

ແມ່ນລະຊິໄປຈົນສຸດຂອບຟ້າຄວາມຄີດຝັນກະລົງຢູ່ໃກ້ນາງຢ່າງບ້າບິ່ນແລະບໍ່ຮູ້ວ່ານາງຢູ່ຈັ່ງໃດ
ແລະຄີດຈັ່ງໃດກັບເຮົາກັບໂຕເຮົາແລະທຸກຢ່າງ..

ຄົ້ວເອົາຜ້າເຊັດໝ້າຂາວໆມາຊັບເມັດນ້ຳຕາມຮ່າງກາຍ ແລະໃບໝ້າ..

ລົງມາຮອດຫ້ອງໂຖງພວກ ຣີເຊັບຊັ້ນ ເຂົາບອກວ່າຫ້ອງອາຫານເຊົ້າເປີດຮອດສີບໂມງ...

ເຮົາເຂົ້າໄປເຫັນມີແຂກພຽງສອງສາມຄົນນັ່ງລົມກັນທັງດື່ມກາແຟແລະເຫັນຈານເຂົາເຈົ້າເປ່າແລ້ວ..
ເຮົາກ່າວຖາມສະບາຍດີຕາມມາຣະຍາດ...

ເຂົາເຈົ້າແນມມາແລະຕອບຄຳສະບາຍດີຕາມອັທຍາສັຍຊາວຢູໂຣບ ແມ່ນບໍ່ຮູ້ຈັກກັນມາກ່ອນກໍກ່າວຄຳສະບາຍດີຕໍ່ກັນ..

ຂ້ອຍຍ່າງໄປຫາໂຕະທີ່ມີໜໍ້ກະແຟດຳຕັ້ງຢູ່..

ເອົາທັງຈານໃສ່ອາຫານ..ມີໃສ້ອົ່ວແບບທີ່ເຄີຍກິນມາແຕ່ບ້ານ,ມີໜາກໄມ້, ໜາກຫຸ່ງ, ໜາກແຕງສຸກ,
ໜາກນັດເປັນປ່ຽງແລະສາຣະພັດແນວ..

ແລະນ້ຳໜາກກ້ຽງສົດຈອກໝຶ່ງ!

ເຣົາເອົາໜາກມ່ວງໝຶ່ງເຟື້ອງ, ເຂ້າຈີ່ສອງປ່ຽງ,ເນິຍແລະແຈມໜາກນັດ!!
ຄີດໄປວ່າຕ້ອງກິນເຂົ້າເຊົ້າໃຫ້ສົມຄວນເພື່ອຈະໄປທ່ຽວໄກ ໄກໃຫ້ລືມນາງ...

ກິນໄປດື່ມກາແຟໄປພ້ອມ..ເຫັນມີເຂົ້າປຽກແບບຊາວອາຊີ ກະເອົາຖ້ວຍນ້ອຍຕັກມາກິນແບບໃຫ້ຟື້ນຄືນຄວາມຫຼັງ..
ຄາວໄປກິນນຳໜູ່ງັນເຮືອນດີ..

ພໍປັ້ນເຊົ້າແລ້ວກໍລຸກໄປ..ແຕ່ພວກນັ່ງກ່ອນຫັ້ນເຂົາຖາມ ມາດົນແລ້ວບໍ?
ແລະຈະໄປໃສມື້ນີ້..ເຮົາຕອບໄປຢ່າງເປັນກັນເອັງວ່າຫາກໍມາຮອດແລະຍັງບໍ່ຮູ້ວ່າຈະໄປໃສດອກ ໄປຕາມປະສາຄົນປ່ຽວນີ້ແຫຼະ!

ໂອມາຜູ່ດຽວນໍ!

ແມ່ນລະ..ໂອເຣິວົວ!!

ແລ້ວເຣົາກໍອອກຫ້ອງອາຫານໄປ..ບໍ່ຮູ້ຈະໄປໃສ ມັນມືດແປດດ້ານ....
ນັ່ງລົງກັບຣະບຽງຕໍ່ໝ້າ ໂຮງແຮມ ແລະຈົກເອົາກ້ອງອອກມາ ແລະວາດຮູບອ້ອມແອ້ມທີ່ເຫັນວ່າແປກຕາ..

ເຮົາຍ່າງໄປແຄມນ້ຳ, ແຄມທະເລ..ຍ່າງໄປ ເຫັນແຕ່ກາບກີ້ເປົ່າຂາວເຕັມຕາມຝັ່ງ ທີ່ຟອງນ້ຳຍໍມາຖຫວາຍແກ່ສາຍຕາ...


ທີ່ຫ້ອງນອນຂອງເຮົາຢູ່ຊານເມືອງວັກໂຊວີ ອານຍາ ມາແວ່ເບິ່ງ ນາງເຄາະປະຕູ ແຕ່ບໍ່ມີສຽງຕອບແລະກະບໍ່ມີໃຜຢູ່.
ນາງກໍຮູ້ວ່າບ່ອນເຂົາເຊື່ອງກະແຈປະໄວ້ໃຫ້ນາງຍາມເຮົາບໍ່ຢູ່.
ມີກະແຈຫ້ອງຂອງເຮົາຢູ່ໃນບ່ອນກ້ອງຜ້າເຊັດພື້ນເກີບທີ່ເຮັດດ້ວຍເປືອກໜາກພ້າວ...
ນາງເປີດປະຕູເຂົ້າໄປ ຜ້າກັ້ງກໍປິດຕາມປ່ອງອ້ຽມ ນາງໄຕ້ໄຟຂື້ນ!!
ໂອຍຈັ່ງແມ່ນຫຍູ້ງເຫຍິງນໍ ເຮືອນຂອງຜູ່ທີ່ຄ້າຍແຟນນີ້ກະດາຍ..
ນາງສຫງົນວ່າເຂົາໄປໃສ!?ຖາມໂຕເອັງ ໂທຣະສັບກະບໍ່ຮັບ ຕູ້ເມລກະບໍ່ເປີດອ່ານ ຂຽນມາຫາຕັ້ງຫຼາຍຄັ້ງ...
ທີ່ຈິງບໍ່ມີເຂົາເລີຍເກືອບອາທີດແລ້ວ!
ຫາຍຫົວໄປໃສ, ແລ້ວໄປກະບໍ່ບອກ!
ເປັນຕາຍຮ້າຍດີຈັ່ງໃດ, ຄຽດກັນຊັ້ນບໍ່!
ອານຍາແນມໄປເຫັນກະຖາງຂີ້ເຫຍື່ອເຕັມແຕ່ເຈັ້ຍທີ່ຖຶກຍ່ອງເປັນກ້ອນຄືໜາກບູນນີ້!!
ນາງຄ່ອຍແກ້ເສື້ອກັນໝາວອອກແລະວາງລົງກັບຕຽງທີ່ບໍ່ໄດ້ມ້ຽນມັດໃຫ້ສົມກັບວ່າແມ່ນບ່ອນນອນຂອງມະນຸດ..
ເຂົາໝີໄປແບບໃດຢ່າງຟ້າວຟັ່ງ.!!
ແມ່ນແຕ່ບ່ອນນອນກະປະຊະຊາຍແບບນີ້ ໂອຍ!!
ຍິງພາໃຫ້ນາງອ່ອນໃຈນຳຊາຍທີ່ໂຕຄີດວ່າແມ່ນແຟນຫັ້ນ!!
ສັງເວດໃຈໂຕເອັງ ແຕ່ເຮັດຈັ່ງໃດໄດ້ກະຮັກເຂົາແທບຍໍຫົວບໍ່ຂື້ນ!!
ນາງຈັບເອົາເຈັ້ຍທີ່ເປັນກ້ອນມົນຂື້ນມາພື ແລ້ວເຣີ້ມອ່ານ...
``ອານຍາ ເຈົ້າຄົງບໍ່ຮູ້ວ່າຂ້ອຍຮັກເຈົ້າພຽງໃດ.
ຄຳຕອບໃດໆຕໍ່ຄຳຖາມທີ່ເຈົ້າຕັ້ງຂື້ນມາຫັ້ນຂ້ອຍຕອບເຈົ້າບໍ່ໄດ້....``
ເຈັ້ຍແຜ່ນນີ້ມີພຽງເທົ່ານັ້ນຖ້ອຍຄຳ.
ນາງກໍຈັບເອົາອີກກ້ອນໃໜ່..
``ຄວາມຮັກຂ້ອຍນັ້ນມັນເໜືອນດັ່ງຟ້າປະທານແຕ່ຂ້ອຍບໍ່ຮູ້ຈະບອກເຈົ້າວ່າຈັ່ງໃດດີ.
ຍາມເຮົາຢູ່ໃກ້ກັນມັນຄືວ່າຄວາມເວົ້າທີ່ຂ້ອຍຢາກຈະບອກເຈົ້າຫັ້ນມັນຕັນໜົດ.
ຄີດຫຍັງກະບໍ່ອອກຢ່າງມີເຫດມີຜົນ.ຢາກບອກເຈົ້າ ວ່າສຸດທີ່ຮັກແຕ່ມັນບໍ່ລອດຈາກຮິມປາກ
ຂ້ອຍໄດ້ຢ່າງທຳມະຊາດໄດ້ ເພາະເຫດໃດຂ້ອຍບໍ່ຮູ້...``
ແຜ່ນນີ້ກະມີພຽງນີ້..
ໂອຍຈັ່ງແມ່ນເວນກູນໍ ມີແຟນນຳເຂົາກະປານມີແຟນບ້າ!!ນາງຈົ່ມກັບໂຕເອັງ..
ນາງຈັບເອົາກ້ອນເຈັ້ຍໃນກະຖາງຫັ້ນຂື້ນມາອ່ານຈົນໜົດແລະແພ່ເປັນພັບຂື້ນກອງເປັນຕັບເກືອບຊາວແຜ່ນ!!
ນາງຍິ້ມໃຫ້ກັບໂຕເອັງຢ່າງພໍໃຈ ແລະເກັບມ້ຽນຕຽງນອນຂອງຊາຍຄົນຮັກຢ່າງປານີດ..
ທັງໃນຫ້ອງນ້ຳກະເກັບເຄື່ອງໃຊ້ໄມ້ສອຍທີ່ຕົກຊະຊາຍຫັ້ນເຂົ້າກະຕ່າຂອງເປື້ອນ.
ນາງແນມເບິ່ງອີກເທື່ອຕໍ່ຫ້ອງນອນຫ້ອງນີ້ທີ່ຫຼາຍຄັ້ງນາງໄດ້ແຮມຄືນມາກັບເຂົາ..
ຈັບເສື້ອກັນໝາວຄືນມາຫົ່ມໃສ່ກະດູມອັນສຸດທ້າຍແລ້ວຍິ້ມຢ່າງພໍໃຈເໜືອນກັບສັ່ງ
ແລະຝາກຖ້ອຍຄຳໄວ້ໃຫ້ເຂົາ ທີ່ນາງບໍ່ຮູ້ວ່າຢູ່ຫົນໃດໃນເວລານີ້..
ນາງມອດໄຟແລ້ວເສຶອດສາຍຕາເບິ່ງຕຽງທີ່ເປັນຣະບຽບແລ້ວກໍອັດປະຕູໃສ່ໄລ.
ນາງເອົາກະແຈຍັດປະກ້ອງແຜ່ນເຊັດພື້ນເກີບດັ່ງເຄີຍແລ້ວກໍຍ່າງລົງຂັ້ນໄດໄປຢ່າງມີອາຣົມດີ..ແມ່ນວ່າບໍ່ໄດ້ເຫັນເຂົາ.
ແຕ່ນາງກໍຮູ້ວ່າຄົງບໍ່ໄປແຖຫົວກັບວົງເຫຼົ້ານຳໜູອະດີດນັກຮຽນນາຍຮ້ອຍນຳກັນ..

ເຮົາກັບມາຈາກການເດິນທາງ ລາສມິນິດຢ່າງເພີດເພິນແລະຄີດວ່າທຸກຢ່າງທີ່ເຄີຍສັບສົນມານັ້ນ
ມັນຄິຄາຍອອກຢ່າງເປັນຣະບຽບແລະມີກົດເກັນ..
ເມື່ອກັບມາເຖິງເຮຶອນ.
ພໍໄຂປະຕູເຂົ້າໄປ ຍິ່ງພາໃຫ້ເຂົາແປກ!!
ນາງຟ້າມາແຕ່ໃສມາມ້ຽນມາພັບໃຫ້ນີ້ນະ!
ເມື່ອເຮົາວາງກະເປົ່າເດິນທາງລົງແລ້ວເບິ່ງໄປຮອບຫ້ອງກໍເຫັນເຈັ້ຍແຜ່ນໝຶ່ງກັບລາຍລັກອັກສອນທີ່ລື້ງຕາຂຽນບອກວ່າ:
``ຫາກກັບມາແຕ່ທາງໃດແລ້ວຫັ້ນໂທຫາແດ່``
ຍັງຫ່ວງແລະຄີດເຖິງ.
ອານຍາ.
ປລ.ຍັງຖືເບິເກົ່າຢູ່.
ທີ່ແປກໄປກວ່ານັ້ນ ກໍຄື ແຜ່ນເຈັ້ງທີ່ຍັງຍູ່ຍີ່ຫັ້ນກອງກັນເທິງໝ້າໂຕະຕໍ່ໝ້າຈໍ ລັບທອບ!!
ໃນກະຖາງກະເປົ່າແປນ!!
ເຮົາກໍເກັບເອົາຄືນມາອ່ານຄືກັນ...

ມັນກະບໍ່ແມ່ນວ່າທຸກຄຳທີ່ຂຽນລົງໄປຫັ້ນມັນບໍ່ມີຄວາມໜາຍດອກ ແຕ່ເປັນຫຍັງຍາມນັ້ນຈຶ່ງມຶດມົນ?

ເທວະດາອາຈຮູ້ໄດ້!
ແທ້ຈິງມັນແມ່ນຄຳສາຣະພາບຮັກຂອງເຮົາໃຫ້ອານຍາ ໃນເຈັ້ຍທີ່ນາງບັງເອິນມາໄດ້ອ່ານຍ້ອນຄວາມຢາກຮູ້ແລະສົນໃຈ!!
ຂອບໃຈກະຖາງຂີ້ເຫຍື່ອແຫ່ງດວງໃຈ..

Delicious Digg Fark Twitter