ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ຟ້າໃສຄິດວ່າຕົນເສຍທ່າໃຫ້ສິນທອນແລ້ວກໍເລີຍມີການໂຕ້ຖຽງກັນຈົນຟ້າໃສເປັນລົມໄປຍອ້ນໄຂ້ຂື້ນ......ເປັນແນວນັ້ນສິນທອນເຫັນທ່າບໍ່ດີຈື່ງຮີບຟ້າວພາຟ້າໃສໄປໂຮງໝໍ.....ທີ່ຫອ້ງພັກຝື້ນ, ລະຫວ່າງສິນທອນອອກໄປຊອກຊື້ອາຫານຂື້ນມາໃຫ້ຟ້າໃສ,,,ຟ້າໃສກໍຮູ້ສືກໂຕຂື້ນມາເມື່ອບໍ່ເຫັນໃຜກໍຮີບປົດສາຍນ້ຳທະເລດວ້ຍຕົນເອງລັກຍ່າງອອກຈາກໂຮງໝໍທັງທີ່ໄຂ້ຫາກໍລົດລົງ...ຟ້າໃສຂື້ນລົດເມມາດວ້ຍຄວາມອອ່ນລ້າຍ່າງກັບມາຮອດຫອ້ງພັກໃນບັນຍາກາດຄ້າຍແລງ...ໝູ່ໃນຫອ້ງກໍຖາມວ່າໄປເຮັດຫຍັງມາຕ່າງໆນາໆແຕ່ຟ້າໃສກໍບໍ່ປ່າກມິດງຽບໂດດຂື້ນຕຽງນອນຕົນເອົາຜ້າຫົ່ມມາປົກຫົວແລ້ວກໍນອນລີ້ໄຫ້ດວ້ຍຄວາມໂສກເສົ້າເສຍໃຈ...ດ້ານສິນທອນກັບມາທີ່ຫອ້ງພັກບໍ່ເຫັນສິນໃຈກໍກະວົນກະວາຍຊອກຫາກັນຢ່າງອົນລະວົນ, ໂຊກດີທີ່ໝູ່ໃນມະຫາໄລເຫັນວ່າຟ້າໃສກັບຫໍພັກແລ້ວໃນຕອນທີ່ສິນທອນໂທສອບຖາມກໍເລີຍຮູ້ຂ່າວ. ຮຸ່ງເຊົ້າວັນໃໝ່ຟ້າໃສຫາຍຈາກອາການເປັນໄຂ້ກໍເລີຍສາມາດໄປໂຮງຮຽນໄດ້ລະຫວ່າງທາງຍ່າງໄປກໍພົບກັບສິນທອນຍ່າງມາລັດໜ້າ, ຟ້າໃສກໍພະຍາຍາມຍ່າງລົບໜີ, ແຕ່ສິນທອນກໍເວົ້າວ່າ”ຊິເອົາບໍ່ມືຖືຫນິ ຫຼື ວ່າຢາກໃຫ້ຮູບພາບມັນແຜ່ກະຈາຍໄປກະເຊີນໄດ໋”ຟ້າໃສຈື່ງກັດແຂ້ວກຳເອົາມືຖື ແລະ ຍ່າງກືນນ້ຳຕາໄປໂຮງຮຽນ....ພອ້ມທັງຮັບຂໍ້ຕົກລົງເປັນແຟນຂອງສິນທອນຢ່າງເຈັບຊ້ຳຫົວໃຈ...ສິນທອນລັກລອບຄົບກັບຟ້າໃສ ແລະ ຊິນດີ້ໃນເວລາດຽວກັນເຊີ່ງຊີນດີ້ເອງກໍບໍ່ຮູ້ເຖີງເລື່ອງລາວທີ່ເກີດຂື້ນຕະຫລອດມາ....ຈົນມາຮອດວັນກອ່ນວັນເກີດຂອງສິນທອນ, ຍອ້ນສິນທອນລືມໂທລະສັບໄວ້ໃນລົດຊິນດີ້ກໍເລີຍຈັບມາເປີດເບີ່ງຮູບພາບແລ້ວກໍພົບກັບພາບຟ້າໃສກັບສິນທອນໃນວັນນັ້ນ, ຊິນດີ້ເຈັບຊ້ຳຂົ່ມຂືນໃຈຢ່າງບອກບໍ່ຖືກເໝືອນກັບໂຕເອງເປັນດັ່ງຄົນຊື່ຄົນໂງ່ໃຫ້ເຂົາສວມເຂົາ....ຊິນດີ້ກໍເລີຍວ່າງແຜ່ນຈະຈັດການກັບຟ້າໃສໃນວັນເກີດສິນທອນທີ່ຈະເຖີງ.....ໃນວັນໃໝ່ຕໍ່ມາງານວັນເກີດເຕັມໄປດວ້ຍຄວາມເບີກບານມວ່ນຊື່ນທີ່ບ້ານຂອງສິນທອນ, ຊິນດີ້ເຮັດໂຕເຮຮາທຳມະດາຄ້າຍກັບບໍ່ຮູ້ບໍ່ເຫັນຫຍັງ, ຈົນໃນທີ່ສຸດຍອ້ນຄວາມເມົາສິນທອນກໍຈັບໄມຂື້ນມາປະກາດວ່າ”ຟ້າໃສເປັນແຟນທີ່ແທ້ຈິງຂອງຕົນ” ຖາມກາງຜູ້ຄົນທີ່ປິຕິຍິນດີໃນວັນນັ້ນ, ຟ້າໃສຕອ້ງທົນເຈັບຊ້ຳຈົນໃຈຈະຂາດຍອ້ນບໍ່ຢາກເສຍຫຍັງໄປຫລາຍກົວຫນີ້ກໍເລີຍຕອ້ງແບກໜ້າຍີ້ມ, ສວ່ນຊິນດີ້ກໍຫົວໃຈເກືອບສະຫລາຍໄປຕາມໆກັນຢາກຍ່າງເຂົ້າໄປຕົບແຕ່ກໍເຮັດບໍ່ໄດ້...ຍອ້ນຜູ້ໃຫຍ່ມາຮວ່ມງານຫລາຍ....ເວລາເດີກດືນຕໍ່ມາຫລັງຈາກທີ່ເລີກງານລ້ຽງຟ້າໃສກຳລັງຈະກັບຫໍພັກ, ເມື່ອເຫັນວ່າໃຜກໍເມົາຊິນດີ້ເລີຍອາສາໄປສົ່ງຟ້າໃສເພາະຄິດຫວັງຈະແກ້ແຄ້ນ. ແລ້ວທຸກຢ່າງກໍເປັນໄປຕາມແຜ່ນ...ລະຫວ່າງທາງມາ, ຊິນດີ້ຂີ່ລົດຢ່າງໄວວາຈົນເຮັດໃຫ້ຟ້າໃສຕອ້ງກຳເຊືອກນິລໄພ ແລະ ເກາະລົດໄວ້ຢ່າງແໜ້ນ....”ຟ້າໃສ”: ຊິນດີ້ເພີ່ນເມົາຫວ່າຂັບຊ້າໆກໍໄດ້ຕິເບາະ...”ຊິນດີ້”: ບໍ່ດຽວເພີ່ນກະຊິໄດ້ຮູ້.....ເມື່ອມາຮອດທາງເຂົ້າຫໍພັກຊິນດີ້ກໍກັບຂີ່ລົດອອ້ມໄປຍັງດ້ານຫລັງຂອງຫໍພັກທີ່ມີປ່າຕືບໜາ..."ຟ້າໃສ": ຊິນດີ້, ເພີ່ນພາເຂົາມາບອ່ນນີ້ເຮັດຫຍັງ....ພາເຂົາກັບຫໍພັກດຽວນີ້ດຸ, ເຂົາຢ້ານຫນະ,,,ດ້ານຊິນດີ້ເມື່ອໄດ້ຍິນກໍຕອບໄປວ່າ:"ຊິນດີ້": ອີ່ຟ້າໃສມືງບໍ່ຕອ້ງມາທຳທ່າເປັນບອບບາງຢູ່ໜີ້, ອີ່ໜ້າດ້ານຍາດໄດ້ແມ່ນກະທັງຜົວກະເທີຍ.....ຟ້າໃສໄດ້ຍິນແນວນັ້ນກໍຕອບໄປວ່າ: ຊິນດີບໍ່ແມ່ນແນວນັ້ນໄດ໋ເພີ່ນເຂົ້າໃຈຜິດແລ້ວ...ແຕ່ກອ່ນຈະອະທິບາຍ, ຫາໃສຈະຮູ້ໄດ້, ແຜ່ນການຂອງຊິນດີ້ກໍຄື, ຊິນດີ້ນັດພົບໝູ່ລຜູ້ບ່າວລຸ້ນໃນກຸ່ມດຽວກັນເພື່ອມາຂືນໃຈຟ້າໃສ, ຟ້າໃສຖືກເອົາມື ແລະ ເຊືອກມັດປາກ, ເສື້ອຜ້າຖືກດຶງອອກເທື່ອລະຊີ້ນສວ່ນ, ແລ້ວຊາຍໜຸ່ມທັງຫ້າຄົນກໍຈັດການຟ້າໃສທາມກາງແສງຮອ້ງໄຫ້ ແລະ ນ້ຳຕາທີ່ລັ່ງອອກມາເກືອບເປັນສາຍເລືອດ,..ໃນຄືນແຫ່ງຄວາມທໍລະມານນັ້ນຟ້າໃສຕອ້ງທົນຕ້ານທານກັບພວກຊາຍ ຫືນກາມຕັ້ງຫ້າຫົກຄົນ, ລູກຜູ້ຍິງອອ່ນແອ່ໂຕຄົນດຽວບໍ່ອາດຕ້ານທານຫຍັງໄດ້ເລີຍ, ແຖມຊິນດີ້ກໍຍັງຖ່າຍວີດີໂອໄວ້ອີກ, ຟ້າໃສໝົດສີ້ນກຳລັງໃນການຕໍ່ສູ້ກັບຊີວິດ, ຫລຽວມອງໂຕເອງທັ້ງຕົນໂຕກໍແທບຈະຂີ້ດຽດຕົນເອງຊ້ຳ, ຄິດໃນໃຈກໍບໍ່ຮູ້ວ່າຕົນໄປທຳບາບກຳຫຍັງມາຈື່ງພົບກັບເລື່ອງຊົ່ວຮ້າຍແນວນີ້, ຟ້າໃສຝືນໝາກຫົວໃຈອັນແຫລກສະຫລາຍຍ່າງແບກຮ່າງກາຍອັນປຽບດັ່ງໄຮ້ວິນຍານກັບຫໍພັກດວ້ຍຄວາມທໍລະມານທີ່ສຸດໃນຊີວິດລູກຜູ້ຍິງຄົນໜື່ງຈະມີໄດ້. ດ້ານຊິນດີ້ເອງກໍສະໃຈທີ່ໄດ້ແກ້ແຄ້ນຟ້າໃສໂດຍການເຮັດແນວນັ້ນໂດຍຫາຮູ້ບໍວ່ານັກເລງດົມກ່າວ, ເສບຢາ ແລະ ເສເພອີກກົວສິບປາຍຄົນໃນປ່າຫລັງນັ້ນໄດ້ລັກຈອບເບີ່ງພາບທີ່ຜ່ານຕາເມື່ອກີ້ນີ້ແລ້ວກໍເກີດອາລົມຢ່າງທີ່ບໍ່ມີຂີດຈຳກັດ...ຫລັງຈາກທີ່ຊິນດີ້ຈ່າຍເງີນຄ່າໂຕໃຫ້ບັນດາໝູ່ສະຫາຍທີ່ເຮັດງານໃຫ້ຕົນໄດ້ສຳເລັດແລ້ວ ເມືອໝູ່ຄູ່ແຍກຍ້າຍກັນກັບບ້ານເພາະເຫັນວ່າຄົງບໍ່ມີຫຍັງຢ້ານກົວຍອ້ນຊິນດີຂີ່ລົດໃຫຍ່ມາ, ກໍເລີຍແຍກຍ້າຍກັນກັບບ້ານໃຜລາວ...ປອ່ຍຊິນດີ້ຢູ່ກັບປ່າຮົກຫລັງໂຮງຮຽນຄົນດຽວ,,ໃນເວລາຕໍ່ມາກອ່ນຊິນດີ້ຈະຂື້ນລົດ. ພວກກຸ່ມຕິດຢາດ່ັງກ່າວກໍແລ່ນອອກມາຈາກພຸມປ່າມາຊຸດເອົາໂຕຊິນດີ້ໄປຂົມຂືນຢ່າງທາລຸນ ແລະ ແສນເຈັບແສບກົວທີ່ຊິນດີ້ເຮັດກັບຟ້າໃສອີກ. ໃນຄືນນັ້ນຊິນດີ້ເອງກໍຫອບຮ່າງກາຍອັນບອບຊ້ຳບໍ່ຕ່າງຈາກຟ້າໃສກັບບ້ານເໝືອນກັນ....ເຫດການຜ່ານໄປປະມານສາມເດືອນຄົງບໍ່ຕອ້ງບອກຫຍັງຫລາຍກ່ຽວກັບຄວາມຮູ້ສືກອັນທໍລະມານ ແລະ ການດຳລົງຊີວິດຂອງທັງສອງໃນສັງຄົມວ່າຈະຕອ້ງທໍລະມານ,ກ້ຳກືນ ແລະ ແບກໜ້າໃນໂລກພາຍນອກແນວໃດ...ຈົນເວລາຕໍ່ມາຟ້າໃສຮູ້ສືກວິນຫົວໃນຕອນເຊົ້າ ແລະ ອາການເໝືອນຄົນຕັ້ງທອ້ງ, ຟ້າໃສເລີຍໄປທີ່ຮ້ານຂາຍຢາເພື່ອຊື້ແນວວັດແທກອາການມາແລ້ວກໍພົບວ່າຕົນເອງກຳລັງຕັ້ງທອ້ງຈິງ, ແລະ ສວ່ນຊິນດີ້ເອງກໍບໍ່ແພ້ກັນໄດ້ຟັງຂ່າວວ່າຕຳຫລວດຈັບກຸ່ມນັກເລງທີ່ມັກໄປເສບຢາທີ່ຫລັງພໍພັກ ແລະ ຕາມສະຖານທີ່ລັບຕາຄົນຕ່າງໆແຖມໜື່ງໃນນັ້ນກໍມີຜູ້ຕິດເຊື້ອເອດອີກຕ່າງຫາກ,,ດ້ານຊີນດີ້ກໍຫວາດລະແວງກໍເລີຍໄປພົບແພດແລ້ວກໍພົບກັບຜົນການກວດເລືອດວ່າຕົນເອງມີ ”ເລືອດບວກ”...ບໍ່ໜ້າເຊື່ອເລີຍວ່າເວນແລະກຳຈະນຳມາທັນ ແລະ ສະໜອງໄດ້ໄວຂະໜາດນີ້...ແຕ່ຄວາມຍຸດບໍ່ຕິທຳກໍຍັງມີໃນໂລກນີ້ສະເໝີ, ເມື່ອຟ້າໃສຮູ້ວ່າຕົນເອງຕັ້ງທອ້ງຍອ້ນບໍ່ຢາກໃຫ້ທາງພໍ່ ແລະ ແມ່ທີ່ບ້ານຮູ້ຍອ້ນເປັນຄວາມຫວັງຂອງຄອບຄົວຟ້າໃສຈື່ງຕັດສິນໃຈໄປທຳແທ້ງເຖື່ອນໂດຍທີ່ບໍ່ຄຳນື່ງເຖີງຜົນທີ່ຕາມມາຍອ້ນຄວາມຢ້ານກົວ ແລະ ບັນຫາຫລາຍອັນຮອບດ້ານລຸມຕາມ...ເຮັດໃຫ້ໃນຄ່ຳຄືນສິນດັບຂອງຄ່ຳຄືນໜື່ງ, ຊິນດີ້ຍອ້ນຮູ້ວ່າຕົນເອງເປັນພະຍາດທີ່ໃຜຮູ້ກໍຕອ້ງເປັນທີ່ລັງກຽດຢ່າງແນ່ນອນແລະ ທາງຄອບຄົວຂອງຕົນກໍຄົງຈະບໍ່ມີໃຜຮັບໄດ້ຊິນດີ້ເລີຍຕັດສິນໃຈຂັງຕົນເອງໃນຫອ້ງນ້ຳຂອງຫໍພັກຊາຍທີ່ຊັ້ນສອງຊັ້ນດຽວກັບບອ່ນອາໄສຂອງສິນທອນ, ຊິນດີ້ກິນຢາລ້າງຮອ້ງນ້ຳເພື່ອຂ້າຕົນເອງຕາຍໃນຫອ້ງນ້ຳດັງກ່າວຢ່າງທີ່ບໍ່ມີໃຜຄາດຄິດ ແລະ ບໍ່ມີໃຜຮູ້ຍອ້ນວັນດັ່ງກ່າວທຸກຄົນຕ່າງກໍອອກໄປມວ່ນຊື່ນທີ່ບຸນວັດກັນໝົດ; ສວ່ນທາງດ້ານຟ້າໃສ,ຜົນຂ້າງຄຽງຈາກການທຳແທ້ງກໍເກີດຂື້ນ, ໃນເວລາທີ່ໝູ່ຄູ່ໃນຫອ້ງຕ່າງກໍໄປຫລີ້ນບຸນວັດເທດສະການມວ່ນຊື່ນໃກ້ຮົ້ວມະຫາໄລ, ຟ້າໃສຍິງສາວທີ່ບອກໝູ່ວ່າຈະຢູ່ໃນຫອ້ງຄົນດຽວຍອ້ຍບໍ່ສະບາຍກໍພົບກັບຜົນຂ້າງຄຽງຈາກທຳແທ້ງເຖື່ອນ, ຢູ່ດີໆເລືອດຂອງຟ້າໃສກໍໄຫລຢ່າງບໍ່ຢຸດເຊົາ, ຈົນເວລາຕໍ່ມາຟ້າໃສຍ່າງຂາສັ່ນອອ່ນແຮກ, ພອ້ມຮ່າງກາຍອັນຊຸດໂຊມລົ້ມໂຕລົງກັບພື້ນຫອ້ງນ້ຳ..ພອ້ມທັງຮອ້ງໃຫ້ກີດຮອ້ງດວ້ຍຄວາມເຈັບປວດທໍລະມານ, ໃຊ້ມືທີ່ເປື້ອນເລືອດຂອງຕົນຂຽນໃສຝາຮອ້ງນ້ຳວ່າ: ຂໍໂທດພໍ່ ແລະ ແມ່....ລູກຈະຂໍຈອງກຳ ແລະ ຈະເອົາຄືນຄົນທີ່ມັນເຮັດກັບລູກແບບນີ້...ແລ້ວຟ້າໃສກໍສີ້ນລົມຫາຍໃຈທີ່ຫອ້ງນ້ຳຫໍພັກຂອງຕົນຢ່າງໜ້າອະໜາດ ແລະ ສົງສານ.................ຕິດຕາມຕອນຕໍ່ໄປ..........

Delicious Digg Fark Twitter