ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

 

ໄດ້ຍິນມາຫຼາຍແລ້ວ ກັບຄຳທີ່ວ່າ ທຸກນາທີມີຄ່າ ... ສາຍນ້ຳບໍ່ອາດໄຫຼຍ້ອນກັບ ...

 

ຄວາມຈິງຂອງເວລາ ມັນເຮັດໃຫ້ຂ້ອຍຮູ້ສຶກຢ້ານເຫຼືອເກີນ ...

ຢ້ານກັບສິ່ງທີ່ຍັງບໍ່ເກີດຂື້ນ ແຕ່ຂ້ອຍພໍຈະເດົາທິດທາງທີ່ມັນພໍຈະເປັນໄປ ...

ສະນັ້ນແຫຼະ ... ສິ່ງນີ້ມັນເຮັດໃຫ້ຂ້ອຍຢ້ານທີ່ສຸດ

 

ເພາະຂ້ອອຍຍັງບໍ່ຮູ້ວ່າ ເທົ່າທີ່ຜ່ານມາ ສິ່ງຕ່າງໆທີ່ຂ້ອຍຕ້ອງພົບເຈິ

ທັ້ງເຈັບປວດ ຜິດຫວັງ ຄວາມສຳເລັດ ຄວາມສຸກ ສົມຫວັງ .... 

ສິ່ງເຫຼົ່ານີ້ມັນໄດ້ຫຼໍ່ຫຼອມໃຫ້ເປັນໂຕຂ້ອຍ 

ເປັນຄົນທີ່ເກັ່ງ ແລະເຂົ້ມແຂັງຂື້ນ

ແຕ່ຂ້ອຍກໍ່ບໍ່ແນ່ໃຈວ່າ ...  ມັນພຽງພໍແລ້ວຫຼືຍັງ ກັບສິ່ງທີ່ໂຕເອງກຳລັງຈະພະເຊີນໜ້າກັບມັນ

 

ຂ້ອຍເຫຼືອເວລາອີກບໍ່ຫຼາຍ ...

ແລະສິ່ງທີ່ວ່ານັ້ນກໍ່ໃກ້ເຂົ້າມາຫາຂ້ອຍເລື້ອຍໆ ....

 

ຂ້ອຍກໍ່ບໍ່ຄ່ອຍເຫັນຄວາມແຕກຕ່າງຫຼືການພັດທະນາຂອງຕົນເອງຫຼາຍປານໃດ

ຂ້ອຍຕັ້ງເປົ້າໃຫ້ໂຈເອງສູງເກີນ ... 

ເມື່ອໄດ້ລົງມືເຮັດເອງ ກໍ່ເລີຍຮູ້ວ່າມັນຄົນລະເລື່ອງກັນເລີຍ ...

 

ເມື່ອຄົນເຮົາເວລາທີ່ຫວັງຫຍັງໄວ້ຫຼາຍໆ ສູງໆ ... 

ແລ້ວພໍໄດ້ບໍ່ຮອດຂື້ນມາ ເວລາກໍ່ດັນໝົດຊະ ,,,,

ເໝືອວ່າ ແລ່ນມາເກືອບຕາຍ ຈຸກເອົາຊື່ໆ

 

 

ທີ່ກວ່າມານັ້ນກໍ່ເປັນຄວາມຄິດລວມໆໃນຫົວຕອນນີ້

ຫຼາຍຄົນມັກຈະເບິ່ງຄວາມຄິດຂອງຂ້ອຍແຕ່ໃນແງ່ຂອງຄວາມຮັກ

ແຕ່ເຈົ້າກໍ່ຮູ້ ຊີວົດມັນບໍ່ແມ່ນມີແຕ່ເລື່ອງຄວາມຮັກຢ່າງດຽວດອກທີ່ສຳຄັນທີ່ສຸດ

ມັນຍັງມີຫຼາຍຢ່າງກວ່ານັ້ນ ຂື້ນກັບວ່າຄວາມຄິດສ່ວນບຸກຄົນ ວ່າສິ່ງໃດທີ່ໂຕເອງໃຫ້ຄວາມສຳຄັນ ແລະມາກ່ອນ

ແຕ່ສຸດທ້າຍແລ້ວ ໃນຫຼາຍໆຢ່າງກໍ່ຍັງກ້ຽວກັບໄປວົນມາຫາໃນເລື່ອງຂອງຄວາມຮັກຄືເກົ່າ ...

ນີ້ມັນຄົງເປັນຂໍ້ພິສູດວ່າ ສິ່ງທີ່ມີຊີວິດເທິງໂລກ ຍ່ອມມີການພົວພັນກັບຄວາມຮັກ 

 

 

ເຮີ້~~~~

 

ເວລາມັນຄືໄປໄວແທະວະ 

ປີໜື່ງຄືບໍ່ມີຫຍັງເລີຍ

ຂ້ອຍຍັງບໍ່ຢາກເຊື່ອວ່າມື້ອື່ນມື້ຮືກໍ່ຈະໄດ້ເລີ່ມຕົ້ນນັບມື້ນັບປີໃໝ່ກັນແລ້ວ

ຂ້ອຍກໍ່ຈະຖືກດຶງກັບໄປຢູ່ໃນໂລກແຫ່ງຄວາມຈິງອີກຄັ້ງ

 

ເຖິງເວລາທີ່ຕ້ອງຕື່ນຈາກຝັນ ແລ້ວກ້າວເຂົ້າຫາຄວາມຈິງ.

ຂໍໃຫ້ຮັກຄຸ້ມຄອງຂ້ອຍ,

Christy V. Vanno.

Delicious Digg Fark Twitter