ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄິດເຖິງຂ້ອຍບໍ່ ... ເປັນເໝືອນຂ້ອຍຫຼືບໍ່ ....~

 

ເພງ ເພງຮັກເກົ່າ ທາງສາຍເກົ່າ ທີ່ຂ້ອຍກຳລັງນັ່ງຟັງກັບໄປກັບມາປະມານ 3 ຮອບແລ້ວຕອນນີ້ ..

 

ຮູ້ສຶກກິນໃຈຫຼາຍກັບສຽງແຊັກໂຊໂຟນປະສານກັນກັບສຽງເປຍໂນ ບອກກັບນ້ຳສຽງແລະເນື້ອຫາຂອງເພງ

ເພງນີ້ ... ມັນເລີຍເຮັດໃຫ້ຂ້ອຍ ຄິດເຖິງ

ອາດີດ

=)

 

ຂ້ອຍສຳຜັດໄດ້ເຖິງລົມໜາວ ທີ່ກຳລັງຈະເຂົ້າມາແລ້ວ...

ປີນີ້ລົມໜາວເລີ່ມເຂົ້າມາຕອນກາງເດືອນສິບ

 

ຄືນນີ້ອາກາດເຢັນໆ

ຂ້ອຍຢືນກອດເອິກຢູ່ໜ້າບ້ານ ກັນເສື້ອຢືດກັບສົ້ງຂາສັ້ນຊີຟອງ

ເວລາລົມພັດມາເລີຍເຮັດໃຫ້ຂ້ອຍຮູ້ສຶກ ຊູ່ ...ຊ່າາາາ ຂື້ນມາທັນທີ

 

ຂ້ອຍຢືນຍິ້ມໃຫ້ກັບທ້ອງຟ້າ ຄົນດຽວ ...

ຂ້ອຍບໍ່ໄດ້ບ້າ

ພຽງແຕ່ຂ້ອຍກຳລັງມີຄວາມສຸກກັບການປ່ອຍຄວາມຄິດໃຫ້ຈົມລົງໄປຫາອາດີດ

 

ຂ້ອຍໄດ້ແຕ່ນັບມື້ນັບວັນ

ໃຫ້ລົມໜາວຂອງປີນີ້ຫວນມາອີກຄັ້ງ

 

ຂ້ອຍມັກລົມໜາວ

ແຕ່ບາງທີ ສາຍລົມໜາວ ກໍ່ໄດ້ພັດພາຄວາມເຈັບປວດມາໃຫ້ຂ້ອຍ

 

 

ຖ້າຫາກເວົ້າເຖິງເລື່ອງອາດີດ

ແນ່ນອນຢູ່ແລ້ວ ... ວ່າມັນຈະມີທັງດ້ານສຸກແລະທຸກ

 

ໃນຄວາມຊົງຈຳມີທັງດ້ານດີ ແລະດ້ານທີບໍ່ໜ້າຈົດຈຳ ປານໃດ...

 

 

ຕອນນີ້...

ໃນຫົວຂອງຂ້ອຍຍັງຕິດກັບອາດີດ

ແລ້ວຍັງເອົາປັດຈຸບັນມາປົນເປຈົນວຸ້ນວາຍ

ຈົນບາງທີ...

ຂ້ອຍບໍ່ສາມາດຕອບກັບໂຕເອງໄດ້ເລີຍ

ວ່າຕອນນີ້ຂ້ອຍກຳລັງເຮັດຫຍັງຢູ່

ແລ້ວເປັນຫຍັງຂ້ອຍຄືເຮັດແບບນີ້ ...

 

ບາງທີ

ມັນເໝືອນກັບວ່າ

ຂ້ອຍມີຄຳຕອບໃນໃຈໃຫ້ກັບໂຕເອງຢູ່ແລ້ວ

 

ແຕ່ຂ້ອຍຍັງບໍ່ກ້າທີ່ຈະຮັບມັນ

 

ເພາະຫຍັງ ...

 

ກໍ່ເພາະວ່າ...  ຂ້ອຍຢ້ານການປ່ຽນແປງ

 

 

ອີກບໍ່ດົນ

ຂ້ອຍຮູ້ວ່າ ຈະເກີດການປ່ຽນແປງຄັ້ງໃຫຍ່ໃນຊີວິດຂ້ອຍ

 

ຕອນນີ້ ຂ້ອຍຍັງເກັບງຳຄວາມລັບໄວ້ຢູ່ຫຼາຍຢ່າງ

ແຕ່ເມື່ອເວານັ້ນມັນມາເຖິງ ....

ມັນຈະບໍ່ເປັນຄວາມລັບອີກຕໍ່ໄປ

 

 

 

 

ເຊິ່ງວ່າ...

 

ແນ່ນອນລ່ະ ... ມັນຕ້ອງມີດ້ານດີແລະເຈັບປວດ

ເປັນໂຊກຊະຕາ ທີ່ເກີດຈາກຄວາມເປັນຈິງທີ່ຂ້ອຍຕ້ອງຍອມຮັບມັນ

 

 

 

 

 

ຕອນນີ້ ...

 

ຕອນທີ່ຂ້ອຍຍັງສັບສົນຢູ່ ...

 

ຂ້ອຍຄົງຈະປ່ອຍເລື່ອງທຸກຢ່າງ ເປັນໄປຕາມໃຈຂອງຂ້ອຍ

ຖີ້ມເຫດຜົນໄວ້ຂ້າງໆ

ຄິດວ່າ ມັນບໍ່ຖືກ ແລະມັນກະບໍ່ໄດ້ຜິດ

 

ຄິດ ແລະເຮັດ

ໃນແບບທີ່ບໍ່ເຄີຍເປັນ

 

ແຕ່ບາງທີ ມັນກະອຶດອັດ

ທີ່ແມ້ແຕ່ໝູ່ຂອງເຮົາເບີ່ງເຮົາແປກໄປ

ເໝືອນກັບວ່າເຮົາບໍ່ແມ່ນໝູ່ຄົນເດີມ

ແລ້ວຕ້ອງມີຄວາມຮູ້ສຶກວ່າ

ຕ້ອງທຳຄວາມຮູ້ຈັກກັນໃໝ່

ທັ້ງໆທີ່ເປັນໝູ່ສະໜິດກັນມາດົນແລ້ວ ,,,,

 

 

 

ໃນຂໍ້ນີ້ຂ້ອຍຍອມຮັບ....

 

ຂ້ອຍປ່ຽນໄປແລ້ວ.

 

 

 

ກ່ອນທີ່ລົມໜາວຂອງປີນີ້ຈະໝົດໄປ ...

ຂ້ອຍຈະຍອມເຫັນແກ່ຕົວ

ເພື່ອຫົວໃຈໂຕເອງ ...

 

ເພາະຂ້ອຍຮູ້ວ່າ

ເວລາຂ້ອຍມີອີກບໍ່ດົນ

 

ຂ້ອຍຮັກ

ຂ້ອຍຄິດຮອດ

ຂ້ອຍຮູ້ສຶກ

 

... ຂ້ອຍຈະບໍ່ປິດມັນອີກຕໍ່ໄປ

 

ຂໍແຄ່ວ່າ

ໃຫ້ມັນມີຄວາມຮູ້ສຶກດີໆຈາກເຈົ້າຕອບກັບມາແດ່ໜ້ອຍໜື່ງ

ແຄ່ນີ້ ... ມັນກະພຽງພໍ ຈາກທີ່ຂ້ອຍຕ້ອງການແລ້ວ

 

 

ຂໍໃຫ້ມີຄວາມສຸກກັບລົມໜາວ,

Christy V.

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

 

ຄວາມສຸກ ...

ຄືສີ່ງໜື່ງ.... ທີ່ສິ່ງທີ່ມີຊີວິດຢ່າງມະນຸດ ພະຍາຍາມທີ່ຈະຄົ້ນຫາ ແລະໄຂ່ວຄ້ວາເອົາມັນມາດ້ວຍວິທີຕ່າງຕ່າງນານາ ເພື່ອໃຫ້ໄດ້ມັນມາ ...

ເໝືອນກັບວ່າ ..

ຄວາມສຸກ ......ເປັນສິ່ງທີ່ຕໍ່ລົມຫາຍໃຈໃຫ້ແກ່ຊີວິດ...

ເປັນສິ່ງທີ່ພັກດັນ ໃຫ້ກ້າວໄປຂ້າງໜ້າໄດ້ຢ່າງພາກພູມ~

 

ເຖິງຢ່າງໃດກໍ່ຕາມ...ຄວາມສຸກຂອງແຕ່ລະຄົນນັ້ນ ກໍ່ບໍ່ຄືກັນ ...

ແຕ່ໜື່ງໃນຫຼາຍຄວາມສຸກນັ້ນ ....ມັນເກີດມາຈາກພື້ນຖານຂອງຄວາມຮັກ

ນິຍາມຂອງຄວາມຮັກນັ້ນ ...ບໍ່ມີໃຜສາມາດລະບຸໄດ້ຢ່າງຖືກຕ້ອງ ແລະແທ້ຈິງສະເໝີໄປ

... ບໍ່ມີນິຍາມຕາຍໂຕ ... ໝູນວຽນຢູ່ໃນຊີວິດເຮົາສະເໝີ

ຫາກແຕ່ວ່າ... ມຸມມອງຂອງແຕ່ລະຄົນຈະເປັນແນວໃດເທົ່ານັ້ນເອງ

 

ຫຼາຍຄົນ... ເບິ່ງເຫັນໃນສິ່ງສິ່ງດຽວກັນ

ແຕ່ຄວາມເຫັນ ແລະຄວາມຮູ້ສຶກທີ່ໄດ້ ... ມັນກະແຕກຕ່າງກັນເຫຼືອເກີນ

ເພາະຊີວິດຂອງຄົນເຮົາ ...ພົບເຈີກັບຫຼາຍຄວາມຮູ້ສຶກ

.... ແລະຄວາມຮູ້ສຶກນັ້ນ.... ມັນໄດ້ສອນຫຍັງໃຫ້ເຮົາ.

 

ຄະຕິຂອງອ້າຍຂ້ອຍທີ່ສອນ ມັນຍັງໃຊ້ໄດ້ສະເໝີ

ນັ້ນກະຄື:" ປະສົບການ... ໃຫ້ຕົວຕົນ"

ປ່ອຍໃຫ້ສິ່ງທີ່ເກີດຂຶ້ນໃນຊີວິດ ເປັນສິ່ງທີ່ສອນເຮົາ ເໝືອນດັ່ງພໍ່ແມ່ແລະຄູອາຈານ

... ເຮັດໃຫ້ເຮົາຮູ້ ເຖິງສິ່ງຕ່າງຕ່າງ ...

ເຖິງແມ່ນວ່າ ....ມັນຈະເປັນຄວາມຊົງຈຳທີ່ບໍ່ຄວນຄ່າແກ່ການຄິດເຖິງກະຕາມ

....ແຕ່ມັນປຽບດັ່ງສີສັນໃນຊີວິດ ...ທີ່ໄດ້ເຕີມແຕ້ມໃຫ້ມະນຸດໄດ້ສຳຜັດມັນ ...

ເພາະມະນຸດເກີດມາເພື່ອຄົ້ນຫາ ແລະລີ້ມລອງ ທຸກຄວາມທຸກແລະຄວາມສຸກ.

 

ທີ່ຜ່ານມາໃນຊີວິດຂ້ອຍນັ້ນ... ມີຫຼາຍຫຼາຍຮູບແບບ ຫຼາຍລົດຊາດ

... ເລື້ອງຄວາມຮັກຄືກັນ....ຜ່ານມັນມາຢ່າງໂຊກໂຊນ ..ເກືອບເອົາໂຕບໍ່ລອດ...

ແຕ່ເມື່ອເຮົາຜ່ານມັນໄປໄດ້ແລ້ວ ... ຖ້າເຮົາເບິ່ງຍ້ອນກັບໄປ

ເຮົາຈະຮູ້ວ່າ.... *ເຮົາເຂັ້ມແຂງພຽງໃດເພາະເຮົາສາມາດຜ່ານຊ່ວງເວລານັ້ນມາໄດ້*

ຕອນນີ້ ... ຂໍຍິ້ມກັບຄວາມສຸກທີ່ເຄີຍເກີດຂື້ນໃນອະດີດ ...

ຖິງມັນຈະຜ່ານໄປແລ້ວ ... ແຕ່ກະຍັງຄົງເປັນຄວາມຊົງຈຳ

ຕີ່ເຄີຍຮັກ ຄົນທີ່ຕ່າງຮູບຮ່າງກັນ ທັ້ງນິໄສ ຄວາມຄິດ....

ແຕ່ກ່ອນທີ່ເຂົາຄົນນັ້ນ...ຈະເຂົ້າມາແບ່ງປັນຄວາມຮັກໃຫ້ຕີ່ ....

ວິທີທີ່ເຂົາກະຈະເຂົ້າມາທຳຄວາມຮູ້ຈັກກັບຕີ່..ກະຄົນລະແບບກັນ

ສ່ວນສະຖານະການແລະສະຖານະພາບ ....ເຄີຍເຈິະທັ້ງແບບຮັກຂ້າງດຽວ ບໍ່ເຄີຍຖືກຫຼຽວແລ,ທັ້ງແບບທີ່ອ້າຍເອື້ອຍນ້ອງຫຼືໝູ່ຕິດຕໍ່ມາໃຫ້,ແບບທີ່ໄລ່ຈີບກັນມາຕັ້ງແຕ່ ມ1 - 6,ແບບທີ່ບໍ່ໜ້າຈະເປັນໄປໄດ້ທີ່ໄປປື້ມດາວໂຮງຮຽນ, ຄວາມຮັກທີ່ມານຳອິນເຕີເນັດທີ່ເຮັດໃຫ້ຄົນທີ່ຢູ່ຄົນລະຟາກມາເຈິະແລະຮັກກັນ...ແລະອີກໆລໆ

ແຕ່ອັນທີ່ເດັດສຸດ ບ້າສຸດ ເຈັບສຸດ .... ລວມຂອງຄຳວ່າທີ່ສຸດ ກະຄືຄົນນີ້

.... ດັນໄປຮັກຄົນທີ່ເຮົາບໍ່ຮູ້ຈັກເລີຍວ່າ

ຄົນນັ້ນແມ່ນໃຜ ....ຮ່າຮ່າຮ່າ

ຫຼາຍຄົນດ່າວ່າບ້າ ແຕ່ກະເກີດຂື້ນແລ້ວ ...

ເລີ່ອງເກີດຂື້ນຕອນລົມໜາວກຳລັງມາ ... ຕອນທ້າຍປີ 2009

ຮູ້ຈັກຈາກເດັກນ້ອຍຄົນໜື່ງທີ່ຮັກແພງກັນ ທີ່ເອົາເບີໂທຂອງຕີ່ ໄປໃຫ້ຜູ້ຊາຍຄົນນັ້ນ ..

ໄດ້ສື່ສານກັນແຄ່ຂໍ້ຄວາມ ແຕ່ຄວາມຮັກກະເກີດຂື້ນແບບບໍ່ຮູ້ໂຕ ...ທັ້ງທີ່ຄົນນັ້ນເປັນເໝືອນຄົນລ່ອງຫົນ...

ບໍ່ເປີດເຜີຍໃຫ້ຮູ້ ....ບໍ່ເຄີຍໄດ້ຍິນສຽງ ... ບໍ່ເຄີຍເຫັນໜ້າ... ແຕ່ຮູ້ສຶກວ່າລາວມີຄວາມພິເສດ ທີ່ເຮັດໃຫ້ເຮົາມີຄວາມສຸກແລະສະບາຍໃຈທຸກຄັ້ງທີ່ໄດ້ຕິດຕໍ່ກັນ..

ຫຼາຍຄັ້ງທີ່ພະຍາຍາມທີ່ຈະຄົ້ນຫາຕົວຕົນທີ່ແທ້ຈິງຂອງລາວ ... ແຕ່ທີ່ຄວ້າມາໄດ້ ມີພຽງແຄ່ຄວາມຫວ່າງເປົ່າ..

 

ຈົນກະທັ້ງຈຸດສິ້ນລົມໜາວຈະຖືກພັດໄປແລະ ໄດ້ຫອບເອົາຊາຍນິລະນາມຄົນນັ້ນຈາກໄປພ້ອມກັບຫົວໃຈເຮົາໄປນຳ....

ໂດຍບໍ່ມີສັນຍານເຕືອນ ...ຈົນກະທັ້ງທີ່ມັນຫາຍໄປແລ້ວ .....

ໄດ້ແຕ່ຄວາມງຽບງັນ ແທນຄຳອຳລາ ....

ເຮົາຢູ່ຖ້າດ້ວຍຄວາມຫວັງ ... ຫວັງວ່າຈະໄດ້ພົບກັນອີກໃນບໍ່ຊ້າ... ຫວັງວ່າ ... ລາວຈະກັບມາ

ແຕ່ເວລານັ້ນ ...ຊ່າງໝູນໄປຊ້າເຫຼືອເກີນ....

 

ຈົນກະທັ້ງລົມໜາວຂອງທ້າຍປີ2010ນີ້ ພັດມາອີກຄັ້ງໜຶ່ງ ... ແຕ່ກະບໍ່ມີວີ່ແວວເລີຍ ..

ແລະແລ້ວເວລາທີ່ຄອຍຄົນນັ້ນກະຈົບລົງ...

 

ຫຼັງຈາກກນັ້ນ ກໍ່ເປີດໃຈໃຫ້ກັບຄົນອື່ນ ທີ່ຄິດວ່າຈະສາມາດຮັກໄດ້ ....

ແຕ່ສຸດທ້າຍກະຫຼົ່ມອີກບໍ່ເປັນທ່າ

ເຈິກັບຄວາມຮູ້ສຶກອີກແບບໜື່ງທີ່ບໍ່ເຄີຍເຈິ

ແລ້ວຄົນນັ້ນກະເຜີຍທາດແທ້ ແບບບໍ່ສົນໃຈ ຖິ້ມຄວາມຮູ້ສຶກໄວ້ ....ແບບບໍ່ຫຼຽວຫຼັງກັບມາອີກ...

ຢາກຈະດຶງ ... ແຕ່ດີສູ້ຄົນນັ້ນບໍ່ໄຫວ ...ກະປ່ອບຄວາມຮູ້ສຶກໃຫ້ຈົມລົງໄປ ແລ້ວຍອມຮັບກັບມັນ .......

 

 

ໃນຊ່ວງເວລາດຽວກັນນັ້ນ ...

ຢູ່ບ້ານເກີດແຈັກພ໋ອດແຕກຕາມມາອີກ 3 ເດັ້ງ

... ຄືວ່າມີເລື່ອງໜັກອົກ 3 ເລື້ອງ..

ຈົນຮັບຄວາມຮູ້ສຶກແບບນັ້ນໄວ້ບໍ່ໄຫວ...

ເມື່ອເຮັດເປັນເຂັ້ມແຂງບໍ່ໄຫວ...ສຸດທ້າຍກະລົ້ມລົງບໍ່ເປັນທ່າຢ່າງໜ້າອະໜາດ....

ຕອນທີ່ລົ້ມນອນນ້ຳຕາໄຫລ ....

ກະເໝືອນມີມື ... ມີບ່າປະຄອງເຮົາຂື້ນມາ

ອ້ອມກອດທີ່ຄອຍໃຫ້ເຮົາໄດ້ສະເໝີ ...

...ນັ້ນກະຄື ຄອບຄົວ ພີນ້ອງ ແລະ ໝູ່ທີ່ຄອຍຊ່ວຍເຫຼືອ ເໝືອນສາຍເລືອດດຽວກັນ

ມັນເຮັດໃຫ້ຄິດໄດ້ວ່າ .... ນິແຫຼະ ຄືຄວາມຮັກທີ່ໝູນອ້ອມໂຕຕີ່ສະເໝີມາ

ສິ່ງທີ່ຕີ່ແລ່ນຊອກຫາ... ທັ້ງຢູ່ຕິດຕາມເປັນເງົາເຮົານີ້ເອງ

.. ແຕ່ຕີ່ບໍ່ເຄີຍຄິດທີ່ຈະຢຸດແລ່ນໄຂ່ວຄວ້າຫາຄວາມຮັກ ທີ່ບໍ່ຢັ້ງຢືນຈາກພາຍນອກ

.. ບໍ່ເຄີຍຫາຍໃຈຈົນເຕັມປອດ ...ເພື່ອໂຕເອງ  ແລະ ບໍ່ເຄີຍມາໃສ່ໃຈກັບເງົາທີ່ຄຽງຂ້າງຕີ່

 

ຈາກນັ້ນ ມັນເຮັດໃຫ້ຕີ່ຮູ້ສຶກວ່າ...

ຕີ່ລະເລີຍມັນມາດົນເທົ່າໃດແລ້ວ...???

ເຮັດໃຫ້ຕີ່ຢາກປ່ຽນແປງໂຕເອງ ໄປໃນທາງທີ່ດີຂື້ນ ...ທັ້ງການກະທຳແລະຄວາມຄິດ .....

ຢາກ ... ທີ່ຈະເອົາເວລາ ໄປຫາຄວມຮູ້ນອກຫ້ອງຮຽນ ມາເພີ້ມເຕີມໃຫ້ສະໝອງ

ຢາກຈະໃຊ້ເວລາ ດູແລຄົນໃນຄອບຄົວ ແລະ ຄົນສະໜິດໃຫ້ຫຼາຍຂື້ນ

ເພື່ອຈະບໍ່ໄດ້ຖິ້ມເວລາໃຫ້ມັນເສຍໄປກັບເລື້ອງໄລ້ສາລະ

ເຮັດໃຫ້ເຮົາມີຄ່າຂື້ນມາໜ້ອຍໜຶ່ງ ...

ເຖິງຄົນອື່ນຈະບໍ່ເຫັນ ຫຼືເບິ່ງຂ້າມມັນໄປ ...

ແຕ່ຕີ່ຮູ້ວ່າຕີ່ເຮັດ ...ຕີ່ກະພໍໃຈກັບການປ່ຽນແປງຄັ້ງນີ້ແລ້ວລ່ະ ...

ແລະຮູ້ສຶກໄດ້ເລີຍວ່າ .... ມັນດີຂື້ນ

ໄດ້ເຫັນຮອຍຍິ້ມທີ່ເກີດຈາກຄວາມສຸກຂອງຄົນຮອບຂ້າງ ທີ່ເຮົາເຄີຍລະເລີຍມາກ່ອນແລ້ວ...

.....ມັນຮູ້ສຶກ ພູມໃຈດີ!!! :)

 

ສຳລັບຄົນອື່ນເບິ່ງແລ້ວ ... ມັນອາດຈະບໍ່ມີຫຍັງເລີຍ

ແຕ່ສຳລັບຕີ່ ...

ມັນເປັນຈຸດເລີ້ມຕົ້ນ ຂອງການປ່ຽນແປງຄັ້ງໃຫຍ່ໃນຊີວິດຂອງໂຕຕີ່ເອງ....

ໃຫ້ຄິດໄດ້ວ່າ ... ຕອນນີ້ ໂຕເອງພ້ອມແລ້ວຫຼືຍັງ ທີ່ຈະພົບກັບສິ່ງທີ່ທ້າທາຍທີ່ຢູ່ເບື້ອງໜ້າ ....

ທີ່ເອີ້ນວ່າ ອານາຄົດ

 

 

 

 

 

 

 

 

ຄືນນີ້...ເປັນຄືນຂອງວັນສຸກ ທີ18 ຈະປ່ຽນເປັນເຊົ້າ ທີ19.2.2011 ແລ້ວ .....

ແຄ່ຮູ້ສຶກເມື່ອຍກັບເລື່ອງບົດຮຽນໃໝ່ທີ່ບໍ່ເຄີຍໄດ້ຮຽນຫຼືຮັບຮູ້ມາກ່ອນ ...ທີ່ຍັດໃສ່ສະໝອງມາໝົດມື້ ....

ຍ້ອນວ່າຕີ່ບໍ່ໄດ້ແລະບໍ່ເກັ່ງ ກະເລີຍຕ້ອງໄດ້ພະຍາຍາມກວ່າຄົນອື່ນສອງເທື່ອ ....

ເມື່ອຍຈົນຢາກໄຫ້ເລີຍ.....

ແຕ່ກະຍັງດີ ທີ່ມື້ນີ້ເຫັນອ້າຍ ທີ່ເໝືອນກັບວ່າຈະຍິ້ມໃຫ້ກຳລັງໃຈແລະອ້ອມກອດເລັກໆນ້ອຍໆ

ແລະຄວາມຫ່ວງໃຍຈາກໝູ່ຄົນສະໜິດ ທີ່ໄລ່ຕີ່ໄປນອນໃນຕອນທີ່ຕີ່ກຳລັງຂຽນ ຄົນນິ້ນິລະ ຮ່າຮ່າຮ່າ :)

ເຮັດໃຫ້ເຮົາພໍຍິ້ມໄດ້ທັ້ງນ້ຳຕາ ແລະຢາກທີ່ຈະສູ້ມັນຕໍ່ໄປ...

 

 

ຊີວິດ ... ມັນມີຫຍັງຫຼາຍກວ່າທີ່ຄິດ

ຊີວິດທຸກມື້ນີມັນບໍ່ງ່າຍເລີຍ ...ຕ້ອງດີ້ນລົນຂົນຂວາຍເກືອບຕາຍ ກວ່າຈະໄດ້ສິ່ງນັ້ນມາ

ບັນຫາ... ຄືສິ່ງທີ່ມີສີສັນ ...

ທີ່ທ້າທາຍໃຫ້ເຮົາເຂົ້າໄປທົດສອບຄວາມສາມາດໃນໂຕ

ວ່າເຮົາຈະສາມາດຍີ້ມສູ້ ຫາທາງແກ້ບັນຫາ ....ແລ້ວຂ້າມຜ່ານມັນໄປໄດ້ບໍ່....

ມີທັງນ້ຳຕາ ຮອຍຍີ້ມ ຄວາມສຸກ ປົນກັນມົ້ວຊົ້ວຈົນແຍກບໍ່ອອກ ...

 ແຕ່ນັ້ນແຫຼະ ... ທີ່ຄືຊີວິດທີ່ມີລົດຊາດ

 

 

ສຸດທ້າຍ ຢາກຝາກຄວາມຮູ້ສຶກ...ເຖິງຄົນທີ່ຕີ່ເຄີຍຮັກ...

...ຖ້າຫາກວ່າມັນສາມາດໄປເຖິງຄົນນັ້ນໄດ້ ໃຫ້ຮູ້ວ່າ:

 

ຕອນທີ່ກຳລັງຈະໄຫ້ຄືນນີ້ ...ຕີ່ກະຫຼຽວໄປເຫັນສິ່ງເຕືອນໃຈ ທີ່ເຮັດໃຫ້ຄິດເຖິງຄວາມຮັກທີ່ຜ່ານມາ... ແລ້ວຈັບມັນອອກມາເບິ່ງ

ຖ້າແມ່ນເມື່ອກ່ອນ ຕີ່ຄືຈະມີຄວາມຮູ້ສຶກຊັງ - ແຄ້ນ ຈົນບໍ່ຢາກຈັບມັນເລີຍ ຫຼືອາດເສີຍນ້ຳຕາທຸກຄັ້ງທີ່ເຫັນ....

ແຕ່ຕອນນີ້ບໍ່ເປັນແບບນັ້ນອີກແລ້ວ....

ຕີ່ຈັບມັນຂື້ນມາເບີ່ງແລ້ວຍິ້ມແບບມີຄວາມສຸກ

ທີ່ເປັນແບບນີ້ ... ມັນກະບໍ່ໄດ້ແປວ່າຍັງຮັກຫຼືຍັງຍຶດຕິດກັບອະດີດແຕ່ຍ່າງໃດ ...

ແຕ່ນັ້ນຄືຄວາມຊົງຈຳ.....

ມັນເປັນສິ່ງຂອງ...ທີ່ຕີ່ເຄີຍແລກມັນມາ ດ້ວຍຄວາມຮູ້ສຶກທັ້ງໝົດຂອງຕີ່ເອງ...

ມັນຄົງບໍ່ເກີນຫຼາຍໄປຕວະ .....ຖ້າຕີ່ຈະຂໍເກັບມັນໄວ້ເບິ່ງເວລາທີ່ທໍ້

ເວລາເມື່ອຍ ກະພໍໃຫ້ມີຄົນຄິດຮອດ...

ເຖິງ * ຈະຊົ່ວຈັ່ງໃດກະຕາມແຕ່ ... ແຕ່ຕີ່ຈະຂໍຈື່ແຕ່ໃນສິ່ງທີ່ດີໆ

ຢ່າງນ້ອຍ .... ຕີ່ຈະຄິດເຖິງຕອນທີ່ເຄີຍມີຄວາມສຸກ ...ເປັນຄວາມຊົງຈຳດີໆ ...

ແລ້ວຍິ້ມທຸກຄັ້ງທີ່ນຶກເຖິງມັນແລ້ວກັນ.....

ຮັກກັບຂະເຈົ້າໄປດົນໆເດີ້ ....ເບີ່ງກັນໃຫ້ດີດີ ...

ສ່ວນຕອນນີ້.... ຕີ່ກະຈະເຮັດໜ້າທີ່ຂອງໂຕເອງໃຫ້ດີທີ່ສຸດ

ສ່ວນຄວາມຮັກ .. ຕີ່ຈະບໍ່ໄຂ່ວຄ້ວາກັບມັນອີກແລ້ວ....

ຊັກມື້ໜື່ງ ... ຄົນໆນັ້ນທີ່ຈະຮັກຕີ່ ...ຄົງເຂົ້ງມາຫາຕີ່ເອງໂດຍບໍ່ຕ້ອງເຮັດຫຍັງເລີຍ

ໃຊ້ຊີວິດໃຫ້ຄຸ້ມຄ່າດ້ວຍຄວາມສຸກເດີ້~

 

 

Titi.

<3 :)