ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


ລົມວອຍພັດກິ່ງໄມ້ ..............ໃບແກວ່ງກວັຍປີວ
ລົມຫວີວແຮງລົມແດງ..........ເປົ່າແຮງລົມຄ້ອຍ
ຊອຍວອຍປານສຽງເອີ້ນ.......ເວີນວັງຟາດຝັ່ງ
ດິນເຈື່ອນເພຝັ່ງນ້ຳ................ກະທຶນລົ້ມຫຼ່າວລົງ


ລົມພັດແຮງແຮງຂື້ນ.............. ທື້ນຖັ່ງຟອງສູງ
ງ່າຄະຍູງຫັກພັງ ....................ຍອດປາຍປີວຟົ້ງ
ກາງຂອງເຮືອລອຍຄວ້າງ..... ລົມຫຼວງທື້ນຖັ່ງ
ຫງາຍຫຼັງຄາຫຼ່າວລົ້ມ .............ເຮືອຫຼົ້ມຫຼ່າວຈົມ


ກັບຫຼານຊາຍແລ່ນຫຼີ້ນ ..........  ກາງເດີ່ນຫຼັງສວນ
ອາຍຸອວນພໍພຽງ..................... ຫ່ອນເຫັນເຮືອຫຼົ້ມ
ແລ່ນບໍ່ຫັນສດຸດລົ້ມ.................. ຍໍໂຕລຸກຂື້ນໃໜ່
ສຽງໄຫ້ຫົວພ່າງຮ້ອງ ..............ແຊວຫຼີ້ນໄລ່ປູ່ຕາ


ບັ້ນບ່ອນເຮືອແພຫຼົ້ມ..................ໝອງຖົ່ມທອງບໍ່ຫາຍ
ຂາຍຄ້າຂາດທືນຮອນ.................ແມ່ນຫຼົ້ມຈົມການຄ້າ
ແນມຫຼ່ຳຕືກທຽມຟ້າ ..................ແຜ່ນດິນໄຫວລົ້ມທ່າວ
ທາວຄົ່ວຫາຊີພຫຼົ້ມ  ...................ເຮືອນລົ້ມແຈບຈົມ......



ເປັນເໜືອນລຳນຳຄຳສອງຄຳ ລົ້ມ ກັບຫຼົ້ມ !!!

ປລ. ໃນແຖວສອງບາດທີສອງ ຄຳທ້າຍ ປີວຟົ້ງ  ໂຕ ຍ ຫັ້ນຕາມຣະບົບ ແກ້ບໍ່ຕົກ ແມ່ນແທນ ໄມ້ກົງ!!!

ຫຼັງມ່ານເຫຼັກ, ໒໕/໒໖/໐໔ /໒໐໑໒.
 

Delicious Digg Fark Twitter