ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

1. ວາງແຜນໄວ້ລ່ວງໜ້າ

ທ່ານຕ້ອງຂຽນໄວ້ຢ່າງຊັດເຈນວ່າວັດຖຸປະສົງ ແລະ ເປົ້າໝາຍທີ່ທ່ານຈະເຮັດແມ່ນຫຍັງ,ມັນ ຈະຊ່ວຍໃຫ້ທ່ານຮູ້ສະພາບການຢ່າງແທ້ຈິງ ແລະ ຕ້ອງທົບທວນເປົ້າໝາຍ, ວັດຖຸປະສົງຢ່າງ

ເປັນປົກກະຕິ ເພື່ອທັນກັບສະພາບການທີ່ເປັນຈິງ

2. ເກັບອອມໄວ້ສ່ວນໃດສ່ວນໜຶ່ງ

ທ່ານຕ້ອງມີແຜນໄວ້ວ່າຈະໃຊ້ຈ່າຍ ແລະ ເກັບເງິນໄວ້ຢ່າງໃດ ແລະຕ້ອງປັບປຸງຕີລາຄາແຜນ

ການຢ່າງເປັນປະຈຳ, ທ່ານຕ້ອງຮູ້ສະຖານະການຕ່າງໆ ໄວ້ຈຶ່ງເປັນເລື່ອງສຳຄັນ.

3. ຕ້ອງຮັກສາປະຫວັດການໃຊ້ຈ່າຍທີ່ຜ່ານມາ

ມັນຈະເປັນເລື່ອງຍາກໃນການຄວບຄຸມກ່ຽວກັບການໃຊ້ຈ່າຍເງິນຖ້າກາຫກທ່ານບໍ່ເກັບຮັກສາ

ປະຫັວດການໃຊ້ຈ່າຍຕ່າງທດພື່ອກວດເບິ່ງວ່າທ່ານໃຊ້ຈ່າຍຫຍັງແດ່ສະນັ້ນການເກັບຮັກສາ

ໃບບິນຄ່າໃຊ້ຈ່າຍຕ່າງໆໄວ້ຈິງເປັນເລື່ອງສຳຄັນ

4. ເຮັດປະກັນໄພ

ການເຮັດປະກັນໄພແມ່ນການຮັກສາຕົນເອງເຊັ່ນອຸປະຕິເຫດຄວາມເຈັບເປັນເຊີ່ງອາດຈະ

ເຮັດໃຫ້ທ່ານສູນເສຍເງິນໄດ້ສະນັ້ນມັນຈຶ່ງເປັນສ່ວນໜຶ່ງທີ່ສຳຄັນໃນການຈັດການກ່ຽວ

ກັບການເງິນຂອງທ່ານ

5. ໃຊ້ຈ່າຍຢ່າງມີປະໂຫຍດ

ທ່ານຕ້ອງຝຶກຕົນເອງໃຫ້ມີວີທີໃນການຈ່າຍເງິນ ແລະ ຕິດຕາມການໃຊ້ເງິນຂອງຕົນເອງ, ຫຼີກເວັ້ນການໃຊ້ຈ່າຍຢ່າງບໍ່ມີປະໂຫຍດ

6. ປະຫຍັດໃຫ້ຫຼາຍກວ່າເກົ່າ
ມັນເປັນເລື່ອງທີ່ສຳຄັນມນການປະຫຍັດເງິນໄວ້ຢ່າງເປັນປົກກະຕິເພື່ອເອົາໄວ້ໃຊ້ໃນອະນາ

ຄົດ, ເລີ່ມສ້າງຄວາມຊິນເຄີຍຈາກການປະຫຍັດຈຳນວນໜ້ອຍກ່ອນ ຖ້າທ່ານເກັບເງິນໄດ້ພຽງພໍທ່ານກໍ່ຈະສາມາດແບ່ງໄປລົງທຶນ ໃຊ້ໃນຍາມສຸກເສີນ ຫຼື

ວັດຖຸປະສົງອື່ນໆ ທີ່ຕ້ອງການ

7. ສຶກສາຕົນເອງ

ບໍ່ມີຜູ້ໃດສາມາດປົກປ້ອງທ່ານຈາກຄວາມຜິດຜາດໄດ້, ສະນັ້ນທ່ານຕ້ອງຊອກຫາວິທີໃນການປ້ອງກັນບັນຫາຄວາມຫຍຸ້ງຍາກກ່ຽວກັບການເງິນເອງ, ຕະຫ໕ອດຮອດການຄິດຕັດສິນໃຈຕ່າງໆ ເພື່ອຈະເຮັດໃຫ້ການປ້ອງກັນກ່ຽວກັບບັນຫາການເງິນຂອງທ່ານດີຂຶ້ນ

8. ໃຊ້ເວລາໃນການສຶກສາຂໍ້ມູນ

ແບ່ງເວລາເລັກໆໜ້ອຍໆໃນແຕ່ລະເດືອນຈາກການເຮັດວຽກເພື່ອສຶກສາກ່ຽວກັບ

ການບໍລິຫານເງິນ, ເຊັ່ນເວລາໃຊ້ເວລາໃນຕອນເຊົ້າໆທີ່ທຸກຄົນກຳລັງນອນ ຫຼື

ໃນຕອນຄ່ຳໆ ທີ່ທ່ານຈະພົບວ່ານັ້ນເປັນເວລາທີ່ດີໃນການອ່ານຂໍ້ມູນ ແລະ ສຶກສາກ່ຽວກັບການບໍລິຫານເງິນ

Thanks for laohot.net

Delicious Digg Fark Twitter