ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕອນຂ້ອຍອາຍຸ3ປີ ຢູ່ກັບພໍ່ກັບແມ່ຢູ່ດີໆກະມີຍ່າມາຢູ່ນຳຈັກມາແຕ່ໃສ (ມາແຕ່ຊຽງຂວາງ ບ້ານໂພນສະຫວັນ), ເພິ່ນມັກເຮັດນັ້ນເຮັດນີ້ ຂ້ອຍລະບໍມັກເພິ່ນເລີຍ
ມືເພິ່ນກະແຮ່ວໆ ແຂ້ວເພິ່ນກະດຳໆ ເວລາເພິ່ນເວົ້າ ກະຈັກແມ່ນເວົ້າຫຍັງ ຟັງບໍ່ຮູ້ເລື້ອງເລີຍ (ເພິ່ນເວົ້າສຳນຽງຊຽງຂວາງ).
ເພິ່ນຫນຶ້ງເຂົ້າແລ້ວກະຊ່ວຍເຂົ້າດ້ວຍມືແຮ່ວໆ ຂ້ອຍລະຂີ້ດຽດເຮັ່ງ. ເວລາກິນເຂົ້າຮ່ວມພາ ເພິ່ນນັ່ງໄກ້ແອບເຂົ້າ
ເພິ່ນປັ້ນເຂົ້າໃຫ້ຂ້ອຍ ລະບໍ່ຮູ້ວ່າຂ້ອຍຂີ້ດຽດມືແຮ່ວໆຂອງເພິ່ນ, ຈ້າງຂ້ອຍກະບໍ່ເອົາ (ຊັງນະ ຂີ້ດຽດພ້ອມ).
ຂ້ອຍເຄີຍຊື່ມຖາມແມ່ວ່າ "ແມ່ນໃຜຫັ້ນນະ ມາຢູ່ເຮືອນເຮົານະ ແມ່ ! " ,ແມ່ຂ້ອຍຕອບວ່າ " ຍ່າ ແມ່ຕູ້ຍ່າ ".
ຂ້ອຍລະຢາກໃຫ້ເພິ່ນໄປໄວໆ ບໍ່ຢາກໃຫ້ເພິ່ນມາຢູ່ເຮືອນຂອງຂ້ອຍດົນ (ຊັງເພິ່ນແຮງນະ).
ຕະຫລອດເວລາທີ່ມີຍ່າຢູ່ໃນເຮືອນຂອງຂ້ອຍ ຂ້ອຍລະອຶດອັດ ບໍ່ມີຄວາມສຸກໃຈເລີຍ ຢາກໃຫ້ເພິ່ນຫນີໄວໆ.
   ຢູມາມື້ຫນຶ່ງ ຂ້ອຍໄປຫລິ້ນນຳຫມູ່ ກັບມາຄ່ຳມືດຈືດຕາ ລືມແລງລືມງາຍ (ລືມຮອດເວລາອາບນ້ຳ ລືມເວລາກິນເຂົ້າ)ກະເລີຍຖືກແມ່ຕີ
ແມ່ຂ້ອຍຈັບແຂນຂ້ອຍໄວ້ຂ້າງຫນຶ່ງ ແລ້ວໃຊ້ໄມ້ແສ້ຕີຂ້ອຍທັງກັດແຂ້ວ ທັງດ່າຂ້ອຍ ແລະຕີຂ້ອຍຈົນກົ້ນລາຍ ແຂນລາຍ,ຂ້ອຍທັງຮ້ອງ ທັງ
ໃຫ້ ຮ້ອງຈົນຄໍແຫບ ແມ່ຂ້ອຍກະຍັງບໍ່ເຊົາຕີ ຈົນຍ່າ ມາດຶງເອົາຂ້ອຍໄປກອດໄວ້ບໍ່ໃຫ້ແມ່ຂ້ອຍຕີຂ້ອຍອີກ ຍ່າໄດ້ເອົາມືຂອງເພິ່ນລູບຫົວຂ້ອຍ
ແລະໃຊ້ມືແຮ່ວໆຂອງເພິ່ນ ເຊັດນ້ຳຕາໃຫ້ຂ້ອຍ ພ້ອມທັງຮ້ອງອອກມາວ່າ " ຢ່າ ! ຢ່າ ! ພໍແລ້ວ ຢ່າຕີຫລານກັນ ".
ມັນເປັນເທື່ອທຳອິດທີ່ຂ້ອຍຟັງສຳນຽງຍ່າ ເຂົ້າໃຈ,ໃນເວລານັ້ນບໍ່ມີໃຜເລີຍ ທີ່ເຂົ້າໃຈຄວາມຮູ້ສຶກຂ້ອຍ ນອກຈາກຍ່າຄົນດຽວ ຄົນທີຂ້ອຍຊັງທີ່ສຸດ ກໍ່
ກາຍມາເປັນຄົນທີ່ຂ້ອຍຮັກທີ່ສຸດ , ນັບຕັ້ງແຕ່ມື້ນັ້ນມິດຕະພາບ ແລະຄວາມຮັກ ທີ່ຂ້ອຍມີຕໍ່ຍ່າຂອງຂ້ອຍ ແມ່ນບໍ່ມີໃຜສາມາດແຍກມັນໄປໄດ້ເລີຍ.
ຜູ້ໃດປັ້ນເຂົ້າໜຽວໃຫ້ ຂ້ອຍກໍ່ບໍ່ເອົາ ໃຫ້ຍ່າປັ້ນເຂົ້າໃຫ້ຂ້ອຍກິນໄດ້ຄົນດຽວ ຍິ່ງຢູ່ໄກ້ຍ່າ ຍິ່ງມີແຕ່ຄວາມສຸກ ຄວາມອົບອຸ່ນ ທີ່ບໍ່ມີໃຜໃຫ້ໄດ້ຄືກັບຍ່າ.
  ມາມື້ຫນຶ່ງຄວາມໂສກເສົ້າກໍ່ບັງເກີດ,ອາຄົນຫນຶ່ງ ມາແຕ່ຊຽງຂວາງ ມາຮັບເອົາຍ່າຂອງຂ້ອຍ ກັບຄືນເມືອຊຽງຂວາງ.
ຍ່າຂອງຂ້ອຍໄດ້ກຽມເຄື່ອງນຸ່ງ ພ້ອມດ້ວຍກະຕ່າຫມາກຂອງເພິ່ນ ກຽມຈະຂຶ້ນລົດ ຂ້ອຍໃຫ້ແທ້ໃຫ້ວ່າ
ບໍ່ຢາກໃຫ້ຍ່າໄປ ແມ່ຂ້ອຍເພິ່ນກະບໍ່ໃຫ້ຂ້ອຍໄປນຳຍ່າ, ທຸກຄົນພະຍາຍາມເອົາໃຈຂ້ອຍ ອອຍຂ້ອຍວ່າສິພາຂ້ອຍໄປຊື້ເຂົ້າຫນົມ,
ແຕ່ຂ້ອຍບໍ່ຢາກໄດ້ເຂົ້າຫນົມ ຂ້ອຍຢາກໄດ້ຍ່າ ຂ້ອຍຢາກໃຫ້ຍ່າຢູ່ນຳຂ້ອຍອີກ ບໍ່ຊັ້ນກະ ໃຫ້ຂ້ອຍໄປນຳຍ່າ ຂ້ອຍຢູ່ຄົນດຽວບໍ່ໄດ້ຖ້າບໍ່ມີຍ່າ...
ຂ້ອຍກະຢາກຢູ່ກັບແມ່,ແຕ່ຢາກໄປນຳຍ່າຫລາຍກົ່ວ.ຂ້ອຍແລ່ນໄປຫາພໍ່ຂ້ອຍຢູ່ສວນ ເຮັດທຸກວິທີທາງເພື່ອໃຫ້ໄດ້ໄປກັບຍ່າ ແລ້ວຄວາມຫວັງກໍ່ເປັນຈິງ.
ພວກເພິ່ນລົມກັນຫຍັງບຸ ແລ້ວຂ້ອຍກໍ່ໄດ້ໄປກັບຍ່າ,ຂ້ອຍດີໃຈສຸດໆ ຕອນຂ້ອຍໄປຂ້ອຍບໍ່ໄດ້ຫັນມາເບິ່ງສີຫນ້າແລະລ່ຳລາແມ່ຂ້ອຍເລີຍ(ດີໃຈແຮງ) ແມ່ຂ້ອຍຄົງຈະຄິດຮອດຂ້ອຍຫລາຍ.
   ມາຮອດຊຽງຂວາງ ຂ້ອຍກໍ່ໄດ້ພົບກັບປູ່ ເພິ່ນໃສ່ສີ່ຕາ ມັກກິນກາເຟ ເພິ່ນເປັນຊ່າງໄມ້ ເຫລົາໄມ່ຖູ່ຂາຍ ແລະເປັນຊ່າງຕີເຫລັກພ້ອມ ຕີພ້າ ຕີງ້າວ.
ຢູ່ຊຽງຂວາງ ປູ່ຂອງຂ້ອຍເພິ່ນປູກຫມາກໄມ້ຫລາຍຊະນິດ : ຫມາກລະແຊັງ ຫມາກຫມັ້ນ ຫມາກຝຸງ ຫມາກຈອງ ຫມາກຄາຍ ຫມາກພິລາ ຫມາກພຸກ ຫມາກນາວ
ຕົ້ນກາເຟ ຕົ້ນຝິ່ນ ຕົ້ນກັນຊາ ຫມາກຫນອດ ຫມາກຮຸ່ງ ຫມາກມ່ວງ ຫມາກຊິດາ ຕົ້ນກ້ວຍ ມັນຕົ້ນ ມັນດ້າງ ປູກຜັກພ້ອມ ແລະປູ່ ຍັງລ້ຽງເປັດ ລ້ຽງໄກ່ ລ້ຽງຫ່ານ ລ້ຽງຫມູ ລ້ຽງຮອດກະຕ່າຍ ນຳອີກ.
ເພິ່ນມີລູກທັງຫມົດ 8ຄົນ ພໍ່ຂ້ອຍເປັນຄົນທີ່3.
ຂ້ອຍໄປຢູ່ຊຽງຂວາງ ສຳນຽງຂອງຂ້ອຍກໍ່ເລີຍກາຍເປັນສຳນຽງຊຽງຂວາງໄປເລີຍ ປ່ຽນໄປຕອນໃດບໍ່ຮູ້ຕົວເລີຍ.
ຍ່າໄປໃສ ຂ້ອຍໄປນຳ ຍ່າຂອງຂ້ອຍເພິ່ນເປັນຄົນດີແທ້ໆ ເວລາຂ້ອຍໃຈຮ້າຍ ເອົາກຳປັ້ນຕີຫລັງເພິ່ນ ,ເພິ່ນກໍ່ບໍ່ເຄີຍຕີຂ້ອຍຄືນຈັກເທື່ອເລີຍ
ເພິ່ນຈັ່ງແມ່ນໃຈເຢັນແທ້ໆ ,ເພິ່ນມັກຕື່ນເດິກ ລຸກເຊົ້າ ຍູ້ລໍ້ເຂົ້າປຽກໄປຂາຍທີ່ຕະຫລາດ ຂ້ອຍມັກໄປນຳເພິ່ນ ຊຽງຂວາງຕອນເຊົ້າອາກາດຫນາວຫລາຍ
ຫມອກກະຫລາຍ ເອົາເປັນວ່າ ຂ້ອຍມີຄວາມສຸກທີ່ສຸດທີ່ຄັ້ງຫນຶ່ງໃນຊີວິດໄດ້ຢູ່ກັບປູ່ແລະຍ່າ ຂອງຂ້ອຍ.

Delicious Digg Fark Twitter