ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຫົ່ມໃຈໃຫ້ຫາຍໜາວ

ໜາວລົມມີຝາກັ້ງ ກັນທ່ວງທົນໄຫວ
ຫົວລົມວອຍກວັຍພັດ ເພິ່ງອີງຝາຊົ້ນ
ຫົວລົມວົນຕລົບທື້ນ ທາວມາຮ້ອຍຫຼ່າວ
ໜາວຫາກມີບ່ອນຊົ້ນ ພໍທົນໄດ້ຢູ່ໄປ

ແມ່ນໜາວມີຜືນຜ້າ ແພແຜ່ນປົກກາຍ
ກໍພໍໄຄຄາຍໜາວ ໜຸ່ມຄນອງຍາມໄຮ້
ຄົນເຫັນໃຈຄຽງຂ້າງ ຂົມໃນໜາວໜ່ວງ
ມີແພຜືນຫົ່ມຕູ້ມ ຝາກັ້ນກໍບໍຫາຍ...ໜາວໃນເອີຍ

ໃຈປ່ຽວພອຍພາງໄຮ້ ຄົນຮັກຄຽງຄອງ
ຍາມປ່ຽວໝອງມີຄົນ ຄູ່ຄີຄຽງໃກ້
ຄາວຣະທົມຂົມເສົ້າ ບໍ່ມີເຂົາຄຽງຢູ່
ອົດສູໃຈກໍຍິ່ງຄ້ອຍ ຫງອຍເອົ້າອັ່ງຜູ່ດຽວ

ແມ່ນມີຄົນຮຽງຂ້າງ ເດີນຍ່າງນຳກັນ
ວັນຄືນໜາວຝົນລົມ ຫົ່ມກາຍກົມກ້ຽວ
ແມ່ນງອຍຮຽວປາຍຕີ້ວ ນຳກັນມັນກໍອຸ່ນ
ແນບເອິກໜຸນຄູ່ຂ້າງ ກາງໜາວກໍ້ບໍ່ຫວັ່ນໄຫວ...ແຫຼະນາ.
໐໓.໑໐.໒໐໑໓.

Delicious Digg Fark Twitter