ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ໜື່ງປີກອ່ນໜ້າ...........ທີ່ມະຫາວິທະຍາໄລເອກະຊົນ ”ສີນລະປະ ແລະ ການສະແດງ” ແຫ່ງໜື່ງ. “ລູລີ່=ຟ້າໃສ” ນັກສືກສາສາວສາຂາສິນລະປະການສະແດງຟອ້ນລຳ, ຍອ້ນເປັນສາວທີ່ມີຮູບໂສມງາມດັ່ງພາບວາດ, ນິໄສດີ, ມາລະຍາດງາມ, ສຸພາບຮຽບຮອ້ຍແຖມຍັງເບີ່ງໂລກໃນແງ່ດີອີກ, ຟ້າໃສຈື່ງເປັນຍິງສາວທີ່ຖືກຊາຍໜຸ່ມທັງລຸ້ນນອ້ຍໃຫຍ່ໃນມະຫາວິທະຍາໄລລຸ່ມຈີບກັນບໍ່ເວັ້ນແຕ່ລະວັນ. ແລະ ທາງ “ອາມີ່=ສິນທອນ” ຊາຍໜຸ່ມນັກສືກສາສາຍການສະແດງລູກນັກການເມືອງຜູ້ມີອິດທິພົນໃຫຍ່, ກໍເປັນອີກຄົນໜື່ງທີ່ໝາຍປອງເອົາຟ້າໃສເຊີ່ງສິນທອນນຳຈີບຟ້າໃສຕັ້ງແຕ່ປີໜື່ງຮອດປີທີ່ 3, ແຕ່ຍອ້ນຟ້າໃສແອບຮູ້ມາວ່າສິນທອນກັບລັງຄົບກັບໄມ້ປ່າດຽວກັນນັ້ນກໍຄື “ອອ້ມ=ຊິນດີ້” ສາວປະເພດສອງທີ່ໄດ້ແປງເພດຮຽບຮອ້ຍແລ້ວແຖມຍັງງາມຢາດຍອ້ຍປານກັບວ່າແມ່ຍິງແທ້ໆ, ກໍຍອ້ນວ່າເປັນລູກຊາຍເຈົ້າຂອງຮ້ານເພັດໄຮ່ໂຊຜູ້ໂດ່ງດັ່ງຈື່ງມີເງີນເພື່ອປ່ຽນແປງທຸກຢ່າງໃນຮ່າງກາຍ....ໃນຕອນປີ 1, “ສິນທອນ” ທັງທີ່ຮູ້ວ່າຊິນດີ້ເປັນໄມ້ປ່າດຽວກັນແຕ່ກໍຕອ້ງຈຳໃຈຄົບຍອ້ນພໍ່ບອກບັງຄັບເພື່ອປອກລອ້ງເອົາເງີນຈາກແມ່ຂອງຊິນດີ້ໃນການລົງທືນສະໝັກເລືອກຕັ້ງທັງທີ່ໃຈບໍ່ຢາກແຕ່ຍອ້ນຖານະທາງບ້ານຂອງສິນທອນຕອນນັ້ນຍັງຍາກຈົນຢູ່ກໍເລີຍຈຳເປັນຕອ້ງທຳ, ຈົນໃນຕໍ່ມາສິນທອນໄດ້ມາພົບກັບຟ້າໃສນັກສືກສາສາວທີ່ຫາກໍເຂົ້າມາໃໝ່ໄດ້ມາສະດຸດຕາ ແລະ ໃຈເຮັດໃນປີ 2ຕໍ່ມາສິນທອນກໍເລີ່ມກໍສ້າງໄລຍະຫ່າງອອກຈາກຊິນດີ້, ເພາະຢ້ານຟ້າໃສຮູ້ແລ້ວຈະລັງກຽດ. ແຕ່ຄວາມຈິງກໍເປັນສິ່ງທີ່ບໍ່ຕາຍສຸດທ້າຍກໍມີຄົນມາເລົ່າສູ່ຟ້າໃສຟັງ, ຈາກທີ່ຟ້າໃສເລີ່ມຈະໃຈອອ່ນກໍກັບຫ່າງເຫີນຈາກສິນທອນໄປກົວເກົ່າ. ສວ່ນດ້ານຊິນດີ້ເມື່ອເລີ່ມເຫັນອາການສິນທອນທີ່ແປກໆໄປບໍ່ເໝືອນເມື່ອກອ່ນກໍເກີດອາການຢາກຈັບຜິດຍອ້ນເປັນຄົນທີ່ມີນິໃສຫຶງຫວ່ງ,,ຖ້າໂດຍສະເພາະເປັນຂອງທີ່ຕົນຮັກແລ້ວຖ້າຢາກຍາດໄດ້ກໍຕອ້ງຂ້າມສົບຕົນໄປກອ່ນ, ເຊີ່ງຊິນດີ້ກໍໃຫ້ໝູ່ຂອງຕົນຕິດຕາມພຶດຕິກຳຂອງສິນທອນ ແລະ ທຳໂຕຕີສະໜິດກັບຟ້າໃສເພື່ອກັນທາບໍ່ໃຫ້ສິນທອນເຂົ້າໃກ້ຟ້າໃສ. ສຸດທ້າຍຍອ້ນຕື້ເທົ່ານັ້ນທີ່ຄອງໂລກໃນທ້າຍປີທີ 2, ໃນວັນທີ່ຟ້າຝົນຕົກລົງເປັນສາຍຢ່າງຮຸນແຮງເໝືອນຟ້າຈະເຂົ້າຂ້າງສິນທອນ, ລະຫວ່າງທາງຍ່າງກັບສູ່ຫໍພັກນັກສືກສາຟ້າໃສມີອາການປວດຄີງໄຂ້ຕັ້ງແຕ່ເວັນແລ້ວແຖມຍັງຕອ້ງຍ່າງກັ້ງຄັນຫົ່ມຕາກຝົນໄປນຳທາງຍ່າງຄົນດຽວອີກເນື່ອງຈາກຊົ່ວໂມງນັ້ນຕົນມີຮຽນຕ່າງໝູ່, ຫລັງຈາກທີ່ສຽງຟ້າຮອ້ງດັງຂື້ນຢ່າງແຮງເຮັດຟ້າໃສຕົກໃຈຈົນເປັນລົມລົ້ມລົງທີ່ຂ້າງທາງກອ້ງຕົ້ນໄມ້, ຈັງວະນັ້ນກໍພໍດີສິນທອນຂີ່ລົດເກັ່ງມານຳທາງກອ່ນກັບບ້ານກໍພໍດີອູ້ມຂື້ນລົດແລ້ວກໍພາກັບບ້ານຂອງຕົນເລີຍ....ທີ່ບ້ານຂອງສິນທອນ...ເມື່ອມາຮອດບ້ານໃນຍາມທີ່ບໍ່ມີໃຜຢູ່. ຍອ້ນຄິດວ່າຈີບແນວໃດກໍຄົງບໍ່ຕິດສິນທອນຈື່ງຕັດສິນໃຈໃຊ້ຄວາມຄິດດ້ານມືດເພື່ອຄວາມຮັກຂອງຕົນ, ຈັດການຖອດເສື້ອພາຂອງຟ້າໃສອອກຈັດສາກວ່າຕົນ ແລະ ຟ້າໃສມີຫຍັງກັນທັງທີ່ບໍ່ໄດ້ເຮັດຫຍັງພອ້ມທັງຖ່າຍຮູບເປັນຫລັກຖານເພື່ອຂົ່ມຂູ່. ຜ່ານໄປຊົ່ວຂະໜະຟ້າໃສກໍຄອ່ຍມືນຕາມາ ແລະ ພົບກັບຮອ້ງທີ່ກວ້າງຂວາງປະດັບປະດາຢ່າງສວຍງາມ, ຟ້າໃສຈື່ງສະເດີດຕື່ນຍອ້ນວ່າບໍ່ແມ່ນຫໍພັກຫອ້ງຂອງຕົນ, ຖຽມຫລຽວໄປກໍພໍດີເຫັນສິນທອນຍ່າງເປືອຍເອີກນຸ່ງຜ້າມັດແອ່ວຍ່າງອອກມາຈາກຫອ້ງນ້ຳ, ແຖມຫລຽວເບີ່ງເຄື່ອງຂອງຕົນກໍຖືກປ່ຽນຢ່າງຮຽບຮອ້ຍຕົນຈື່ງຄິດວ່າ: ສິນທອນເຮັດຫຍັງບໍ່ດີບໍ່ຮ້າຍກັບຕົນ.... “ຟ້າໃສ”= ອ້າໆໆ,,,ບັກສິນທອນບັກຊົ່ວເຈົ້າເຮັດແນວນີ້ກັບຂອ້ຍເຮັດຫຍັງ,,ມືງທຳລາຍຊີວິດກູເຮັດຫຍັງ.....?? ດ້ານສິນທອນກໍຕົກໃຈ, ແລະ ໃນໃຈກໍຄິດຈະລົບລ້າງຄວາມຄິດຊົ່ວຮ້າຍທັງໝົດທີ່ວ່າງໄວ້ແຕ່ຕົ້ນຍອ້ນອີ່ຕົນ ແລະ ບໍ່ຢາກທຳຮ້າຍຄົນທີ່ຕົນຮັກຍອ້ນວິທີຊົ່ວແນວນັ້ນ......

“ສີນທອນ”: ດຽວກອ່ນ, ຟ້າໃສມັນບໍ່ແມ່ນແນວນັ້ນຢ່າຟ້າວເຂົ້າໃຈຜິດ..ຄືຂອ້ຍເຫັນເຈົ້ານອນເປັນລົມຢູ່ຫົນທາງ.....ເວົ້າບໍ່ທັນສຸດຍອ້ນຄວາມໃຈຮ້າຍຟ້າໃສກໍໂຕ້ຕັດຄວາມ: ອໍໆ..ເຫັນກູເປັນລົມລະຊວ່ຍໂອກາດຊັ້ນຫວ່າບັກຊົ່ວເອີຍ,,,ກັບອີ່ຊິນດີ້ມືງຍັງບໍ່ພໍຫວ່າບັກອຸບາດ,,ວິປະລິດ... ໄດ້ຍິນແນວນັ້ນ, ເມື່ອລູກຜູ້ຊາຍຖືກຢາມສັກສີສິນທອນກໍເລືອດຂື້ນໜ້າທັງຕອບໄປວ່າ: ເອີ້ແມ່ນ, ບະຕອນຄົນຫລັບຫນິມັນດີເວີ້ຍ, ຢາກຈັບຢາກລູບຢາກບາຍບອ່ນໃດກະໄດ້...ຫາກູຮູ້ໄດ້ຫນິວ່າງາມໆຄືເຈົ້າຍັງບໍ່ລິສຸດຢູ່,,,ແຖມພາບທຸກຢ່າງໃນວັນນີ້ກູບັນທຶກໄວ້ໝົດແລ້ວຖ້າບໍ່ຍອມເປັນແຟນກູດີ, ມຶງດັ່ງປານດາຣາແນ່ນອນ...ຫ່າຫ່າຫ່າ..(ຫົວທັງທີ່ໃຈນຶກສົງສານ)..ຟ້າໃສໄດ້ຍິນແນວນັ້ນກໍທັງຮອ້ງດ່າສາລະພັດ, ດືກໝອນດືກຜ້າ, ທຸກສີ່ງທີ່ມີຮອບກາຍໄປໃສສິນທອນ. ແຕ່ຍອ້ນອາການໄຂ້ຂື້ນເລີຍເຮັດໃຫ້ຟ້າໃສອອ່ນແຮງ, ຢຸດສະຫລົບລົ້ມລົງນອນກັບຕຽງ..........ຕິດຕາມຕອນຕໍ່ໄປ..........

Delicious Digg Fark Twitter