ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຈຸເຈົ້າ  ຈຸເຈົ້າ ໃຜເຫັນແຟນຂ້ອຍແດ່ 

ໃຜເຫັນຢູ່ໃສບອກຂ້ອຍແດ່ເດີ່

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ເຮືອນທີ່ປຸກສ້າງດ້ວຍໄມ້ ຫຼື ມີໄມ້ເປັນສ່ວນປະກອບຈະເຮັດໃຫ້ມີຄວາມຮູ້ສຶກອົບອຸ່ນນຸ່ມນວນ

ເປັນທຳມະຊາດຫຼາຍທີ່ສຸດເມື່ອທຽບກັບວັດສະດຸກໍ່ສ້າງຊະນິດອື່ນໆ ໂດຍໃນບ້ານເຮົາ ໄມ້

ໄມ້ເກື່ອບຈະກາຍເປັນສັນຍາລັກຂອງການກໍ່ສ້າງ ເວົ້າງ່າຍໆຄືສະເໜ່ຂອງໄມ້ກໍ່ຄືງານໄມ້

ນັ້ນເອງ ຫາກເບິ່ງໃຫ້ເລິກລົງໄປເຖິງລາຍລະອຽດກໍ່ຈະເຫັນວ່າບາງເທື່ອງານກໍ່ສ້າງດ້ວຍໄມ້

ນັນສະອາດ ຈະສື່ເຖິງສັນຍາລັກຂອງຊາດນັ້ນໆໄດ້ເຊັ່ນ: ງານສະຖາປັດຕະຍະກຳ ທີ່ໃຊ້ໄມ້

ໃຜ່ເປັນສ່ວນປະກອບ ຫຼື ຕົກແຕ່ງກໍ່ເຮັດໃຫ້ຄິດຮອດເຮືອນຂອງຊາວຈີນ ຫຼື ເຮືອນຂອງ

ຊາວຍີ່ປຸ່ນ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຫຼັງຈາກໄລຍະຫຼັງທີ່ຜ່ານມາຫຼາຍປີນັ້ນ ກະແສຄວາມນິຍົມການທາສີບ້ານແບບສີສັນສົດໃສ

ແລະ ເບິ່ງມີຊີວິດຊີວາ ມີຄວາມນິຍົມຫຼາຍຂື້ນນັ້ນ ເມື່ອເຂົ້າສູ່ປີ 2011 ຄຸນສົມບັດເດັ່ນສຳຄັນ

ຂອງແນວໂນ້ມໃນປີນີ້ຄື Traditional & timeless ເຮັດໃຫ້ກະແສຄວາມນິຍົມໃນການໃຊ້

ສີສັນແບບສົດໃສຫຼຸດລົງ ຄວາມສວຍງາມ ຂອງສີແບບພື້ນຖານກໍມີເພີ່ມຫຼາຍຂື້ນໂດຍສະເພາະ

ສີແບບສີບົວອ່ອນ ,ສີມ່ວງອ່ອນ,ສີຂຽວອ່ອນ. ຂໍ້ດີຂອງສີແບບນີ້ກໍ່ຄືເບິ່ງບໍ່ເຈີດຈ້າວຫຼາຍ

ເກີນໄປເຮັດໃຫ້ບໍ່ເບື່ອງ່າຍຄືກັບສີສົດໆ ແລະ ຍັງສາມາດໃຊ້ໄດ້ຕະຫຼອດບໍ່ຕົກຍຸກອີກດ້ວຍ.

 

 

(ຂໍຂອບໃຈ ວາລະສານສູນລວມແບບບ້ານ)

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

L ໃຊ້ສຳລັບແຕ້ມເສັ້ນຊື່

ESC  ໃຊ້ເພື່ອຍົກເລີ່ກຄຳສັ່ງ

T  ໄຊ້ສຳລັບຕັດເສັ້ນ

C ສຳລັບແຕ້ມວົງມົນ

REC ໃຊ້ສຳລັບແຕ້ມຮູບ 4ລ່ຽມ

O .ໃຊ້ສຳລັບອອບເຊັດເສັ້ນ

A ໃຊ້ສຳລັບແຕ້ມເສັນກົ່ງ

C ໃຊ້ສຳລັບ Copy ເສັ້ນ ຫຼື ຮູບ

M .ໃຊ້ສຳລັບຍ້າຍຮູບ

ຍັງມີຄີອື່ນໆອີກທີ່ຮູ້ໃວ້ເວລາແຕ້ມແບບດ້ວ AUtoCAD ຈະໄດ້ວ່ອງໃວ ໂດຍບໍ່ຕ້ອງໃຊ້ເມົ້າໄປເລື່ອກ ICon ເທື່ອລະໂຕ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຕາມຄວາມເຊື່ອຂອງຜູ້ເຖົ້າຜູ້ແກ່ເພີ່ນໄດ້ຖືມືຖືຍາມໃນການປຸກເຮືອນໂດຍອີງໃສ່ທິດສະດີດັ່ງນີ້:

#  ປຸກເຮືອນ ວັນອາທິດ:    ເພີ່ນວ່າຫ້າມປຸກເພາະຄວາມອຸບາດຈັງໄຮຈະເກີດ

# ປຸກເຮືອນ  ວັນຈັນ:        ເພີ່ນວ່າປຸກໄດ້ຈະມີໂຊກລາບ ຜ້າຜ່ອນທ່ອນສະໃບ ຈະບັງເກີດແກ່ເຈົ້າຂອງເຮືອນ

#  ປຸກເຮືອນວັນ ອັງຄານ:  ເພີ່ນວ່າຫ້າມປຸກເພາະຈະເກີດອັນຕະລາຍຈາກໄຟ

# ປຸກເຮືອນ ວັນພຸດ:        ເພີ່ນວ່າດີມີໂຊກລາບເປັນ ຂອງສີຂາວ , ສີເຫຼືອງ

# ປຸກເຮືອນວັນ ພະຫັດ:  ເພີ່ນວ່າດີຈົ່ງປຸກເທີດຈະເກີດໂຊກລາບ ແລະ ຄວາມສົມບູນພູນສຸກ

# ປຸກເຮືອນ ວັນສຸກ:       ເພີ່ນວ່າຫ້າມປຸກເພາະຈະມີທັງຄວາມທຸກ ແລະ ຄວາມສຸກເທົ່າກັນ

# ປຸກເຮືອນ ວັນເສົາ:       ເພີ່ນວ່າຫ້າມປຸກເດັດຂາດ ຈະເກີດຖ້ອຍຄວາມ ມີຄົນບຽດບຽນ ແລະ ຈະມີເລື້ອງເດື່ອດຮ້ອນໃຈ

 

 

  (ຂໍຂອບໃຈ)   ບົດຄວາມນີ້ ກ່າຍມາຈາກ ວາລະສານ ສູນລວມແບບເຮືອນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

1. ເຮັດໃຫ້ມ່ວນກັບໝູ່ໄດ້

2. ດື່ມເບຍເຮັດໃຫ້ໃຈກ້າຈີບສາວ

3. ດື່ມເບຍເຮັດໃຫ້ເສຍຕົວໄດ້

4. ປ້ອງກັນໂຣກຫົວໃຈ

5. ລົດຄວາມສ່ຽງໂຣກອຳມະພາດ

6. ຊ່ວຍໃຫ້ຕັບແຂງຕາຍໃວຂື້ນ

7.ຊ່ວຍລົດຄວາມດັນເລື່ອດ

8.ປ້ອງກັນເບົາຫວານ

9.ປ້ອງກັນໂຣກຄວາມຈຳຍາວ

10. ຊ່ວຍໃຫ້ກະດູກແຂງແຮງ

11. ຊ່ວຍໃຫ້ອາຍຸຍືນ (ເພາະເຈົ້າໜີ້ຫຼາຍບໍ່ທັນໄດ້ຈ່າຍຄ່າເບຍ)

12. ຊ່ວຍໃຫ້ລາມໃສ້ບາງ

13. ຕ້ານຄວາມຕຶງຄຽດ

14.ປ້ອງກັນໜິ້ວໃນຖົງບີ

15. ປ້ອງກັນໂລກນອນບໍ່ລັບ

16. ຊ່ວຍຕ້ານມະເຮັງ

17. ຊ່ວຍໃຫ້ມີໝູ່ຫຼາຍຂື້ນ

18. ຊ່ວຍໃຫ້ລຸກໄປການຕອນເຊົາບໍ່ທັນ

19. ຊ່ວຍໃຫ້ນາຍດ່າ

20. ຊ່ວຍໃຫ້ໂພ່ນໃຫຍ່

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ດັ່ງທີ່ຫຼາຍໆຄົນຮູ່ເນາະຄົນເຮົາຖ້າເຈັບແຂ້ວເຫຼັ້ມໄດກໍ່ໄປລົກແຂ້ວແຫຼ້ມນັ້ນອອກ

ແລ້ວກໍ່ຈະບໍ່ເຈັບແຂ້ວເຫຼັ້ມນັ້ນອີດເລີຍ.

      ແລ້ວຖ້າເຈັບຫົວ ເດ ຕັດຫົວອອກ ຊິເຊົາເຈັບຫົວຕະຫຼອດຊິວິດບໍ່?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

ທ່ຽງຄືນຂອງຄືນໜິ່ງຂ້ອຍຕື່ນຂື້ນມາດ້ວຍຄວາມຕົກໃຈຍ້ອນໄດ້ຍິສຽງ

ຄົນມາເຄາະປະຕູຫ້ອງເຊົ່າຂ້ອຍພໍລຸກມາເປີດກໍ່ເຫັນວ່າມີກອງຫຼອນບ້ານ

4ຄົນມານຳກັນເພີ່ນບອກວ່າຈະມາກວດຄົນພັກເຊົາຂ້ອຍກໍ່ໃຫ້ເຂົາໄປກວດ

ພໍກວດຫ້ອງຂ້ອຍແລ້ວກໍ່ໄປກວດຫ້ອງທາງຂ້າງເຊິ່ງມີນ້ອງສາວນັກສຶກສາ

ມາແຕ່ຕ່າງແຂວງມາເຊົ່າຢູ່. ກອງຫຼອນບ້ານໄດ້ຂໍກວດຄົນເອກະສານນຳລາວ

ລາວກໍ່ໃຫ້ຄວາມຮ່ວມມືເປັນຢ່າງດີ,ພໍກອງຫຼອນບ້ານກວດກາຄົບທຸກຫ້ອງ

ແລ້ວກໍ່ພາກັນກັບ. ອີກປະມານ 15 ນາທີກໍ່ໄດ້ຍິນສຽງຄົນມາເຄາະປະຕູ

ຫ້ອງທາງຂ້າງທີ່ນ້ອງສາວນັກສຶກສາຄົ້ນນັ້ນເຊົ່າຢູ່ອີກເທື່ອໜຶ່ງ. ແລ້ວກໍ່ໄດ້

ຍິນສຽງລົມກັນຄ່ອຍໆແຕ່ຂ້ອຍກໍ່ບໍ່ສາມາດຈັບເນື້ອຄວາມໄດ້ອີກປະມານ

10 ນາທີກໍ່ໄດ້ຍິນສຽງຜູ້ຍິງຮ້ອງໄຫ້ຢູ່ຫ້ອງທາງຂ້າງ. ທຸກຄົນທີ່ເຊົ່າຫ້ອງແຖວ

ຢູ່ແຕ່ລະຫ້ອງພາກັນລຸກຂື້ນມາເບິ່ງປະກົດວ່າແມ່ນນ້ອງສາວນັກສຶອກສາຄົນນັ້ນ

ນັ່ງໄຫ້ຢູ່ໃນຫ້ອງຄົນດຽວ.ພໍສອບຖາມລາວກໍ່ບອກວ່າ. ອ້າຍເສີດ ກອງຫຼອນບ້ານ

ລາວເຂົ້າມາຂົ່ມຂືນຂ້ອຍ.ລາວອັດປາກຂ້ອຍໃວ້ບໍ່ໃຫ້ຮ້ອງຄົນມາຊ່ວຍພໍລາວເຮັດ

ແລ້ວໆລາວກໍ່ແລ່ນອອກຈາກຫ້ອງໄປ.ມີຄົນແຖວນັ້ນເຫັນວ່າມີຜູ້ຊາຍແລ່ນອອກໄປ

ຈາກຫ້ອງນັ້ນແທ້. ມາຮອດປະຈຸບັນກອງຫຼອນບ້ານຄົນທີ່ຊື່ເສີດນັນກໍ່ຫາຍຕົວໄປ

ແບບບໍ່ມີຮ່ອງຮ້ອຍ.ໄປຖາມລູກຖາມເມຍກໍ່ບອກວ່າອອກໄປແຕ່ຄືນນັ້ນຍັງບໍ່ເຫັນ

ກັບຄືນມາເຮືອນ. 

 

ເລື້ອງນີ້ເປັນປະກົດການອັນຫຍໍ້ທໍ້ຂອງສັງຄົມທີ່ບໍ່ຄວນຈະເກີດຂື້ນເລີຍໃນສັງຄົມລາວ

ນັກສຶກສາຜູ້ຍິງທີ່ຈາກບ້ານຈາກເຮືອນມາເຊົ່າຫໍພັກຢູ່ຄົນດຽວບໍ່ມີຍາດພີ່ນ້ອງຕໍ່ໄປ

ຈະໄປເຜິ່ງໃຜໄດ້. ພໍ່ແມ່ຮູ້ເລື້ອງແລ້ວຈະຮູ້ສຶກແບບໄດ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຊຽນໄກ່ສອງຄົນສົນທະນາກັນເລື້ອງໄກ່ຈີ:

ຊຽນຜູ້ທີ່1 : ສ່ຽວໂຕເອົາຫຍັງເກືອໄກ່ໂຕຄືມາຕີເກັ່ງແທະ?

ຊຽນຜູ້ທີ2: ກໍ່ບໍ່ໄດ້ເອົາອາຫານວິເສດຫຍັງເກືອມັນດອກ! ພຽງແຕ່ເຮົາຊື້ໄກ່ຕີທີ່ຕົ້ມສຸກເປັນໂຕ ໄປວາງໃວ້ຕໍ່ໜ້າມັນ

                  ແລ້ວກໍ່ບອກມັນວ່າ " ຖ້າມຶງຕີບໍ່ແພ້ມຶງກໍ່ຈະເປັນແບບນີ້ແຫຼະ "

 

 

( ຂອບໃຈ )  ກ່າຍນຳເຂົາເຈົ້າມາປັນໝູ່ອ່ານນຳຊື່ໆ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີບາງຄົນເວົ້າວ່າ:

ຜູ້ຊາຍ:  ສ່ວນຫຼາຍມັກໃຊ້ເຫດຜົນເພື່ອຈະຮັກ ຫຼື ເຊົາຮັກ

ຜູ້ຍິງ:   ສ່ວນຫຼາຍມັກໃຊ້ ຄວາມຮູ້ສຶກທີ່ຈະຮັກ ຫຼື ຈະເລີ່ກ

ຜູ້ຊາຍ: ລືມໃສ່ໃຈຄວາມຮູ້ສຶກຈົນກາຍເປັນເຢັນຊາ ແລະ ເລີ່ກໃສ່ໃຈຄວາມຮູ້ສຶກ.

ຜູ້ຍິງ: ຈະມັກລືມໃສ່ໃຈເຫດຜົນ ຈົນກາຍເປັນຄົນເຈົ້າອາລົມ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ທ້າວ. ເຜິ່ງ  ຫຼັງຈາກເລີ່ກວຽກກໍ່ໄດ້ອອີກໄປກິນເບຍນຳກັນກັບໝູ່ຢູ່ຮ້ານ ເມົາບໍ່ເລີ່ກ

ຫຼັງຈາກກິນເມົາກຳລັງໄດ້ທີ່ໝູ່ຄູ່ກໍ່ພາກັນກັບໄປຮັບລູກຮັບເຕົ້າເຫຼືອແຕ່ ເຜິ່ງ . ກຳລັງລົງຂາ

ກໍ່ເລີຍຂີ່ລົດໄປແວ່ກິນເບຍຢູ່ຮ້ານຄາລາໂອເກະ ປີ້ງເປັດນາໄຊ  ເມື່ອເຜິ່ງເຂົ້າໄປນັ່ງສາວຫຽດ

ກໍ່ໄດ້ມາບໍລິການເຫງັ້ນເບຍໃຫ້ທ້າວເຜິ່ງ ພໍກິນໄປສອງສາມແກ້ວທ້າວ ຜິ່ງ ກໍ່ເລີ່ມເມົາ ກິນບໍ່ໄດ້

ກະເລີຍລັກຖອກເບຍຖິ້ມ ສາວຫວຽດເຫັນ ເຜິ່ງເຫງັນຖິ້ມຫຼາຍເທື່ອເລີຍຢາກຮ້າຍ ກໍ່ເລີຍເົ້າອອກມາ

ວ່າ . ອ້າຍໆ ກິນດີໆແມະອ້າຍ ອ້າຍກິນບໍ່ດີລະຖືກຕີນນ້ອງໄດ.  ເຜິງໄດ້ຍິນກໍ່ຢາກຮ້າຍວ່າສາວຫຽດ

ເວົ້າໃສ່ເຜິ່ງເລີຍຖາມແບບນັກເລງເກົ່າວ່າ ອ້າຍກິນບໍ່ດີລະເປັນຫຍັງ ສາວຫຽດກະຕອບວ່າ ອ້າຍເບິ່ງຕີນ

ນ້ອງແມະ ຶ້າຍກິນບໍ່ດີລະຖອກເບຍຖືກຕີນນ້ອງປຽກໝົດ.

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ທ້າວ. ເຜິ່ງ ເປັນລູກຊາຍໂທນ ພໍ່ກໍ່ຮັກແມ່ກໍ່ຮັກ ລ້ຽງດູຢ່າງດີ ມົດບໍ່ໃຫ້ໄຕ່ໄລບໍ່ໃຫ້ຕອດ ທຽວຮັບທຽວສົ່ງທຸກມືທີ່ ເຜິ່ງໄປໂຮງຮຽນ

ແຕ່ພໍ ເຜິ່ງ ຈົບ ມ3 ພໍ່ແມ່ກໍ່ຈຳເປັນຕ້ອງຍ້າຍໂຮງຮຽນໃຫ້  ເຜິ່ງ  ເພາະ ໂຮງຮຽນທີ່ເຜິ່ງຮຽນມີຮອດແຕ່ ມມັດທະຍົມຕົນ.

         ພໍເຜິ່ງຍ້າຍໂຮງຮຽນໃໝ່ ພໍ່ແມ່ກໍ່ໄດ້ຊື້ລົດ ໃຫ້ເຜິ່ງ ຂັບໄປໂຮງຮຽນດ້ວຍຕົວເອງ ເພາະຄິດວ່າລູກກໍ່ໃຫຍ່ແລ້ວ. ເມື່ອຍ້າຍໂຮງຮຽນ

ໃໝ່ ກໍ່ປະຕິເສດບໍ່ໄດ້ ທີ່ເຜິ່ງກໍ່ຕ້ອງມີໝູ່ໃໝ່ ໃນນັ້ນມີ ທ້າວ ຕໍ່ ມາຕີສະນິດສະໜົມກັບເຜິ່ງ ແລ້ ມັກຊວນເພິ່ງໄປນຳສະເໝີ.

       ມາຮອດມື້ໜຶ່ງ ຕໍ່ ໄດ້ຫາໃຫ້ ເຜິ່ງ ໃຫ້ພາໄປເຮືອນພີ່ນ້ອງ ເພິ່ງກໍ່ຕອບຮັບພາໄປເພາະ ຜ່ານມາ ເຜິ່ງ ກໍ່ເຄີຍ ພາ ຕໍ່ໄປເຮືອນນັ້ນມາຫຼາຍຄັ້ງ

ແລ້ວ ພໍໄປຮອດເຮືອນ ທີ່ ທ້າວ ຕໍ່ ວ່າເປັນເຮືອນພີ່ນ້ອງນັນກໍ່ເໝືອນທຸກຄັງ ຕໍ່ ໃຫ້ ເຜິ່ງ ນັ່ງຖ້າຢູ່ລົດ ແລ້ວຕໍ່ກໍ່ເຂົ້າໄປຫາເຈົ້າຂອງບ້ານ ໄດ້ປະມານ

10 ນາທີ ຕໍ່ກໍ່ຢ່າງອອກມາ ແລ້ວກໍ່ຊວນເຜິ່ງກັບບ້ານ ພໍເຜິ່ງຈະຂັບລົດກັບບ້ານນັ້ນເອງທັນທີທັນໄດ ຕໍາຫຼວດ ກໍ່ໄດ້ຈູ່ໂຈມເຂົ້າໄປຄວບຄຸມຕົວ ທ້າວ ເຜິ່ງ

ແລະ ກໍ່ທ້າວ ຕໍ່  ພ້ອມດ້ວຍເຈົ້າຂອງບ້ານ ຫຼັງຈາກນັນຄົ້ນກະເປົາປື້ມທີ່ ຕໍ່ ພາຍຢູ່ນັນ ພົບຢາບ້າ 5.000 ເມັດ . ຕໍ່ໄດ້ໃຫ້ການກັບຕໍາຫຼວດວ່າ ໄດ້ມາຮັບ

ເອົາຢາບ້າ ນຳເຈົ້າຂອງເຮືອນຫຼັງດັ່ງກ່າວຜ່ານມາ 4 ຄັງແລ້ວໂດຍຮ່ວມກັນກັບ ເຜິ່ງ ທຸກຄັງ ແລ້ວເອົາໄປຂາຍໃຫ້ໝູ່ ທີ່ຕິກຢາ ນຳກັນ .ເ7ົາຂອງບ້ານ

ຄົນທີ່ຂາຍຢາໃຫ້ ຕໍ່ ກໍ່ໃຫ້ ການວ່ານ ໄດ້ ຂາຍຢາໃຫ້ ຕໍ່ ກັບ ເຜິ່ງ ມາແລ້ວ 4 ຄັ້ງ ທຸກຄັ້ງທັງສອງຄົນຈະມາຮັບຢານຳກັນເໝືອນດັ່ງຄັ້ງນິີ້ , ສ່ວນທ້າວເຜິ່ງ

ໄດ້ໃຫ້ການປະຕິເສດ ເຊິ່ງໃຫ້ການວ່າ ໄດ້ເຄີຍພາ ຕໍ່ ມາເຮືອນນີ້ຫຼາຍຄັ້ງ ແຕ່ບໍ່ຮູ້ວ່າ ຕໍ່ ມາເອົາຢາໄປຂາຍ ທຸກຄັ້ງທີ່ມາ ຕໍ່ກໍ່ໃຫ້ຖ້າຢູ່ ລົດ ແລ້ວຕໍ່ ກໍ່ເຂົ້າໄປ

ຄົນດຽວ ແລ້ວກໍ່ອອກມາຊວນເມືອ ແລ້ວກໍ່ພາໄປລ້ຽງເບຍເພື່ອຕອບແທນ.

 

                              ( ມາຮອດນິພໍກ່ອນເນາະ ເອົາໄວ້ມື້ໜ້າຈິ່ງອ່ານຕໍ່ ວ່າຊິວິດ ເຜິ່ງຈະໄດ້ຮັບໂທດແບບໄດ )

 

                   ຂອບໃຈທຸກຄົນທີ່ສະລະເວລາອ່ານ  ຫວັງວ່າເລື້ອງນີ້ ຈະເປັນ ອຸທາຫອນ ອຸທາເຫົ້າ ໃຫ້ຫຼາຍຄົນ ກ່ອນທີ່ຈະ ເລື່ອກຄົບໃຜ

 

                                                                    ຂໍຂອບໃຈ    ຂອບຮູບບໍ່ເອົາເດີ່ ເອົາແຕ່ຂອບໃຈ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຕອນເດິກຂອງຄືນໜຶ່ງ ຄູບາໄດ້ໂທແຈ້ງຕໍາຫຼວດວ່າມີ ຂະໂມຍມາລັກເອົາເງິນຢູ່ວັດ

ເຈົ້າໜ້າທີ່ຖາມ: ເງິນເສຍຫຼາຍປານໄດລະຄູບາ

ຄູບາຕອບ:      ເສຍ 20 ບາດ

ເຈົ້າໜ້າທີ່: ໂອ້ຍ......ຄູບາເອີ້ຍເງິນເສຍ 20 ບາດ ກະແຈ້ງເນາະຢ່າມັນເທາະເດິກແລ້ວ  (ຕໍາຫຼວດຢາກຮ້າຍເພາະກຳລັງນອນແຊບໆໆ)

                       ພໍຮຸ່ງເຊົ້າຂອງມື້ຕໍ່ມາຄູບາກໍ່ໄປຫາຕໍາຫຼວດແຕ່ເຊົ້າບອກວ່າພໍ່ອອກເອີ້ຍໄປເບິ່ງໃຫ້ແດ່ນ່າ...ເງິນຢູ່ວັດເສຍແທ້ໄດ,ຕໍ່ຫຼວດຂັດບໍ່ໄດ້ກໍ່ເລີຍ

ນຳກັງລົງໄປເບິ່ງພໍໄປຮອດວັດຍາພໍ່ກໍ່ພາເຂົ້າໄປໃນຫ້ອງທີ່ເກັບເງິນມ້ຽນແລ້ວຊີ້ໃສ່ບາດ 20 ໜ່ວຍ ພໍ່ອອກເບິ່ງດຸຫັ່ນເຈົ້າວ່າຈັກປີຊົ່ວຊິທ້ອນເງິນໄດ້ເຕັມ

ບາດ 20 ໜ່ວຍ  ພໍ່ອອກວ່າເງິນ ດ້າມໜ້ອຍຊັ້ນເບາະ.

   (ບົດຄວາມນີ້ກ່າຍມາຈກວາລະສານ ອັບເດດເຮົານິແລ້..)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

   ໃນຂະນະທີ ພໍ່,ແມ່ ແລະ ລູກສາວກຳລັງກິນເຂົ້າຢູ່

ນາງແກ້ວຜູ້ເປັນລູກສາວ ອາຍຸ 18 ປີ ອາລົມດີກໍ່ທັງຮ້ອງເພງໄປນຳກິນເຂົ້າໄປນຳ

ຜູ້ເປັນພໍ່ລຳຄານໃຈເລີຍເວົ້າວ່າ ລູກເອີ້ຍ...ລູກຢ່າຮ້ອງເພງແມ້...ຍາມກິນເຂົ້ານະ

ບູຮານເພີ່ນວ່າ ຊິໄດ້ຜົວເຖົ້າໄດ!

     ນາງແກ້ວ ກໍ່ຮູ້ດີວ່າພໍ່ເວົ້າຕົວະ ນາງຈຶ່ງເວົ້າສວນຄືນວ່າ " ຊັ້ນຕອນອີ່ແມ່ຍັງນ້ອຍເພີ່ນຕ້ອງມັກຮ້ອງເພງໃນຕອນກິນເຂົ້າ,ແມ່ນບໍ່ອີ່ພໍ່ "

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ເລື້ອງທີຂ້າພະເຈົ້າຈະເລົ່ນໃນຕໍ່ໄປນີ້ແມ່ນຊີວິດຈິງຂອງເດັກຊາຍຄົນໜຶ່ງ

   ທີ່ນະຄອນຫຼວງວຽງຈັນມີ ຊາຍໜຸ່ມແລະ ຍິງສາວ ຄູ່ໜຶ່ງເປັນ ຄົນມາຈາກຕ່າງແຂວງ ໄດ້ມາຄົບຮັກກັນທີ່ນະຄອນຫຼວງວຽງຈັນ ຈາກນັ້ນທັງຄູ່ກໍ່ໄດ້ແຕ່ງງານກັນ

ເລີ່ມຈາກການຢູ່ເຮືອນຫໍຫ້ອງເຊົ່າ ພວກເຂົາທັງຄູ່ໄດ້ສ້າງເນື້ອສ້າງຕົວຈົນສາມາດຊື້ດິນແລະປຸກເຮືອນເປັນຂອງຕົວເອງໄດ້ໜຶ່ງຫຼັງເຖິງຈະບໍ່ໃຫຍ່ແຕ່ກໍ່ເປັນນ້ຳເຮື່ອ

ນ້ຳແຮງທີ່ທັງຄູ່ສ້າງຮ່ວມກັນມາ. ຫຼັງນັ້ນທັງຄູ່ກໍ່ຕັດສິນໃຈທີ່ຈະມີສາຍຍາດເອົາໃວ້ສືບພັນ ປະກົດວ່າທັງຄູ່ໄດ້ລູກຊາຍຄົນໜຶ່ງ ມີນາມວ່າ ທ້າວ ຮ  (ນາມສົມມຸດ)

ພໍທ້າວ ຮ ອາຍຸໄດ້ 5 ປີ ພໍ່ແລະແມ່ກໍ່ພາໄປຮຽນຢູ່ໂຮງຮຽນປະຖົມ ປ  (ນາມສົມມຸດຂອງໂຮງຮຽນ)  ແຕ່ໃນຂະນະທີ່ ທ້າວ ຮ ໄປຮຽນໄດ້ປະມານ 2 ເດືອນ ແມ່ຂອງ

ທ້າວ ຮ  ກໍ່ໄດ້ລົ້ມປ່ວຍ ດ້ວຍໂລກ ມະເຮັງ ເຕົ້ານົມ  ແລະແລ້ວກໍ່ເສຍຊີວິດລົງ . ພໍເປັນຢ່າງນັ້ນ ພໍ່ ຂອງ ທ້າວ ຮ ກໍ່ ແບກຮັບພາລະລ້ຽງລູກຄົນດຽວ ຈົນວັນໜຶ່ງລາວໄດ້

ມາເຈີຍິງສາວຄົນໜຶ່ງ ຊື່ ນາງ ເປດ  (ນາມສົມມຸດ) ທີ່ໄດ້ຮັບປາກຮັບຄຳວ່າຈະດູແລລ້ຽງດູ ທ້າວ ຮ ໄປຊ່ວຍກັນກັບລາວ.ດ້ວຍຄວາມທີ່ຕົນເອງກໍ່ເປັນພະນັກງານລັດຖະກອນ

ຄົນໜຶ່ງ  (ຕໍາຫຼວດ) ເຊິ່ງບາງຄັ້ງກໍ່ຖືກປະຈຳການອາດຈະບໍ່ມີເວລາຢູ່ກັບລູກ ສະນັ້ນ ຈຶ່ງໄດ້ຕັດສິນໃຈ ແຕ່ງາງນ ກັບ ນາງ  ເປດ  .ພໍແຕ່ງານກັນໄປ ນາງ ເປດເອງກໍ່ໄດ້

ດູແລເອົາໃຈໃສ່ ທ້າວ ຮ  ຊ່ວຍລາວເປັນຢ່າງດີ ແລະ ທ່້າວ ຮ ກໍ່ເປັນເດັກດີ ຕັ້ງໃຈຮ້ຳຮຽນຈນໄດ້ເປັນທີ່ 1 ຂອງຫ້ອງເປັນປະຈຳ. ແຕ່ແລ້ວ ໂຊກຮ້າຍກໍ່ເກີດຂື້ນກັບ ຄອບຄົວຂອງ

ທ້າວ ຮ ອີກຄັ້ງ ພໍ່ ຂອງທ້າວ ຮ ໄດ້ຮັບ ອຸປະຕິເຫດ ຈາກ ການປະຕິບັດໜ້າທີ່ ຈົນເສຍຊິວິດ. ເຫຼືອພຽງ ນາງເປດ (ແມ່ລ້ຽງ) ໃຫ້ຢູ່ກັບ ທ້າວ ຮ ພຽງສອງຄົນ...ພໍພໍ່ຂອງທ້າວ ຮ

ໄດ້ເສຍຊີວິດລົງ  ນາງ ເປດ ກໍ່ ເລີ່ມອອກລາຍ ດ້ວຍທີ່ໂຕເອງກໍ່ຍັງສາວຍັງງານຢູ່ ແລະພໍ່ຂອງທ້າວ ຮ ກໍ່ພໍມີເງິນເກັບເຫຼືອໃວ້ໃຫ້ຈຳນວນໜຶ່ງ. ນາງ ເປດ ກໍ່ ເລີ່ມອອກທ່ຽວຫຼີ້ນ

ກິນຟຸມເຟີຍ ໂດຍບໍ່ໄດ້ສົນໃຈໄຍດີກັບ ທ້າວ ຮ ວ່າຈະຢູ່ຈະກິນແນວໄດ.ບາງຄັ້ງກັບມາກໍ່ດ່າກໍ່ຕີ ທ້າວ ຮ ຈົນ ຊາວບ້ານໄດ້ໄປທົດເອົາ.ແຕ່ເຖິງຈະເກີເຫດການແບບນັ້ນຂື້ນ

ກັບຊິວິດຂອງ ທ້າວ ຮ ທ້າວ ຮ ກໍ່ຍັງໄປໂຮງຮຽນເປັນປົກກະຕິ  ແຕ່ ທາງໂຮງຮຽນ ກໍ່ໄດ້ສັງເກດເຫັນວ່າ ການຮຽນຂອງ ທ້າວ ຮ ເລີ່ມ ອ່ອນລົງ  ແລະ ທ້າວ ຮ ກໍ່ ມີອາການ ຊຶມເຊົ້າ

ພໍສັງເກດເຫັນເປັນຢ່າງນັ້ນດ້ວຍຄວາມທີ່ທາງໂຮງຮຽນກໍ່ມີທຶນຊ່ວຍເຫຼືອຈາກອົງການໃຈກ່າຂອງບີ່ປຸ່ນແລະທ້າວ ຮ ເອງກໍ່ເປັນຄົນໜຶ່ງທີ່ເຄີຍໄດ້ຮັບທຶນນັ້ນຈຶ່ງໄດ້ແຕ່ງຄູປະຈຳຫ້ອງ

ຂອງທ້າວ ຮ ຕິດຕາມເບິ່ງພຶດຕິກຳຂອງທ້າວ ຮ ຈົນໄດ້ໄປເຫັນວ່າ ນ ເປດ ຜູ້ເປັນແມ່ລ້ຽງນັ້ນໄດ້ເອົາຜົວໃໝ່ເຂົ້າມາຢູ່ເຮື່ອນ ແລະ ໄດ້ ກົດຂີ່ຂົ່ມເຫັງທ້າວ ຮ ເໝືອນ ໝາ ຕົວໜຶ່ງທີ່

ລ້ຽງໃວ້ໃນບ້ານ  ນ ເປດ ແລະ ຜົວໃໝ່ ບ່າງມື້ກໍ່ບໍ່ໃຫ້ທ້າວ ຮ ກິນເຂົ້າ ຈົນກວ່າຈະຊັກເຄື່ອງໃຫ້ຕົວເອງແລະຜົວແລ້ວ ບາງມື້ກໍ່ຂັບໄລ່ໃຫ້ອອກໄປນອນນອກບ້ານ. ມື້ໜຶ່ງ ດ້ວຍຄວາມ

ຢາກຮຽນ ແຕ່ບໍ່ມີເງິນຊື້ອຸປະກອນຮຽນ ທ້າວ ຮ ຈຳເປັນຕ້ອງໄດ້ຕັດສິນໃຈໄປນຳຂໍທານ ນຳເດັກນ້ອຍ...ທີ່ເຮືອນຢູ່ໄກ້ຄຽງກັນພໍຈະໄດ້ເອົາເງິນມາຊື້ປື້ມຊື້ສໍ ,ວັນນັ້ນ ທ້າວ ຮ ກໍ່ຂໍທານ

ໄດ້ເງິນມາ 20.000 ກີບ ຫຼັງຈາກໄດ້ເງິນມາດ້ວຍຄວາມອິດເມື່ອຍຈາກການຢ່າງຂໍທານ ຕາມ ເສັ້ນທາງໝົດມື້ ພໍມາຮອດເຮືອນ ນ ເປດ ກໍ່ໄດ້ ຮ້າຍຕີ ດ່າວ່າ ທ້າວ ຮ ວ່າໄປຫຼີ້ນຕາຍໃສ

ໝົດມື້ໝົດເວັນວຽກເຮື່ອນວຽກຊານກໍ່ບໍ່ເຮັດ ໃນຂະນະທີ່ ກະຊາກລາກດຶງທູບຕີທ້າວ ຮ ຢູ່ນັ້ນ ທັງຄູ່ກໍ່ໄດ້ເຫັນເງິນທີ່ ທ ຮ ຂໍທານມາໄດ້ 20.000ກີບ ແລ້ວໄດ້ສໍ້ໄດ້ຖາມຈົນ ຮູ້ໄດ້ວ່າ

ທ້າວ ຮ ໄປ ຂໍທານຈຶ່ງໄດ້ເງິນມາ.ພໍເຫັນແນວນັ້ນທັງສອງເຫັນວ່າທ້າວ ຮ ຍັງພໍມີປະໂຫຍດ ຢູ່ ກໍ່ ໄດ້ເອົາເຂົ້າໃຫ້ກິນ ແລະ ມື້ຕໍ່ມາກໍ່ໄດ້ບັງຄັບໃຫ້ໄປຂໍທານທຸກໆວັນເສົາທິດເພື່ອເອົາ

ເງີນມາໃຫ້ຕົນໂດຍອ້າງກັບ ທ້າວ ຮ ວ່າເປັນຄ່າກູລ້ຽງດູປູເສື່ອມຶງ.ເຖິງຈະເມື່ອຍແສນເມື່ອຍແຕ່ທ້າວ ຮກໍ່ບໍ່ເຄີຍ ຂາດ ຮຽນ ແຕ່ເນື່ອງຈາກວ່າ ໃນຂະນະນັ້ນທ້າວ ຮ ກໍ່ຍັງເປັນເດັກ

ຫາຈະຮຽນຢູ່ຫ້ອງ ປ 3 ດ້ວຍຄວາມຮູ້ເທົ່າບໍ່ເຖິງການຈຶ່ງຖືກໝູ່ຄູ່ທີ່ໄປຂໍທານຊັກຊວນໃຫ້ລອງເສບຢາໂດຍຕົວວ່າເປັນ ຊອກກໍແລດ ບອກວ່າ ເສບເຂົ້າໄປແລ້ວຈະເຊົາເມື່ອຍເຊົາພຽງ

ທຸກຢ່າງ.ທ້າວ ຮ ກໍ່ໄດ້ ຕິດແລະເສບນຳພວກເຂົາເຖິງແມ່ນວ່າ ທ້າວ ຮ ຈະເປັນຄົນດີປານໄດກໍ່ຕາມແຕ່ພິດຂອງຢາເສບຕິດກໍ່ໄດຄອບງຳເດັກຊາຍຄົນນັ້ນ. ຈົນມາວັນໜຶ່ງ  ທາງເຈົ້າໜ້າທີ່

ປກສ ໄດ້ເຂົ້າໄປກວດລ້າງກຸ່ມຢາເສດຕິດແລະທ້າວ ຮ ກໍ່ຕິດຢູ່ໃນກຸ່ມນັ້ນ.ຫຼັງຈາກນັ້ນທາງເຈົ້າໜ້າທີ່ໄດ້ປະສານໄປທາງຜູ້ປົກຄອງ ປະກົດວ່າ. ນ ເປດ ແລະ ຜົວໃໝ່ບໍ່ຢູ່ບ້ານມາຫຼາຍວັນ

ແລ້ວ ສະນັ້ນເຈົ້າໜ້າທີ່ຈຶ່ງ ປະສານໄປທາງໂຮງຮຽນ ທາງໂຮງຮຽນຈຶ່ງໄດ້ເຂົ້າໄປຊ່ວຍເຫຼືອເພາະເຫັນວ່າ ທ້າວ ຮ ເຄີຍເປັນນັກຮຽນດີ ຫຼັງຈາກເສັດສິ້ນຄະດີ ຢ່າເສບຕິດແລ້ວ ທາງໂຮງຮຽນ

ໄດ້ໃຫ້ ເອື້ອຍຄູ ຊື່ ນ  ແກ້ວ  ແອບຕິດຕາມໄປເບິ່ງເຫັນວ່າທ້າວ ຮ ຖືກແມ່ລ້ຽງລັງແກຈົນເກີນກວ່າມະນຸດນ້ອຍໆຄົນໝຶ່ງຈະຮັບໃຫວ.ຈຶ່ງໄດ້ແອບຖ່າຍ ຄຣິບ ວີດີໂອ ມາໃຫ້ທາງໂຮງຮຽນເບິ່ງ

ແລະສະເໜີໃຫ້ ອົງການໃຈກ່າເຂົ້າຊ່ວຍເຫຼືອເນື່ອງຈາກ ທ້າວ ຮໍ ບໍ່ມີທີ່ຢູ່ເພາະກັບບ້ານບໍ່ໄດ້ຈຶ່ງໃຫ້ ພັກຢູ່ໂຮງຮຽນສ່ວນຄ່າລ້ຽງດູແມ່ນທາງໃຈກ່າຈະອອກໃຫ້ດ້ວຍຄວາມເຫັນໃຈແລະຄວາມ

ມີນ້ຳໃຈຂອງ ຄູ ແກ້ວ ຈຶ່ງໄດ້ຂໍເອົາ ທ້າວ ຮ ມາລ້ຽງດູເອງຢູ່ທີ່ ບ້ານ ເພາະເອື້ອຍຄູແກ້ວເອງກໍ່ບໍ່ທັນມີລູກ...ຈົນເຖິງປະຈຸບັນນີ້ ຄູ ແກ້ວ ກໍ່ໄດ້ເອົາໄປໂຮງຮຽນນຳທຸກວັນ ,ແຕ່ພຶດຕິກຳຂອງ ທ້າວ ຮ

ກໍ່ບໍ່ສົມ ບູນເໝືອນ ເດັກນ້ອຍ ທົ່ວໄປ ບາງຄັ້ງກໍ່ມີ ອາການສະລຶມສະເລີ.ແຕ່ດ້ວຍຄວາມເອົາໃຈໃສ່ຜົນການຮຽນກໍ່ກັບມາດີຄືນຄືເກົ່າ,ມີບາງຄັ້ງ ທ້າວ ຮ ກໍ່ລັກອອກໄປຫາໝູ່ກຸ່ມທີ່ເຄີຍເອົາຢາ

ໃຫ້ເສບພໍຈັບໄດ້ກໍ່ບອກວ່າ ຊອກໂກແລດໝູ່ເອົາໃຫ້. (ພາສາເດັກນ້ອຍ ອາຍຸ 8 ປີ ) ຊິວິດ ແລະ ອານາຄົດຂອງທ້າວ ຮ ຈະເປັນແນວໄດນັ້ນກໍ່ຄົງຕ້ອງຕິດຕາມອີກຕໍ່ໄປ 

    (ຂອບໃຈທຸກຄົນທີ່ສະລະເວລາມາອ່ານ , ຖ້າຜິດພາດໄປການໄດກໍ່ຊ່ວຍແນະນຳໄດ້ເດີ ເພາະຂ້າພະເຈົ້າກໍ່ບໍ່ແມ່ນນັກຂຽນ ຕອນຮຽນເສັງຫັດແຕ່ງສູງສຸດກໍ່ໄດ້ແຕ່6  ຂອບໃຈຫຼາຍໆໆ)

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

               ຜູ້ຊາຍສ່ວນຫຼາຍທີ່ໃຊ້ເວລາໄລຍະທຳອິດໃນການຄົບກັບຜູ້ສາວ ເຂົາຈະສັງເກດຫາສັນຍານວ່າ :  ນີ້ຈະເປັນນາລົກ ຫຼື ບໍ່  ໂດຍການສັງເກດທາງພຶດຕິກຳຂອງຜູ້ຍິງດັ່ງນີ້:

- ໂທໆຫາຕະຫຼອດ

               ຜູ້ຊາຍຈະເຊື່ອວ່າຜູ້ຍິງຄົນນັນຄິດເຖິງເຂົາຢູ່ຕະຫຼອດເວລາເມື່ອຄົນຮັກໂທຫາເຂົາກໍ່ມີຄວາມຮູ້ສຶກວ່າ ຕົນເອງຖືກສະກົດລອຍຕາມ ທີ່ຮ້າຍແຮງໄປກວ່ານັ້ນຍັງຮູ້ສຶກວ່າເໝືອນຖືກລ່າມ

ໂດຍສະເພາະເວລາຢູ່ຕໍ່ໜ້າໝູ່.

- ວາງເຄື່ອງຂອງບໍ່ເປັນລະປຽບ

              ພໍຍິງສາວເຮັດຕິລືມເສື້ອໃວ້ໃນບ້ານອງພວກຜູ້ຊາຍ ເຂົາກໍ່ຈະສຳນຶກວ່າ:

                         1/. ຍິງຄົນນີ້ກຳລັງຫາຂໍ້ອ້າງທີ່ຈະກັບມາເຮືອເຂົາອີກ

                        2/. ຍິງຄົນນີ້ກຳລັງສ້າງອານາເຂດຂອງຕົນເອງ ຖ້າຄວາມສຳພັນຍັງບໍ່ທັນຈິງຈັງເຄື່ອງຂອງກໍ່ບໍ່ຄວນໄປລືມໃວ້ເຮືອນຂອງຄົນອື່ນ,

- ບໍ່ມັກວົນນຳວຽກບ້ານວຽກເຮືອນຊວນແຕ່ໄປຫຼີ້ໄປທ່ຽວ

              ຜູ້ຊາຍຈະສັງເກດເວລາໄປຫາຢູ່ເຮືອນຫຼືວ່າເວລາໄປບ້ານຄົນອື່ນວ່າເຄີຍຈະຊ່ວຍຈັບນັ້ນຈັບນີ້ຊ່ວຍຄົນອື່ນຫຼືບໍ່,ສົນໃຈກັບອາຫານການກິນຫຼືບໍ່,ເຮືອນຊານບ້ານຊ່ອງ ເປັນລະບຽບຮຽບຮ້ອຍຫຼືບໍ່

- ສະແດງຄວາມເປັນເຈົ້າຂອງ

            ຜູ້ຍິງບາງຄົນກໍ່ຫຼີ້ນໂຕເອົາແທ້ເອົາວ່າກວ່າຈະເຮັດໃຫ້ເພີ່ນມັກ ເຊິ່ງນັ້ນກໍພໍເທົ່າທີ່ພໍສົມຄວນບໍ່ແມ່ນວ່າເວລາອອກໄປນອກຈະຈຸກຈິກເກີນເຫດ ເຮັດໃຫ້ຜູ້ຍິງຄິດວ່າເຂົາເປັນສົມບັດຂອງຜູ້ບິງຄົນນັ້ນ.

- ຄວາມສຳພັນກ້າວໄປໃວເກີນເຫດ

           ເວົ້າເຖິງຄວາມສຳພັນຜູ້ຊາຍເຄື່ອນໃຫວຢູ່ສອງລະດັບຄື: ຊ້າ ກັບ ຢຸດ ເຂົາເຈົ້າຕ້ອງການການຊຸກຍູ້ ແຕ່ບໍ່ແມ່ນຊຸກກັນເຕັມແຮງທັນທີ ຕົວບົ່ງບອກທີ່ເຫັນໆກໍ່ຄື ເລື້ອງຄວາມຜູກພັນ ແລະ ອີກເລື້ອງ

ທີ່ເຮັດໃຫ້ຜູ້ຊາຍຂັວນເສຍກໍ່ຄືການພາເຂົ້າໄປຫາພໍ່ກັບແມ່ຕອນເຫັນໜ້າກັນພຽງຄັ້ງທີສອງທີສາມ.

 

 

                                                                              (ກ່າຍມາຈາກວາລະສານ ເອົາມາປັນໝູ່ອ່ານ  ຂອບໃຈສຳລັບວາລະສານວັດທະນະທຳ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຍິງຄົນໜຶ່ງເຂົ້າໄປແຈ້ງຄວາມກ່ຽວກັບເລື້ອງຂໍຢ່າຮ້າງຈາກຜົວ.

ສານຖາມ        ເປັນຫຍັງຈຶ່ງຕ້ອງການຢ່າຮ້າງຈາກຜົວ?

ຍິງຄົນນັ້ນຕອບ  ກໍ່ເພາະຜົວຂອງຂ້ອຍນອກໃຈຂ້ອຍຫັ້ນຕີ່...

ສານຖາມ    ແລ້ວເຈົ້າຮູ້ໄດ້ແນວໄດວ່າຜົວນອກໃຈເຈົ້າ?

ຍິງຄົນນັ້ນຕອບ   ກໍ່ເພາະລູກຂອງຂ້ອຍເກີດມາແຕ່ລະຄົນໜ້າຕາບໍ່ຄືພໍ່ມັນຈັກຄົນເລີຍ

 

(ເລື້ອງນີ້ຢືມມາຈາກວາລະສານສະບັບໜຶ່ງ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

      ສອງຜົວເມຍຄ່ໜຶ່ງ ອາຍຸ 60 ປີ ກຳລງັສະຫຼອງວັນຄົບຮອບແຕ່ງງານ ຄົບຮອບ 25ປີ ໃນງານສິລິມຸງຄຸນນັ້ນໄດ້ມີນາງຟ້າ ອົຝໜຶ່ງປະກົດ8ື້ນມາເພື່ອໃຫ້ພອນແກ່ຜົວເມຍ

ທີ່ຮັກກັນມາດົນ.ນາງຟ້າໃຫ້ໂອກາດທັງສອງຜົວເມຍແຕ່ລະຄົນມີສິດຂໍພອນໄດ້1ຂໍ້

ຜ່າຍເມຍຂໍ   ຂ້ານ້ອຍຢາກໄປທ່ຽວທົ່ວໂລກ  ແລະແລ້ວນາງຟ້າ ກໍ່ເສກ ປິ້ງ   ຜູ້ເມຍໄດ້ປີຍົນມາ 1ປີ້

ຜູ້ຜົວຂໍ      (ນຶກເຖິງສາວນ້ອຍຢູ່)  ຜູ້ຂ້າຢູ່ກັບເມຍມາກໍຫຼາຍປີແລ້ວ ຂໍໃຫ້ຜູ້ຂ້າໄດ້ເມຍທີ່ອາຍຸໜ້ອຍກວ່າຜູ້ຂ້າ 30ປີ  ທັນທີນັ້ນ ນາງຟ້າກໍ່ເສກ ປິງ  ໃຫ້ຜູ້ຜົວ ກາຍເປັນຜູ້ຊາຍເຖົ້າທີ່ມີອາຍຸ 90 ປີ