ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 29, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຕອນນີ້...

 

ບາງທີຍັງຮູ້ສຶກເໝືອນວ່າຍັງຕົກຢູ່ໃນຄວາມຝັນ

 

 

 

ມັນບໍ່ແມ່ນຄວາມຈິງ ...

 

 

 

ແຕ່ຖ້າຈະໃຫ້ປ່ຽນ ...

 

 

 

ຕ້ອງເຮັດຢ່າງໃດ ...

 

 

 

ເມື່ອໃນໃຈຍັງຕິດຢູ່ກັບສິ່ງເດີມໆຢູ່ ...

 

 

 

 

 

 

 

ຂ້ອຍຄິດວ່າຂ້ອຍມີຄຳຕອບໃຫ້ກັບໃຈຢູ່ແລ້ວແຫຼະ ..

 

ຫາກແຕ່ວ່າ .. ມື້ໃດຂ້ອຍຈະຍອມຮັບກັບຄວາມເປັນຈິງເສຍທີ ...

 

ທີ່ຜ່ານມາມັນບໍ່ມີຫຍັງສາມາດຈັບຕ້ອງໄດ້ເລີຍ ...

 

ແຕ່ ຍອມຮັບ ....

 

 

 

ຂ້ອຍຍັງໂງ່ງົມງວາຍຢູ່ກັບຄວາມຝັນ ....

 

 

 

 

 

ບາງມື້ ກໍ່ຕື່ນຈາກຝັນ ...

 

ຜ່ານໄປຫຼາຍວັນ ...

 

ຄວາມເຫງົາເຂ້າມາແທນ ...

 

ຂ້ອຍກໍ່ກັບໄປນອນຝັນ ... ປ່ອຍໃຈໃຫ້ມັນຈົມລົງໄປອີກຄັ້ງ ....

 

 

 

 

 

 

 

 

 

ນ້ຳຕາ ....

 

ເໝືອນມັນບໍ່ມີຄວາມໝາຍ

 

 

 

ທັ້ງທີ່ມັນເປັນສິ່ງທີ່ມີຄ່າທີ່ສຸດ ....

 

 

 

ຫົວໃຈກໍ່ເຊັ່ນດຽວກັນ ....

 

 

 

ບໍ່ເຂົ້າໃຈວ່າເປັນຫຍັງຂ້ອຍຄືມັກເຮັດໃຫ້ໂຕເອງເຈັບຕື່ມ ...

 

ທັ້ງທີ່ຄົນອື່ນກໍ່ເຮັດໃຫ້ໜັກໜາພໍແລ້ວ ....

 

 

 

ເປັນຫຍັງ .....

 

ເປັນຫຍັງ ....

 

 

 

 

 

 

 

 

 

ຈາກວັນນັ້ນ ຈົນເຖິງວັນນີ້ ...

 

ມັນກໍ່ຜ່ານມາ 3 ເດືອນແລ້ວ ....

 

 

 

ຖ້າຍັງນັບຫຼືຄິດເຖິງແຕ່ວັນເວລາເກົ່າຢູ່ ...

 

ກໍ່ຖຶວ່າຊ້າຫຼາຍ ...

 

 

 

ແຕ່ໃນຄວາມເປັນຈິງແລ້ວ ...

 

ມັນໄວເໝືອນກັບດີດມື ...

 

 

 

 

 

ສະພາບແວດລ້ອມ ...

 

ການດຳເນີນຊີວິດໃນແຕ່ລະມື້ ...

 

ເໝືອນກັບພິກຝາມືເລີຍ ....

 

 

 

ຫຼາຍຄົນເບິ່ງວ່າເລື່ອງຂອງຂ້ອຍມັນເປັນສິ່ງເລັກໆນ້ອຍໆ ...

 

ບໍ່ມີຄວາມໝາຍ ....

 

 

 

ແຕ່ສຳຫຼັບຂ້ອຍ .....

 

 

 

ມັນປ່ຽນທັ້ງຊີວິດຂ້ອງຂ້ອຍໄປເລີຍ ...

ຂ້ອຍຕ້ອງຖິ້ມທຸກສິ່ງທຸກຢ່າງ ....ທີ່ມັນເປັນຂອງຂ້ອຍ ....

ຖິ້ມ ... ສິ່ງທີ່ຂ້ອຍມັກເຮັດ ...

ຖິ້ມ ,,, ໃນສິ່ງທີຂ້ອຍເຄີຍມີຄວາມສຸກສຸດໆໄປກັນທຸກຄັ້ງທີ່ເປັນແບບນັ້ນ

ຖິ້ມ ... ຕົວຕົນຂອງຂ້ອຍເອງ ....

ຖິ້ມ ... ແມ້ກະທັ້ງຫົວໃຈຂ້ອຍເອງ

 

 

ບໍ່ມີໃຜເຂົ້າໃຈ ຫຼືຮັບຮູ້ມັນດີເທົ່າໂຕຂ້ອຍເອງ ...

 

 

 

ເພາະມັນເໝືອນກັບວ່າ

 

ຕອນນີ້ ຂ້ອຍຕ້ອງຢູ່ໃຫ້ໄດ້ດ້ວຍໂຕເອງ ,,,

 

 

 

ບໍ່ສາມາດເພິ່ງພາອາໄສໃຜໄດ້

 

ເຖິງຈະຢາກ ...

 

 

 

ແຕ່ກະຂໍໃຫ້ມັນລົດລົງ ...

 

ຫຼີວ່າຖ້າຫຼີກລ່ຽງໄປໄດ້ເລີຍຍິ່ງດີ .....

 

 

 

 

 

 

 

ຢ່າງໃດກໍ່ຕາມ ...

 

ໃນໃຈ ຍັງພໍມີຄວາມຫວັງຢູ່ ...

 

 

 

ຂ້ອຍຈະຕ້ອງດີກວ່ານີ້ ....

 

ຄ່ອຍບໍ່ຕ້ອງມາເສຍໃຈພາຍຫຼັງ ....

 

 

 

 

 

 

 

ຂ້ອຍຍັງຕອບບໍ່ໄດ້

 

ວ່າຕໍ່ໄປມັນຈະເກີດຫຍັງຂື້ນ

 

 

 

 

 

ຕາບໃດທີ່ຍັງພໍມີຄວາມຫວັງໃນໃຈ ...

 

ຂໍໃຫ້ຂ້ອຍໄດ້ພົບກັບຄວາມສຸກ ແລະຄວາມສຳເລັດ

 

ໃນທຸກໆສິ່ງທີ່ຂ້ອຍຊອກ ... ແລະຄົ້ນຫາມັນ

 

 

 

ຫວັງວ່າສິ່ງນັ້ນ ...

 

ມັນຄົງຢູ່ບໍ່ໄກ ....

 

ກ່ອນທີ່ຂ້ອຍຈະສູນສິ້ນຄວາມຫວັງໃນໃຈ ...

 

 

 

ກ່ອນທີ່ລົມຫາຍໃຈ ... ຈະດັບລົງ~

 

 

 

 

 

-__-''

 

 

 

ເຖິງເວລາແລ້ວລ່ະ ...

 

ທີ່ຂ້ອຍຕ້ອງຕື່ນຈາກຄວາມຝັນ ...

 

ມາສູ້ກັບຄວາມເປັນຈິງອີກຄັ້ງ.

ຂໍ ຢ່າຖາມ ...

ວ່າຂ້ອຍເຄີຍເປັນໃຜ

ຫຼືຂ້ອຍເຄີຍເປັນຄົນແບບໃດ ....

ຢ່າຂຸດຄົ້ນສິ່ງເຫຼົ່ານັ້ນຂຶ້ນມາ ....

ເພາະຈາກນີ້ ມັນຈະບໍ່ມີແລ້ວອາດີດ

ຈົ່ງເບິ່ງຂ້ອຍໃນແບບທີ່ຂ້ອຍຈະເປັນໃນຕອນນີ້ ....

ແລະບໍ່ຈຳເປັນຕ້ອງຄິດເພື່ອຂ້ອຍຮອດອານາຄົດດອກ ....

ຂອບໃຈ ...

ຂໍແຕ່ຢ່າມາຕອກຢ້ຳຂ້ອຍໃນສິ່ງເກົ່າໆກໍ່ພໍ

ຢ່າໄດ້ຂຸດຄົ້ນຄວາມຫຼັງຂື້ນມາ ...

ຂໍໃຫ້ມັນຈົບຢູ່ແບບນັ້ນ

ຢ່າໃຫ້ຂ້ອຍຕ້ອງເມື່ອຍໄປກວ່ານີ້ເລີຍ.

 

 

 

 

 

ຕໍ່ໃຫ້ຂ້ອຍຕ້ອງຖິ້ມທັ້ງຊີວິດ ...

ແຕ່ເພື່ອແລກມາດ້ວຍສິ່ງທີ່ດີກວ່າ ...

ຂ້ອຍຍອມ~

 

 

 

ຂໍໃຫ້ຮັກຄຸ້ມຄອງຂ້ອຍ,

 

Black Valentine

Delicious Digg Fark Twitter