ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ບໍ່ຮູ້ວ່າການແຂ່ງຂັນນີ້ ມີມາແຕ່ມື້ໃດ ແຕ່ຫາກໍໄດ້ເບິ່ງມື້ຄືນນີ້ ເລີຍມີແນວຄິດອອກມາຈັ່ງຊີ້!

 

ມື້ຄືນນີ້ມີໂອກາດໄດ້ເບີ່ງເະບານເຍົາວະຊົນ ກ້ອງ(ສິບຫົກປີ-ທີ່ເພີ່ນວ່າ ຢູ-U16)

ໃຊ້ຄຳວ່າກ້ອງເອົາໄປຊົ່ວຄາວ..
 ເປັນການຫຼີ້ນຮອບສຸດທ້າຍຄື ຮອບຊິງຊນະເລີດ ກັບທິມຂອງຊາດໄທ( ກະກ້ອງ ສີບຫົກປີຄືກັນ!)

ແທ້ຈິງຄວນຈະວ່ານ້ອຍກວ່າສີບຫົກປີເນາະ!
 ກະເຫັນວ່າຫຼີ້ນໄດ້ດີ ແຕ່ໂຄສົກນີ້ຕິ ອ່ານຊື່ນັກເຕະກະບໍ່ຖ້ອງ!ຫາກໃຫ້ຄແນນໂຄສົກ ຄົງຕ່ຳກວ່າປານກາງ.
 ເປັນໂຄສົກຂັ້ນນີ້ແລ້ວຄວນຮູ້ອ່ານຫຼືຄວນສຶກສາຊື່ນັກເຕະບານຕ່າງປະເທດໄດ້ພໍບໍ່ໃຫ້ຂາຍໝ້າ!!!
 ມັກງ່າຍໂພດ ບໍ່ຄິດສາວ່າ ຄຳເວົ້າແຕ່ລະຄຳທີ່ໂຕເວົ້າຜ່ານຄື້ນວິທຍຸຫຼື ອອກໂທຣະພາບໄປັ້ນມັນກໍບົ່ງບອກເຖິງ

ຄວາມຮູ້ຄວາມສາມາດແລະສລາດຂອງຜູ່ກ່ຽວແລະພູມປັນຍາຂອງຜູ່ກ່ຽວນຳພ້ອມ.
 ນັກກິຣາໝຸ່ມນ້ອຍລາວກະມີແວວ ແລະພອນສວັນດີ, ໃຈສູ້ ແຕ່ ປຽບທຽບໃສ່ໝຸ່ມໄທຮຸ່ນລາວຄາວດຽວກັນ

ມີລີລາການຫຼີ້ນທີ່ມີແບບແຜນແນບນຽນກວ່າ. ທາງເຮົາເຫັນວ່າ ມັນບໍ່ເປັນຣະບຽບປານໃດ ຫາກວ່າໃຈສູ້

ແຕ່ຕັກຕິກບໍ່ເອົາໃຫ້ ທັງກຳລັງວັງຊານຳອີກ ກໍເປັນວ່າ ພໍໄປໄດ້.
 ຫາກວ່າ ໃນການຫຼີ້ນນັ້ນມີຕັກຕິກຂື້ນອີກກໍຄົງບໍ່ນ້ອຍໝ້າໃຜ.
 ໃຈສູ້ ແມ່ນວ່າຈະມີນັກຫຼີ້ນຮ່າງກາຍເຕັ້ຍຕ່ຳກວ່າ.ເບີ່ງການຫຼີ້ນຂອງເດັກນ້ອຍຄູ່ແຂ່ງ ຄືມີ ແຜນ

ດີ ລູກບານກະຢູ່ໃນຄອບຄອງຂອງເຂົາຫຼາຍກວ່າ.
 ພາຍຫຼັງທີ່ນັກເຕະລາວຄົນນື່ງຕ້ອງໄດ້ອອກຈາກເດິ່ນເພາະໄດ້ສອງໃບເຫຼືອງ ມາພາກັນຫຼີ້ນແບບສູ້ຫົວຂາດຄາ ສີບຕໍ່ສີບເອັດ..
 ມາຮອດເວລາທີສອງກະບຸກສຸດຂີດແຕ່ໂຊກບໍ່ເຂົ້າຂ້າງປານໃດ ມີ ໂອກາດຕັ້ງສອງສາມເທື່ອ

ແຕ່ກອງໝ້າພາກັນຍິງນົກແມ່ນວ່າ ຫ່າງຈາກປະຕູຂອງຄູ່ຕໍ່ສູ້ພຽງຫ້າຫົກຫຼາ!!
 ກະໄດ້ພຽງຮອງແຊມ ໄປ.
 ຫາກວ່າ ບັນດາທ່ານນັກປາກກວ້າງທັງຫຼາຍເຫັນຄ່າຂອງຄວາມປາໄຊແບບນີ້ເຈັບແສບ

ກະສົມຄວນທຸ່ມເທແລະໃຫ້ງົປມານໃນການສ້າງກໍ່, ບຳຣຸງທາງຮ່າງກາຍ, ຈິດໃຈແກ່ນັກເຕະໝຸ່ມເຫຼົ່ານີ້

ໃນອະນາຄົດຄົງຈະໄດ້ມີຄວາມພາກພູມໃຈບໍ່ໝ້ອຍ ແທນທີ່ຈະເອົາເງິນກູ້ໄປຊື້ຣົຖ

ມາຕ້ອນຮັບບັນດາຜູ່ທີ່ຈະມາປະຊຸມ``ເອິຣົປ-ອາຊີ``ເປັນສີບລ້ານໂດລາ ເພື່ອໃຫ້ຄືໝ້າຄືຕາ.
 ການສົ່ງເສີມການເຕີບໂຕຂອງວົງການກິຣາບໍ່ວ່າຂແນງໃດກໍຕ້ອງໄດ້ໃຊ້ເງິນເປັນຂອງທຳມະດາ,

ແຕ່ຜົນຕາມມາ ກໍຄົງມີຄວາມພໍໃຈແລະພາກພູມໃຈຍາມໃດນັກກິຣາລາວສາມາດຍາດຊິງເອົາຫຼຽນຫຼື ໄຊຊນະມາໄດ້.
 ແຕ່ກະຕ້ອງມີແນວຍ້ອມນ້ຳໃຈ ແລະແນວເສີມສ້າງກຳລັງທັງການຝຶກຝົນໃນທຸກໆດ້ານ ເພື່ອບໍ່ໃຫ້ນ້ອຍໝ້າຊາດອື່ນເຂົາ
 ພຽງຄວາມເວົ້າແລະຄຳຊົມເຊີຍຫຼືອຸດົມການຢ່າງດຽວເຮັດຫຍັງບໍ່ຂື້ນ.
 ຮູບພາບຂອງເຈົ້າສຸພານຸວົງຫຼືໄກສອນພົມວິຫານ ກະບໍ່ມີແຮງຊ່ອຍຫາກໃນຮ່າງກາຍຂອງນັກກິຣາເຫຼົ່ານັ້ນ

ທີ່ມີພຽງເຂົ້າໝຽວກັບແຈ່ວປາແດກ!!!

ຫຼັງມ່ານໄມ້ໄຜ່.໑໐.໑໐.໒໐໑໒.



 

Delicious Digg Fark Twitter