ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


``ຢາກບອກ­ຮັກເຈົ້າ­...........ນໍາ­ລົມ
ບໍ່­ຮູ້­ລົມ­ພັດ­ຜ່ານ­................ຍ່ານເຈົ້າ­ໄປ
ຢູ່ເຂດ­ຮ່ອມ.....................­ຫົນ­ໃດ
­ໃຜ­ບໍ່­ຮູ້

ຢາກເອີ່ຍ­ຂານ................­ວານວອນເຈົ້າ
ເອີ່ຍນາມເຈົ້າ­...........ແສນ­ສະ­ທ້ານ­ອົດ­ສູ
ຫວາດ­ຫວັ່ນ­.........ໂສມ­ຕ­ຣູ
ມີ­ຄູ່­................ຢູ່­ຄຽງ­ໃກ້

ວອນ­ລົມ­ຫັ້ນ­............ຊ່ອຍ­ຜັນ
ຕ່າວ­ຫັນ..................ຍາມ­ໃດ­ກໍ­ໄດ້
ກະ­ຊິບບອກນາງ........­ວ່າ­ແສນຫ່ວງ­ໄຍ
ຍັງ­ຄອຍ­ດ້ວຍ­ໃຈ........ດ້ວຍ­ໃຈ­ທີ່­ຣະ­ທົມ

ຢາກເຫັນ­ວັນ.............ເຈົ້າ­ນັ້ນ­ກັບ­ຕ່າວ
ຟັງ­ສຽງ­ປາກເວົ້າ........ເຈົ້າ­ກໍຣະ­ທົມ
ຍາມ­ຫ່າງ­..................ຄິດ­ຫາ­ທຸກ­ລົມ
­ແລະ­ກໍເຄີຍ­ຈົ່ມ...........ບອກນຳລົມວ່າ...ກໍເຫງົາ.``

Delicious Digg Fark Twitter