ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2013 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ເຮົາເປັນລູກທ່ານເຈົ້າ.......ເນົາຢູ່ໃນເມືອງ
ມີທຸກອັນພັນປະສົງ.........ບ່ອນຮຽນທັງສວນຫຼິ້ນ
ການກິນກໍແຊບຊ້ອຍ.......ແພພັນຜ້າຫົ່ມ
ມີຜູ່ສົ່ງຜູ່ຮັບພ້ອມ..........ຍາມແລ້ວເລິກຮຽນ

ໂຕຜູ່ຢູ່ບ້ານນອກ..........ມີບໍ່ສໍຂຽນ
ປື້ມແບບຮຽນຄືເຮົາ........ຄົບບໍໜໍເພື້ອນ
ໂຮງຮຽນໂຕມີປ້າຍ.........ສັງກະສີມຸງບໍ່
ຫຼືມຸງຟ້າແຜ່ນກວ້າງ.........ຝາກັ້ງກະບໍ່ມີ?

ໂອເພື່ອນຮັກຮຽມນີ້........ໂຕຢູ່ໃນເມືອງ
ສຸຂທຸກມີຫຍັງຄື.............ໝູ່ເຮົາທາງພີ້
ມີທຸກອັນໂຮມເຂົ້າ............ການຮຽນຄົງມ່ອນ
ທັງຄຣູສອນກໍເກັ່ງກ້າ.......ເກີນຄຣູບ້ານໝູ່ເຮົາ

ນາຍຄຣູເຮົາຜູ່ນີ້...........ກໍດີຢູ່ເດິສຫາຍ
ແຕ່ວ່າເລົາກຳກັບກາຍ........ກວ່າແຮງມີເຕົ້າ
ເອົາທັງໝົດໂຮງຮຽນຫ້ອງ....ປໍສາມປໍສີ່
ສອນພວກເຮົາໃຫ້ເກັ່ງກ້າ.......ບໍ່ດ້ອຍໜ້າຜູ່ໃດ

ກັບຈາກສອນສິດແລ້ວ.......ຟ້າວຟັ່ງຫາແນວກິນ
ລ້ຽງຄອບຄົວໃຫ້ຄືຄົນ.........ໝູ່ເຂົາທັງຄ້າຍ
ຫວັງຕໍ່ເງິນເດືອນກໍ໊............ສາມເດືອນໄດ້ເທື່ອ...ກໍຫາກດີ
ທັງວຽກຫຼວງວຽກບ້ານ........ເຮົາຮຽນໄດ້ບໍ່ປ່ອງແປວ

ພວກເຮົາຈື່ງກ່າວຂໍ້.............ແຖລງສູ່ກັນຟັງ
ທັງພ້ອມມີຄວາມຫວັງ........ດັ່ງໝູ່ໂຕຄືກັນແຫຼ້ວ
ຢາກຮ່ຳຮຽນສູງຂື້ນ.............ຫາວິຊາເພື່ອໄດ້ຊ່ອຍ
ພໍ່ແມ່ເຖົ້າແກ່ແລ້ວ..............ພໍໄດ້ຊວ້ານຊ່ອຍຊູ

ຫາກໂຕຈະແກວ່ງຖິ້ມ..........ປື້ມເກົ່າເຮົາຂໍ...ແນ່ໄດ້ບໍ?
ພໍຊິມາເສີມເຕີມ.................ຮ່ຳຮຽນຍາມແລ້ງ
ຕອນຂີ່ຄວາຍເລັມຫຍ້າ....... ກັບຈາກນານຳພໍ່
ພໍຊິໄດ້ອ່ານຮ່ຳຮູ້..................ຮຽນພ້ອມກ່ອນນອນ

29.05.2013.

 

Delicious Digg Fark Twitter