ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ການເວລາຜ່ານໄປວັນແລ້ວ ວັນອີກຈົນນານແສນນານ ແຕ່ເຈົ້າຍັງຢູ່ໃນຄວາມຊົງຈຳຂອງຂ້ອຍສະເໝີມາ ມັນຄືຄວາມຊົງຈຳທີ່ງົດງາມ ຊົງພະລັງ ແລະ ບໍ່ມີວັນຈະເລືອນຫາຍໄປຈາກຂ້ອຍຈົນຊົ່ວກາລະນານ. ມີຮອຍຍິ້ມທຸກຄັ້ງທີ່ນຶກເຖິງມັນຂຶ້ນມາ ແຕ່ກໍແປກທີ່ບາງຄັ້ງກັບເຮັດໃຫ້ຂ້ອຍມີນ້ຳຕາ ແລະ ຂ້ອຍພໍໃຈທີ່ຈະນຶກເຖິງມັນຄັ້ງແລ້ວຄັ້ງອີກແບບນີ້ຕະຫຼອດໄປ. ມັນຊັດເຈນແລ້ວວ່າຂ້ອຍຍັງລືມເຈົ້າບໍ່ໄດ້ ຂ້ອຍຍັງຄົງຮັກ ຫວັງດີຕໍ່ເຈົ້າຕະຫຼອດມາ ແລະ ຈະຕະຫຼອດໄປ.
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ກ່ອນຈະຜ່ານແຕ່ລະຄືນວັນໄປໄດ້ມັນເໜື່ອຍເຫຼືອເກີນ...ຊີວິດກໍແບບນີ້ແລະ! ຢ່າຄາດຫວັງສູງຈົນເກີນໄປ ເພາະໂລກໃບນີ້ເອົາແນ່ເອົານອນບໍ່ໄດ້...ແຕ່ສິ່ງທີ່ເຮັດໄດ້ຄື ເຮັດດີກັບຄົນຮອບຂ້າງ ຮັກຕົວເອງໃຫ້ຫຼາຍໆ. ເພື່ອວ່າ ຖ້າເຮົາບໍ່ເປັນຄົນທີ່ຖືກເລືອກຢ່າງໜ້ອຍເຮົາກໍຍັງຮັກຕົວເອງເປັນພູມຄຸມກັນ!
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ບາງຄົນເຕີບໃຫຍ່ມາພ້ອມກັບຄຳສອນທີ່ວ່າ"ພໍໃຈໃນສິ່ງທີ່ຕົນໄດ້ ພູມໃຈໃນສິ່ງທີ່ຕົນມີ"ລຽບງ່າຍ ພໍພຽງຈົນກາຍເປັນຄົນມັກສະບາຍ. ຄົນເຮົາຕ້ອງມີຄວາມທະເຢີທະຍານ ຕັນຫາແດ່(ປາກກວ້າງ ມືຍາວ ຕີນໃຫຍ່)ເພາະມັນຄືວິຖີທາງທີ່ນຳເຮົາໄປພົບກັບຄຳວ່າໂຊກດີໃນຊີວິດ.
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ທຸກຄົນຍ່ອມຢາກເລືອກສິ່ງທີ່ດີທີ່ສຸດໃຫ້ກັບຕົວເອງ ແຕ່ບາງຄົນກັບບໍ່ມີໂອກາດພໍທີ່ຈະໃຫ້ຊີວິດໄດ້ເລືອກດອກ! "ທຸກກໍຊີວິດ ສຸກກໍຊີວິດ" ຈະໂທດພໍ່ ແມ່ ສະພາບແວດລ້ອມ ຫຼື ໂຊກຊະຕາທີ່ເຮັດໃຫ້ຊີວິດເຮົາເປັນເຊັ່ນນີ້? ແໜງວ່າກົ້ມໜ້າຍອມຮັບຊະຕາຊີວິດທີ່ເປັນຢູ່ "ຍອມຮັບ ບໍ່ແມ່ນຍອມແພ້" ດ້ວຍຄວາມເຕັມໃຈ. ນັ້ນໝາຍຖຶງວ່າເຮົາຮູ້ຈັກຊີວິດ ທີ່ມາຂອງຊີວິດ ພ້ອມທັງເລີ່ມລົງມືແກ້ໄຂ ພັດທະນາຊີວິດໃຫ້ດີຂຶ້ນເປັນກ້າວໆ ສູ້ກັບບັນຫາດ້ວຍຫົວໃຈ ແລະ ວິນຍານ ຊີວິດທີເຕັມໄປດ້ວຍອຸປະສັກຄືຊີວິດທີ່ເຂັ້ມແຂງທີ່ສຸດ.